Home Blog Page 66

ຍາດໄດ້ທັງໝົດ 42 ຫຼຽນ!

ທັບນັກກິລາລາວ ຍາດໄດ້ 2 ຫຼຽນຄຳ, 7 ຫຼຽນເງິນ ແລະ 32 ຫຼຽນທອງ ຈົບພຽງທີ 9 ປິດສາກ ຮ່າໂນ້ຍ ເກມ 2021 ຢ່າງຮຽບຮ້ອຍ.

ທັບນັກກິລາລາວ ສ້າງຜົນງານໄດ້ດີກວ່າຄັ້ງຜ່ານມາ ແຕ່ຍັງບໍ່ໄດ້ຕາມເປົ້າໝາຍ ຫຼັງຍາດມາໄດ້ 2 ຫຼຽນຄຳ, 7 ຫຼຽນເງິນ ແລະ 33 ຫຼຽນທອງ ຈົບພຽງອັນດັບທີ 9 ຈາກ 11 ປະເທດເຂົ້າຮ່ວມຊີງໄຊໃນງານມະຫະກຳກິລາຊີເກມ ຄັ້ງທີ 31 ຫຼື ຮ່າໂນ້ຍ ເກມ 2021

ຂະນະທີ່ ທັບນັກກິລາຫວຽດນາມ ເຈົ້າພາບ ປະກາດສັກດາຄອງເຈົ້າຫຼຽນຄຳຢ່າງຍິ່ງໃຫຍ່ ຈາກຜົນງານ 205 ຫຼຽນຄຳ, 125 ຫຼຽນເງິນ ແລະ 116 ຫຼຽນທອງ ລວມ 446 ຫຼຽນ ໂດຍມີຫຼຽນຄຳຫຼາຍກວ່າອັນດັບ 2 ປະເທດໄທ ເຖິງ 100 ກວ່າຫຼຽນ.

ຕະຫຼອດໄລຍະການເຂົ້າຮ່ວມແຂ່ງຂັນ ຮ່າໂນ້ຍ ເກມ 2021 ທັບນັກກິລາ ສາມາດຍາດໄດ້ 2 ຫຼຽນຄຳ ຈາກກິລາໂວວີນາມ ປະເພດຟ້ອນດາບຄູ່ຍິງ ປະກອບມີ ນາງ ພິກສະໄໝ ອິນສຸມັງ ແລະ ນາງ ມາລາ ຈັນທະລັກສາ ແລະ ໄພລັດ ທຳມະວົງສາ ປະເພດຟ້ອນດ່ຽວຊາຍ (ກະບອງ);

ສ່ວນ 7 ຫຼຽນເງິນ ໄດ້ຈາກກິລາໂວວີນາມປະເພດຕໍ່ສູ້ຮຸ່ນນໍ້າໜັກ 60 ກິໂລກຣາມ ທ້າວ ແສງສຸລີ ຈັນທະປັນຍາ, ຄາຣາເຕໂດປະເພດຕໍ່ສູ້ ຮຸ່ນນໍ້າໜັກ -84 ກິໂລກຣາມ ທ້າວ ທອດນີ້ ພົງສຳພັນ, ເປຕັງ ຊຸດຕິ້ງຍິງ ຮ້ອຍຕີ ນາງ ໂບວິລັກ ເທບພະກັນ ແລະ ປະເພດທີມຊຸດປະສົມ ຍິງ 2 ຊາຍ 1 ນາງ ຈັນສະໝອນ ວົງສະຫວັດ, ນາງ ມະນີວັນ ສຸລິຍາ ແລະ ທ້າວ ອານຸລັກ ແວວມະນີ, ຢູໂດ ຄູ່ຍິງ ນາງ ພອນວັນ ສີອຳພອນ ແລະ ນາງ ວຽງໄຊ ວິໄລພອນ, ກະຕໍ້ ຄູ່ຍິງ ຮ້ອຍຕີ ນາງ ກ້ອຍ ໄຊຍະວົງ, ຮ້ອຍໂທ ນາງ ນໍຄໍາ ວົງໄຊ ແລະ ນາງ ສອນສະຫວັນ ແກ້ວສຸລິຍາ ແລະ ຢູໂດ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ -60 ກິໂລກຣາມ ທ້າວ ສຸພະໄຊ ສິດທິສານ.

