Home Blog Page 110

ຕ້ອນຮັບທູດຟີລິບປິນ ຍື່ນສານຕາຕັ້ງ ແລະ ມອບສານແຕ່ງຕັ້ງໃຫ້ທູດລາວໄປປະຈຳຢູ່ບຣູໄນ

ປະທານປະເທດ ຕ້ອນຮັບທູດຟີລິບປິນ ຍື່ນສານຕາຕັ້ງ ແລະ ມອບສານແຕ່ງຕັ້ງໃຫ້ທູດລາວໄປປະຈຳຢູ່ບຣູໄນ ດາຣູຊາລາມ

ຂປລ. ໃນວັນທີ 23 ກຸມພາ 2022 ທີ່ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບ ທ່ານ ນາງ ດີນາ ຈອຍ ດີ ອາມາຕົງ (DEENA JOY D. AMATONG) ເຂົ້າຍື່ນສານຕາຕັ້ງ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດ ຟີລິບປິນ ຄົນໃໝ່ ປະຈຳ ສປປ ລາວ ຊຶ່ງມີສຳນັກງານຕັ້ງຢູ່ນະຄອນຫຼວງວຽງຈັນ.

ສປປ ລາວ ແລະ ສ ຟີລິບປິນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 14 ມັງກອນ 1955, ຕະຫຼອດໄລຍະຜ່ານມາການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃນຊຸມປີຜ່ານມາໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ ເຫັນໄດ້ສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິ ລະຫວ່າງການນຳຂັ້ນສູງໃນລະດັບຕ່າງໆ ເພື່ອສົ່ງເສີມ ແລະ ຮັດແໜ້ນການຮ່ວມມື.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ນາງ ດີນາ ຈອຍ ດີ ອາມາຕົງ (DEENA JOY D. AMATONG) ທີ່ໄດ້ຖືກແຕ່ງຕັ້ງມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດຟີລິບປິນ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້, ພ້ອມທັງໄດ້ແຈ້ງສະພາບການ ຂອງ ສປປ ລາວ ໃຫ້ທ່ານທູດໄດ້ຮັບຊາບ ແລະ ຫວັງວ່າ ໃນຕະຫຼອດໄລຍະຂອງການປະຕິບັດໜ້າທີ່ ການທູດຢູ່ ລາວ ທ່ານທູດຈະປະກອບສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສ ຟີລິບປິນ ໃຫ້ນັບມື້ຂະຫຍາຍຕົວຂຶ້ນເລື້ອຍໆ.

ໃນວັນດຽວກັນນີ້ ທີ່ນະຄອນຫຼວງວຽງຈັນ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ນາງ ແສງດາວັນ ວົງໄຊ ເພື່ອໄປດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ.

ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ທ່ານທູດລາວ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ຈົ່ງສືບຕໍ່ປະກອບສ່ວນເຂົ້າ ໃນການຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນການທູດ ທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມນີ້, ທ່ານປະທານປະເທດ ຍັງໄດ້ອວຍພອນໃຫ້ທ່ານທູດຈົ່ງເດີນທາງ ໄປປະຕິບັດໜ້າທີ່ ຢູ່ຕ່າງປະເທດ ດ້ວຍຄວາມສະຫວັດດີພາບ.

ຂ່າວ: ສົມຫວັງ – ພາບ: ເກດສະໜາ, ປະຊາຊົນ

ແຈ້ງການ! ການຄຸ້ມຄອງແຮງງານ ແລະ ນຳໃຊ້ແຮງງານໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ

ກະຊວງແຜນການ ແລະ ການລົງທຶນ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ຄະນະຄຸ້ມຄອງ ເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ອອກແຈ້ງການ: ເຖິງອຳນວຍການບໍລິສັດ, ນັກທຸລະກິດ, ຜູ້ປະກອບການ ແລະ ຜູ້ອອກແຮງງານ ພາຍ ຂສພຄ.

