Home Blog Page 22

ຄະນະຜູ້ແທນລາວສືບຕໍ່ ກອງປະຊຸມສະມັດຊາໃຫ່ຍ ອົງການສະຫະປະຊາຊາດ ສະໄໝ ທີ 77

0

ທ່ານ ຮອງນາຍົກລັດຖະມົນຕີ ສືບຕໍ່ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມການສືບຕໍ່ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫ່ຍ ອົງການສະຫະປະຊາຊາດ ສະໄໝ ທີ 77

ໃນວັນທີ 23 ກັນຍາ 2022 ທີ່ ນະຄອນນິວຢອກ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສືບຕໍ່ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບສູງ ເຊັ່ນ: ກອງປະຊຸມລະດັບລັດຖະມົນຕີຂອງ ກຸ່ມປະເທດ 77 ແລະ ສປ. ຈີນ (G77 and China Ministerial Meeting) ເພື່ອປຶກສາຫາລືກ່ຽວກັບ ການກຳນົດແນວທາງ ແລະ ຍຸດທະສາດ ໃນການຍາດແຍ່ງການຊ່ວຍເຫຼືອ ແລະ ປົກປ້ອງຜົນປະ ໂຫຍດລວມຂອງປະເທດກຳລັງພັດທະນາ ໃນຂອບອົງການ ສປຊ, ການແກ້ໄຂວິກິດການທີ່ພວມສົ່ງຜົນກະທົບຕໍ່ໂລກ ເຊັ່ນ: ດ້ານສະບຽງອາຫານ, ພະລັງງານ, ການເງິນ ແລະ ການປ່ຽນແປງດິນຟ້າອາກາດ ເຊິ່ງກະທົບຕໍ່ການຈັດຕັ້ງປະຕິບັດ ເປົ້າໝາຍານພັດທະນາແບບຍືນຍົງ (ປພຍ).

ໃນໂອກາດນີ້, ສປປ ລາວ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ເພີ່ມທະວີຄວາມພະຍາຍາມຮ່ວມກັນ ໃນການແກ້ໄຂບັນດາສິ່ງທ້າທາຍດັ່ງກ່າວ ແລະ ການສົ່ງເສີມການຮ່ວມມືເພື່ອການພັດທະນາເພື່ອສາມາດ ບັນລຸວາລະ 2030 ເພື່ອການພັດທະນາແບບຍືນຍົງ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຍັງໄດ້ພົບປະກັບ ຫົວຫນ້າຄະນະຜູ້ແທນຂອງປະເທດເພື່ອນມິດ ຄື: ທ່ານ ຟາມ ບິ່ງ ມິງ (Pham Binh Minh), ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ແລະ ວັນຄົບຮອບ 45 ປີ ຂອງການເຂົ້າເປັນສະມາຊິກ ອົງການ ສປຊ ຂອງ ສສ.ຫວຽດນາມ; ທ່ານ ອັບດຸນລາ ຊາຮິດ (Abdulla Shahid), ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ມານດິບ ແລະ ໄດ້ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ມານດິບ; ທ່ານ ບລູໂນ ໂຣດຼິເກສ ພາລິວລາ (Bruno Rodrigues Parrila), ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ; ທ່ານ ຈາວ ໂກເມສ ຄຣາວິນໂຮ (João Gomes Cravinho), ລັດຖະມົນຕີການຮ່ວມມືເພື່ອການພັດທະນາ ແຫ່ງ ສາທາລະນະລັດ ປອກຕຸຍການ; ທ່ານ ເດນນີສ ໂຣນາວໂດ ມົນຄາດາ ໂຄລິນເດຼສ (Denis Ronaldo Moncada Colindres), ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ນີກາລາກົວ ແລະ ທ່ານ ຄາໂລສ ຣາເຟລ ຟາເຮຍ ໂທກໂທຊາ (Carlos Rafel Faria Tortosa), ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ເວເນຊູເອລາ.

ນອກຈາກນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະກັບ ທ່ານ ນາງ ຣາບາບ ຟາຕິມາ (Rabab Fatima), ຮອງເລຂາທິການໃຫ່ຍ ສປຊ, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບວຽກງານຂອງ ກຸ່ມປະເທດດ້ອຍພັດທະນາ, ກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ກຸ່ມປະເທດເກາະດອນນ້ອຍກໍາລັງພັດທະນາ, ເຊິ່ງທັງສອງຝ່າຍໄດ້ແລກປ່ຽນກ່ຽວກັບ ການຈັດຕັ້ງປະຕິບັດແຜນດຳເນີນງານ ວຽນນາ ສຳລັບປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (Vienna Programme of Action) ໃນໄລຍະທີ່ຜ່ານມາ ແລະ ສະເໜີໃຫ້ການສ້າງແຜນປະຕິບັດງານສະບັບໃໝ່ ໃຫ້ມີຈຸດສຸມ,​ ທັງຕອບສະໜອງຄວາມຕ້ອງການດ້ານການພັດທະນາຕົວຈິງ ຂອງບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ; ການເພີ່ມທະວີການສະໜັບສະໜູນ ແລະ ຊ່ວຍເຫຼືອໃນການຈັດຕັ້ງປະຕິບັດແຜນປະຕິບັດງານໂດຮາ ສຳລັບປະເທດດ້ອຍພັດທະນາ (DoHA Programm of Action) ເພື່ອໃຫ້ສາມາດບັນລຸບັນດາບຸລິມະສິດ ທີ່ໄດ້ຖືກກຳນົດໄວ້ຢູ່ໃນແຜນດຳເນີນງານດັ່ງກ່າວ.

ແຫຼ່ງຂ່າວ ແລະ ຮູບພາບ: Permanent Mission of the Lao PDR to the United Nations

ເບີໂທແຈ້ງບັນຫາສິ່ງແວດລ້ອມ ໃນຂອບເຂດນະຄອນຫຼວງວຽງຈັນ

0

ພຊສ.ນວ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຕິດຕາມກວດກາ ແລະ ແກ້ໄຂເຫດການສຸກເສີນທີ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໃນຂອບເຂດນະຄອນຫຼວງວຽງຈັນ (ລວມທັງບັນຫາການດຂີ້ເຫື້ຍອ, ຈູດປ່າ ແລະ ຈູດທົ່ງນາຮົ້ວ ສວນຊະຊາຍ) ຊຶ່ງປະກອບມີ 03 ຄະນະ ຕາມທີ່ໄດ້ລະບຸຢູ່ໃນຂໍ້ຕົກລົງ ສະບັບເລກທີ 1820/ພຊສ.ນວ, ລົງວັນທີ 20 ມັງກອນ 2020.

