Home Blog Page 23

ຂໍສະແດງຄວາມເສຍໃຈນຳຜູ້ປົກຄອງຂອງຫຼານນ້ອຍ

ລາຍງານຫຼ້າສຸດ

6 ຕຸລາ 2022 ການຄົ້ນຫາ ຮ່າງຫລານນ້ອຍ 2 ຄົນ ທີ່ຈົມນ້ຳງື່ມ ຈຸດບ້ານດອນກວດ ເມືອງວຽງຄຳ ແຂວງວຽງຈັນ ແຕ່ວັນທີ 4 ຕຸລາ 2022 ຮອດປະຈຸບັນ ແມ່ນພົບເຫັນສົບຂອງຫລານນ້ອຍທັງ 2 ແລ້ວ

ເນື່ອງຈາກກ່ອນໜ້ານີ້, ໄດ້ມີການປະຕິບັດການຄົ້ນຫາເດັກເດັກນ້ອຍຈົມນ້ຳ ຈຳນວນ 2 ຄົນ ຢູ່ເມືອງວຽງຄຳ, ແຂວງວຽງຈັນ. ເກີດເຫດວັນທີ 4 ຕຸລາ 2022 ເວລາປະມານ 13:00 ໂມງ ເດັກນ້ອຍນັກຮຽນປະຖົມເພດຊາຍ 2 ຄົນ ອາຍຸ 7 ປີ ກຳລັງໄປໂຮງຮຽນໃນຊ່ວງສວາຍ ແຕ່ໄດ້ພາກັນໄປແວ່ຫຼີ້ນນໍ້າ ແລ້ວຈົມນ້ຳທີ່ນໍ້າງື່ມເຂດ ບ້ານດອນກວດ, ເມືອງວຽງຄຳ, ແຂວງວຽງຈັນ.ພໍມາວັນທີ 5 ຕຸລາ ນີ້ ເປັນມື້ທີສອງທີ່ກູ້ໄພ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເລັ່ງຄົ້ນຫາເດັກນ້ອຍຢູ່ຈຸດເກີດເຫດ ແຕ່ພົບຄວາມຫຍຸ້ງຍາກ ຍ້ອນລະດັບນໍ້າມີຄວາມເລິກ ແລະ ໄຫຼແຮງ.

ແຫຼ່ງຂ່າວ: ໜັງສືພິມແຂວງວຽງຈັນ

ດ່ານພາສີສາກົນບໍ່ເຕັນ ເປີດທົດລອງນໍ້າໃຊ້ຊິງຊັ່ງທັນສະໄໝ

ພາສີ ປະຈຳແຂວງຫຼວງນໍ້າທາ ກໍ່ຄືດ່ານພາສີສາກົນບໍ່ເຕັນ, ໄດ້ສຸ່ມໃສ່ການຈັດຕັ້ງປະຕິບັດວຽກງານວິຊາ ສະເພາະຕາມພາລະ ບົດບາດ, ພ້ອມດຽວກັນນັ້ນໄດ້ຫັນເປັັນທັນສະໄໝເປັນຕົ້ນ: ລະບົບ ASYCUDA; SMART TAX; EASY PASS, ບ53; LaoNational Single Window, ລະບົບຊິງຊັ່ງທັນສະໄໝ ແລະ ໄດ້ເລີ່ມເປີດທົດລອງນໍາໃຊ້, ແນ່ໃສ່ການຕິດນໍ້າໜັກຂອງພາຫະນະຂົນສົ່ງ, ການຈັດເກັບຄ່າບໍລິການຂອງພາຫະນະ ຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກ ບາງປະເພດເຊັ່ນ: ປະເພດແຮ່ທາດຕ່າງໆ, ໄມ້ທ່ອນ (ໄມ້ປູກ), ໄມ້ແປຮູບ, ນໍ້າມັນ ເຊື້ອໄຟ ແລະ ສິນຄ້າອື່ນໆ…ຕາມການກໍານົດຂອງລັດຖະບານໃນແຕ່ລະໄລຍະ.

ທ່ານ ບຸນແອງ ພັນທະວົງ ຫົວໜ້າພາສີ ປະຈຳແຂວງຫຼວງນໍ້າທາ  ໄດ້ມີຄຳເຫັນກ່ຽວກັບລະບົບຊິງຊັ່ງທັນສະ

ສະໄໝວ່າ: ສຳລັບ “ໂຄງການຕິດຕັ້ງ ແລະ ບໍລິການລະບົບຊິງຊັ່ງທັນສະໄໝ” ຕັ້ງຢູ່ດ່ານພາສີສາກົນບໍ່ເຕັນ, ໄດ້ດຳ ເນີນການຕິດຕັ້ງ, ພັດທະນາລະບົບໂປແກຣມ, ການເຊື່ອມຕໍ່ກັບລະບົບການແຈ້ງພາສີ ASYCUDA, ຊຶ່ງມາຮອດ ປັດຈຸບັນໄດ້ສຳເລັດຮ້ອຍສ່ວນຮ້ອຍ, ພ້ອມທັງໄດ້ເລີ່ມເປີດລອງນໍາໃຊ້ເຂົ້າໃນການກວດກາສິນຄ້າເປົ້າໝາຍຂອງລັດ ຖະບານກຳນົດໄວ້ ແລະ ໄດ້ເລີ່ມເປີດທົດລອງນໍາໃຊ້ນັບແຕ່ທ້າຍເດືອນກັນຍາເປັນຕົ້ນໄປ, ພາຍຫຼັງໄດ້ຮັບຄໍາແນະນໍາ ສະບັບເລກທີ 2600/ກງ, ລົງວັນທີ 29 ສິງຫາ 2022, ຂໍ້ຕົກລົງ ສະບັບເລກທີ 2601/ກງ, ລົງວັນທີ 29 ສິງຫາ 2022 ແລະ ແຈ້ງການ ກົມພາສີ ສະບັບເລກທີ 06383/ກພສ, ລົງວັນທີ 26 ກັນຍາ 2022 ນີ້.

ທ່ານ ວິລະກອນ ເກດຕະວົງ ຫົວໜ້າດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາໃຫ້ຮູ້ວ່າ: ການນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການປະຕິບັດວຽກງານຂອງດ່ານພາສີສາກົນບໍ່ເຕັນເຊັ່ນ: ລະບົບການແຈ້ງພາສີແບບເອເລັກໂຕຣນິກ (ASYCUDA), ການຊໍາລະຜ່ານລະບົບ SMART TAX, ຊຳລະຄ່າພາສີອາກອນ ແລະ ພັນທະອື່ນໆຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ນໍາໃຊ້ເຄື່ອງສາຍແສງເອັກສະເລທັນສະໄໝຊ່ວຍໃນການກວດກາສິນຄ້າ, ນໍາໃຊ້ລະບົບ EASY PASS ເກັບຄ່າທຳນຽມຕ່າງໆຜ່ານລະບົບທະນາຄານ, ລະບົບຄຸ້ມຄອງພາຫະນະເຂົ້າ-ອອກ ບ53, ນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LaoNational Single Window).

