Home Blog Page 14

ຮັດແໜ້ນສາຍສຳພັນລາວ-ຫວຽດນາມ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັທາງການ, ພ້ອມທັງເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະ ບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 45 ແລະ ເຂົ້າຮ່ວມພິທີສະຫລຸບປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ແຕ່ວັນທີ 11-12 ມັງກອນ 2023 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມນໍາໂດຍ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງເຖິງນະຄອນຫລວງວຽງຈັນ ໃນຕອນເຊົ້າຂອງວັນທີ 11 ມັງກອນ 2023 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ສໍານັກງານນາຍົກລັດຖະມົນຕີ. ຫລັງຈາກສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍ ນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ດໍາເນີນການພົບປະສອງຝ່າຍກັບ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ, ທີ່ສໍານັກງານນາຍົກລັດຖະມົນຕີ. ໃນການພົບປະຄັ້ງນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຄັ້ງນີ້ ຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ເຊິ່ງຖືເປັນການຢ້ຽມຢາມ ແລະ ພົບປະກັນຄັ້ງທໍາອິດ ຂອງສອງນາຍົກລັດຖະມົນຕີ, ສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງຢ່າງແທ້ຈິງ.

ໃນໂອກາດດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນລາວ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ ສະຫາຍ ສອນໄຊ ສີພັນດອນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ໃນກອງປະຊຸມ ສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 30 ທັນວາ 2022 ຜ່ານມາ. ພ້ອມນັ້ນ, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ກໍໄດ້ເຊື້ອເຊີນ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ ໃນໂອກາດທີ່ເໝາະສົມ.

ການພົບປະຄັ້ງນີ້, ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ແລະ ຕີລາຄາສູງ ຕໍ່ການຮ່ວມມືຮອບດ້ານ ຂອງສອງປະເທດ, ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ແລະ ຂໍ້ຕົກລົງຮ່ວມມືສອງຝ່າຍ ກໍຄື ການຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ ໃນທຸກໆດ້ານຕະຫລອດໄລຍະຜ່ານມາ ເປັນຕົ້ນ ການພົວພັນຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມຮັດແໜ້ນ, ໝັ້ນທ່ຽງ, ມີຫລາຍຮູບ, ຫລາຍແບບ, ສ້າງໄດ້ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ໃນລະດັບສູງ, ມີການໄປມາ ແລະ ພົບປະ ລະຫວ່າງການນໍາຂັ້ນສູງ ແລະ ທຸກລະດັບ ເປັນປົກກະຕິ; ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ມີປະສິດທິພາບ; ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ຖະແຫລງຂ່າວ, ວັດທະນະທໍາ, ກິ ລາ, ທ່ອງທ່ຽວ, ອົງການຈັດຕັ້ງມະຫາຊົນ ແລະ ລະຫວ່າງປະຊາຊົນກັບປະຊາຊົນ ໄດ້ຮັບການເພີ່ມທະວີ ແລະ ນໍາເອົາຜົນປະໂຫຍດຢ່າງເປັນຮູບປະທໍາ ມາສູ່ປະຊາຊົນສອງຊາດ ເປັນຢ່າງດີ, ບັນດາຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງຕ່າງໆ ແມ່ນໄດ້ຮັບຄວາມເອົາໃຈໃສ່ແກ້ໄຂຈາກທັງສອງຝ່າຍ ເຮັດໃຫ້ສາມາດຜ່ານໄປໄດ້ດ້ວຍດີ. ການຮ່ວມມືລະຫວ່າງບັນ ດາກະຊວງ, ຂະແໜງການ ແລະ ທ່ອງຖິ່ນ ນັບມື້ນັບໃກ້ຊິດສະໜິດສະໜົມ ແລະ ມີປະສິດທິຜົນ.

ພ້ອມນີ້, ສອງຝ່າຍ ໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ, ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບທີ່ຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍຕາມທັດສະນະຍູ້ແຮງການຮ່ວມມືຮອບດ້ານໃນທຸກຂົງເຂດວຽກງານ ເປັນຕົ້ນ ການຮ່ວມມືດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະ ເທດ, ເສດຖະກິດ-ການຄ້າ, ການລົງທຶນ, ການເຊື່ອມໂຍງພື້ນຖານໂຄງລ່າງ, ການທ່ອງທ່ຽວ, ພະລັງງານ, ກະສິກໍາສະອາດ, ການສຶກສາ, ວັດທະນະທໍາ, ສາທາລະນະສຸກ, ວິທະຍາສາດ-ເຕັກນິກ ແລະ ອື່ນໆ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍເຫັນດີໃນການສືບຕໍ່ເພີ່ມທະວີ ການສຶກສາອົບຮົມມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃນຖັນແຖວພະນັກງານ ແລະ ປະຊາຊົນ ກໍຄື ຖັນແຖວຊາວໜຸ່ມ-ເຍົາວະຊົນ ຂອງສອງປະເທດ. ນອກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໂອກາດດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຮ່ວມມື ແລະ ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ຕໍ່ ສປປ ລາວ ຕະຫລອດໄລຍະຜ່ານມາ ບໍ່ວ່າຈະໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດໃນປັດຈຸບັນ. ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ຄໍາຊົມເຊີຍ ແລະ ຄໍາເວົ້າອັນຈົບງາມຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ພ້ອມທີ່ຈະຮ່ວມເຮັດວຽກກັບ ສະຫາຍ ຟ້າມ ມິງ ຈິງ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມອ້າຍນ້ອງ ໃຫ້ຍືນຍົງ ແລະ ໜັກແໜ້ນຍິ່ງໆຂຶ້ນ.

ພາຍຫລັງສໍາເລັດການພົບປະສອງຝ່າຍ, ສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 10 ສະບັບຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສ້າງກົນໄກການປຶກສາຫາລືວຽກງານການທູດເສດຖະກິດ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ແຜນງານການຄົ້ນຄວ້າ ແລະ ຝຶກອົບຮົມໃຫ້ແກ່ ນັກການທູດ ແລະ ພະນັກງານກະຊວງການຕ່າງປະເທດ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ; ສົນທິສັນຍາ ວ່າດ້ວຍ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ທາງດ້ານຍຸຕິທໍາໃນບັນຫາທາງແພ່ງ ລະຫວ່າງ ສປປ ລາວ ແລະ ສສ ຫວຽດ ນາມ; ສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ວ່າດ້ວຍ ຄູ່ຮ່ວມມືດີຈິຕອນ; ອະນຸສັນຍາ ວ່າດ້ວຍ ການຮ່ວມມືກໍ່ສ້າງບຸກຄາລະກອນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ; ແຜນການຮ່ວມມື ປີ 2023 ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາທິການ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ; ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ກະຊວງສາທາລະນະສຸກ ແຫ່ງ ສສ ຫວຽດນາມ; ບົດບັນທຶກການສ້າງຕັ້ງສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງ ແຂວງຈໍາປາສັກ ແຫ່ງ ສປປ ລາວ ແລະ ແຂວງກວາງຈິ ແຫ່ງ ສສ ຫວຽດນາມ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານນະວັດຕະກໍາທາງດ້ານການເງິນ ແລະ ລະບົບຊໍາລະ ລະຫວ່າງ ທະນາຄານ ແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດ ຫວຽດນາມ; ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ ຫວຽດນາມ ກ່ຽວກັບ ການຮ່ວມມືຮອບດ້ານຂົງເຂດຄົມມະນາຄົມ ແລະ ຂົນສົ່ງທາງນໍ້າ.

ໃນວັນດຽວກັນ, ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງ ກໍໄດ້ເດີນທາງໄປວາງພວງມາລາຢູ່ ອານຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະລະເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນ ໃນສະໄໝສົງຄາມ.

