Home Blog Page 233

ຖະແຫຼ່ງຂ່າວທາງການ ຜົນການເລືອກຕັ້ງ ສສຊ ຊຸດທີ 9 ແລະ ສສຂ ຊຸດທີ 2

ໃນຕອນເຊົ້າວັນທີ 5 ມິນາ 2021 ທ່ານ ສົມພູ ດວງສະຫວັນ, ຄະນະປະຈໍາສະພາແຫ່ງຊາດ, ກໍາມະການອະນຸກໍາມະການເລ ຂານຸການ,ໂຄສົກຂອງຄະນະກໍາມະການເລືອກຕັ້ງລະດັບຊາດໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນກ່ຽວກັບຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີIXແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ IIໃນວັນທີ 21 ກຸມພາ 2021 ເຊິ່ງມີເນື້ອໃນສຳຄັນບາງຕອນວ່າ:

ໂດຍປະຕິບັດຕາມລັດຖະທຳມະນູນ, ກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງແລະ ກົດໝາຍວ່າດ້ວຍການເລືອກຕັ້ງ, ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ອອກຄຳແນະນຳ, ແຈ້ງການກ່ຽວກັບການກະກຽມວຽກງານຮອບດ້ານໃຫ້ແກ່ການດຳເນີນການເລືອກຕັ້ງເປັນຕົ້ນ: ການແຕ່ງຕັ້ງບັນດາອະນຸກຳມະການ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ ແລະ ໜ່ວຍງານຕ່າງໆເພື່ອເປັນເສນາທິການໃຫ້ແກ່ຄະນະກຳມະການເລືອກຕັ້ງຂັ້ນຂອງຕົນ.

ຕະຫຼອດໄລຍະຜ່ານມາ, ອະນຸກໍາມະການຕ່າງໆຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ຄະນະກຳມະການເລືອກຕັ້ງຂັ້ນທ້ອງຖິ່ນໄດ້ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍ, ບັນດານິຕິກຳ ແລະ ແຜນການກ່ຽວກັບວຽກງານການເລືອກຕັ້ງຕາມແຕ່ລະບາດກ້າວ. ພາຍຫຼັງທີ່ໄດ້ເອົາໃຈໃສ່ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການດຳເນີນການປ່ອນບັດເລືອກຕັ້ງ, ມາຮອດວັນອາທິດ, ວັນທີ 21 ກຸມພາ 2021, ການດຳເນີນການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ໄດ້ດໍາເນີນເປັນເອກະພາບນັບແຕ່ເວລາ 7:00 ໂມງເຊົ້າເຖິງ 17:00 ໂມງແລງຂອງວັນດຽວກັນຈຶ່ງໄດ້ອັດລົງຢ່າງເປັນເອກະພາບ ຢູ່ໃນ 18 ແຂວງ ແລະ ນະຄອນຫຼວງ.

ການເລືອກຕັ້ງຄັ້ງນີ້, ໃນຈຳນວນພົນລະເມືອງລາວ 7.155.315 ຄົນ, ຍິງ 3.557.270 ຄົນ, ໃນນີ້ ມີຜູ້ມີສິດປ່ອນບັດເລືອກຕັ້ງໃນທົ່ວປະເທດທັງໝົດ 4.053.151 ຄົນ, ໄດ້ມີຜູ້ໄປໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງໃນມື້ເລືອກຕັ້ງ ຈຳນວນ 3.973.017 ຄົນ, ກວມເອົາ 98,02 ສ່ວນຮ້ອຍ ຂອງຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງ ທັງໝົດ. ມີໜ່ວຍປ່ອນບັດເລືອກຕັ້ງທັງໝົດ 7,217 ໜ່ວຍ, ໃນນີ້ ມີໜ່ວຍປ່ອນບັດເລືອກຕັ້ງຢູ່ຕ່າງປະເທດທັງໝົດ 40 ໜ່ວຍ, ຊຶ່ງມີຜູ້ມີສິດປ່ອນບັດເລືອກຕັ້ງ 13.404 ຄົນ, ຍິງ 5.493 ຄົນ ໃນນີ້ມີຜູ້ໄປໃຊ້ສິດຕົວຈິງທັງ ໝົດ 13.283 ຄົນ, ຍິງ 5.423 ຄົນ, ເທົ່າກັບ 99 ສ່ວນຮ້ອຍ.

ໂດຍປະຕິບັດຕາມກົດໝາຍ ແລະ ລະບຽບການກ່ຽວກັບການເລືອກຕັ້ງ, ຄະນະກຳມະການເລືອກຕັ້ງຂັ້ນທ້ອງຖິ່ນ ກໍຄື ຄະນະຮັບຜິດຊອບບັນດາໜ່ວຍເລືອກຕັ້ງ ໄດ້ດຳເນີນການນັບຄະແນນ ແລະ ສະຫຼຸບລາຍງານຕໍ່ ຄະນະກຳມະການເລືອກຕັ້ງຂັ້ນເມືອງ ເພື່ອສະຫຼຸບສັງລວມຜົນຂອງການເລືອກຕັ້ງ ຢູ່ໃນຂອບເຂດຄວາມຮັບຜິດ ຊອບຂອງຕົນຢ່າງເປັນທາງການ ໃຫ້ແກ່ຄະນະກຳມະການເລືອກຕັ້ງຂັ້ນແຂວງ ເພື່ອສັງລວມຜົນການເລືອກຕັ້ງດັ່ງກ່າວ.

ໂດຍອີງຕາມການລາຍງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງໃນຂອບເຂດທົ່ວປະເທດ, ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ສະຫຼຸບສັງລວມ, ຄົ້ນຄວ້າ, ພິຈາລະນາ, ຕົກລົງ ແລະ ໄດ້ອອກປະກາດແຈ້ງການກ່ຽວກັບລາຍຊື່ຂອງຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ຢູ່ແຕ່ລະເຂດເລືອກຕັ້ງຕາມມະຕິສະບັບ ເລກທີ 20/ຄລຊ, ລົງວັນທີ 3 ມີນາ 2021. ຕໍ່ໄປນີ້, ຂ້າພະເຈົ້າ ຂໍແຈ້ງໃຫ້ບັນດາທ່ານຊາບກ່ຽວກັບລາຍລະອຽດຜົນຂອງການເລືອກຕັ້ງດັ່ງນີ້:

I. ຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX:

ກ. ກ່ຽວກັບຄຸນລັກສະນະຂອງຜູ້ທີ່ໄດ້ຮັບເລືອກຕັ້ງເປັນ ສສຊ ຊຸດທີ IX:

ຄຸນລັກສະນະຂອງບັນດາທ່ານຜູ້ທີ່ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ IX ປະກອບມີດັ່ງນີ້:

1) ຈາກຈຳນວນຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 224 ທ່ານ, ຍິງ 49 ທ່ານ (ກວມເອົາ 22 ສ່ວນຮ້ອຍ ຂອງຈຳນວນຜູ້ສະໝັກ);

  • – ຈຳນວນຜູ້ທີ່ໄດ້ຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ມີທັງໝົດ 164 ທ່ານ, ເປັນຍິງ 36 ທ່ານ ກວມເອົາ 21,95 ສ່ວນຮ້ອຍ ຂອງຜູ້ທີ່ໄດ້ຮັບການເລືອກຕັ້ງ
  • – ຜູ້ສະໝັກຈາກສູນກາງ ມີ 64 ທ່ານ, ຍິງ 11 ທ່ານ;
  • – ຜູ້ສະໝັກຈາກທ້ອງຖິ່ນ ມີ 100 ທ່ານ, ຍິງ 25 ທ່ານ;
  • – ສສຊ ຊຸດ ທີ VIII ສືບຕໍ່ສະໝັກໄດ້ ມີ 42 ທ່ານ, ຍິງ 14 ທ່ານ;
  • – ຈາກລັດວິສະຫະກິດ ມີ 3 ທ່ານ, ຍິງ 0 ທ່ານ;
  • – ຈາກທຸລະກິດ ພາກເອກະຊົນ ມີ 6 ທ່ານ, ຍິງ 1 ທ່ານ;

2) ຊົນເຜົ່າແຍກຕາມ 4 ໝວດພາສາ :

  • – ລາວ – ໄຕ ມີ 135 ທ່ານ, ຍິງ 30 ທ່ານ;
  • – ມອນ – ຂະແມ ມີ 21 ທ່ານ, ຍິງ 6 ທ່ານ;
  • – ມົ້ງ – ອິ້ວມຽນ ມີ 6 ທ່ານ, ຍິງ 0 ທ່ານ;
  • – ຈີນ – ຕິເບດ ມີ 2 ທ່ານ, ຍິງ 0ທ່ານ;

3) ອາຍຸກະສຽນ :

  • – 45 ປີ ລົງມາ ມີ 19 ທ່ານ, ຍິງ 7 ທ່ານ;
  • – 46 – 55 ປີ ມີ 75 ທ່ານ, ຍິງ 22 ທ່ານ;
  • – 56 – 60 ປີ ມີ 59 ທ່ານ, ຍິງ 6 ທ່ານ;
  • – 61 ປີ ຂຶ້ນໄປ ມີ 11 ທ່ານ, ຍິງ 1 ທ່ານ.

4) ລະດັບການສຶກສາ :

  • – ມັດທະຍົມຕົ້ນ ມີ 3 ທ່ານ, ຍິງ 1 ທ່ານ;
  • – ມັດທະຍົມປາຍ ມີ 161 ທ່ານ, ຍິງ 35 ທ່ານ.

5) ລະດັບວິຊາສະເພາະ :

  • – ຊັ້ນກາງ ມີ 3 ທ່ານ, ຍິງ 0 ທ່ານ;
  • – ຊັ້ນສູງ ມີ 17 ທ່ານ, ຍິງ 4 ທ່ານ;
  • – ປະລິນຍາຕີ ມີ 36 ທ່ານ, ຍິງ 11 ທ່ານ;
  • – ປະລິນຍາໂທ ມີ 77 ທ່ານ, ຍິງ 17 ທ່ານ;
  • – ປະລິນຍາເອກ ມີ 31 ທ່ານ, ຍິງ 4 ທ່ານ;

6) ລະດັບທິດສະດີ :

  • – 45 ວັນ ມີ 2 ທ່ານ, ຍິງ 0 ທ່ານ;
  • – ຂັ້ນຕົ້ນ ມີ 3 ທ່ານ, ຍິງ 0 ທ່ານ;
  • – ຂັ້ນກາງ ມີ 5 ທ່ານ, ຍິງ 2 ທ່ານ;
  • – ຂັ້ນສູງ ມີ 149 ທ່ານ, ຍິງ 34 ທ່ານ;
  • – ບໍ່ໄດ້ຜ່ານ ມີ 5 ທ່ານ, ຍິງ 0 ທ່ານ;

ຂ. ກ່ຽວກັບລາຍຊື່ຜູ້ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ໃນແຕ່ລະເຂດເລືອກຕັ້ງ:

I. ເຂດເລືອກຕັ້ງທີ 01 ນະຄອນຫຼວງວຽງຈັນຈຳນວນ 18 ທ່ານ, ຍິງ 05 ທ່ານ.

  • 1. ທ່ານ ປອ. ໄຊສົມພອນ ພົມວິຫານ
  • 2. ທ່ານ ປອ. ອານຸພາບ ຕຸນາລົມ
  • 3. ທ່ານ ຮສ.ປອ. ລິນຄຳ ດວງສະຫວັນ
  • 4. ທ່ານ ບຸນຕາ ເທບພະວົງ
  • 5. ທ່ານ ປອ. ເກດແກ້ວ ສີຫາລາດ
  • 6. ທ່ານ ໄຊຄຳ ອຸ່ນມີໄຊ
  • 7. ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ
  • 8. ທ່ານ ບຸນທາມ ພຸດທະວົງສາ
  • 9. ທ່ານ ນາງ ເກດມະນີ ບັນດາສັກ
  • 10. ທ່ານ ປອ. ນາງ ວາລີ ເວດສະພົງ
  • 11. ທ່ານ ນາງ ສົມພຽນ ວົງໄຊ
  • 12. ທ່ານ ນາງ ວິໄຊ ສຣິດທິຣາດ
  • 13. ທ່ານ ພັທ. ຈັນທະລາ ອຸດົມສຸກ
  • 14. ທ່ານ ທອງສະຫວັນ ມີບຸນ
  • 15. ທ່ານ ຄຳຜ່ອງ ແສງສະຫວ່າງ
  • 16. ທ່ານ ປອ. ແອງພອນ ແພງສຸວັນ
  • 17. ທ່ານ ນາງ ສົມປະເສີດ ສີຫາລາດ
  • 18. ທ່ານ ທະນົງສິດ ເມືອງຈັນ

II. ເຂດເລືອກຕັ້ງທີ 02 ແຂວງຜົ້ງສາລີ ຈຳນວນ 06 ທ່ານ, ຍິງ 01 ທ່ານ.

  • 1. ທ່ານ ທອງສີ ເສົາສຸລິພົມ
  • 2. ທ່ານ ຄຳມ່ວນ ຊົມສີຫາປັນຍາ
  • 3. ທ່ານ ສົມຈິດ ຫັບລາກອນ
  • 4. ທ່ານ ສີສູນທອນ ສ.ຜາບມີໄຊ
  • 5. ທ່ານ ນາງ ຈັນມະນີ ດວງຜາສຸກ
  • 6. ທ່ານ ອູ່ຄຳ ຕຸລາພັນ

III. ເຂດເລືອກຕັ້ງທີ 03 ແຂວງຫຼວງນ້ຳທາ ຈຳນວນ 06 ທ່ານ, ຍິງ 01 ທ່ານ.

  • 1. ທ່ານ ຄຳຟອງ ອິນມານີ
  • 2. ທ່ານ ພົຈວ.ປອ. ວົງສັກ ພັນທະວົງ
  • 3. ທ່ານ ພັອ.ປອ. ວັນທອນ ສຸລິສັກ
  • 4. ທ່ານ ກົງເພັດ ແກ້ວບົວພາ
  • 5. ທ່ານ ນາງ ເກສອນ ແສງຍະວົງ
  • 6. ທ່ານ ຈັນທະສຸລີນ ໝັ້ນປະດິດ

IV. ເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ຈຳນວນ 07 ທ່ານ, ຍິງ 01 ທ່ານ.

  • 1. ທ່ານ ຄຳດີ ວົງລ້ອມ
  • 2. ທ່ານ ດຣ. ຄຳຈັນ ໂສຕາປະເສີດ
  • 3. ທ່ານ ນາງ ຄຳພອນ ພິມມະຈັນ
  • 4. ທ່ານ ເລື່ອມ ສົມສີວິໄລ
  • 5. ທ່ານ ນີສິດ ແກ້ວປັນຍາ
  • 6. ທ່ານ ພັທ. ສອນວິໄລ ຕຸລາທອງ
  • 7. ທ່ານ ຄຳມະນີ ໄຊດວງຕາ

V. ເຂດເລືອກຕັ້ງທີ 05 ແຂວງບໍ່ແກ້ວ ຈຳນວນ 06 ທ່ານ, ຍິງ 02 ທ່ານ.

  • 1. ທ່ານ ຈອມສີ ລັດຕະນະປັນ
  • 2. ທ່ານ ນາງ ທຸມມາລີ ວົງພະຈັນ
  • 3. ທ່ານ ພັທ. ຫຸມແພງ ອິນທະຈັກ
  • 4. ທ່ານ ດຣ. ວິລະພັນ ສີລິທຳ
  • 5. ທ່ານ ນາວ ບົວຄົມ ຂານສຸວົງ
  • 6. ທ່ານ ພັທ. ເນັ່ງສີດາ ເບຼຍລີມົວ

VI. ເຂດເລືອກຕັ້ງທີ 06 ແຂວງຫຼວງພະບາງ ຈຳນວນ 10 ທ່ານ, ຍິງ 03 ທ່ານ.

  • 1. ທ່ານ ວົງສະຫວັນ ເທບພະຈັນ
  • 2. ທ່ານ ປອ. ສີນາວາ ສຸພານຸວົງ
  • 3. ທ່ານ ນາງ ມະນີວັນ ເຢຍປາວເຮີ
  • 4. ທ່ານ ນາງ ວຽນວິໄລ ດີລະພັນ
  • 5. ທ່ານ ນາງ ວັນດີ ບຸດທະສະວົງ
  • 6. ທ່ານ ປອ. ກໍລະກັນ ພົມມະວົງ
  • 7. ທ່ານ ສົມພອນ ສີອຸດົມພັນ
  • 8. ທ່ານ ສົມມາລີ ຄຳເກັ່ງ
  • 9. ທ່ານ ປອ. ວົງເພັດ ອຸດົມລິດ
  • 10. ທ່ານ ພັອ. ສີວິໄລ ເພັງສັນຕິສຸກ