ນອກຈາກນັ້ນ, ປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 105/ນຍ, ລົງວັນທີ 08 ຕຸລາ 2021 ວ່າດ້ວຍການຕິດຕັ້ງຊິງຊັ່ງທັນສະໄໝຢູ່ດ່ານສາກົນແຕ່ນີ້ຮອດປີ2023, ຄໍາແນະນໍາ ສະບັບເລກທີ 2600/ກງ, ລົງວັນທີ 29 ສິງຫາ 2022 ວ່າດ້ວຍການຄຸ້ມຄອງແລະ ນໍາໃຊ້ລະບົບຊິງຊັ່ງທັນສະໄໝຢູ່ດ່ານພາສີສາກົນ, ຊຶ່ງດ່ານພາສີສາກົນບໍ່ເຕັນເປັນ 1 ໃນ 4 ດ່ານສາກົນທີ່ໄດ້ຕິດຕັ້ງລະບົບຊິງຊັ່ງດັ່ງກ່າວ, ຊຶ່ງເປັນລະບົບທີ່ທັນສະໄໝຄຸ້ມຄອງດ້ວຍລະບົບອີເລັກໂຕຣນິກ, ເພື່ອຮອງຮັບກັບການຕິດຊັ່ງນໍ້າໜັກຂອງພາຫະນະຂົນສົ່ງ, ພ້ອມທັງສິນຄ້ານໍາເຂົ້າ-ສົ່ງອອກ ສປປ ລາວ ບາງປະເພດເຊັ່ນ: ປະເພດແຮ່ທາດຕ່າງໆ, ໄມ້ທ່ອນ (ໄມ້ປູກ), ໄມ້ແປຮູບ, ນໍ້າມັນເຊື້ອໄຟ ແລະ ສິນຄ້າອື່ນໆຕາມການກໍານົດຂອງລັດຖະບານໃນແຕ່ລະໄລຍະ.

ລະບົບດັ່ງກ່າວແມ່ນຄວາມສະດວກໃນການຕິດຕາມ, ຄຸ້ມຄອງ, ກວດກາສິນຄ້າໂຕຈິງໃນເວລານໍາເຂົ້າ–ສົ່ງອອກສິນຄ້າຕ່າງໆຜ່ານດ່ານຊາຍແດນເຊັ່ນ: ຈໍານວນ, ນໍ້າໝັກ ແລະ ບໍລິມາດໂຕຈິງ, ລະບົບໂປແກຣມຄວບຄຸມການຊັ່ງຈະເຮັດໜ້າທີ່ວິເຄາະນໍ້າໜັກບັນທຸກ ແລະ ຄໍານວນຜົນອອກມາເປັນກິໂລກຣາມ(Kg) ຫຼື ໂຕນ (Ton), ລະບົບຊິງຊັ່ງທຸກໆເຄື່ອງຈະຕິດຕັ້ງລະບົບເຊື່ອມຕໍ່ເຄື່ອຂ່າຍ Network ລາຍງານຂໍ້ມູນຈາກທຸກໆສະຖານີ (ດ່ານພາສີຊາຍແດນ) ໃນທົ່ວປະເທດສົ່ງໄປສູນກາງການຄວບຄຸມດ້ວຍລະບົບ Network Online ແບບ Realtime. ພ້ອມດຽວກັນນີ້ລະບົບຊິງຊັ່ງຊັ່ງນ້ຳໜັກດັ່ງກ່າວຢູ່ພາຍໃຕ້ການຄຸ້ມຄອງ, ນໍາໃຊ້ຂອງກົມພາສີ ກະຊວງການເງິນ, ການຕິດຕາມຂໍ້ມູນຈະສາມາດຕິດຕາມການເຂົ້ົາເບິ່ງໂປແກມໜ້າວຽກຕົວຈິງ, ຜ່ານ WebApp, Mobile App ແລະ ຜ່ານລະບົບການແຈ້ງພາສີ ASYCUDA ແລະ ສາມາດເຊື່ອມໂຍງລະບົບຊິງຊັ່ງທັນສະໄໝ, ການລາຍງານຂໍ້ມູນຫາລະບົບແຈ້ງພາສີ ASYCUDA ແລະ ຫ້ອງຄວບຄຸມ CCTV ໃຫ້ຮູ້ວ່າລົດທີ່ບັນທຸກສິນຄ້າທີ່ຈະຕິດຊັ່ງນ້ຳໜັກຖືກຕ້ອງຕາມເອກະສານໃບແຈ້ງເສຍພາສີແທ້ ຫຼື ບໍ່ມີຄວາມຜິດດ່ຽງນ້ອຍຫຼາຍປານໃດ;   ແຕ່ໃນການຈັດຕັ້ງປະຕິ ບັດໃນຊ່ວງເວລາທົດລອງຍັງບໍ່ທັນໄດ້ເກັບເງິນຄ່າບໍລິການຊິງຊັ່ງ, ຊຶ່ງຈະເລີ່ມຈັດຕັ້ງປະຕິບັດພາຍຫຼັງການຢັ້ງຢືນຄວາມພ້ອມດ້ານເຕັກນິກຂອງລະບົບຊິງຊັ່ງຈາກຂະແໜງການທີ່ກ່ຽວຂ້ອງນໍາອີກດ້ວຍ.

ທ່ານ ນາງ ລີນ່າ ພົມມະຈັກ ພະນັກງານບໍລິສັດຮັບຜິດຊອບໂຄງການຕິດຕັ້ງ ແລະ ບໍລິການລະບົບຊິງຊັ່ງ ທັນສະໄໝຢູ່ດ່ານພາສີສາກົນບໍ່ເຕັນ ໃຫ້ຮູ້ວ່າ: ລະບົບຊິງຊັ່ງທັນສະໄໝ, ສາມາດຕິດຕາມ, ຄຸ້ມຄອງ, ກວດກາສິນຄ້າໂຕຈິງໃນເວລານໍາເຂົ້າ–ສົ່ງອອກສິນຄ້າຕ່າງໆ…ຜ່ານດ່ານຊາຍແດນໃຫ້ສະດວກ ແລະ ວ່ອງໄວຂຶ້ນ, ຊຶ່ງຈະມີໂປຣແກຣມບັນທຶກຂໍ້ມູນການຊັ່ງລົດໃນແຕ່ລະຄັນເພື່ອມາຄຳນວນເຊັ່ນ: ຈໍານວນ, ນໍ້າໜັກ, ບໍລິມາດໂຕຈິງ, ສາມາດກວດເຊັກລະບົບຍ້ອນຫຼັງໄດ້.

