ຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI

0
861

ກອງປະຊຸມ ໄດ້ເປີດຂຶ້ນໃນວັນທີ 18 ພຶດສະພາ ແລະ ປິດລົງ ໃນວັນທີ 26 ພຶດສະພາ 2022 ທີ່ສໍານັກງານສູນກາງພັກ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ.ກອງປະຊຸມໄດ້ກວດກາ ແລະ ຕີລາຄາ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ໂດຍລົງເລິກຕີລາຄາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ໃນຕົ້ນປີ 2022 ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ປຶກສາຫາລື ແລະ ໃຫ້ທິດຊີ້ນໍາ ຕໍ່ບັນຫາຍຸດທະສາດສຳຄັນຈໍານວນໜຶ່ງ ຂອງພັກ, ຂອງຊາດ ເປັນຕົ້ນແມ່ນການເສີມຂະຫຍາຍທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງປະເທດ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ; ຕີລາຄາການຊຸກຍູ້, ສົ່ງເສີມ ຜູ້ປະກອບການທຸລະກິດຂະໜາດນ້ອຍ-ຂະໜາດກາງ (SME) ແລະ ຈຸນລະວິສາຫະກິດ (MSME) ໃຫ້ມີຄວາມເຂັ້ມແຂງ ຕາມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ X; ເພີ່ມທະວີການສ້າງຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ; ການປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກການເຄື່ອນໄຫວຂອງບັນດາອົງການອຳນາດລັດ ໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ; ຕີລາຄາຄວາມຄືບໜ້າໃນການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ ຮັບໃຊ້ໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ; ນອກຈາກນັ້ນ ຍັງໄດ້ໃຫ້ທິດຊີ້ນໍາ ຕໍ່ການກະກຽມດໍາເນີນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ, ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ, ກອງປະຊຸມວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ທີ່ຈະເປີດຂຶ້ນໃນຕໍ່ໜ້າ.

ຄະນະບໍລິຫານງານສູນກາງພັກ ໄດ້ຕີລາຄາສູງຕໍ່ຜົນສໍາເລັດ ຂອງການພັດທະນາເສດຖະກິດ-ສັງຄົມ ໃນຕົ້ນປີ 2022 ເຖິງວ່າ ຈະປະເຊີນກັບຄວາມຫຍຸ້ງຍາກ ອັນເນື່ອງມາຈາກຜົນກະທົບຫຼາຍດ້ານ ຈາກສະພາບການຜັນແປຂອງເສດຖະກິດໂລກ ບວກກັບການລະບາດ ຂອງພະຍາດໂຄວິດ-19 ແຕ່ລັດຖະບານ ກໍຄືອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ມີຄວາມພະຍາຍາມບຸກບືນສູ້ຊົນ ຈັດຕັ້ງປະຕິບັດແຜນການຜະລິດ, ທຸລະກິດ ແລະ ບໍລິການ-ຄ້າຂາຍ, ການສ້າງສາພັດທະນາ ສາມາດຍາດໄດ້ຜົນສໍາເລັດທີ່ຕັ້ງໜ້າຫຼາຍດ້ານ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັບປະກັນ ໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດສືບຕໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ; ພ້ອມນັ້ນ ກໍຍົກໃຫ້ເຫັນບາງດ້ານທີ່ຕ້ອງຮີບຮ້ອນແກ້ໄຂ, ເປັນຕົ້ນແມ່ນແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ-ເງິນຕາ, ສະພາບໄພເງິນເຟີ້, ລາຄາສິນຄ້າສູງຂຶ້ນ, ບັນຫາຂາດແຄນນໍ້າມັນ ແລະ ສະພາບຫຍໍ້ທໍ້ອື່ນໆ… ເຊິ່ງເປັນບັນຫາທ້າທາຍຕໍ່ເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດ ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ.