ຂະນະທີ່ 33 ຫຼຽນທອງ ໄດ້ຈາກກິລາເປຕັງ ປະເພດທີມຄູ່ຍິງ ນາງ ນອນນີ້ ພັນທະລີ ແລະ ນາງ ນ້ອຍ ມະນີທອນ, ປະເພດທີມຄູ່ຊາຍ ທ້າວ ວິໄລສັກ ລາດສະວົງ ແລະ ທ້າວ ບຸນທະມີ ສຸທຳມະວົງ, ປະເພດທີມຊຸດຍິງ ນາງ ອິນດາວັນ ດວງມະນີຈັນ, ອັດສະນີ ດາລາວັນ, ຄູນ ສຸກສະຫວັດ ແລະ ອາລີ ແສງຈັນເພັດ ແລະ ປະເພດທີມຊຸດຊາຍ ທ້າວ ໂຊກອານັນ ຟອງຊານຸວົງ, ທ້າວ ຫຼ້າ ມຽນມະນີ, ທ້າວ ພຸດທະລາ ແກ້ວກັນນຸກາ ແລະ ທ້າວ ຄຳຟັ້ນ ແສງແກ້ວ, ກິລາຄິກບັອກຊິ້ງ ທ້າວ ສຸກັນ ໄຕປັນຍາວົງ ປະເພດຕໍ່ສູ້ຮຸ່ນນໍ້າ 60 ກິໂລກຣາມ ແລະ ທ້າວ ທອງບາງ ເຊື້ອພົມ ປະເພດຕໍ່ສູ້ຮຸ່ນນໍ້າ 57 ກິໂລກຣາມ, ວູຊູ ນາງ ຄຳໝາຍ ລາດສະວົງ ຮຸ່ນນໍ້າໜັກ 60 ກິໂລກຣາມຍິງ, ນາງ ມີນາວັນ ອຸປະຊາ ຮຸ່ນນໍ້າໜັກ 56 ກິໂລກຣາມຍິງ ແລະ ທ້າວ ກິ່ງເພັດ ອ່ອນພີມ ຮຸ່ນນໍ້າໜັກ 65 ກິໂລກຣາມຊາຍ, ປັນຈັກສີລັດ ປະເພດຟ້ອນມີອາວຸດດ່ຽວຍິງ ນາງ ປຸກກີ້ ສະເຫຼີມບຸຜາ, ທ້າວ ບົວວັນ ຄູນເພັງແກ້ວ ຮຸ່ນນໍ້າໜັກ 60-65 ກິໂລກຣາມຊາຍ ແລະ ທ້າວ ຈັນສະໝອນ ພົມໂຊພາ ຮຸ່ນນໍ້າໜັກ -60 ກິໂລກຣາມຊາຍ, ເພາະກາຍ ຈາກທ້າວ ພຸດສະຫວັນ ສີຊົມພູ, ເທຄວັນໂດ ທ້າວ ພູວິໄລ ຍົມມະລາດ ຮຸ່ນນໍ້າໜັກ 58 ກິໂລກຣາມຊາຍ, ນາງ ທິດາສະຫວັນ ທົດສະຈິດ ຮຸ່ນນໍ້າໜັກ 73 ກິໂລກຣາມຍິງ, ປະເພດປຸ້ມເຊ້ທີມຍິງ ນາງ ເມຈິ ວົງສາ, ນາງ ຍອດທິດາ ແກ່ນໂພຄຳ ແລະ ນາງ ບົວສະຫວັນ ວົງສະຫວັດ, ປະເພດປຸ້ມເຊ້ທີມປະສົມ ນາງ ກິດາວອນ ພິລາວົງ, ນາງ ພິລາວັນ ລັກທະຈັກ, ທ້າວ ອາເຊິນ ລາດວົງໄຊ, ທ້າວ ລັກກີ້ ແສງມະນີ ແລະ ທ້າວ ສຸລະສັກ ສີປັນຍາ, ຢູໂດ ຟ້ອນກາຕາຄູ່ຊາຍ ທ້າວ ວຽງວິໄລ ຈັນສີ ແລະ ຮ້ອຍໂທ ທ້າວ ຈິນດາວອນ ສີວັນວິໄລ ແລະ ສິບຕີ ຈັນສະພອນ ຄຳພູນາວົງ ຮຸ່ນນໍ້າໜັກ -55 ກິໂລກຣາມຊາຍ, ມວຍປໍ້າ ນາງ ໂອໄດ ລາດສົມພູ ຮຸ່ນນໍ້າໜັກ 76 ກິໂລກຣາມຍິງ, ພອນໄຊ ພະຈັນໄຊ ຮຸ່ນນໍ້າໜັກ 125 ກິໂລກຣາມຊາຍ, ໂວວີນາມ, ຄູ່ຍິງບໍ່ມີອາວຸດຍິງ ນາງ ມາລາ ຈັນທະລັກສາ ແລະ ນາງ ກຸງກິງ ບຸດດາໄຊ, ຟ້ອນທີມປະສົມມີອາວຸດ ທ້າວ ໂພຄຳ ພົມມະຈັນ, ທ້າວ ໄຊຊະນະ ຮວງລໍຄຳ, ທ້າວ ພຸດທະສິນ ປ່ຽນປັນຍາ ແລະ ນາງ ພິກສະໄໝ ອິນສຸມັງ ແລະ ປະເພດຟ້ອນບໍ່ມີອາວຸດທີມຊາຍ ທ້າວ ໂພຄຳ ພົມມະຈັນ, ທ້າວ ໄຊຊະນະ ຮວງລໍຄຳ, ທ້າວ ພິລາວັນ ຈັນທະກາລີ ແລະ ທ້າວ ສົມໝາຍ ແພງນິວົງ, ມວຍສາກົນນາງ ດວງໃຈ ທະແຫຼງລຽບ ຮຸ່ນນໍ້າໜັກ 60 ກິໂລກຣາມຍິງ, ຍິງປືນ ປະເພດທານິ້ງ ທາເກັດ ທີມຍິງ ນາງ ຫົງຄຳ ໄຊຍະລາດ, ນາງ ພຸດສະດີ ພົມມະຈັນ ແລະ ນາງ ຄຳຫຼ້າ ໄຊຍະວົງ, ປະເພດປືນຣັນນິ້ງ ທາເກັດທີມຊາຍ ແລະ ດ່ຽວຊາຍ ປະກອບມີ ປານ ດວງປະເສີດ, ເພັດດາວັນ ເພັດຊະລາດ ແລະ ສົມຈັນ ໄຊສົມມີ, ເທັນນິດ, ປະເພດດ່ຽວຊາຍ ທ້າວ ມິກ ເລດເຄີນ ສະເດດຖັນ, ກະຕໍ້ ທີມ 4 ຄົນຍິງ ຮ້ອຍຕີ ນາງ ກ້ອຍ ໄຊຍະວົງ, ຮ້ອຍໂທ ນາງ ນໍຄໍາ ວົງໄຊ, ນາງ ສອນສະຫວັນ ແກ້ວສຸລິຍາ, ນາງ ນວນດໍາ ວໍລະບຸດ ແລະ ອອນອຸມາ ພະວິເສດ, ມວຍລາວ ນາງ ລູ້ ສຸກກະເສີມ ຮຸ່ນນ້ຳໜັກ 54 ກິໂລກຣາມຍິງ, ນາງ ລັດທິດາ ບຸບຜາວັນ ຮຸ່ນນ້ຳໜັກກ 63,5 ກິໂລກຣາມຍິງ, ທ້າວ ໄກ່ ເກດນຸວົງ ຮຸ່ນນ້ຳໜັກ 57 ກິໂລກຣາມຊາຍ ແລະ ທ້າວ ນ້ອຍ ຮັກສາເມືອງ ຮຸ່ນນ້ຳໜັກກ 63 ກິໂລກຣາມຊາຍ. ສຳລັບພິທີປິດງານກິລາຊີເກມ ຄັ້ທີ 31 ທີ່ສສ ຫວຽດນາມ ເປັນເຈົ້າພາບ ໄດ້ມີຂຶ້ນໃນຕອນຄ່ຳວັນທີ 23 ພຶດສະພາ 2022 ທີ່ສະໜາມກິລາແຫ່ງຊາດ ມີດິງ ນະຄອນຫຼວງຮ່າໂນ້ຍ.