ເລື່ອງ: ການຄຸ້ມຄອງແຮງງານ ແລະ ນຳໃຊ້ແຮງງານໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເພື່ອເຮັດໃຫ້ການຄຸ້ນຄອງ ແລະ ນຳໃຊ້ແຮງງານຂອງຜູ້ປະກອບການ ແລະ ຜູ້ອອກແຮງງານໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ແລະ ຮັບປະກັນການດຳເນີນທຸລະກິດຂອງບັນດາບໍລິສັດ, ຜູ້ປະກອບການ ໄດ້ດຳເນີນວຽກງານຢ່າງສະດວກ ແລະ ຕອບສະໜອງໄດ້ຕໍ່ກັບຄວາມຕ້ອງການໃນການນຳໃຊ້ແຮງງານກໍ່ຄືຜູ້ອອກແຮງງານຕໍ່ການປະຕິບັດໜ້າທີ່ວຽກງານ ແລະ ການດຳລົງຊີວິດຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໃຫ້ໄດ້ຮັບປະກັນ ແລະ ຖືກຕ້ອງຕາມກົດລະບຽບກົດໝາຍ.

ເຊີ່ງມີເນື້ອໃນດັ່ງລຸ່ມນີ້:

.

.

.

.

.

.

.

.

ເມືອງຊຽງຮ່ອນ ເກັບລາຍຮັບເຂົ້າງົບປະມານໄດ້ 2,68 ຕື້ກີບ ໃນປີ 2021

ສະຫາຍ ແສງອາທິດ ລາວເບຼຍຢາທໍ ກໍາມະການປະຈໍາພັກເມືອງ, ຮອງເຈົ້າເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ຕໍ່ກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງ ຊຽງຮ່ອນ ຄັ້ງທີ 7 ສະໄໝທີ VII ໃນວັນວັນທີ 21 ກຸມພາ 2022, ທີ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ເຊິ່ງສະຫາຍໄດ້ກ່າວວ່າ:

ຜ່ານການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງຊຽງຮ່ອນ ນັບແຕ່ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງເປັນຕົ້ນມາແມ່ນຍັງສາມາດຮັບປະກັນເຮັດໃຫ້ເສດຖະກິດຂອງເມືອງ ໄດ້ຮັບການພັດທະນາ ແລະ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ; ສະເພາະໃນປີ 2021 ນີ້ ເຖິງວ່າອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຈະບໍ່ສາມາດບັນລຸຕາມຄາດໝາຍທີ່ວາງໄວ້ໃນລະດັບ 7,5% ແຕ່ກໍຖືວ່າຍັງສືບຕໍ່ພັດທະນາໂດຍຄາດຄະເນວ່າຈະຂະຫຍາຍຕົວຢູ່ໃນລະດັບ 3% ທຽບໃສ່ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ປະຕິບັດໄດ້ 42,8%; ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 2,68 ຕື້ກີບ ເທົ່າກັບ 118% ທຽບໃສ່ໄລຍະດຽວກັນ ປະຕິບັດລືນ 1,90%, ປະຕິບັດລາຍຈ່າຍໄດ້ 2,52 ຕື້ກີບ ເທົ່າກັບ 98%,

ການຜະລິດສະບຽງອາຫານເປັນຕົ້ນແມ່ນການປູກເຂົ້ານາໄດ້ຫັນມານໍາໃຊ້ເຕັກນິກຫຼາຍຂຶ້ນ ເຮັດໃຫ້ສະມັດຕະພາບແລະຄຸນນະພາບສູງຂຶ້ນກວ່າຜ່ານມາ ສາມາດຜະລິດເຂົ້າໄດ້ທັງໝົດ 20.406,1 ໂຕນ, ສະເລ່ຍໃສ່ຫົວຄົນໄດ້ 284 ກິໂລ ຕໍ່ຄົນຕໍ່ປີ, ການປູກພືດອຸດສາຫະກໍາເປັນສິນຄ້າເປັນຕົ້ນ: ໝາກເດືອຍ, ສາລີ, ໝາກໂມ, ໝາກເຜັດກໍ່ໄດ້ຮັບການສົ່ງເສີມ ແລະ ການປູກຢາງພາລາໄດ້ກາຍເປັນພືດເສດຖະກິດປາຍແຫຼມຕິດພັນກັບອຸດສາຫະກຳປຸງແຕ່ງ ເຊິ່ງໄດ້ມີການດຶງດູດເອົານັກລົງທຶນມາສ້າງຕັ້ງໂຮງງານຢາງພາລາ, ໂຮງງານອົບແຫ້ງຖົ່ວເຫຼືອງ, ໂຮງງານສີໝາກເດືອຍ, ໂຮງສີເຂົ້າທັນສະໄໝ, ການລ້ຽງສັດໃຫຍ່ເຊັ່ນ:

ງົວ, ຄວາຍ,ໝູ ໄດ້ຮັບການຊຸກຍູ້ສົ່ງເສີມກວ້າງອອກໂດຍມີສັດເພີ່ມຂຶ້ນ 33,81%, ພື້ນຖານໂຄງລ່າງທີ່ຈໍາເປັນເຊັ່ນ: ເສັ້ນທາງລະຫວ່າງເມືອງຕໍ່ເມືອງແລະເສັ້ນທາງເທດສະບານເມືອງໄດ້ຮັບການບູລະນະ ແລະ ສ້ອມແປງມີຄວາມສະດວກກວ່າຜ່ານມາ, ໄດ້ຂະຫຍາຍຕາໜ່າງໄຟຟ້າໄປສູ່ຊົນນະບົດຢ່າງທົ່ວເຖິງ, ການແກ້ໄຂນໍ້າລິນ, ນໍ້າໃຊ້ຂອງປະຊາຊົນໄດ້ຮັບການພັດທະນາຍົກລະດັບດີຂຶ້ນ, ສໍາລັບທິດທາງແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2022 ທ່ານ ແສງອາທິດ ລາວເບຼຍຢາທໍ ຮອງເຈົ້າເມືອງ ຊຽງຮ່ອນ ໄດ້ກ່າວວ່າ: ຄາດໝາຍສູ້ຊົນທາງດ້ານເສດຖະກິດມະຫາພາກ ດ້ານລາຍຮັບເບື້ອງຕົ້ນປີ 2022 ຈະຈັດເກັບລາຍຮັບບໍ່ໃຫ້ຫຼຸດ 2.041 ລ້ານກີບໃນນີ້ : ລາຍຈາກສ່ວຍສາອາກອນ 1.971 ລ້ານກີບ, ລາຍຮັບຈາກຊັບສິນຂອງລັດ 70 ລ້ານກີບ, ຄາດຄະເນລາຍຈ່າຍງົບປະມານຂອງເມືອງປີ 2022 ຈໍານວນ 2.468 ລ້ານກີບ, ສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກສິນຄ້າໃຫ້ໄດ້ 2.907.990 ໂດລາສະຫະລັດຄຸ້ມຄອງການນໍາເຂົ້າສິນຄ້າໃຫ້ຢູ່ໃນລະດັບ 121.000 ລ້ານໂດລາສະຫະລັດ.

ຂ່າວ-ພາບ: Lao National Radio

ລາວ ກວດພົບສາຍພັນໂອໄມຄຣອນ 1 ກໍລະນີ ຈາກແຂວງບໍລິຄຳໄຊ

ຕາມການລາຍງານຈາກຄະນະສະເພາະປະຈຳວັນທີ 23/02/2022 ໂດຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ໃຫ້ຮູ້ວ່າ:

ສປປ ລາວເຮົາ ໄດ້ກວດພົບສາຍພັນໂອໄມຄຣອນ ທັງໝົດ 27 ກໍລະນີ ນັບແຕ່ເດືອນມັງກອນ 2022 ເປັນຕົ້ນມາ, ໃນນັ້ນ 26 ກໍລະນີແມ່ນກວດພົບຈາກ ຜູ້ທີ່ເດີນທາງມາຈາກຕ່າງປະເທດ ແລະ 1 ກໍລະນີ ແມ່ນກວດພົບຈາກ ເພດຍິງ, ອາຍຸ 60 ປີ ຈາກແຂວງບໍລິຄຳໄຊ, ຜູ້ກ່ຽວຮູ້ສຶກບໍ່ສະບາຍ ຈຶ່ງໄດ້ມາກວດຢູ່ໂຮງໝໍແຂວງ ພ້ອມທັງ ຖືກເກັບຕົວຢ່າງ ແລະ ກວດພົບເຊື້ອໂຄວິດ-19, ພ້ອມດຽວກັນນັ້ນ ກໍ່ໄດ້ກວດພົບສາຍພັນໂອໄມຄຣອນ BA.1, ສິ່ງທ້າທາຍ ແມ່ນ ຜູ້ກ່ຽວບໍ່ມີປະຫວັດເດີນທາງມາຈາກຕ່າງປະເທດ.

ປັດຈຸບັນ ທີມງານເຝົ້າລະວັງ ກຳລັງລົງສອບສວນ ແລະ ຕິດຕາມຜູ້ສຳຜັດໃກ້ຊິດ.

ເພື່ອສະກັດກັ້ນ ບໍ່ໃຫ້ເກີດການລະບາດຂອງສາຍພັນໂອໄມຄຣອນ ໃນປະເທດຂອງພວກເຮົາ ຫຼື ຖ້າເກີດ ກໍ່ໃຫ້ມີຕົວເລກຜູ້ຕິດເຊື້ອໜ້ອຍທີ່ສຸດ, ບໍ່ໃຫ້ການລະບາດແກ່ຍາວ.

ສະນັ້ນ ພວກເຮົາທຸກຄົນ ບໍ່ຄວນປະໝາດ ຕ້ອງມີສະຕິປ້ອງກັນຕົນເອງຢ່າງເຂັ້ມງວດ ແລະ ຕະຫຼອດເວລາ ພ້ອມດຽວກັນນັ້ນ ກໍ່ຕ້ອງໄປຮັບການສັກວັກຊີນໃຫ້ຄົບທຸກເຂັມທີ່ແນະນຳ ລວມທັງ ເຂັມກະຕຸ້ນ ເພື່ອສ້າງພູມຄຸ້ມກັນໃຫ້ໂຕເອງ ກໍ່ຄື ຄົນອ້ອມຂ້າງ ແລະ ຊຸມຊົນ.

ພ້ອມດຽວກັນນີ້ ຖ້າຫາກທ່ານ ຮູ້ວ່າຕົນເອງເປັນຜູ້ສຳພັດໃກ້ຊິດ ກັບ ຜູ້ທີ່ຕິດເຊື້ອ ຫຼື ໄດ້ເດີນທາງໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຈົ່ງຮີບຮ້ອນໄປພົບແພດໝໍ ເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດ, ສຳລັບຜູ້ທີ່ບໍ່ສະບາຍ ມີອາການຄ້າຍຄືໄຂ້ຫວັດ ກໍ່ໃຫ້ຮີບຮ້ອນໄປກວດ, ບໍ່ຄວນໄປຊື້ຢາມາກິນເອງ ແລະ ໃນໄລຍະລໍຖ້າຜົນກວດ ກໍ່ໃຫ້ຈຳກັດໂຕເອງ ແຍກໂຕອອກຈາກຄອບຄົວ ແລະ ຄົນໃກ້ຊິດ, ເຖິງແມ່ນວ່າຜົນກວດ ຈະອອກມາເປັນລົບກໍ່ຕາມ ກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນົດ 7 ວັນ ຈຶ່ງອອກມາເຄື່ອນໄຫວປົກກະຕິ ເພື່ອຕັດວົງຈອນການສົ່ງເຊື້ອພະຍາດໄປຫາຄົນອ້ອມຂ້າງ ແລະ ສູ່ສັງຄົມ.

