Home Blog Page 242

ຫສນຍ ຄັດເລືອກຜູ່ແທນ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ໃນຕອນເຊົ້າຂອງວັນທີ 8 ທັນວາ 2020 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມໃຫຍ່ສະມາຊິກພັກ ເພື່ອເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ໂດຍການເປັນປະທານຂອງ ສະຫາຍ ຄໍາເຈນ ວົງໂພສີ, ກຳມະການສູນກາງພັກ, ເລຂາຄະນະພັກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍຄະນະພັກ ຫສນຍ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກອາວຸໂສບຳນານ ທົ່ວຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ 215 ສະຫາຍ.

ວາລະທໍາອິດ ຂອງກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການນຳພາ-ຊີ້ນຳວຽກງານຜ່ານມາ (ນັບແຕ່ປີ 2017 ຫາ ກາງປີ 2020) ແລະ ທິດແຜນການໃນຕໍ່ໜ້າ ຂອງຄະນະບໍລິຫານງານພັກ ຫສນຍ ທີ່ສະເໜີໂດຍສະຫາຍ ຄໍາລາວັນ ຈັນທະລາວັນ, ຮອງເລຂາຄະນະພັກ ຫສນຍ, ຊຶ່ງເຫັນໄດ້ ຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນ ວຽກງານການເມືອງ-ແນວຄິດ; ວຽກງານຈັດຕັ້ງພັກ ແລະ ພະນັກງານ; ວຽກງານກໍ່ສ້າງພັກ, ຂະຫຍາຍພັກ; ວຽກງານກຽມກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫສນຍ; ວຽກງານວິຊາສະເພາະ ໂດຍສະເພາະໄດ້ເອົາໃຈໃສ່ວຽກງານການເປັນເສນາທິການ, ວຽກງານປະສານງານ, ວຽກງານບໍລິການຮັບໃຊ້ ການນຳເປັນຢ່າງດີ ລວມທັງ ວຽກງານຮ່ວມມືກັບຕ່າງປະເທດ, ວຽກງານກວດກາ.

ພ້ອມກັນນີ້, ວຽກອົງການຈັດຕັ້ງມະຫາຊົນ, ວຽກງານປ້ອງກັນຄວາມສະຫງົບ, ວຽກງານນະໂຍບາຍ ແລະ ອື່ນໆ ກໍ່ໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດ ຕາມແຜນທີ່ໄດ້ກຳນົດໄວ້. ຄຽງຄູ່ກັບດ້ານດີ, ຜົນສຳເລັດ ທີ່ຍາດມາໄດ້ ກໍ່ປາສະຈາກບໍ່ໄດ້ ຂໍ້ຄົງຄ້າງ ຊຶ່ງສະຫາຍ ຄໍາລາວັນ ຈັນທະລາວັນ ຍັງໄດ້ຍົກໃຫ້ເຫັນສາຍເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນໍາພາຊີ້ນໍາວຽກງານຂອງ ຫສນຍ ໃນໄລຍະຜ່ານ, ພ້ອມທັງ ສະ ເໜີທິດທາງແຜນການໃນທ້າຍສະໄໝ ທີ IV ຂອງຄະນະບໍລິຫານງານພັກ ຫສນຍ ຕື່ມອີກ. ຈາກນັ້ນ ກອງປະຊຸມ ໄດ້ພ້ອມກັນປ່ອນບັດຄັດເລືອກເອົາຜູ້ແທນ ທີ່ເປັນຕົວແທນຂອງອົງຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຊຶ່ງມີຜູ້ສະໝັກທັງໝົດ 10 ສະຫາຍ, ໃນນັ້ນ ເລືອກເອົາຜູ້ແທນສົມບູນ 6 ສະຫາຍ ແລະ ຜູ້ແທນສໍາຮອງ 2 ສະຫາຍ.