ໃນຊີເກມຄັ້ງນີ້ ທັບນັກກິລາຫວຽມ ເຈົ້າພາບ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຄວ້າມາໄດ້ເຖິງ 205 ຫຼຽນຄຳ, 125 ຫຼຽນເງິນ ແລະ 116 ຫຼຽນທອງ ລວມ 446 ຫຼຽນ ຄອງເຈົ້າຫຼຽນຄຳຢ່າງໃຫຍ່ ຂະນະທີ່ ໄທ ນຳມາເປັນອັນດັບ 2 ມີ 92 ຫຼຽນຄຳ, 103 ຫຼຽນເງິນ ແລະ 136 ຫຼຽນທອງ ລວມ 331 ຫຼຽນ.

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

ຄຳແນະນຳຮັບມື້ກັບໄພທຳມະຊາດ ປະຈຳປີ 2022

ເພື່ອຮັບປະກັນການກຽມຄວາມພ້ອມຮັບມືກັບສະພາບເຫດການໄພພິບັດທີ່ອາດເກີດຂື້ນ ໃນຊ່ວງລະດູຝົນ ປີ 2022 ນີ້, ຮອງປະທານ ຜູ້ປະຈໍາການ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຂໍແຈ້ງການແນະນໍາມາຍັງ ບັນດາທ່ານ ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນແຂວງ, ນະຄອນຫຼວງ; ບັນດາທ່ານ ຮອງປະທານ ແລະ ຄະນະກໍາ ມະການຄຸ້ມຄອງໄພພິບັດຂັ້ນສູນກາງ ດັ່ງນີ້:

.

ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມສາມາດດຶງດູດການລົງທຶນໄດ້ 260 ບໍລິສັດ

ມາຮອດປັດຈຸບັນ ເຂດພັດທະນາເສດຖະກິດພິເສດ ບໍ່ເຕ່ນແດນງາມ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນແລ້ວ 260 ບໍລິ ສັດ, ມີທຶນຈົດທະບຽນ 676,7 ຕື້ກວ່າກີບ ຫຼື ປະມານ 15 ຕື້ກວ່າຢວນ.

ທ່ານ ຄອນທອງ ເລື່ອງຄຳມາ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຫຼວງນ້ຳທາ ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ປັດຈຸບັນເຂດພັດທະນາເສດຖະກິດພິເສດບໍ່ເຕ່ນແດນງາມ ໄດ້ສຳເລັດການບຸກເບີກເນື້ອທີ່ດິນ, ປັບພື້ນທີ່ດິນພູໃຫ້ຮາບພຽງ ເພື່ອຮອງຮັບນັກລົງທຶນທີ່ມີຄວາມສົນໃຈເຂົ້າມາລົງທຶນໄດ້ 1.131 ເຮັກຕາ ແລະ ຈັດແບ່ງການນຳໃຊ້ທີ່ດິນ ອອກເປັນ 3 ເຂດ ຄື:

ເຂດເສດຖະກິດການຄ້າ ແລະ ການເງິນສາກົນ: ມີເນື້ອທີ່ 266 ເຮັກຕາ; ເຂດວັດທະນະທໍາ ແລະ ທ່ອງທ່ຽວ ກວມເອົາເຂດສາທາ ລະນະສຸກ, ເຂດການສຶກສາ ແລະ ອື່ນໆ ມີເນື້ອທີ່ລວມ 732,6 ເຮັກຕາ ແລະ ເຂດຄ່ຽນຖ່າຍສິນຄ້າ (ໂລຈິສຕິກ) ຊຶ່ງລວມທັງເຂດອຸດສາຫະກຳປຸງແຕ່ງ ມີເນື້ອທີ່ລວມ 133 ເຮັກຕາ. ທ່ານ ຄອນທອງ ເລື່ອງຄຳມາ ຍັງໄດ້ເຊີນຊວນນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງທີ່ຈະເຂົ້າມາທ່ຽວຊົມພາຍໃນເຂດ ແມ່ນສາມາດເດີນທາງມາໄດ້ ແຕ່ຕ້ອງໄດ້ມີການລົງທະບຽນກວດ ATK ເພື່ອຢັ້ງຢືນການກວດຫາເຊື້ອພະຍາດໂຄວິດ-19, ເມື່ອຜົນກວດບໍ່ພົບເຊື້ອ ທ່ານສາມາດເຂົ້າມາທ່ອງທ່ຽວ ແລະ ຢ້ຽມຊົມພາຍໃນເຂດ ຊຶ່ງຈະມີເຈົ້າໜ້າທີ່ ປກສ ເຂດ ແລະ ພະນັກງານຮັກສາຄວາມປອດໄພ ເຂດບໍ່ເຕ່ນແດນງາມ ເປັນຜູ້ເກັບກຳຂໍ້ມູນ ແລະ ຕິດຕາມ ເພື່ອຮັກສາຄວາມປອດໄພໃຫ້ ໃນສະຖານທີ່ທ່ອງທ່ຽວຕ່າງໆ.