ຄະນະບໍລິຫານງານສູນກາງພັກ ໄດ້ຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນ ຕ້ອງຍົກລະດັບຄວາມສາມາດ ແລະ ຄຸນນະພາບ ຂອງການນໍາພາ ເພື່ອຮັບມື, ແກ້ໄຂບັນຫາ ແລະ ປັບຕົວໃຫ້ເຂົ້າກັບສະພາບເງື່ອນໄຂຕົວຈິງ; ພະນັກງານ, ສະມາຊິກພັກຍົກສູງຄວາມຮັບຜິດຊອບ, ເພີ່ມທະວີມານະຈິດປະຕິວັດ ໄປພ້ອມກັບເຊີດຊູຄວາມເປັນເຈົ້າການໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດວຽກງານໃຫ້ແຂງແຮງ ແລະ ມີປະສິດທິຜົນສູງ; ຕ້ອງເຮັດວຽກງານໂຄສະນາຢ່າງກວ້າງຂວາງ, ຮອບດ້ານ ແລະ ເລິກເຊິ່ງ, ທັນການ ແລະ ແທດເໝາະກັບສະພາບຕົວຈິງ ເພື່ອເຮັດໃຫ້ທົ່ວສັງຄົມ ມີຄວາມເຂົ້າໃຈແຈ້ງ ຕໍ່ແນວທາງຂອງພັກ ແລະ ນະໂຍບາຍຂອງລັດ. ສໍາລັບທິດທາງໃນຕໍ່ໜ້າ, ສູນກາງພັກ ໄດ້ມອບໃຫ້ລັດຖະບານ, ອົງການປົກຄອງແຕ່ລະຂັ້ນສືບຕໍ່ຍູ້ແຮງການປະຕິບັດທິດທາງ, ແຜນການໄລຍະທ້າຍປີ 2022 ໃຫ້ບັນລຸຄາດໝາຍທີ່ວາງໄວ້, ຮັບປະກັນສະຖຽນລະພາບເສດຖະກິດມະຫາພາກ, ກໍຄືຊີວິດການເປັນຢູ່ຂອງປະຊາຊົນ; ເອົາໃຈໃສ່ຫັນການຄຸ້ມຄອງເກັບລາຍຮັບງົບປະມານ ແລະ ເງິນຕາ ດ້ວຍເຄື່ອງມື ແລະ ລະບົບທີ່ທັນສະໄໝ; ແກ້ໄຂຂອດອັດຕັນ ເພື່ອປັບປຸງສະພາບແວດລ້ອມ ດຶງດູດເອົາການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໃຫ້ວ່ອງໄວ ແລະ ມີບາດກ້າວຫັນປ່ຽນໃໝ່; ຊຸກຍູ້ສົ່ງເສີມບັນດາໂຄງການລົງທຶນໃນຂົງເຂດການຜະລິດເພື່ອທົດແທນການນໍາເຂົ້າ, ພ້ອມກັນນັ້ນ ກໍພະຍາຍາມຈໍາກັດ ແລະ ຄຸ້ມຄອງບັນດາສິນຄ້ານຳເຂົ້າທີ່ເຮົາສາມາດຜະລິດຢູ່ພາຍໃນປະເທດໄດ້ຢ່າງຮັດກຸມ ເພື່ອສົ່ງເສີມຫົວໜ່ວຍທຸລະກິດພາຍໃນໃຫ້ມີການຂະຫຍາຍຕົວ; ກວດກາ ແລະ ປັບປຸງບັນດານະໂຍບາຍ ກໍຄືນິຕິກໍາຕ່າງໆ ກ່ຽວກັບການສົ່ງເສີມບັນຫົວໜ່ວຍທຸລະກິດຂະໜາດກາງ, ຂະໜາດນ້ອຍ ແລະ ຈຸນລະວິສາຫະກິດ, ຄຸ້ມຄອງຂະແໜງການທີ່ໄດ້ກຳນົດເປັນທ່າແຮງໃຫ້ຖືກຕ້ອງ, ລະອຽດຈະແຈ້ງ ແລະ ຄົບຖ້ວນ; ຄຸ້ມຄອງ ແລະ ສະໜອງພະລັງງານ ຮັບປະກັນໃຫ້ພຽງພໍຕໍ່ຄວາມຕ້ອງການຂອງສັງຄົມ; ສືບຕໍ່ສົ່ງເສີມ ແລະ ຊຸກການນໍາໃຊ້ພະລັງງານທາງເລືອກ ເຊັ່ນ: ລົດໄຟຟ້າ, ປັບປຸງການບໍລິການໂດຍສານສາທາລະນະ; ປັບປຸງຍົກລະດັບວຽກງານທ່ອງທ່ຽວ ຕິດພັນກັບການວາງມາດຕະການຮອງຮັບການເປີດປະເທດ ໃນເງື່ອນໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີຄວາມຮັດກຸມ.

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ໄດ້ສ້າງຄວາມເປັນເອກະພາບ ແລະ ໃຫ້ທິດຊີ້ນໍາຕໍ່ການສືບຕໍ່ປັບປຸງ, ຍົກລະດັບບັນດາປະຖົມປັດໄຈ ຂອງການສ້າງຄວາມເຂັ້ມແຂງຂອງລະບອບປະຊາທິປະໄຕປະຊາຊົນ ຢູ່ປະເທດເຮົາໃນຊຸມປີຕໍ່ໜ້າກໍຄືໄລຍະຍາວ ຊຶ່ງຕ້ອງກໍາແໜ້ນກາລະໂອກາດການພັດທະນາທີ່ແທດເໝາະກັບຈຸດພິເສດ, ເງື່ອນໄຂຂອງປະເທດເຮົາ ໂດຍສືບຕໍ່ປັບປຸງ ແລະ ຍົກລະດັບການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໂດຍຖືເອົາບັນດາຂະແໜງການ ທີ່ເປັນທ່າແຮງບົ່ມຊ້ອນໃຫ້ເປັນປາຍແຫຼມ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດ, ສ້າງຊັບພະຍາກອນມະນຸດ, ສ້າງຜູ້ປະກອບການຜະລິດ-ທຸລະກິດ ແລະ ບໍລິການ ໃຫ້ມີຄຸນນະພາບ ແລະ ມີຈຳນວນເພີ່ມຂຶ້ນ ກາຍເປັນກໍາລັງຂັບເຄື່ອນທີ່ແຂງແຮງສົມຄູ່ກັບການພັດທະນາ, ມີຄວາມສາມາດແກ່ງແຍ່ງແຂ່ງຂັນ ໃນພາກພື້ນ ແລະ ສາກົນ; ພ້ອມນັ້ນ ກໍສືບຕໍ່ປັບປຸງອົງການອໍານາດລັດ ກໍຄືລະບົບການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນເຮົາ ໃຫ້ໜັກແໜ້ນ, ເຂັ້ມແຂງ, ໂປ່ງໃສ, ຮັບໃຊ້ປະຊາຊົນ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງແທ້ຈິງ ຈຶ່ງຈະສ້າງຖ່ວງທ່າ ແລະ ພື້ນຖານອັນໜັກແໜ້ນ ໃຫ້ປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຄະນະບໍລິຫານງານສູນກາງພັກ ຮຽກຮ້ອງມາຍັງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ-ພະນັກງານ ຈົ່ງຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ໃນການຈັດຕັ້ງຜັນຂະຫຍາຍ ມະຕິ, ຄໍາສັ່ງ ຂອງສູນກາງພັກ ເຂົ້າສູ່ຊີວິດຕົວຈິງໃນຂົງເຂດວຽກງານຂອງຕົນ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ ແລະ ເລິກເຊິ່ງ ຢູ່ແຕ່ລະຂົງເຂດວຽກງານ ກໍຄືໃນທົ່ວສັງຄົມ. ພ້ອມນັ້ນ, ກໍສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງປະຊາຊົນລາວບັນດາເຜົ່າ, ທຸກເພດໄວ, ທຸກຊັ້ນຄົນ ທີ່ໄດ້ພ້ອມກັນເສີມຂະຫຍາຍຈິດໃຈຮັກຊາດ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ເປັນເຈົ້າການເຂົ້າຮ່ວມໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນການສຸມໃສ່ ຜະລິດສິນຄ້າພາຍໃນ, ກຸ້ມຕົນເອງ, ເພິ່ງຕົນເອງ, ຍົກສູງນໍ້າໃຈປະຢັດມັດທະຍັດ, ຕັ້ງໜ້າປະຕິບັດມາດຕະການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງໂຄວິດ-19 ຈົນສາມາດເປີດປະເທດ ແລະ ເຄື່ອນໄຫວດໍາລົງຊີວິດປົກກະຕິແບບໃໝ່ ໄດ້ເປັນຢ່າງດີ; ຄະນະບໍລິຫານງານສູນກາງພັກ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຊາດ, ຍົກສູງນໍ້າໃຈຮັກຊາດ, ຈິດໃຈເອກະລາດ ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ວຍຄວາມຫ້າວຫັນຟົດຟື້ນ ເພື່ອພ້ອມກັນຜ່ານຜ່າທຸກອຸປະສັກຄວາມຫຍຸ້ງຍາກຕ່າງໆ, ສ້າງສາພັດທະນາປະເທດຊາດ ໃຫ້ສືບຕໍ່ກ້າວຂຶ້ນຢ່າງມີໄຊ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here