ຜ່ານການປ່ອນບັດຄັດເລືອກ ໄດ້ຜູ້ແທນສົມບູນ ປະກອບມີ: ສະຫາຍ ຄໍາລາວັນ ຈັນທະລາວັນ, ສະຫາຍ ຄົມສັນ ໄຊຍະສານ, ສະຫາຍ ສະຖິດ ເພັດສິງເລືັອງ, ສະຫາຍ ປະເສີດສັກ ອຸເທນທະປັນຍາ,ສະຫາຍ ແສງທອງ ມະນີຈັນ ແລະ ສະຫາຍ ນາງ ບຸນໜັກ ຫຼວງລາດ; ສຳລັບຜູ້ແທນສໍາຮອງ ປະກອບມີ: ສະຫາຍ ຮສ. ປອ ສົມກຽດ ພະສີ ແລະ ສະຫາຍ ຈັນທະພອນ ແກ້ວມາລາວົງ.

ກອງປະຊຸມໄດ້ດຳເນີນໄປ ຖືກຕ້ອງຕາມກົດລະບຽບຂອງພັກ ແລະ ຄຳແນະນຳຂອງຄະນະເລຂາທິການສູນກາງພັກ, ພ້ອມທັງໄດ້ນຳໃຊ້ໄດ້ນຳໃຊ້ສິດປະຊາທິປະໄຕຂອງສະມາຊິກພັກ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ກອງປະຊຸມໄດ້ຮັບຜົນສຳເລັດອັນຈົບງາມ. ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ຄໍາເຈນ ວົງໂພສີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ອົງຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສາມາດຍາດມາໄດ້ໃນໄລຍະຜ່ານ ແລະ ຜົນຂອງການຄັດເລືອກເອົາຜູ້ແທນ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ພ້ອມນັ້ນ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ບາງບັນຫາສຳຄັນຕື່ມ ເປັນຕົ້ນ ໃຫ້ບັນດາສະຫາຍ ຜູ້ແທນສົມບູນ ແລະ ສຳຮອງ ກຽມຄວາມພ້ອມທາງດ້ານເນື້ອໃນ ກໍ່ຄືນຳເອົາຄວາມຄິດເຫັນຂອງອົງຄະນະພັກ ຫສນຍ ເພື່ອນໍາສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ພ້ອມທັງຮັກສາສຸຂະພາບຂອງຕົນ ໃຫ້ສາມາດເຂົ້າຮ່ວມຕະຫຼອດໄລຍະດຳເນີນກອງປະຊຸມ; ໃຫ້ບັນດາອານຸກໍາມະການກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ V ອົງຄະນະພັກ ຫສນຍ ສືບຕໍ່ກະກຽມ ແລະ ກວດກາຄືນ ບັນດາວຽກງານຂອງຕົນ ໃຫ້ມີຄວາມພ້ອມຮອບດ້ານ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫສນຍ ສາມາດດໍາເນີນໄປໄດ້ຕາມກຳນົດເວລາ, ບັນລຸຕາມຈຸດປະສົງ ແລະ ຄາດໝາຍ ທີ່ວາງໄວ້ຢ່າງຈົບງາມ,

ອັນສຳຄັນ ແມ່ນຕ້ອງປັບປຸງຮ່າງບົດລາຍງານການເມືອງ ແລະ ຮ່າງແຜນພັດທະນາວຽກງານວິຊາສະເພາະຂອງ ຫສນຍ, ຊຶ່ງສອງເອກະສານດັ່ງກ່າວ ຕ້ອງໃຫ້ກົມກຽວ ໄປລວງດຽວກັນ ແລະ ຕິດພັນກັນຢ່າງສະໜິດແໜ້ນ; ແຕ່ລະອານຸກຳມະການ ສືບຕໍ່ປຶກສາຫາລືກັນ ໂດຍມີການແບ່ງຄວາມຮັບຜິດຊອບ ຢ່າງລະອຽດ, ຈະແຈ້ງ, ຮັບປະກັນຄວາມພ້ອມ, ປະສິດທິພາບ ແລະ ປະສິດທິຜົນ ຂອງວຽກງານ; ສຳລັບ ວຽກງານຂະບວນການ ແມ່ນໃຫ້ເຄື່ອນໄຫວ ຕິດພັນກັບ ໜ້າທີ່ການເມືອງ, ວຽກງານວິຊາສະເພາະ ກໍ່ຄືເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງ ຫສນຍ, ຄຳຂວັນຂອງອົງການຈັດຕັ້ງມະຫາຊົນ ແລະ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ. ພ້ອມກັນນີ້ ໃຫ້ສະມາຊິກພັກ ຂອງ ຫສນຍ ທຸກສະຫາຍ ສືບຕໍ່ມູນເຊື້ອອັນດີງາມ, ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານການເມືອງແນວຄິດ, ຄຸນສົມບັດ-ສິນທຳປະຕິວັດ, ທາງດ້ານວິຊາສະເພາະ, ມີຄວາມສາມັກຄີປອງດອງ ເພື່ອເຮັດສຳເລັດໃນໜ້າທີ່ການເມືອງ ທີ່ຖືກມອບໝາຍ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