VII. ເຂດເລືອກຕັ້ງທີ 07 ແຂວງໄຊຍະບູລີ ຈຳນວນ 09 ທ່ານ, ຍິງ 01 ທ່ານ.

  • 1. ທ່ານ ພົທ. ສຸວອນ ເລືອງບຸນມີ
  • 2. ທ່ານ ປອ. ລີເບິ ລີບົວຢາວ
  • 3. ທ່ານ ເພັງນິລັນ ຄຳພັນເພັງ
  • 4. ທ່ານ ປອ. ບຸນຕາ ອ່ອນນາວົງ
  • 5. ທ່ານ ດຣ. ບຸນລ້ອມ ແກ້ວບົວໂຮມ
  • 6. ທ່ານ ບຸນລ້ວນ ຊົມສີຫາປັນຍາ
  • 7. ທ່ານ ຈັດຕະວາ ແກ້ວຄຳເພັດ
  • 8. ທ່ານ ສົມມະນາ ປິ່ນທິບ
  • 9. ທ່ານ ນາງ ວັນນາ ພົມວິສອນ

VIII. ເຂດເລືອກຕັ້ງທີ 8 ແຂວງຫົວພັນ ຈໍານວນ 07 ທ່ານ, ຍິງ 02 ທ່ານ.

  • 1. ທ່ານ ນາງ ອຳໄພວອນ ລ້ອມບຸນແພງ
  • 2. ທ່ານ ຄຳແພງ ວິລະພັນ
  • 3. ທ່ານ ຄອນປະພັນ ເລືອງສີຈັນທອງ
  • 4. ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ
  • 5. ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່
  • 6. ທ່ານ ສີຄຳ ບຸນມີໄຊ
  • 7. ທ່ານ ນາງ ສວຍເພັດ ທອງສົມບັດ

IX. ເຂດເລືອກຕັ້ງທີ 09 ແຂວງຊຽງຂວາງ ຈຳນວນ 07 ທ່ານ, ຍິງ 01 ທ່ານ.

  • 1. ທ່ານ ບຸນໂຮມ ເທດທານີ
  • 2. ທ່ານ ວຽງໄຊ ສີວິໄລ
  • 3. ທ່ານ ວຽງແກ້ວ ວັນນະຈັກ
  • 4. ທ່ານ ປອ. ໄມສີ ວຽງວິໄລ
  • 5. ທ່ານ ຄຳແພງ ທຳມະວອນ
  • 6. ທ່ານ ປອ. ຄຳແສນ ສີສະວົງ
  • 7. ທ່ານ ນາງ ສົດທິດາ ທິບມູນຕາລີ

X. ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ຈຳນວນ 10 ທ່ານ, ຍິງ 01 ທ່ານ.

  • 1. ທ່ານ ສຈ.ປອ. ຈະເລີນ ເຢຍປາວເຮີ
  • 2. ທ່ານ ບຸນສອນ ເພັດລາວັນ
  • 3. ທ່ານ ລຳໄມ ກູດລາວົງ
  • 4. ທ່ານ ພັອ.ປອ. ພູທອນ ວໍລະເພັດ
  • 5. ທ່ານ ບົວຄຳ ຫຼວງອາໄພ
  • 6. ທ່ານ ຂັນເພັດ ບຸນຕ່ຳ
  • 7. ທ່ານ ສຈ.ປອ. ຫົງຄຳ ສຸວັນນະວົງ
  • 8. ທ່ານ ນາງ ມະໄລສີ ທຳມະໂຄດ
  • 9. ທ່ານ ພັທ. ບຸນນຳ ຈັນທອງສີ
  • 10. ທ່ານ ດຣ. ອິນປອນ ມະນີແສງ

XI. ເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ຈຳນວນ 07 ທ່ານ, ຍິງ 02 ທ່ານ.

  • 1. ທ່ານ ນາງ ປິ່ງຄຳ ລາຊະສິມມາ
  • 2. ທ່ານ ປອ. ສຸວັນນີ ໄຊຊະນະ
  • 3. ທ່ານ ເລື່ອນວິໄລ ຈັນທະລາພັນ
  • 4. ທ່ານ ພັອ. ຄຳສາຍ ພັນດານຸວົງ
  • 5. ທ່ານ ໜູພັນ ອຸດສາ
  • 6. ທ່ານ ນາງ ຂັນທອງ ພັນທະຈັກ
  • 7. ທ່ານ ອຸດົມ ວົງໄກສອນ

XII. ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ຈຳນວນ 09 ທ່ານ, ຍິງ 02 ທ່ານ.

  • 1. ທ່ານ ຄຳໃບ ດຳລັດ
  • 2. ທ່ານ ບຸນມີ ພິມມະສອນ
  • 3. ທ່ານ ປອ. ໄຊນະຄອນ ອິນທະວົງ
  • 4. ທ່ານ ນາງ ບັງອອນ ໄຊຍະສິດ
  • 5. ທ່ານ ສຈ.ປອ.ດຣ. ມາຍຟອງ ມາຍຊາຍ
  • 6. ທ່ານ ໂຕເຊິນ ອຸດທັດສີ
  • 7. ທ່ານ ທະນົງສິນ ກັນລະຍາ
  • 8. ທ່ານ ນາງ ອາລີ ບົວຈຸມ
  • 9. ທ່ານ ສະເຫຼີມສັກ ແກ້ວຈັນທະລາ

XIII. ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ຈຳນວນ 20 ທ່ານ, ຍິງ 04 ທ່ານ.

  • 1. ທ່ານ ປອ. ນາງ ສູນທອນ ໄຊຍະຈັກ
  • 2. ທ່ານ ກົງແກ້ວ ມີວໍລະຈັກ
  • 3. ທ່ານ ຄຳຜັນ ຄູນສະຫວັນ
  • 4. ທ່ານ ຈັນທະວົງ ແສນອາມາດມົນຕີ
  • 5. ທ່ານ ພອນສາຍ ວິໄລເມັ້ງ
  • 6. ທ່ານ ສັນຍາ ປຣະເສີດ
  • 7. ທ່ານ ພົຈວ.ປອ. ມາລາ ວິລະຈິດ
  • 8. ທ່ານ ສະແຫວງ ນັນທະວົງ
  • 9. ທ່ານ ທອງໄສ ອິນທິແສງ
  • 10. ທ່ານ ປອ. ນາງ ບົວໄຂ ເພັງພະຈັນ
  • 11. ທ່ານ ພັທ. ຄູນສະໄໝ ລິນສັນຍາ
  • 12. ທ່ານ ໄຊນະເດດ ຜຸຍຍະວົງ
  • 13. ທ່ານ ປອ. ສຸລາພອນ ອິນທະວົງ
  • 14. ທ່ານ ຄຳປານ ເຄນວົງສັກ
  • 15. ທ່ານ ປອ. ສຸກສະຫວັນ ໄຊສົມບັດ
  • 16. ທ່ານ ນາງ ໄຊຊົມຊື່ນ ໂພທິສານ
  • 17. ທ່ານ ວໍລະສິດ ສີວົງດາວ
  • 18. ທ່ານ ນາງ ຫົງຄຳ ໄຊຍະຄົມ
  • 19. ທ່ານ ພັທ. ແສງກາ ສຸວັນນະຄົງ
  • 20. ທ່ານ ພູຂົງ ຈິດຮູບໂລກ

XIV. ເຂດເລືອກຕັ້ງທີ 14 ແຂວງສາລະວັນ ຈຳນວນ 09 ທ່ານ, ຍິງ 02 ທ່ານ.

  • 1. ທ່ານ ສີເຮັງ ຫອມສົມບັດ
  • 2. ທ່ານ ສຸບັນ ສະວະບຸດ
  • 3. ທ່ານ ຄຳສິງ ໄຊສົມແພງ
  • 4. ທ່ານ ປະເດີມພອນ ສົນທະນີ
  • 5. ທ່ານ ຂັນໄຊ ລັດຖະເຮົ້າ
  • 6. ທ່ານ ນາງ ພອນເພັດ ອຸ່ນແກ້ວ
  • 7. ທ່ານ ສາຍສະໝອນ ອິນທິເສນ
  • 8. ທ່ານ ນາງ ທອງໃບ ໄຊຍະສານ
  • 9. ທ່ານ ສຸກສະຫວັນ ຈັນທິສຸກ

XV. ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຈຳນວນ 15 ທ່ານ, ຍິງ 03 ທ່ານ.

  • 1. ທ່ານ ສົມມາດ ພົລເສນາ
  • 2. ທ່ານ ສາຍທອງ ໄຊຍະວົງ
  • 3. ທ່ານ ພົຈວ. ສາຍໃຈ ກົມມະສິດ
  • 4. ທ່ານ ອຳໄພ ຈິດມານົນ
  • 5. ທ່ານ ຈັນທະບຸນ ສຸກອາລຸນ
  • 6. ທ່ານ ນາງ ບຸນມີ ຈຸນລະຈັກ
  • 7. ທ່ານ ແກ້ວລັດຕະນະ ສີຫາວົງ
  • 8. ທ່ານ ປອ. ນາງ ຈັນໂສດາ ພອນທິບ
  • 9. ທ່ານ ປອ. ສົມໄຊ ສີຫາຈັກ
  • 10. ທ່ານ ມະນີວົງ ແສນລາດ
  • 11. ທ່ານ ຄຳໄຕ ແກ້ວດວງດີ
  • 12. ທ່ານ ພັທ. ສີວິໄລ ແກ້ວປະເສີດ
  • 13. ທ່ານ ປອ. ໄຊບັນດິດ ຣາຊະພົນ
  • 14. ທ່ານ ປອ. ສົມສັກ ແສງສັກດາ
  • 15. ທ່ານ ນາງ ບຸນສຸວັນ ໂພໄຊຊະນະສັກ

XVI. ເຂດເລືອກຕັ້ງທີ 16 ແຂວງເຊກອງ ຈຳນວນ 06 ທ່ານ, ຍິງ 02 ທ່ານ.

  • 1. ທ່ານ ດົງເພັດ ພະຍົນ
  • 2. ທ່ານ ນາງ ທັດສະດາພອນ ຈັນທະມາດ
  • 3. ທ່ານ ປອ. ແພງສີ ສີລາວີ
  • 4. ທ່ານ ນາງ ໄຮມະນີ ວົງໜໍ່ແກ້ວ
  • 5. ທ່ານ ຄຳປະສິດ ເທບວົງສາ
  • 6. ທ່ານ ພັທ. ສີດາວົງ ດວງປານີ

XVII. ເຂດເລືອກຕັ້ງທີ 17 ແຂວງອັດຕະປື ຈຳນວນ 06 ທ່ານ, ຍິງ 02 ທ່ານ.

  • 1. ທ່ານ ນາງ ມີນາພອນ ໄຊສົມພູ
  • 2. ທ່ານ ມະນີໂສ ຊາມຸນຕີ
  • 3. ທ່ານ ນາງ ພອນມະນີ ຂຽນໄຊນະວົງ
  • 4. ທ່ານ ຄຳປະສົງ ລາດຊະຈັກ
  • 5. ທ່ານ ສຸກສຳລານ ໄຊຍະແສງ
  • 6. ທ່ານ ພັທ.ປອ. ບຸນຊູ ສຸລິນັນທອງ

XVIII. ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ຈຳນວນ 06 ທ່ານ, ຍິງ 01 ທ່ານ.

  • 1. ທ່ານ ແດງ ປະທຸມທອງ
  • 2. ທ່ານ ທັນຕາ ກອງຜາລີ
  • 3. ທ່ານ ພັທ. ວິໄຊທໍ່ ເພຍຫຼວງຈົ່ງເສີ
  • 4. ທ່ານ ພົຈວ. ສົມວັນ ທຳມາໄຊ
  • 5. ທ່ານ ນາງ ຂັນກາບ ໄຊຍະກຸມມານ
  • 6. ທ່ານ ພັອ. ຄຳດອນ ຈັນທະວົງ

II. ຜົນຂອງການເລືອກຕັ້ງ ສສຂ ຊຸດທີ II:

ຕໍ່ກັບຜົນຂອງການເລືອກຕັ້ງ ສສຂ, ພາຍຫຼັງທີ່ໄດ້ຮັບການສະຫຼຸບລາຍງານຜົນຂອງການເລືອກຕັ້ງຢູ່ໃນແຕ່ລະເມືອງ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ສັງລວມລາຍງານມາເຖິງຄະນະກຳມະການເລືອກຕັ້ງລະດັບຊາດເພື່ອຊາບຢ່າງເປັນທາງການ. ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ພິຈາລະນາຮັບຮອງເອົາຜົນຂອງການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ຕາມປະກາດແຈ້ງການສະບັບເລກທີ 21/ຄລຊ, ລົງວັນທີ 3 ມີນາ 2021. ສ່ວນການປະກາດແຈ້ງການລາຍຊື່ ສສຂ ໃນແຕ່ລະແຂວງອັນລະອຽດນັ້ນ, ຄະນະກໍາມະການເລືອກຕັ້ງລະດັບຊາດ ມອບໃຫ້ຄະນະກຳມະການເລືອກຕັ້ງຂັ້ນແຂວງທີ່ກ່ຽວຂ້ອງເປັນຜູ້ປະກາດ. ສຳລັບການຖະແຫຼງຂ່າວຄັ້ງນີ້ ຈະສັງລວມກ່ຽວກັບຄຸນລັກສະນະຂອງຜູ້ທີ່ໄດ້ຮັບການເລືອກຕັ້ງເປັນ ສສຂ ໃນທົ່ວປະເທດ ແລະ ຈໍານວນຜູ້ໄດ້ຮັບການເລືອກຕັ້ງຢູ່ໃນແຕ່ລະແຂວງ, ນະຄອນຫຼວງ ແລະ ໃນແຕ່ລະເມືອງເທົ່ານັ້ນ,ຊຶ່ງຂ້າພະເຈົ້າ ຂໍແຈ້ງໃຫ້ຊາບດັ່ງນີ້:

ກ. ຄຸນລັກສະນະຂອງຜູ້ທີ່ໄດ້ຮັບເລືອກຕັ້ງເປັນ ສສຂ ຊຸດທີ II:

1. ຈຳນວນຜູ້ລົງສະໝັກມີທັງໝົດ 788 ທ່ານ, ຍິງ 227 ທ່ານ (ແມ່ຍິງກວມເອົາ 29%);

  • – ຈຳນວນຜູ້ທີ່ໄດ້ຮັບເລືອກຕັ້ງເປັນ ສສຂ ມີ 492 ທ່ານ, ຍິງ 150 ທ່ານ (ແມ່ຍິງກວມເອົາ 30,48%)
  • – ຈາກພະແນກການຂອງແຂວງ ມີ 174 ທ່ານ, ຍິງ 55 ທ່ານ;
  • – ຈາກຂັ້ນເມືອງ ມີ 307 ທ່ານ, ຍິງ 92 ທ່ານ;
  • – ຈາກທຸລະກິດພາກເອກະຊົນ ມີ 11 ທ່ານ, ຍິງ 3 ທ່ານ

2. ຊົນເຜົ່າແຍກຕາມ 4 ໝວດພາສາ :

  • – ລາວ – ໄຕ ມີ 355 ທ່ານ, ຍິງ 115 ທ່ານ;
  • – ມອນ – ຂະແມ ມີ 85 ທ່ານ, ຍິງ 28 ທ່ານ;
  • – ມົ້ງ – ອິ້ວມຽນ ມີ 35 ທ່ານ, ຍິງ 4 ທ່ານ;
  • – ຈີນ – ຕີເບດ ມີ 17 ທ່ານ, ຍິງ 3 ທ່ານ.

3. ອາຍຸກະສຽນ :

  • – 45 ປີ ລົງມາ ມີ 166 ທ່ານ, ຍິງ 73 ທ່ານ;
  • – 46 – 55 ປີ ມີ 256 ທ່ານ, ຍິງ 64 ທ່ານ;
  • – 56 – 60 ປີ ມີ 70 ທ່ານ, ຍິງ 13 ທ່ານ;

4. ລະດັບການສຶກສາ :

  • – ມັດທະຍົມຕົ້ນ ມີ 16 ທ່ານ, ຍິງ 5 ທ່ານ;
  • – ມັດທະຍົມປາຍ ມີ 476 ທ່ານ, ຍິງ 145 ທ່ານ;

5. ລະດັບວິຊາສະເພາະ :

  • – ຊັ້ນຕົ້ນ ມີ 10 ທ່ານ, ຍິງ 2 ທ່ານ;
  • – ຊັ້ນກາງ ມີ 44 ທ່ານ, ຍິງ 16 ທ່ານ;
  • – ຊັ້ນສູງ ມີ 109 ທ່ານ, ຍິງ 41 ທ່ານ;
  • – ປະລິນຍາຕີ ມີ 209 ທ່ານ, ຍິງ 74 ທ່ານ;
  • – ປະລິນຍາໂທ ມີ 111 ທ່ານ, ຍິງ 16 ທ່ານ;
  • – ປະລິນຍາເອກ ມີ 9 ທ່ານ, ຍິງ 1 ທ່ານ;

6. ລະດັບທິດສະດີ :

  • – 45 ວັນ ມີ 48 ທ່ານ, ຍິງ 10 ທ່ານ;
  • – ຂັ້ນຕົ້ນ ມີ 27 ທ່ານ, ຍິງ 11 ທ່ານ;
  • – ຂັ້ນກາງ ມີ 133 ທ່ານ, ຍິງ 51 ທ່ານ;
  • – ຂັ້ນສູງ ມີ 273 ທ່ານ, ຍິງ 73 ທ່ານ;
  • – ບໍ່ຜ່ານ ມີ 13 ທ່ານ, ຍິງ 5 ທ່ານ.

