Home Blog Page 99

ເບື້ອງຫຼັງຄະດີສີສຸກ ດາວເຮືອງ ທີ່ຖືກສານຕັດສິນປະຫານຊີວິດ

ຕາມການລາຍງານ ຂອງຄວາມສະຫງົບ ໃຫ້ຮູ້ວ່າ: ທ້າວ ສີສຸກ ດາວເຮືອງ ຫຼື ເຕື່ອງ ອາຍຸ 45 ປີ ນັກທຸລະກິດຢູ່ບ້ານຂຸນຕາທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກຄະນະສານອາຍາ ສານປະ ຊາຊົນນະຄອນຫຼວງວຽງຈັນ ຕັດສິນລົງໂທດປະຫານຊີວິດ ໃນວັນທີ 3 ມີນາ 2022 ສະຖານການຄ້າຂາຍຢາເສບຕິດ, ການຟອກເງິນ ແລະ ການຊື້-ຂາຍອາວຸດເສິກໂດຍບໍ່ຖືກຕ້ອງຕາມກົດໝາຍ.

ອົງການໄອຍະການ ປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງວ່າ: ພາຍຫຼັງທີ່ ທ້າວ ໄຊຊະນະ ແກ້ວພິມພາ ຖືກເຈົ້າໜ້າທີ່ປະເທດໄທ ຈັບຕົວໃນຄັ້ງວັນ ທີ 19 ມັງກອນ 2017, ຜ່ານການດຳເນີນຄະດີຂອງທາງການໄທ ທ້າວ ໄຊຊະ ນະ ແກ້ວພິມພາ ໄດ້ໃຫ້ການຊັດທອດວ່າ ທ້າວ ສີສຸກ ດາວເຮືອງ ໄດ້ມີການເຄື່ອນໄຫວຄ້າຂາຍຢາເສບຕິດ ຮ່ວມກັບ ທ້າວ ໄຊນູເດັ່ງ (ຄົນມາເລເຊຍ) ຢູ່ເຂດຊາຍແດນພາກໃຕ້ຂອງປະເທດໄທ ຕາມຄຳໃຫ້ການຂອງ ທ້າວ ໄຊຊະ ນະ ແກ້ວພິມພາ ສະບັບລົງວັນທີ 21 ມັງກອນ 2017 ແລະ ມີຫຼັກຖານການໂອນເງິນຄ່າຢາເສບຕິດ ຈາກ ທ້າວ ໄຊນູເດັ່ງ ທີ່ໄດ້ໂອນເງິນມາ ໃຫ້ຈຳເລີຍໂດຍຜ່ານບັນຊີຮ້ານແລກປ່ຽນເງິນຕາ ແຂວງໜອງຄາຍ ປະເທດໄທ ໃນປີ 2015 ຫາ 2016 ລວມເປັນເງິນທັງໝົດ 144.000.000 ບາດ ໂດຍເປັນເງິນຄ່າຢາບ້າ ຈຳນວນ 1.600 ມັດ ເທົ່າກັບ 3.200.000 ເມັດ ນ້ຳໜັກ 320 ກິໂລກຼາມ ທີ່ຈຳເລີຍໄດ້ທຳການຄ້າ-ຂາຍຮ່ວມກັບທ້າວ ໄຊນູເດັ່ງ ໂດຍແມ່ນ ທ້າວ ລັດຊະພົນ ຫຼື ກຸ່ມ ເລັ່ງເປັນຄົນໄປຮັບເອົາເງິນ ແລ້ວເອົາມາມອບໃຫ້ຈຳເລີຍຕາມຂໍ້ມູນຫຼັກຖານທີ່ເຈົ້າໜ້າທີ່ໄທໄດ້ຢືດ ແລະ ກວດໂທລະສັບມືຖືຂອງ ທ້າວ ລັດຊະພົນ ຫຼື ກຸ່ມເລັ່ງ ພົບເຫັນວ່າ ຈໍາເລີຍ ໄດ້ມີການສົນທະນາກ່ຽວກັບການໂອນເງິນແຕ່ລະຄັ້ງກັບ ທ້າວ ລັດຊະພົນ ຜ່ານໂປແກຼມວ໋ອດແອັບ.