ເຈົ້າແຂວງຕ້ອນຮັບ ຮອງນາຍົກລັດຖະມົນຕີ ໂອກາດເຄື່ອນໄຫວຊີ້ນຳວຽກງານ ຢູ່ແຂວງຈຳປາສັກ

ວັນທີ 4 ທັນວາ 2020 ຜ່ານມາ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ເປັນກຽດຕ້ອນຮັບ ທ່ານ ສົມດີ ດວງດີ #ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການເງິນ, ພ້ອມດ້ວຍຄະນະ ໃນໂອກາດລົງເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ #ແຂວງຈຳປາສັກ.

ທ່ານເຈົ້າແຂວງຈຳປາສັກ, ໄດ້ລາຍງານໃຫ້ຮູ້ເຖິງ ຜົນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ໄລຍະ 9 ເດືອນ ປີ 2020, ດ້ານເສດຖະກິດມະຫາພາກ ເຫັນວ່າໃນ 9 ເດືອນປີ 2020 ລວມຍອດຜະລິດຕະພັນພາຍໃນ ຫລື GDP ປະຕິບັດໄດ້ 12.620,76 ຕື້ກີບ (ແຜນ 20.101,07 ຕື້ກີບ) ທຽບໃສ່ແຜນປີປະຕິບັດໄດ້ 62,78%, ສະເລັ່ຍຕໍ່ຫົວຄົນໄດ້ 1.889 ໂດລາສະຫະລັດຕໍ່ຄົນ ຫລື ເທົ່າກັບ 16,96 ລ້ານກີບຕໍ່ຄົນ; ການເກັບລາຍຮັບງົບປະມານ ປະຕິບັດໄດ້ 1.034,71 ຕື້ກີບ, ທຽບໃສ່ແຜນປີດັດແກ້ປະຕິບັດໄດ້ 71,05%,

ໃນນັ້ນ: ລາຍຮັບຂອງສູນກາງ 623,35 ຕື້ກີບ ທຽບໃສ່ແຜນ ປີດັດແກ້ ປະຕິບັດໄດ້ 75,48% ແລະ ລາຍຮັບຂອງແຂວງ 411,36 ຕື້ກີບທຽບໃສ່ແຜນປີດັດແກ້ປະຕິບັດໄດ້ 65,27%. ສໍາລັບການ ຄຸ້ມຄອງ ລາຍຈ່າຍງົບປະມານ ປະຕິບັດໄດ້ 575,19 ຕື້ກີບ, ທຽບໃສ່ແຜນປີດັດແກ້ ປະຕິບັດໄດ້ 76,08% ແລະ ຮັບຮອງເອົາ ບົດລາຍງານ ການເມືອງແຂວງ ໂດຍສຸມໃສ່ກຳນົດເອົາວຽກງານ ພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກ ລົງເລິກສ້າງ ບ້ານພັດທະນາ ປະຊາຊົນຢູ່ດີ ກິນດີ ເປັນວຽກຈຸດສຸມ ແລະ ຈະໄດ້ທົດສອບ ຢູ່ບັນດາເມືອງທີ່ມີເງື່ອນໄຂ.