ຊົມເຊີຍ! ເຈົ້າໜ້າທີ່ຕຳຫຼວດເຂັ້ມງວດກວດກາ-ປາບປາມ ຢາເສບຕິດ

ຕາມການລາຍງານຈາກ ທ່ານ ພັອ ບົວພັນ ຟອງມະນີ ຮອງຫົວໜ້າກົມໃຫຍ່ຕໍາຫລວດກະຊວງ ປກສ ເມື່ອບໍ່ດົນນີ້ວ່າ: ພາຍຫລັງ ທີ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນຂອບເຂດທົ່ວປະເທດ ສໍາເລັດຢ່າງເປັນຮູບປະທໍາ, ເຈົ້າໜ້າທີ່ກໍາລັງຕໍາຫລວດວິຊາສະເພາະທຸກເຫລົ່າຮົບ ໄດ້ສຸມໃສ່ກວດກາ-ຕິດຕາມ ແລະ ຊອກຄົ້ນບັນດາເປົ້າໝາຍຄ້າຂາຍຢາເສບຕິດຢູ່ຕາມຈຸດຫລໍ່ແຫລມ-ມົ້ວສຸມ, ລີ້ຊ້ອນ ແລະ ຕາມຂອບເຂດຊາຍແດນ, ຜ່ານການຈັດຕັ້ງປະຕິບັດຕົວ ໃນໄລຍະຜ່ານມາ ທົ່ວປະເທດ ສາມາດມ້າງຄະດີຢາເສບຕິດໄດ້ 3.730 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 5.217 ຄົນຍິງ 509 ຄົນ, ຕ່າງປະເທດ 119 ຄົນ, ຍິງ 5 ຄົນ ແລະ ສາມາດດໍາເນີນຄະດີສໍາເລັດໄດ້ 3.370 ເລື່ອງ, ມີຜູ້ຖືກຫາ 4.758 ຄົນຍິງ 534 ຄົນ.

ຈາກຄະດີທີ່ເກີດຂຶ້ນ ສາມາດຢຶດຂອງກາງຢາເສບຕິດປະເພດຕ່າງໆໄດ້ຄື: ເຮໂຣອິນ 467,79 ກິໂລກຣາມ, ຢາບ້າ 14.300,81 ກິໂລກຣາມ, ຢາຝິ່ນ 18,92 ກິໂລກຣາມ, ກັນຊາ 5.846,69 ກິໂລກຣາມ, ຢາໄອສ໌ 2.991,02 ກິໂລກຣາມ, ນ້ຳຢາເຄມີ 10 ກິໂລກຣາມ, ເຄຕາມິນ 4,11 ກິໂລກຣາມ, ຢາອີ 0,08 ກິໂລກຣາມ, ແປ້ງຝຸ່ນເພື່ອນຳມາປະສົມຜະລິດຢາເສບຕິດ 19.480 ກິໂລກຣາມ, ກວດພົບເຄື່ອງຂອງກາງໃນການນຳໃຊ້ເຄື່ອນໄຫວກໍການກະທໍາຜິດເຊັ່ນ: ພາຫະນະ, ອາວຸດ, ອຸປະກອນປະເພດຕ່າງໆ ເປັນຕົ້ນ ລົດໃຫຍ່ 135 ຄັນ, ລົດຈັກ 755 ຄັນ, ເຮືອ 2 ລໍາ, ອາວຸດປືນ 28 ກະບອກ, ລູກປືນ 420 ລູກ, ເງິນກີບ 1,3 ຕື້ກວ່າກີບ, ເງິນບາດ 4 ລ້ານກວ່າບາດ, ເງິນໂດລາ 590 ໂດລາ, ເງິນຢວນ 540.366 ຢວນ, ເງິນດົງ 1.450. 000 ດົງ ແລະ ເຄື່ອງຂອງກາງອື່ນໆອີກຫລາຍລາຍການ.