ແຫຼ່ງຂ່າວ: ປະຊາຊົນ

ລາຍຮັບ 3 ເດືອນຕົ້ນປີ ຂອງດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ

ທ່ານ ວັດຖາວົງ ຈະເລີນສັກ ຮອງຫົວໜ້າດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ປີ 2022 ດ່ານສາກົນນາເພົ້າໄດ້ຮັບຕົວເລກມອບໝາຍຈັດເກັບລາຍຮັບຈຳນວນທັງໝົດ 184,7 ຕື້ກີບ, ເພີ່ມຂຶ້ນ 91,4 ຕື້ກີບ ຖ້າທຽບໃສ່ປີຜ່ານມາ ຜ່ານການຈັດຕັ້ງປະຕິບັດໄລຍະ 3 ເດືອນຕົ້ນປີສາມາດຈັດເກັບລາຍຮັບໄດ້ 14,03 ຕື້ກີບ ເທົ່າກັບ 7,60% ຂອງແຜນການປີ ເຊິ່ງລາຍຮັບສ່ວນຫຼາຍແມ່ນໄດ້ຈາກປະເພດນໍ້າມັນເຊື້ອໄຟ, ສິ້ນສ່ວນອາໄຫຼ່, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ, ປະເພດສິນຄ້ານຳເຂົ້າເພື່ອສົ່ງອອກ ແລະ ຄ່າທຳນຽມຕ່າງໆ.

ສ່ວນສາເຫດທີ່ເຮັດໃຫ້ການເກັບລາຍຮັບບໍ່ບັນລຸ ແມ່ນເນື່ອງມາຈາກການນຳເຂົ້າປະເພດສິນຄ້າມີລັກສະນະຫຼຸດລົງ, ການນຳເຂົ້າ-ສົ່ງອອກ ຢູ່ປະເທດຕົ້ນທາງ-ປາຍທາງມີຄວາມຫຍຸ້ງຍາກ, ການປະຕິບັດມູນຄ່າແຈ້ງຕາມລາຄາຊື້-ຂາຍຕົວຈິງ ຍັງບໍ່ສາມາດຄຸ້ມຄອງໄດ້ຢ່າງມີປະສິດທິພາບ ລວມໄປເຖິງການກຳນົດວາງແຜນໃນການເກັບລາຍຮັບ ໃນແຕ່ລະໄລຍະ, ແຕ່ລະເດືອນບໍ່ເປັນໄປຕາມເປົ້າໝາຍທີ່ຄາດຄະເນໄວ້ ຍ້ອນການປ່ຽນແປງຂອງຜູ້ນຳເຂົ້າ-ສົ່ງອອກ ແລະ ສະພາບແວດລ້ອມໃນຕົວ ແລະ ນອກຕົວ.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເກັບລາຍຮັບ ບັນລຸຕາມລະດັບ ຄາດໝາຍ ດ່ານພາສີສາກົນນາເພົ້າໄດ້ວາງມາດຕະການ ແລະ ວຽກງານຈຸດສຸມໃນການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນ ເພີ່ມທະວີການເອົາໃຈໃສ່ທາງດ້ານການເມືອງ-ແນວຄິດ ໃຫ້ແກ່ອ້າຍນ້ອງພະນັກງານ, ຖືເອົາການເກັບລາຍຮັບ ເປັນໜ້າທີ່ການເມືອງຕົ້ນຕໍຕິດພັນການການເຄື່ອນໄຫວວຽກງານອື່ນໆ, ແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ແກ່ ພະນັກງານໃຫ້ແທດເໝາະກັບຄວາມຮູ້, ຄວາມສາມາດຂອງແຕ່ລະບຸກຄົນ, ເພີ່ມທະວີການປະຕິບັດໜ້າທີ່ວຽກງານ ວິຊາສະເພາະໃຫ້ເຂັ້ມງວດ, ເອົາໃຈໃສ່ຄຸ້ມຄອງລາຍຮັບປະເພດສິນຄ້າທີ່ເປັນຕົ້ນຕໍ, ຕິດຕາມ, ຄຸ້ມຄອງສິນຄ້າ ທີ່ນຳເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ ເພື່ອຫຼີກລ້ຽງຊ່ອງຫວ່າງໃນການນຳໃຊ້ທີ່ບໍ່ຖືກເປົ້າໝາຍ, ປັບປຸງແບບ ແຜນວິທີເຮັດວຽກໃຫ້ກະທັດຮັດ, ສອດຄ່ອງຕາມລະບຽບກົດໝາຍ ຫຼຸດຜ່ອນຂັ້ນຂອດທີ່ບໍ່ຈຳເປັນ, ສ້າງເງື່ອນໄຂ ອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ ສິນຄ້າທີ່ຖືກກົດໝາຍ, ສືບຕໍ່ປະຕິບັດຕາມສຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ການກວດກາຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ຢ່າງເຂັ້ມງວດ ລວມເຖິງການເພີ່ມທະວີປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ພະແນກການທີ່ກ່ຽວຂ້ອງ ເພື່ອສ້າງສິ່ງອຳນວຍຄວາມສະດວກໃນການປະຕິບັດວຽກງານວິຊາສະເພາະ ຢູ່ດ່ານພາສີ ສາກົນນາເພົ້າໃຫ້ມີຄວາມເຂັ້ມແຂງ.