ໂອກາດນີ້, ທ່ານ ສົມດີ ດວງດີ ກໍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ຜົນສຳເລັດ ອັນຈົບງານ ຂອງກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກ ແຂວງຈຳປາສັກ ແລະ ໃຫ້ພ້ອມກັນສືບຕໍ່ ຜັນຂະຫຍາຍມະຕິກອງປະຊຸມ, ນຳພາຈັດຕັ້ງປະຕິບັດ ແຜນພັດທະນາ ເສດ ຖະກິດ-ສັງຄົມ ຢູ່ແຂວງຈຳປາສັກ ໃຫ້ດີຍິ່ງໆຂຶ້ນ. ພ້ອມນີ້, ທ່ານຍັງໃຫ້ຮູ້ອີກວ່າ ການມາເຄື່ອນໄຫວ ຄັ້ງນີ້ ກໍເພື່ອຊຸກຍູ້ການສຳຫລວດ ສະຖິຕິກະສິກຳທົ່ວປະເທດ ໂດຍສະເພາະ ຢູ່ແຂວງຈຳປາສັກ, ລົງຕິດຕາມຊຸກຍູ້, ໃຫ້ທິດຊີ້ນຳ ຄະນະຊີ້ນຳ ລະດັບແຂວງ, ຫ້ອງການສຳຫລວດຂັ້ນແຂວງ ແລະ ອຳນາດການປົກຄອງແຕ່ລະຂັ້ນ ເພື່ອອຳນວຍຄວາມສະດວກ ໃນການລົງ ສຳຫລວດພາກສະໜາມ ໃຫ້ສາມາດປະຕິບັດ ໄດ້ຕາມແຜນທີ່ກຳນົດ ແລະ ຮັບຟັງການລາຍງານ ບັນຫາຕ່າງໆ ຂອງແຂວງ ແລະໃຫ້ທິດຊີ້ນຳ ຊຸກຍູ້ໃຫ້ ແຂວງໃນການ ແກ້ໄຂບັນຫາຕ່າງໆ ເພື່ອໃຫ້ການສຳຫວດ ໄດ້ຖືກຈັດຕັ້ງປະຕິບັດ ສະເລັດຕາມ ຈຸດປະສົງຄາດ ໝາຍ ແລະ ຊຸກຍູ້ວຽກງານ ການຈັດເກັບລາຍຮັບ ຢູ່ແຂວງຈຳປາສັກ ແລະ ໄດ້ມາ ເຜີຍແຜ່ ກົດໝາຍ ວ່າດ້ວຍ ພາສີ ສະບັບປັບປຸງ ໃຫ້ແກ່ການນໍາແຂວງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ໃນ 6 ແຂວງພາກກາງ-ພາກໃຕ້ ທີ່ຈັດຂຶ້ນຢູ່ແຂວງຈຳປາສັກ.

ຂ່າວ: ທັດຊະນະ
ພາບ:ເກດສະໜາ

ເອັດສຊີຈີ ສານຕໍ່ມອບທຶນການສຶກສາລະດັບປະລິນຍາຕີ “SCG Sharing the Dream” ປີທີ 9

 ວັນທີ 06 ທັນວາ 2020, ທີ່ ນະຄອນຫຼວງວຽງຈັນ ເອັດສຊີຈີສານຕໍ່ໂຄງການ “ SCG Sharing the Dream” ໃນ ສປປ ລາວ ເປັນປີທີ 9 ເຊິ່ງຖືເປັນໜຶ່ງໃນໂຄງການກິດຈະກໍາເພື່ອສັງຄົມຂອງເອັດສຊີຈີ ທີ່ເນັ້ນສົ່ງເສີມການພັດທະນາສັກກະຍະພາບເຍົາວະຊົນຂອງປະເທດໃນອາຊຽນ ເພື່ອສ້າງໂອກາດທາງການສຶກສາໃຫ້ນັກສຶກສາທີ່ເປັນຄົນເກັ່ງ ແລະ ດີມີຄວາມກະຕັນຍູ ແຕ່ຂາດເຂີນທຶນຮອນແລະເປັນອະນາຄົດຂອງຊາດ

ທ່ານ ພີລະມາດ ວະຈະນານະວັດ ຜູ້ອຳນວຍການ ບໍລິສັດ ຄໍາມ່ວນ ຊີມັງ ຈໍາກັດ ກ່າວວ່າ: “ເອັດສຊີຈີໄດ້ມອບທຶນການສຶກສາໃຫ້ກັບນ້ອງນັກຮຽນ ເຊິ່ງປີນີ້ເປັນປີທີ 9 ພວກເຮົາເບິ່ງເຫັນຄວາມສຳຄັນຂອງຄວາມໄຝ່ຝັນ ແລະ ຄວາມມຸ່ງໝັ້ນຂອງນ້ອງນັກຮຽນ ປີນີ້ທາງພວກເຮົາໄດ້ມອບທຶນການສຶກສາ ລະດັບປະລິນຍາຕີ ໃຫ້ນ້ອງນັກສຶກສາຈຳນວນ 14 ຄົນ ເຊິ່ງຂ້າພະເຈົ້າເຊື່ອໝັ້ນວ່າ ໂຄງການມອບທຶນການສຶກສາ SCG Sharing the Dream ຈະເປັນການມອບໂອກາດທີ່ດີໃຫ້ກັບນ້ອງໆທຸກຄົນທີ່ມີຄວາມມຸ່ງໝັ້ນຕັ້ງໃຈໃນການສຶກສາຮ່ຳຮຽນ ສາມາດພັດທະນາຕົນເອງ ໃຫ້ເປັນບຸກຄະລາກອນທີ່ມີຄຸນນະພາບ ແລະເປັນປະໂຫຍດໃຫ້ແກ່ຕົນເອງ ເພື່ອຮັບໃຊ້ສັງຄົມ ແລະ ປະເທດຊາດ