ຂ. ຈໍານວນຜູ້ທີ່ໄດ້ຮັບເລືອກຕັ້ງເປັນ ສສຂ ແຕ່ລະແຂວງ ແລະ ເມືອງ:

I. ເຂດ 01 ນະຄອນຫຼວງວຽງຈັນ ຈໍານວນ 31 ທ່ານ, ຍິງ 8 ທ່ານ.

  • 1. ເມືອງຈັນທະບູລີ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 2. ເມືອງສີໂຄດຕະບອງ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 3. ເມືອງໄຊເສດຖາ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 4. ເມືອງສີສັດຕະນາກ ຈໍານວນ 4 ທ່ານ, ຍິງ 2 ທ່ານ.
  • 5. ເມືອງນາຊາຍທອງ ຈໍານວນ 3 ທ່ານ, ຍິງ 0 ທ່ານ.
  • 6. ເມືອງໄຊທານີ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 7. ເມືອງຫາດຊາຍຟອງ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 8. ເມືອງສັງທອງ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 9. ເມືອງປາກງື່ມ ຈໍານວນ 3 ທ່ານ, ຍິງ 0 ທ່ານ.

II. ເຂດ 02 ແຂວງຜົ້ງສາລີ ຈໍານວນ 24 ທ່ານ, ຍິງ 6 ທ່ານ.

  • 1. ເມືອງຜົ້ງສາລີ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 2. ເມືອງຂວາ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 3. ເມືອງໃໝ່ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 4. ເມືອງສໍາພັນ ຈໍານວນ 3 ທ່ານ, ຍິງ 0 ທ່ານ.
  • 5. ເມືອງບຸນເໜືອ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 6. ເມືອງຍອດອູ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 7. ເມືອງບຸນໃຕ້ ຈໍານວນ 3 ທ່ານ,ຍິງ 1 ທ່ານ.

III. ເຂດ 03 ແຂວງຫຼວງນໍ້າທາ ຈໍານວນ 21 ທ່ານ, ຍິງ 6 ທ່ານ.

  • 1. ເມືອງຫຼວງນໍ້າທາ ຈໍານວນ 5 ທ່ານ, ຍິງ 1 ທ່ານ.
  • 2. ເມືອງສິງຈໍານວນ 4 ທ່ານ, ຍິງ 2 ທ່ານ.
  • 3. ເມືອງລອງ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 4. ເມືອງວຽງພູຄາ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 5. ເມືອງນາແລ ຈໍານວນ 4 ທ່ານ, ຍິງ 1 ທ່ານ.

IV. ເຂດ 04 ແຂວງອຸດົມໄຊ ຈໍານວນ 25 ທ່ານ, ຍິງ 9 ທ່ານ.

  • 1. ເມືອງໄຊ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 2. ເມືອງຫຼາ ຈໍານວນ 4 ທ່ານ, ຍິງ 2 ທ່ານ.
  • 3. ເມືອງນາໝໍ້ ຈໍານວນ 4 ທ່ານ, ຍິງ 2 ທ່ານ.
  • 4. ເມືອງງາ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 5. ເມືອງແບງ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 6. ເມືອງຮຸນ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 7. ເມືອງປາກແບງ ຈໍານວນ 3 ທ່ານ, ຍິງ 1 ທ່ານ.

V. ເຂດ 05 ແຂວງບໍ່ແກ້ວ ຈໍານວນ 21 ທ່ານ, ຍິງ 6 ທ່ານ.

  • 1. ເມືອງຫ້ວຍຊາຍ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 2. ເມືອງຕົ້ນເຜິ້ງ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 3. ເມືອງເມີງ ຈໍານວນ 5 ທ່ານ, ຍິງ 2 ທ່ານ.
  • 4. ເມືອງ ປາກທາ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 5. ເມືອງ ຜາອຸດົມ ຈໍານວນ 4 ທ່ານ, ຍິງ 1 ທ່ານ.

VI. ເຂດ 06 ແຂວງຫຼວງພະບາງ ຈໍານວນ 33 ທ່ານ, ຍິງ 9 ທ່ານ.

  • 1. ນະຄອນຫຼວງພະບາງ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 2. ເມືອງຊຽງເງິນ ຈໍານວນ 3 ທ່ານ, ຍິງ 0 ທ່ານ.
  • 3. ເມືອງນານ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 4. ເມືອງປາກອູ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 5. ເມືອງນໍ້າບາກ ຈໍານວນ 3 ທ່ານ, ຍິງ 0 ທ່ານ.
  • 6. ເມືອງງອຍ ຈໍານວນ 3 ທ່ານ, ຍິງ 0 ທ່ານ.
  • 7. ເມືອງປາກແຊງ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 8. ເມືອງໂພນໄຊ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 9. ເມືອງຈອມເພັດ ຈໍານວນ 3 ທ່ານ, ຍິງ 2 ທ່ານ.
  • 10. ເມືອງວຽງຄຳ ຈໍານວນ 2 ທ່ານ, ຍິງ 1 ທ່ານ.
  • 11. ເມືອງພູຄູນ ຈໍານວນ 2 ທ່ານ, ຍິງ 1 ທ່ານ.
  • 12. ເມືອງໂພນທອງ ຈໍານວນ 2 ທ່ານ, ຍິງ 0 ທ່ານ.

VII. ເຂດ 07 ແຂວງໄຊຍະບູລີ ຈໍານວນ 32 ທ່ານ, ຍິງ 11 ທ່ານ.

  • 1. ເມືອງໄຊຍະບູລີ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 2. ເມືອງຄອບ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 3. ເມືອງຫົງສາ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 4. ເມືອງເງິນ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 5. ເມືອງຊຽງຮອນ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 6. ເມືອງພຽງ ຈໍານວນ 3 ທ່ານ, ຍິງ 2 ທ່ານ.
  • 7. ເມືອງປາກລາຍ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 8. ເມືອງແກ່ນທ້າວ ຈໍານວນ 3 ທ່ານ,ຍິງ 1 ທ່ານ.
  • 9. ເມືອງບໍ່ແຕນ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 10. ເມືອງທົ່ງມີໄຊ ຈໍານວນ 2 ທ່ານ, ຍິງ 1 ທ່ານ.
  • 11. ເມືອງໄຊສະຖານ ຈໍານວນ 3 ທ່ານ, ຍິງ 0 ທ່ານ.

VIII. ເຂດ 08 ແຂວງຫົວພັນ ຈໍານວນ 29 ທ່ານ, ຍິງ 4 ທ່ານ.

  • 1. ເມືອງຊຳເໜືອ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 2. ເມືອງຊຽງຄໍ້ ຈໍານວນ 3 ທ່ານ, ຍິງ 0 ທ່ານ.
  • 3. ເມືອງຊ່ອນ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 4. ເມືອງຮ້ຽມ ຈໍານວນ 3 ທ່ານ, ຍິງ 0 ທ່ານ.
  • 5. ເມືອງວຽງໄຊ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 6. ເມືອງຫົວເມືອງ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 7. ເມືອງຊຳໃຕ້ ຈໍານວນ 3 ທ່ານ, ຍິງ 0 ທ່ານ.
  • 8. ເມືອງສົບເບົາ ຈໍານວນ 2 ທ່ານ, ຍິງ 0 ທ່ານ.
  • 9. ເມືອງແອດ ຈໍານວນ 3 ທ່ານ, ຍິງ 0 ທ່ານ.
  • 10. ເມືອງກວັນ ຈໍານວນ 3 ທ່ານ, ຍິງ 0 ທ່ານ.

IX. ເຂດ 09 ແຂວງຊຽງຂວາງ ຈໍານວນ 25 ທ່ານ, ຍິງ 8 ທ່ານ.

  • 1. ເມືອງແປກ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 2. ເມືອງຄຳ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 3. ເມືອງໜອງແຮດ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 4. ເມືອງຄູນ ຈໍານວນ 3 ທ່ານ, ຍິງ 2 ທ່ານ.
  • 5. ເມືອງໝອກ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 6. ເມືອງພູກູດ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 7. ເມືອງຜາໄຊ ຈໍານວນ 3 ທ່ານ, ຍິງ 1 ທ່ານ.

X. ເຂດ 10 ແຂວງວຽງຈັນ ຈໍານວນ 31 ທ່ານ, ຍິງ 12 ທ່ານ.

  • 1. ເມືອງໂພນໂຮງ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 2. ເມືອງທຸລະຄົມ ຈໍານວນ 3 ທ່ານ, ຍິງ 2 ທ່ານ.
  • 3. ເມືອງແກ້ວອຸດົມ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 4. ເມືອງກາສີ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 5. ເມືອງວັງວຽງ ຈໍານວນ 3 ທ່ານ, ຍິງ 1 ທ່ານ
  • 6. ເມືອງເຟືອງ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 7. ເມືອງຊະນະຄາມ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 8. ເມືອງແມດ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 9. ເມືອງວຽງຄຳ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 10. ເມືອງຫີນເຫີບ ຈໍານວນ 2 ທ່ານ, ຍິງ 1 ທ່ານ.
  • 11. ເມືອງໝື່ນ ຈໍານວນ 2 ທ່ານ, ຍິງ 1 ທ່ານ.

XI. ເຂດ 11 ແຂວງບໍລິຄໍາໄຊ ຈໍານວນ 25 ທ່ານ, ຍິງ 8 ທ່ານ.

  • 1. ເມືອງປາກຊັນ ຈໍານວນ 4 ທ່ານ, ຍິງ 2 ທ່ານ.
  • 2. ເມືອງທ່າພະບາດ ຈໍານວນ 3 ທ່ານ, ຍິງ 0 ທ່ານ.
  • 3. ເມືອງປາກກະດິງ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 4. ເມືອງບໍລິຄັນ ຈໍານວນ 4 ທ່ານ, ຍິງ 2 ທ່ານ.
  • 5. ເມືອງຄໍາເກີດ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 6. ເມືອງວຽງທອງ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 7. ເມືອງໄຊຈໍາພອນ ຈໍານວນ 3 ທ່ານ, ຍິງ 1 ທ່ານ.

XII. ເຂດ 12 ແຂວງຄໍາມ່ວນ ຈໍານວນ 30 ທ່ານ, ຍິງ 12 ທ່ານ.

  • 1. ເມືອງທ່າແຂກ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 2. ເມືອງມະຫາໄຊ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 3. ເມືອງໜອງບົກ ຈໍານວນ 3 ທ່ານ, ຍິງ 2 ທ່ານ.
  • 4. ເມືອງຫີນບູນ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 5. ເມືອງຍົມມະລາດ ຈໍານວນ 3 ສະຫາຍ, ຍິງ 1 ສະຫາຍ.
  • 6. ເມືອງບົວລະພາ ຈໍານວນ 3 ທ່ານ,ຍິງ 2 ທ່ານ.
  • 7. ເມືອງນາກາຍ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 8. ເມືອງເຊບັ້ງໄຟ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 9. ເມືອງໄຊບົວທອງ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 10. ເມືອງຄູນຄໍາ ຈໍານວນ 3 ທ່ານ, ຍິງ 1 ທ່ານ.

XIII. ເຂດ 13 ແຂວງສະຫວັນນະເຂດ ຈໍານວນ 39 ທ່ານ, ຍິງ 12 ທ່ານ.

  • 1. ນະຄອນໄກສອນ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 2. ເມືອງອຸທຸມພອນ ຈໍານວນ 3 ທ່ານ, ຍິງ 0 ທ່ານ.
  • 3. ເມືອງອາດສະພັງທອງ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 4. ເມືອງພິນ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 5. ເມືອງເຊໂປນ ຈໍານວນ 3 ທ່ານ, ຍິງ 2 ທ່ານ.
  • 6. ເມືອງນອງ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 7. ເມືອງ ທ່າປາງທອງ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 8. ເມືອງສອງຄອນ ຈໍານວນ 3 ທ່ານ, ຍິງ 0 ທ່ານ.
  • 9. ເມືອງຈໍາພອນ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 10. ເມືອງຊົນນະບູລີ ຈໍານວນ 2 ທ່ານ, ຍິງ 1 ທ່ານ.
  • 11. ເມືອງໄຊບູລີ ຈໍານວນ 2 ທ່ານ, ຍິງ 1 ທ່ານ.
  • 12. ເມືອງວິລະບູລີ ຈໍານວນ 2 ທ່ານ, ຍິງ 0 ທ່ານ.
  • 13. ເມືອງອາດສະພອນ ຈໍານວນ 2 ທ່ານ, ຍິງ 0 ທ່ານ.
  • 14. ເມືອງໄຊພູທອງ ຈໍານວນ 2 ທ່ານ, ຍິງ 1 ທ່ານ.
  • 15. ເມືອງພະລານໄຊ ຈໍານວນ 2 ທ່ານ, ຍິງ 1 ທ່ານ.

XIV. ເຂດ 14 ແຂວງສາລະວັນ ຈໍານວນ 28 ທ່ານ, ຍິງ 12 ທ່ານ.

  • 1. ເມືອງ ສາລະວັນ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 2. ເມືອງ ເລົາງາມ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 3. ເມືອງ ວາປີ ຈໍານວນ 3 ທ່ານ, ຍິງ 2 ທ່ານ.
  • 4. ເມືອງ ລະຄອນເພັງ ຈໍານວນ 4 ທ່ານ, ຍິງ 2 ທ່ານ.
  • 5. ເມືອງ ຄົງເຊໂດນ ຈໍານວນ 3 ທ່ານ, ຍິງ 1 ທ່ານ.
  • 6. ເມືອງ ຕູ້ມລານ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 7. ເມືອງ ຕະໂອ້ຍ ຈໍານວນ 4 ທ່ານ, ຍິງ 2 ທ່ານ.
  • 8. ເມືອງ ສະໜ້ວຍ ຈໍານວນ 4 ທ່ານ, ຍິງ 1 ທ່ານ.

XV. ເຂດ 15 ແຂວງຈໍາປາສັກ ຈໍານວນ 35 ທ່ານ, ຍິງ 9 ທ່ານ.

  • 1. ນະຄອນປາກເຊ ຈຳນວນ 4 ທ່ານ, ຍິງ 2 ທ່ານ.
  • 2. ເມືອງໂພນທອງ ຈຳນວນ 4 ທ່ານ, ຍິງ 0 ທ່ານ.
  • 3. ເມືອງຊະນະສົມບູນ ຈຳນວນ 3 ທ່ານ, ຍິງ 1 ທ່ານ.
  • 4. ເມືອງບາຈຽງຈະເລີນສຸກ ຈຳນວນ 3 ທ່ານ, ຍິງ 1 ທ່ານ.
  • 5. ເມືອງປາກຊ່ອງ ຈຳນວນ 4 ທ່ານ, ຍິງ 2 ທ່ານ.
  • 6. ເມືອງປະທຸມພອນ ຈຳນວນ 3 ທ່ານ, ຍິງ 1 ທ່ານ.
  • 7. ເມືອງສຸຂຸມາ ຈຳນວນ 4 ທ່ານ, ຍິງ 0 ທ່ານ.
  • 8. ເມືອງຈຳປາສັກ 3 ທ່ານ, ຍິງ 1 ທ່ານ.
  • 9. ເມືອງໂຂງ ຈຳນວນ 4 ທ່ານ, ຍິງ 0 ທ່ານ.
  • 10. ເມືອງມຸນລະປະໂມກ ຈຳນວນ 3 ທ່ານ, ຍິງ 1 ທ່ານ.

XVI. ເຂດ 16 ແຂວງເຊກອງ ຈໍານວນ 21 ທ່ານ, ຍິງ 5 ທ່ານ.

  • 1. ເມືອງທ່າແຕງ ຈໍານວນ 5 ທ່ານ, ຍິງ 1 ທ່ານ.
  • 2. ເມືອງລະມາມ ຈໍານວນ 5 ທ່ານ, ຍິງ 2 ທ່ານ.
  • 3. ເມືອງດາກຈຶງ ຈໍານວນ 5 ທ່ານ, ຍິງ 1 ທ່ານ.
  • 4. ເມືອງກະລືມ ຈໍານວນ 6 ທ່ານ, ຍິງ 1 ທ່ານ.

