Home Blog Page 19

ປກສ ເມືອງ ວິລະບູລີ ມ້າງຄະດີຢາເສບຕິດໄດ້ຈໍານວນ 2 ລາຍ, ມີຜູ້ຖືກຫາ 3 ຄົນ

ປກສ ເມືອງ ວິລະບູລີ ມ້າງຄະດີຢາເສບຕິດໄດ້ຈໍານວນ 2 ລາຍ, ມີຜູ້ຖືກຫາ 3 ຄົນ ຢຶດຂອງກາງປະເພດຢາບ້າໄດ້ຈໍານວນ 3 ມັດ ເທົ່າກັບ 18.000 ເມັດ

ຕາມການລາຍງານຂອງທ່ານ ພັຕ ສົມຊາຍ ອິນທິລາດ ຮອງຫົວໜ້າພະແນກຕໍາຫຼວດ ຜູ້ຊີ້ນໍາໜ່ວຍງານສະກັດກັ້ນ ແລະຕ້ານຢາເສບຕິດ ຂອງກອງບັນຊາ ປກສ ເມືອງ ວິລະບູລີ ແຂວງສະຫວັນນະເຂດ ໄດ້ລາຍງານຕໍ່ຜູ້ສື່ຂ່າວຂອງພວກເຮົາ ໃນວັນທີ 8 ພະຈິກ 2022 ນີ້ວ່າ : ໃນຄັ້ງວັນທີ 30 ຕຸລາ 2022 ທີ່ຜ່ານມາ ທາງເຈົ້າໜ້າທີ່ວິຊາສະເພາະໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ຂອງກອງບັນຊາການ ປກສ ເມືອງ ວິລະບູລີ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ:

ໄດ້ມີກຸ່ມຄົນບໍ່ດີຈະມີການຂົນສົ່ງ ຢາເສບຕິດ ( ຢາບ້າ ) ຕາມເສັ້ນທາງເລກທີ 10 ແຕ່ເມືອງ ອາດສະພອນ ຫາ ເມືອງ ວິລະບູລີ, ດັ່ງນັ້ນ ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ລົງຊັນນະສູດແຫຼ່ງຂ່າວເຫັນວ່າມີມູນຄວາມຈິງແທ້ ຈຶ່ງໄດ້ຈັດວາງກໍາລັງສົມທົມກັບພາກສ່ວນທີ່ກ່ຽວຂ້ອງລົງສະກັດກັ້ນທັນທີ, ຕົກມາຮອດເວລາ 07 ໂມງ 40 ນາທີຂອງວັນດຽວກັນ ໄດ້ມີຊາຍຈໍານວນ 02 ຄົນ ຜູ້ທີໜຶ່ງຊື່ທ້າວ ພູ ພິລາຄໍາ ອາຍຸ 62 ປີ ອາຊີບ ເຮັດນາ ຢູ່ບ້ານ ທ່າໂຂ່ງ ເມືອງ ເຊໂປນ ແຂວງ ສະຫັວນນະເຂດ ແລະຜູ້ທີສອງຊື່ທ້າວ ສຸກນະພາ ອາຍຸ 20 ປີ ( ຜູ້ເປັນລູກ ) ອາຊີບ ເຮັດນາ ຢູ່ບ້ານ ທ່າໂຂ່ງ ເມືອງ ເຊໂປນ ທັງສອງໄດ້ຂັບຂີ່ລົດຈັກເວບໄອ ສີຟ້າແກ່ ຊ້ອນກັນມາຮອດຂອບເຂດ ບ້ານ ຫ້ວຍຊວ້ານ ເມືອງ ວິລະບູລີ ແຂວງ ສະຫັວນນະເຂດ ທາງເຈົ້າໜ້າທີ່ຈຶ່ງໄດ້ສະແດງຕົວເຂົ້າໄປຈັບກຸມ ພ້ອມທັງກວດຄົ້ນຕົນຕົວ ແລະ ກະເປົາເຄື່ອງ ຈຶ່ງໄດ້ພົບເຫັນຢາບ້າ ຈໍານວນ 03 ມັດ ເທົ່າກັບ 18.000 ເມັດ, ຕາມການສອບຖາມໃນເບື້ອງຕົ້ນໄດ້ຮູ້ວ່າ ຢາບ້າ ຈໍານວນດັ່ງກ່າວແມ່ນເປັນຂອງພວກກ່ຽວແທ້ ເພື່ອກະກຽມສົ່ງຕໍ່ໃຫ້ລູກຄ້າ ຢຸ່ຂອບເຂດ ເມືອງ ວິລະບູລີ, ຫຼັງຈາກນັ້ນເຈົ້າໜ້າທີ່ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ຈຶ່ງໄດ້ກັກຕົວພວກກ່ຽວພ້ອມກັບເຄື່ອງຂອງກາງ ຂື້ນໄປທີ່ກອງບັນຊາການ ປກສ ເມືອງ ວິລະບູລີ ເພື່ອນໍາມາສືບສວນ-ສອບສວນຂະຫຍາຍຜົນ ແລະດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະຕ້ານຢາເສບຕິດ ຂອງກອງບັນຊາ ປກສ ເມືອງ ວິລະບູລີ ຍັງໄດ້ລາຍງານໃຫ້ຮູ້ຕື່ມອີກວ່າ : ໃນຄັ້ງວັນທີ 04 ພະຈິກ 2022 ທາງເຈົ້າໜ້າທີ່ວິຊາສະເພາະໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ກັກຕົວເປົ້າໝາຍຄ້າ-ຂາຍຢາເສບຕິດຢູ່ເຂດບ້ານ ບຸ່ງຄໍາ ເມືອງ ວິລະບູລີ ຊື່ ທ້າວ ຫວັນ ອາຍຸ 38 ປີ ຢູ່ບ້ານ ດົງນາຄໍາ ນະຄອນໄກສອນ ແຂວງ ສະຫວັນນະເຂດ, ພອ້ມທັງກວດຄົ້ນຕົນຕົວພົບເຄື່ອງຂອງກາງ ຢາບ້າ ຈໍານວນ 86 ເມັດ ທາງເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວຜູ້ກ່ຽວຂື້ນໄປທີ່ກອງບັນຊາການ ປກສ ເມືອງ ວິລະບູລີ ເພື່ອສືບສວນ-ສອບສວນເອົາຂໍ້ມູນ ຂະຫຍາຍຜົນຕື່ມຕໍ່ໄປ.