ແຫຼ່າງຂ່າວ: ປະເທດລາວ

ເດີນທາງເຖິງ ສປປ ລາວ ຮຽບຮ້ອຍ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງມາເຖິງ ສປປ ລາວ

ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ຂອງ ສສ ຫວຽດນາມ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ໃນ​ຕອນເຊົ້າຂອງວັນ​ທີ 11 ມັງກອນ 2023 ໂດຍມີ ສະຫາຍ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແລະ ຄະ​ນະຜູ້ແທນຝ່າຍລາວ ໃຫ້ການຕ້ອນຮັບ.

ການເດີນ​ທາງມາຢ້ຽມຢາມສັນຖະວະໄມຕີ ຢ່າງເປັນທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 11-12 ມັງກອນ 2023 ນີ້, ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ເພື່ອຮັດແໜ້ນ ແລະ ເສີມ​ຂະ​ຫຍາຍ​ ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ.

ແຫຼ່ງຂ່າວ: ຂປລ

ຮ່ວມມືຕິດຕັ້ງສະຖານີສາກລົດໄຟຟ້າໃນປ້ໍານ້ຳມັນ ພີທີທີ ລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືຕິດຕັ້ງສະຖານີສາກລົດໄຟຟ້າພາຍໃຕ້ແບຣນ EV Station Pluz | Blue Dot ພາຍໃນພື້ນທີ່ປ້ໍານ້ຳມັນ ພີທີທີ ລາວ ໃນທົ່ວປະເທດ ລະຫວ່າງ ບໍລິສັດ ລາວທານີ ກົນຈັກຫນັກ ຈໍາກັດຜູ້ດຽວ (ບຼູດອດ) ແລະ ບໍລິສັດ ພີທີທີ (ລາວ) ຈໍາກັດ.

ໃນວັນທີ 9 ມັງກອນ 2023, ຢູ່ທີ່ ບໍລິສັດ ລາວທານີ ກົນຈັກຫນັກ ຈໍາກັດຜູ້ດຽວ (ບຼູດອດ), ບ້ານສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືຕິດຕັ້ງສະຖານີສາກລົດໄຟຟ້າ ພາຍໃຕ້ແບຣນ EV Station Pluz | Blue Dot ພາຍໃນພື້ນທີ່ປ້ໍານ້ຳມັນ ພີທີທີ (ລາວ) ຈຳກັດ ໃນທົ່ວປະເທດ ລະຫວ່າງ ບໍລິສັດ ລາວທານີ ກົນຈັກຫນັກ ຈໍາກັດຜູ້ດຽວ (ບຼູດອດ) ແລະ ບໍລິສັດ ພີທີທີ (ລາວ) ຈໍາກັດ, ຕາງຫນ້າເຊັນລົງນາມບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ໂດຍທ່ານ ລັດສະສີພົນ ພິມພະຈັນ, ຜູ້ອໍານວຍການ ບໍລິສັດ ລາວທານີ ກົນຈັກຫນັກ (ບຼູດອດ) ແລະ ທ່ານ ທິຣະ ວິຣະວົງ, ຜູ້ອໍານວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ. ໂດຍມີການໃຫ້ກຽດ ເຂົ້າຮ່ວມເປັນສັກຂີພະຍານຈາກ ຄະນະຜູ້ບໍລິຫານງານ, ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ແລະ ມີບັນດາແຂກຈາກພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ໃຫ້ກຽດເຂົ້າຮ່ວມໃນພິທີຢ່າງພ້ອມພຽງ.

ເພື່ອເປັນການຮອງຮັບຄວາມຮຽກຮ້ອງຕ້ອງການ, ການເພີ່ມຂຶ້ນຂອງຈໍານວນລົດໄຟຟ້າໃນ ສປປລາວ ແລະ ເພື່ອອຳນວຍຄວາມສະດວກ ໃນການເດີນທາງດ້ວຍລົດໄຟຟ້າຈາກປະເທດອ້ອມຂ້າງ ເປົ້າໝາຍເພື່ອໃຫ້ປະເທດລາວເປັນ Land-Link ຂອງ ASEAN ຢ່າງແທ້ຈິງ, ດ້ວຍເຫດນັ້ນ ທາງ ລາວທານີ ຈິ່ງໄດ້ ຮ່ວມມືກັບທາງ ບໍລິສັດ ພີທີທີ (ລາວ) ຈຳກັດ ໃນຄັ້ງນີ້ເພື່ອກໍ່ສ້າງ ແລະ ຂະຫຍາຍສະຖານີສາກລົດໄຟຟ້າໃຫ້ຄວບຄຸມພື້ນທີ່ທຸກການເດີນທາງຂອງທ່ານ ພາຍໃຕ້ແນວຄິດ Concept ວ່າ H2H “Connect your HOME TO your HOLIDAY” ທີ່ສາມາດຕອບໂຈດການເດີນທາງ ໄປ-ກັບ ຈາກເຮືອນຂອງທ່ານເພື່ອໄປເຖິງຈຸດໝາຍປາຍທາງ ແລະ ບັນດາສະຖານທີ່ທ່ອງທ່ຽວຕ່າງໆໃນ ສປປລາວ ເພື່ອເປັນການສະໜັບສະໜູນການທ່ອງທ່ຽວສີຂຽວ ແລະ ເປັນມິດກັບທຳມະຊາດ ແລະ ສິ່ງແວດລ້ອມ.

ໂດຍລະບົບສະຖານີສາກລົດໄຟຟ້າ EV Station Pluz | BlueDot ນັ້ນ ແມ່ນມີຕູ້ສາກ ທີ່ໄດ້ຮັບມາດຕະຖານຈາກຢູໂຣບ (CE Certificate) ຊື່ງມີກໍາລັງໄຟຟ້າສູງເຖິງ 182kW ແລະ 202kW ເຊິ່ງເປັນຕູ້ສາກທີ່ໄວທີ່ສຸດໃນຕອນນີ້, ລຸ້ນ ADC182 ປະກອບມີຫົວສາກ DC ແບບ CCS2 ຂະໜາດ 160kW (160 ກິໂລວັດ) ຈຳນວນ 02 ຫົວ ແລະ ຫົວສາກ AC ແບບ Type2 ຂະໜາດ 22 kW (22 ກິໂລວັດ) ອີກ 01 ຫົວ, ແລະ ລຸ້ນ ADC202 ປະກອບມີຫົວສາກ DC ແບບ CCS2 ຂະໜາດ 180kW (180 ກິໂລວັດ) ຈຳນວນ 02 ຫົວ ແລະ ຫົວສາກ AC ແບບ Type2 ຂະໜາດ 22 kW (22 ກິໂລວັດ) ອີກ 01 ຫົວ, ເຊິ່ງສາມາດໃຫ້ບໍລິການໄດ້ 03 ຄັນໃນເວລາດຽວກັນໄດ້ເລີຍ.