XVII. ເຂດ 17 ແຂວງອັດຕະປື ຈໍານວນ 21 ທ່ານ, ຍິງ 7 ທ່ານ.

  • 1. ເມືອງສາມັກຄີໄຊ ຈໍານວນ 4 ທ່ານ, ຍິງ 2 ທ່ານ.
  • 2. ເມືອງໄຊເສດຖາ ຈໍານວນ 4 ທ່ານ, ຍິງ 2 ທ່ານ.
  • 3. ເມືອງຊານໄຊ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 4. ເມືອງພູວົງ ຈໍານວນ 5 ທ່ານ, ຍິງ 1 ທ່ານ.
  • 5. ເມືອງສະໜາມໄຊ ຈໍານວນ 4 ທ່ານ, ຍິງ 1 ທ່ານ.

XVIII. ເຂດ 18 ແຂວງໄຊສົມບູນ ຈໍານວນ 21 ທ່ານ, ຍິງ 6 ທ່ານ.

  • 1. ເມືອງຮົ່ມ ຈໍານວນ 4 ທ່ານ, ຍິງ 2 ທ່ານ.
  • 2. ເມືອງລ້ອງຊານ ຈໍານວນ 5 ທ່ານ, ຍິງ 1 ທ່ານ.
  • 3. ເມືອງລ້ອງແຈ້ງ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 4. ເມືອງອະນຸວົງ ຈໍານວນ 4 ທ່ານ, ຍິງ 1 ທ່ານ.
  • 5. ເມືອງທ່າໂທມ ຈໍານວນ 4 ທ່ານ, ຍິງ 1 ທ່ານ.

ຜົນສຳເລັດດັ່ງກ່າວຂ້າງເທິງ ແມ່ນໝາກຜົນລວມຍອດຂອງການປະກອບສ່ວນທົ່ວພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ປວງຊົນລາວທັງຊາດໂດຍສະເພາະ ແມ່ນການເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຂອງຄະນະກຳມະການເລືອກຕັ້ງທຸກຂັ້ນໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ລະບຽບກົດໝາຍ ແລະ ແຜນການເຄື່ອນໄຫວໃນແຕ່ລະບາດກ້າວກ່ຽວກັບວຽກງານການເລືອກຕັ້ງ. ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ໄດ້ເຊີດຊູສະຕິຊາດ, ມີຄວາມຕື່ນຕົວ, ສະໝັກໃຈໄປນໍາໃຊ້ສິດ ແລະ ປະຕິບັດພັນທະຂອງພົນລະເມືອງ ໄປປ່ອນບັດເລືອກຕັ້ງ ເອົາບຸກຄົນທີ່ມີມາດຖານຄົບຖ້ວນເຂົ້າມາໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນສິດອຳນາດຂອງປະຊາຊົນລາວບັນດາເຜົ່າ, ປະກອບສ່ວນເຂົ້າໃນການສືບຕໍ່ສ້າງ ແລະ ປັບປຸງ, ຍົກສູງຂີດຄວາມສາມາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນຖານະເປັນອົງການອຳນາດລັດໜຶ່ງໃນລະບົບການເມືອງຂອງ ສປປ ລາວ ໃຫ້ນັບມື້ໜັກແໜ້ນເຂັ້ມແຂງ.

ການກະກຽມຄວາມພ້ອມຂອງທຸກວຽກງານ ແມ່ນໄດ້ກາຍເປັນປາງບຸນໃຫຍ່ຂອງຊາດ ດ້ວຍການເຂົ້າຮ່ວມຂອງປະຊາຊົນລາວບັນດາເຜົ່າທຸກທົ່ວໜ້າ ໂດຍຖືກຕ້ອງຕາມລະບຽບກົດໝາຍ, ທັງສອດຄ່ອງກັບສະພາບຈຸດພິເສດຕົວຈິງ ຊຶ່ງເຕັມໄປດ້ວຍຂະບວນການ ແລະບັນຍາກາດອັນເບິກບານມ່ວນຊື່ນ, ຟົດຟື້ນ ສາມາດຮັບປະກັນໄດ້ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ໂດຍພື້ນຖານ ເປັນຕົ້ນ: ມີຜູ້ມີສິດເລືອກຕັ້ງໄປໃຊ້ສິດຕົວຈິງ ກວມເຖິງ 98,02 ສ່ວນຮ້ອຍ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ການເລືອກຕັ້ງໃນຂອບເຂດທົ່ວປະເທດ, ອັນສຳຄັນແມ່ນສາມາດເລືອກຕັ້ງໄດ້ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຜູ້ທີ່ມີມາດຖານຄົບຖ້ວນໄດ້ຕາມລະດັບຄາດໝາຍຄື: ສສຊ ຈຳນວນ 164 ທ່ານ, ຍິງ 35 ທ່ານ ແລະ ສສຂ ຈຳນວນ 492 ທ່ານ, ຍິງ 148 ທ່ານ, ດ້ານໂຄງປະກອບແມ່ນຮັບປະກັນມີເພດ, ເຜົ່າຕາມໝວດພາສາ, ດ້ານອາຍຸກະສຽນ ມີທັງຮຸ່ນໜຸ່ມ, ກາງ ແລະ ອາວຸໂສ, ມີຕົວແທນຈາກສູນກາງ, ທ້ອງຖິ່ນ ຊຶ່ງປະກອບດ້ວຍຫຼາຍສາຂາວິຊາຊີບ.

ໃນສະເພາະໜ້ານີ້, ຄະນະກຳມະການເລືອກຕັ້ງແຕ່ລະຂັ້ນ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດແຜນການວຽກງານໃນບາດກ້າວທີ 4 ເປັນຕົ້ນ: ສຸມໃສ່ສະຫຼຸບຕີລາຄາວຽກງານຮອບດ້ານໃນການກະກຽມ, ການດຳເນີນການເລືອກຕັ້ງ ແລະ ການກະກຽມເນື້ອໃນທີ່ສຳຄັນຕ່າງໆກ່ຽວກັບການເລືອກຕັ້ງຄັ້ງນີ້ ຕໍ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ຊຶ່ງຈະເປີດຂຶ້ນໃນຕໍ່ໜ້ານີ້.

ອີກເທື່ອໜຶ່ງ, ຕາງໜ້າໃຫ້ແກ່ຄະນະກຳມະການເລືອກຕັ້ງລະດັບຊາດ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍມາຍັງຄະນະກຳມະການເລືອກຕັ້ງທຸກຂັ້ນ, ອົງການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນແຕ່ລະຂັ້ນ, ກະຊວງ, ອົງການ, ບັນດາແຂວງ, ເມືອງ ແລະ ຮາກຖານບ້ານ ກໍ່ຄືປະຊາຊົນລາວບັນດາເຜົ່າທຸກທົ່ວໜ້າ ທີ່ໄດ້ປະກອບສ່ວນອັນສຳຄັນໃນການປະຕິບັດ, ສິດພັນທະຂອງຕົນເຮັດໃຫ້ບັ້ນເລືອກຕັ້ງໃນຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ. ຂໍສະແດງຄວາມຊົມເຊີຍ ມາຍັງບັນດານັກຂ່າວສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າດ້ວຍຄວາມຮັບຜິດຊອບສູງ ເພື່ອສະໜອງຂໍ້ມູນໃຫ້ປະຊາຊົນບັນດາ ເຜົ່າໄດ້ຮັບຊາບ ກ່ຽວກັບ ສະພາບການເລືອກຕັ້ງແຕ່ລະໄລຍະຢ່າງທັນການຕະຫລອດມາ ແລະ ຂໍໃຫ້ບັນດາທ່ານ ຈົ່ງໄດ້ສືບຕໍ່ນຳເອົາຜົນສຳເລັດຂອງການເລືອກຕັ້ງຄັ້ງນີ້ໄປເຜີຍແຜ່ຜ່ານພາຫະນະສື່ມວນຊົນຕ່າງໆ ເພື່ອໃຫ້ສັງຄົມໄດ້ຊາບຢ່າງທົ່ວເຖິງອີກດ້ວຍ.

ມາຮູ້ຈັກ ທີ່ມາຂອງລົດກະບະນິສສັນ Nissan

ທີ່ມາຂອງລົດກະບະນິສສັນ Nissan

ນັບຕັ້ງແຕ່ນິສສັນ Nissan ໄດ້ຖືກສ້າງຕັ້ງຂຶ້ນມາໃນຫຼາຍປີທີ່ຜ່ານມາ, ທາງບໍລິສັດໄດ້ພະຍາຍາມສ້າງແຮງບັນດານໃຈໃຫ້ແກ່ຜູ້ຂັບຂີ່, ບໍ່ວ່າຈະເປັນການສະໜອງຄວາມພື່ງພໍໃຈ ແລະ ຄວາມສະດວກໃນດ້ານການຂັບຂີ່ໃຫ້ແກ່ຜູ້ຊົມໃຊ້ລົດຍົນ. ນັບແຕ່ປີ 1933, ບໍລິສັດນິສສັນ Nissan ໄດ້ຜະລິດປະເພດລົດຍົນທີ່ຕອບສະໜອງຄວາມພື່ງພໍໃຈແກ່ຜູ້ຂັບຂີ່. ປະຫວັດການຜະລິດລົດຍົນຂອງພວກເຮົາຄືການສ້າງຄວາມທ້າທ້າຍໃນການຂັບຂີ່ລົດຍົນຂອງພວກເຮົາຢ່າງບໍ່ມີທີ່ສີ້ນສຸດ.

ທາງນິສສັນ Nissan ໄດ້ເລີ່ມຜະລິດລົດກະບະນັບແຕ່ຕົ້ນປີ 1933 ພ້ອມກັບການຜະລິດລົດເກັງແດທ໌ຊັນ Datsun ລຸ້ນທີ່ 12. ໂດຍອີງໃສ່ມາດຕະຖານລົດກະບະແດທ໌ຊັນ Datsun ລຸ້ນທີ່ 12, ທີ່ມີເຄື່ອງຈັກ 788cc DAT  ແລະ ມີກໍາລັງການເຜົ່າຜານຢູ່ທີ່ 12 ແຮງມ້າ. ນັບແຕ່ນັ້ນມາ, ລົດກະບະທີ່ບໍລິສັດໄດ້ຜະລິດອອກມາຖືວ່າເປັນລົດຍົນທີໃຫ້ຄວາມສະດວກ ແລະ ອະເນກປະສົງທີ່ຍັງບໍ່ຫຼາຍເທົ່າທີ່ຄວນ. ດັ່ງນັ້ນ, ຜູ້ຜະລີດລົດກະບະຈື່ງໄດ້ຢຸດຜະລິດລົດຍົນ, ບໍ່ວ່າຈະເປັນອຸປະກອນ ແລະ ອາໄລ່ລົດຍົນຈາກຖານການຜະລິດ ເນື່ອງຈາກລົດຍົນເຮັດໃຫ້ຜູ້ຂັບຂີ່ມີການຂັບຂີ່ທີ່ລໍາບາກ ເວລາທີ່ຂັບຂີ່ໃນໄລຍະທາງໄກ.

ໃນປີ 1955, ລົດກະບະລຸ້ນ 120 ໄດ້ຖືກຜະລິດອອກມາດ້ວຍຮູບຊົງທັນສະໄໝເປັນລຸ້ນທຳອິດ. ແລ້ວໄດ້ມີການພັດທະນາມາເປັນກະບະລຸ້ນ 220 ໃນປີ 1957 ແລະ ລຸ້ນ 320 ປີ 1962. ສ່ວນກະບະລຸ້ນ 520 ແມ່ນຖືກຜະລິດອອກມາເປັນລຸ້ນທີ 4 ໃນປີ 1965 ຊື່ງໄດ້ຮູບຊົງມາຈາກບານານາ ເບັນເດີ ແດທ໌ຊັນ ບູລ໌ເບີດ ‘Banana-Bender’ Datsun Bluebird.

ສ່ວນລົດກະບະຮູບແບບລຸ້ນ 720 ທີ່ສືບຕໍ່ຜະລິດມາແຕ່ປີ 1980 ຈົນເຖີງປັດຈຸບັນໄດ້ຖືກແທນທີ່ດ້ວຍນິສສັນ ນາວາຣາ ດີ 21 Nissan Navara D21 ໃນປີ 1986.

ໃນຂະນະທີ່ນິສສັນ ນາວາຣາ Nissan Navara ສືບຕໍ່ຜະລິດ ແລະ ຂາຍໃນຕະຫຼາດລົດຍົນໃນບາງປະເທດ, ລົດກະບະລຸ້ນ D22 ກໍ່ໄດ້ຖືກປັບປຸງ ແລະ ໄດ້ຖືກແນະນຳໃນປີ 1997.

ສືບຕໍ່ຄວາມສຳເລັດ, ບໍລິສັດໄດ້ເປີດຕົວນິສສັນ ນາວາຣາ Nissan Navara D4 ໃນປີ 2005, ຈົນເຖີງການແທນທີ່ດ້ວຍນິສສັນ ນາວາຣາ Nissan Navara NP300 

( ລຸ້ນ D23) ໃນປີ 2015, ເຊິ່ງເປັນລົດທີ່ພວກເຮົາຮູ້ຈັກໃນປະຈຸບັນ.

ນີ້ເປັນພາກທີ່ 1 ໃນຈໍານວນ 5 ພາກ ຂອງບົດຂຽນພິເສດທີ່ນຳມາສະ

ເໜີທ່ານໂດຍບໍລິສັດຕັນຈົງມໍເຕີຣ໌ (ລາວ) ຈຳ ກັດ.

ພາບລວມຂອງນິສສັນ ນາວາຣາ Nissan Navara ລຸ້ນໃໝ່

ລົດກະບະນິສສັນ Nissan ມີປະຫວັດການກໍ່ສ້າງມາຍາວນານຫຼາຍກວ່າ 80 ປີ, ຊື່ງທາງບໍລິສັດໄດ້ຍຶດໝັ້ນໃນດ້ານຄວາມເຊື່ອໃນການນຳເອົາເຕັກໂນໂລຢີທີ່ທັນສະໃໝ່ຂອງລົດຍົນມາສູ່ລູກຄ້າໃຫ້ຫຼາຍເທົ່າທີ່ຈະເປັນໄປໄດ້.

ນັບແຕ່ມີການແນະນໍາລົດກະບະໃນປີ 1985, ທັງລົດກະບະນິສສັນ Nissan ແລະ ແດທ໌ຊັນ Datsun ຜ່ານມາຫຼາຍໆ ທົດສະຕະວັດ ແຜ່ນປ້າຍລົດນາວາຣາ Navara ໄດ້ຖືກນໍາມາໃຊ້ທີ່ສະແດງເຖີງການເອົາຊະນະສະຖານທີ່ທີ່ລົດຍົນເດີນທາງໄປເຖີງບໍວ່າຈະເປັນການຂັບເທີງສັນທະເລຊາຍຊາຮາຣາ ແລະ ປ່າດົງດິບຂອງປະເທດໄທ ໄປຈົນເຖິງເຂດຂຸດຄົ້ນບໍ່ແຮ່ຂອງຊິລີໃນອາເມລິກາໃຕ້ເຊີ່ງຕັ້ງຢູ່ສູງກວ່ານໍ້າທະເລ 4,000 ແມັດ. ດ້ວຍໂຄງສ້າງທີ່ແຂງແຮງຂອງລົດກະບະເຮັດໃຫ້ລົດຍົນສາມາດແລ່ນໄດ້ເທີງສະພາບຖະໜົນທີ່ແລ່ນບໍ່ສະດວກ, ເຮັດໃຫ້ຜູ້ຂັບຂີ່ມີຄວາມອິດສະຫຼະ ແລະ ມີຄວາມໜັ້ນໃຈທີ່ຫຼາຍຂື້ນໃນການຂັບຂີ່. ເຊີ່ງເຮັດໃຫ້ລົດຍົນກາຍເປັນຄູ່ຮ່ວມເດີນທາງທີ່ໜ້າເຊື່ອຖື ພ້ອມທີ່ຈະໃຊ້ງານ ໜັກ ແລະ ພ້ອມທີ່ຈະເດີນທາງແບບປະຈົນໄພ.

ດ້ວຍການທີ່ລົດຍົນໄດ້ກາຍມາເປັນຄູ່ຮ່ວມງານ ແລະ  ເດີນທາງທີ່ໜ້າເຊື່ອຖື, ເຮັດໃຫ້ ນາວາຣາ Navara ໄດ້ຮັບລາງວັນຊະນະ ໃນການນໍາໃຊ້ເທັກໂນໂລຢີຂັ້ນສູງທີ່ດີທີ່ສຸດ, ເຊີ່ງລວມເຖີງທັງລະບົບການເຄື່ອນທີ່ອັນຊານສະຫຼາດ ແລະ ລະບົົບຄວາມປວດໄພຂອງລົດຍົນເຮັດໃຫ້ ນາວາຣາ Navara ເປັນລົດຍົນທີ່ມີຄວາມລໍ້າສະໄໝ່ທີ່ສຸດຕະຫຼອດເວລາ.