ແຫຼງຂ່າວ: Khammouane News

ການຊອກຫາວິທີການເພື່ອໃຫ້ການສະໜັບສະໜູນປະເທດດ້ອຍພັດທະນາ

ໃນວັນທີ 19 ພຶດສະພາ ທີ່ຜ່ານມາ, ທ່ານ ອານຸພາບ ວົງຫນໍ່ແກ້ວ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອົງການ ສປຊ ໄດ້ເຂົ້າຮ່ວມກອງປະຊຸມທົບທວນການປະຕິບັດງານຂອງ ສະພາເສດຖະກິດ-ສັງຄົມ ສປຊ ປະຈໍາປີ 2022 ໃນຫົວຂໍ້ “ການຫັ້ນປ່ຽນເພື່ອສະໜັບສະໜູນປະເທດດ້ອຍພັດທະນາ, ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ແລະ ປະເທດກຳລັງພັດທະນາທີ່ເປັນເກາະດອນນ້ອຍ”.

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບວິທີການ ທີ່ເຄືອຂ່າຍດ້ານການພັດທະນາຂອງ ສປຊ ສາມາດໃຫ້ການສະໜັບສະໜູນ ໂດຍຜ່ານມາດຕະການສາກົນ ອັນໃໝ່ ແກ່ກຸ່ມປະເທດທີ່ມີຄວາມອ່ອນໄຫວດັ່ງກ່າວ ໃຫ້ກັບຄືນສູ່ເສັ້ນທາງເພື່ອບັນລຸເປົ້າຫມາຍ SDGs ໂດຍການຟື້ນຟູແບບຍືນຍົງຈາກຜົນກະທົບຂອງໂຄວິດ-19.

ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ລົງເລີກ ກ່ຽວກັບ ການຊອກຫາວິທີການເພື່ອໃຫ້ການສະໜັບສະໜູນປະເທດດ້ອຍພັດທະນາ ໃນການເຊື່ອມສານ ຜົນຂອງກອງປະຊຸມ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 (LDC5) ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມໃນລະດັບປະເທດ.

ຜູ້ຕາງໜ້າຖາວອນ ໄດ້ມີຄໍາເຫັນໃນພາກສົນທະນາ ໂດຍຍົກໃຫ້ເຫັນຄວາມສຳຄັນຂອງການແກ້ໄຂສະພາບຄວາມທຸກຍາກໃຫ້ມີຄວາມຍືນຍົງເຊິ່ງ ອົງການ ສປຊ ຕ້ອງໄດ້ວາງມາດຕະການໃຫ້ການສະຫນັບສະໜູນຊ່ວຍເຫຼືອ ລວມທັງການຮັບປະກັນການຕອບສະຫນອງແຫຼ່ງທຶນທີ່ເໝາະສົມ ໂດຍອີງໃສ່ສະພາບການພັດທະນາຕົວຈິງ, ບຸລິມະສິດ ແລະ ຄວາມຕ້ອງການສະເພາະຂອງແຕ່ລະປະເທດ ພ້ອມທັງເອົາໃຈໃສ່ຕໍ່ຂະແໜງການທີ່ໄດ້ຮັບຜົນກະທົບຫລາຍກວ່າຫມູ່ເພື່ອໃຫ້ສາມາດປັບຕົວເຂົ້າກັບສະພາບການ ແລະສິ່ງທ້າທາຍໃໝ່. ໃນນັ້ນ, ການປະຕິບັດຍຸດທະສາດການຂ້າມຜ່ານແບບໂລ່ງລ່ຽນ ຍັງຮຽກຮ້ອງໃຫ້ເພີ້ມການສະໜັບສະໜູນຂອງບັນດາຄູ່ຮ່ວມພັດທະນາ ແລະ ເຄືອຂ່າຍການພັດທະນາຂອງ ສປຊ ທັງໃນດ້ານການເງິນ ແລະ ເຕັກນິກວິຊາການ.

ແຫຼ່ງຂ່າວ: ຮູບພາບ/ຂ່າວໂດຍ: Permanent Mission of the Lao PDR to the United Nations

ແຈກຢາຍແນວພັນເຂົ້າ ສາຍພັນໃໝ່ທີ່ທົນນໍ້າຖ້ວມ ໃຫ້ເມືອງຈໍາພອນ

ໃນວັນທີ 19 ພຶດສະພາ 2022 ນີ້, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ ກະຊວງກະສິກໍາ ແລະປ່າໄມ້ ໄດ້ ຈັດພິທີແຈກຢາຍແນວພັນເຂົ້າ ສາຍພັນໃໝ່ທີ່ທົນນໍ້າຖ້ວມ ໃຫ້ປະຊາຊົນເມືອງຈໍາພອນ.

ໂດຍການເປັນປະທານຂອງທ່ານ ນາງ ປອ ໃຈ ບຸນພະນຸໄຊ ຫົວໜ້າ ສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ, ທ່ານ ຊິນ ຫົວໜ້າສູນໂກເປຍ, ທ່ານ ບຸນຊູ ທຸ່ນຊົມພູ ຮອງເຈົ້າເມືອງຈໍາພອນ, ມີບັນດາພະນັກງານວິຊາການ ຈາກ ສະຖາບັນ ພ້ອມດ້ວຍນາຍບ້ານ ແລະປະຊາຊົນ ບ້ານສະຄຶນເໜືອ ແລະບ້ານວັດຕະນາເຂົ້າຮ່ວມ.ໃນໂອກາດນີ້, ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຫົວໜ້າສູນຄົ້ນຄວ້າເຂົ້າສະຖາ ບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັນທະນາຊົນນະບົດກໍ່ໄດ້ກ່າວ ເປີດພະທີ ພ້ອມທັງກ່າວຈຸດປະສົງ ເຊິ່ງໃຫ້ຮູ້ວ່າ: ຜ່ານມາແຂວງສະ ຫວັນນະເຂດ ກໍ່ແມ່ນແຂວງໜຶ່ງທີ່ ຖືກນໍ້າຖ້ວມ ສົ່ງຜົນໃຫ້ເກີດຄວາມ ເສຍຫາຍໜັກໂດຍສະເພາະນາ ເຂົ້າ ເຊິ່ງເປັນພືດສະບຽງຫຼັກຂອງ ປະຊາຊົນ ດັ່ງນັ້ນ, ເຂົ້າທີ່ນໍາມາ ມອບໃນຄັ້ງນີ້ເປັນສາຍພັນທີ່ໄດ້ ຮັບການປັບປຸງພັດທະນາຂຶ້ນມາ ໃໝ່ ເພື່ອໃຫ້ຊາວນານໍາໃຊ້ທົດ ສອບກັບການປັບໂຕຕໍ່ສະພາບ ພື້ນທີ່ທີ່ເຮັດການຜະລິດຕົວຈິງ.