ນອກຈາກນີ້, ຈໍາເລີຍ ຍັງແມ່ນເປົ້າໝາຍຄ້າ-ຂາຍຢາເສບຕິດລາຍໃຫຍ່ລະດັບປະເທດ ແລະ ພາກພື້ນ ໂດຍມີການຕິດຕາມຂອງເຈົ້າໜ້າທີ່ຫຼາຍປະເທດ ແລະ ທີ່ສໍາຄັນຈຳເລີຍ ໄດ້ມີການພົວພັນກັບກຸ່ມເຄື່ອຄ່າຍພໍ່ຄ້າຢາເສບຕິດ ຄື: ທ້າວ ຄອນປະສົງ ຫຼື ຊຽງເທີ ແລະ ທ້າວ ໄຊຊະນະ ແກ້ວພິມພາ. ນອກນັ້ນ, ໃນເວລາຈັບຕົວ ແລະ ກວດຄົ້ນເຄຫາສະຖານເຮືອນຂອງຈຳເລີຍ ຍັງພົບເຫັນຢາໄອສ໌ ນ້ຳໜັກ 12,4 ກຼາມ, ຄັນຊາແຫ້ງນ້ຳໜັກ 29,9 ກຼາມ ແລະ ໃນເວລາຈັບຕົວ ທ້າວ ທົງໄຊ ຍັງພົບຢາອີ ຈຳນວນ 8 ເມັດ, ເຊິ່ງ ເປັນຢາອີຂອງຈຳເລີຍທີ່ໄດ້ມອບໃຫ້ຜູ້ກ່ຽວເປັນຄົນຮັກສາໄວ້ໃຫ້ ແລະ ພົບເຫັນອາວຸດເສິກປະເພດປືນ ພ້ອມດ້ວຍລູກປືນ ຈຳນວນ 5 ກະບອກ ຕາມບົດບັນທຶກຈັບຕົວ ແລະ ບົດບັນທຶກກວດຄົ້ນເຄຫາ ສະຖານ, ເມື່ອຈຳເລີຍ ໄດ້ເງິນມາຈາກການກະທຳຜິດແລ້ວ ກໍເອົາໄປປ່ຽນຮູບດ້ວຍການຊື້ລົດຫຼູລາຄາແພງມາວາງຂາຍ, ຊື້ທີ່ດິນຈໍານວນຫຼາຍຕອນ ແລະ ເອົາພັນທະບັດມູນຄ່າຫຼາຍຕື້ໃຫ້ບຸກຄົນກູ້ຢືມ ແຕ່ກົງກັນຂ້າມຈໍາເລີຍ ໄດ້ເອົາໃບຕາດິນໄປເປັນຫຼັກຊັບຄ້ຳປະກັນກູ້ຢືມເງິນຈາກທະນາຄານໃນນະຄອນ ຫຼວງວຽງຈັນ ເພື່ອເຊື່ອງອຳຊ້ອນເງື່ອນກ່ຽວກັບທີ່ມາຂອງເງິນເພື່ອເຮັດໃຫ້ເງິນທີ່ໄດ້ມາຈາກການກະທຳຜິດນັ້ນໃຫ້ຖືກຕ້ອງຕາມກົດໝາຍ.ໃນບົດຖະແຫຼງຂອງອົງການໄອຍາການ ໃຫ້ຮູ້ວ່າ:ໃນປີ 1997 ຈຳເລີຍ ໄດ້ໄປເຮັດວຽກກໍ່ສ້າງຂົວ-ທາງ ໄດ້ເງິນປະມານ 500.000 ບາດ, ປີ 1999 ໄດ້ເປີດຮ້ານສ້ອມແປງລົດຈັກ ແລະ ຮ້ານຂາຍລົດຈັກມືສອງໄດ້ກຳໄລເດືອນລະ 50.000-100.000 ບາດ, ປີ 2002 ໄດ້ເປີດຮ້ານຂາຍລົດໃຫຍ່ ມືສອງ ຊື້ນຳປະຊາຊົນຄັນລະ 100.000-500.000 ບາດ ແລ້ວເອົາມາຂາຍຕໍ່ໄດ້ກຳໄລຄັນ ລະ 50.000-100.000 ບາດ, ປີ 2003 ໄດ້ສ້າງຄອບຄົວກັບ ນາງ ບົວທອງ ໄຕປະດິດ ໃນເວລາແຕ່ງງານມີລົດໃຫຍ່ທີ່ເອົາມາຂາຍປະມານ 10 ຄັນ, ມີເງິນບາດ ຈໍານວນ 8.000.000 ບາດ; ສ່ວນເມຍ ແມ່ນມີລົດ ກະບະໄທ ເກີແຄັບ 1 ຄັນ, ປີ 2007 ຈຳເລີຍ ໄດ້ເອົາທີ່ດິນພ້ອມເຮືອນຢູ່ບ້ານພະໄຊ ເມືອງສີສັດຕະນາກ ໄປຄ້ຳປະກັນກູ້ຢືມເງິນນຳທະນາຄານພາບລິກ ຈໍານວນ 100.000 ໂດລາສະຫະລັດ ດອກເບ້ຍ 10% ຕໍ່ປີ ແລ້ວມາຊື້ລົດໃຫຍ່ເຂົ້າມາໃນຮ້ານຕື່ມອີກ, ປີ 2011 ໄດ້ໄປກູ້ຢືມເງິນນຳທະຄານພົງສະຫວັນຈຳນວນ 90. 000.000 ບາດ ກັບ 10 ຕື້ກີບ ດອກເບຍ 12% ຕໍ່ປີ ໂດຍເອົາໃບຕາດິນຈຳນວນ 14 ໃບ ເປັນ ຫຼັກຊັບຄ້ຳປະກັນ, ເງິນທີ່ກູ້ຢືມມາແມ່ນເອົາມາຊື້ລົດໃຫຍ່, ຈໍາເລີຍ ຍັງໄດ້ໂກຕ້າລົດທີ່ຕິດຕັ້ງແກັດຈາກລັດຖະບານເສຍພາສີ 50% ຂອງ ມູນຄ່າພາສີຂອງລັດນໍາເຂົ້າຈາກ ປະເທດອາເມລິກາ, ເຢຍລະມັນ, ໄທ, ຍີ່ປຸ່ນ, ດູໃບ ແລະ ໃຕ້ຫວັນ ຈໍານວນ 200 ກວ່າຄັນ ຄັນລະ 90.000 ຫາ150.000 ໂດລາສະຫະລັດ.

(ຕິດຕາມອ່ານຕໍ່ ສະບັບວັນທີ 17 ມິນາ 2022 ໃນເພຈ >>>ໜັງສືພິມຄວາມສະຫງົບ<<<)

ພະຍາກອນອາກາດ ປະຈໍາວັນທີ ວັນທີ 16/03/2022

ບໍລິເວນຄວາມກົດດັນຕ່ໍາຂອງອາກາດຮ້ອນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບ ກະແສລົມຕາເວັນຕົກພັດປົກຄຸມພາກເຫນືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້, ຊຶ່ງຈະເຮັດໃຫ້ ຮ້ອນຢູ່ທົ່ວໄປໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ.

ລາຍງານສະພາບອາກາດຕົວຈິງ.

ຈຸດຂາຍປີ້ບໍລິສັດລົດໄຟລາວ-ຈີນ ຫຼວງພະບາງ ຈະເປີດໃຫ້ບໍລິການແລ້ວ!