ໃນປີ 2021 ທາງບໍລິສັດ ໄດ້ແນະນຳລົດທີ່ອອກມາໃໝ່ເຊັ່ນ ນີວ ນິສສັນ ນາວາຣາ New Nissan Navara. ເຊີ່ງດ້ານໜ້າຂອງນາວາຣາ Navara ໄດ້ຖືກປັບປຸງໃໝ່ ໃຫ້ເປັນເອກະລັກ ແລະ ສາມາດຈົດຈໍາໄດ້ງາຍ. ລົດຍົນລຸ້ນໃໝ່ທີ່ມາພ້ອມກັບອີນເທີຣ໌ລອກຄ໌ ເກລ໌ interlock grille ເຮັດໃຫ້ລົດຍົນກາຍເປັນລົດທີ່ມີເອກະລັກສະເພາະ ທີ່ພົບເຫັນສະເພາະໃນລົດຕະກຸນກະບະຂອງນິສສັນ Nissan ແລະ ໄດ້ຖືກແນະນຳຄັ້ງທຳອິດໃນລົດນິສສັນ ໄທທັນ Nissan Titan ລຸ້ນໃໝ່ຫຼ້າສຸດ – ເຊີ່ງສ້າງຄວາມແຂງແຮງໃຫ້ແກ່ດ້ານໜ້າຂອງລົດຍົນ. ດ້ວຍຮູບຊົງທີ່ໜ້າຂື້ນ ແລະ ເປັນຮູບລວງຕັ້ງ, ເຮັດໃຫ້ອີນເທີຣ໌ລອກຄ໌ ເຟຣ໌ມ ເກລ໌ interlock frame grille ຍືນອອກໄປຂ້າງໜ້າ ແລະ ຍຶດກັນກັບເອົາເຄື່ອງຈັກ. ສິ່ງນີ້ໄດ້ສ້າງຄວາມແຂງແຮງ ທົນທານ ແລະ ຄວາມສາມາດໃນການຂັບເຄື່ອນຂອງລົດຍົນ.

ສີ່ງທີ່ໂດດເດັ່ນຂອງໂຄງສ້າງຂອງລົດກະບະຄືຮູບສົງທີ່ແໜ້ນໜ້າ ແລະ ພາບລັກທີ່ແຂງແຮງ ເຊີ່ງເປັນຮູບແບບທີ່ງົດງາມດ້ວຍຕະໜ່າງດ້ານໜ້າທີ່ຍົກສູງ ແລະ ມີຄວາມກວ້າງຂອງປະຕູ້ດ້ານຫຼ້ງ. ສ່ວນຕົວອັກສອນຂອງລົດຍົນກໍ່ໄດ້ມີການປັບປຸງໃຫ້ເປັນຮູບຊົງຕົວອັກສອນທີ່ໂດດເດັ່ນຂື້ນກວ່າເກົ່າ.

ດ້ວຍຮູບລັກໃໝ່ຂອງນາວາຣາ Navara ມີຈຸດເດັ່ນຢູ່ທີ່ດ້ານໜ້າ ແລະ ໄຟຫຼີ່ໃນຕອນກາງເວັນທີ່ເປັນຊົງຮູບຕົວຊີ Cແລະ ເທັກໂນໂລຢີຂັ້ນສູງ. ໄຟຣັນນີງ ໄລທສ໌ Running Lights ແລະ ຫົວໂຄມໄຟເລດທ໌ ໂປຣ໌ແຈກເຕີຣ໌ LED projector ຊົງ 4 ຫຼ່ຽມ, ເພີ່ມຄວາມສະຫວ່າງ ແລະ ເພີ່ມຄວາມຊັບຊ້ອນຂອງການອອກແບບທີ່ສວຍງາມ.  ຮູບຊົງຂອງຫົວໂຄມໄຟເລດທ໌ LED ແບບໃໝ່ເຮັດໃຫ້ໄຟລົດຍົນສະຫວ່າງຂື້ນກວ່າເກົ່າ ຂະນະທີ່ໄຟໂປຣ໌ເຈັກເຕີ projector ທັງ 4 ດວງ ເຮັດໃຫ້ໄຟຂອງລົດຍົນມີຄວາມຊັບຊ້ອນໃນຕົວຂອງມັນ.

ຕ້ອງບອກວ່າຮູບຊົງການອອກແບບໃໝ່ທາງດ້ານໜ້າຂອງນາວາຣາ Navara ແມ່ນເປັນເອກະລັກ ແລະ ກໍ່ໃຫ້ຄວາມໂດດເດັນທີ່ສວຍງາມຂອງລົດຍົນນິສສັນ Nissan ທີ່ເຫັນມາແຕ່ໄກ.

ສ່ວນໄຟທ້າຍເລດທ໌ LED ທີ່ເປັນເອກະລັກ ແລະ ໄຟທີ່ສະຫວ່າງຂື້ນເຮັດໃຫ້ຮູບລັກຂອງໄຟມີຄວາມສວຍງາມ ແລະ ຄວາມສະຫວ່າງຂອງໄຟທີ່ເພີ່ມຂື້ນໄດ້ສ້າງຄວາມປອດໄພໃຫ້ແກ່ຜູ້ຂັບຂີ່ ທີ່ໃຊ້ລົດຍົນໃນຕອນກາງຄືນ.

ເພື່ອຄວາມສະດວກສະບາຍໃນການຂັບຂີ່ທີ່ເພີ່ມຂື້ນ, ລົດກະບະໄດ້ຮັບການຕິດຕັ້ງກັ້ນຊົນຫຼັງແບບໃໝ່ເພື່ອຄວາມສະດວກໃນການເຂົ້າເຖິງ ແລະ ການນຳໃຊ້. ສ່ວນຊຸດຕົບແຕ່ງດ້ານຂ້າງແບບໃໝ່ຍັງເຮັດໃຫ້ມີການລະບາຍອາກາດທີ່ດີຂື້ນ ຫຼຸດຜ່ອນສຽງລົມ ແລະ ເຮັດໃຫ້ການເຜົ່າຜານຂອງນໍ້າມັນດີຂື້ນ.



ສີ່ງທີ່ລືມບໍ່ໄດ້ຄືການອອກແບບໃໝ່ຂອງກົງລໍ້ທີ່ມີຮູບຊົງທີ່ຊັດເຈນ ແລະ ສວຍງາມດ້ວຍການນໍາໃຊ້ສອງໂທນສີ ດູໂອລ໌ ໂທນ 18 dual-tone 18ທີ່ເພີ່ມຄວາມສົມບູນແບບໃຫ້ແກ່ນາວາຣາ Navara ດ້ວຍຮູບຊົງທີ່ແຂງແຮງກວ່າເກົ່າ.

ສີ່ງເຫຼົ່ານີ້ຄືການປະສົມປະສານຄວາມທົນທານຂອງລົດກະບະທີ່ມາພ້ອມກັບຄວາມສະດວກສະບາຍຂອງຜູ້ໂດຍສານທີ່ເພີ່ມຂື້ມພ້ອມດ້ວຍລະດັບຂອງເທັກໂນໂລຢີທີ່ເຫັນໄດ້ຈາກຍີ່ຫໍ້ລົດຍົນທີ່ຫຼູຫຼາ. ນາວາຣາ Navara ລຸ້ນໃໝ່ຍັງຍົກລະດັບສະປຣີງດ້ານຂອງລົດຍົນແບບມັລທີລີ້ງ multilink ທີ່ຊ່ວຍໃຫ້ລົດຍຶດກັບທ້ອງຖະໜົນ ມີການຊົງຕົວຂອງລົດຍົນທີ່ແນ່ນອນ ແລະ ເຮັດໃຫ້ການຂັບຂີ່ສະດວກສະບາຍ.

ນີ້ເປັນພາກທີ່ 2 ໃນຈໍານວນ 5 ພາກ ຂອງບົດຂຽນພິເສດທີ່ນຳມາສະ

ເໜີທ່ານໂດຍບໍລິສັດຕັນຈົງມໍເຕີຣ໌ (ລາວ) ຈຳ ກັດ.

ການອອກແບບໃໝ່ທີ່ແຂງແຮງ ໄດ້ເພີ່ມຄວາມສະດວກສະບາຍພາຍໃນລົດ

ນິສສັນ ນາວາຣາ Nissan Navara ລຸ້ນໃໝ່ ເປີດຕົວດ້ວຍການອອກແບບໂຄງຮ່າງລົດຍົນທີ່ທົນຕໍ່ການແຕກຫັກ ມີຄວາມແຂງແຮງໃນຕົວ, ການອອກແບບທາງດ້ານນອກຂອງລົດຍົນປະກອບດ້ວຍຫຼາຍຊັ້ນ; ເຮັດໃຫ້ອາຍຸການນໍາໃຊ້ທົນທານ ແລະ ມີຄວາມຄ່ອງຕົວທີ່ເພີ່ມຂື້ນ.

ພາຍໃນລົດຍົນ, ດ້ວຍຮູບລັກຂອງນາວາຣາ Navara ລຸ້ນໃໝ່ຊ່ວຍໃຫ້ການຂັບຂີ່ມີຄວາມງຽບ ແລະ ດ້ວຍອົງປະກອບລົດຍົນມີການເພີ່ມປະສິດທິພາບການປັບປຸງການແຍກສຽງລົບກວນທີ່ມາຈາກແວ່ນໜ້າລົດ ແລະ ແວ່ນດ້ານຂ້າງດ້ວຍແກ້ວແລມມີເນັທດ໌  laminated ເຊີ່ງຊ່ວຍລົດຄວາມຕຶງຄຽດຂອງຜູ້ຂັບຂີ່ ແລະ ຜູ້ໂດຍສານ.

ນອກຈາກນັ້ນ, ທາງດ້ານໜ້າຂອງລົດກະບະໃນປັດຈຸບັນຍັງເພີ່ມຄວາມສະດວກສະບາຍ ແລະ ເນັ້ນການອອກແບບເພື່ອຜູ້ຂັບຂີ່. ຊື່ງລວມເຖີງການອອກແບບພວງມະໄລ 3 ກ້ານແບບຊົງສະພອດທ໌ໃນແບບລົດຍົນນີສສັນ Nissan ລຸ້ນໃໝ່ ແລະ ມີການປັບປຸງໜ້າຈໍລົດຍົນທີ່ກ້ວາງຂື້ນ 8 ນີ້ວ ເຊີ່ງໃຊ້ລະບົບສໍາຜັດຄໍາສັ່ງດ້ວຍສຽງ ແລະ ຈໍສະແດງການເດີນທາງ. ລົດຍົນໄດ້ເພີ່ມການຕອບໂຈດຄວາມຕ້ອງການຂອງລູກຄ້າໃນການນໍາໃຊ້ລົດຍົນທີ່ມີຄວາມຫຼາກຫຼາຍ, ດ້ວຍໜ້າຈໍທີ່ກວ້າງ 8 ນີ້ວ ທີ່ເຂົ້າກັນກັບຕົວລົດຍົນນິສສັນ Nissan ລຸ້ນໃໝ່ ເຊື່ອມຕໍ່ກັບລະບົົບຄວາມບັນເທີງຂອງລົດຍົນ. ລະບົບນີ້ເຮັດໃຫ້ຜູ້ນໍາໃຊ້ລົດຍົນສາມາດເຊື່ອມຕໍ່ສະມາດທ໌ໂຟນ smartphone ເຂົ້າກັບລະບົົບຂອງລົດຍົນໄດ້ຢ່າງງ່າຍດາຍ ບໍ່ວ່າຈະເປັນການເຊື່ອມບູລ໌ທູດທ໌ Bluetooth, ການຈົດຈໍາສຽງຄໍາສັງ ແລະ ບອກເສັ້ນທາງການເດີນທາງ.

ໃນຂະນະທີ່ຜູ້ຂັບຂີ່ຈະໄດ້ຮັບຄວາມສະດວກສະບາຍໃນການຂັບຂີ່ດ້ວຍໜ້າຈໍສະແດງຜົນທີ່ເປັນຈໍມີຄວາມລະອຽດສູງ ແລະ ກວ້າງ 7 ນິ້ວ 

ສ່ວນເບາະນັ່ງດ້ານຫຼັງຂອງລົດຍົນໃນປັດຈຸບັນແມ່ນມີຄວາມສະດວກສະບາຍຍິ່ງຂຶ້ນສຳລັບຜູ້ໂດຍສານ, ໂດຍມີການຍົກລະດັບໃຫ້ເບາະນັ່ງທີ່ຮັບກັບນໍ້າໜັກຂອງຂາ ແລະ ເບາະດ້ານຫຼັງທີ່ໂຄ້ງຊ່ວຍຮັບກັບຫຼັງຂອງຜູ້ໂດຍສານ. ດ້ວຍຄວາມສະດວກສະບາຍເພີ່ມຂື້ນ, ຜູ້ໂດຍສານທີ່ຢູ່ດ້ານຫຼັງຍັງສາມາດນຳໃຊ້ບ່ອນວາງແຂນດ້ານຫຼັງ ພ້ອມກັບທີ່ວາງເຄື່ອງດື່ມ ແລະ ໂທລະສັບ.

ເພີ່ມຄວາມສະດວກສະບາຍໃຫ້ແກ່ຜູ້ຂັບຂີ່ ແລະ ຜູ້ໂດຍສານ, ປັດຈຸບັນນາວາຣາ Navara ມີທີ່ສຽບຍູເອັດສ໌ບີ USB ຫຼາຍທີ່ພາຍໃນລົດຍົນ ເພື່ອສາກໄຟອຸປະກອນຕ່າງໆ ເພື່ອໃຫ້ຜູ້ໂດຍສານໄດ້ສາກໄຟກັບອຸປະກອນໄດ້ຢ່າງຕໍ່ເນື່ອງ ໃນຂະນະທີ່ຂັບລົດທາງໄກ. ເພື່ອເປັນການຕອບຮັບຕາມຄຳຄິດເຫັນຂອງລູກຄ້າ, ໃນຕອນນີ້ລົດກະບະແມ່ນໃຊ້ຮູສຽບຍູເອັດສ໌ບີ USB ລຸ້ນ Type C ໃນຄອນໂຊນ console, ເຊິ່ງສາມາດຮອງຮັບການສາກໄຟຂອງອຸປະກອນຕ່າງໆໄດ້.

ນີ້ເປັນພາກທີ່ 3 ໃນຈໍານວນ 5 ພາກ ຂອງບົດຂຽນພິເສດທີ່ນຳມາສະ

ເໜີທ່ານໂດຍບໍລິສັດຕັນຈົງມໍເຕີຣ໌ (ລາວ) ຈຳ ກັດ.

ດ້ວຍຮູບຊົງທີ່ແຂງແຮງ ມາພ້ອມກັບເທັກໂນໂລຢີ ແລະ ຄວາມສະຫງົບໃນການຂັບຂີ່

ດ້ວຍຮູບລັກແບບໃໝ່ ແລະ ຮູບຊົງທີ່ໜ້າປະທັບໃຈຂອງນິສສັນ ນາວາຣາ Nissan Navara ທີ່ມາພ້ອມກັບເທັກໂນໂລຢີທີ່ທັນສະໄໝລ້າສຸດ.

ດ້ວຍຮູບລັກແບບໃໝ່ ທີ່ມາພ້ອມເທັກໂນໂລຢີທີ່ມີລະດັບດີທີ່ສຸດໂດຍການຂັບເຄື່ອນອັນຊານສະຫຼາດຂອງລົດຍົນ  Nissan ເຮັດໃຫ້ນາວາຣາ Navara ກາຍເປັນລົດຍົນທີ່ມີຄວາມລໍ້າສະໄໝທີ່ສຸດ. ເທັກໂນໂລຢີເຫຼົ່ານີ້ສ້າງຄວາມປອດໄພໃນການຂັບຂີ່ໄດ້ເຖີງ 360 ອົງສາ ສໍາລັບລົດຍົນ, ເຊີ່ງຊ່ວຍປົກປ້ອງຜູ້ຂັບຂີ່ ແລະ ຜູ້ໂດຍສານຈາກຄວາມສ່ຽງທີ່ອາດເກີດຂື້ນຈາກການຂັບຂີ່ ແລະ ໃຫ້ຄວາມຫງຽບໃນການເດີນທາງ. ການປະສົມປະສານຂອງເຕັກໂນໂລຢີເຫຼົ່ານີ້ໄດ້ຍົກລະດັບຄວາມສະດວກສະບາຍ, ແລະ ຄວາມປອດໄພເຊິ່ງຊ່ວຍໃຫ້ລູກຄ້າມີຄວາມໝັ້ນໃຈໃນການນຳໃຊ້ລົດຍົນ ບໍ່ວ່າຈະຂັບໄປເຮັດວຽກ ແລະ ເດີນທາງທ່ອງທ່ຽວ.