         ສຳລັບຂໍ້ສະດວກ, ການເຊື່ອມຕໍ່ກັບສູນກາງການຄວບຄຸມດ້ວຍລະບົບລະບົບຊິງຊັ່ງທັນສະໄໝແບບລວມສູນ ແລະ ຄວາມສະດວກ, ປະຢັດເວລາ, ວ່ອງໄວ, ພ້ອມນັ້ນຍັງສາມາດລະບຸຂໍ້ມູນໄດ້ຢ່າງຊັດເຈນ, ໃນການກວດວັດນໍ້າໜັກບັນທຸກສິນຄ້າ, ເພື່ອຮັບປະກັນໄດ້ວ່າສາມາດນໍາໃຊ້ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າຕ່າງໆໄດ້ຢ່າງຖືກຕ້ອງຕາມເປົ້າໝາຍ.

ເຊີນທ່ຽວຊົມບຸນຊ່ວງເຮືອແຂວງຄຳມ່ວນ

ງານບຸນອອກພັນສາ ແລະ ຊ່ວງເຮືອ ແຂວງຄຳມ່ວນ ປະຈຳປີ 2022 ມີຫຼາຍກິດຈະກຳໃຫ້ບັນດາທ່ານໄດ້ທ່ຽວຊົມ

ບຸນອອກພັນສາເປັນປະເພນີບຸນໜຶ່ງທີ່ຈັດຢູ່ໃນຮີດສີບສອງຂອງລາວ ເຊິ່ງກົງກັບມື້ຂຶ້ນ 15 ຄ່ຳ ເດືອນ 11 ລາວ.

ເພື່ອເປັນການເສີມຂະຫຍາຍມູນເຊື້ອ ແລະ ອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ເວົ້າລວມ ເວົ້າສະເພາະ ຂອງປະຊາຊົນລາວບັນດາເຜົ່າ ຊາວເມືອງທ່າແຂກ ແຂວງຄຳມ່ວນ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ໃຫ້ດຳລົງຄົງຢູ່ກັບສັງຄົມລາວຕະຫຼອດໄປ.

ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງທ່າແຂກ ທັງເປັນຄະນະປະທານຈັດງານບຸນ ປະເພນີອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈໍາປີ 2022 ລາຍງານກ່ຽວກັບການຫ້າງຫາກະກຽມງານບຸນປະເພນີອອກພັນສາ ແລະ ຊ່ວງເຮືອປະຈໍາປີ 2022 ໃຫ້ຮູ້ວ່າ:

ການຈັດງານບຸນປະເພນີອອກພັນສາປະວໍຣະນາ ແລະ ຊ່ວງເຮືອ ປະຈຳປີ 2022 ໂດຍຕິດພັນກັບງານບຸນສະເຫຼີມສະຫຼອງຫໍຫຼັກເມືອງ ແລະ ຂັ້ນໄດຂຶ້ນລົງນໍ້າຂອງ ຫຼື ສ່ວນຫຼາຍເອີ້ນວ່າຂັ້ນໄດພະຍານາກ ໃນປີນີ້ ໄດ້ຈັດງານໃຫຍ່ສົມຄວນ ເນື່ອງຈາກວ່າເຮົາບໍ່ໄດ້ຈັດງານນີ້ມາ 2 ປີແລ້ວ ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19.

ມາຮອດປະຈຸບັນນີ້ ເຫັນວ່າພະຍາດດັ່ງກ່າວກໍ່ໄດ້ເບົາບາງລົງ ເພື່ອເປັນການຟື້ນຟູເສດຖະກິດ ແລະ ກະຕຸກຊຸກຍູ້ການທ່ອງທ່ຽວຂອງແຂວງ ກໍ່ຄືຂອງເມືອງທ່າແຂກ ໃຫ້ກັບມາຄຶກຄື້ນກວ່າເກົ່າ ຈິ່ງໄດ້ມີການວາງແຜນກະກຽມງານບຸນນີ້ຂຶ້ນ. ເຊິ່ງພາຍໃນງານ ແມ່ນມີຫຼາຍກິດຈະກຳ ເປັນຕົ້ນ: ກິດຈະກຳທາງດ້ານສາສະໜາ ແລະ ຮີດຄອງປະເພນີ ເຊິ່ງຈະມີການຄອບໄຂວ່ ສະຖານທີ່ສັກສິດ, ເຈົ້າທີ່ເຈົ້າຖານ, ມະເຫສັກຫຼັກເມືອງ ກ່ອນຈະມີການຈັດກິດຈະກຳແຂ່ງຂັນເຮືອຊ່ວງ ແລະ ໄຫຼເຮືອໄຟ ປະກອບມີ 4 ຈຸດຄື:

ຈຸດຫໍຫຼັກເມືອງ, ຈຸດຫາງດອນ (ບ້ານດອນໂດນ), ຈຸດປາກຫ້ວຍສະຄາມ, ຈຸດມະເຫສັກບ້ານເລົ່າໂພໄຊ ແລະ ແກ້ງມ່ວງ, ສະເຫຼີມສະຫຼອງຫໍຫຼັກເມືອງ ແລະ ຂັ້ນໄດຂຶ້ນລົງນໍ້າຂອງ ມີການຄົບງັນຕາມປະພນີ, ການໃສ່ບາດຖວາຍສັງຄະທານ, ກິດຈະກຳການແຂ່ງຂັນເຮືອຊ່ວງປະເພນີ ໃນປະເພດ 30-35 ສີພາຍ ແລະ 50-55 ສີພາຍ ເຊິ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 19 ລໍາ, ພິເສດ ຍັງມີການແຂ່ງຂັນເຮືອຊ່ວງ ມິດຕະພາບ ລາວ-ໄທ ເພື່ອສ້າງໄມຕຣີຈິດມິດຕະພາບ ລະຫວ່າງ ສອງປະເທດ ກໍ່ຄືສອງແຂວງ ຄຳມ່ວນ-ນະຄອນພະນົມ.