ຈຸດຂາຍປີ້ບໍລິສັດລົດໄຟລາວ-ຈີນ ຫຼວງພະບາງ ຈະເປີດໃຫ້ບໍລິການໃນມື້ອື່ນນີ້!

ເພື່ອປັບປຸງຮູບແບບການບໍລິການຂາຍປີ້ຂອງທາງລົດໄຟລາວ-ຈີນ ທີ່ມີຢູ່ແລ້ວໃຫ້ດີຂຶ້ນກວ່າເກົ່າ ແລະ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຊື້ປີ້ຂອງປະຊາຊົນໃນເມືອງລຽບຕາມເສັ້ນທາງລົດໄຟ, ບວກກັບກະແສຕອບຮັບທີ່ດີຂອງຈຸດຂາຍປີ້ໃນນະຄອນຫຼວງວຽງຈັນ, ບໍລິສັດທາງລົດໄຟລາວ-ຈີນ ຈິ່ງໄດ້ເປີດຈຸດຂາຍປີ້ແຫ່ງທີ 2 ທີ່ຫຼວງພະບາງ, ເຊິ່ງປັດຈຸບັນກໍໄດ້ສຳເລັດການກໍ່ສ້າງ ແລະ ຈະເປີດໃຫ້ບໍລິການໃນມື້ອື່ນ ວັນທີ 17 ມີນານີ້.

ຈຸດຂາຍປີ້ຕັ້ງຢູ່ຖະໜົນໂພທິສາລາດ ໃຈກາງຕົວເມືອງຫຼວງພະບາງ, ກົງກັນຂ້າມກັບຕຶກສຳນັກງານລັດຖະບານແຂວງ ແລະ ພະແນກຕ່າງປະເທດ, ຫ່າງຈາກຕະຫຼາດກາງຄືນ 650 ແມັດ ແລະ ຫ່າງຈາກເດີ່ນຈະຕຸລັດ 200 ແມັດ. ຈຸດຂາຍປີ້ລົດໄຟກຳນົດຂາຍປີ້ຈາກສະຖານີຫຼວງພະບາງ-ສະຖານີເມືອງໄຊ, ສະຖານີບໍ່ເຕ່ນ (ຖ້ຽວລົດໄຟ C82) ແລະ ຫຼວງພະບາງ-ນະຄອນຫຼວງວຽງຈັນ, ວັງວຽງ (ຖ້ຽວລົດໄຟ C81/C83). ສຳລັບລາຍລະອຽດ: -ໄລຍະເວລາກ່ອນການຂາຍປີ້ແມ່ນ 3 ມື້ ແລະ ຈະຂາຍປີ້ສໍາລັບມື້ທີສາມທີ່ຈະອອກເດີນທາງເທົ່ານັ້ນ.

ປີ້ທີ່ຂາຍແມ່ນຄິດຄ່າບໍລິການນອກສະຖານທີ່ໃນລາຄາ 20.000 ກີບ/ປີ້.

ເລີ່ມຂາຍປີ້ໃນເວລາ 10:00 ໂມງເຊົ້າ ຫາ 12:00 ໂມງ, 12:30 ໂມງ ຫາ 15:30 ໂມງທຸກໆ ມື້ ແລະ ຈະຢຸດຂາຍເມື່ອປີ້ຫມົດ. -ແຕ່ລະຄົນຈໍາກັດພຽງແຕ່ 2 ປີ້, ໃນເວລາຊື້ປີ້ຈໍາເປັນຕ້ອງກວດສອບບັດປະຈຳໂຕ ແລະ ໃບຢັ້ງຢືນການສັກວັກຊີນ (ບັດຂຽວ) ຂອງຜູ້ທີ່ຈະຊື້ປີ້.

ຈຸດຂາຍປີ້ຈະປະກາດຈໍານວນຖ້ຽວລົດໄຟທີ່ຂາຍ, ລາຄາປີ້ ແລະ ຄ່າບໍລິການນອກສະຖານທີ່, ເພື່ອໃຫ້ຜູ້ໂດຍສານສາມາດເຫັນໄດ້ໃນເວລາຕົວຈິງ. -ເພື່ອປັບປຸງປະສິດທິພາບການຂາຍປີ້, ຈຸດຂາຍປີ້ຮອງຮັບການຊຳລະເງິນດ້ວຍການຮູດບັດ (UnionPay) ແລະ QR Code ( Onepay, UnionPay, Alipay ແລະ Wechat ) ທີ່ເຄື່ອງ POS, ປະຈຸບັນຍັງບໍ່ຮອງຮັບການຊຳລະດ້ວຍເງິນສົດ.

ຂໍ້ມູນຈາກ: Laos – China Railway Company Limited

ໜ້າເປັນຫ່ວງ! ມື້ດຽວຕິດເຊື້ອໃໝ່ເພີ່ມ +848

ຈາກສູນຂ່າວສານການແພດສຸຂະສຶກສາ

ກັບມາໂຕເລກເພີ່ມຂຶ້ນອີກຄັ້ງ! ເຊິ່ງ 2-3 ອາທິດ ທີ່ຜ່ານມາ ເຮົາຈະສັງເກດເຫັນ ການຈັດງານສ້າງສັນ ງານດອງ, ງານບຸນ ແລະ ງານອື່ນໆ ທີ່ມີການເຕົ້າໂຮມຄົນໃຫ້ມາຢູ່ຮ່ວມກັນ.

ແນວໃດກໍຕາມເມື່ອມີຄວາມຈຳເປັນຕ້ອງໄປງານ ຫຼື ສະຖານທີ່ມີຄົນຫຼາຍ ທ່ານຄວນໃສ່ຜ້າປິດປາກດັງ ແລະ ຮັກສາໄລຍະຫ່າງໃຫ້ໄດ້ ເພື່ອຕົວທ່ານເອງ ແລະ ຄອບຄົວຂອງທ່ານ.