ດ້ວຍກ້ອງທີ່ສາມາດເບີ່ງພາບຮອບທິດທາງຂອງລົດຍົນນິສສັນ Nissan ສາມາດຈັບພາບຮອບຕົວເຮັດໃຫ້ຜູ້ຂັບຂີ່ສາມາດເບິ່ງມຸມ 360 ອົງສາຮອບຍານພາຫະນະເຮັດໃຫ້ງ່າຍຕໍ່ການຂັບ ແລະ ການຈອດ.

ລະບົບລົດຍົນໃນປັດຈຸບັນປະກອບດ້ວຍສອງອົງປະກອບໃໝ່ຄືການກວດສອບວັດຖຸທີ່ກໍາລັງເຄື່ອນທີ່ ເຊິ່ງຈະເຕືອນຜູ້ຂັບຂີ່ເວລາທີ່ວັດຖຸນັ້ນກໍາລັງເຄື່ອນຍ້າຍຮອບຕົວລົດ. ໃນເວລາທີ່ລົດກໍາລັງເຄື່ອນຕົວອອກຈາກທີ່ຈອດລົດ, ລະບົບຈະຊ່ວຍເພີ່ມຄວາມຮັບຮູ້ຂອງຜູ້ຂັບຂີ່ໃນສະພາບແວດລ້ອມອ້ອມຂ້າງ ແລະ ເພີ່ມຄວາມງຽບໃນການຂັບຂີ່.

ເມື່ອລະບົບ I-MOD ກວດພົບວັດຖຸທີ່ກໍາລັງເຄື່ອນທີ່ໃກ້ກົບລົດຍົນ, ຈະສົ່ງສຽງເຕືອນ ແລະ ສະແດງກອບສີເຫຼືອງເທີງໜ້າຈໍສະແດງຜົນ ເມື່ອລະບົບກວດພົບວັດຖຸ.

ຖັດໄປຄືລະບົບການໃຊ້ງານ Shift-on-the-fly 4X4 ທີ່ມາພ້ອມກັບລະບົບການກວດສອບທ້ອງຖະໜົນ, ເມື່ອລົດໄປຢູ່ຕຳແໜ່ງ 4LO, ລະບົບການກວດສອບຖະໜົນກໍ່ຈະເປີດໃຊ້ງານໂດຍອັດຕະໂນມັດ.

ດ້ວຍຟັງຊັນນີ້ຊ່ວຍຮອງຮັບເວລາພົບສີ່ງກິດຂວາງຂ້າງໆ ດ້ວຍກາານຊະລໍ້ຄວາມໄວດ້ວຍສີ່ລໍ້, ເຮັດໃຫ້ລົດຍົນມີການຊົງຕົວເມື່ອຢູ່ເທີງຖະໜົນທີ່ຢາກແກ່ການຂັບທີ່ສຸດ ເຊີ່ງເຮັດໃຫ້ຜູ້ຂັບມຄວາມໝັ້ນໃຈໃນການຂັບຂີ່. ໜ້າຈໍຈະກັບໄປໜ້າ ຈໍເດີມຫຼັງຈາກລົດແລ່ນເກີນ 10 ກິໂລແມັດຕໍ່ຊົ່ວໂມງ ຫຼື ລົດອອກຈາກ ໂໝດ 4LO ດົນກວ່າ 3 ນາທີ.

ລົດກະບະດັ່ງກ່າວຍັງມາພ້ອມຄວາມປອດໄພແບບອັດຕະໂນມັດ ແລະ ຄວາມສະດວກສະບາຍແບບໃໝ່ ເຊັ່ນທີ່ປັດນໍ້າຝົນທີ່ກວດຈັບນໍ້າຝົນ ທີ່ມາພ້ອມກັບຄວາມໄວໃນການປັດ, ທີ່ເຮັດໃຫ້ຜູ້ຂັບຂີ່ໄດ້ໃຊ້ທັງສອງມືເທີງພວງມະໄລ ໂດຍບໍ່ຕ້ອງກັງວົນກ່ຽວກັບການເບິ່ງເຫັນທີ່ຫຼຸດລົງ, ສ່ວນປຸ່ມລັອກປະຕູແບບກວດຈັບຄວາມໄວຈະລັອກປະຕູ້ທັນທີ່ເມື່ອລົດແລ່ນເກີນ 25 ກິໂລແມັດຕໍ່ຊົ່ວໂມງ ເພື່ອຄວາມປອດໄພ.

ນາວາຣາ Navara ລຸ່ນໃໝ່ ຍັງຕິດຕັ້ງແວ່ນດ້ານຂ້າງທີ່ພັບແບບອັດຕະໂນມັດເພື່ອການຈອດທີ່ສະດວກສະບາຍຍີ່ງຂື້ນ ແລະ ມີການເຕືອນທີ່ສັງເກດເຫັນໄດ້ງ່າຍເມື່ອລົດຖືກລັອກ ຫຼື ປົດລັອກ.

ນີ້ເປັນພາກທີ່ 4 ໃນຈໍານວນ 5 ພາກ ຂອງບົດຂຽນພິເສດທີ່ນຳມາສະ

ເໜີທ່ານໂດຍບໍລິສັດຕັນຈົງມໍເຕີຣ໌ (ລາວ) ຈຳ ກັດ.

ການປັບປຸງຟັງຊັນຂອງລົດກະບະ

ບໍລິສັດຕັນຈົງມໍເຕີຣ໌ລາວ (TCML) ຈະເປີດຕົວລົດກະບະນິສສັນ ນາວາຣາ Nissan Navara ລຸ້ນໃໝ່ໃນໄວໆ ນີ້ ໃນຕະຫຼາດລົດຍົນໃນລາວ, ເຊິ່ງລົດຍົນມີລະດັບຄວາມປອດໄພ, ແລະ ຄວາມສະດວກສະບາຍໃນການຂັບຂີ່ທີ່ສູງຂື້ນ, ໃນຂະນະທີ່ຍັງຄົງຄວາມແຂງແຮງ, ຄວາມໜ້າເຊື່ອຖື ແລະ ຄວາມຄ່ອງຕົວໃນການຂັບຂີ່.

ນັບແຕ່ໄລຍະສອງສາມປີທີ່ຜ່ານ ລົດກະບະນິສສັນ Nissan ທີ່ແນະນໍາໃນປະເທດລາວລຸ້ນທຳອິດແມ່ນໄດ້ຮັບຄວາມນິຍົມກັບທ້ອງຖະໜົນໃນລາວ, ລົດນິສສັນ ນາວາຣາ Nissan Navara ໄດ້ສືບຕໍ່ໄດ້ຮັບຄວາມນິຍົມສໍາລັບລູກຄ້າທີ່ຊົມໃຊ້ລົດໃນການເດີນທາງໄປເຮັດວຽກ ແລະ ໃຊ້ລົດໃນຊີວິດປະຈຳວັນ.

ດັ່ງນັ້ນ, ເພື່ອເປັນການຮັບຊ່ວງຕໍ່ຂາຍລົດກະບະ,  ບໍລິສັດຕັນຈົງມໍເຕີຣ໌ລາວ (TCML) ຈະນຳທ່ານໄປສູ້ພັນທະມິດທີ່ໜ້າໄວ້ວາງໃຈໃນການເດີນທາງໄປເຮັດວຽກ ແລະ ເດີນທາງທ່ອງທ່ຽວໃນໄວໆ ນີ້; ນິສສັນ ນາວາຣາ Nissan Navara ລຸ້ນໃໝ່ ມາພ້ອມກັບເທັກໂນໂລຢີຫຼາຍຕົວທີ່ມີລະດັບທີ່ດີທີ່ສຸດ, ລວມທັງລະບົບການເຄື່ອນທີ່ທີ່ຊານສະຫຼາດຂອງລົດຍົນ ແລະ ລະບົບຄວາມປອດໄພທີ່ເຮັດໃຫ້ເຮັດ ນາວາຣາ Navara ມີຄວາມລໍ້າສະໄໝ່ທີ່ສຸດ.

ລົດລຸ້ນໃໝ່ມີເພົາລໍ້ຫຼັງທີ່ແຂງແຮງ, ເພີ່ມຄວາມສາມາດໃນການບັນທຸກນໍ້າໜັກ, ເພີ່ມປະລິມານເນື້ອທີ່ກະບະຫຼັງ ແລະ ກັ້ນຊົນດ້ານຫຼັງແບບໃໝ່, ເຮັດໃຫ້ການວາງເຄື່ອງບັນທຸກງ່າຍຂື້ນກວ່າເກົ່າ ແລະ ຫຼຸດຜ່ອນກາານໃຊ້ງານຈາກການຂົນສົົ່ງ ແລະ ການບັນທຸກ. ນອກຈາກນີ້, ພື້ນທີ່ກະບະຫຼັງຍັງມາພ້ອມຂໍຜູກເສືອກ, ທີ່ສາມາດຍືດເຂົ້າກັບວັດຖຸຂະໜາດໃຫຍ່ ແລະ ນ້ອຍ, ເຮັດໃຫ້ການບັນທຸກເຄື່ອງຂອງງ່າຍຂື້ນ ໂດຍທີ່ບໍ່ມີສີ່ງລົບກວນ.

ພວງມະໄລລົດແບບໃໝ່ຮັບຮອງການໃຊ້ງານກັບມືຂອງຜູ້ຂັບຂີ່ ໃນເວລາທີ່ແລ່ນລົດດ້ວຍຄວາມໄວຕໍ່າ ແລະ ການຕອບສະໜອງຂອງພວງມາໄລໃນໄລຍະແລ່ນດ້ວຍຄວາມໄວ.

ລົດຍົນຍັງໃຫ້ການຂັບຂີ່ທີ່ງຽບ, ສະດວກສະບາຍ, ລົດການສັ້ນຂອງລົດຍົນ ແລະ ລົດສຽງລົບກວນໃນການຂັບຂີ່.

.

ຮູບລັກໃໝ່ເຫຼົ່ານີ້ເຮັດໃຫ້ລົດຍົນກາຍເປັນລົດທີ່ໃຊ້ໃນການເດີນທາງ ແລະ ການໃຊ້ງານຢ່າງສົມບູນແບບ, ກຽມພ້ອມຮັບມືກັບສິ່ງທ້າທາຍໃໝ່ໆ ໃນຂະນະທີ່ຍັງຮັກສາຫ້ອງຄົນຂັບທີ່ສະດວກສະບາຍຄວາມສະບາຍ, ມີຄວາມປອດໄພໃນການໃຊ້ງານ

Tດ້ວຍດີເອັນເອ DNA ຂອງເຄື່ອງຈັກຂະໜາດ 2.5L ທີ່ມີພະລັງສູງ ແລະ ເຮັດໃຫ້ການສົ່ງກໍາລັງມາໃນສອງຮູບແບບທີ່ແຕກຕ່າງກັນຄື: ສູງ ແລະ ລະດັບກາງ.

ສຳລັບລູກຄ້າລົດກະບະ, ໜຶ່ງໃນຄຸນນະພາບຂອງລົດຍົນທີ່ມີຄວາມສຳຄັນທີ່ສຸດແມ່ນການບັນທຸກ, ແລະ ວິສະວະກອນລົດຍົນຂອງນິສສັນ Nissan ໄດ້ເຮັດວຽກຢ່າງໜັກເພື່ອເພີ່ມຄວາມສາມາດໃນການບັນທຸກຂອງລົດຍົນ.

ເມື່ອລົດຢູ່ໃນໂໝດຂັບເຄື່ອນດ້ວຍສີ່ລໍ້, ນາວາຣາ Navara ຈະໃຊ້ງານລະບົບເບກ (ABLS) ເພື່ອກັ້ນລໍ້ຫຼື່ນໄຫຼ ເຊິ່ງຄວບຄຸມການສົ່ງກໍາລັງ ແລະ ເບກ ລະຫວ່າງເພົາດ້ານໜ້າ ແລະ ເພົາດ້ານຫຼັງ ທັງລະຫວ່າງເພົາດ້ານຊ້າຍ ແລະ ຂວາຂອງຍານລົດຍົນ, ຊື່ງຂື້ນຢູ່ກັບແຮງດັນ ແລະ ຄວາມໄວ.

ການເຮັດວຽກໃນລະບົບຄວບຄຸມແບບເຄື່ອນທີ່ຂອງລົດຍົນ (VDC) ແລະ ລະບົບປ້ອງກັນລໍ້ລັອກ (ABS), ລະບົບນີ້ຊ່ວຍໃຫ້ຜູ້ຂັບຂີ່ມີຄວາມໝັ້ນໃຈ ແລະ ຮູ້ສຶກປອດໄພໃນເວລາທີ່ບັນທຸກເຄື່ອງຂອງຂະໜາດໃຫຍ່ເທີງຖະໜົນທີ່ເປັນຕົ່ມ ລົດຈະຫຼຸດຜ່ອນການເລັ່ງ ແລະເບກໜ້ອຍລົງ.

ດ້ວຍການປະສົມປະສານຂອງລະບົບແຈກຢາຍເບກໄຟຟ້າແບບເອເລັກໂຕຣນິກ (EBD) ຊ່ວຍປັບແຮງເບກໃຫ້ມີຄວາມເໜາະສົມກັບເຄື່ອງທີ່ບັນທຸກ, ລະບົບຄວບຄຸມເສັ້ນທາງ (TCS) ຊ່ວຍໃຫ້ລົດແລ່ນໃນທ້ອງຖະໜົນ ແລະລະບົບ (TSA) 

ປກສ ເມືອງນາຊາຍທອງ ສຸມໃສ່ກວດກາ ແລະແກ້ໄຂກຸ່ມມົ້ວສຸມຢາເສບຕິດຢູ່ຮ້ານອິນເຕີເນັດຄາເຟ່

ໂດຍອີງໃສ່ການແຈ້ງຂໍ້ມູນຈາກພົນລະເມືອງດີ ໃນເວລາ 15:00ໂມງ ຂອງວັນທີ 3 ມີນາ 2021 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ເມືອງນາຊາຍທອງ ນວ ໄດ້ເຂົ້າກວດ ກາຮ້ານອິນເຕີເນັດຄາເຟ່ຕັ້ງຢູ່ເຂດບ້ານຊົງເປືອຍ. ຜ່ານການກວດກາພົບເຫັນກຸ່ມໄວຫຼຸ້ນ 15 ຄົນ, ຍິງ 0 ຄົນ, ພ້ອມຢາເສບຕິດປະເພດຢາບ້າຈຳນວນ 129 ເມັດ ຈຶ່ງໄດ້ກັກຕົວມາດຳເນີນການສືບສວນ-ສອບສວນຂະຫຍາຍຜົນຕໍ່ໄປ.

ຜ່ານການດຳເນີນວຽກງານສະກັດກັ້ນ ແລະແກ້ໄຂຄະດີອາຍາທົ່ວໄປຢູ່ ນະຄອນຫຼວງວຽງຈັນ ເຫັນໄດ້ວ່າບັນຫາຢາເສບຕິດ ເປັນຕົ້ນເຫດກໍ່ໃຫ້ເກີດອາດຊະຍາກຳທາງອາຍາອື່ນໆ ມີເຖິງ 80-90% ເປັນຕົ້ນການໃຊ້ຄວາມຮຸນແຮງໃນຄອບຄົວ, ຄາດຕະກຳ, ປຸ້ນຊັບ, ຊີງຊັບ, ລັກຊັບ, ຈັບຕົວທວງໜີ້, ອຸບັດຕິເຫດຕາມທ້ອງຖະໜົນ, ກໍ່ອາລະວາດຕີກັນ ແລະ ອື່ນໆ.

ເພື່ອຈຳກັດບໍ່ໃຫ້ອາດຊະຍາກຳຕ່າງໆເກີດຂຶ້ນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງຜູ້ປົກຄອງເດັກ, ໄວໜຸ່ມ ຈົ່ງພ້ອມກັນເອົາໃຈໃສ່ຄຸ້ມຄອງ, ສຶກສາອົບຮົມລູກຫຼານໃຫ້ຫ່າງໄກຢາເສບຕິດ. ບັນດາຫົວໜ່ວຍທຸລະກິດທີ່ເມີນເສີຍປະປ່ອຍໃຫ້ສະຖານທີ່ຂອງຕົນເປັນຈຸດມົ້ວສຸມ, ຄ້າຂາຍ ແລະເສບຢາເສບຕິດ ຖ້າຜົນການສອບສວນຮູ້ວ່າເປັນຜູ້ອຳນວຍຄວາມສະດວກກໍ່ຈະໄດ້ຮັບຜິດຊອບຕໍ່ໜ້າກົດໝາຍຂອງ ສປປ ລາວ.