ສະຫວັນນະເຂດ ກຽມຈັດຄາຣາວານລົດຖີບ 2 ຝັ່ງຂອງ

ແຂວງສະຫວັນນະເຂດ ໄດ້ຈັດພິທີຖະແຫຼງຂ່າວການກະກຽມຈັດງານຄາຣາວານລົດຖີບ 2 ຝັ່ງຂອງເຊື່ອມໂຍງການທ່ອງທ່ຽວລາວ-ໄທ ກໍຄືແຂວງສະຫວັນນະເຂດ ແລະ ແຂວງມຸກດາຫານ ໃຫ້ກັບມາມີບັນຍາກາດຟົດຟື້ນອີກຄັ້ງ ພາຍຫຼັງຈາກການເປີດປະເທດຢ່າງເຕັມຮູບແບບໃນວັນທີ 9 ພຶດສະພາ 2022 ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການທ່ອງທ່ຽວຢຸດ ສະຫງັດ.

ພິທີຖະແຫຼງຂ່າວຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 2 ພະຈິກ 2022 ທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ, ໂດຍເປັນກຽດຖະແຫຼງຂ່າວຂອງ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ, ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ, ມີພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ການຈັດກິດຈະກໍາໃນຄັ້ງນີ້ ແນໃສ່ສົ່ງເສີມການທ່ອງທ່ຽວ ເຊື່ອມໂຍງສາຍສໍາພັນທ່ອງທ່ຽວ ລາວ-ໄທ ກໍຄືແຂວງສະຫວັນນະເຂດ ແລະ ແຂວງມຸກດາຫານ). ພ້ອມກັນນັ້ນຍັງເປັນການຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວຂອງແຂວງສະຫວັນນະເຂດ ພາຍຫຼັງຈາກການເປີດປະເທດ ຢ່າງເຕັມຮູບແບບໃນວັນທີ 9 ພຶດ ສະພາ 2022 ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດພະຍາໂຄວິດ-19 ເຮັດໃຫ້ການທ່ອງທ່ຽວ ຢຸດສະຫງັດ ເວົ້າລວມ, ເວົ້າສະເພາະແມ່ນບັນດາທຸລະກິດໃນຂະແໜງການທ່ອງທ່ຽວຂອງແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບຢ່າງຮ້າຍແຮງ ເປັນຕົ້ນແມ່ນຜູ້ໃຫ່ບໍລິກການດ້ານທີ່ພັກ, ຮ້ານອາຫານ, ຮ້ານບັນເທີງແຫຼ່ງທ່ອງທ່ຽວ ແລະ ອື່ນໆ ແມ່ນຖືກກະທົບເກືອບທັງໝົດ. ດັ່ງນັ້ນ, ເພື່ອເປັນການກະຕຸກຊຸກຍູ້ດ້ານເສດຖະກິດ, ສົ່ງເສີມການທ່ອງທ່ຽວ ແລະ ທັງເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາແຂວງສະຫວັນນະເຂດໃຫ້ຫຼາຍຂຶ້ນ.

ສຳລັບກິດຈະກໍາຈັດຄາຣາວານລົດຖີບ 2 ຝັ່ງຂອງ ເຊື່ອມໂຍງການທ່ອງທ່ຽວລາວ-ໄທ ແມ່ນຈະຈັດຂຶ້ນໃນວັນທີ 13 ພະຈິກ 2022 ທີ່ນະຄອນ ໄກສອນພົມວິຫານ ແຂວງສະຫວັນນະເຂດ. ຊຶ່ງໃນກິດຈະກຳຄັ້ງນີ້ ແມ່ນປະກອບມີ ຮ່ວມຂະບວນຖີບລົດ ມິດຕະພາບລາວ-ໄທ (ສະຫວັນນະເຂດ-ມຸກດາຫານ) ຕາມລາຍການທ່ອງທ່ຽວ ເຊັ່ນ: ເຂົ້ານະມັດສະການພະທາດອິງຮັງ ແລະ ບູຊາ ຮູບປັ້ນພຣະຍານາກ ເພື່ອເປັນສິລິມຸງຄຸນ ແລະ ຂີ່ລົດທ່ຽວຊົມທັດສະນີຍະພາບແຄມຂອງ, ມົນສະເໜ່ຂອງຕົວເມືອງເກົ່າ ແລະ ແຫຼ່ງທ່ອງທ່ຽວອື່ນໆ; ຊົມການສະແດງສິລະປະ-ວັດທະນະທໍາບົດຟ້ອນ, ຂັບລໍາ ແລະ ການສະແດງ ທີ່ເປັນເອກະລັກຂອງແຂວງ ກໍຄືນະຄອນໄກສອນພົມວິຫານ.

ພ້ອມນັ້ນ, ໃນຄໍ່າຄືນຂອງວັນທີ 13 ພະຈິກ 2022 ແມ່ນຈະມີການຕ້ອນຮັບນັກທ່ອງທ່ຽວທີ່ຄ້າງຄືນຈໍານວນໜຶ່ງ ໂດຍການບາສີສູ່ຂວັນ, ຮ່ວມແລກປ່ຽນວັດທະນະທໍາ 2 ຝັ່ງຂອງ ລາວ-ໄທ ແລະ ໃນຕອນເຊົ້າວັນທີ 14 ພະຈິກ 2022 ມີການໃສ່ບາດ 2 ຝ່ັງຂອງ ເຊື່ອມໂຍງການທ່ອງທ່ຽວຮ່ວມກັນ.

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

ຮອງປະທານປະເທດ ໄດ້ຮັບຫລຽນກຽດຕິຄຸນອາທິດອຸໄທ ຊັ້ນ I ຈາກລັດຖະບານຍີ່ປຸ່ນ

ໃນວັນທີ 3 ພະຈິກ ຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ປະກາດລາຍຊື່ຊາວຕ່າງຊາດຜູ້ທີ່ໄດ້ຮັບຫລຽນກຽດຕິຄຸນ ປະຈຳປີ 2022 ແລະ ໄດ້ປະ ດັບຫລຽນກຽດຕິຄຸນອາທິດອຸໄທ ຊັ້ນ I ໃຫ້ ທ່ານນາງ ປານີ ຢາທໍ່ຕູ້ ທີ່ມີຜົນງານການປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການເພີ່ມທະວີສາຍພົວພັນ ແລະ ມິດຕະພາບອັນດີງາມລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຊຶ່ງຫລຽນກຽດຕິຄຸນອາທິດອຸໄທ ຊັ້ນ I ເປັນຫລຽນອັນຊົງກຽດຂອງປະເທດຍີ່ປຸ່ນ ທີ່ມອບໃຫ້ແກ່ບຸກຄົນຜູ້ທີ່ມີການປະກອບສ່ວນຢ່າງພົ້ນເດັ່ນໃນການຊຸກຍູ້ສົ່ງເສີມສາຍພົວພັນສອງຝ່າຍ.