ເນື່ອງຈາກປະເທດເພື່ອນບ້ານກໍ່ຄືປະເທດໄທກໍ່ມີການຂະຫຍາຍສະຖານີສາກລົດໄຟຟ້າ (EV Station PluZ) ໃນຂອບເຂດເກືອບທົ່ວປະເທດແລ້ວ ແລະ ໃນປະເທດໄທກໍ່ກຳລັງເປັນທີ່ນິຍົມກັນຫັນມາໃຊ້ລົດໄຟຟ້າເຊັ່ນກັນ ໃນປີ 2023 ນີ້ພວກເຮົາຮ່ວມມືກັນວາງແຜນຂະຫຍາຍສະຖານີສາກລົດໄຟຟ້າພາຍໃນປໍ້ານໍ້າມັນ ພີທີທີ (ລາວ) ຈໍາກັດ ຢູ່ 10 ຈຸດຄື: ສະຖານີນ້ຳມັນ ດອນກອຍ, ສະຖານີນ້ຳມັນ ຫຼັກ21, ສະຖານີນ້ຳມັນ ໜອງແຕ່ງ, ສະຖານີນ້ຳມັນ ຫຼວງພະບາງ, ສະຖານີນ້ຳມັນ ວັງວຽງ, ສະຖານີນ້ຳມັນ ກາສີ, ສະຖານີນ້ຳມັນ ປາກຊັນ, ສະຖານີນ້ຳມັນ ທ່າແຂກ, ສະຖານີນ້ຳມັນ ສະຫວັນນະເຂດ ແລະ ສະຖານີນ້ຳມັນ ປາກເຊ.

ໂດຍໃນເບື້ອງຕົ້ນແມ່ນຈະມີການເຊັນບົດບັນທຶກຄວາມເຂົ້າໃຈ MOU ຮ່ວມກັນໃນຄັ້ງນີ້ ເພື່ອສຶກສາໃນລາຍລະອຽດຕ່າງໆກ່ຽວກັບການຮ່ວມມືກັນເພື່ອກ້າວເຂົ້າສູ່ການເຊັນສັນຍາເພື່ອດຳເນີນການຂະຫຍາຍສະຖານີສາກຕໍ່ໄປ.

ການຮ່ວມມືລະຫວ່າງ ລາວທານີ ແລະ ພີທີທີ ລາວ ໃນຄັ້ງນີ້ຖືເປັນໂອກາດທີ່ເຫມາະສົມ ແລະ ດີງາມຂອງທັງສອງຝ່າຍໃນການຮ່ວມມືພັດທະນາອຸດສາຫະກໍາລົດໄຟຟ້າແລະ ຍັງໄດ້ມີສ່ວນຮ່ວມຕໍ່ການເອົາໃຈໃສ່ດ້ານສິ່ງແວດລ້ອມ ແລະສັງຄົມເພື່ອໃຫ້ເປັນໄປຕາມນະໂຍບາຍຂອງລັດຖະບານກຳນົດທັງນີ້ກໍເພື່ອແນໃສ່ເພີ່ມຄວາມສະດວກສະບາຍ ແລະ ທັນສະໄໝ ແກ່ສັງຄົມອີກດ້ວຍ.

ເມືອງແກ່ນທ້າວ ສົ່ງສິນຄ້າອອກຕ່າງປະເທດ 348.000 ກວ່າໂຕນ

ຕາມການລາຍງານຈາກ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ປີ 2022 ເມືອງແກ່ນທ້າວ ໄດ້ເຄື່ອນຍ້າຍສິນຄ້າອອກຕ່າງປະເທດ 348.000 ກວ່າໂຕນ, ເຊິ່ງມີມູນຄ່າ 39.800.000 ກວ່າໂດລາ, ທຽບໃສ່ແຜນການປີປະຕິບັດໄດ້ 132,81%.

ໃນນີ້, ສາລີ 13.900 ກວ່າໂຕນ, ມູນຄ່າ 1.600.000 ກວ່າໂດລາ, ໝາກເດືອຍ 2.800 ກວ່າໂຕນ, ມູນຄ່າ 721.000 ກວ່າໂດລາ, ມັນຕົ້ນແຫ້ງ 327.000 ກວ່າໂຕນ, ມູນຄ່າ 35.900.000 ກວ່າໂດລາ, ຖົ່ວດິນຝັກ 300 ກວ່າໂຕນ, ມູນຄ່າ 99.000 ກວ່າໂດລາ, ຖົ່ວແດງ 2.000 ກວ່າໂຕນ, ມູນຄ່າ 941.000 ກວ່າໂດລາ, ຖົ່ວດໍາ 10 ໂຕນ, ມູນຄ່າ 4.300 ໂດລາ, ໝາກງາ 570 ກວ່າໂຕນ, ມູນຄ່າ 429.000 ໂດລາ, ໝາກຫຍ້າລູຊີ 90 ກວ່າໂຕນ, ມູນຄ່າ 48.000 ກວ່າໂດລາ, ໝາກຂາມສົ້ມ 4 ໂຕນ, ມູນຄ່າ 480 ໂດລາ ແລະ ແກນສາລີ 1.000 ກວ່າໂຕນ, ມູນຄ່າ 11.000 ໂດລາ.

ນອກຈາກນີ້, ຍັງໄດ້ນໍາເຂົ້າສິນຄ້າຈາກຕ່າງປະເທດ ມູນຄ່າ 47.490.000 ກວ່າໂດລາ ທຽບໃສ່ແຜນການປີປະຕິບັດໄດ້ 10,09%. ໃນນີ້, ນໍ້າມັນເຊື້ອໄຟ ມູນຄ່າ 42.498.000 ກວ່າໂດລາ, ພາຫະນະ ມູນຄ່າ 213.000 ກວ່າໂດລາ, ສິ້ນສ່ວນອາໄຫລ່ 253.000 ກວ່າໂດລາ, ເຄື່ອງກໍ່ສ້າງ 997.000 ກວ່າໂດລາ, ເຄື່ອງໃຊ້ໄຟຟ້າ ມູນຄ່າ 445.000 ກວ່າໂດລາ ແລະ ເຄື່ອງອຸປະໂພກ ມູນຄ່າ 3.000.000 ກວ່າໂດລາ.

Cr. ປະເທດລາວ

ເປີດຕະຫຼາດນັດວາງສະແດງ-ຂາຍສິນຄ້າໃນງານບຸນນະມັດສະການພະທາດພະບາດໂພນສັນ

ງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າຕິດພັນກັບງານບຸນປະເພນີນະມັດສະການພະທາດພະບາດໂພນສັນໄດ້ຈັດຂຶ້ນໃນວັນທີ 3 ມັງກອນ ນີ້ ທີ່ເດີ່ນພະທາດພະບາດໂພນສັນ. ເປັນກຽດເຂົ້າຮ່ວມຂອງທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີທ່ານສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ແລະ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນເຂົ້າຮ່ວມ.

ທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງທ່າພະບາດ ກ່າວວ່າ: ເພື່ອເປັນການອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ-ຂອງແຂວງ, ເພີ່ມທະວີຄວາມເຂົ້າໃຈ, ຮັດແໜ້ນຄວາມສາມັກຄີມິດຕະພາບລະຫວ່າງປະຊາຊົນລາວບັນດາເຜົ່າ, ທັງເປັນການກະຕຸ້ນເສດຖະກິດທາງກົງ ແລະ ທາງອ້ອມໂດຍສະເພາະຫົວໜ່ວຍທຸລະກິດທີ່ປິ່ນອ້ອມໃນຂະແໜງການທ່ອງທ່ຽວສົ່ງເສີມການທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ, ສຸມໃສ່ການພັດທະນາການທ່ອງທ່ຽວຂອງເມືອງທ່າພະບາດກໍຄືແຂວງບໍລິຄຳໄຊໃຫ້ສາມາດຮອງຮັບການເພີ່ມຂຶ້ນຂອງນັກທ່ອງທ່ຽວໃນປັດຈຸບັນ ແລະ ອະນາຄົດທີ່ຈະເຂົ້າມາທ່ຽວຊົມໃຫ້ຫຼາຍຂຶ້ນ.