ພາຍໃນງານບຸນ ຍັງມີການວາງສະແດງ ແລະ ຂາຍສິນຄ້າ ເຄື່ອງທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ. ໃນນີ້ ເນັ້ນການສົ່ງເສີມຜະລິດຕະພັນໃຫ້ກາຍເປັນສິນຄ້າທີ່ພົ້ນເດັ່ນຂອງທ້ອງຖິ່ນ, ຂອງບ້ານ ແລະ ເມືອງ ເພື່ອເປັນການສົ່ງເສີມຫົວໜ່ວຍທຸລະກິດຕ່າງໆພາຍໃນເມືອງ ມີທັງໝົດ 5 ໂຊນ, ມີ 112 ລ໋ອກ (ເຕັ້ນ) ແລະ ຮ້ານຂາຍບັ້ງເຂົ້າຫຼາມ, ປີ້ງໄກ່ຈໍານວນໜຶ່ງ.

ນອກຈາກນັ້ນ ຍັງຈະໄດ້ຮັບຊົມການໄຫຼເຮືອໄຟ ຈຳນວນ 3 ລໍາ. ເຊິ່ງລຳທີ 1 ສ້າງເປັນຮູບພຣະທາດສີໂຄດຕະບອງ, ລຳທີ 2 ສ້າງເປັນຮູບຫໍໄຫວ້ 21 ມີນາ 1946, ລຳທີ 3 ສ້າງເປັນຮູບພະຍານາກ.

ນອກນັ້ນຍັງມີການລອຍກະໂທງສາຍ ຈຳນວນ 2.565 ດວງ ແລະ ມີການສະແດງສິລະປະ-ວັນນະຄະດີ ແລະ ຂັບລໍາຜະຫຍາມະຫາໄຊ ທີ່ເປັນຂັບລໍາທ້ອງຖິ່ນຂອງແຂວງຄໍາມ່ວນ ເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີ ແລະ ມູນເຊື້ອວັດທະນະ ທຳອັນດີງາມຂອງຊາດ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ.

ແຫຼ່ງຂໍ້ມູນ: Khammouane News

ພະຍາດໃກ້ໂຕຖ້າເຮົາຍັງເບິ່ງຂ້າມຢູ່

6 ພະຍາດຮ້າຍ ຖ້າຫາກດື່ມນໍ້າໜ້ອຍ

1.ສະໝອງເຊື່ອມ

2. ລິດຊີດວງທະວານ

3. ປວດຂໍ້

4. ພົກປັດສະວະ (ພົກຍ່ຽວ) ອັກເສບ

5. ໂຣກອ້ວນ

6. ປະຈຳເດືອຍນມາບໍ່ສະໝໍ່າສະເໝີ

ສັນຍານຂອງການດື່ມນໍ້າໜ້ອຍຄື: ປັດສະວະໜ້ອຍ, ເປັນສີເຫຼືອງເຂັ້ມທຸກເທື່ອ ແລະ ມີກິນແຮງ

ສະນັ້ນ, ຄວນດື່ມນໍ້າໃຫ້ພຽງພໍຄື 6-8 ຈອກທຸກມື້, ເພື່ອສຸຂະພາບຂອງທ່ານເອງ.

ຢ້ຽມຢາມພີ່ນ້ອງຊາວລາວທີ່ເຂດເບີຊັງຊົງ

ທ່ານ ເອກອັກຄະະລະສະທູດລາວປະຈຳປະເທດຝຣັ່ງໄດ້ຢ້ຽມຢາມພີ່ນ້ອງຊາວລາວ ທີ່ເຂດເບີຊັງຊົງ

ຮູບຖ່າຍ ໃນວັນທີ 22 ກໍລະກົດ 2022, ທ່ານ ຄໍາອິນ ຄິດຈະເດດ ຍື່ນສານຕາຕັ້ງ ຕໍ່ພະນະທ່ານ ແອມມານູຍແອນ ມາຄຣົງ (HE, Emmanuel MACHON), ປະທານາທິບໍດີ ແຫ່ງ ປະເທດ ສາທາລະນະລັດ ຝຣັ່ງ ເພື່ອເປັນເອກອັກຄະຖະທູດ ວິສາມັນ ຜູ້ມີ ່ ອໍານາດເຕັມ ແຫ່ງ ສປປລາວ ປະຈໍາ ປະເທດ ສາທາລະນະລັດ ຝຣັ່ງ.

ວັນທີ 2 ຕຸລາ 2022, ທ່ານ ຄໍາອີນ ກີດຈະເດດ,ເອກອັກຄະລະສະທູດລາວແຫ່ງ ສປປ ລາວປະຈໍາປະເທດຝຣັ່ງ, ພ້ອມດ້ວຍທ່ານຈູມ ຄໍາຫລວງວັນ,ປະທານສໍາພັນຄົນລາວທີ່ປະເທດຝຣັ່ງ,ໄດ້ລົງເຄື່ອນໄຫວຢ້ຽມຢາມ,ເຂດເບີຊັງຊົງ,ເຂດຕາເວັນອອກນະຄອນປາຮີ ຂອງປະເທດຝຣັ່ງ.ໃນການເດີນທາງຄັ້ງນີ້ ທ່ານ ຄໍາອິນ ຄິດຈະເດດ, ໄດ້ພົບປະກັບ ທ່ານກຸໄລ ລູກລາດອີງຮັງ, ເຊີ່ງເປັນນັກແຕ່ງເພັງທີ່ມີຊື່ສຽງແລະເປັນສະມາຊີກສຳພັນຄົນລາວເຂດເບີຊັງຊົງແລະແລະທັງສອງຝ່າຍກໍ່ໄດ້ແລກປຽ່ນຄຳຄີດເຫັນກ່ຽວກັບການພັດທະນາ ແລະສ້າງຊາວໜຸ່ມສືບທອດເພື່ອຮັບໃຊ້ວຽກງານຂອງສຳພັນຄົນລາວທີ່ປະເທດຝຣັ່ງ.

ຄົນລາວເຮົາຍາມໃດກໍ່ບໍ່ລືມວັດທະນະທຳຮີດຄອງປະເພນີ ແລະໄດ້ມີພິທີບາສີສູ່ຂວັນ,ເພື່ອເອີ້ນຂວັນກຳລັງໃຈໃຫ້ແກ່ ທ່ານກຸໄລ ລູກລາດອີຮັງ,ແລະທ່ານ ຄໍາອິນ ຄິດຈະເດດ, ເອກອັກຄະະລະສະທູດລາວປະຈຳປະເທດຝຣັ່ງ, ກໍໃຫ້ກຽດເປັນຫມໍພອນແລະຜູກຂໍ້ຕໍ່ແຂນຕາມຮີດຕອງປະເພນີທີ່ສືບທອດກັນມາ.