ໃນໄລຍະທີ່ ທ່ານນາງ ປານີ ຢາທໍ່ຕູ້ ດຳລົງຕຳແໜ່ງປະທານສະພາແຫ່ງຊາດ (2010-2021), ທ່ານໄດ້ປະກອບສ່ວນ ສໍາຄັນໃນການພັດທະນາສາຍພົວພັນສອງຝ່າຍ ຜ່ານການຮ່ວມມືຢ່າງກວ້າງຂວາງ ກັບປະເທດຍີ່ປຸ່ນ, ທ່ານມີບົດບາດສໍາຄັນໃນການແລກປ່ຽນຢ້ຽມຢາມລະຫວ່າງລັດຖະສະພາທັງສອງຝ່າຍ ໂດຍໄດ້ໄປຢ້ຽມຢາມຍີ່ປຸ່ນເຖິງ 3 ຄັ້ງ ແລະ ເປັນເຈົ້າພາບຕ້ອນຮັບການມາຢ້ຽມຢາມ ສປປ ລາວ ຂອງ ຄະນະລັດຖະສະພາຍີ່ປຸ່ນ, ນອກນັ້ນທ່ານຍັງໄດ້ນໍາພາ ແລະ ສົ່ງເສີມໂຄງການຮ່ວມມືຍີ່ປຸ່ນ-ລາວ ໃນຫລາຍຂະແໜງການ. ປີ 2012 ຂໍ້ຕົກລົງເພື່ອລິເລີ່ມການຮ່ວມມືດ້ານປະມວນກົດໝາຍແພ່ງຂອງລາວ ກໍໄດ້ຮັບການລົງນາມໂດຍ ທ່ານນາງ ປານີ ຢາທໍ່ຕູ້ ແລະ ທ່ານ ທາກິລັດຖະມົນຕີກະຊວງຍຸຕິທໍາຍີ່ປຸ່ນ ໃນລະຫວ່າງການມາຢ້ຽມຢາມ ສປປ ລາວ, ປະມວນກົດໝາຍແພ່ງສະບັບດັ່ງກ່າວ ຖືວ່າເປັນການຮ່ວມມືຂັ້ນສູງສຸດທາງດ້ານນິຕິກຳລະຫວ່າງສອງປະເທດ, ເຊິ່ງກົດໝາຍແພ່ງລາວ ສະບັບປີ 2018 ກໍໄດ້ຮັບການອະນຸມັດ ໂດຍ ທ່ານນາງ ປານີ ຢາທໍ່ຕູ້ ໃນຖານະປະທານສະພາແຫ່ງຊາດ ເຊັ່ນດຽວກັນ.

ປີ 2015 ທ່ານນາງ ປານີ ຢາທໍ່ຕູ້ ໄດ້ເຂົ້າຮ່ວມກອງປະຊຸມ “WAW! 2015” ທີ່ຍີ່ປຸ່ນ ເຊິ່ງເປັນກອງປະຊຸມສາກົນ ກ່ຽວກັບການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ໃນນາມຜູ້ນຳຍິງ ຕົວແທນຂອງປະເທດລາວ ທ່ານໄດ້ສະແດງການສະໜັບສະໜູນຢ່າງເຂັ້ມແຂງເພື່ອຄວາມສະເໝີພາບທາງເພດ ແລະ ການສ້າງຄວາມເຂັ້ມຂອງແມ່ຍິງ ຊຶ່ງຖືວ່າເປັນໜຶ່ງໃນວຽກງານບູລິມະສິດທີ່ຍີ່ປຸ່ນ ໃຫ້ຄວາມສໍາຄັນສູງສຸດ. ພ້ອມນີ້, ທ່ານຍັງໄດ້ສະແດງເຈດຈຳນົງທີ່ຈະຮ່ວມມືກັບຍີ່ປຸ່ນ ເພື່ອສື່ສານບັນດາບູລິມະສິດເຫລົ່ານີ້ອອກໄປສູ່ສັງຄົມສາກົນ, ໃນໄລຍະການຢ້ຽມຢາມ, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ພົບກັບຜູ້ນຳຍີ່ປຸ່ນຫລາຍທ່ານເຊັ່ນ: ນາຍົກລັດຖະມົນຕີ ທ່ານ ຊິນໂຊ ອາເບະ ປະທານລັດຖະສະພາ ແລະ ປະທານສະພາຜູ້ແທນລາສະດອນຂອງຍີ່ປຸ່ນ, ພ້ອມນັ້ນ ກໍໄດ້ມີໂອກາດພົບກັບສະມາຊິກສະພາຍິງ ຜູ້ທີ່ເປັນໜຶ່ງໃນຄະນະມິດຕະພາບລັດຖະສະພາຍີ່ປຸ່ນ-ລາວ ອີກດ້ວຍ. ນອກຈາກການຊຸກຍູ້ສົ່ງເສີມສາຍພົວພັນສອງຝ່າຍທາງດ້ານການເມືອງ ແລະ ການທູດແລ້ວ, ທ່ານຍັງຊຸກຍູ້ການແລກປ່ຽນສ່ວນບຸກຄົນລະຫວ່າງການນຳແມ່ຍິງ ຂອງສອງປະເທດ.

ໃນນາມຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານນາງ ປານີ ຢາທໍ່ຕູ້ ກໍໄດ້ສືບຕໍ່ມີສ່ວນຮ່ວມໃນການສ້າງຄວາມເຂັ້ມແຂງໃຫ້ແກ່ສາຍພົວພັນສອງຝ່າຍ ຍີ່ປຸ່ນ ແລະ ລາວ, ໃນເດືອນສິງຫາ 2021 ທ່ານໄດ້ເຂົ້າຮ່ວມພິທີມອບວັກຊິນ ເພື່ອສົ່ງເສີມມາດຕະການຕ້ານການລະບາດຂອງພະຍາດໂຄວິດ-19 ທີ່ສະໜອງໂດຍປະເທດຍີ່ປຸ່ນ, ທ່ານໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການປະກອບສ່ວນ ຂອງລັດຖະບານຍີ່ປຸ່ນ ເຊິ່ງສະແດງອອກເຖິງສາຍພົວພັນມິດຕະພາບ ອັນດີງາມ ລະ ຫວ່າງສອງປະເທດ ແລະ ຫວັງວ່າຈະໄດ້ເຫັນການປະກອບສ່ວນຂອງ ທ່ານນາງ ປານີ ຢາທໍ່ຕູ້ແລະ ບົດບາດທີ່ຫ້າວຫັນຢ່າງຕໍ່ເນື່ອງ ໃນການຊຸກຍູ້ສົ່ງເສີມການຮ່ວມມືຢ່າງສະໜິດແໜ້ນ ແລະ ການເປັນຄູ່ຮ່ວມຍຸດທະສາດລະຫວ່າງ ຍີ່ປຸ່ນ ແລະ ລາວ ຕໍ່ໄປ.