ສະນັ້ນ, ຖ້າທ່ານຫາກມີຂໍ້ມູນ ຫຼື ພົບເຫັນບັນຫາ ທີ່ເປັນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ກະລຸນາໂທແຈ້ງຂໍ້ມູນ ໃຫ້ ພຊສ.ນວ ທີ່ຫມາຍເລກໂທລະສັບສາຍດ່ວນ 1523 ຫຼຶ ທ່ານສາມາດຕິດຕໍ່ພົວພັນ ແລະ ແຈ້ງ ຂໍ້ມູນໂດຍກົງກັບພະນັກງານ ທີ່ຮັບຜິດຊອບຢູ່ແຕ່ລະເມືອງ ໃນນະຄອນຫຼວງວຽງຈັນ ດັ່ງລຸ່ມນີ້:

.

ສະເພາະຂອບເຂດນະຄອນຫຼວງວຽງຈັນ

ກອງປະຊຸມສະໄໝສາມັນປະຈໍາເດືອນກັນຍາ 2022

0

ລັດຖະບານໄຂກອງປະຊຸມສະໄໝສາມັນປະຈໍາເດືອນກັນຍາ 2022

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກັນຍາ 2022 ໄດ້ດໍາເນີນເປັນເວລາ 2 ວັນ ເລີ່ມແຕ່ຕອນເຊົ້າວັນທີ 22-23 ກັນຍາ 2022 ທີ່ສຳນັກງານນາຍົກລັດ ຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.

ສໍາລັບເນື້ອໃນຂອງກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນສຸມໃສ່ປຶກສາຫາລື, ຄົ້ນຄວ້າ ແລະເປັນເອກະພາບຕໍ່ບັນຫາທີ່ສໍາຄັນຄື:

ສະຫລຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານຈຸດສຸມປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນຕຸລາ 2022 ຂອງລັດຖະບານ;

ລາຍງານການກະກຽມຄວາມພ້ອມຮອບດ້ານໃຫ້ ທ່ານນາຍົກລັດຖະມົນຕີ ຈະເດີນທາງໄປເຄື່ອນໄຫວຢ້ຽມຢາມປະເທດ ສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 27-28 ກັນຍາ 2022 ແລະ ກະກຽມຕ້ອນຮັບການມາຢ້ຽມຢາມຂອງການນໍາຂັ້ນສູງຂອງຕ່າງ ປະເທດ;

ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 9 ເດືອນ, ທິດທາງ 3 ເດືອນທ້າຍປີ 2022 ແລະ ທິດທາງແຜນການປີ 2023; ຮ່າງຍຸດທະສາດ ການຄຸ້ມຄອງ ການປ່ຽນແປງດິນຟ້າອາກາດແຫ່ງຊາດ ຮອດປີ 2030;

ຮ່າງຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ ແຫ່ງຊາດ ຮອດປີ 2030; ຮ່າງຍຸດທະສາດ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030 ແລະ ວິໄສທັດຮອດປີ 2040;

ລາຍງານການຫັນເອົາຫົວໜ່ວຍວິຊາການ ທີ່ມີລາຍຮັບຈາກການຄຸ້ມຄອງບໍລິຫານ ໄປສູ່ການຄຸ້ມຄອງເປັນເຈົ້າການຕົນເອງ ທາງດ້ານການເງິນເທື່ອລະກ້າວ;

ລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານຈໍານວນໜຶ່ງ ຕາມທິດຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ໃນກອງປະຊຸມລັດຖະບານສະໄໝວິສາມັນ ປະຈໍາເດືອນກັນຍາ 2022 ທີ່ຜ່ານມາ.

ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີວິທີແກ້ໄຂບັນຫາທີ່ຈະແຈ້ງ ເພື່ອຮັບ ປະກັນໃຫ້ກອງປະຊຸມໃນຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກໍານົດໄວ້.

ແຫຼ່ງຂ່າວ: ຂປລ

ທ່ານ ປອ ສິນລະວົງ ຄຸດໄພທູນ ເຄື່ອນໄຫວຢ້ຽມຢາມເມືອງຫົງສາ ແຂວງໄຊຍະບູລີ

0

ໃນຕອນເຊົ້າວັນທີ 21 ກັນຍາ 2022 ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະນຳຈາກສູນກາງ ໄດ້ລົງເຄື່ອນໄຫວ ແລະ ຢ້ຽມຢາມເມືອງຫົງສາ ແຂວງໄຊຍະບູລີ. ໂດຍເປັນກຽດຕ້ອນຮັບຢ່າງອົບອຸ່ນຈາກທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້້າແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ, ຂອງເມືອງ ແລະ ປະທານແນວລາວສ້າງຊາດ 4 ເມືອງເໜືອ ຢູ່ທີ່ເດີ່ນຍົນ ເມືອງຫົງສາ.

ການລົງເຄື່ອນໄຫວຄັ້ງນີ້, ປະທານສູນກາງແນວລາວສ້າງຊາດ ກໍ່ໄດ້ພົບປະໂອ້ລົມພະນັກງານການນຳຂອງແຂວງ, ຂອງເມືອງ ແລະ ພະນັກງານຫຼັກແຫຼ່ງ ເມືອງຫົງສາຢູ່ທີ່ສະໂມສອນເມືອງ. ໃນໂອກາດນີ້, ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້້າແຂວງໄຊຍະບູລີ ໄດ້ຂຶ້ນກ່າວຕ້ອນຮັບ ແລະ ພ້ອມທັງຮັບຟັງລາຍງານຫຍໍ້ການຈັດຕັ້ງເຄື່ອນໄຫວວຽກງານຮອບດ້ານຂອງສະຫະພັນແມ່ຍິງແຂວງໄຊຍະບູລີ ໃນ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2022, ຮັບຟັງບົດລາຍງານການນຳພາ-ຊີ້ນຳ ວຽກງານແນວລາວສ້າງຊາດແຂວງໄຊຍະບູລີ ໃນໄລຍະ 8 ເດືອນຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ.

ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດໄດ້ມີຄໍາເຫັນຊົມເຊີຍຕໍ່ການນໍາພາ-ຊີ້ນໍາຂອງຄະນະການນຳແຂວງ-ເມືອງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ແນວລາວສ້າງຊາດແຂວງ ແລະ ສະຫະພັນແມ່ຍິງແຂວງ ສາມາດຍາດໄດ້ໃນໄລຍະຜ່ານມາ.ພ້ອມນີ້, ທ່ານກໍ່ໄດ້ໂອ້ລົມໂດຍໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ພົ້ນເດັ່ນໃນໂລກ ແລະ ບັນຫາສຳຄັນທີ່ປະເທດເຮົາກຳລັງປະເຊີນຢູ່ໃນປະຈຸບັນ ເຊັ່ນ: ບັນຫາເສດຖະກິດ-ການເງິນ-ເງິນຕາ ແລະ ຄ່າຄອງຊີບສູງ, ບັນຫານໍ້າມັນເຊື້ອໄຟຢູ່ປະເທດເຮົາ, ບັນຫາເງິນກີບອ່ອນຄ່າ ແລະ ສິນຄ້າກະທົບໄວ.

ນອກນັ້ນ,ທ່ານຍັງໄດ້ຍົກໃຫ້ເຫັນພາລະບົດບາດ, ສິດ ແລະ ໜ້າທີ່ຂອງແນວລາວສ້າງຊາດເຊິ່ງແນວລາວທຸກຂັ້ນມີພາລະບົດບາດເຕົ້າໂຮມຄວາມສາມັກຄີຂອງປວງຊົນບັນດາເຜົ່າ, ປຸກລະດົມບັນດາເຜົ່າປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ຕິດຕາມກວດກາສອ່ງແສງ.

ການປະຕິບັດແນວທາງຂອງພັກ-ລັດຖະບານ ແລະ ເປັນໃຈກາງສົມທົບກັບອົງການພາຄີຕ່າງໆເຊັ່ນ: ອົງການສະຫະພັນນັກຮົບເກົ່າ, ສະຫະພັນກຳມະບານລາວ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫະພັນແມ່ຍິງລາວ. ພ້ອມນີ້, ທັງເນັ້ນໃຫ້ຈັດຕັ້ງຜັນຂະຫຍາຍ 4 ການປ່ຽນແປງຂອງວຽກງານແນວໂຮມກໍຄື:

ສ້າງການຫັນປ່ຽນດ້ານຈິນຕະນາການ, ສ້າງການຫັນປ່ຽນທາງດ້ານການເງິນ, ສ້າງການຫັນປ່ຽນໃນຮູບການ ແລະ ວິທີການປຸກລະດົມຂົນຂວາຍ ແລະ ສ້າງການຫັນປ່ຽນຮູບແບບການຮ່ວມສຳພັນ ລະຫວ່າງອົງການພາຄີດ້ວຍກັນ. ຮຽກຮ້ອງມາຍັງ ຄະນະພັກແນວລາວສ້າງຊາດແຂວງ-ເມືອງ, ອົງການຈັດຕັ້ງມະຫາຊົນ, ພະນັກງານຫລັກແຫລ່ງ, ຜູ້ຊົງຄຸນວຸດທິ, ພະນັກງານປະຕິວັດອາວຸໂສບຳນານ, ທະຫານ-ຕຳຫລວດ ຈົ່ງເຊີດຊູຄວາມຮັບຜິດຊອບໃນໜ້າທີ່ການເມືອງຂອງຕົນ, ຕັດສິນໃຈຜ່ານຜ່າຄວາມທຸກຍາກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ແລະ ຕັ້ງໜ້າປຸກລະດົມກຳລັງແຮງທົ່ວປວງຊົນລາວບັນດາເຜົ່າ ປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ-ຂອງເມືອງ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍ.

ໃນໂອກາດ ທີ່ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ສູນກາງແນວລາວສ້າງຊາດ ກໍ່ໄດ້ມອບເງິນໃຫ້ແນວລາວສ້າງຊາດແຂວງໄຊຍະບູລີ ຈຳນວນ 30 ລ້ານກີບ, ມອບຄອມພິວເຕີຕັ້ງໂຕະ 1 ຊຸດ ພ້ອມດ້ວຍປິ່ນເຕີ 1 ເຄື່ອງ ໃຫ້ແນວລາວສ້າງຊາດເມືອງຫົງສາ ແລະ ສູນກາງສະຫະພັນແມ່ຍິງລາວມອບເງິນໃຫ້ ສະຫະພັນແມ່ຍິງແຂວງ ຈຳນວນ 20 ລ້ານກີບ.

ແຫຼ່ງຂ່າວ: News.XBL

ສປປ ລາວ ເເບ່ງປັນຄວາມຮູ້ດ້ານການສຶກສາ ຢູ່ກອງປະຊຸມສຸດຍອດ ສະຫະປະຊາຊາດ

0

ສປປ ລາວ ເເບ່ງປັນຄວາມຮູ້ດ້ານການສຶກສາ ຢູ່ກອງປະຊຸມສຸດຍອດ ສະຫະປະຊາຊາດ ເພື່ອເລັ່ງແກ້ໄຂວິກິດການດ້ານການຮຽນ.

ກອງປະຊຸມສຸດຍອດວ່າດ້ວຍການຫັນປ່ຽນການສຶກສາ ໄດ້ເຕົ້າໂຮມເອົາບັນດາຜູ້ນຳດ້ານການສຶກສາຈາກທົ່ວໂລກເພື່ອມາປຶກສາຫາລືການແກ້ໄຂວິກິດການດ້ານການຮຽນທີ່ເກີດຈາກການລະບາດຂອງ ໂຄວິດ-19.

ວັນທີ 21 ກັນຍາ 2022 ຄະນະຜູ້ແທນຈາກ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ພ້ອມດ້ວຍ ອົງການຢູນິເຊັບ ປະຈໍາ ສປປ ລາວ, ໄດ້ສໍາເລັດ ການເຂົ້າຮ່ວມ ກອງປະຊຸມສຸດຍອດວ່າດ້ວຍການຫັນປ່ຽນການສຶກສາ ທີ່ນະຄອນນິວຢອກ ສະຫະລັດອາເມລິກາ.ກອງປະຊຸມດັ່ງກ່າວ ໄດ້ຮັບການຊີ້ນຳໂດຍ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ເເລະ ເປັນສ່ວນໜຶ່ງຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 77 ເຊີ່ງໄດ້ຈັດຂຶ້ນເປັນເວລາ 3 ວັນ ແຕ່ວັນທີ 17 ຫາ 19 ກັນຍາ 2022.