ປກສ ນະຄອນຫຼວງວຽງຈັນ

ພໍ່ຕູ້ອາຍຸ 66 ປີຫວງເມຍແຮງ ກໍ່ເຫດໃຊ້ພ້າຂໍຟັນເມຍ ລູກສາວ ແລະ ລູກເຂີຍ

ໃນສັງຄົມປັດຈຸບັນ ບັນຫາປະກົດການຫຍໍ້ທໍ້ຫຼາຍສິ່ງຫຼາຍຢ່າງ ຍັງເກີດຂຶ້ນຢູ່ ຄືດັ່ງພວກເຮົາໄດ້ຮູ້, ໄດ້ເຫັນ, ໄດ້ຟັງທາງສື່ຕ່າງໆ ເປັນຕົ້ນທາງໂທລະພາບ, ວິທະຍຸ, ໜັງສືພິມ, ເຝສບຸກ ແລະສື່ອື່ນໆ ສະນັ້ນຄູ່ຜົວເມຍກ່ອນຈະຕົງລົງປົງໃຈ ສ້າງຄອບຄົວຢູ່ດ້ວຍກັນ ໃນເບື້ອງຕົ້ນທຸກສິ່ງທຸກຢ່າງກໍ່ວ່າດີໝົດ, ບໍ່ມີສິ່ງໃດກິດຂວາງໄດ້ ຂົມກໍ່ຍັງວ່າຫວານ ແຕ່ພາຍຫຼັງຢູ່ກິນຮ່ວມກັນຫຼາຍປີຜ່ານໄປ ຈິດໃຈພັດມີການປ່ຽນແປງ ບາງຄູ່ຄວາມຮັກກໍ່ເລີ່ມຈືດຈາງ ມີປາກມີສຽງຜິດຖຽງກັນຢູ່ຕະຫຼອດ ເຮັດໃຫ້ຄອບຄົວບໍ່ມີຄວາມສະຫງົບ ຜົວກໍ່ວ່າເປັນຍ້ອນເມຍ ເມຍພັດວ່າເປັນຍ້ອນຜົວ ຄວາມຫວານກໍ່ກາຍເປັນຂົມ, ບາງຄັ້ງກໍ່ໄດ້ລົງໄມ້ລົງມືຕົບຕີກັນຈົນໄດ້ຮັບບາດເຈັບ ບາງກໍລະນີຮ້າຍແຮງໄປກວ່ານັ້ນກໍ່ເຖິງຂັ້ນເສຍຊີວິດກໍ່ເປັນໄດ້ ຄືດັ່ງເຫດການເກີດຂຶ້ນຢູ່ບ້ານໂພນໝີ ເມືອງກາສີ ແຂວງວຽງຈັນ ໄດ້ມີທ້າວ ພອນຄຳ ອາຍຸ 66 ປີ ປະຊາຊົນ ໃຊ້ພ້າຂໍຟັນເມຍ, ຟັນລູກສາວ ແລະ ລູກເຂີຍ ບາດເຈັບສາຫັດ ກາຍເປັນຜູ້ຖືກຫາໃນຄະດີທຳຮ້າຍຮ່າງກາຍ ຖືກຈັບຕົວສົ່ງເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງກາສີ ໃນຄັ້ງວັນທີ 4 ມັງກອນ 2021 ຜ່ານມານີ້.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ທ້າວ ພອນຄຳ ໄດ້ໃຫ້ການວ່າ: ໄດ້ໃຊ້ພ້າຂໍຟັນເມຍ, ລູກສາວ ແລະ ລູກເຂີຍ ແທ້ ໃນເບື້ອງຕົ້ນ ຄັ້ງວັນທີ 3 ມັງກອນ 2021 ຜູ້ກ່ຽວກັບເມຍ ໄດ້ພາກັນໄປຕັດແຂມຢູ່ສວນເພື່ອເອົາມາເຮັດຟອຍກວດເຮືອນ ຮອດເວລາ 18 ໂມງ ຜູ້ກ່ຽວກັບເມຍ ໄດ້ເອົາແຂມມາລິ ໃນເວລາລິແຂມຢູ່ນັ້ນຜູ້ກ່ຽວກັບເມຍ ໄດ້ມີປາກມີສຽງຜິດຖຽງກັນ ຈົນຮອດເວລາ 23 ໂມງ ເມຍກໍ່ເຂົ້າໄປນອນ ສ່ວນຜູ້ກ່ຽວກໍ່ນັ່ງສູບຢາຢູ່ເຮືອນຄົວ ຈົນຮອດເວລາປະມານ 1 ໂມງ 30 ນາທີ ຂອງວັນທີ 4 ມັງກອນ 2021 ຜູ້ກ່ຽວໄດ້ຈັບເອົາພ້າຂໍຢູ່ເຖີງເປົາເຂົ້າໃນເຮືອນຄົວມາຟັນເມຍ ທີ່ນອນຢູ່ໃນຫ້ອງນອນຈຳນວນ 2 ບາດ ແທ້ ຫຼັງຈາກນັ້ນຜູ້ເປັນເມຍກໍ່ໄດ້ຮ້ອງເອີ້ນລູກສາວ,ລູກເຂີຍມາຊ່ວຍ,ລູກສາວກໍ່ໄດ້ຟ້າວໄປຫ້າມຜູ້ກ່ຽວ,ຜູ້ກ່ຽວ ກໍ່ເລີຍເອົາພ້າຂໍຟັນຫົວ 1 ບາດ,ກົກແຂນ 1 ບາດ ແລະ ເອົາງອມພ້າຂໍສັບໃສ່ຫຼັງ 4 ບາດ ຈາກນັ້ນລູກເຂີຍກໍ່ແລ່ນມາຊ່ວຍອີກ,ພໍດີຖືກພ້າຂໍຟັນເຂົ້າປາກເບື້ອງເທິງ 1 ບາດ ແລະ ນີ້ວມືຊ້າຍ 1 ບາດ ຈຶງມີຄົນຢູ່ເຮືອນໄກຄຽງ ພອມດ້ວຍ ປກສ ບ້ານ ເຂົ້າໄປຊ່ວຍຈັບຕົວທ້າວພອນຄຳ ສົ່ງໃຫ້ເຈົ້າໜ້າທີ່ ປກສ ເມືອງກາສີ ໄປດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງກາສີ ລາຍງານໃຫ້ຮູ້ວ່າ: ສາເຫດທີ່ເຮັດໃຫ້ທ້າວ ພອນຄຳ ລົງມືກໍ່ເຫດໃນຄັ້ງນີ້ ແມ່ນຍ້ອນຄວາມບໍ່ເຂົ້າໃຈກັນ ຫຶງຫວງເມຍເກີນຂອບເຂດ ຄິດວ່າເມຍຫຼີ້ນຊູ້ ເຫດການໃນຄັ້ງນີ້ເຮັດໃຫ້ເມຍ, ລູກສາວ ແລະ ລູກເຂີຍ ໄດ້ຮັບບາດເຈັບ ແລະ ໄດ້ນຳສົ່ງໄປປີ່ນປົວຢູ່ໂຮງໝໍເມືອງກາສີ ເຫັນວ່າໄດ້ປິ່ນປົວດີແລ້ວ ປະຈຸບັນແມ່ນມາອາໃສຢູ່ເຮືອນຕາມປົກກະຕິ ສ່ວນທ້າວ ພອນຄຳແມ່ນຖືກກັກຕົວມາດຳເດີນຄະດີຢູ່ຄຸມຂັງເມືອງກາສີ.

ໂດຍ: ກົງສະເດັດ

ເມືອງພຽງ ເຜີຍແຜ່ນິຕິກຳສະມາຄົມການລ້ຽງສັດ ແລະ ເກັບຊື້ເພື່ອສົ່ງອອກ

ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳສະມາຄົມການລ້ຽງສັດ ແລະ ເກັບຊື້ ເພື່ອສົ່ງອອກ ຂຶ້ນໃນວັນທີ 3 ມີນາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນກຽດເຂົ້າ ຮ່ວມຂອງ ທ່ານ ຄຳພັນ ຄຳພູບົວ ຮອງເຈົ້າເມືອໆພຽງ ຜູ້ຊີ້ນຳວຽກງານເສດຖະກິດຂອງເມືອງ, ມີບັນ ດາຂະແໜງການທີ່ກ່ຽວຂ້ອງຂອງເມືອງ, ສະມາຄົມການລ້ຽງສັດ ແລະ ເກັບຊື້ເພື່ອສົ່ງອອກຂອງແຂວງ, ພະນັກງານວິຊາການທີ່ກ່ຽວຂ້ອງ ພ້ອມດ້ວຍຜູ້ປະກອບການດ້ານການລ້ຽງສັດ ແລະ ເກັບຊື້ສັດພາຍ ໃນເມືອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການອະນຸມັດ ໃຫ້ສ້າງຕັ້ງສະມາຄົມການລ້ຽງສັດ ແລະ ເກັບຊື້ສັດເພື່ອສົ່ງອອກຂອງແຂວງ, ຂໍ້ຕົກລົງການແຕ່ງຕັ້ງສະ ມາຄົມ, ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາກົດລະບຽບຂອງສະມາຄົມ ແລະ ຮັບຟັງການຜ່ານກົດລະ ບຽບຂອງສະມາຄົມການລ້ຽງສັດ ແລະ ເກັບຊື້ສັດເພື່ອສົ່ງອອກຂອງແຂວງ ຈາກນັ້ນບັນດາຜູ້ເຂົ້າຮ່ວມກອງ ປະຊຸມໄດ້ຂຶ້ນປະກອບຄຳຄິດຄຳເຫັນເພື່ອເຮັດໃຫ້ກົດລະບຽບຂອງສະມາຄົມກໍຄືການລ້ຽງສັດ ແລະ ການ ເກັບຊື້ສັດຖືກຕ້ອງສອດຄ່ອງຕາມລະບຽບຫຼັກການ ໂດຍສະເພາະແມ່ນການຄຸ້ມຄອງການລະບາດຂອງພະ ຍາດສັດ, ຫຼີກລ່ຽງການລັກລອບຊື້-ຂາຍສັດແນໃສ່ເຮັດໃຫ້ການສົ່ງອອກ ແລະ ນຳເຂົ້າສັດຈາກຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ.

ພາບ-ຂ່າວ: ວົງສະຫວັນ ສຸທິໂວຫານ

ຫ້ອງວ່າການປະທານປະເທດ ສະຫຼຸບວຽກງານປະຈຳປີ 2020

ຫ້ອງວ່າການປະທານປະ ເທດ (ຫປທ), ໄດ້ຈັດພິທີສະ ຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2020 ແລະ ຜ່ານທິດທາງແຜນການປີ 2021, ໃນວັນທີ 3 ມີນານີ້ ທີ່ຫ້ອງວ່າການປະທານປະເທດ, ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາເມິງ ພົງທະດີ ລັດຖະມົນຕີ ຫົວໜ້າ ຫ້ອງວ່າການປະທານປະເທດ.

ທ່ານ ຄໍາເມິງ ພົງທະດີ ໄດ້ກ່າວວ່າ: ຈຸດປະສົງ ເພື່ອສະ ຫຼຸບຕີລາຄາ ການຈັດຕັ້ງ, ນໍາພາ ວຽກງານຂອງພາກສ່ວນຕ່າງໆ ໃນທົ່ວ ຫປທ, ພ້ອມທັງຮຽກຮ້ອງມາຍັງພະນັກງານ-ລັດຖະກອນ ຈົ່ງສຸມຈິດໃຈຕິດຕາມຮັບຟັງ ແລະ ປະກອບຄໍາຄິດເຫັນໃສ່ບົດສະຫຼຸບ ເພື່ອໃຫ້ບົດສະຫຼຸບນັ້ນຄົບຖ້ວນສົມບູນ.

ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການປະທານປະເທດ ໄດ້ຂຶ້ນລາຍງານບົດສະຫຼຸບປະຈໍາປີ 2020 ແລະ ທິດທາງປີ 2021 ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງໃນຕໍ່ໜ້າ.
ໃນໄລຍະທີ່ຜ່ານມາ, ຫປທ ໄດ້ສຸມໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໃນການສຶກສາອົບຮົມພະນັກງານ-ລັດຖະກອນ ໂດຍໄດ້ນໍາພາ-ຈັດຕັ້ງເຜີຍແຜ່ຜັນຂະຫຍາຍບັນດາມະຕິ,ຄໍາສັ່ງ, ລະບຽບກົດໝາຍ ເພື່ອໃຫ້ພະນັກງານເຊື່ອມຊຶມ. ຄຽງຄູ່ກັນນັ້ນ ກໍໄດ້ສຸມໃສ່ວຽກງານວິຊາສະເພາະ, ສຸມໃສ່ວຽກງານບໍລິຫານ ແລະ ຄຸ້ມຄອງ; ວຽກງານຄົ້ນຄວ້າສັງລວມ; ວຽກງານພົວພັນຕ່າງປະເທດ; ວຽກງານກົດໝາຍ; ວຽກງານຈັດຕັ້ງ, ກວດກາ ແລະ ໂຄສະນາ; ວຽກງານບໍລິຫານຮັບແຂກ ແລະ ການເຄື່ອນໄຫວລັດຖະກິດຂອງ ການນໍາຂັ້ນສູງ; ວຽກງານການ ເຄື່ອນໄຫວຂອງຄະນະນໍາ ຫປທ.

ສ່ວນວຽກງານວິຊາສະ ເພາະ ໄດ້ຄຸ້ມຄອງເອກະສານຂາເຂົ້າທັງໝົດ 3.015 ສະບັບ, ຂາອອກ 487 ສະບັບ, ຈໍ້າຕາປະທັບປະທານປະເທດ ໃສ່ບັນດາລັດຖະດໍາລັດ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍ, ການເລື່ອນຊັ້ນ, ການປະກາດໃຊ້ກົດໝາຍ, ການຍ້ອງຍໍປະ ເພດຕ່າງໆ ຈໍານວນ 238 ສະ ບັບ; ກະກຽມສະຖານທີ່ຫໍຄໍາ ໃຫ້ປະທານປະເທດ ແລະ ຮອງ ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂາໍ່ນັບຂອງຄະນະຜູ້ ແທນຕ່າງປະເທດ ຈໍານວນ 16 ຄັ້ງ; ການຄຸ້ມຄອງງົບປະ ມານບໍລິຫານປົກກະຕິທີ່ໄດ້ອະ ນຸມັດ ໃນປີ 2020 ຈໍານວນ 5.419.000.000 ກີບ ປະຕິ ບັດໄດ້ 5.019.413.906 ກີບ ທຽບໃສ່ແຜນການປີ ເທົ່າ ກັບ 92,62%; ໄດ້ຮັບອະນຸມັດ ໂຄງການລົງທຶນຂອງລັດທັງ ໝົດ 9 ໂຄງການ ດ້ວຍງົບປະ ມານລົງທຶນ 1.897.650.000 ກີບ, ແຕ່ໄດ້ຮັບອະນຸມັດໃຫ້ຊໍາ ລະຕົວຈິງ ໃນປີ 2020 ພຽງແຕ່ 939.340.000 ກີບ ເທົ່າກັບ 49,5%, ສ່ວນທີ່ເຫຼືອ ເລື່ອນໄປຈ່າຍ ປີ 2021 ຈໍານວນ 958.310.000 ກີບ; ຕອບສະ ໜອງທາງດ້ານງົບປະມານໃຫ້ແກ່ການເຄື່ອນໄຫວລັດຖະກິດ ຂອງປະທານປະເທດທັງໝົດຈໍານວນ 706.382.100 ກີບ ແລະ ວຽກງານອື່ນໆອີກ.

ຂ່າວ: ແສງຈັນ

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI

ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະ ບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດໍາເນີນຢ່າງເປັນທາງການ ໃນລະຫວ່າງວັນທີ 1-3 ມີນາ 2021 ທີ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໂດຍມີບັນດາສະຫາຍ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍ ກໍາມະການສູນກາງພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບັນຫາສໍາຄັນດັ່ງນີ້: ຕີລາຄາຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ປຶກສາຫາລື ກ່ຽວກັບຄວາມຮັບຜິດຊອບຂອງສູນກາງ ຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ວາງອອກ, ຮັບຮອງເອົາແຜນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ເພື່ອແນໃສ່ການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃນທຸກຂົງເຂດຂອງຊີວິດສັງຄົມ, ສາມາດກໍານົດແຈ້ງບັນດາເນື້ອໃນ ແລະ ວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ ນໍາພາ-ຊີ້ນໍາ ໃນແຕ່ລະຂົງເຂດວຽກງານ ຕິດພັນກັບການຍົກສູງຄວາມເປັນເຈົ້າການ ຂອງຄະນະພັກບັນດາກະຊວງ-ອົງການ, ບັນດາແຂວງ, ນະຄອນຫລວງ ໃນການຫັນມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ເປັນແຜນງານ, ໂຄງການ ແລະ ກິດຈະກໍາລະອຽດຂອງຕົນຕາມທິດ: ທັງເຊື່ອມຊຶມທັງນໍາພາເຮັດຕົວຈິງແຕ່ຫົວທີ.