ແຫຼ່ງຂ່າວ: ຂປລ

ກຽມພັດທະນາພູເບ້ຍໃຫ້ເປັນແຫຼ່ງທ່ອງທ່ຽວ!

ເມື່ອບໍ່ດົນມານີ້, ບໍລິສັດ ກຸ່ມຄໍາໄພຊະນະ ຈໍາກັດຜູ້ດຽວຈະລົງທຶນຫຼາຍກວ່າ ທຸ້ມທຶນກວ່າ 47 ລ້ານ ໂດລາ ກຽມສ້າງພູເບ້ຍ ເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ໄລຍະສໍາປະທານ 50 ປີ.

ໃນໂຄງການສະຫວັນທະເລໝອກພູເບ້ຍຢູ່ເມືອງອານຸວົງ ແຂວງໄຊສົມບູນ ຊຶ່ງໂຄງການດັ່ງກ່າວມີເນື້ອທີ່ສໍາປະທານປະມານ 28,6 ເຮັກຕາ ໂດຍມີ ໄລຍະສໍາປະທານ 50 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ເນື້ອທີ່ສໍາປະທານດັ່ງກ່າວໄດ້ແບ່ງເປັນແຕ່ລະເຂດພັດທະນາຄື: ເຂດພັດທະນາ ເທິງຈອມພູເບ້ຍ 1 ເຮັກຕາ, ເຂດປ້ອມກາງສາລາຊົມວິວ 1 ເຮັກຕາ, ຈຸດຊົມວິວທ່ອງທ່ຽວປ່າຂົນ 0,5 ເຮັກຕາ, ຈຸດຊົມວິວປ້ອມປາກກ້ວຍ 2,3 ເຮັກຕາ, ຈຸດຕັ້ງເຂດກໍ່ສ້າງສໍານັກງານຫ້ອງການ, ລີສອດ, ຈຸດຕ້ອນຮັບ, ສະຖານທີ່ຈອດລົດ 14 ເຮັກຕາ ແລະ ຈຸດເຂດລຽບຕາມຜາຍອດນໍ້າຂຽວ ແລະ ສາມແຍກນໍ້າຈັ້ງ, ນໍ້າເບ້ຍ ຈໍານວນ 9,8 ເຮັກຕາ.

ແຫຼ່ງຂ່າວຈາກ ວຽງຈັນທາຍ

ຄະນະສະເພາະກິດເມືອງຫາດຊາຍຟອງ ເລີ່ມປະຕິບັດຈັດສັນຄວາມບໍ່ເປັນລະບຽບຕາມເສັ້ນທາງ

ວັນທີ 2 ພະຈິກຜ່ານມາ ຄະນະສະເພາະກິດຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງສາຍຫຼັກໃນຂອບເຂດເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີພາກສ່ວນກ່ຽວຂ້ອງຈາກຫ້ອງວ່າການເມືອງ ຫ້ອງການໂຍທາທິການ ແລະ ຂົນສົ່ງ ຫ້ອງການອຸດສາຫະກຳ ແລະ ການຄ້າ ຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພະລັງງານບໍ່ແຮ່ ແລະ ໜ່ວຍຕໍາຫຼວດຈະລາຈອນ ເມືອງຫາດຊາຍຟອງ ໄດ້ຮ່ວມກັບອົງການປົກຄອງບ້ານຫາດຊາຍຂາວ ລົງຈັດຕັ້ງປະຕິບັດວຽກງານເພື່ອຈັດສັນຄືນຄວາມບໍ່ເປັນລະບຽບທາງດ້ານການປຸກສ້າງຕໍ່ເຕີມອາຄານຮ້ານຄ້າທີ່ຂາຍເຄື່ອງຍ່ອຍຕາມແຄມທາງ ແລະ ການຕິດຕັ້ງປ້າຍໂຄສະນາອື່ນໆທີ່ບໍ່ໄດ້ຢູ່ໃນລະບຽບວາງອອກ ບໍ່ໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງ ພ້ອມທັງການນໍາເອົາເຄື່ອງຂອງມາວາງຂາຍຊະຊາຍຢູ່ຕາມແຄມທາງແບບບໍ່ຄົງທີ່ ເຊິ່ງໄດ້ສ້າງຄວາມບໍ່ເປັນລະບຽບທີ່ບໍ່ຈົບງາມ ເຮັດໃຫ້ກີດຂວາງການສັນຈອນ ແລະ ອາດສົ່ງຜົນກໍ່ໃຫ້ເກີດອຸບັດເຫດອີກດ້ວຍ ດັ່ງນັ້ນເພື່ອປະຕິບັດຕາມທິດຊີ້ນໍາຂອງເຈົ້າເມືອງຫາດຊາຍຟອງ ແລະ ຕາມຂໍ້ຕົກລົງແຕ່ງຕັ້ງດັ່ງກ່າວ ເພື່ອໃຫ້ຄະນະສະເພາະກິດ ໄດ້ລົງຈັດຕັ້ງປະຕິບັດຕົວຈິງຢູ່ພື້ນຖານ ແລະ ມີຜົນສໍາເລັດ.

ພ້ອມດຽວກັນ ຄະນະດັ່ງກ່າວກໍໄດ້ລົງວັດແທກພື້ນທີ່ຂອບເຂດຂອງທາງທີ່ກໍານົດໃຫ້ເປັນເຂດສະຫງວນ 5 ແມັດ ຈາກຂອບທາງອອກມາ ເຊີ່ງພົບເຫັນວ່າຍັງມີບັນດາຮ້ານຄ້າທີ່ຂາຍເຄື່ອງຍ່ອຍຕາມແຄມທາງໄດ້ລະເມີດ ລະບຽບການເປັນຈໍານວນຫຼາຍຮ້ານ ໂດຍສະເພາະແມ່ນຢູ່ໜ້າທາງເຂົ້າຕະຫຼາດສົມຫວັງຫຼັກ 8 ແລະ ນອກນັ້ນຍັງມີປ້າຍໂຄສະນາຈໍານວນໜຶ່ງທີ່ຕິດຕັ້ງຢູ່ໃນເຂດທີ່ຫ້າມເອົາໄວ້ ແລະ ກໍໃກ້ແຄມທາງເກີນໄປ ເພາະອາດຈະເຮັດໃຫ້ກີດຂວາງການສັນຈອນຂອງພາຫະນະ ທັງໝົດນັ້ນ ຄະນະສະເພາະກິດແມ່ນໄດ້ມີການຕັກເຕືອນໃຫ້ເຈົ້າຂອງຮ້ານຫຍັບຍ້າຍເຄື່ອງອອກ ພ້ອມທັງໝາຍເຂດແດນເອົາໄວ້ສໍາລັບເຂດສະຫງວນ ສ່ວນເທີບເງີບທີ່ຕໍ່ເຕີມກາຍອອກມາ ແມ່ນແນະນໍາໃຫ້ເຈົ້າຂອງຮ້ານມ້າງອອກ ແລະ ເຮັດບົດບັນທຶກກັບທີ່ ເພື່ອບໍ່ໃຫ້ຜູ້ກ່ຽວນໍາເອົາເຄື່ອງ ແລະ ສີ່ງກີດກັ້ນມາວາງໃສ່ອີກ ຖ້າຫາກວ່າໄດ້ຮັບການກ່າວເຕືອນແລ້ວ ແຕ່ຍັງມີການລະເມີດບໍ່ປະຕິບັດຕາມ ກໍຈະຖືກປັບໃໝຕາມລະບຽບຂອງກົດໝາຍວາງອອກ.

