ກະຊວງການເງິນ ນໍາໃຊ້ລະບົບຊິງຊັ່ງທັນສະໄໝຢູ່ 4 ດ່ານພາສີສາກົນ ທົ່ວປະເທດ

0
978

ການຫັນວຽກງານເປັນສະໄໝ ເປັນໜຶ່ງໃນແຜນດໍາເນີນງານຂອງ ກະຊວງການເງິນ ແລະ ຍຸດທະສາດຂອງ ລັດຖະບານ ໂດຍສະເພາະແມ່ນຂະແໜງພາສີເປັນດີຈີຕອນ. ໃນນັ້ນ, ມີໂຄງ ການຕິດຕັ້ງ ແລະ ບໍລິການ ລະບົບຊິງຊັ່ງທັນສະໄໝ ເຊິ່ງຕິດຕັ້ງຢູ່ 4 ດ່ານພາສີສາກົນ ຄື: ດ່ານພາສີສາກົນ ບໍ່ເຕ່ນ, ດ່ານພາສີສາກົນ ນໍ້າກັ່ນ, ດ່ານພາສີສາກົນ ນໍ້າພາວ ແລະ ດ່ານພາສີສາກົນ ນາເພົ້າ.

ໂຄງການຕິດຕັ້ງ ແລະ ບໍລິການລະບົບຊິງຊັ່ງທັນສະໄໝ ແມ່ນໜຶ່ງໃນການຫັນເປັນທັນສະໄໝຂອງຂະແໜງພາສີ ແນໃສ່ການຈັດເກັບຄ່າບໍລິການຂອງພາຫະນະຂົນສົ່ງສິນຄ້າ ນໍາເຂົ້າ-ສົ່ງອອກ ບາງປະເພດ ເປັນຕົ້ນ: ແຮ່ທາດຕ່າງໆ, ໄມ້ທ່ອນ(ໄມ້ປູກ), ໄມ້ແປຮູບ ແລະ ນໍາມັນເຊື້ອໄຟ ເພື່ອເຮັດໃຫ້ຂະແໜງການລັດ ສາມາດຄຸ້ມຄອງ, ຕິດຕາມການນໍາເຂົ້າ-ສົ່ງອອກ ສິນຄ້າປະເພດດັ່ງກ່າວ ໃຫ້ມີຄວາມຖືກຕ້ອງຊັດເຈນ, ໂປງໃສ, ອັດຊ່ອງຫວ່າງ ການຮົ່ວໄຫລຂອງລາຍຮັບ ແລະ ສາມາດກວດສອບໄດ້.ສຳລັບ ໂຄງການລະບົບຊິງຊັ່ງທັນສະໄໝ ໄດ້ດຳເນີນການຕິດຕັ້ງ, ພັດທະນາລະບົບໂປແກຣມ, ການເຊື່ອມຕໍ່ກັບລະບົບການແຈ້ງພາສີ ASYCUDA ຊຶ່ງມາຮອດປັດຈຸບັນ ໄດ້ສຳເລັດຮ້ອຍສ່ວນຮ້ອຍ ແລະ ໄດ້ເປີດທົດລອງນໍາໃຊ້ ເຂົ້າໃນການກວດກາສິນຄ້າເປົ້າໝາຍ ຂອງລັດຖະບານກຳນົດໄວ້ເປັນທີ່ຮຽບຮ້ອຍ, ຕາມຄໍາແນະນໍາ ສະບັບເລກທີ 2600/ກງ, ຂໍ້ຕົກລົກລົງ 2601/ກງ, ແຈ້ງການກົມພາສີ ສະບັບເລກທີ 06383/ກພສ, ນັບແຕ່ວັນທີ 28 ກັນຍາ 2022 ເປັນຕົ້ນມາ.