ທ່ານຮອງຫົວໜ້າກົມໃຫຍ່ຕໍາຫລວດ ຍັງໃຫ້ຮູ້ອີກວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ມີທັງສິ່ງອໍານວຍຄວາມສະດວກ ແລະ ຂໍ້ຫຍຸ້ງຍາກ ເນື່ອງຈາກວ່າພວກກະທໍາຜິດທາງອາຍາໃນທົ່ວສັງຄົມ ນັບມື້ເພີ່ມຂຶ້ນ, ມີລັກສະນະສັບສົນ, ສະຫລັບຊັບຊ້ອນ, ມີເລ່ລ່ຽມການເຄື່ອນໄຫວທີ່ເລິກແລບແນບນຽນ, ບັງອາດເປີດແປນ, ຈັດຕັ້ງເປັນກຸ່ມແກ້ງ, ຕິດຕໍ່ກັນຫລາຍແຂວງ-ຫລາຍປະເທດ, ມີລັກສະນະຮຸນແຮງ, ນໍາໃຊ້ເຄື່ອງມືທີ່ທັນສະໄໝ ແລະ ອາວຸດເສິກ ເຂົ້າໃນການກໍ່ເຫດ, ພ້ອມທັງມີການບັນຊາທັງພາຍໃນ ແລະຕ່າງປະເທດ. ຢ່າງໃດກໍຕາມ, ເຈົ້າໜ້າທີ່ຂອງພວກເຮົາ ກໍບໍ່ໄດ້ລົດລະຄວາມພະຍາຍາມ ໄດ້ນໍາກໍາລັງວິຊາສະເພາະທີ່ມີຄວາມສາມາດ, ມີຄວາມຊໍານິ-ຊໍານານ ເຂົ້າໃນການສະກັດກັ້ນ ແລະ ມ້າງລາຍຄະດີດັ່ງກ່າວເຮັດໃຫ້ສາມາດແກ້ໄຂຄະດີ ໄດ້ຢ່າງເປັນຮູບປະທໍາ, ພ້ອມທັງຢຶດຂອງກາງທີ່ມີສ່ວນພົວພັນກັບຢາເສບຕິດໄດ້ເປັນຈໍານວນຫລາຍ.

ຂ່າວ: ກົມສື່ມວນຊົນ ປກສ

ສະຖານີ​ຫຼວງ​ພະ​ບາງ​ເປີດດຳເນີນທຸລະກຳຂົນສົ່ງ​ສິນຄ້າແລ້ວ

ເພື່ອຕອບສະໜອງຄວາມຕ້ອງການ ໃນການຂົນສົ່ງສິນຄ້າໃນປະຈຸບັນ ແລະ ອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ, ບໍລິສັດທາງລົດໄຟລາວ-ຈີນ ຈິ່ງໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າຢູ່ສະຖານີຫຼວງພະບາງຢ່າງເປັນທາງການໃນວັນທີ 22 ກຸມພາ 2022.

ສະນັ້ນ, ເຮັດໃຫ້ສະຖານີຫຼວງພະບາງເປັນສະຖານີທີ 4 ທີ່ໄດ້ດຳເນີນທຸລະກຳຂົນສົ່ງສິນຄ້າ, ອີກ 3 ສະຖານີທີ່ໄດ້ເປີດທຸລະກຳຂົນສົ່ງສິນຄ້າແລ້ວມີຄື: ສະຖານີວຽງຈັນໃຕ້, ສະຖານີນາເຕີຍ ແລະ ສະຖານີວັງວຽງ.

ສະຖານີຫຼວງພະບາງຫຼັກໆແມ່ນ ຈະດຳເນີນທຸກລະກຳສິນຄ້າຂາເຂົ້າ-ຂາອອກ ໂດຍມີເສັ້ນທາງຂົນສົ່ງ 2 ສາຍຄື ສາຍ1 ສາມາດເຮັດວຽກໄດ້ 25 ຕູ້ຄອນເທັນເນີ້ ສ່ວນເສັ້ນທາງສາຍ2ເຮັດວຽກໜຶ່ງໄດ້ 26 ຕູ້ຄອນເທັນເນີ້. ເຊິ່ງລານບັນຈຸຕູ້ຄອນເທັນເນີ້ສະຖານີຫຼວງພະບາງສາມາດບັນຈຸໄດ້ 1.568 ຕູ້. ໃນໄລຍະເລີ່ມຕົ້ນຂອງການຂົນສົ່ງສິນຄ້າຕົ້ນຕໍແມ່ນໂລຫະ, ແຮ່ ແລະ ຊີມັງ. ສ່ວນສິນຄ້າຂສເຂົ້າສ່ວນໃຫຍ່ແມ່ນຖ່ານຫີນ ແລະ ສິນຄ້າທົ່ວໄປ.