ຮັບຮອງແຜນດໍາເນີນງານຕະຫລອດໄລຍະ 5 ປີ ຂອງຄະນະບໍລິຫານງານສູນກາງພັກ ສະໃໝທີ XI ກໍຄື ການກໍານົດວຽກຈຸດສຸມທີ່ສູນກາງ ຈະໄດ້ຊີ້ນໍາໃນແຕ່ລະໄລຍະ ເພື່ອກໍານົດແບບແຜນ ເຄື່ອນໄຫວ ແລະ ວິທີນໍາພາ ຂອງຄະນະບໍລິຫານງານສູນກາງພັກ ໃຫ້ຈະເເຈ້ງ, ເປັນລະບົບ, ມີຈຸດສຸມ, ສ້າງຄວາມເຊື້ອໝັ້ນຢ່າງໜັກແໜ້ນຂອງສັງຄົມຕໍ່ການນໍາພາຂອງພັກ, ສົມທົບຢ່າງກົມກຽວລະ ຫວ່າງການແກ້ໄຂບັນຫາທີ່ເປັນພື້ນຖານ ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກັບການແກ້ໄຂບັນຫາພົ້ນເດັ່ນທີ່ເກີດຂຶ້ນ ໃນແຕ່ລະໄລຍະຕາມສະພາບການຕົວຈິງ ເພື່ອເປັນບ່ອນອີງໃຫ້ແກ່ການກໍານົດຄວາມຮັບຜິດຊອບ, ສົ່ງເສີມຄວາມເປັນເຈົ້າການ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ຂອງບັນດາສະຫາຍກໍາມະການສູນກາງພັກ, ທັງເປັນບອນອີງໃນການຕີລາຄາຄວາມສາມາດນໍາພາຂອງກໍາມະການສູນກາງພັກແຕ່ລະສະຫາຍ ໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບ.

ຮັບຮອງເອົາມະຕິວ່າດ້ວຍລະບອບແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ສະໄໝທີ XI ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ຮັບປະກັນການຍົກສູງບົດບາດການນໍາພາຂອງພັກ ແລະ ການປະຕິບັດຫລັກການ ລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຍ່າງເຂັ້ມງວດ.

ກອງປະຊຸມໄດ້ປຶກສາຫາລື ແລະ ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ເຊິ່ງໄດ້ຜ່ານການປະກອບຄວາມເຫັນຫລາຍເທື່ອ ແລະ ໄດ້ຜ່ານຜູ້ແທນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກມາແລ້ວ ແລະ ກອງປະຊຸມຄົບຄະນະ ຄັ້ງທີ 2 ສະໄໝທີ XI ນີ້ ໄດ້ສືບຕໍ່ກວດຄືນບາງຕົວເລກ ແລະ ບາງຄາດໝາຍ ໃຫ້ສອດຄ່ອງ ແລະ ສົມບູນຍິ່ງຂຶ້ນ ເພື່ອນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ຮັບ ຮອງເອົາຕາມກົດໝາຍ.

ກອງປະຊຸມຍັງໄດ້ປຶກສາຫາລື ແລະ ເປັນຜູ້ເອກະພາບຮັບຮອງເອົາການປັງປຸງກົງຈັກ ການ ຈັດຕັ້ງຂອງລັດຖະບານ ແລະ ການແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ສະໄໝທີ XI ເພື່ອແນໃສ່ເຮັດໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ນໍາໄປສູ່ການຈັດຕັ້ງປະຕິບັດຕົວຈິງ ດ້ວຍຄວາມຮັບຜິດຊອບຂອງແຕ່ລະສະຫາຍ ກໍານົດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ຍັງໄດ້ເນັ້ນໜັກໃຫ້ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ ເປັນຮູບປະທໍາ ແລະ ໄດ້ຮັບການຈັດຕັ້ງປະຕິບັດ ໃນທຸກຂົງເຂດວຽກງານໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ຮຽກຮ້ອງໃຫ້ບັນດາສະຫາຍສູນກາງ ຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ ແລະ ພາຍໃນຊາດ, ສືບຕໍ່ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ໄປເຜີຍແຜ່ເຊື່ອມຊຶມ ແລະ ຊີ້ນໍາການຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ຕາມສະພາບການຕົວຈິງ ຂອງຂະແໜງການ ແລະ ທ້ອງຖິ່ນ, ເພີ່ມທະວີຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ, ປັບປຸງ, ຍົກສູງຄວາມສາມາດ ແລະ ຄຸນນະພາບ ການເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້ສູງຂຶ້ນກວ່າເກົ່າ.

ປທສ ເຜີຍແຜ່ ກົດໝາຍລາຍເຊັນເອເລັກໂຕຣນິກ

ໃນວັນທີ 2 ມີນາ 2021 ທີ່ນະຄອນຫລວງວຽງຈັນ, ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດກອງປະຊຸມຝຶກອົບຮົມເຜີຍແຜ່ ກົດໝາຍລາຍເຊັນເອເລັກໂຕຣນິກ, ພ້ອມທັງວຽກງານກ່ຽວກັບການຄຸ້ມຄອງ ແລະ ການບໍລິການລາຍເຊັນເອເລັກໂຕຣນິກ ຂຶ້ນ, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ຈັດຂຶ້ນໂດຍກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ກຕສ) ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ພູທອງ ສີສະຫວັດ ຮັກສາການ ຫົວໜ້າ ກຕສ, ມີຜູ້ເຂົ້າຮ່ວມຈາກບັນດາກົມ, ທຽບເທົ່າພາຍໃນກະຊວງ ປທສ ແລະ ຕາງໜ້າຈາກບັນ ດາບັນດາກະຊວງຕ່າງໆ ໂດຍມີວິທະຍາກອນຂອງ ກຕສ ໃນນາມຜູ້ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ແລະ ວິທະຍາກອນ ຈາກສູນອິນເຕີເນັດແຫ່ງຊາດ (ສອຊ) ໃນນາມຜູ້ຄຸ້ມຄອງລະບົບເຕັກນິກ ການບໍລິການລາຍເຊັນເອເລັກໂຕຣນິກ ແລະ ວິທະຍາກອນຈາກ ບໍລິສັດ ສະຕາໂທລຄົມ ຈຳກັດ (Unitel) ໃນນາມເປັນຜູ້ໃຫ້ບໍລິການອອກ ລາຍເຊັນເອເລັກໂຕຣນິກ.

ການຈັດກອງປະຊຸມໃນຄັ້ງນີ້, ເພື່ອເປັນການນໍາສະເໜີ ເຜີຍແຜ່ນິຕິກຳ ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ກ່ຽວກັບລາຍເຊັນເອເລັກໂຕຣນິກ. ພ້ອມນັ້ນ, ກໍເປັນການເຜີຍແຜ່ ໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈ ແລະ ເຫັນໄດ້ເຖິງພາບ ກ່ຽວກັບວຽກງານການຄຸ້ມຄອງລະບົບເຕັກນິກ, ການບໍລິການ ແລະ ການນໍາລາຍເຊັນເອເລັກໂຕຣນິກ ໃນພາກປະຕິບັດຕົວຈິງ.

ທ່ານ ພູທອງ ສີສະຫວັດ ກ່າວບາງຕອນວ່າ: ໃນຮ່າງແຜນພັດທະນາເສດຖະກິດ-ສັງຄົມ ກໍມີຫລາຍເປົ້າໝາຍ ທີ່ໄດ້ກຳນົດໃນແຜນການພັດທະນາແຕ່ລະຂະແໜງການ ດ້ວຍການນຳໃຊ້ເຕັກໂນໂລຊີ ມາໜູນໃຊ້ເຂົ້າໃນວຽກງານໃຫ້ມີຄວາມສະດວກ, ວ່ອງໄວ, ປອດໄພ ແລະ ຫລຸດຜ່ອນການໃຊ້ຈ່າຍ, ໃນນັ້ນກໍ່ຊ່ວຍຫລຸດຜ່ອນການນຳໃຊ້ເຈ້ຍ ຫລື ເອີ້ນວ່າ paper less ໃນການຫັນໄປສູ່ດີຈິຕອນໃຫ້ຫລາຍຂຶ້ນ. ການຫັນໄປສູ່ດິຈິຕອນ ຈຳເປັນຕ້ອງພັດທະນາ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ໜຶ່ງໃນເຕັກໂນໂລຊີສຳຄັນ ກໍຄື ລາຍເຊັນເອເລັກໂຕຣນິກ ແລະ ນິຕິກຳ ທີ່ມີຜົນບັງຄັບໃຫ້ຂໍ້ມູນ, ເອກະສານທາງເອເລັກໂຕຣນິກ ມີຄຸນຄ່າຄືກັບເອກະສານດ້ວຍເຈ້ຍ. ກອງປະຊຸມຄັ້ງນີ້, ໄດ້ຈັດຂຶ້ນຢ່າງເປັນທາງການເປັນຄັ້ງທຳອິດ ໃນການເຜີຍແຜ່ໃຫ້ແກ່ບັນດາອົງການຈັດຕັ້ງພາຍໃນຂອງລັດຖະບານ ເຖິງແມ່ນວ່າກົດໝາຍສະບັບດັ່ງກ່າວ ໄດ້ປະກາດໃຊ້ຕັ້ງແຕ່ຕົ້ນປີ 2019 ເຊິ່ງທາງຄະນະຮັບຜິດຊອບ ກໍ່ໄດ້ສ້າງຄວາມພ້ອມ ກ່ອນການເຜີຍແຜ່ຢ່າງກວ້າງຂວາງ ເປັນຕົ້ນ ສ້າງນິຕິກຳລຸ່ມກົດໝາຍ ເພື່ອຜັນຂະຫຍາຍບາງເນື້ອໃນຂອງກົດໝາຍໃຫ້ຈະແຈ້ງ ແລະ ກະກຽມຄວາມພ້ອມທັງດ້ານເຕັກນິກ ໂດຍສະ ເພາະ ສ້າງສູນຢັ້ງຢືນໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ (National Root CA).

ໃນແຜນການຕໍ່ໜ້າ ຄະນະຮັບຜິດຊອບມີແຜນທີ່ຈະສືບຕໍ່ເຜີຍແຜ່ນິຕິກຳດ່ັງກ່າວ ໃຫ້ແກ່ສັງຄົມ ຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ ແນໃສ່ການສົ່ງເສີມ ພ້ອມທັງເປັນການກະຕຸກຊຸກຍູ້ໃຫ້ແຕ່ລະພາກສ່ວນມີຄວາມຕື່ນຕົວ ກຽມຄວາມພ້ອມ ທີ່ຈະຫັນມານໍາໃຊ້ລະບົບ ແລະ ລາຍເຊັນເອເລັກໂຕຣນິກ ເຂົ້າໃນທຸກຂົງເຂດວຽກງານ ແນໃສ່ຫລຸດຜ່ອນການນຳໃຊ້ເຈ້ຍ, ຫລຸດຜ່ອນເວລາ, ສະດວກໃນການເຮັດວຽກໄດ້ຢູ່ທຸກທີ່ທຸກເວລາ ປະກອບສ່ວນເຂົ້າໃນການພັດທະນາຕາມນະໂຍບາຍຂອງລັດຖະບານທີ່ໄດ້ສົ່ງເສີມໃຫ້ມີການນໍາໃຊ້ເຕັກໂນໂລຊີ ເພື່ອຫັນເປັນທັນສະໄໝ.

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ

ໃນວັນທີ 2 ມີນາ 2021 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນ ຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ (ປະເທດປະທານອາຊຽນ ສົກປີ 2021) ແລະ ມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນອື່ນ ແລະ ເລຂາທິການໃຫຍ່ອາຊຽນ.

ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025; ການກະກຽມຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025; ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອຮັບມື ແລະ ແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ການຜັນຂະ ຫຍາຍແຜນຟື້ນຟູຮອບດ້ານອາຊຽນ, ການນໍາໃຊ້ກອງທຶນອາຊຽນສ່ວນໜຶ່ງເພື່ອຈັດຊື້ຢາວັກຊິນຕ້ານພະ ຍາດໂຄວິດ-19 ສໍາລັບປະຊາຊົນອາຊຽນ, ການສ້າງແລວການເດີນທາງອາຊຽນ ແລະ ອື່ນໆ. ກອງ ປະຊຸມ ຍັງໄດ້ຢໍ້າຄືນຄວາມສໍາຄັນຂອງການສືບຕໍ່ຮັກສາຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມເປັນແກນ ກາງ ຂອງອາຊຽນ ແລະ ການຢຶດຖືຫຼັກການຮ່ວມມືຫຼາຍຝ່າຍ ເພື່ອຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍ ທີ່ອາດຈະເກີດຂຶ້ນຢູ່ລະດັບພາກພື້ນ ແລະ ສາກົນ ລວມທັງການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ປະ ຊາຄົມອາຊຽນ.

ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ ໂດຍໄດ້ຮັບຮອງເອົາເອກະສານວ່າດ້ວຍມາດຖານເງື່ອນໄຂການຮັບເຂົ້າເປັນຄູ່ຮ່ວມມືຂອງອາຊຽນ; ໄດ້ສືບຕໍ່ ປຶກສາຫາລືຂໍ້ສະເໜີຂອງບັນດາປະເທດທີ່ສົນໃຈເຂົ້າເປັນຄູ່ຮ່ວມມືກັບອາຊຽນ ແລະ ການເຂົ້າເປັນພາຄີຂອງ ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ລວມທັງຂໍ້ສະເໜີຂອງອັງກິດ ເຂົ້າເປັນຄູ່ເຈລະຈາອາຊຽນ.

ນອກຈາກນີ້, ບັນດາລັດຖະມົນຕີ ຍັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ບາງບັນຫາທີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ພິເສດ, ລັດຖະມົນຕີຕ່າງປະເທດມຽນມາ ໄດ້ແຈ້ງໃຫ້ກອງປະຊຸມຮັບຊາບ ກ່ຽວກັບສະພາບການພາຍໃນຂອງມຽນມາ.

ຂ່າວ: ກົມການຂ່າວ ກະຊວງການຕ່າງປະເທດ

ບໍລິສັດໄທເມດ ບໍລິຈາກຜ້າຫົ່ມ ແລະ ຢາປົວພະຍາດ ແກ່ ສນຊ ເພື່ອໄປຊ່ວຍ 3 ເມືອງ

ບໍລິສັດ ໄທເມດ ຈໍາກັດ ໄດ້ນໍາເອົາຜ້າຫົ່ມ ແລະ ຢາປົວພະຍາດມາຊ່ວຍເຫຼືອເພື່ອບັນເທົາ ທຸກໃນລະດູໜາວມາມອບໃຫ້ສູນກາງແນວລາວສ້າງຊາດ (ສນຊ) ເພື່ອມອບຕໍ່ໃຫ້ 3 ເມືອງຄື: ເມືອງຜາໄຊ, ເມືອງພູກູດ ແລະ ເມືອງໝອກ ແຂວງຊຽງຂວາງ ລວມມູນຄ່າ 23 ລ້ານກວ່າກີບ ໃນວັນທີ 1 ມີນານີ້ ທີ່ ສນຊ ໂດຍເປັນກຽດກ່າວມອບຂອງທ່ານ ນາງ ເລີດມະນີ ລາຊຈໍາພອນ ຕາງໜ້າ ບໍລິສັດ ໄທເມດ ຈໍາກັດ, ກ່າວຮັບໂດຍທ່ານ ຈັນເພັງ ສຸດທິວົງ ຫົວໜ້າຫ້ອງການ ສນຊ.

ໃນໂອກາດນີ້, ທ່ານ ຫົວໜ້າຫ້ອງການ ສນຊ ໄດ້ມອບໃບສັນລະເສີນໃຫ້ແກ່ ບໍລິສັດ ໄທເມດ ຈໍາກັດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນອຸປະຖໍາເຄື່ອງຊ່ວຍເຫຼືອ ເພື່ອນໍາໄປຊ່ວຍເຫຼືອປະຊາຊົນ ຢູ່ແຂວງຊຽງຂວາງ. ພ້ອມກັນນີ້, ທ່ານໄດ້ມອບເຄື່ອງຊ່ວຍເຫຼືອຈໍານວນດັ່ງກ່າວຕໍ່ໃຫ້ແກ່ ທ່ານ ສຸວັນທອນ ພົມມະຈັນ ຫົວໜ້າຂະແໜງປະເມີນຜົນ, ພະແນກແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ຊຶ່ງທ່ານໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ສູນກາງແນວລາວສ້າງຊາດ ແລະ ບໍລິສັດ ໄທເມດ ຈໍາກັດ ທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ໃຫ້ການຊ່ວຍເຫຼືອ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະເອົາເຄື່ອງ ຈໍານວນດັ່ງກ່າວໄປມອບໃຫ້ຕາມເປົ້າໝາຍ.

ຂ່າວ-ພາບ: ສນຊ