ທ່ານ ກຸໄລ ລູກລາດອີຮັງ ເປັນຄົນລາວຜູ້ໜື່ງທີ່ຈາກບ້ານເກີດເມືອງນອນມາອາໄສດຳລົງຊີວີດຢູ່ປະເທດຝຣັ່ງ ເປັນເວລາ 41 ປີ ແລ້ວແລະເຫດຜົນແລະແຮງຈູງໃຈທີ່ຕັດສີນໃຈມາດຳລົງຊີວີດຢູ່ປະເທດຝຣັ່ງ ແມ່ນຍ້ອນແຮງກະຕຸ້ນມາຈາກໝູ່ເພື່ອນແລະຢາກມາສືກສາຮໍ່າຮຽນປະເທດຝຣັ່ງ ແລະສິ່ງທີ່ກະຕຸ້ນຊູກຍູ້ມາເຮັດວຽກສຳພັນຄົນລາວທີ່ເຂດເບີຊອງຊົງ ແມ່ນທາງສະຖານທູດລາວທີ່ປະເທດຝຣັ່ງ ຊັກຊວນແລະແລະຜູ່ກ່ຽວກໍ່ມີຈິດໃຈເສຍສະລະໂດຍບໍ່ຫວັງຜົນຕອບແທນແລະຄ່າຈ້າງໃດໆ ນັບແຕ່ປີ 1983 ເປັນຕົ້ນມາກໍ່ເລີ່ມເຮັດວຽກກ່ຽວກັບສໍາພັນຄົນລາວ.

ໃນປີ 1997 ກໍ່ໄດ້ເປີດສາຂາສຳພັນຄົນລາວທີ່ເຂດເບີຊັງຊົງຈົນຮອດປະຈຸບັນແລະໃນເວລານັ້ນກໍ່ໄດ້ພົບຄວາມຫຍຸ້ງຍາກຫລາຍຈາກຝ່າຍ ທີ່ມີຄວາມຄິດເຫັນແຕກຕ່າງກັນ ແຕ່ເພີ່ນກໍ່ສາມາດຜ່ານຜ່າອຸບປະສັກຈົນຮອດປະຈຸບັນນິ້.

ພີ່ນ້ອງຊາວລາວເຖີງວ່າອາໄສຢູ່ປະເທດຝຣັ່ງ ແຕ່ກໍ່ຍັງຮັກແພງພີ່ນ້ອງຊາວລາວແລະມີຄວາມພາກພູມໃຈໃນຄວາມເປັນລາວແລະຍັງຮັກປະເທດຊາດບ້ານເກີດເມືອງນອນຄືເກົ່າ.ນອກຈາກນີ້ທ່ານ ກຸໄລ ລູກລາດອີຮັງ ຍັງມີຜົນງານທາງດ້ານການແຕ່ງເພັງ ແລະເພີ່ນແຕ່ງເພັງໃຫ້ ແກ່ສີນລະປີນຫລືນັກຮ້ອງລາວທີ່ມີຊື່ສຽງເຊັ່ນວ່າ ແດງດວງເດືອນແລະຜູ້ອື່ນໆອີກ.

ກຽມຈັດບຸນມະໂຫລານສົ່ງເສີມການອ່ານ ຄັ້ງທີ 3 ປະຈຳປີ 2022

ກຽມພົບກັບ ບຸນມະໂຫລານສົ່ງເສີມການອ່ານ ຄັ້ງທີ 3 ປະຈຳປີ 2022

ບຸນມະໂຫລານສົ່ງເສີ່ມການອ່ານຄັ້ງທີ 3 Book fesfival 2022 ເຊິ່ງຈະໄດ້ຈັດຂື້ນໃນວັນທີ 9-13 ພະຈິກ ຢູ່ທີ່ ສູນການຄ້າສາກົນ VTC ນະຄອນຫຼວງວຽງຈັນ ໃນຫົວຂໍ້ “ຮູ້ຮັກພາສາລາວ”.

ບຸນມະໂຫລານສົ່ງເສີມການອ່ານ ໃນປີ 2019

ເປັນການສືບເນື່ອມາຈາກຜົນສຳເລັດ ຂອງການຈັດງານບຸນມະໂຫລານສົ່ງເສີມການອ່ານ ໃນປີ 2019 ທີ່ສູນການຄ້າສາກົນ WTC ພາຍໃຕ້ຄຳຂວັນ “ສ້າງການອ່ານໃຫ້ເປັນວັດທະນະທຳ ນຳຄວາມຮູ້ຄວາມກ້າວໜ້າຢ່າງຍຶນຍົງ” ເຊິ່ງມີຜູ້ເຂົ້າຮ່ວມງານຫລາຍກວ່າ 65 ພັນຄົນ ດ້ວຍກິດຈະກຳຫລາຍກວ່າ 10 ລາຍ ການ ແລະ ຄັ້ງທີ 2 ຈັດຂຶ້ນທີ່ສູນການຄ້າວຽງຈັນເຊັນເຕີ ເຊິ່ງເປັນການສ້າງປະສົບການໃໝ່ໃຫ້ແກ່ນັກ ຮຽນ-ນັກສຶກສາ ທີ່ມີຄວາມສົນໃຈໃນການອ່ານ. ເນື່ອງຈາກມີການລະບາດຂອງພະຍາດໂຄວິດ-19 ໃນປີ 2021, ງານບຸນມະໂຫລານສົ່ງເສີ່ມການອ່ານ ຈຶ່ງໄດ້ຖືກເລື່ອນອອກໄປ ແລະ ໃນປີ 2022 ນີ້ ບຸນມະໂຫລານສົ່ງເສີມການອ່ານ ຈຶ່ງໄດ້ກັບມາອີກຄັ້ງ ພາຍໃຕ້ຫົວຂໍ້ກິດຈະກຳ “ຮູ້ຮັກພາສາລາວ”.

ໃນງານຄັ້ງນີ້ແມ່ນຈະມີກິດຈະກຳຫລາຍກວ່າ 10 ລາຍການ ເພື່ອແນໃສ່ການສ້າງຄົນຮຸ່ນໃໝ່ ໃຫ້ໄດ້ຮັບການພັດທະນາຮອບດ້ານ ແລະ ສົມສ່ວນທາງດ້ານຮ່າງກາຍ, ຈິດໃຈ ແລະ ສະຕິປັນຍາ (ຄວາມຮູ້ຄວາມສາມາດ). ການຈັດງານໃນຄັ້ງນີ້ ເປັນການສານຕໍ່ງານບຸນມະໂຫລານສົ່ງເສີມການອ່ານ ໃຫ້ມີຂຶ້ນຢ່າງຕໍ່ເນື່ອງທຸກໆປີ ເພື່ອເປັນການສົ່ງເສີມໃຫ້ຄົນລາວ ເລັງເຫັນເຖິງຄວາມສຳຄັນຂອງການອ່ານ ແລະ ສົ່ງເສີມໃຫ້ອ່ານໜັງສືຢ່າງຕໍ່ເນື່ອງ ແລະ ເປັນການສົ່ງເສີມ ໃຫ້ເຍົາວະຊົນ-ຊາວໜຸ່ມ ມີຄວາມມັກຮັກໃນການອ່ານ.