ກອງປະຊຸມນີ້ຍັງໄດ້ເຕົ້າໂຮມເອົາບັນດາຜູ້ນຳດ້ານການສຶກສາຈາກທົ່ວໂລກ ໂດຍມີຈຸດປະສົງເພື່ອຊອກຫາວິທີການແກ້ໄຂວິກິດການດ້ານການຮຽນໃນທົ່ວໂລກທີ່ເກີດຂຶ້ນຈາກການລະບາດຂອງພະຍາດ ໂຄວິດ-19. ການສົນທະນາໄດ້ສຸມໃສ່ຫ້າຫົວຂໍ້ສໍາຄັນ ເຊີ່ງປະກອບມີ ໂຮງຮຽນ, ຫຼັກສູດ ແລະ ການຮຽນຮູ້ , ຄູອາຈານ, ການຫັນປ່ຽນຮູບແບບ ການຮຽນເເບບດິຈິຕອນ ແລະ ການສະໜັບສະໜູນດ້ານການເງິນສຳລັບການສຶກສາ.ກ່ອນໜ້າກອງປະຊຸມໃຫຍ່ ໃນວັນທີ 19 ກັນຍາ 2022, ຄະນະຜູ້ແທນຈາກ ກະຊວງສຶກສາທິການ ແລະ ກິລາ ຂອງລາວ ກໍ່ໄດ້ເຂົ້າຮ່ວມງານ “ການຫັນປ່ຽນການສຶກສາເລີ່ມຕົ້ນໂດຍການວາງຮາກຖານຕັ້ງແຕ່ໄວເຍົາ” ໃນ ວັນທີ 17 ກັນຍາ, ສປປ ລາວ ເປັນປະເທດດຽວໃນພາກພື້ນທີ່ເປັນເຈົ້າພາບຮ່ວມຈັດງານດັ່ງກ່າວ ພ້ອມດ້ວຍ ປະເທດ ອຸສເບກິສຖານ ເເລະ ກາບອນ, ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການຢູນິເຊັບ, ອົງການຢູເນສໂກ, ທະນາຄານໂລກ, ມູນນິທິ LEGO, ມູນນິທິ Hilton, ວິທະຍາໄລຄູ ຂອງ ມະຫາວິທະຍາໄລ Columbia ແລະ ECDAN.

“ການປົກປ້ອງ ເເລະ ຜັນຂະຫຍາຍການລົງທຶນໃນການສືກສາເດັກ ກ່ອນໄວຮຽນ ເເມ່ນເປັນບັນຫາຮີບດ່ວນ ຍິ່ງກວ່າທີ່ເຄີຍມີມາກ່ອນ ໃນໄລຍະການເເຜ່ລະບາດຂອງພະຍາດ ໂຄວິດ-19 ເເລະ ເມຶ່ອພວກເຮົາພິຈາລະນາເຖີງຜົນກະທົບຂອງພະຍາດດັ່ງກ່າວຕໍ່ການພັດທະນາຂອງເດັກ, ໂດຍສະເພາະຜູ້ທີ່ມີຄວາມສ່ຽງທີ່ສຸດ,” ກ່າວໂດຍ ພະນະທ່ານ ຮອງສາດສະດາຈານ ດຣ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ. ທ່ານຍັງໄດ້ກ່າວອີກວ່າ: “ລັດຖະບານເເຫ່ງ ສປປ ລາວ ໃຫ້ຄວາມສຳຄັນເປັນຢ່າງຢິ່ງຕໍ່ການປົກປ້ອງຮັກສາສິດທິຕໍ່ການເຂົ້່າເຖີງການສຶກສາສຳລັບທຸກຄົນ ແລະ ຢືນຢັນຄືນໃໝ່ເຖີງຄຳໝັ້ນສັນຍາຂອງລັດຖະບານໃນການສະໜັບ ສະໜູນການຟື້ນຟູການສຶກສາໃນປະເທດ.”ໃນກອງປະຊຸມສຸດຍອດນີ້, ສປປ ລາວ ຍັງໄດ້ນຳສະເໜີ ການຖະແຫຼງການແຫ່ງຊາດວ່າດ້ວຍການ ປ່ຽນແປງ ການສຶກສາ ເຊັ່ນດຽວກັນ ເຊີ່ງໄດ້ຮັບການພັດທະນາຂຶ້ນໂດຍຜ່ານຂະບວນການປຶກສາຫາລືຢ່າງສົມບູນແບບ, ລວມເຖິງ ບັນດາກະຊວງ ແລະ ຄູ່ຮ່ວມພັດທະນາຕ່າງໆ ຈົນເຖີງ ຄູອາຈານ ແລະ ນັກຮຽນ.

ພາຍຫຼັງກອງປະຊຸມສຸດຍອດນີ້ ຈະໄດ້ມີການຕິດຕາມການປະຕິບັດຄຳໝັ້ນສັນຍາແຫ່ງຊາດຂອງບັນດາປະເທດຕ່າງໆ, ລວມເຖີງ ສປປ ລາວ, ຢ່າງໃກ້ຊິດ.“ມີພຽງເເຕ່ 1 ໃນ 3 ຂອງຈຳນວນເດັກນ້ອຍໃນທົ່ວໂລກທີ່ສາມາດອ່ານປະໂຫຍກ ເເລະ ເຂົ້າໃຈນິທານເເບບພື້ນຖານໄດ້. ໃນປະຈຸບັນ, ພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ລະບົບການສຶກສາໃນທົ່ວໂລກເຮັດໃຫ້ເກີດມີວິກິດການດ້ານການຮຽນ ແລະ ໄດ້ສົ່ງຜົນຕໍ່ການຮຽນຮູ້ຂອງເດັກນ້ອຍຫຼາຍກວ່າ 90 ສ່ວນຮ້ອຍ ຂອງໂລກ. ແນວໃດກໍ່ຕາມ, ການລະບາດຂອງພະຍາດ ໂຄວິດ-19 ຍັງເປັນໂອກາດສຳລັບພວກເຮົາທີ່ຈະປ່ຽນແປງຮູບແບບ ການສຶກສາ ເເລະ ວິທີການສອນໄປໃນຮູບເເບບໃໝ່, ພ້ອມດ້ວຍເສີມສ້າງຄຸນນະພາບຂອງການສຶກສາສໍາລັບທຸກຄົນ,” ກ່າວໂດຍ ທ່ານນາງ ດຣ. ເພຍ ເຣເບລໂລ ບີຣໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ.

ນອກຈາກນັ້ນ, ຄະນະຜູ້ແທນຈາກ ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ເຂົ້າຮ່ວມເວທີສົນທະນາພາຍໃຕ້ຫົວຂໍ້ ການຫັນປ່ຽນການສຶກສາໄປໃນຮູບເເບບດີຈີຕອນຢ່າງສົມບູນເເບບ ເເລະ ສະເໝີພາບ, ພ້ອມຍັງໄດ້ຍົກຕົວຢ່າງໃຫ້ເຫັນເຖິງຜົນສຳເລັດຂອງ ຖານຂໍ້ມູນການຮຽນການສອນເເບບດີຈີຕອນ “ຄັງປັນຍາລາວ” ຂອງ ສປປ ລາວ.