ລະບົບຊິງຊັ່ງທັນສະໄໝ ຂອງຂະແໜງພາສີ ຕິດຕັ້ງດ້ວຍລະບົບຄອມພິວເຕີ ແລະ ເຊື່ອມຕໍ່ຈຸດຄຸ້ມຄອງສາງ-ກວດກາສິນຄ້າ ແລະ ຈຸດຂໍ້ມູນ ການແຈ້ງພາສີເປັນລາຍລະອຽດ, ປັດຈຸບັນ ແມ່ນສາ ມາດຕິດຕາມຂໍ້ມູນ, ຕິດ ຕາມລົດຂຶ້ນຊິງຊັ່ງ ແລະ ຮູ້ປະເພດສິນຄ້ານ້ຳໜັກ, ລວມນ້ຳໜັກສິນຄ້າຕົວຈິງ,ສາມາດຮູ້ຊື່ບໍລິສັດທີ່ນໍາເຂົ້າ-ສົ່ງອອກສິນຄ້າ; ພ້ອມທັງ ການຄຸ້ມຄອງນໍາໃຊ້ ແລະ ການຕິດຕາມຂໍ້ມູນດ້ານນໍ້າໜັກ.ການຕິດຕັ້ງ ແລະ ບໍລິການລະບົບຊິງຊັ່ງທັນສະໄໝ ຊຶ່ງເປັນເຄື່ອງມືທັນສະໄໝແບບລວມສູນ,ເປັນເຄື່ອງມືວັດແທກນໍ້າໜັກລະບົບ Digital ທີ່ມີຄວາມຊັດເຈນສູງ, ສາມາດນັບກວດບໍລິມາດ ຫລື ນໍ້າໜັກໂຕຈິງສິນຄ້າໃຫ້ຖືກຕ້ອງຊັດເຈນ, ເປັນເຄື່ອງມືໜຶ່ງທີ່ຊ່ວຍຕິດຕາມ, ຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າ ໃຫ້ຖືກຕ້ອງຕາມເປົ້າໝາຍສອດຄ່ອງກັບລະບຽບ ແລະ ກົດໝາຍ ເພີ່ມທະວີການຈັດເກັບລາຍຮັບ ໃຫ້ໄດ້ຄົບຖ້ວນທັນເວລາ ແລະ ໂປ່ງໃສ. ລະບົບຊິງຊັ່ງທັນສະໄໝ ປະກອບດ້ວຍ 6 ອົງປະກອບ ເປັນຕົ້ນ: ເຄື່ອງຊິງຊັ່ງລົດແບບລວມສູນ (VSMSSystem); ລະບົບໂປແກຣມຄວບຄຸມ (Quick Weight Enterpise);

ລະບົບກ້ອງບັນທຶກພາບ(CCTV);ລະບົບເຄືອຂ່າຍ (Internet NetWork); ລະບົບໂປແກຣມຄວບຄຸມ Softwara ຢູ່ແຕ່ລະດ່ານ; ລະບົບໂປແກຣມຄວບຄຸມ Softwara ຢູ່ສູນກາງ. ທັງ 6 ອົງປະກອບ ເປັນເຄື່ອງມືຊ່ວຍໃຫ້ພະນັກງານຂອງລັດ ທີ່ເຮັດວຽກງານຕິດຕາມການນໍາເຂົ້າ-ສົ່ງອອກ ສິນຄ້າຕ່າງໆ ໄດ້ຢ່າງມີປະສິດທິຜົນ, ຮັບປະກັນຄວາມຖືກຕ້ອງຊັດເຈນ, ສອດຄ່ອງກັບເປົ້າໝາຍ ແລະ ລະບຽບການທີ່ກຳນົດໄວ້.ໂດຍລວມແລ້ວ ລະບົບຊິງຊັ່ງທັນສະໄໝ ເປັນລະບົບທັນສະໄໝ, ສ້າງສິ່ງອຳນວຍຄວາມສະ ດວກແກ່ຜູ້ປະກອບການ, ສະດວກ, ວ່ອງໄວ, ການກວດລາຍງານຂໍ້ມູນແບບທັນທີ (Real time), ການເກັບຄ່າບໍລິການຜ່ານ ລະບົບ TaxRIS ປອດໄພ, ໂປ່ງໃສ ແລະ ສາມາດກວດສອບໄດ້.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here