ທ່ານ ພັນທະນະສອນ ສະຖຽນຮຸ່ງເຮືອງ ຜູ້ອຳນວຍການ ບໍລິສັດ ເອັດສຊີຈີ ອິນເຕີເນຊັນແນລ ລາວ ຈຳກັດ ໄດ້ກ່າວວ່າ ຫຼາຍປີທີ່ຜ່ານມາພວກເຮົາໄດ້ມອບທຶນການສຶກສາ ໃຫ້ແກ່ນ້ອງໆ ພວກເຮົາກໍໄດ້ເຫັນການພັດທະນາຂອງນ້ອງນັກຮຽນທຸກຄົົນ ເຊັ່ນ ການສຶກສາ, ການຊ່ວຍເຫຼືອສັງຄົມ ແລະ ທີ່ສຳຄັນກວ່ານັ້ນຄື ນ້ອງໆກໍມີຄວາມກະຕັນຍູຮູ້ບຸນຄຸນຕໍ່ຄອບຄົວ ແລະ ຄູອາຈານ, ພວກເຮົາຫວັງວ່າການມອບທຶນການສຶກສານີ້ ຈະເຮັດໃຫ້ນ້ອງໆໄດ້ນຳໃຊ້ຄວາມຮູ້ຄວາມສາມາດຂອງການສຶກສາຮໍ່າຮຽນເພື່ອມາໃຊ້ໃນການປະກອບອາຊີບຂອງຕົນເອງໃນອະນາຄົດຕໍ່ໄປ

”ເອັດສຊີຈີ ເນັ້ນຊຸກຍູ້ໂຄງການຕ່າງໆ ທີ່ຊ່ວຍພັດທະນາບຸກຄະລາກອນຂອງປະເທດຜ່ານການສົ່ງເສີມດ້ານການສຶກສາ ເຊິ່ງເປັນທີ່ມາຂອງໂຄງການທຶນການສຶກສາ SCG Sharing the Dream ໃນພູມມິພາກອາຊຽນເຊັ່ນ: ສປປ ລາວ, ໄທ, ຫວຽດນາມ, ອິນໂດເນເຊຍ, ຟິລິບປິນ, ກຳປູເຈຍ ແລະ ມຽນມາ ທົ່ວພູມມິພາກອາຊຽນ ເພື່ອຮ່ວມພັດທະນາປະເທດທີ່ເອັດສຊີຈີເຂົ້າໄປດຳເນີນທຸລະກິດ, ສຳລັບ ສປປ ລາວ ເອັດສຊີຈີ ດຳເນີນໂຄງການນີ້ດ້ວຍຄວາມຕັ້ງໃຈ ແລະ ໃສ່ໃຈ ຢ່າງຕໍ່ເນື່ອງຕະຫລອດ 9 ປີ ແລະ ໃນປີນີ້ໄດ້ມອບທຶນການສຶກສາລະດັບປະລິນຍາຕີຈໍານວນ 14 ທຶນ ເຊິ່ງທຶນດັ່ງກ່າວຈະເນັ້ນສະໜັບສະໜຸນນັກສຶກສາທີ່ມີຄວາມໄຝ່ຝັນໃນການສໍາເລັດການສຶກສາລະດັບປະລິນຍາຕີ ແລະ ປະກອບອາຊີບ ເພື່ອເປັນກໍາລັງສໍາຄັນໃນການພັດທະນາປະເທດຕໍ່ໄປ ໂດຍນອກຈາກການສະໜັບສະໜູນດ້ານການເງິນແລ້ວ ຍັງມີກິດຈະກໍາເພື່ອພັດທະນາສັກກະຍາພາບ ແລະ ເສີມສ້າງຄຸນນະທໍາ ຕະຫຼອດໂຄງການອີກດ້ວຍ