ພ້ອມດຽວກັນນັ້ນ, ຄະນະຜູ້ແທນຈາກ ສປປ ລາວ ກໍຍັງໄດ້ພົບກັບບັນດາຜູ້ແທນຈາກປະເທດອື່ນໆ, ພາກເອກະຊົນ ແລະ ສະຖາບັນການສຶກສາອື່ນໆ ເພື່ອ ແລກປ່ຽນບົດຮຽນໃນການປັບປຸງຄຸນນະພາບການສຶກສາໃນ ສປປ ລາວ ເຊັ່ນດຽວກັນ.

ແຫຼ່ງຂ່າວ: Lao National Radio

ສາມາດເກັບລາຍຮັບໄດ້ເກີນແຜນ!

0

8 ເດືອນ ດ່ານພາສີສາກົນວັງເຕົ່າ ເກັບລາຍຮັບໄດ້ 503 ຕື້ກວ່າກີບ ທ່ານ ແກ້ວອຸດອນ ພາລີຈັນ ຫົວໜ້າດ່ານພາສີສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ມວນຊົນແຂວງເມື່ອບໍ່ດົນມານີ້ວ່າ: ແຜນການຈັດເກັບລາຍຮັບເຂົ້າງົບປະມານຂອງດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກ – ວັງເຕົ່າ ສົກປີ 2022 ແມ່ນຈະໃຫ້ໄດ້ທັງໝົດ 796 ຕື້ກີບ.

ໃນນັ້ນ, ຈະໃຫ້ໄດ້ຈາກດ່ານພາສີສາກົນວັງເຕົ່າ 581 ຕື້ກີບ ແລະ ຫ້ອງການພາສີປະຈໍາ ທ່າບົກ-ວັງເຕົ່າ 215 ຕື້ກີບ. ໃນ 8 ເດືອນ ປີ 2022 ສາມາດເກັບລາຍຮັບໄດ້ 503 ຕື້ກວ່າກີບເທົ່າກັບ 63,27% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 44 ຕື້ກວ່າກີບ, ເທົ່າກັບ 9,65%. ທ່ານ ແກ້ວອຸດອນ ພາລີຈັນ ກ່າວຕື່ມວ່າ:

ສາເຫດທີ່ພາໃຫ້ການຈັດເກັບລາຍຮັບໄດ້ເກີນແຜນ ຍ້ອນພວກເຮົາມີກົດໝາຍພາສີ, ກົດໝາຍຂອງຂະແໜງການອື່ນທີ່ກ່ຽວຂ້ອງ ແລະ ບັນດານິຕິກໍາລຸ່ມກົດ ໝາຍ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ມີເຄື່ອງມືທີ່ທັນສະໄໝນຳໃຊ້ເຂົ້າໃນການບໍລິການແຈ້ງພາສີເປັນລາຍລະອຽດດ້ວຍລະບົບເອເລັກໂຕຣນິກ (Asycuda), ການກວດກາສິນຄ້າ ເຄື່ອງຂອງ ເຂົ້າ-ອອກ ຜ່ານດ່ານດ້ວຍລະບົບສາຍແສງ (Scanner), ນໍາໃຊ້ລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມ, ພາຫະນະຂົນສົ່ງສິນຄ້າ, ຕູ້ບັນທຸກສິນຄ້າ (ຕູ້ຄອນເທນເນີ້) ດ້ວຍລະບົບເອເລັກໂຕຣນິກ, ສຳຄັນຄືຜູ້ປະກອບການຈິງໃຈເສຍພາສີຕາມລະບຽບການ. ສໍາລັບທິດທາງວຽກຈຸດສຸມໃນ 4 ເດືອນທ້າຍປີ, ຫົວໜ້າພາສີດ່ານສາກົນວັງເຕົ່າ ກ່າວວ່າ:

ຈະສູ້ຊົນຈັດຕັ້ງປະຕິບັດການຈັດເກັບລາຍຮັບມອບເຂົ້າງົບປະມານໃຫ້ໄດ້ຕາມແຜນການທີ່ການຈັດຕັ້ງມອບໝາຍ ຄື: 295 ຕື້ກີບ. ໃນນັ້ນ, ດ່ານພາສີສາກົນວັງເຕົ່າ ຈະສູ້ຊົນປະຕິບັດຈັດເກັບລາຍຮັບໃຫ້ໄດ້ 175 ຕື້ກີບ, ກວມ 30,12% ຂອງແຜນປີ; ຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າ ຈະສູ້ຊົນປະຕິບັດຈັດເກັບລາຍຮັບໃຫ້ໄດ້ 120 ຕື້ກີບ ກວມ 55.68%.

(ຂ່າວ: ເກດສະໜາ ແກ້ວສຸວັນນະແສງ)

ກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝ ທີ 77

0

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝ ທີ 77

ໃນວັນທີ 20 ກັນຍາ 2022 ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ, ນະຄອນນິວຢອກ, ສະຫະລັດອາເມລິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການສະຫະປະ ຊາຊາດ ສະໄໝທີ 77 ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ຈາບາ ໂກໂຣຊິ (CSABA KŐRÖSI), ປະທານສະມັດຊາໃຫຍ່ ສປຊ ສະໄໝ ທີ 77 ພາຍໃຕ້ຫົວຂໍ້ “ບາດລ້ຽວສໍາຄັນແຫ່ງຍຸກສະໄໝ: ວິທີທາງແບບຫັນປ່ຽນໃໝ່ໃນການແກ້ໄຂບັນດາສິ່ງທ້າທາຍທີ່ເກາະກ່ຽວກັນ” (A watershed moment: transformative solutions to interlocking challenges) ໂດຍມີຜູ້ແທນລະດັບປະມຸກລັດ, ຫົວໜ້າລັດຖະບານຫຼາຍກວ່າ 150 ທ່ານ, ລະດັບຮອງນາຍົກລັດ ຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດລົງມາ 40 ກວ່າທ່ານ ຈາກປະເທດສະມາຊິກ ສປຊ ທັງໝົດ 193 ປະເທດ ເຂົ້າຮ່ວມ ແລະ ຈະໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ເພື່ອສະແດງທັດສະນະ ແລະ ວິໄສທັດຂອງແຕ່ລະປະເທດຕໍ່ກັບບັນຫາສໍາຄັນຕ່າງໆຂອງໂລກ ເຊັ່ນ: ບັນຫາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ການລຶບລ້າງຄວາມທຸກຍາກ, ການເລັ່ງລັດຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານໂລກ; ການຮ່ວມມືເພື່ອສະກັດກັ້ນ ແລະ ຮັບມືກັບຜົນກະທົບຂອງພະຍາດໂຄວິດ-19 ແລະ ຟື້ນຟູເສດຖະກິດພາຍຫຼັງການລະບາດຂອງພະຍາດດັ່ງກ່າວ;

ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດ; ຂໍ້ຂັດແຍ່ງທາງດ້ານການຄ້າ ແລະ ການທະຫານ ແລະ ບັນຫາອື່ນໆ. ໃນໂອກາດນີ້, ທ່ານ ອັນໂຕນີໂອ ກູເຕເຣສ (António Guterres), ເລຂາທິການໃຫຍ່ ອົງການ ສປຊ ໄດ້ລາຍງານຕໍ່ກອງປະຊຸມ ໂດຍຍົກໃຫ້ເຫັນບັນຫາຕ່າງໆທີ່ປະຊາຄົມໂລກ ພວມສືບຕໍ່ປະເຊີນໜ້າໃນປັດຈຸບັນ, ເຊິ່ງບັນດາປະເທດສະມາຊິກຈໍາເປັນຕ້ອງໄດ້ເພີ່ມທະວີຄວາມພະຍາຍາມໃນການຊອກຫຼາຍວິທີທາງໃນການແກ້ໄຂບັນຫາຢ່າງສັນຕິວິທີ ພ້ອມທັງໄດ້ເນັ້ນຄວາມສໍາຄັນໃນການນຳໃຊ້ຮູບແບບການປຶກສາຫາລື, ການເຈລະຈາ ແລະ ການນໍາໃຊ້ການທູດ ເພື່ອສ້າງໃຫ້ໂລກມີສັນຕິພາບ ແລະ ສະຖຽນລະພາບ ກໍຄືການຫັນປ່ຽນແນວທາງໃນການແກ້ໄຂບັນຫາ ເພື່ອຄວາມຈະເລີນຮຸ່ງເຮືອງຂອງມະນຸດຊາດ ແລະ ໂລກຂອງພວກເຮົາ. ພ້ອມກັນນັ້ນ, ປະທານສະມັດຊາໃຫຍ່ ສະໄໝທີ 77 ໄດ້ເນັ້ນຍ້ຳເຖິງຄວາມຈຳເປັນໃນການຊອກຫາວິທີທາງແກ້ໄຂບັນຫາສິ່ງທ້າທາຍສາກົນ ດ້ວຍຄວາມສາມັກຄີ, ມີຄວາມຍືນຍົງ ແລະ ດ້ວຍວິທະຍາສາດ ເພາະໂລກຂອງເຮົາໃນປັດຈຸບັນ ກຳລັງຕົກຢູ່ໃນສະພາບການຊ້ຳເຮື້ອ ທີ່ຕ້ອງການຄວາມຊ່ວຍເຫຼືອສຸກເສີນທາງດ້ານມະນຸດສະທຳ ເນື່ອງຈາກບັນຫາການປ່ຽນແປງດິນຟ້າອາກາດ, ພະຍາດໂຄວິດ-19 ແລະ ຂໍ້ຂັດແຍ່ງຕ່າງໆ ທີ່ສົ່ງຜົນກະທົບເຮັດໃຫ້ເກີດມີໄພອຶດຫິວໃນທົ່ວໂລກ ຢູ່ໃນລະດັບທີ່ຮ້າຍແຮງ. ໃນມື້ດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ເຂົ້າຮ່ວມກ່າວຄໍາເຫັນໃນກອງປະຊຸມລະດັບສູງຂອງກຸ່ມເພື່ອນມິດເພື່ອສະໜັບສະໜູນຂໍ້ລິເລີ່ມດ້ານການພັດທະນາ ທີ່ ທ່ານ ສີ ຈິ້ນຜິງ (Xi Jinping), ປະທານປະເທດ ແຫ່ງ ສປ ຈີນ ໄດ້ປະກາດໃນປີຜ່ານມາ (Group of Friends of Global Development Initiative: GDI) ໂດຍການເປັນປະທານຂອງ ທ່ານ ຫວັງ ອີ (Wang Yi), ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ; ພ້ອມນັ້ນຍັງໄດ້ພົບປະສອງຝ່າຍກັບ ທ່ານ ເຈຮູນ ບາຍຣາມອບ (Jeyhun Bayramov), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ອາແຊກໄປຈານ (Azerbaijan) ແລະ ທ່ານ ນິໂກລາ ເຊລາໂກວິກ (Nikola Selakovic), ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດ ແຊກບີ (Serbia) ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມືສອງຝ່າຍ ກໍຄືບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.ທ່ານ ສະເຫຼີມໄຊ ກົມມະສິດ ມີກຳນົດຈະຂຶ້ນກ່າວປາໄສໃນກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ສປຊ ໃນຕອນເຊົ້າຂອງວັນທີ 24 ກັນຍາ 2022. ໃນໄລຍະເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນລາວຍັງຈະໄດ້ເຂົ້າຮ່ວມ ແລະ ກ່າວປາໄສໃນກອງປະຊຸມລະດັບສູງປິ່ນອ້ອມຕ່າງໆ ເຊັ່ນ: ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນແບບບໍ່ເປັນທາງການ, ກອງປະຊຸມລັດຖະມົນຕີຂອງຂະບວນການບໍ່ຮ່ວມກຸ່ມ, ກອງປະຊຸມລັດຖະມົນຕີກຸ່ມ 77 ແລະ ຈີນ, ກອງປະຊຸມລັດຖະມົນຕີກຸ່ມປະເທດດ້ອຍພັດທະນາ (LDC) ແລະ ກອງປະຊຸມລັດຖະມົນຕີກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ອື່ນໆ. ນອກຈາກນີ້, ຫົວໜ້າຄະນະຜູ້ແທນລາວ ຍັງມີກໍານົດຈະພົບປະສອງຝ່າຍກັບຫົວໜ້າຄະນະຜູ້ແທນຂອງບາງປະເທດ ແລະ ອົງການຈັດຕັ້ງສາກົນຈຳນວນໜຶ່ງ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

ຍ້ອນເສບຢາບ້າ ຈິ່ງເປັນເຫດຄາດຕະກຳເມຍ

0

ຊາຍໄວ 40 ປີ ເສບຢາບ້າຫຼາຍ ເຮັດໃຫ້ປະສາດຫຼອນ ກໍ່ເຫດໃຊ້ຈົກຕີຫົວເມຍຕົນເອງ 3 ບາດ ສົ່ງຜົນເຮັດໃຫ້ເສຍຊີວິດຄາທີ່, ເຫດການດັ່ງກ່າວນີ້ເກີດຂຶ້ນໃນເວລາ 11:00 ໂມງ ຂອງວັນທີ 11 ກັນຍາ 2022, ທີ່ບ້ານນາເກືອ ເມືອງຊໍາໃຕ້ ແຂວງຫົວພັນ.