ເຂົ້າທີ່ນໍາມາມອບໃນຄັ້ງນີ້ມີທັງ ໝົດ 1 ໂຕນ, ຈະມອບໃຫ້ປະຊາຊົນ ບ້ານສະຄຶນເໜືອ ແລະບ້ານວັດ ຕະນາບ້ານລະ 500 ກິໂລກຼາມ, ຄອບຄົວລະ 20 ກິໂລກຼາມ, ເພື່ອ ປູກໃນເນື້ອທີ່ 1.600 ຕາແມັດ, ຄາດຄະເນຈະປູກໄດ້ໃນເນື້ອທີ່ 16 ເຮັກຕາຜະລິດ, ຜົນອາດຈະ ໄດ້ຮັບປະມານ 48 ໂຕນ ຫຼື 3 ໂຕນ/ເຮັກຕາ. ເຂົ້າສາຍພັນນີ້ມີ 5 ຄຸນລັກສະນະເດັ່ນຄື: ທົນນໍ້າຖ້ວມ, ມີກິ່ນຫອມ, ທົນຕໍ່ພະຍາດຄໍຮວງ ເນົ່າ, ທົນພະຍາດເຂົ້າໃບແຫ້ງ ແລະເຮັດໄດ້ທັງນາປີ ແລະນາ ແຊງ. ພາຍຫຼັງທີ່ປະຊາຊົນປັກດໍາ ແລະເກັບກ່ຽວເຂົ້ານາປີສໍາເລັດ ແລ້ວທາງພະນັກງານວິຊາການ ພວກເຮົາຈະໄດ້ລົງມາຕິດຕາມ ແລະເກັບກໍາຂໍ້ມູນຄືນໃໝ່ ເພື່ອ ນໍາໄປປັບປຸງແກ້ໄຂໃຫ້ແນວພັນ ເຂົ້າໃຫ້ມີຄວາມສົມບູນຂຶ້ນຕື່ມ.

ຈາກນັ້ນ, ທ່ານ ນາງ ປອ ໃຈ ບຸນພະນຸໄຊ ກໍ່ໄດ້ມີຄໍາເຫັນ ເຊິ່ງ ທ່ານໄດ້ຍົກໃຫ້ເຫັນຜົນກະທົບທີ່ ເກີດຈາກໄພນໍ້າຖ້ວມໃນປີ 2019 ທີ່ຜ່ານມາ ເຊິ່ງທົ່ວປະເທລາວ ເຮົາໄດ້ຮັບຜົນກະທົບຢ່າງໜັກ. ດັ່ງນັ້ນ, ຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະພັດທະ ນາຊົນນະບົດ ຈຶ່ງໄດ້ຂໍທຶນຈາກສູນ ໂກເປຍ ເພື່ອນໍາມາພັດ ທະນາແນວ ພັນເຂົ້ານີ້ ເພື່ອຄໍ້າປະກັນສະບຽງ ອາຫານໃຫ້ແກ່ແຂວງສະຫວັນນະ ເຂດ ກໍ່ຄືທົ່ວປະເທດ. ເນື່ອງຈາກ ວ່າເມືອງຈໍາພອນເປັນເມືອງຜະ ລິດເຂົ້າອັນຕົ້ນໆຂອງແຂວງ ຈຶ່ງ ໄດ້ຄັດເລືອກເອົາ 2 ບ້ານທີ່ມີຄວາມ ສ່ຽງສູງທີ່ຈະເກີດນໍ້າຖ້ວມ ເພື່ອ ເປັນການທົດລອງການທົດຕໍ່ສະ ພາບນໍ້າຖ້ວມຂອງແນວພັນເຂົ້າ ໃໝ່ນີ້ ແລ້ວຈຶ່ງນໍາໄປປັບປຸງແກ້ ໄຂຕື່ມອີກ ເພື່ອກຽມປ່ອຍແນວ ພັນອອກສູ່ພື້ນຖານການຜະລິດໃນ ອະນາຄົດ.ຕໍ່ມາ, ບັນດາປະທານ ແລະແຂກທີ່ເຂົ້າຮ່ວມກອງປະຊຸມກໍ່ໄດ້ມີການປະກອບຄໍາຄິດຄໍາເຫັນເຊິ່ງ ກັນ ແລະກັນ ພ້ອມທັງກ່າວມອບ ແນວພັນເຂົ້າໃຫ້ປະຊາຊົນບ້ານສະຄຶນເໜືອ ແລະບ້ານວັດຕະນາ.

ແຫຼ່ງຂ່າວ: ສະຫວັນພັດທະນາ ຂ່າວ / Savanhphathana News

ຫ້າມບໍ່ໃຫ້ພະນັກງານ ປກສ ຮັບແລ່ນເອກະສານປື້ມຜ່ານແດນ

ແຈ້ງການ ເຖີງ: ບັນດາຫ້ອງອ້ອມຂ້າງກອງບັນຊາການ ປກສ ແຂວງ, ປກສ ເມືອງ 05 ເມືອງ, ປກສ ເຂດ. ເລື່ອງ: ຫ້າມບໍ່ໃຫ້ພະນັກງານ ປກສ ຮັບແລ່ນເອກະສານປື້ມຜ່ານແດນໃຫ້ພໍ່ແມ່ປະຊາຊົນ.