ກ່ຽວ​ກັບ SCG

ເອັດສຊີຈີ ກຸ່ມບໍລິສັດຊັ້ນນຳໃນຂອບເຂດອາຊຽນປັດຈຸບັນປະກອບດ້ວຍ 3 ທຸລະກິດຫຼັກໄດ້ແກ່ທຸລະກິດຊີມັງ-ຜະລິດຕະພັນກໍ່ສ້າງ, ທຸລະກິດເຄມີໂຄ ແລະ ທຸລະກິດແພັກເກັດຈິ້ງ ຕະຫຼອດໄລຍະຫຼາຍກວ່າ 107 ປີ ເອັດສຊີຈີດໍາເນີນທຸລະກິດຕາມແນວທາງການພັດທະນາແບບຍືນຍົງພາຍໃຕ້ຫຼັກການທີ່ດີມຸ້ງສູ່ຄວາມເປັນຜູ້ນໍາໃນອາຊຽນ ແລະ ກຽມພ້ອມສໍາລັບການແຂ່ງຂັນລະດັບໂລກ ໂດຍມີການພັດທະນາໂຕເອງຢ່າງບໍ່ຢຸດຢັ້ງ ຜ່ານການສ້າງສັນນະວັດຕະກຳເພື່ອສ້າງມູນຄ່າເພີ່ມ ແລະ ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ນອກຈາກນັ້ນ ຍັງເນັ້ນສ້າງຄວາມຈະເລີນກ້າວໜ້າຢ່າງຍືນຍົງໃຫ້ກັບທຸກຊຸມຊົນທີ່ເຂົ້າໄປດຳເນີນທຸລະກິດ

ເອັດສຊີຈີ ເລີ່ມດໍາເນີນທຸລະກິດໃນ ສປປ ລາວ ຕັ້ງແຕ່ປີ 2003 ດໍາເນີນທຸລະກິດພາຍໃຕ້ 3 ບໍລິສັດຄື: Khammouane Cement Limited (KCL), SCG International Laos Co., Ltd., ແລະ SCG Logistics (Lao) ເພື່ອຜະລິດແລະຈັດຈໍາໜ່າຍຊີມັງ ສິນຄ້າວັດສະດຸກໍ່ສ້າງ ແລະ ເຄື່ອງຕົບແຕ່ງເຮືອນຄົບວົງຈອນສໍາລັບທຸກຄວາມຕ້ອງການຂອງຜູ້ບໍລິໂພກພາຍໃຕ້ຍີ່ຫໍ້ SCG ແລະ COTTO ເຊັ່ນ: ສິນຄ້າກຸ່ມຫຼັງຄາ ຝ້າ ຝາຜະໜັງ ແລະ ເພດານ ກະໂລ້ເຊຣາມິກ ສະນວນກັນຄວາມຮ້ອນ ສຸຂະພັນ ກ໊ອກນໍ້າ ແລະຄອນກຣີດຜະສົມແລ້ວ

ບົດລາຍງານທາງການ ເຫດລະເບີດທີ່ດ່ານແດນສະຫວັນ

ພັນໂທ ກອງມະນີ ຊົມມີໄຊ ຫົວໜ້າຄະນະຄຸ້ມຄອງດ່ານສາກົນແດນສະຫວັນໄດ້ຖະແຫຼງຂ່າວຊີ້ແຈງ ໃນວັນທີ 4 ທັນວາ 2020 ນີ້ ກ່ຽວກັບເຫດການຂອງລົດຫີນກາວ ທີ່ເກີດອັກຄີໄພໄໝ້ ຢູ່ຈຸດກວດກາສິນຄ້າຂອງເຈົ້າໜ້າທີ່ພາສີດ່ານສາກົນແດນສະຫວັນ ໃນເວລາ 8 ໂມງ 20 ນາທີ ຂອງວັນທີ 3 ທັນວາ 2020 ໄດ້ມີລົດຂົນສົ່ງຫີນກາວຈໍານວນ 3 ຄັນ, ເດີນທາງມາຈາກບໍ່ຫີນກາວ ໂຄກຫີນແກ້ວ ເມືອງຈຳພອນ ແຂວງສະຫວັນນະເຂດ ເພື່ອຂົນສົ່ງຫີນກາວໄປຍັງ ສສ ຫວຽດນາມ ຜ່ານດ່ານສາກົນແດນສະຫວັນ