ກຽມຈັດບຸນກະລຳປີຄັ້ງທຳອິດ! ທີ່ເມືອງວັງວຽງ ແຂວງວຽງຈັນ

ອົງການປົກຄອງ ເມືອງວັງວຽງ, ແຂວງວຽງຈັນ ຈະຮ່ວມກັບກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄື່ອຂ່າຍກະສິກຳ ຫຼື CLEAN Project ຈັດງານບຸນກະລໍ່າປີ ພາຍໃນເທດສະບານ ເມືອງວັງວຽງ ໃນລະຫວ່າງວັນທີ 26-27 ມີນາ 2022. ເຊີ່ງຖືເປັນຄັ້ງທໍາອິດທີ່ຈະຈັດບຸນກະລໍ່າປີໃຫຍ່ແບບນີ້ຢູ່ ສປປ ລາວ.

ທ່ານ ບຸນຈັນ ມາລາວົງ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວໃນ ວັນທີ 15 ມີນາ 2022 ວ່າ: ການຈັດງານຄັ້ງນີ້ ເພື່ອແນໃສ່ຊຸກຍູ້ສົ່ງເສີມການປູກກະລໍ່າປີທີ່ມີຄຸນນະພາບ ແລະ ເພື່ອສ້າງລາຍຮັບໃຫ້ປະຊາຊົນນັບມື້ຫລາຍຂຶ້ນ ເພາະກະລໍ່າປີ ສາມາດນໍາໄປປຸງແຕ່ງອາຫານໄດ້ຫລາຍຊະນິດ, ພ້ອມນີ້ ຍັງເປັນການສ້າງເງື່ອນໄຂໃຫ້ມີການຈັບຄູ່ທຸລະກິດລະຫວ່າງຜູ້ຜະລິດ ແລະ ຜູ້ຊື້ ເພື່ອຮັບປະກັນລາຄາຂອງຜົນຜະລິດ. ພາຍໃນງານດັ່ງກ່າວ ຈະມີຫລາຍກິດຈະກໍາ ເປັນຕົ້ນ:

ການແຫ່ຂະບວນກະລໍ່າປີໄປຕາມເທດສະບານເມືອງວັງວຽງ, ຮວບ ຮວມບັນດາສິນຄ້າກະສິກໍາພາຍໃນເມືອງມາວາງສະແດງ, ຈັດການເສວະນາໃຫ້ຄວາມຮູ້ກ່ຽວກັບກະລໍ່າປີຈາກວິຊາການທີ່ກ່ຽວຂ້ອງ. ນອກຈາກນີ້ ຍັງເປັນການຮວບຮວມຜະລິດຕະພັນ ແລະ ອາຫານທີ່ຜະລິດຈາກກະລໍ່າປີຫລາຍຊະນິດ, ຈັດການແຂ່ງຂັນກະລໍ່າຫົວໃຫຍ່, ການສະແດງພື້ນເມືອງ ແລະ ດົນຕີຈາກໄວໜຸ່ມລາວ, ຈັດການຖາມ-ຕອບ ຄວາມຮູ້ທົ່ວໄປເພື່ອຊີງລາງວັນ ແລະ ສ້າງບັນຍາກາດພາຍໃນງານໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ກິດຈະກໍາອື່ນໆ.

ເຈົ້າເມືອງວັງວຽງ ໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນມານີ້ ໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄື່ອຂ່າຍກະສິກຳ ໄດ້ມອບໃບຢັ້ງຢືນການຜະລິດກະສິກຳທີ່ດີ (GAP) ໃຫ້ຊາວກະສິກອນຈໍານວນໜຶ່ງຢູ່ 2 ບ້ານຂອງເມືອງວັງວຽງ ຄື: ບ້ານຜາຕັ້ງ ແລະ ບ້ານນາຜາແດງ, ເຊີ່ງເຫັນວ່າໂຄງການດັ່ງກ່າວໄດ້ປະກອບສ່ວນສໍາຄັນໃນການຊ່ວຍຊຸກຍູ້ສົ່ງເສີມການຜະລິດກະສິກໍາຂອງປະຊາຊົນພາຍໃນເມືອງ ກໍຄື ບັນດາບ້ານເປົ້ານໝາຍຂອງໂຄງການ ເພາະເປັນການຜະ ລິດກະສິກໍາທີ່ດີ, ທັງມີຕະຫລາດຮອງຮັບ ໂດຍສະເພາະແມ່ນບໍລິສັດວຽງຈັນ ຟູດ ທີ່ຮັບຊື້ຜົນຜະລິດນໍາປະຊາຊົນ ເຊີ່ງເປັນການຄໍ້າປະກັນດ້ານລາຄາ ເພາະໄລຍະຜ່ານມາເຖີງວ່າຂະບວນການປູກພືດຢູ່ເມືອງວັງວຽງ ພົ້ນເດັ່ນສົມຄວນ ແຕ່ການຜະລິດຂອງປະຊາຊົນຍັງເຮັດແບບຕ່າງຝ່າຍຕ່າງເຮັດ ແລະ ມີການແຂ່ງຂັນກັນດ້ານລາຄາ. ພ້ອມນີ້ ທ່ານໄດ້ຊວນເຊີນນັກທ່ອງທ່ຽວທຸກຄົນ ຈົ່ງຫາໂອກາດໄປທ່ຽວຊົມງານບຸນກະລໍ່າປີຄັ້ງປະຫວັດສາດຂອງລາວທີ່ຈະຈັດຂຶ້ນຢູ່ເມືອງວັງວຽງ ໃນຄັ້ງນີ້ ເພາະນອກຈາກຈະໄດ້ເຫັນຂະບວນການຜະລິດກະລໍ່າປີ ກໍຄື ພືດຊະນິດຕ່າງໆ ຢູ່ເມືອງວັງວຽງ ທີ່ນັບມື້ຂະຫຍາຍຕົວ ຍັງຈະໄດ້ຮຽນຮູ້ຫລາຍຢ່າງກ່ຽວກັບການປູກ ແລະ ຄຸນປະໂຫຍດຂອງກະລໍ່າປີ ຕື່ມອີກ.

ສໍາລັບໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄືອຂ່າຍກະສິກຳ ຫຼື CLEAN Project ເປັນໂຄງການໜຶ່ງທີ່ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກກະຊວງກະສິກຳຂອງປະເທດສະຫະລັດອາເມຣິກາ ( USDA ) ໂດຍໄດ້ໃຫ້ອົງການວິນຣ໋ອກ ສາກົນ(Winrock International) ເປັນຜູ້ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການຮ່ວມກັບກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຂອງລາວ ເພື່ອຍົກສະມັດຕະພາບການຜະລິດ ໂດຍການຝຶກອົບຮົມໃຫ້ຊາວກະສິກອນໃນຮູບແບບການຜະລິດກະສິກຳ, ສ້າງຄວາມເຂັ້ມແຂງໃຫ້ວຽກງານປ້ອງກັນພືດ, ກັກກັນພືດ ແລະ ອື່ນໆ ໂດຍຈັດຕັ້ງປະຕິບັດໂຄງການ ຢູ່ 5 ແຂວງຂອງລາວ ຄື: ນ​ະ​ຄອ​ນ​ຫຼວງວຽງຈັນ, ແຂວງ ວຽງ​ຈັນ, ຈຳ​ປາ​ສັກ, ສ​າ​ລະ​ວັນ ແລະ ເຊກອງ. ໃນນີ້ ສະເພາະຢູ່ ແຂວງວຽງຈັນ ຈັດຕັ້ງປະຕິບັດຢູ່ 2 ເມືອງ ຄື: ເມືອງ ວັງວຽງ ແລະ ເມືອງກາສີ.

ແຫຼ່ງຂໍ້ມູນ: Lao Youth Radio

ຈັດຕັ້ງຂັ້ນຮອງຄະນະອຳນວຍການໂຮງໝໍມິດຕະພາບຊຸດໃໝ່


ໂຮງໝໍມິດຕະພາບ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຮອງຄະນະອຳນວຍການຊຸດໃໝ່ຂຶ້ນໃນວັນທີ 14 ມີນາ ນີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ ສອນໄຊ ລາດຊະວົງ ຜູ້ອຳນວນການໂຮງໝໍມິດຕະພາບ ແລະ ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.

ທ່ານ ຄຳປະສົງ ເທບປັນຍາ ກຳມະການຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງກະຊວງສາທາລະນະສຸກ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງສາທາລະນະສຸກ ວ່າດ້ວຍການແຕ່ງຕັ້ງຮອງຜູ້ອຳນວຍການໂຮງໝໍມິດຕະພາບ ຊຸດໃໝ່ໃນຄັ້ງນີ້ ປະກອບມີຄື: ທ່ານ ນາງ ມະນີຈັນ ທອງຊະນະ ຫົວໜ້າພະແນກຊຶມເຊື້ອ, ທ່ານ ເພັດວິວັນ ພອນແກ້ວ ຫົວໜ້າພະແນກບໍລິຫານ ແລະ ແຜນການ ແລະ ທ່ານ ເກດມະນີ ເພັດສີລິແສງ ຫົວໜ້າພະແນກລະບົບປະສາດ ເປັນຮອງຄະນະອຳນວຍການຊຸດໃໝ່.

ໃນໂອກາດນີ້, ທ່ານ ບຸນແຝງ ພູມມະໄລສິດ ກໍໄດ້ໃຫ້ກຽດຂຶ້ນມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງໃຫ້ຜູທີ່ຖືກແຕ່ງຕັ້ງຕາມລຳດັບ ແລະ ທ່ານຍັງໄດ້ໃຫ້ກຽດໂອ້ລົມເພື່ອເປັນເຂັມທິດເຍື່ອງທາງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຖືກແຕ່ງຕັ້ງໃນຄັ້ງນີ້ ໃຫ້ສືບຕໍ່ບຸກບືນຝຶກຝົນຕົນເອງຮອບດ້ານ ດ້ານຄຸນທາດການເມືອງໃຫ້ໜັກແໜ້ນ, ດ້ານຄຸນສົມບັດສິນທຳປະຕິວັດກໍໃຫ້ເປັນແບບຢ່າງນຳໜ້າ ທາງດ້ານແບບແຜນວິທີເຮັດວຽກໃຫ້ເປັນແບບຢ່າງ ເຮັດວຽກເປັນໝູ່ຄະນະແບ່ງໃຫ້ບຸກຄົນຮັບຜິດຊອບ ບຸກຄົນແມ່ນຂຶ້ນກັບການຈັດຕັ້ງ ປະຕິບັດຫຼັກການລວມສູນປະຊາທິປະໄຕ.

ແຫຼ່ງຂ່າວ: ປະຊາຊົນ

ລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອຈາກຍີ່ປຸ່ນ​ ມູນຄ່າ​ 2,105 ຕື້ເຢນ

ພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອຈາກລັດຖະບານ ຍີ່ປຸ່ນ​ ມູນຄ່າ​ 2,105 ຕື້ເຢນ.