ເຈົ້າຫນ້າທີ່ ປກສ ເມືອງຊໍາໃຕ້ ແຂວງຫົວພັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບລາຍງານທາງໂທລະສັບ ຈາກອົງການປົກຄອງບ້ານນາເກືອ ເມືອງຊໍາໃຕ້ ແຂວງຫົວພັນ ວ່າມີເຫດການຄາດຕະກໍາຢູ່ທາງໄປຖຽງນາ ຫ້ວຍສົງ ເຂດບ້ານນາເກືອ.

ຈາກນັ້ນ, ເຈົ້າຫນ້າທີ່ວິຊາສະເພາະ ຈຶ່ງສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງລົງໄປກວດ ກາສັນລະສູດສະຖານທີ່ເກີດເຫດດັ່ງກ່າວ ພົບເຫັນຄົນເສຍຊີວິດ 1 ຄົນ ເພດຍິງ ຊື່ ນາງ ມີ້ ອາຍຸ 36 ປີ ປະຊາຊົນ ຢູ່ບ້ານນາເກືອ, ນອນເສຍຊີວິດຢູ່ແຄມທາງ, ຜ່ານການກວດກາຊັນນະສູດພົບເຫັນຫົວມີ ຮ່ອງຮອຍບາດແຜ 2 ຮອຍ ແລະ ຕາເບື້ອງຊ້າຍແຕກຍ້ອນຖືກກະທົບຂອງແຂງ.

ຜ່ານການສອບຖາມ ຈຶ່ງຮູ້ວ່າ ຜູ້ລົງມືກໍ່ເຫດແມ່ນຜົວຂອງ ນາງ ມີ ຊື່ ທ້າວ ໄຊເກີ ອາຍຸ 40 ປີ; ຈາກນັ້ນ, ເຈົ້າຫນ້າທີ່ ຈຶ່ງນໍາຈັບຕົວຜູ້ກ່ຽວໄດ້; ຜ່ານການສອບສວນ ທ້າວ ໄຊເກີ ຮັບສະລາພາບວ່າ: ໃນປີ 2000, ໄດ້ສ້າງຄອບຄົວກັນ ຮອດປີ 2015, ເລີ່ມເສບຢາບ້າ ເຮັດໃຫ້ຄອບຄົວບໍ່ມີຄວາມສະຫງົບ ຜິດຖຽງກັນມາຕະຫຼອດຈົນເຖິງປັດຈຸບັນ ເຮັດໃຫ້ຜູ້ເປັນເມຍທົນຢູ່ນໍາບໍ່ໄດ້ ຈຶ່ງໄດ້ຍ້າຍໄປຢູ່ນໍາພໍ່ປູ່ແມ່ຍ່າຖຽງນາ ຫ່າງກັນປະມານ 600 ແມັດ.

ມາຮອດວັນທີ 10 ກັນຍາ 2022, ທ້າວ ໄຊເກີ ກໍໄດ້ຍ່າງຈາກຖຽງນາຕົນໄປຫາເມຍ ພໍໄປຮອດກໍໄດ້ຜິດຖຽງກັນ. ມື້ຕໍ່ມາ, ທ້າວ ໄຊເກີ ໄດ້ເສບຢາບ້າ ແລ້ວຍ່າງໄປຫາເມຍ ແລະ ຜິດຖຽງກັນອີກ. ຮອດ ເວລາ 8:00 ໂມງ ຂອງວັນທີ 11 ກັນຍາ, ຈຶ່ງຍ່າງກັບຖຽງນາ ພໍຍ່າງມາຮອດໄຮ່ເຂົ້າຫ່າງຈາກຖຽງທີ່ເມຍຢູ່ ປະມານ 150 ແມັດ. ຜູ້ກ່ຽວກໍໄດ້ນັ່ງພັກຜ່ອນກິນອ້ອຍ; ໃນເວລານັ້ນກໍ່ໄດ້ພົບເຫັນ ນາງ ນີ້ ເປ້ກະຕ່າ ແລະ ມືຖືຈົກຍ່າງກາຍໄປ. ຜູ້ກ່ຽວ ຈຶ່ງຫາເລື່ອງຜິດຖຽງກັນອີກຢ່າງຮຸນແຮງ ເຮັດໃຫ້ ທ້າວ ໄຊເກີ ເກີດມີອາການ ໂມໂຫ ແລ້ວຍ່າງເຂົ້າໄປຫາ ນາງມີ້ ຍາດເອົາຈົກທີ່ ນາງ ມີ້ ຖືມາ ຕີໃສ່ຫົວ 1 ບາດ ເຮັດໃຫ້ ນາງ ມີ້ ລົ້ມລົງກັບທີ່ແລ້ວຜູ້ກ່ຽວກໍເອົາຈົກຕີຊ້ໍາໃສ່ຫົວອີກ 1 ບາດ ແລະ ຕີເຂົ້າທີ່ຕາເບື້ອງຊ້າຍອີກ 1 ບາດ ສົ່ງຜົນເຮັດ ໃຫ້ເສຍຊີວິດຄາທີ່.

– ຕາມການສັນນິຖານຂອງເຈົ້າຫນ້າທີ່, ແຮງຈູງໃຈພາໃຫ້ ທ້າວ ໄຊເກີ ກໍ່ເຫດຄາດຕະກໍາເມຍຕົນເອງ ໃນຄັ້ງນີ້ ແມ່ນເກີດຈາກຜູ້ກ່ຽວເມົາຢາບ້າທີ່ເສບເຂົ້າໄປ ແລະ ໂມໂຫທີ່ເມຍບໍ່ຍອມກັບໄປຢູ່ນໍາຜູ້ກ່ຽວ.