ແຫຼ່ງຂ່າວ: Vientiane Mai

ສະມັດຊາໃຫຍ່ອົງການ ສປຊ ໄດ້ຮັບຮອງເອົາຍັດຕິ ຫົວຂໍ້ ຄວາມຈໍາເປັນຕ້ອງຢຸດຕິການຂວໍ້າບາດ

ໃນວັນທີ 3 ພະຈິກ 2022 ນີ້, ສະມັດຊາໃຫຍ່ອົງການ ສປຊ ໄດ້ຮັບຮອງເອົາຍັດຕິ ພາຍໃຕ້ຫົວຂໍ້ “ຄວາມຈໍາເປັນຕ້ອງຢຸດຕິການຂວໍ້າບາດທາງດ້ານເສດຖະກິດ, ການຄ້າ ແລະ ການເງິນ ໂດຍ ສ. ອາເມລິກາ ຕໍ່ ກູບາ” ເຊິ່ງໄດ້ຮັບການສະໜັບສະໜູນຈາກ 185 ປະເທດ. ໃນຕະຫຼອດໄລຍະ 30 ປີຜ່ານມາ, ມັດຕິດັ່ງກ່າວຂອງສະມັດຊາໃຫຍ່ ໄດ້ຮັບການສະຫນັບສະຫນູນຢ່າງຫລວງຫລາຍຈາກ ສະມາຊິກອົງການ ສປຊ ນັບຕັ້ງແຕ່ໄດ້ຖືກນໍາສະເຫນີ ແລະ ຮັບຮອງເອົາເປັນຄັ້ງທໍາອິດ ຢູ່ສະມັດຊາໃຫຍ່ອົງການ ສປຊ ໃນປີ 1992.

ໃນການພິຈາລະນາຍັດຕິໃນປີນີ້, ບັນດາປະເທດສະມາຊິກ ອົງການ ສປຊ ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາເຫັນ ໂດຍຮັບຮູ້ບົດລາຍງານການຈັດຕັ້ງປະຕິບັດຍັດຕິຜ່ານມາ ຂອງ ທ່ານເລຂາທິການໃຫຍ່ ສປຊ ແລະ ສືບຕໍ່ຮຽກຮ້ອງໃຫ້ຢຸດຕິການນໍາໃຊ້ ແລະ ຍົກເລີກບັນດາມາດຕະການຂວໍ້າບາດຕ່າງໆ ທີ່ຂັດກັບຫຼັກການແຫ່ງເສລີພາບທາງດ້ານການຄ້າ ແລະ ການຮ່ວມມືທາງດ້ານເສດຖະກິດ ທີ່ໄດ້ຮັບການປົກປ້ອງ ໂດຍກົດໝາຍສາກົນ ແລະ ພາຍໃຕ້ກົດບັດ ສປຊ.

ໃນບົດກ່າວຄໍາເຫັນຕໍ່ສະມັດຊາໃຫຍ່, ທ່ານ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອົງການ ສປຊ ໄດ້ຍົກໃຫ້ເຫັນເຖິງຜົນກະທົບອັນຮຸນແຮງຕະຫຼອດໄລຍະ 6 ທົດສະວັດທີ່ຜ່ານມາ ອັນເກີດຈາກການຂວໍ້າບາດດັ່ງກ່າວຕໍ່ປະຊາຊົນ ກູບາ, ພ້ອມທັງສະແດງຄວາມສາມັກຄີເປັນໜຶ່ງດຽວກັບປະຊາຊົນ ແລະ ລັດຖະບານ ກູບາ ໃນທ່າມກາງສະພາບການຂອງໂລກໃນປັດຈຸບັນ ທີ່ບັນດາປະເທດຕ້ອງປະເຊີນກັບຜົນກະທົບຢ່າງໜັກໜ່ວງຈາກ ໂຄວິດ-19, ໄພພິບັດທໍາມະຊາດ, ວິກິດການເສດຖະກິດ ແລະ ການເງິນ, ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ, ວິກິດການພະລັງງານ ແລະ ອື່ນໆ. ສປປລາວ ສືບຕໍ່ສະແດງການສະໜັບສະໜູນຢ່າງສະຕົ້ນສະເໝີປາຍຕໍ່ຍັດຕິດັ່ງກ່າວ ແລະ ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ເພີ້ມທະວີການຮ່ວມມື ແລະ ຄວາມພະຍາຍາມ ເພື່ອສ້າງຄວາມກ້າວໜ້າຢ່າງເທົ່າທຽມກັນໃນທຸກປະເທດ ແລະ ຮັບປະກັນການພັດທະນາແບບຍືນຍົງ ລວມທັງ ການປົກປ້ອງສິດທິອັນຊອບທໍາຂອງປະຊາຊົນໃນທົ່ວໂລກ ໂດຍອີງຕາມເປົ້າໝາຍ ແລະ ຫຼັກການ ຂອງກົດບັດ ສະຫະປະຊາຊາດ.

ແຫຼ່ງຂໍ້ມູນ: Permanent Mission of the Lao PDR to the United Nations

ພົນລະເມືອງດີພົບແອນ້ອຍຖືກຖິ້ມໄວ້ແຄມທາງ

ເຫັນແລ້ວຫົດຫູ່ ແລະ ຮູ້ສຶກອີ່ດູຕົນ ໃນເວລາດຽວກັນ ໂຊກດີແອນ້ອຍປອດໄພ.