ໂອກາດດັ່ງກ່າວທ່ານເຈົ້າແຂວງຍັງໄດ້ໃຫ້ກຽດຕັດແຖບຜ້າ, ລັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນໃນການເປີດພິທີຢ່າງເປັນທາງການ, ຫຼັງຈາກນັ້ນກໍໄດ້ທ່ຽວຊົມງານຕະຫຼາດນັດວາງສະແດງສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP)”, ສິນຄ້າຄອບຄົວຕົວແບບ, ຜະລິດຕະພັນຂະໜາດນ້ອຍ-ກາງ, ສິນຄ້າກະສິກຳ-ຫັດຖະກຳ, ຈັກສານ, ຕ່ຳແຜ່ນແພ ແລະ ການວາງສະແດງຜະລິດຕະພັນການທ່ອງທ່ຽວ, ໃນນັ້ນມີບັນດາຮ້ານຄ້າທີ່ເຂົ້າຮ່ວມ 247 ຮ້ານ, ສິນຄ້າຫັດຖະກຳ 40 ຮ້ານ, ຮ້ານຂາຍອາຫານ-ເຄື່ອງດື່ມ, ຂາຍສິນຄ້າທົ່ວໄປ 24 ຮ້ານ,ຮ້ານຄ້າຕະຫຼາດນັດຂາຍສິນຄ້າທົ່ວໄປ 99 ຮ້ານ, ນອກຈາກນັ້ນຍັງມີຮ້ານຂາຍເຄື່ອງປະເພດຕ່າງໆອີກ 80 ຮ້ານ, ພາຍໃນງານຍັງມີການວາງສະແດງຈາກຟາມລ້ຽງສັດໃຫຍ່ (ງົວ, ຄວາຍ) ມີ 6 ຫົວໜ່ວຍ ລວມມູນຄ່າສິນຄ້າພາຍໃນງານ 3ຕື້ກວ່າກີບ, ມູນຄ່າຊື້-ຂາຍ ແລະ ການບໍລິການໃນແຕ່ລະວັນຄາດວ່າຈະສູງເຖິງ 1ຕື້ກວ່າກີບ. ສໍາລັບພິທີຕັກບາດບຸນນະມັດສະການພະບາດໂພນສັນແມ່ນຈະໄດ້ຈັດຂຶ້ນໃນວັນທີ 6 ມັງກອນທີ່ຈະມາເຖິງນີ້.

Cr. ປະຊາຊົນ

ຈັບຜູ້ກໍ່ເຫດທໍາລາຍຊັບ (ຈູດໂຮງຮຽນມັດທະຍົມ)

ໃນທ້າຍປີ2022ຜ່ານມານີ້,ທ່ານ ພັທ ພອນໄຊ ຮອງຫົວໜ້າພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: ໃນຄັ້ງວັນທີ 14 ທັນວາ 2022 ເວລາ 24 ໂມງ 30 ນາທີ ,ທາງເຈົ້າໜ້າທີ່ ປກສ ກຸ່ມ ໄດ້ລາຍງານທາງໂທລະສັບຫາເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ວ່າໃນເວລາປະມານ 24 ໂມງ 00 ນາທີ,ຂອງວັນດຽວກັນ ໄດ້ມີເຫດການເກີດອັກຄີໄຟໄໜ້ໂຮງຮຽນມັດທະຍົມຕອນຕົ້ນເລກ 03 ຢູ່ບ້ານ ທ່າເມືອງ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈິ່ງໄດ້ລົງກວດກາສະຖານທີ່ເກີດເຫດ ເຫັນວ່າມີຈິງແທ້ ຈິ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊັນນະສູດສະຖານທີ່ເກີດເຫດ ເຊິ່ງລວມມູນຄ່າເສຍຫາຍທັງໜົດ 786,480,000 ກີບ (ເຈັດຮ້ອຍແປດສິບຫົກລ້ານສີ່ແສນແປດສິບພັນກີບ) ຜ່ານການກວດກາຂອງເຈົ້າໜ້າທີ່ວິຊາສະເພາະ ຈິ່ງສາມາດຮູ້ໄດ້ວ່າສາເຫດທີ່ພາໃຫ້ເກີດອັກຄີໄຟແມ່ນເກີດຈາກຄົນຈູດ.ຕົກມາຮອດວັນທີ 20 ທັນວາ 2022 ໃນເວລາ 12 ໂມງ ທາງເຈົ້າທີ່ຕຳຫຼວດ ຈິ່ງສາມາດກັກຕົວຜູ້ກໍ່ເຫດໄດ້ 03 ຄົນຄື: ທ້າວ ສາຍຄຳ ຫຼື ໄກ່ ອາຍຸ 17 ປີ, ອາຊີບວ່າງງານ ບ້ານທ່າເມືອງ ນະຄອນ ໄກສອນ ພົມວິຫານ ,ທ້າວ ບີ້ ອາຍຸ 16 ປີ,ອາຊີບ ວ່າງງານ ບ້ານດົງດຳດວນ ນະຄອນ ໄກສອນ ພົມວິຫານ ແລະ ທ້າວ ຫຳນ້ອນ ຫຼື ເປີ້ນ ອາຍຸ 16 ປີ, ອາຊີບ ກຳມະກອນ ບ້ານ ໂນນສະຫວາດ ນະຄອນ ໄກສອນ ພົມວິຫານ ເພື່ອມາທຳການສອບສວນ.

ຜ່ານການສືບສວນ-ສອບສວນ ພວກກ່ຽວທັງສາມໄດ້ຍອມຮັບສະຫຼະພາບວ່າ: ໃນເວລາ 21ໂມງ ຂອງວັນທີ 13 ທັນວາ 2022 ທ້າວ ສາຍຄຳ ຫຼື ໄກ່ ໄດ້ຊັກຊວນ ທ້າວ ບີ້ ແລະ ທ້າວ ຫຳນ້ອຍ ຫຼື ເປີ້ນ ໄປລັກຢາສູນບາລາກູ(ຢາສູບໄຟຟ້າ) ພາຍຫຼັງຕົກລົງກັນແລ້ວກໍ່ພາກັນຍ່າງໄປ ແລະອຸປະກອນທີ່ຖືໄປນຳມີດພັບຍາວປະມານ 20 ຊັງຕີແມັດ ພໍຍ່າງໄປຮອດໂຮງຮຽນເວລາ 21 ໂມງຂອງວັນດຽວກັນ ກໍ່ພາກັນປີນຂື້ນກຳແພງຮົ້ວຂອງໂຮງຮຽນເບື້ອງທິດໃຕ້ ກໍ່ໄດ້ພາກັນຍ່າງໄປຕຶກຂອງອຳນວຍການໂຮງຮຽນ ແລ້ວໃຊ້ມີດທີ່ຖືມາງັດໜ່ວຍກະແຈປະຕູທາງເຂົ້າຫ້ອງການ ແຕ່ງັດບໍ່ໄດ້ ຈາກນັ້ນ,ພວກກຽ່ວຈິ່ງໄດ້ຍ່າງໄປທາງຫຼັງຫ້ອງການແລ້ວແນມເຫັນປະຕູທາງເຂົ້າເປັນຫວ່າງປະມານ 02 ນີ້ວ ທ້າວ ສາຍຄຳ ຫຼື ໄກ່ ຈິ່ງໄດ້ຈັບເອົາໄມ້ແຍເຂົ້າໄປໃນຮູແລ້ວງັດໄດ້ປະມານ 20 ນາທີ ງັດອອກມາໄດ້ ພາຍຫຼັງເຂົ້າໄປໄດ້ແລ້ວກໍ່ພາກັນຊອກຫາຢາສູບໄຟຟ້າແຕ່ບໍ່ເຫັນແລ້ວແນມເຫັນພ້າວາງໄວ້ຢູ່ຂ້າງຕຸກນ້ຳ ທ້າວ ສາຍຄຳ ຫຼື ໄກ່ ຈິ່ງໄດ້ຍ່າງໄປຈັບເອົາແລ້ວຖືໄປງັດຫ້ອງຮອງອຳນວຍການ ຍ້ອນວ່າຜູ້ກ່ຽວເຄີຍເປັນນັກຮຽນຢູ່ໂຮງຮຽນດັ່ງກ່າວ ແລະ ເຄີຍຖືກອາຈານ ເອີ້ນໄປສຶກສາອົບຮົມແລ້ວເຫັນຢາສູບໄຟຟ້າທີ່ຄູ-ອາຈານ ຢຶດຈາກນັກຮຽນມາໄວ້ຢູ່ໃນຫ້ອງດັ່ງກ່າວ ໂດຍໃຊ້ວິທີເອົາພ້າງັດກະແຈລູກບິດ ໄດ້ປະມານ 30 ນາທີ ຈີ່ງສາມາດງັດໄດ້ ຊຶ່ງພາຍຫຼັງງັດໄດ້ແລ້ວກໍ່ພາກັນເຂົ້າໄປຄົ້ນຫາຢາສູບໄຟຟ້າແລ້ວພົບເຫັນຢາສູບໄຟຟ້າ ຈຳນວນ 11 ອັນ ທີ່ປະໄວ້ຢູ່ໃນຕູ້ເອກະສານຊັ້ນທີ2 ຈິ່ງພາກັນຈັບເອົາໃສ່ຖົງໂສ້ງ ເຊິ່ງພາຍຫຼັງໄດ້ຢາສູບແລ້ວກໍ່ພາກັນຍ່າງອອກມາຫ້ອງໂຖງ ທ້າວ ສາຍຄຳ ຫຼື ໄກ່ ຈິ່ງແນມເຫັນເຈວລ້າງມື ວາງໄວ້ເທິງໂຕະອາຈານ ຈິ່ງໄດ້ຈັບເອົາແລ້ວຍ່າງເຂົ້າໄປຫ້ອງຮອງອຳນວຍການ ແລ້ວຖອກໃສ່ໂຕະເຮັດວຽກຂອງຮອງອຳນວຍການ ທ້າວ ສາຍຄຳ ຫຼື ໄກ່ ຈິ່ງໄດ້ເອົາກັບໄຟແຊັກນຳທ້າວ ບີ້ ແລ້ວຍ່າງໄປຂີດຈູດ ເຊີ່ງພາຍຫຼັງຈູດແລ້ວພວກກ່ຽວຈິ່ງເອົາຕົວຫຼົບໜີ ປັດຈຸບັນຄະດີລາຍນີ້, ເຈົ້າໜ້າທີ່ແມ່ນຍັງສືບຕໍ່ດຳເນີນຄະດີ ຕາມຂັ້ນຕອນລະບຽບກົດໜາຍ.