ໃນວັນທີ 15 ມີນາ 2022, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ, ໃນໂຄງການປັບປຸງສິ່ງອຳນວຍຄວາມສະດວກ ແລະ ອຸປະກອນຫ້ອງປະຕິບັດຕົວຈິງ ສຳລັບ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ, ລວມມູນຄ່າທັງຫມົດ 2,105 ຕື້ເຢນ (ປະມານ 19,4 ລ້ານໂດລາ ສະຫະລັດ), ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ລົງນາມໂດຍ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະ ບານ ແຫ່ງ ປະເທດຍີ່ປຸ່ນ ໂດຍ ທ່ານ ໂຄບະຢະຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ໂດຍມີບັນດາພະນັກງານຈາກຂະແໜງການກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າ ຮ່ວມເປັນສັກຂີພິຍານ.

ການຊ່ວຍເຫຼືອໃນຄັ້ງນີ້ ເປັນໂຄງ ການໜຶ່ງທີ່ ພະນະທ່ານ ກິຊິດະ ຟຸມິໂອະ, ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ໄດ້ປະກາດໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໂອກາດສົນທະນາທາງໂທລະສັບກັບ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນວັນທີ 01 ມີນາ 2022 ຜ່ານມາ, ເຊິ່ງເປັນການສະແດງໃຫ້ເຫັນເຖິງຄໍາໝາຍໝັ້ນຂອງລັດຖະບານ ກໍ່ຄື ປະຊາຊົນຍີ່ປຸ່ນ ທີ່ມີຕໍ່ລັດຖະ ບານ ແລະ ປະຊາຊົນລາວ ເພື່ອພັດທະນາຂະແໜງການທີ່ເປັນບູລິມະສິດ ຂອງ ສປປ ລາວ ເວົ້າສະເພາະ, ເວົ້າລວມ ກໍ່ແມ່ນການສືບຕໍ່ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ຂອງ ສປປ ລາວ ໃຫ້ເປັນຮູບປະທໍາເທື່ອລະກ້າວ.

ພ້ອມດຽວກັນນີ້ ໂຄງການດັ່ງກ່າວ ແມ່ນໄດ້ແນ່ໃສ່ຍົກລະດັບຄຸນນະພາບ ແລະ ຄວາມອາດສາມາດໃນການສ້າງບຸກຄະລາກອນທີ່ມີຄຸນນະພາບໃຫ້ທຽບເທົ່າສາກົນ ເພື່ອອອກຮັບໃຊ້ສັງຄົມ ແລະ ທັນກັບຄວາມຮຽກ ຮ້ອງຕ້ອງການຂອງຍຸກສະໄໝປະຈຸບັນ ໃນການຫັນສູ່ອຸດສາຫະກໍາ 4.0.ໃນພິທີດັ່ງກ່າວ, ທ່ານຮອງລັດຖະ ມົນຕີຕ່າງປະເທດ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ແລະ ການຊ່ວຍເຫຼືອຂອງ ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໃນຄັ້ງນີ້, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະ ນາ ແລະ ສ້າງສາ ສປປ ລາວ ກໍ່ຄືການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.ໃນຂະນະດຽວກັນນີ້, ທ່ານເອກອັກຄະຣາຊະທູດ ໂຄບາຢາຊິ ເຄນອິຈິ ໄດ້ຢໍ້າຄືນຄວາມສໍາຄັນຂອງໂຄງການຊ່ວຍເຫຼືອຄັ້ງນີ້ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວ ຢ່າງຕັ້ງໜ້າ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີີ່ມີມາແຕ່ດົນນານຂອງສອງປະ ເທດ ລາວ-ຍີ່ປຸ່ນ ກໍຄືການເປັນຄູ່ຮ່ວມຍຸດທະສາດ, ລວມທັງການສືບຕໍ່ຜັນຂະຫຍາຍແຜນການຮ່ວມມື (Action Plan) ທີ່ຜູ້ນໍາສອງປະເທດໄດ້ຮັບຮອງຮ່ວມກັນ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

ຂ່າວ;ພາບຈາກ: ກົມການຂ່າວ ກະຊວງການຕ່າງປະເທດ

ອັດຕະປື ເຊື່ອມຊຶມດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງ ການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ວັນທີ 14 ມີນາ 2022 ນີ້ກະຊວງພາຍໃນ ໄດ້ຈັດຕັ້ງການເຜີຍແຜ່ດໍາລັດ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງ ການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ທີ່ຫ້ອງວ່າການປົກຄອງແຂວງ ໂດຍມີ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ທ່ານ ເລັດ ໄຊຍະພອນ ເຈົ້າອັດຕະປື,ພ້ອມດ້ວຍພະນັກງານການນໍາຫລັກແຫລ່ງ, ພະນັກອາວຸໂສບຳນານ, ຜູ້ຊົງຄຸນວຸດທິ ເຂົ້າຮ່ວມຮັບຟັງ.

ໂອກາດນີ້, ທ່ານ ສໍສອນພິດ ພານຸວົງ ຫົວໜ້າກົມຊົນເຜົ່າ ແລະ ສາສະໜາ ກະ ຊວງພາຍໃນ ໄດ້ຍົກໃຫ້ເຫັນການຄຸ້ມຄອງລັດ ກ່ຽວກັບວຽກງານສາສະໜາ ແລະ ດຳລັດ ວ່າດ້ວຍ ການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວ ສາສະໜາຢູ່ ສປປ ລາວ ເຊິ່ງດຳລັດດັ່ງກ່າວມີ ທັງໝົດ 8 ໝວດ 37 ມາດ,