ຕອນເຊົ້າວັນທີ 4 ພະຈິກ 2022 ມີພົນລະເມືອງດີພົບເຫັນເດັກນ້ອຍຖືກຖິ້ມໄວ້ແຄມທາງ ເຊິ່ງລັກສະນະແມ່ນມີແນວປົກອາຫານປົກໂຕເດັກນ້ອຍຢູ່ ແລະ ເອົາໄມ້ເຕັງມ້ຽນ.

ເຫດນີ້ເກີດຂຶ້ນທີ່ ບ້ານນາຝັ່ງ, ເມືອງໂຂງ ແຂວງຈຳປາສັກ,

ເບື້ອງຕົ້ນ, ຜູ້ທີ່ໂພສເຫດການດັ່ງກ່າວໄດ້ບອກວ່າ ແມ່ນແອນ້ອຍຫາກໍເກີດ,

ປັດຈຸບັນ, ແອນ້ອຍໄດ້ຖືກພົນລະເມືອງດີເຂດໃກ້ຄຽງພາໄປເຮືອນ ເພື່ອແຈ້ງໃຫ້ອຳນາດການປົກຄອງຮັບຮູ້.

ມ້າງກຸ່ມແກ້ງຄ້າ-ຂາຍຢາເສບຕິດ ປະເພດກັນຊາອັດແທ່ງໄດ້ 722 ກິໂລກຼາມ

ກອງບັນຊາການ ປກສ ເມືອງທ່າແຂກ ມ້າງກຸ່ມແກ້ງຄ້າ-ຂາຍຢາເສບຕິດ ປະເພດກັນຊາອັດແທ່ງໄດ້ ຈໍານວນ 722 ກິໂລກຼາມ, ຈັບຕົວຜູ້ຖືກ ຫາໄດ້ 5 ຄົນ.

ເຈົ້າຫນ້າທີ່ ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 6-7 ສິງຫາ 2022 ຜ່ານມານີ້, ເຈົ້າຫນ້າທີ່ຕໍາຫຼວດ ປກສ ເມືອງທ່າແຂກ ໄດ້ສືບຮູ້ມີຜູ້ຖືກສົງໃສທີ່ພົວພັນຄ້າ-ຂາຍຢາເສບຕິດ ບ້ານດອນປາແດກ ແລະ ບ້ານນາມັນປາ ເມືອງຫນອງບົກ, ຈຶ່ງໄດ້ຈັດກໍາລັງລົງຕິດຕາມກວດກາເຂົ້າກວດຄົ້ນເຮືອນຂອງຜູ້ຖືກສົງໄສ. ໃນ ເບື້ອງຕົ້ນ, ສາມາດ ຈັບຕົວໄດ້ 2 ຄົນ.

ຜ່ານການສອບສວນຂອງເຈົ້າຫນ້າທີ່, ຜູ້ຖືກຫາຊື່ ທ້າວ ເພັດທະນຸສິນ ອາຍຸ 35 ປີ, ຢູ່ບ້ານດອນປາ |ແດກ ແລະ ທ້າວ ເຢັ້ງ ຫຼື ສີ ອາຍຸ 37 ປີ, ຢູ່ບ້ານນາມັນປາ ເມືອງຫນອງບົກ ແຂວງຄໍາມ່ວນ. ພວກກ່ຽວໄດ້ມີການພົວພັນ, ຊື້-ຂາຍ ແລະ ຂົນສົ່ງສິ່ງເສບຕິດ ປະເພດກັນຊາອັດແທ່ງ ເພື່ອສົ່ງຂາຍໄປປະເທດໃກ້ຄຽງ ແລະ ຜ່ານມາເຄີຍຊື້-ຂາຍຮ່ວມກັນມາແລ້ວຫຼາຍຄັ້ງ.

ນອກນັ້ນ, ພວກກ່ຽວໄດ້ຊັດທອດເຖິງຜູ້ຮ່ວມຂະບວນການເພີ່ມອີກ 3 ຄົນ; ຊື່ທ້າວ ເຊັ່ງຊົງ ອາຍຸ 33 ປີ, ຢູ່ບ້ານຫນອງຊົງ, ທ້າວ ເຊີນ ອາຍຸ 32 ປີ, ຢູ່ບ້ານໂພນແພງ ແລະ ທ້າວ ພູສິດ ຫຼື ຊຽງນາງ ອາຍຸ 35 ປີ, ຢູ່ບ້ານຫນອງປ່ອງ ທັງສາມບ້ານຂຶ້ນກັບ ເມືອງຄໍາເກີດ ແຂວງບໍລິຄໍາໄຊ.

– ຫຼັງຈາກເຈົ້າຫນ້າທີ່ໄດ້ຮູ້ຂໍ້ມູນດັ່ງກ່າວແລ້ວ ຈຶ່ງໄດ້ຈັດຕັ້ງກໍາລັງລົງຕິດຕາມການເຄື່ອນໄຫວຂອງພວກກ່ຽວທັງສາມ ແລະ ໄດ້ເຂົ້າກັກຕົວຜູ້ຖືກຫາທັງ 3 ຄົນ ທີ່ ກໍາລັງນັດສົ່ງສິ່ງເສບຕິດຢູ່ທີ່ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄໍາມ່ວນ ຢູ່ແຄມທາງ ເລກທີ 13 ໃຕ້ ສາມາດຢຶດຂອງກາງໄດ້ ປະເພດກັນຊາອັດ ແທ່ງ ຈໍານວນ 722 ກິໂລກຼາມ ແລະ ລົດກະບະຣີໂວ້ 2 ຄັນ, ໄປດໍາເນີນຄະດີຕາມລະບຽບກົດຫມາຍ.

ແຫຼ່ງຂ່າວ ແລະ ຮູບພາບ: ຄວາມສະຫງົບ

ລົງກວດ! ທັງກວດສິນຄ້າ ແລະ ຊິງສັ່ງ

ເຈົ້າໜ້າທີ່ກວດກາການຄ້າ ແຂວງອຸດົມໄຊ ລົງກວດກາລາຄາ ແລະ ສິນຄ້າໝົດອາຍຸ ຢູ່ຕະຫຼາດເທດສະບານແຂວງ

ໃນວັນທີ່ 1 ພະຈິກ 2022 ນີ້ ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສະຫະກຳ ແລະ ການຄ້າແຂວງອຸດົມໄຊ ນຳໂດຍທ່ານນາງ ໄມພອນ ສີລິວົງ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ພ້ອມດ້ວຍເຈົ້າໜ້າທີ່ກວດກາການຄ້າ ສົມທົບກັບພະນັກງານຄຸ້ມຄອງຕະຫຼາດ ໜອງແມງດາ ແລະ ຕະຫຼາດວັງໄຮ ເຂົ້າຮ່ວມນຳ.