ຂ່າວຍັງແຈ້ງຕື່ມອີກວ່າ: ໄດ້ມີເຫດການທຳຮ້າຍຮ່າງກາຍຢູ່ແຄມຂອງທ່າຫຼັງໂຮງໜໍແຂວງ ໃນເວລາ16ໂມງ,ຂອງວັນທີ 18 ທັນວາ 2022 ໄດ້ມີເຟສບຸກຊື່:ພາສາລາວ ປ໋າໄກ່ ສາຍພາເພີນ ໄດ້ໂພສລົງເຟສບຸກຕໍ່ກັບເຫດການທຳຮ້າຍຮ່າງກາຍ ໂດຍໃຊ້ສະກັອດມັດມືທາງຫຼັງແລ້ວລົງມືແຕະຕີພ້ອມທັງເອົາຕີນຍັນລົງນ້ຳຂອງ ສະຖານທີ່ຢູ່ທ່າທາງຫຼັງໂຮງໜໍແຂວງ ພາຍຫຼັງໄດ້ຮັບແຫຼງຂ່າວ ເຫັນວ່າມີມູນຄວາມຈິງແທ້ ຈີ່ງໄດ້ຂື້ນບັນຊີເປົ້າໜາຍ ແລະ ຮູ້ໄດ້ວ່າຜູ້ຖືກທຳຮ້າຍຮ່າງກາຍຊື່: ທ້າວ ບີ້ ອາຍຸ 16 ປີ,ອາຊີບ ວ່າງງານ ບ້ານດົງດຳດວນ ແລະມາຮອດວັນທີ 20 ທັນວາ 2022 ຈິ່ງໄດ້ນຳຕົວທ້າວ ບີ້ (ຜູ້ຖືກທຳຮ້າຍຮ່າງກາຍ)ເອົາມາສອບຖາມ ແລ້ວຮູ້ວ່າຜູ້ທີ່ທຳຮ້າຍຮ່າງກາຍຄື: ທ້າວ ສາຍຄຳ ຫຼື ໄກ່ ອາຍຸ 17 ປີ,ອາຊີບ ວ່າງງານ ບ້ານທ່າເມືອງ,ທ້າວ ວຽງສະຫວັນ ຫຼື ໂປ ອາຍຸ 13 ປີ,ອາຊີບ ກຳມະກອນ ບ້ານສະພານເໜືອ,ທ້າວ ຈູມຸງ ອາຍຸ 15 ປີ,ອາຊີບ ວ່າງງານ ບ້ານ ໄຊຍະມຸງຄຸນ ແລະ ທ້າວ ພອນຄຳ ຫຼື ໂອ ອາຍຸ 13 ປີ,ອາຊີບ ນັກຮຽນ ບ້ານ ທ່າແຮ່ ນະຄອນ ໄກສອນ ພົມວິຫານ ຈາກນັ້ນ,ຈີ່ງໄດ້ກັກຕົວພວກກ່ຽວມາທຳການສືບສວນ-ສອບສວນ.

ສາຍເຫດ ແລະ ແຮງຈູງໃຈ ໃນການກໍ່ເຫດຄັ້ງນີ້ຍ້ອນແມ່ນທ້າວ ບີ້ ໄປລັກໂທລະສັບຂອງ ສາຍຄຳ ຫຼື ໄກ່ ພວກກ່ຽວທັງສີ່ຈິ່ງໄດ້ໂທດດ້ວຍການເອົາສະກອດມັດມືແລ້ວຍັນລົງນ້ຳຂອງແລະພ້ອມທັງຫຸ້ມທຳຮ້າຍຮ່າງກາຍ

Cr. Media Laos

ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອ, 1 ນະ ຄອນຫຼວງ ແລະ 2 ກອງພົນ ປະຈໍາປີ 2022 ແລະ ທິດທາງແຜນການວຽກງານປີ 2023

ກອງປະຊຸມວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອ, 1 ນະຄອນ ຫຼວງ ແລະ 02 ກອງພົນ (ແຂວງຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ນະຄອນ ຫຼວງ ແລະ ກອງພົນທີ 1, ທີ 2) ປະຈໍາປີ 2022 ແລະ ທິດທາງ ແຜນການປີ 2013 ໄດ້ຈັດຂຶ້ນໃນວັນທີ 3 ມັງກອນ 2023, ຢູ່ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ; ມີບັນດາທ່ານ ເຈົ້າແຂວງ-ຮອງເຈົ້າແຂວງ, ປະທານ-ຮອງປະທານຄະນະກຳມະການ ປກຊ-ປກສ ແຂວງ; ຜູ້ແທນຈາກຫ້ອງວ່າການສູນກາງພັກ, ສະພາແຫ່ງຊາດ, ກະ ຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການຄະນະກຳມະການ ປກຊ-ປກສ, ຄະນະພັກ-ຄະນະບັນຊາກອງພົນທະຫານຮາບທີ 1, ທີ 2, ກອງທັບ, ປກສ ແຂວງ, ຫ້ອງວ່າການແຂວງພາຍໃນແຂວງ, ຫ້ອງການຄະນະກຳມະການ ປກຊ-ປກສ ບັນດາແຂວງ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ພັອ ວີລ່ຽມ ວົງທິສານ ຮອງປະທານຜູ້ປະຈຳ ການຄະນະກຳມະການ ປກຊ-ປກສ ແຂວງຫຼວງພະບາງ, ຫົວໜ້າການທະຫານກອງບັນຊາການທະ ຫານແຂວງຫຼວງພະບາງ ໄດ້ຂຶ້ນຜ່ານຮ່າງສະຫຼຸບຕີລາຄາຄືນສະພາບລວມການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ 1 ນະຄອນຫຼວງ ແລະ 2 ກອງພົນ ປະຈໍາປີ 2022 ແລະ ວາງທິດທາງແຜນການວຽກງານຈຸດສຸມ ປີ 2023; ເຊິ່ງໃນໄລຍະຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາຂອງກົມການເມືອງສູນກາງພັກລັດຖະ ບານ ໂດຍສະເພາະແມ່ນການຊີ້ນຳ-ນຳພາຂອງຄະ ນະກຳມະການ ປກຊ-ປກສ ສູນກາງແຂວງ ແລະ ໄດ້ຮັບການຮ່ວມມືຈາກບັນດາອົງການຈັດຕັ້ງ, ອົງການປົກຄອງແຕ່ລະຂັ້ນ, ການປະກອບສ່ວນຂອງປະຊາຊົນບັນດາເຜົ່າທຸກຊັ້ນຄົນ ແລະ ຄວາມບຸກບືນສູ້ຊົນຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດຍາດໄດ້ຜົນງານດ້ານດີຫຼາຍດ້ານ, ສະແດງອອກໃນການເຮັດໃຫ້ປະເທດຊາດມີຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ 3 ແຂວງ ແລະ ນະຄອນຫຼວງວຽງຈັນ ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ລະບົບການເມືອງຢູ່ຂັ້ນຮາກຖານໄດ້ຮັບການປັບປຸງເສດຖະກິດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ພັດທະນາດີຂຶ້ນເທື່ອລະກ້າວ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນັບມື້ເຕີບໃຫຍ່ເຂັ້ມແຂງ ຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ພ້ອມກັນປະກອບສ່ວນຢ່າງແຂງ ແຮງເຂົ້າໃນການເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຂັ້ນທ້ອງຖິ່ນຂອງຕົນຢ່າງເປັນຂະ ບວນກວ້າງຂວາງ.

ໄປຄຽງຄູ່ກັບດ້ານວຽກງານທີ່ກ່າວມາຂ້າງເທິງນັ້ນ, ໃນວາລະກອງປະຊຸມບັນດາຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນປະກອບຄຳເຫັນ, ແລກປ່ຽນບົດຮຽນໝາກຜົນຂອງການຈັດ ຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ກົມກອງທ້ອງຖິ່ນຂອງຕົນ ແລະ ປະ ກອບຄຳຄິດຄຳເຫັນໃສ່ທິດທາງແຜນການ, ວຽກ ງານຈຸດສຸມ ໃນປີ 2023 ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໄດ້ຮັບໝາກຜົນດີກວ່າເກົ່າໃນຕໍ່ໜ້າ.

ໂອກາດດຽວກັນນີ້, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຍັງໄດ້ໃຫ້ກຽດໂອ້ລົມ, ຊີ້ນຳຕໍ່ກອງປະຊຸມ, ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການຊີ້ນໍາ-ນໍາພາ, ການຈັດຕັ້ງປະຕິ ບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ໃນໄລຍະ 1 ປີຜ່ານມາ, ເຖິງວ່າຈະປະເຊີນໜ້າກັບສະພາບຄວາມຫຍຸ້ງຍາກຫຼາຍປະການ, ແຕ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບັນ ດາກົມກອງ, ກຳລັງປະກອບອາວຸດແຕ່ລະຂັ້ນ ກໍໄດ້ສຸມທຸກກຳລັງແຮງເຮັດສໍາເລັດໜ້າທີ່ຂອງຕົນ ດ້ວຍນໍ້າໃຈຄວາມຮັບຜິດຊອບຢ່າງແທ້ຈິງ, ຈາກນັ້ນ, ທ່ານກໍຍັງໄດ້ເນັ້ນໜັກໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ບັນດາແຂວງ, ອົງການຈັດຕັ້ງພາກສ່ວນກ່ຽວຂ້ອງຈົ່ງພ້ອມກັນເພີມທະວີຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ທີ່ພັກ, ລັດ ແລະ ປະຊາ ຊົນມອບໝາຍໃຫ້, ພ້ອມກັນຈັດຕັ້ງປະຕິບັດວຽກ ງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອຮັບປະກັນໃຫ້ປະເທດ ຊາດ, ກໍຄື 3 ແຂວງ ແລະ ນະຄອນຫຼວງວຽງຈັນ ສືບຕໍ່ມີຄວາມສະຫງົບ, ມີສະຖຽນລະພາບທາງ ດ້ານການເມືອງ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມຜາສຸກ, ສ້າງບາດ ກ້າວການພັດທະນາໃຫ້ບັນລຸຕາມເປົ້າໝາຍທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ໃນສະເພາະໜ້າກໍຄື: ຍາວໜານ.

ໃນຕອນທ້າຍກອງປະຊຸມ, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະ ການ ປກຊ-ປກສ ສູນກາງ ໄດ້ຕາງໜ້າໃຫ້ຄະນະກຳມະການ ປກຊ-ປກສ ສູນກາງມອບເຄື່ອງໃຊ້ຫ້ອງການປະເພດປິນເຕີ້ 1 ໜ່ວຍ ແລະ ຈັກກ໊ອບປີ 1 ໜ່ວຍ ໃຫ້ຫ້ອງການ ປກຊ-ປກສ ແຂວງຫຼວງພະບາງ ເພື່ອມູນໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ມີຄວາມສະດວກ ແລະ ວ່ອງໄວກວ່າເກົ່າ.

ແຫຼ່ງຂ່າວ: ຄວາມສະຫງົບ Lao Security News

5 ວັນອັນຕະລາຍ ສະຫຼອງປີໃໝ່ສາກົນ

5 ວັນອັນຕະລາຍ ສະຫຼອງປີໃໝ່ ສາກົນປີນີ້ ມີຜູ້ເສຍຊີວິດ 26 ຄົນໃນໄລຍະ 5 ວັນອັນຕະລາຍ(29 ທັນວາ 2022 ຫາ 2 ມັງກອນ 2023) ຂອງການສະເຫຼີມສະຫຼອງປີໃໝ່ສາກົນ 2023 ທົ່ວປະເທດ ໄດ້ເກີດອຸບັດເຫດ 190 ຄັ້ງ, ມີຜູ້ບາດເຈັບ 311 ຄົນ, ເສຍຊີວິດທັງໝົດ 26 ຄົນ, ພາຫະນະເປ່ເພ 323 ຂັນ; ໃນນັ້ນແຂວງທີ່ເກີດອຸບັດເຫດຫຼາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ 26 ຄັ້ງ, ເສຍຊີວິດ 5 ຄົນ; ສະຫວັນນະເຂດ 22 ຄັ້ງ, ເສຍຊີວິດ 5 ຄົນ; ຫຼວງພະບາງ 19 ຄັ້ງ, ບໍລິຄຳໄຊ 14 ຄັ້ງເຊິ່ງສາເຫດຕົ້ນຕໍທີ່ພາໃຫ້ເກີດອຸບັດເຫດ ແມ່ນຍ້ອນດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ. ຢ່າງໃດກໍຕາມ ເມື່ອສົມທຽບຈຳນວນອຸບັດເຫດທີ່ເກີດຂຶ້ນໃນປີນີ້ ກັບປີຜ່ານມາແມ່ນຫລຸດລົງ 7 ຄັ້ງ ແລະ ເສຍຊີວິດຫລຸດລົງ 17 ຄົນ.