ແຫຼ່ງຂ່າວ: ປະເທດລາວ

ທໍາລາຍຢາສູບໄຟຟ້າ ທີ່ນໍາເຂົ້າ ແລະ ຈໍາໜ່າຍບໍ່ຖືກຕ້ອງ

ໃນວັນທີ 30 ກັນຍາ ທີ່ຜ່ານມາ, ຢູ່ເຂດບ້ານຈໍາປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ພະແນກຕໍາຫຼວດສິ່ງແວດລ້ອມ ຫ້ອງຕໍາຫຼວດ ປກສ ນວ ພ້ອມດ້ວຍພະນັກງານ ສົມທົບກັບພະແນກອຸດສາຫະກໍາ ແລະ ການຄ້າ ນວ ທໍາລາຍຢາສູບໄຟຟ້າ ນໍາເຂົ້າ ແລະ ຈໍາໜ່າຍບໍ່ຖືກຕ້ອງ ຢູ່ ນວ ທັງເປັນການລະເມີດກົດໝາຍ ແລະ ບຽບການຄວບຄຸມຢາສູບ ຈໍານວນ 2,365 ອັນ, ມູນຄ່າ 94,234,000 ກີບ.

ພັຕ ອານຸສອນ ວົງພະຈັນ ຮອງຫົວໜ້າພະແນກຕໍາຫຼວດສິ່ງແວດລ້ອມ ຫ້ອງຕໍາຫຼວດ ປກສ ນວ ໃຫ້ຮູ້ວ່າ: ອີງຕາມ ປະມວນກົດໝາຍອາຍາ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາແຫ່ງ ສປປ ລາວ ສະບັບປັບປຸງ ( ປີ 2017 );

ກົດໝາຍວ່າດ້ວຍການຄວບຄຸມຢາສູບ ສະບັບປັບປຸງ ເລກທີ 09/ສພຊ ລົງວັນທີ 15 ພະຈິກ 2021; ດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນ ຕໍ່ກັບການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການ ຄວບຄຸມຢາສູບ ເລກທີ 52/ລບ, ລົງວັນທີ 21 ກຸມພາ 2019. ໃນຄັ້ງວັນທີ 14 ກັນຍາ 2022 ເຈົ້າໜ້າທີ່ພະແນກຕໍາຫຼວດສິ່ງແວດລ້ອມ ໄດ້ລົງກວດກາຮ້ານຂາຍຢາສູບໄຟຟ້າ ຢູ່ຕະຫຼາດແຫ່ງໜື່ງ ຢູ່ ນວ ພົບເຫັນຮ້ານທີ່ລະເມີດ ຈຳໜ່າຍຢາສູບໄຟຟ້າ ນໍາເຂົ້າບໍ່ຖືກຕ້ອງ ມີຈຳນວນ 8 ຮ້ານ, ຢຶດຢາສູບໄຟຟ້າໄດ້ທັງໝົດ 2,365 ອັນ, ລວມມູນຄ່າ 94,234,000 ກີບ.

ມາຮອດວັນທີ 30 ກັນຍາ 2022 ໄດ້ທໍາລາຍຖິ້ມ. ຕໍ່ກັບເຈົ້າຂອງຮ້ານ ເຈົ້າໜ້າທີ່ ໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນ ໃຫ້ຢຸດເຊົາຖ້າຍັງມີການລະເມີດແມ່ນຈະດໍາເນີນຄະດີຕາມລະບຽບກົດໝາຍ. ດັ່ງນັ້ນ ຮຽກຮ້ອງມາຍັງສັງຄົມ, ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ ຈົ່ງເປັນເຈົ້າການນໍາກັນ ຖ້າຫາກພົບເຫັນບຸກຄົນ ຫຼື ບັນດາຫ້າງຮ້ານໃດລະເມີດ ໃຫ້ລາຍງານຕໍ່ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອສະກັດກັ້ນ ແລະ ແກ້ໄຂ ບໍ່ໃຫ້ຈໍາໜ່າຍອອກສູ່ວົງກວ້າງ.

ແຫຼ່ງຂ່າວ: ຄວາມສະຫງົບ

ເຮືອຊ່ວງເມືອງຫ້ວຍຊາຍ ຊະນະເລີດ!

ທີມເຮືອຊ່ວງເມືອງ ຫ້ວຍຊາຍ ຊະນະເລີດອັນດັບໜຶ່ງ ໃນງານແຂ່ງຂັນເຮືອຊ່ວງບຸນອອກພັນສາທີ່ເມືອງຕົ້ນເຜິ້ງ ໄປຄອງ

ວັນທີ 2 ຕຸລາ 2022 ນີ້ ເມືອງ ຕົ້ນເຜິ້ງ ໄດ້ຈັດງານແຂ່ງຂັນກິລາຊ່ວງເຮືອປະເພນີບຸນອອກພັນສາປະວໍລະນາ ປະຈໍາປີ ພສ 2565 ຢູ່ທີ່ທ່ານໍ້າ ບ້ານ ພຽງງາມ ໂດຍການປະທານໃນງານແຂ່ງຂັນ ຂອງ ທ່ານ ຄຳແຍງ ຄອນໄຊຍະກິດ ເຈົ້າເມືອງໆ ຕົ້ນເຜິ້ງ, ໃຫ້ກຽດເຂົ້າຮ່ວມງານມີ ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງໆ ບໍ່ແກ້ວ, ທ່ານ ຈ້າວເຫວິຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ມີບັນດາການນໍາ ບັນດາພະແນກການຂອງແຂວງ – ເມືອງ, ການນໍາ 5 ເມືອງ, ການນໍາເມືອງຊຽງແສນ, ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ຄະນະຮັບຜິດຊອບການແຂ່ງຂັນ, ທີມແຂ່ງຂັນເຮືອຊ່ວງ ຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມທ່ຽວຊົມງານຕະຫຼາດນັດດວາງສະແດງສິນຄ້າ ແລະ ຊົມການແຂ່ງຂັນເຮືອຊ່ວງ ຢ່າງຄັບຄາໜາແໜ້ນ.