ໃນນັ້ນ ແຕ່ລະໝວດແຕ່ລະມາດຕາໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ ເພື່ອເຮັດໃຫ້ນັກບວດ, ນັກສອນສາສະໜາ, ສາສະນິກະຊົນ ແລະ ການຈັດຕັ້ງສາສະໜາ ເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ຫລັກທຳຄຳສັ່ງສອນ ແນໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ, ເພີ່ມທະວີຄວາມສາມັກ ຄີກົມກຽວລະຫວ່າງບຸກຄົນ ເຊື່ອຖືສາສະໜາຕ່າງໆ ພ້ອມກັນປະກອບສ່ວນເຂົ້າໃນການປົກປັກຮັກສາ ສ້າງສາ ແລະ ພັດທະນາປະເທດຊາດ ລວມທັງມີມາດຕະການຕ່າງໆຕໍ່ຜູ້ລະເມີດ ເປັນຕົ້ນ: ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດຕໍ່ດຳລັດ ສະບັບນີ້ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ, ສັງໂຈະການ ເຄື່ອນໄຫວ, ຖອນໃບອະນຸຍາດການເຄື່ອນໄຫວ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫລື ລົງ ໂທດທາງອາຍາ ຕາມກໍລະນີໜັກ ຫລື ເບົາຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດເຫັນ ເຊິ່ງສ່ວນໃຫຍ່ແມ່ນສຸ່ມໃສ່ວິທີການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປລາວ ໂດຍເລັ່ງໃສ່ໃຫ້ຜູ້ເຊື່ອຖື ຫລື ບໍ່ເຊື່ອສາສະໜາຢູ່ຮ່ວມກັນໄດ້ ມີຄວາມສາມັກຄີເປັນປືກແຜນແໜ້ນໜ້າ ແລະ ເຄົາ ລົບຕໍ່ລະບຽບກົດໝາຍບ້ານເມືອງວາງອອກ, ທັງນີ້ ກໍເພື່ອເປັນເອກະພາບກັນໃນດ້ານການ ຈັດຕັ້ງປະຕິບັດ ໃຫ້ສອດຄອງກັບສະພາບຄວາມເປັນຈິງ ແລະ ຖືກຕ້ອງຕາມກັບກົດໝາຍທີ່ໄດ້ລະບຸກໄວ້.

ແຫຼ່ງຂ່າວ: ຂປລ

ພິທີມອບ-ຮັບ ຄວາມຮັບຜິດຊອບວຽກງານ ດຳເນີນຄະດີອາຊະຍາກຳສັດນ້ຳ-ສັດປ່າ ແລະ ປ່າໄມ້

ມອບ-ຮັບ ຄວາມຮັບຜິດຊອບວຽກງານ ດຳເນີນຄະດີອາຊະຍາກຳ ສັດນ້ຳ-ສັດປ່າ ແລະ ປ່າໄມ້.

ເມື່ອບໍ່ດົນມານີ້, ກົມຕໍາຫລວດສິ່ງແວດລ້ອມ ກົມໃຫ່ຍຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີມອບ-ຮັບຄວາມຮັບຜິດຊອບວຽກງານ ການດໍາເນີນຄະດີອາຊະຍາກໍາສັດ ນໍ້າ-ສັດປ່າ ແລະ ປ່າໄມ້ ໃຫ້ກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດ ເຊິ່ງລົງນາມໂດຍ ພັອ ວັນເຮືອງ ຈັນທະພອນ ຫົວໜ້າກົມຕຳຫລວດ ສິ່ງແວດລ້ອມ ແລະ ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມ ກວດກາປ່າໄມ້, ມີພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ນັບແຕ່ປີ 2012-2021, ກົມຕໍາຫລວດສິ່ງເວດລ້ອມ ສາມາດແກ້ໄຂຄະດີສັດນໍ້າ, ສັດປ່າ ໄດ້ 14 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 13 ຄົນ, ຕ່າງປະເທດ 5 ຄົນ, ສານຕັດສິນແລ້ວ 2 ເລື່ອງ;

ດັ່ງນັ້ນ, ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວ ຖືກຕາມລະບຽບກົດໝາຍ, ນັບຕັ້ງແຕ່ມື້ລົງນາມເປັນຕົ້ນໄປ ກົມກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ຈະເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກຳນົດໄວ້ໃນກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ມີຄວາມຮັບຜິດຊອບໂດຍກົງໃນການດໍາເນີນຄະດີອາຍາກ່ຽວກັບ ອາຊະຍາກໍາສັດນໍ້າ-ສັດປ່າ ລວມທັງອາຊະຍາກໍາຂ້າມຊາດສັດນໍ້າ-ສັດປ່າ ແລະ ປ່າໄມ້;

ພ້ອມທັງເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຕິດພັນກັບສົນທິສັນຍາ ຂອບການຮ່ວມມື SOMTC, ASEANAPOL ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດ ສະເພາະໃນຂົງເຂດສັດນໍ້າ-ສັດປ່າ ແລະ ປ່າໄມ້ ຢູ່ພາຍໃນ, ພາກພື້ນ ແລະ ສາກົນ.

ເຖິງຢ່າງໃດກໍຕາມ ກົມຕຳຫລວດສິ່ງແວດລ້ອມ ຍັງສືບຕໍ່ຊີ້ນຳສາຍຕັ້ງໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາ ສັດນໍ້າ ສັດປ່າ ແລະ ປ່າໄມ້, ກໍລະນີກວດພົບຜູ້ລະເມີດກົດໝາຍສັດ ນໍ້າ-ສັດປ່າ ແລະ ປ່າ ໄມ້, ແມ່ນໃຫ້ຮີບຮ້ອນແຈ້ງເຈົ້າໜ້າທີ່ປ່າໄມ້ຮັບຊາບ ແລ້ວໃຫ້ເກັບກຳຂໍ້ມູນເບື້ອງຕົ້ນເຫັນວ່າເປັນການກະ ທຳຜິດ ທາງອາຍາໃຫ້ຈັບຕົວນຳຕົວຜູ້ຖືກສົງໄສ ຫລື ຜູ້ຖືກຫາໄປຝາກຂັງໄວ້ຄ້າຍຄຸມຂັງຂອງເຈົ້າໜ້າທີ່ຕຳ ຫລວດ.