ການລົງເຄື່ອນໄຫວກວດກາສິນຄ້າຂອງເຈົ້າໜ້າທີ່ຄັ້ງນີ້ ກໍ່ເພື່ອເຮັດໃຫ້ວຽກງານຄຸ້ມຄອງ ແລະ ນໍາເຂົ້າສິນຄ້າຈາກຕ່າງປະເທດໃຫ້ຢູ່ໃນລະບຽບກົດໝາຍທີ່ໄດ້ກຳນົດໄວ້, ທ່ານນາງ ໄມພອນ ສີລິວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໄດ້ໃຫ້ສຳພາດວ່າ: ການລົງຄັ້ງນີ້ກໍ່ເພື່ອເກັບກຳຂໍ້ມູນສິນຄ້າທີ່ມີລາຄາແພງ ເພື່ອນຳເຂົ້າປຶກສາຫາລືຊອກຫາວີທີການແກ້ໄຂໃນຕໍ່ໜ້າ.

ນອກຈາກການລົງກວດກາລາຄາສິນຄ້າແລ້ວ ເຈົ້າໜ້າທີ່ກວດກາຍັງໄດ້ກວດກາເບິ່ງສິນຄ້ານຳເຂົ້າທີ່ບໍຖືກຕ້ອງ, ສິນຄ້າໝົດອາຍຸ, ເພື່ອບໍ່ໃຫ້ບັນດາພໍ່່ຄ້າ, ແມ່ຄ້າ ເອົາປຽບຜູ້ບໍລິໂພກ ດ້ວຍການນຳເອົາສິນຄ້າໝົດອາຍຸມາວາງຂາຍໃນທ້ອງຕະຫຼາດໃຫ້ກັບຜູ້ບໍລິໂພກ.

ການລົງກວດກາຂອງເຈົ້າໜ້າທີ່ຄັ້ງນີ້ ແມ່ນໄດ້ ລົງກວດກາຢູ່ສອງຕະຫຼາດເທດສະບານແຂວງ ຄື ຕະຫຼາດໜອງແມງດາ ແລະ ຕະຫຼາດວັງໄຮ ຈຳນວນ ທັງໝົດ 9 ຮ້ານ ສາມາດກວດພົບ ພ້ອມທັງຍຶດປະເພດອາຫານແຊ່ແຂງ ທີ່ໝົດອາຍຸ ຫຼາຍລາຍການຄື: ຮ໋ອດດອກ ຈຳນວນ 120 ຖົງ ສີນສ່ວນຊີ້ນໄກ່ ຈຳນວນ 28 ຖົງ, ເຄື່ອງໃນໄກ່ຈຳນວນ 25 ຖົງ, ຕີນໄກ່ ຈໍານວນ 1 ກິໂລ, ຕີນໝູ ຈໍານວນ 10,4 ກິໂລ, ຊີ້ນໝູຈຳນວນ 4 ຖົງ, ຊີ້ນສົມ ຈໍານວນ 18 ຖົງ, ລວມມູນຄ່າທັງໝົດ 7,371,000 ກີບ ເຊິ່ງອາຫານຈຳນວນດັ່ງກ່າວແມ່ນຈະໄດ້ນຳໄປທຳລາຍຖິມ. ສຳລັບວິທີການແກ້ໄຂໃນຕໍ່ໜ້າ ແມ່ນຈະໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອຊອກຫາວິທີແກ້ໄຂໃຫ້ຖືກຕ້ອງ, ເໝາະສົມ ແລະ ຕ່າງມີຜົນປະໂຫຍດທັງສອງຝ່າຍ ຊຸກຍູ້ສົ່ງເສີມໃຫ້ມີການຜະລິດພາຍໃນໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນພຶດພັກ, ໄຂ່, ປາ ແລະ ອາຫານປະເພດອື່ນໆຕາມກໍາລັງ ແລະ ທ່າແຮງທີ່ເຮົາມີ ເພື່ອລຸດຜ່ອນການນຳເຂົ້າທີ່ມີຕົ້ນທຶນສູງ.

ນອກຈາກນີ້ ເຈົ້າໜ້າທີ່ກວດກາການຄ້າ ຍັງໄດ້ກວດບັນດາຕາຊີງຂອງແມ່ຄ້າໃນທ້ອງຕະຫຼາດ, ກວດກາບັນດາສິນຄ້າທີ່ນິຍົມບໍລິໂພກເຊັ່ນ ໄຂ່ໄກ່, ໝີ່, ຜັກບົ່ວ, ຜັກຫອມ, ເຂົ້າສານ, ແລະ ອື່ນໆ. ທັງນີ້ ກໍ່ເພື່ອເຮັດໃຫ້ການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດບໍ່ໃຫ້ສູງເກີນໄປ ແລະ ທັງເປັນການເກັບກຳຂໍ້ມູນເພື່ອນຳໄປປຶກສາຫາລືກັບຂະ ແໜງການທີ່ກ່ຽວຂ້ອງ ເພື່ອຊອກໃຫ້ໄດ້ວິທີການແກ້ໄຂ ສະເພາະໜ້າ ແລະ ຍາວນານຕື່ມອີກ.

ແຫຼ່ງຂ່າວ: Lao National Radio

ລາວ ກຽມ​ຜະ​ລິດ​ນ້ຳ​ມັນ​ຊີ​ວະ​ພາບ

ລັດວິສາຫະກິດນ້ຳມັນເຊື້ອໄຟລາວ (ລນລ) ເຊັນສັນຍາ ກັບ ບໍລິສັດ Gaia Petro ຈາກ ສາ​ທາ​ລະ​ນະ​ລັດເກົາຫຼີ ເພື່ອສ້າງຕັ້ງບໍລິສັດ ຮ່ວມທຶນ (JVC) ໂດຍໃຊ້ທຶນທັງໝົດ 20 ລ້ານໂດລາ ສ້າງ​ຕັ້ງ​ໂຮງ​ງານ​ຜະ​ລິດ​ນ້ຳ​ມັນ​ແອັດ​​ຊັງຊີວະພາບ ຫຼື ເອ​ຕາ​ໂນນ ສະ​ໜອງໃນ ສ​ປ​ປ ລາວ ໂດຍ​ຈະເລີ່ມທ້າຍປີນີ້ ໂດຍ​ຄາດ​ວ່າ ປີ​ທຳ​ອິດ​ຈະ​ສາ​ມາດ​ສະ​ໜອງ​ນ້ຳ​ມັນ​ໄດ້​ປະ​ມານ 10 ລ້ານ​ລິດ​ຕໍ່​ເດືອນ, ກ່ອນ​ຈະ​ຜະ​ລິດ​ເພີ່ມ​ຂຶ້ນ 20% ​ຕໍ່​ປີ ນັບ​ແຕ່​ປີ​ທີ 2 ເປັນ​ຕົ້ນ​ໄປ.