ເມື່ອລົດມາຮອດສະຖານທີກວດກາສິນຄ້າຂອງເຈົ້າໜ້າທີ່ພາສີປະຈຳດ່ານ ລົດທັງສາມຄັນກໍ່ໄດ້ແລ່ນເຂົ້າມາຈອດຢູ່ຈຸດກວດກາ ເພື່ອໃຫ້ເຈົ້າໜ້າທີ່ພາສີປະຈຳສາງກວດກາສິນຄ້າ ເພື່ອສົ່ງອອກຕ່າງປະເທດຕາມລະບຽບການ, ໃນເວລານັ້ນ ເຈົ້າໜ້າທີ່ພາສີໄດ້ໃຫ້ກຳມະກອນ ຈຳນວນ 8 ຄົນ ຊ່ວຍກວດຄົ້ນຫີນກາວຢູ່ເທິງລົດ ໂດຍພາຍໃຕ້ການຊີ້ນຳທາງດ້ານວິຊາສະເພາະຂອງເຈົ້າໜ້າທີ່ພາສີ,

ຈຸດປະສົງຂອງການກວດຄົ້ນແມ່ນກວດຄົ້ນຫາສິນຄ້າທີ່ຜິດກົດໝາຍ ທີ່ອາດມີການລັກລອບຊຸກເຊືອງມານຳພາຫະນະຈຳນວນດັ່ງກ່າວ, ໃນຂະນະທີ່ກວດກາຢູ່ນັ້ນກຳມະກອນກໍ່ໄດ້ພົບເຫັນຄວັນໄຟເກີດຂື້ນຈາກທ້ອງພື້ນລົດ ພ້ອມດ້ວຍປະກາຍໄຟລຸກຂື້ນຢ່າງຮຸນແຮງ ແລະ ພາໃຫ້ເກີດມີສຽງແຕກຂື້ນ ຄ້າຍຄືສຽງລະເບີດ ພາໃຫ້ເກີດມີໄຟໄໝ້ລຸກລາມເປັນບໍລິເວນກວ້າງ ພ້ອມດ້ວຍມີພຸໄຟແຕກອອກຈາກຖັງກະບະລົດຫີນກາວເປັນຈຳນວນຫຼາຍ ແລະ ຝົງປີວໄປໃສຖັງນ້ຳມັນທີ່ເຈົ້າໜ້າທີ່ພາສີຢືດໃນສາງ, ບໍລິເວນໃກ້ຄຽງກໍ່ໃຫ້ເກີດມີສຽງແຕກດັງຂື້ນຄ້າຍຄືສຽງລະເບີດ ແລະ ເປັນປະກາຍຢ່າງຮຸນແຮງ, ເປັນສາເຫດໃຫ້ເກີດມີຜູ້ບາດເຈັບຈຳນວນ 8 ຄົນ, ໃນນັ້ນເປັນຄົນລາວ 3 ຄົນ, ຍິງ 1 ຄົນ, ຄົນຫວຽດນາມ 5 ຄົນ ແລະ ເສຍຊີວິດກັບທີ 3 ຄົນ, ຍິງ 1 ຄົນ, ໃນນັ້ນ ມີຄົນລາວ 2 ຄົນເພດຊາຍ, ຄົນຫວຽດນາມ 1 ຄົນເພດຍິງ.

ສ່ວນຜົນເສຍຫາຍທາງດ້ານຊັບສິນໃນເບື້ອງຕົ້ນທີ່ເກີດຂື້ນຈາກເຫດໄຟລຸກໄໝ້ຢູ່ລົດຫີນກາວຄັ້ງນີ້ ມີສາງກາງແຈ້ງຈຳນວນ 2 ຫຼັງ, ສາງສຳລັບໄວ້ລົດເອັກສະເລ 1 ຫຼັງ, ຫ້ອງການບ່ອນເຮັດວຽກກວດກາຂອງເຈົ້າໜ້າທີ່ພາສີ 1 ຫຼັງ, ພາຫະນະຂົນສົ່ງສິນຄ້າ 4 ຄັນ, ພາຫະນະປະເພດລົດກະບະຂອງລັດ 1 ຄັນ ແລະ ລົດກະບະສ່ວນບຸກຄົນ 1 ຄັນ.