ທ່ານ ຄຳແຍງ ຄອນໄຊຍະກິດ ເຈົ້າເມືອງໆ ຕົ້ນເຜິ້ງ ໄດ້ກ່າວເປີດການແຂ່ງຂັນຢ່າງເປັນທາງການວ່າ: ໃນມື້ນີ້, ປະຊາຊົນຊາວເມືອງຕົ້ນເຜິ້ງ ພວກເຮົາໄດ້ພ້ອມກັນຈັດງານບຸນຊ່ວງເຮືອອອກພັນສາ ປະວໍລະນາ ປະຈຳປີ ພສ 2565 ຂຶ້ນຢ່າງເປັນທາງການທີ່ເຕັມໄປດ້ວຍບັນຍາກາດຄຶກຄົ້ນມ່ວນຊື່ນ ໂອກາດບຸນອອກພັນສາຈະບັນຈົບຄົບຮອບມາອີກວາລະໜຶ່ງເຊີງເປັນການສືບທອດມູນເຊື້ອເອກະລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າທີ່ໄດ້ສືບທອດມາແຕ່ ດັ້ງເດີມ ທັງເປັນການສົ່ງເສີມ ໂຄສະນາເຜີຍແຜ່ດ້ານວັດທະນະທຳ, ຮີດຄອງປະເພນີອັນ ດີງາມໃຫ້ດັງກ້ອງໄປສູ່ອະນຸພາກພື້ນ ແລະ ສາກົນໄດ້ຮັບຮູ້ຢ່າງກວ້າງຂວາງ ພ້ອມທັງເປັນການສົ່ງເສີມການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມານັບມື້ນັບຫຼາຍຂຶ້ນ. ງານແຂ່ງຂັນຄັ້ງນີ້ ມີທີມເຮືອຊ່ວງ ເຂົ້າຮ່ວມແຂ່ງຂັນ ທັງໝົດ 16 ທີມ, ແບ່ງເປັນ 4 ສາຍ, ສາຍລະ 4 ທີມ. ເຊິ່ງການແຂ່ງຂັນຮອບເປີດສາຍນໍ້າເປັນການພົບກັນ ລະຫວ່າງ ທີມບ້ານໃຫຍ່ ຕົ້ນເຜິ້ງ ແລະ ທີມບ້ານມອມ ເຊິ່ງທີມບ້ານໃຫຍ່ ຕົ້ນເຜິ້ງ ສາມາດເຂົ້າສູ່ເສັ້ນໄຊໄປກ່ອນ.

ການແຂ່ງຂັນໄດ້ດຳເນີນຜ່ານແຕ່ລະຮອບ ດ້ວຍບັນຍາກາດອັນຄຶກຄື້ນມ່ວນຊື່ນ ດ້ວຍສຽງຊົມສຽງເຊຍຂອງຜູ້ຊົມຜູ້ເຊຍຈາກບັນດາບ້ານ ແລະ ພາກສ່ວນຕ່າງໆ ຈົນເຖິງຮອບ 4 ທີມ ເຊິ່ງທີມສາມາດເຂົ້າເຖິງຮອບດັ່ງກ່າວ ມີ: ທີມບ້ານສີບຸນເຮືອງ, ມີບ້ານດອນມູນ – ເຮືອນພັກທະວັດໄຊ, ທີມເມືອງຫ້ວຍຊາຍ ແລະ ທີມສິດເຈົ້າພໍ່ຫຸມພັນບ້ານຮົ່ມເຢັນ ແຕ່ຍ້ອນການແຂ່ງຂັນໄດ້ແກ່ຍາວມາເຖິງຊ່ວງມືດແລງ ຄະນະກຳມະການຈຶ່ງຕົກລົງເຫັນດີໃຫ້ຊິງຊະນະເລີດພ້ອມກັນ 4 ທີມ ຜ່ານການແຂ່ງຂັນຜົນປະກົດວ່າ ທີມທີ່ຊະນະເລີດອັນດັບ 1 ໄດ້ແກ່ທິມເມືອງຫ້ວຍຊາຍ, ອັນດັບ 2 ທີມບ້ານສີບຸນເຮືອງ, ອັນດັບ 3 ທີມບ້ານດອນມູນ – ເຮືອນພັກທະວັດໄຊ, ອັນດັບ 4 ສິດເຈົ້າພໍ່ຫຸມພັນບ້ານຮົ່ມເຢັນ. ຈາກນັ້ນ ກໍ່ໄດ້ເຂົ້າສຸ່ພິທີມອບຂັນ ແລະ ເງິນລາງວັນ ເຊິ່ງອັນດັບ 1 ໄດ້ຮັບຂັນພ້ອມເງິນລາງວັນ 10 ລ້ານກີບ, ອັນດັບ 2 ໄດ້ຮັບຂັນພ້ອມເງິນລາງວັນ 8 ລ້ານກີບ, ອັນດັບ 3 ໄດ້ຮັບຂັນພ້ອມເງິນລາງວັນ 6 ລ້ານກີບ, ແລະ ອັນດັບ 4 ໄດ້ຮັບເງິນລາງວັນ 4 ລ້ານກີບ ໃຫ້ກຽດມອບ ໂດຍ ທ່ານເຈົ້າເມືອງໆ ຕົ້ນເຜິ້ງ.ພາບ: ທີມງານຖ່າຍພາບງານແຂ່ງຂັນຊ່ວງເຮືອ.

ແຫຼ່ງຂ່າວ ແລະ ຮູບພາບ: ໜັງສືພິມບໍ່ແກ້ວ Bokeo Newspaper

ຕ້ອງໄດ້ລະວັງໂຕຕະຫຼອດ!

ໄລຍະ 1 ອາທິດ ທີ່ຜ່ານມານີ້,​ ຈະສັງເກດເຫັນວ່າຫຼາຍເຫດການເກີດຂຶ້ນໃນແຕ່ລະວັນ ພົ້ນເດັ່ນສຸດກໍຄື ຂີ້ລັກງັດແງະ, ເຫດຄາຕະກຳ ທີ່ສັງຄົມໃຫ້ຄວາມສົນໃຈ ແລະ ເປັນຫວ່ງໃນການດຳລົງຊີວິດໃນແຕ່ວັນ.