ຈາກນັ້ນ, ຈຶ່ງມອບເຄື່ອງຂອງກາງ ແລະ ສໍານວນຄະດີສົ່ງໃຫ້ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ ສືບຕໍ່ດໍາເນີນຄະດີ; ກໍລະນີການກະທໍາຜິດກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ ທີ່ເກີດຂຶ້ນຢູ່ ພາຍໃນ ຫລື ຂ້າມຊາດ ທີ່ສະຫລັບຊັບຊ້ອນ, ພົວພັນຫລາຍພາກ ສ່ວນ ເຈົ້າໜ້າທີ່ປ່າໄມ້ຕ້ອງສົມທົບກັບ ເຈົ້າໜ້າທີ່ຕຳຫລວດສິ່ງແວດລ້ອມ ແລະ ພາກສ່ວນກ່ຽວຂ້ອງ ທີ່ນອນຢູ່ໃນເຄື່ອຂ່າຍບັງຄັບໃຊ້ກົດໝາຍສັດນໍ້າ-ສັດປ່າ ແລະ ປ່າໄມ້ (LAO WEN) ຮ່ວມກັນດໍາເນີນຄະດີ ໂດຍເຈົ້າໜ້າທີ່ປ່າໄມ້ ເປັນໃຈກາງ.

ແຫຼ່ງຂ່າວ: ຂປລ

ຈາກເປັນຜູ້ເສບມາເປັນຜູ້ຂາຍ ສຸດທ້າຍຖືກຈັບດຳເນີນຄະດີ!

ເລີ່ມຈາກເປັນຜູ້ເສບ ແລ້ວຫັນມາເປັນຜູ້ຂາຍ ຖືກຈັບດຳເນີນຄະດີ ພ້ອມຂອງກາງຢາບ້າ 4.658 ເມັດ

ທ້າວ ບຸນລອດ ອາຍຸ 45 ປີ ປະຊາຊົນຢູ່ບ້ານສີວິໄລ ເມືອງນາຊາຍທອງ ໄດ້ພົວພັນກັບຢາເສບຕິດປະເພດຢາບ້າ ດ້ວຍການເສບຢາມາຕັ້ງແຕ່ປີ 2017 ກ່ອນຫັນຕົວມາເປັນຜູ້ຂາຍ ໃນເດືອນມັງກອນ 2022. ພໍຂາຍໄດ້ໄລຍະໜຶ່ງ, ກໍຖືກເຈົ້າ ໜ້າທີ່ ປກສ ເມືອງ ນາຊາຍທອງ ຈັບຕົວໄດ້ພ້ອມຂອງກາງຢາບ້າ 4.658 ເມັດ.

ເຈົ້ົ້າໜ້າທີ່ ປກສ ເມືອງນາຊາຍທອງ ໃຫ້ຮູ້ວ່າ: ຜ່ານການສອບສວນຂອງເຈົ້າໜ້າທີ່, ທ້າວ ບຸນລອດ ໃຫ້ການຮັບສາລະພາບວ່າ: ໄດ້ເລີ່ມເສບຢາບ້າມາແຕ່ປີ 2017 ເປັນຕົ້ນມາ; ມາໃນເດືອນມັງກອນ ປີ 2022, ຜູ້ກ່ຽວໄດ້ພົວພັນຄ້າ-ຂາຍຢາເສບຕິດ ປະເພດຢາບ້າ; ຢາບ້າທີ່ນໍາມາຂາຍແຕ່ລະຄັ້ງແມ່ນຊື້ນໍາຊາຍຄົນໜຶ່ງຢູ່ບ້ານໜອງນາກ ເມືອງໂພນໂຮງ ແຂວງວຽງຈັນ. ພາຍຫຼັງໄດ້ຢາບ້າມາແລ້ວກໍເອົາໄປຂາຍໃຫ້ກຸ່ມຄົນທີ່ຕ້ອງການຊື້. ມາຮອດວັນທີ 27 ກຸມພາ 2022, ໄດ້ຊື້ຢາບ້ານໍາຊາຍຄົນດັ່ງກ່າວອີກ 4.000 ເມັດ. ຕໍ່ມາ, ຈຶ່ງຖືກເຈົ້າໜ້າທີ່ ເຂົ້າກັກຕົວພ້ອມຂອງກາງຢາບ້າທັງໝົດ 4.658 ເມັດໃນວັນທີ 28 ກຸມພາ 2022. ຈາກການຂະຫຍາຍຜົນຂອງຄະດີດັ່ງກ່າວ, ເຈົ້າໜ້າທີ່ ສາມາດຈັບຕົວຜູ້ຮ່ວມຂະບວນການດຽວກັນໄດ້ອີກ 1 ຄົນ ຊື່: ນາງ ອອນ ແລະ ຜູ້ກ່ຽວກໍໃຫ້ການຮັບສາລະພາບວ່າ: ຜ່ານມາ, ໄດ້ຊື້ຢາບ້ານໍາ ທ້າວ ບຸນລອດ ມາແລ້ວ 9 ຄັ້ງ, ຄັ້ງສຸດທ້າຍ ແມ່ນວັນ 28 ກຸມພາ 2022, ຊື້ຈໍານວນ 50 ເມັດ ແລະ ໄດ້ຂາຍໄປແລ້ວ 16 ເມັດ ຍັງເຫຼືອ 34 ເມັດ, ກ່ອນຖືກເຈົ້າໜ້າທີ່ກັກຕົວ. ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນ ເພື່ອຂະຫຍາຍຜົນຊອກຫາກຸ່ມແກ້ງທີ່ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍ

ແຫຼ່ງຂ່າວ: ກົດໝາຍລົົງໂທດ