ອ້າງອີງ: LCR, ໜັງສືພິມເສດຖະກິດການຄ້າ

ລາຍງານມື້ນີ້! ເສຍຊີວິດໃໝ່ +3

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 23 ກຸມພາ 2022

ພະຍາກອນອາກາດ ປະຈໍາວັນທີ 22 ກຸມພາ 2022

ມວນອາກາດເຢັນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກະແສລົມຕາເວັນ ອອກສ່ຽງເຫນືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຫນາວເຢັນລົງຕື່ມອີກ 1 ຫາ 2 ອົງສາຢູ່ໃນແຕ່ລະພາກ ແລະ ອາກາດຍັງຈະຫນາວ ເຢັນຫຼາຍຢູ່ ແຂວງພາກເຫນືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີຫມອກຫນາປົກຫຸ້ມໃນຕອນເຊົ້າ ແລະ ຈະມີ ຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

ອ່ານລາຍລະອຽດຕາມແຈ້ງການ

ກວດພົບການລັກລອບປູກຝິ່ນ 8 ແຂວງພາກເໜຶືອ

ຕາມການລາຍງານຈາກ ທ່ານ ພັທ ວົງໄຊ ພັນທະວົງ ຮອງຫົວໜ້າຫ້ອງການ 315 ໃນກອງປະຊຸມສະຫລຸບວຽກງານ ປະຈໍາປີ 2021 ໃນວັນທີ 18 ກຸມພາ ຜ່ານມາວ່າ: ໃນປີ 2021 ຜ່ານມາ, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ (315) ກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ກວດພົບການລັກລອບປູກຝິ່ນຂອງປະຊາຊົນຢູ່ 8 ແຂວງພາກເໜືອ ມີ 156 ຈຸດ, ພົບເຫັນສວນຝິ່ນ 1.278 ຕອນ, ມີ ເນື້ອທີ່ 901 ເຮັກຕາ, ລົງທໍາລາຍສວນ ຝິ່ນ 569 ເຮັກຕາ ແລະ ທໍາລາຍສວນກັນຊາ ຈໍານວນ 4,2 ເຮັກຕາ, ພ້ອມທັງເຮັດບົດບັນທຶກຢຸດເຊົາການປູກຝິ່ນ 12.856 ຄອບຄົວ. ພ້ອມນີ້, ຫ້ອງການ 315 ໄດ້ສົມທົບກັບພະແນກ ນໍາເອົາລະບຽບກົດໝາຍລົງເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນຢ່າງຕໍ່ເນື່ອງ ເພື່ອໃຫ້ຢຸດເຊົາການລັກລອບປູກຝິ່ນ-ກັນຊາແຕ່ກໍຍັງພົບເຫັນພໍ່-ແມ່ປະຊາຊົນຈໍານວນໜຶ່ງ ລັກລອບປູກ.