ທ່ານ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນໃນວັນທີ 3 ມັງກອນ 2023 ວ່າ: ເພື່ອເຮັດໃຫ້ການສະເຫລີມສະຫລອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ສາກົນ 2022-2023 ມີຄວາມສະຫງົບ, ມີຄວາມເປັນລະບຽບຮອບຮ້ອຍ ແລະ ປອດໄພ ໃນການສັນຈອນ ໄປ-ມາ ປະສະຈາກໄດ້ປະກົດການຫຍໍ້ທໍ້ ແລະ ຫລຸດຜ່ອນຜົນເສຍຫາຍຈາກການເກີດອຸບັດເຫດ, ກົມຕຳຫລວດຈະລາຈອນໄດ້ວາງມາດຕະການຕ່າງໆ ເພື່ອປ້ອງກັນອຸບັດຕິເຫດ ຢ່າງເຂັ້ມງວດ ແຕ່ກໍຍັງມີຜູ້ໃຊ້ລົດໃຊ້ຖະໜົນຈຳນວນໜຶ່ງ ຖືເບົາຕໍ່ກົດລະບຽບຈະລາຈອນ ເປັນຕົ້ນ: ຂັບຂີ່ລົດໄວເກີນກຳນົດ, ດື່ມສິ່ງມຶນເມົາແລ້ວຂັບຂີ່ພາຫະນະ, ປ່ຽນທິດທາງການຂັບຂີ່ຢ່າງກະທັນຫັນ, ເຕັກ ນິກບໍ່ຮັບປະກັນ, ແຊງບໍ່ຮັບປະກັນ ແລະ ບໍ່ປ່ອຍສິດໃຫ້ຄົນອື່ນ.

ແຫຼ່ງຂ່າວ: ຂປລ

ສອງທະນາຄານທຸລະກິດຂອງລັດ ທີ່ໄດ້ຮັບການປະຕິຮູບ

ທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກໍາ ແມ່ນສອງທະນາຄານທຸລະກິດຂອງລັດ ທີ່ໄດ້ຮັບການປະຕິຮູບ ຕາມທິດທາງແຜນການຂອງພັກ-ລັດຖະບານ ໃນການປະຕິຮູບລັດວິສາຫະກິດ ຊຶ່ງແມ່ນໜຶ່ງໃນມາດຕະການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ທີ່ເປັນວາລະແຫ່ງຊາດ ຊຶ່ງພາຍຫຼັງການປະຕິຮູບມາຮອດທ້າຍປີຜ່ານມາ ເຫັນວ່າມີທ່າອ່ຽງກ້າວໄປສູ່ປະສິດທິຜົນດີຂຶ້ນ ໄດ້ເລີ່ມມີກຳໄລສຸດທິ ຄື: ທະນາຄານພັດທະນາລາວ ມີກຳໄລສຸດທິ 359 ຕື້ກີບ ແລະ ທະນາຄານສົ່ງເສີມກະສິກຳ ມີ 22,21 ຕື້ກີບ.

ອີງຕາມເອກະສານເນື້ອໃນຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄດ້ໃຫ້ຮູ້ວ່າ: ເຖິງແມ່ນວ່າຍັງຢູ່ໃນໄລຍະການດໍາເນີນການປະຕິຮູບບັນດາຫົວໜ່ວຍລັດວິສາຫະກິດຂະໜາດໃຫຍ່ ຕາມແຜນການຂອງລັດຖະບານ ແຕ່ໝາກຜົນການປະຕິຮູບກໍມີອັນພົ້ນເດັ່ນ ເປັນຕົ້ນການປະຕິຮູບ ສອງທະນາຄານລັດ (ທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກໍາ) ເຫັນວ່າມີທ່າອ່ຽງ ກ້າວໄປສູ່ປະສິດທິຜົນດີຂຶ້ນ ມາຮອດປັດຈຸບັນທັງສອງທະນາຄານໄດ້ເລີ່ມມີກໍາໄລສຸດທິ (ທະນາຄານພັດທະນາລາວ 359 ຕື້ກີບ ແລະ ທະນາຄານສົ່ງເສີມກະສິກໍາ 22,21 ຕື້ກີບ).

ເນື້ອໃນເອກະສານດັ່ງກ່າວ, ຍັງໃຫ້ຮູ້ວ່າ: ເຖິງແມ່ນວ່າພວກເຮົາມີໝາກຜົນຄວາມຄືບໜ້າຈໍານວນໜຶ່ງໃນການປະຕິບັດບັນດາວຽກຈຸດສຸມທັງ 5 ໃນໄລຍະ 1 ປີ 3 ເດືອນຜ່ານມາ, ແຕ່ຫຼາຍວຽກຈຸດສຸມຍັງຕ້ອງການໃຊ້ເວລາໃນການຊຸກຍູ້ ວຽກງານຕົວຈິງ ໂດຍສະເພາະໃນຂັ້ນທ້ອງຖິ່ນ. ສະນັ້ນ, ເຫັນວ່າໃນໄລຍະປີ 2023 ຊຶ່ງແມ່ນປີສຸດທ້າຍຂອງການປະຕິບັດວາລະແຫ່ງຊາດຈະໄດ້ສຸມໃສ່ວຽກງານຕ່າງໆທີ່ຍັງບໍ່ທັນສໍາເລັດ ແລະ ສ້າງໜໍ່ແໜງໃນການສ້າງລາຍຮັບສືບຕໍ່ໄປໃນໄລຍະອີກຊຸມປີຕໍ່ໜ້າເພີ່ມຕື່ມ.

ສໍາລັບການເຂົ້າເຖິງແຫຼ່ງທຶນຂອງ SME ທີ່ເປັນບຸລິມະສິດໃນການຜະລິດເພື່ອທົດແທນການນໍາເຂົ້າ, ໄລຍະຜ່ານມາລັດຖະບານໄດ້ສະໜອງແຫຼ່ງທຶນ SME ຜ່ານໂຄງການສິນເຊື່ອ SME ບ້ວງ 300 ຕື້ກີບ, ໂຄງການສິນເຊື່ອເພື່ອຟື້ນຟູການຜະລິດບ້ວງ 1.800 ຕື້ກີບ ຊຶ່ງມີຈຸດປະສົງສະໜອງແຫຼ່ງທຶນໃຫ້ແກ່ຂະແໜງການຜະລິດທີ່ຕິດພັນກັບຂະແໜງກະສິກໍາ, ປຸງແຕ່ງກະສິກໍາ, ຫັດຖະກໍາ ແລະ ການທ່ອງທ່ຽວ. ມາຮອດປັດຈຸບັນ ເຫັນໄດ້ວ່າໄດ້ສະໜອງແຫຼ່ງທຶນຜ່ານໂຄງການສິນເຊື່ອດັ່ງກ່າວໃຫ້ແກ່ບັນດາ SMEບຸລິມະສິດໃນຂອບເຂດທົ່ວປະເທດເກືອບໝົດແລ້ວ ແລະເພື່ອສ້າງເງື່ອນໄຂໃຫ້ບັນດາຜູ້ປະກອບການ SME ເຂົ້າເຖິງແຫຼ່ງທຶນໄດ້ຫຼາຍຂຶ້ນ, ລັດຖະບານຈະພະຍາຍາມຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດບັນດາໂຄງການສິນເຊື່ອໃໝ່ຈໍານວນໜຶ່ງໃນປີ 2023 ໂດຍສະເພາະໂຄງການສິນເຊື່ອຖົມຂຸມດອກເບ້ຍ ແລະ ໂຄງການສິນເຊື່ອກະຈາຍແຫຼ່ງທຶນ,ທ້ອງຖິ່ນ ຊຶ່ງປັດຈຸບັນທະນາຄານແຫ່ງ ສປປ ລາວກໍາລັງຄົ້ນຄວ້າ ສ້າງແຜນດໍາເນີນການ. ພ້ອມນັ້ນ, ຈະໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍ SME ທີ່ເປັນບຸລິມະສິດໃນການຂຽນແຜນທຸລະກິດ, ແຜນຄຸ້ມຄອງການເງິນ, ການຖືບັນຊີ ແລະ ອື່ນໆ ເພື່ອເຮັດໃຫ້ຜູ້ປະກອບການມີເງື່ອນໄຂໃນການເຂົ້າເຖິງໂຄງການສິນເຊື່ອຫຼາຍຂຶ້ນ. ອີກປະການໜຶ່ງ, ຈະໄດ້ສຸມໃສ່ ເຜີຍແຜ່ໂຄສະນາບັນດາໂຄງການສິນເຊື່ອ SME ໃຫ້ກວ້າງຂວາງ ແລະ ເຂົ້າເຖິງບັນດາຫົວໜ່ວຍການຜະລິດທີ່ມີທ່າແຮງຢ່າງແທ້ຈິງ.