ແຫຼ່ງຂ່າວ: ໜັງສືພິມຄວາມສະຫງົບ

ໃສ່ລັອກຮົ້ວຄັກແນ່! ກໍຍັງເອົາບໍ່ຢູ່

0

ຈາກຜູ້ໃຊ້ເຟສບຸກ ໄດ້ອອກມາໂພສເຕືອນ ໃນວັນທີ 20/09/2021 ວ່າ ມີໂຈນເຂົ້າມາລັກລົດຈັກໃນເຮືອນ ເຖິງ 2 ຄັນ ຈາກລົດຈັກແມ່ນມີ 3 ຄັນ ເຊິ່ງມີລາຍລະອຽດດັ່ງນີ້:

ຕອນຊ່ວງທີ່ຍັງມືດໆຝົນຕົກເບົາໆຂອງມື້ນີ້, ລົດຈັກເຮືອນຂ້ອຍ ມີ 3 ຄັນ,​ ເສຍ 2 ຄັນ ໃນນັ້ນມີ ເວັບ1 ແລະ ຄິກ1, ຄົງເປັນເປົ້າໝາຍພວກມິດສາຊີບລັກເຄື່ອງລັກຂອງ ແຕ່ດົນລະ​, ປົກກະຕິກໍໄດ້ເອົາລົດໄວ້ບ່ອນຄອກນີ້ ພ້ອມລ໋ອກຄໍລົດຢ່າງດີຄັກ, ປະຕູໂຂງກະລ໋ອກໃສ່ກະແຈ.​ ບາດນີ້ຕ້ອງໄດ້ເອົາເຂົ້າເຮືອນນຳລະ ບໍ່ຊ່າງສິບັນລະຍາຍ ລົດຄັນ1ບໍ່ແມ່ນລາຄາຖືກໆ ຈັກຊິເອົາລົດໃສ່ຂີ່ໄປຮຽນໄປຫາເງິນໄປຫາຄວາມຝັນ ໃຜທີ່ຢູ່ເຂດບ້ານດອນໜູນ ຫຼື ເຂດບ້ານອ້ອມຂ້າງ,​ ເມືອງໄຊທານີ,​ ນະຄອນຫລວງວຽງຈັນ ໃຫ້ພາກັນລະວັງໄວ້ເດີ້ ເລື່ອງລົດລາງພາຫະນະໃສ່ລ໋ອກຄໍລ໋ອກຂາໄວ້ໂລດ,​ ປ້ອງກັນໄວ້ໃຫ້ດີໃສ່ໂສ້ລາມໄວ້ໂລດ, ຢ້ານເປັນຊຳ້ສອງຄືເຮືອນຂ້ອຍ. ພ້ອມຈັບຕາເບິ່ງຄົນທີ່ແປກໆທີ່ເປັນຕາສົງໄສນຳ​ ຢ້ານເປັນພວກມິດສາຊີບແກ້ງຂີ້ລັກລົດ.

ເປັນກຳລັງໃຈໃຫ້ເຈົ້າຂອງລົດເດີ້.

Cr.Anun Tmv

ເຫດການລົດຮຸ່ນໄດຖືກນ້ຳພັດໄຫລ ທີ່ເມືອງຫຼາ

0

ເມືອງຫຼາ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມອີກຄັ້ງເມື່ອມີຝົນຕົກໜັກຕໍ່ເນື່ອງ ເຮັດໃຫ້ດິນເຈື່ອນ ຫົນທາງເຈີ້ລົງ

ໃນປະມານເວລາ 7 ໂມງເຊົ້າ ຂອງ ວັນທີ 20 ກັນຍາ 2022 ນິ້, ໄດ້ເຮັດໃຫ້ເສັ້ນທາງຄົມມະນາຄົມຂາດ, ເສາະເຈື່ອນ ແລະ ດິນຖົມຢູ່ຫຼາຍຈຸດ ໂດຍສະເພາະແມ່ນເຂດທີ່ກຳລັງຟື້ນຟູຄືນຈາກເຫດການນ້ຳຖ້ວມຄັ້ງທີ່ຜ່ານມາ. ຈາກເຫດການໃນຄັ້ງນີ້ໄດ້ເຮັດໃຫ້ລົດຮຸ່ນໄດ ທະບຽນປ້າຍ 1734 ກຳແພງນະຄອນ ຖືກນ້ຳພັດໄຫຼໄປຕາມລ້ອງນ້ຳຫຼາ ປະມານ 80 ແມັດ ລົດເປເພຢ່າງໜັກ.

ທ່ານ ນາງ ສີ (ຜູ້ຂີ່ລົດຮຸນໃດຄັນເກີດເຫດ) ຢູ່ບ້ານຊຽງຢືນ, ເມືອງສິງ, ແຂວງຫຼວງນ້ຳທາ ໄດ້ໃຫ້ຮູ້ວ່າ: ຕອນເຊົ້າປະມານເວລາ 6 ໂມງ 30 ນາທີ ໄດ້ພາຄອບຄົວມາຢ້ຽມຢາມ ແລະ ໄປກາບໄຫວ້ສັກກະລະບູຊາວັດພະເຈົ້າສິງຄຳໄຊຍາຣາມ ໃນຂະນະດຽວກັນເກີດມີຝົນຕົກແຮງ ເມື່ອມາຮອດຈຸດເກີດເຫດ ມີນ້ຳໄຫຼມາຢ່າງໄວວາ ທັ່ງໃສ່ຈຸດລົດມາຮອດ ຈຶ່ງເຮັດໃຫ້ດິນເຈື່ອນລົງ ເຮັດໃຫ້ລົດບໍ່ສາມາດຖອຍກັບໄດ້ ຄອບຄົວຈຶ່ງພາກັນອອກຈາກລົດເພື່ອຊອກວິທີທາງແກ້ໄຂໂດຍດ່ວນ ໂຊກດີບໍ່ມີຜູ້ຖືກບາດເຈັບ. ຫຼັງຈາກນັ້ນ, ນ້ຳແຮງຂຶ້ນຈຶ່ງເກີດດິນເຈື່ອນໃສ່ຈຸດລົດຈອດພໍດີແລ້ວເຮັດໃຫ້ລົດໄຫຼຕົກລົງຕາມລ້ອງນໍ້າຫຼາ.

ຍັງໃຫ້ຮູ້ອີກວ່າ: ລົດຄັນດັ່ງກ່າວແມ່ນຄອບຄົວນາງສີ ໄປຍືມນຳຄອບຄົວ ນາງວອນ (ເຈົ້າຂອງລົດທີ່ເກີດເຫດ), ເຊິ່ງລົດແມ່ນຊື້ຕໍ່ມືສອງມາ ແລະ ຫາກໍໄດ້ໃຊ້ງານພຽງ 1 ເດືອນປາຍ. ສຳລັບມູນຄ່າຊື້ລົດແມ່ນ 62ລ້ານກີບ.

ຂໍ້ມູນ: ຖະແຫລງຂ່າວ ເມືອງຫຼາ