ລາຍລະອຽດໃນແຈ້ງການ

ໂຄງການພັດທະນານິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ-ໂນນທອງ

ແຈ້ງການ ເຖິງ: ບຸກຄົນ, ນິຕິບຸກຄົນ, ພະນັກງານ, ທະຫານ, ຕໍາຫຼວດ, ພະນັກງານບໍານານ ແລະ ພໍ່ແມ່ປະຊາຊົນ ຜູ້ທີ່ຍັງບໍ່ໄດ້ມາຮັບເອົາເງິນຄ່າຊົດເຊີຍ ຈາກໂຄງການພັດທະນານິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ-ໂນນທອງ ໃນຂອບເຂດພື້ນທີ່ປ່າສະຫງວນ ດົງບ້ານໄຊ ຢູ່ບ້ານໂຄກສະອາດ ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ເລື່ອງ: ໃຫ້ເຂົ້າມາຮັບເອົາເງິນຄ່າຊົດເຊີຍ ຄ່າພັດທະນາທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກ ຂອງຕອນດິນທີ່ຢູ່ ໃນຂອບເຂດເນື້ອທີ່ດິນ 142 ຮຕ ຂອງໂຄງການພັດທະນານິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນໂນນທອງ ຢູ່ທີ່ຫ້ອງການປົກຄອງບ້ານໂຄກສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ນັບແຕ່ວັນທີ 03 ພຶດສະພາ ເຖິງ 15 ມິຖຸນາ 2022.

ນອກຈາກນັ້ນຍັງມີໃບອະນຸຍາດໃຫ້ສິດໃຊ້ທີ່ດິນລັດ

.

ແກຫ

.

ໂຄງການພັດທະນານິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ-ໂນນທອງ

ປະຢັດເພື່ອພ້ອມພາກັນຜ່ານພົ້ນວິກິດບັນຫານໍ້າມັນຂາດປໍ້າ

ລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງຄຳມ່ວນຮຽກຮ້ອງສັງຄົມປະຍັດ ຫຼຸດຜ່ອນການໄປ – ການມາ ບໍ່ຈຳເປັນ ເພື່ອພ້ອມພາກັນຜ່ານພົ້ນວິກິດບັນຫານໍ້າມັນຂາດປໍ້າ.

ແຂວງຄຳມ່ວນ ກໍ່ແມ່ນແຂວງໜຶ່ງທີ່ພົບກັບບັນຫານໍ້າມັນບໍ່ພຽງພໍ ( ນໍ້າມັນຂາດປໍ້າ ), ບາງປໍ້າພາຍໃນແຂວງ ແມ່ນຂາດນໍ້າມັນ ເຮັດໃຫ້ຜູ້ໃຊ້ລົດພົບຄວາມຫຍຸ້ງຍາກບໍ່ສະດວກໃນເວລາມາໃຊ້ບໍລິການເຕີມນໍ້າມັນ, ຕໍ່ສະພາບການດັ່ງກ່າວ ທ່ານ ວົງສອນ ພິມມະວົງສາ ຫົວໜ້າລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງຄຳມ່ວນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 19 ພຶດສະພາ 2022 ກ່ຽວກັບການຕອບສະໜອງນໍ້າມັນບໍ່ພຽງພໍໃນປະຈຸບັນນີ້. ເຊິ່ງລັດວິສາຫະກິດນໍ້າມັນເຊື້ອໄຟລາວແມ່ນມີ 7 ສາຂາ ໃນທົ່ວປະເທດ ແລະ ມີສຳນັກງານໃຫຍ່ຢູ່ນະຄອນຫລວງ ຂໍຊີ້ແຈງໃນການຕອບສະໜອງນໍ້າມັນຢູ່ແຂວງຄຳມ່ວນ, ປະຈຸບັນພົບບັນຫານໍ້າມັນບໍ່ພຽງພໍ ສະນັ້ນພວກເຮົາໄດ້ຈັດແບ່ງນໍ້າມັນໃຫ້ປໍ້າຕົວແທນພາຍໃນເທດສະບານແຂວງ, ບັນດາເມືອງໃນທົ່ວແຂວງ, ໃນການສະໜອງນໍ້າມັນສະເລ່ຍ ປະມານ ອາທິດລະ 1-2 ຄັ້ງ ແລະ ໃຫ້ຈຳນວນໜ້ອຍ ໄດ້ຫ້າມບໍ່ໃຫ້ຂາຍໃສ່ຕຸກເພື່ອນຳໄປຂາຍຕໍ່ເກນກຳໄລຢ່າງເດັດຂາດ, ສຳລັບເມືອງໃນເທດສະບານແຂວງ ປໍ້າແບບຢ່າງຂອງລັດ ( ປໍ້າຫລັກ 02 ) ໄດ້ກຳນົດໃຫ້ຈຳໜ່າຍ: ລົດໃຫຍ່ແມ່ນ ບໍ່ເກີນ 4 ແສນກີບ/ຄັນ, ສ່ວນປະຊາຊົນສ່ວນໜຶ່ງທີ່ຮຽກຮ້ອງຂໍຊື້ໃສ່ຕຸກເພື່ອນຳໃຊ້ເຂົ້າໃນການຜະລິດ ( ໄຖນາ ) ພວກເຮົາກໍ່ໄດ້ກຳນົດໃຫ້ບໍ່ເກີນ 20 ລິດ/ຄົນ.