ແຫຼ່ງຂ່າວ: ປະຊາຊົນ

ລ້ຽງປາ ສ້າງລາຍຮັບ ໄດ້ 140 ລ້ານກີບຕໍ່ປີ

ຄອບຄົວຂອງທ່ານ ວິລະຈິດ ບຸບຜາສາລີ ປະຊາຊົນບ້ານ ຄັນມະກ່ອງ ເມືອງໄຊເສດຖດ ແຂວງ ອັດຕະປື ແມ່ນໜຶ່ງໃນ 129 ຄອບຄົວຕົວແບບດີເດັ່ນ ຂອງແຂວງອັດຕະປື ໃນການສ້າງລາຍຮັບດ້ວການປະກອບອາຊີບລ້ຽງປາຂາຍ ເຊິ່ງສາມາດສ້າງລານຮັບໄດ້ ເຖິງ 140 ລ້ານກີບຕໍ່ປີ.

ທ່ານ ວິລະຈິດ ບຸບຜາສາລີ ຕາງໜ້າຄອບຄົວຕົວແບບດ້ານການຜະລິດ ສ້າງເສດຖະກິດຄອບຄົວ ກ່າວລາຍງານຢູ່ໃນກອງປະຊຸມສະຫຼຸບວຽກງານ 3 ສ້າງ ວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ທົ່ວແຂວງອັດຕະປື ທີ່ຈັດຂຶ້ນເມື່ອວັນທີ 27 ທັນວາ 2022 ນີ້ວ່າ: ພາຍໃນຄອບຄົວຂອງຕົນມີ 3 ຄົນ,ຍິງ 1 ຄົນ, ມີແຮງງານຕົ້ນຕໍ 3 ຄົນ,ຍິງ 1 ຄົນ, ມີເນື້ອທີ່ເຮັດການຜະລິດ 1 ເຮັກຕາເຄິ່ງ, ຜ່ານມາໄດ້ເຮັດທຸລະກິດຄ້າຂາຍ ແລະ ເຮັດບໍລິສັດກໍ່ສ້າງຂົວທາງ ແຕ່ທຸລະກິດດັ່ງກ່າວໄດ້ພົບບັນຫາທາງດ້ານການເງີນ, ມາຮອດປີ 2012 ໂດຍອິງໃສ່ນະໂຍບາຍຂອງພັກ-ລັດຖະບານ,ໃນການຊຸກຍູ້ໃຫ້ປະຊາຊົນເຮັດການຜະລິດໃຫ້ມີຢູ່ມີກິນ, ຕົນເອງຈຶ່ງໄດ້ປຶກສາກັບຄອບຄົວ ພ້ອມທັງໄດ້ສຶກສາກ່ຽວກັບເຕັກນິກການລ້ຽງປາ ແລະໄດ້ຕັດສິນໃຈນໍາໃຊ້ທຶນຂອງຕົນເອງຈຳນວນໜຶ່ງ ຈົກໜອງປາ ຈຳນວນ 2 ໜອງ ໃນມູນຄ່າ 55 ລ້ານກີບ ເພື່ອທໍາການຜະລິດ ເບື້ອງຕົ້ນສາມາດລ້ຽງ ແລະຈໍາໜ່າຍປາອອກຂາຍໄດ້ຈໍານວນໜຶ່ງ ແຕ່ບໍ່ທັນເປັນສິນຄ້າຫຼາຍປານໃດ ເນື່ອງຈາກວ່າ ຈໍານວນໜອງປາຍັງບໍ່ຫລາຍ ຈຶ່ງເຮັດຜົນຜະລິດບໍ່ຫຼາຍ ແລະບໍ່ສາມາດຕອບສະໜອງກັບຄວາມຕ້ອງການຂອງສັງຄົມ, ຈາກນັ້ນ ທາງຄອບຄົວວິລະຈິດ ບຸບຜາສາລີ ໄດ້ຂະຫຍາຍໜອງເພີ່ມຕື່ມອີກ 2 ໜອງ ແລະ ໄດ້ສຶກສາການລ້ຽງປາແບບໃຊ້ເຕັກນິກ ດ້ວຍການຫລຸດຕົ້ນທຶນລົງ ໂດຍການນໍາໃຊ້ແໜແດງ ແລະຜັກຕົບເກືອປາ ເຊິ່ງສາມາດຫຼຸດຜ່ອນລາຍຈ່າຍ ຈາກການຊື້ຫົວອາຫານສຳເລັດຮູບລົງໄດ້ຈຳນວນໜຶ່ງ, ເຮັດໃຫ້ລາຍຮັບຈາກການຂາຍປາ ສະເລ່ຍ 140 ລ້ານກີບຕໍ່ປີ ສາມາດແກ້ໄຂຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ.

ນອກຈາກການລ້ຽງປາແລ້ວ ທາງຄອບຄົວຍັງໄດ້ລ້ຽງ ງົວ 20ໂຕ ແລະ ລ້ຽງແບ້ 14ໂຕ, ເຊິ່ງຜົນສໍາເລັດທັງໝົດນັ້ນແມ່ນຍ້ອນການຕັດສີນໃຈຂອງຄອບຄົວ,ໂດຍການສະໜັບສະໜູນດ້ານວິຊາການ ລ້ຽງສັດ ແລະ ການປະມົງ ຂອງເມືອງ ແລະ ແຂວງ ບວກກັບການຊອກຮູ້ຮໍ່າຮຽນຈາກສື່ໂຄສະນາຕ່າງໆ .

ທ່ານ ວິລະຈິດ ບຸບຜາສາລີ ໄດ້ກ່າວຕື່ມວ່າ: ເພື່ອເປັນການສູ້ຊົນຂະຫຍາຍກິດຈະການ ແລະ ເພີ່ມລາຍຮັບໃຫ້ສູງຂື້ນເລື້ອຍໆ ທາງຄອບຄົວຈະສຶບຕໍ່ປັບປຸງຂະຫຍາຍກິດຈະການດັ່ງກ່າວເພື່ອໃຫ້ເປັນສິນຄ້າ ຫຼາຍຂຶ້ນ ແລະ ຕອບສະໜອງໄດ້ຕາມຄວາມ ຮຽກຮ້ອງຕ້ອງການຂອງຕະຫຼາດພາຍໃນເມືອງ ແລະ ທົ່ວແຂວງ.

ແຫຼ່ງຂ່າວ: Lao National Radio