ພິທີເຊັນສັນຍາການຮ່ວມທຶນເພື່ອດໍາເນີນໂຄງການຜະລິດນໍ້າມັນຊີວະພາບ ລະຫວ່າງ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ບໍລິສັດ Gaia Petro ສ ເກົາຫຼີ ໄດ້​ມີ​ຂຶ້ນ ໃນວັນທີ 1 ພະຈິກ 2022 ທີ່​ນະ​ຄອນຫຼວງວຽງ​ຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີພາກສ່ວນທີ່ກ່ຽວຂ້ອງ.ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອໍານວຍການ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ກ່າວວ່າ: ເພື່ອປະຕິບັດຕາມນະໂຍບາຍທາງດ້ານຄວາມໝັ້ນຄົງທາງດ້ານພະລັງງານຂອງລັດຖະບານ, ລນລ ໄດ້ຈັດຫາແຫຼ່ງນໍ້າມັນທາງເລືອກອື່ນ ນອກຈາກການນຳເຂົ້າຈາກຕ່າງປະເທດ ຊຶ່ງການຈັດຫາພະລັງງານຈາກທັນຍະພືດ ທີ່ສາມາດປູກໄດ້ເອງ ແລະ ເປັນທ່າແຮງຂອງ ສປປ ລາວ ກໍເປັນທາງເລືອກໜຶ່ງທີ່ ລນລ ໄດ້ຮ່ວມກັບ ບໍລິສັດ Gaia Petro ຈາກ ສ ເກົາຫຼີ ໄດ້ສຶກສາຄວາມເປັນໄປໄດ້ດັ່ງກ່າວ.

ພາຍຫຼັງ ລນລ ແລະ ບໍລິສັດ Gaia Petro ໄດ້ມີການເຊັນບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ ໃນການສ້າງຕັ້ງ ໂຮງງານຜະລິດນ້ຳມັນເອຕາໂນນ ໃນ ສປປ ລາວ ໃນວັນທີ 5 ມິຖຸນາ 2022 ຈາກນັ້ນກໍໄດ້​ນຳເອົານໍ້າມັນຕົວແບບແອັດຊັງຊີວະພາບ​ສົ່ງໄປໃຫ້ 5 ຫ້ອງທົດລອງຂອງອົງ ການທີ່ກ່ຽວຂ້ອງ ແລະ ໄດ້ຮັບຜົນການທົດສອບແລ້ວ ວ່າເປັນນໍ້າມັນຊີວະພາບຊະນິດໃໝ່ ທີ່ບໍ່ເຄີຍນຳໃຊ້ໃນ ສປປ ລາວ ແລະ ສາມາດນຳໃຊ້ກັບເຄື່ອງຈັກທຸກຊະນິດທີ່ໃຊ້ນ້ຳມັນແອັດຊັງທີ່ນໍາໃຊ້ທົ່ວໄປໄດ້.ໃນວັນທີ 21 ຕຸລາ 2022 ລນລ ແລະ ບໍລິສັດ Gaia Petro ໄດ້ຈັດສຳມະນາສະເໜີຜະລິດ ຕະພັນດັ່ງກ່າວ ພ້ອມທັງສາທິດການຜະລິດແອັດຊັງເອຕາໂນນ ຂຶ້ນທີ່ຫ້ອງການເຕັກນິກ ຂອງ ລນລ ທີ່ບ້ານດົງຈອງ ໂດຍມີບັນດາກົມທີ່ກ່ຽວຂ້ອງ ຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ຜູ້ຕາງໜ້າຈາກບໍລິສັດ ນໍາເຂົ້າລົດຈຳນວນໜຶ່ງເຂົ້າຮວມ. ບໍລິສັດ Gaia Petro ໄດ້ສົມທົບກັບ ບໍລິສັດ ທີ່ປຶກສາ ເຂົ້າມາຊ່ວຍໃນການເກັບກໍາຂໍ້ມູນ ຂຽນບົດວິພາກຕ່າງໆ ໂດຍປະສານງານຕໍ່ເນື່ອງກັບ ລນລ ຊຶ່ງທາງດ້ານຫຼັກການ ແມ່ນທຸກຝ່າຍເຫັນດີນໍາບົດສຶກສາໂຄງການດັ່ງກ່າວ ເພາະເປັນໂຄງການໜຶ່ງ ທີ່ມີປະສິດທິຜົນ ແລະ ເປັນການຈັດຫາຜະລິດຕະພັນ ໃໝ່ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ມີຕົ້ນທຶນທີ່ຕໍ່າກວ່າ ການນໍາເຂົ້ານໍ້າມັນຈາກຕ່າງປະເທດ, ຫຼຸດຜ່ອນການນໍາໃຊ້ເງິນຕາ ແລະ ເປັນການສ້າງວຽກເຮັດງານທໍາໃຫ້ແກ່ ປະຊາຊົນລາວ ໃນຂະແໜງກະສິກໍາອີກດ້ວຍ.ທ່ານ ສີສັງຄົມ ໂຄດໂຍທາ ຍັງໃຫ້ຮູ້ວ່າ:

ໂຄງການ ແມ່ນຈະຕັ້ງຢູ່ທີ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ສ້າງຕັ້ງເປັນບໍ​ລິ​ສັດຮ່ວມທຶນ (JVC) ດ້ວຍໃຊ້ທຶນທັງໝົດ 20 ລ້ານໂດລາ, ໄລຍະໂຄງການ 12 ປີ; ໃນນັ້ນ ບໍລິສັດ Gaia Petro ຖືຮຸ້ນ 55 %; ລນລ ຖືຮຸ້ນ 22,5% ແລະ ນັກລົງທຶນພາຍໃນ ຖືຮຸ້ນ 22,5% ຄາດວ່າຜົນຜະລິດໃນປີທີ 1 ຈະ​ໄດ້​ປະ​ລິ​ມານ​ນ້ຳ​ມັນແອັດຊັງຊີວະພາບ 500.000 ລິດ/ວັນ ຫຼື 10 ລ້ານລິດ/ເດືອນ ແລະ ໃນປີທີ 2 ເປັນຕົ້ນໄປຈະເພີ່ມຂຶ້ນປີລະ 20% ໂດຍຜົນຜະລິດທັງໝົດ ລນລ ຈະເປັນຜູ້ຈຳໜ່າຍ.

ແຫຼ່ງ​ຂ່າວ: ເສດ​ຖະ​ກິດ​ການ​ຄ້າ