ທ່ານ ພັທ ວົງໄຊ ພັນທະວົງ ຍັງໃຫ້ຮູ້ອີກວ່າ: ໄປຄຽງຄູ່ກັນນີ້, ຍັງໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ. ໃນນັ້ນ, ໄດ້ເຂົ້າຮ່ວມໃນການຮ່າງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດພ້ອມທັງຈັດຕັ້ງຜັນຂະຫຍາຍວຽກງານດັ່ງກ່າວ ໄປຕາມວຽກງານຈຸດສຸມ 6 ວຽກ ແລະ ການປະຕິບັດຕາມກົດໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍຢາເສບຕິດ, ນິຕິກໍາ, ດໍາລັດ, ມະຕິ, ຄໍາສັ່ງ ແລະ ອື່ນໆ. ພ້ອມນີ້, ກອງປະຊຸມຍັງໄດ້ ຮັບຟັງການໂອ້ລົມຈາກ ທ່ານ ພົຕ ຄໍາກິ່ງ ຜຸຍຫລ້າມະນີວົງ ໂດຍທ່ານໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ການເມືອງ, ສໍາລັບວຽກງານວິຊາສະເພາະແມ່ນເພີ່ມທະວີໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ລົງສູ່ທ້ອງຖິ່ນປະຊາຊົນຢ່າງຕໍ່ເນື່ອງ-ກວ້າງຂວາງ ແນ່ໃສ່ໃຫ້ເຂົາໃຈຮູ້ໄດ້ຜົນຮ້າຍ ແລະ ອັນຕະລາຍທີ່ເກີດຈາກຢາເສບຕິດ, ທັງສຸມໃສ່ກວດກາຈຸດທີ່ປະຊາຊົນລັກລອບປູກ ນໍາໄປສູ່ການທໍາລາຍຖິ້ມໄປຄວບຄູ່ກັບການປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ.

ຮູບປະກອບ

ຂ່າວ-ພາບ: ກົມສື່ມວນຊົນ ປກສ

ຮອງເຈົ້າເມືອງໂຂງ ລົງຕິດຕາມຜົນເສຍຫາຍຈາກລົມພາຍຸລະດູຮ້ອນ

ຖະແຫລ່ງຂ່າວຈາກ ເມືອງໂຂງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 21 ກຸມພາ 2022 ນີ້, ທ່ານ ຄຳສິງ ບຸນຈະເລີນ ຮອງເຈົ້າເມືອງໂຂງ ລົງຕິດຕາມ ຜົນເສຍຫາຍຈາກລົມພະຍຸລະດູຮ້ອນ ທີ່ພັດເຂົ້າໃສ່ບ້ານເຮືອນຂອງປະຊາຊົນໃນວັນທີ 20 ຜ່ານມາ ຢູ່ຈຳນວນ 5 ບ້ານຄື ບ້ານຊຽງຫວາງ, ກາງໂຂງ, ບ້ານນາ, ບ້ານຫ້ວຍ, ຫາດຊາຍຄູນ ແລະ ສູນກັກໂຕເຝົ້າລະວັງພະຍາດໂຄວິດ-19 ຂອງເມືອງ.

ທ່ານ ຄຳສິງ ບຸນຈະເລີນ ໄດ້ໃຫ້ຮູ້ວ່າ: ຕໍ່ກັບເຫດການທີ່ເກີດຂຶ້ນເຫັນວ່າຈຳນວນບ້ານເຮືອນຂອງປະຊາຊົນໄດ້ຮັບຜົນກະທົບສ່ວນໃຫຍ່ແມ່ນຫລັງຄາເປ່ເພ, ໄມ້ເຄື່ອງເຮືອນບາງຊະນິດກໍ່ບໍສາມາດນຳໃຊ້ໄດ້ ແລະ ເຄື່ອງໃຊ້ໄຟຟ້າຈຳນວນໜຶ່ງກໍເສຍຫາຍ. ດັ່ງນັ້ນ, ໃນເບື້ອງຕົ້ນ ອຳນາດການປົກຄອງເມືອງກໍໄດ້ຮີບຮ້ອນເປີດກອງປະຊຸມ, ພ້ອມແຕ່ງຕັ້ງຄະນະຮັບຜິດຊອບລົງເກັບກຳຂໍ້ມູນລາຍລະອຽດ ເພື່ອສັງລວມຜົນເສຍຫາຍໃຫ້ຊັດເຈນ.

ປັດຈຸບັນ, ຜົນເສຍຫາຍຈາກລົມພະຍຸພັດເຂົ້າໃສ່ບ້ານເຮືອນຂອງປະຊາຊົນຊາວເມືອງໂຂງ ຄັ້ງນີ້ແມ່ນຍັງບໍ່ສາມາດສະຫລຸບສັງລວມໄດ້ລະອຽດເທື່ອ.

ແຫຼ່ງຂ່າວ: ປະເທດລາວ