ວິທີແກ້ໄຂປໍ້າຂາຍຍ່ອຍທີ່ຂາດນໍ້າມັນແມ່ນໄດ້ລາຍງານໄປຍັງພາກສ່ວນກ່ຽວຂ້ອງໂດຍສະເພາະພະແນກອຸດສາຫະກຳ ແລະ ການຄ້າແຂວງ ເພື່ອລົງ ຕິດ ຕາມບັນດາປໍ້າຕົວແທນບໍ່ວ່າຈະເປັນ ປໍ້າຂອງລັດ ຫລື ເອກະຊົນ ຂໍໃຫ້ເພິ່ນເປັນຕົວຫລັກ ໃນການແກ້ໄຂ, ກວດກາສາງ, ປໍ້າ ເພາະບໍລິສັດຂອງລັດ ແລະ ເອກະຊົນເຄື່ອນໄຫວມີທັງໝົດ 10 ບໍລິສັດ ແລະ ເພື່ອສ້າງຄວາມເຂົ້າໃຈຕໍ່ສັງຄົມໃນສາຍເຫດນໍ້າມັນບໍ່ພຽງພໍນີ້ ເນື່ອງຈາກພວກເຮົາບໍ່ມີເງິນຕາພຽງພໍ ເພາະເວລາຊື້ສິນຄ້າແມ່ນເປັນເງິນຕາຕ່າງປະເທດບວກກັບອັດຕາແລກປ່ຽນເພີ່ມຂື້ນໃນແຕ່ລະວັນ ແລະ ອີກບັນຫາໜຶ່ງປະເທດຜູ້ຜະລິດນໍ້າມັນໄດ້ລຸດລົງ ຜູ້ຊົມໃຊ້ພັດຫລາຍຂຶ້ນ ແລະ ບັນຫາຂໍ້ຂັດແຍ່ງຢູ່ເອີລົບເກີດມີສົງຄາມ, ໃນເມືອພົບວິກິດແບບນີ້ຂ້າພະເຈົ້າໃນນາມຫົວໜ້າບໍລິສັດນໍ້າມັນເຊື້ອໄຟລາວສາຂາແຂວງຄຳມ່ວນ ຢາກຂໍຮຽກຮ້ອງມາຍັງສັງຄົມ ໃຫ້ປະຍັດໃນການນໍາໃຊ້ ຫລີກລ້ຽງບັນຫາໄປຫລີ້ນໄປທ່ຽວໂດຍສິ່ງບໍ່ຈຳເປັນ ແລະ ນໍ້າມັນມີສະຕອກໄວ້ນີ້ເພື່ອນຳໃຊ້ເຂົ້າໃນດ້ານກະສິກຳ ການເຮັດໄຮ່, ໄຖນາ ເພື່ອລ້ຽງຊີບປະຈຳວັນ ໃນຊ່ວງວິກິດນີ້ຖ້າພວກເຮົາຟຸມເຟື່ອຍກໍ່ຈະເຮັດໃຫ້ການດຳລົງຊີວິດພົບບັນຫາຫຍຸ້ງ ຍາກ.ສຳລັບປໍ້າຕົວແທນຂອງລັດເຮົາ ( ປໍ້າຫລັກ 02 ) ຖືໄດ້ວ່າຍັງມີພຽງພໍ ແລະ ມີສ່ວນແຮໄວ້ ເພື່ອສະໜອງໃຫ້ບັນດາການນຳ ແລະ ພາກສ່ວນກ່ຽວຂ້ອງ ໃນເວລາສຸກເສີນຕ່າງໆ ແລະ ພາກສ່ວນໃດມີຂໍ້ຄິດເຫັນ ຫລື ຫາວິທີແກ້ໄຂທີ່ດີກວ່ານີ້ກໍ່ຫາວິທີແກ້ໄຂຊ່ວຍກັນ ເພື່ອລຸດຜ່ອນແບ່ງເບົາໃຫ້ພັກ – ລັດເຮົາ ເພື່ອກ້າວໄປສູ່ສະພາບປົກກະຕິ.

ຂໍ້ມູນຈາກ: Khammouane News

ເປີດນໍາໃຊ້ໂຮງງານ ຂຸດຄົ້ນຊັບສິນ ຄຣິບໂຕ ຢູ່ແຂວງຈຳປາສັກ

ເປີດນໍາໃຊ້ໂຮງງານ ຂຸດຄົ້ນຊັບສິນ ຄຣິບໂຕ ຈໍາປາສັກ

ຫວ່າງບໍ່ດົນມານີ້, ບໍລິສັດ ຂຸດຄົ້ນຄຣິບໂຕ ລາວ ຈໍາກັດ ໄດ້ຈັດພິທີເປີດນໍາໃຊ້ໂຮງງານ ຂຸດຄົ້ນຊັບສິນ ຄຣິບໂຕ ຂຶ້ນຢູ່ ບ້ານຈຽງໄຊ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໂດຍການເຂົ້າຮ່ວມຂອງ ທ່ານ ປອ.ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ, ທ່ານ ບັນດິດ ສຈ.ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ປອ.ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈັນທະບູນ ລັດຕະນະວົງ ຜູ້ຊ່ວຍທ່ານນາຍົກລັດຖະມົນຕີ, ທ່ານ ພູໂຂງ ຈິດຮູບໂລກ ຫົວໜ້າຫ້ອງການກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ລິດທິກອນ ພູມມະສັກ ປະທານສະພາບໍລິຫານ ກຸ່ມ ບໍລິສັດ​ ເອໄອເອັຟ. ມີການນໍາຈາກພາກສ່ວນກ່ຽວຂ້ອງຂອງສູນກາງ, ການນໍາພະແນກການ ແລະກົມກອງທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ການນໍາເມືອງບາຈຽງຈະເລີນສຸກ, ການນໍາກຸ່ມບໍລິສັດ ເອໄອເອັຟ, ນັກທຸລະກິດ, ຜູ້ປະກອບການ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ແຫຼ່ງຂ່າວ: ໜັງສືພິມຈຳປາໃໝ່ 𝐂𝐡𝐚𝐦𝐩𝐚𝐦𝐚𝐢 𝐍𝐞𝐰𝐬𝐩𝐚𝐩𝐞𝐫