ມື້ນີ້ ກໍເກີດເຫດການທີ່ເຮັດໃຫ້ຫຼາຍຄົນຕົກໃຈ ໂດຍສະເພາະແມ່ຍິງ ຮູ້ສຶກປອດໄພເຖິງວ່າຈະແມ່ນຕອນເວັນ ແລະ ຢູ່ບ່ອນທີ່ມີຄົນຫຼາຍ, ເຫດການຕໍ່ໄປນີ້ເກີດຂຶ້ນໃນວັນທີ 03/10/2022 ເຊິ່ງເກີດຂຶ້ນກັບຜູ້ໃຊ້ເຟສບຸກທ່ານໜຶ່ງ ແລະ ເພິ່ນກໍໄດ້ອອກມາແບ່ງປັນໃນເຟສບຸກ ເຊິ່ງມີເນື້ອໃນວ່າ:

ເຕືອນໄພສັງຄົມ ນັບມື້ນັບປ່າເຖື່ອນ ຢູ່ຍາກອີ່ຫລີ ຢາກໃຫ້ທຸກຄົນມີສະຕິລະວັງຕົວກັນໃຫ້ຫຼາຍກວ່ານີ້ ຂ້ອຍກະສຸດທີ່ແຕ່ຈະລະວັງແລ້ວ ເພາະເປັນຊ່ວງທີ່ຈະຮັບໃບປະກາດຄິດຢ້ານກັບເຫດການຫຼາຍໆຢ່າງ ຍັງມີເລື່ອງແບບນີ້ເກີດຂື້ນກັບໂຕເອງ .ຈັ່ງແມ່ນມຶງກ້າຄົນຫຼວງຄົນຫຼາຍຍັງບໍ່ຄິດຢ້ານ ສະຖານທີ່ແບບນີ້ຍັງບໍ່ເວັ້ນ ທີ່ເຫັນໃນວີດີໂອແມ່ນຂ້ອຍໄດ້ໄປຊື້ເຄື່ອງໃນຮ້ານມາແລ້ວກຳລັງຊິບໍລິຈາກຊ່ວຍເຫຼືອໄພນ້ຳຖ້ວມ ແຕ່ບຸກຄົນນີ້ໄດ້ພະຍາຍາມເຂົ້າມາລວນລາມຂ້ອຍຈາກທາງຫລັງໂດຍທີ່ບໍ່ທັນຕັ້ງໂຕ ດີແຕ່ມັນບໍ່ໄດ້ຖືຂອງມີຄົມມາ ຖ້າມີບໍ່ຢາກຄິດສະພາບໂຕເອງເລີຍ.

ຂໍຂອບໃຈທີ່ທ່ານອອກມາແບ່ງປັນ ແລະ ຂໍເປັນກຳລັງໃຈໃຫ້ທ່ານ!

ສຳເລັດ 100%

ຕອນເຊົ້າວັນທີ 30 ກັນຍາ 2022 ນີ້, ຫ້ອງການພະລັງງານ ແລະ ບໍ່ເເຮ່ ເມືອງໝື່ນ ແຂວງວຽງຈັນ, ໃນນາມເຈົ້າຂອງໂຄງການ, ມີທ່ານ ພອນເທີດ ສຸຫວັດດີ ເລຂາພັກເມືອງ, ເຈົ້າເມືອງໆໝື່ນ, ມີທ່ານ ບົວເເກ້ວ ພອນໄຊສະຫວັດ ຮອງເລຂາພັກເມືອງ, ປະທານກວດກາເມືອງ, ສສຂ ປະຈຳເຂດເລືອກຕັ້ງເມືອງໝື່ນ ,ມີປະທານບໍລິສັດ ລັກຄະນະພັດທະນາການໄຟຟ້າຈຳກັດຜູ້ດຽວ ແລະ ຄະນະກຳມະການ ຈາກຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ຮ່ວມກັນລົງກວດກາໜ້າວຽກ 100% ຢູ່ສະໜາມໂຄງການກໍ່ສ້າງ ໂຄງການກໍ່ສ້າງຕາຂ່າຍແຮງກາງ,ເເຮງຕໍ່າ ແລະ ຕິດຕັ້ງໝໍ້ແປງເຂົ້າຫາບ້ານເຮືອນປະຊາຊົນບ້ານເມືອງໝື່ນ ແລະ ໂຮງຮຽນມັດທະຍົມສົມບູນບ້ານເມືອງໝື່ນ.

ຜ່ານການລົງກວດກາຕົວຈິງ ໂຄງການກໍ່ສ້າງຕາຂ່າຍແຮງກາງ 22 ກວ,ເເຮງຕໍ່າ 0,4 ກວ ແລະ ຕິດຕັ້ງໝໍ້ແປງ 50 ກວອ, ເຂົ້າຫາບ້ານເຮືອນປະຊາຊົນບ້ານເມືອງໝື່ນ ແລະ ໂຮງຮຽນມັດທະຍົມສົມບູນບ້ານເມືອງໝື່ນ ເຫັນວ່າສຳເລັດຕາມສັນຍາການຮັບເໝົາກໍ່ສ້າງ ພາຍຫຼັງເລີ່ມກໍ່ສ້າງ ມາເເຕ່ວັນທີ 9 ກັນຍາ 2022 ຫາ ວັນທີ 30 ກັນຍາ 2022 ສຳເລັດ 100%, ໂຄງການດັ່ງກ່າວມີມູນຄ່າການກໍ່ສ້າງທັງໝົດ: 912,998,857ກີບ ( ເກົ້າຮ້ອຍສິບສອງລ້ານ ເກົ້າເເສນເກົ້າສິບເເປດພັນ ແປດຮ້ອຍຫ້າສິບເຈັດກີບ) ໂອກາດດຽວກັນນີ້ ບໍລິສັດ ລັກຄະນະພັດທະນາການໄຟຟ້າຈຳກັດຜູ້ດຽວ ກໍ່ໄດ້ມອບໂຄງການດັ່ງກ່າວນີ້ ໃຫ້ຫ້ອງການພະລັງງານ ແລະ ບໍ່ແຮ່ ເປັນຜູ້ນຳໃຊ້ ແລະ ປົກປັກຮັກສາ ຢ່າງເປັນທາງການ ໂດຍຊ່ອງໜ້າ ທ່ານ ເຈົ້າເມືອງໆໝື່ນ ແລະ ຄະນະກຳມະການ ຮ່ວມເປັນສັກຂີພິຍານ.

ພາຍຫຼັງໂຄງການດັ່ງກ່າວນີ້ສຳເລັດ100% ກໍ່ສາມາດສະໜອງກະເເສໄຟຟ້າ ໃຫ້ກັບພໍ່ແມ່ປະຊາຊົນໃນເຂດໂຄງການກໍ່ຄືບ້ານເມືອງໝື່ນ ໄດ້ທັນທີ ເພື່ອປະກອບເຂົ້າໃນການດຳລົງຊີວິດ,ປູກຝັງ-ລ້ຽງສັດ ແລະ ບໍດີການອື່ນໆ ໃນຕໍ່ໜ້າຕື່ມອີກ.