ຕໍ່ກັບເຫດການທີ່ເກີດຂື້ນໃນຄັ້ງນີ້ ເຈົ້າໜ້າທີ່ອົງການສຶບສວນ-ສອບສວນ ກອງບັນຊາການ ປກສ ແຂວງ, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງເຊໂປນ ແລະ ພາກສ່ວນກ່ຽວຂ້ອງຂອງດ່ານສາກົນແດນສະຫວັນ ກຳລັງດຳເນີນການເກັບກຳຂໍ້ມູນ ແລະ ດຳເນີນການສຶບສວນ-ສອບສວນ, ສ່ວນລາຍລະອຽດມີຄວາມຄືບໜ້າແນວໃດແມ່ນຈະລາຍງານໃຫ້ຮັບຊາບຕື່ມ. ຕໍ່ກັບສະພາບເຫດການທີ່ເກີດຂື້ນຄັ້ງນີ້ແມ່ນເກີດຂື້ນຍ້ອນອຸບັດຕິເຫດ, ບໍ່ແມ່ນການວາງລະເບີດແຕ່ຢ່າງໃດ.

ດັ່ງນັ້ນ ທາງຄະນະຄຸ້ມຄອງດ່ານສາກົນແດນສະຫວັນ ຈຶ່ງຂໍຊີ້ແຈ້ງຄວາມເປັນຈິງໃນເຫດການທີ່ເກີດຂື້ນໃນຄັ້ງນີ້ ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອບໍ່ຢາກໃຫ້ສັງຄົມຮັບຮູ້ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ແລະ ບໍ່ມີມູນຄວາມຈິງທີ່ໄດ້ສົ່ງອອກໄປກ່ອນໜ້ານີ້ ທາງສື່ອອນລາຍນັ້ນ.

ສ່ວນລາຍລະອຽດມີຄວາມຄືບໜ້າເປັນແນວໃດ ທາງຄະນະຄຸ້ມຄອງດ່ານຂອງພວກເຮົາຈະຖະແຫຼງການໃຫ້ສັງຄົມຮັບຮູ້ຕື່ມອີກພາຍຫຼັງ.

ໂຮງຮຽນເຕັກນິກ-ວິຊາຊີບສະຫວັນນະເຂດມອບໃບປະກາສະນີຍະບັດໃຫ້ແກ່ຜູ່ສຳເລັດການສຶກສາ

ບັນຍາກາດຂອງການມອບຮັບໃບປະກາສະນີຍະບັດຄັ້ງນີ້ເຫັນວ່າມີຄວາມຄືກຄື້ນບັນດາພໍ່ແມ່ຜູ້ປົກຄອງ, ອ້າຍ, ເອອື້ຍ, ນ້ອງ, ຍາດຕີພີ່ນ້ອງກໍ່ໄດ້ມາຮ່ວມສະແດງຄວາມຍີນດີນໍາລູກຫລານຂອງຕົນຢ່າງລົ້ນເຫລືອ

ດັ່ງນັ້ນມາໃນວັນທີ 3 ທັນວາ2020 ນີ້,ຢູ່ສະໂມສອນຫ້ອງວ່າການເມືອງເຊໂປນແຂວງສະຫວັນນະເຂດໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດໃຫ້ແກ່ນັກຮຽນນັກສຶກສາຜູ້ສໍາເລັດການສຶກສາຊັ້ນກາງ(ລະບົບ9+3) ມີ 5 ສາຂາຊ່າງຄື: ລົດຍົນ, ໄຟຟ້າ, ຕັດຫຍິບປູກຝັງແລະລ້ຽງສັດ, ປະຈໍາສົກປີ2019-2020 ຂື້ນຢ່າງເປັນທາງການ,ໂດຍເປັນກຽດເຂົ້າຮ່ວມ ທ່ານບຸນເກື້ອ ໂຄດສົມບັດ,ຜູ້ອໍານວຍການວິທະຍາໄລເຕັກນິກ-ວີຊາຊີບແຂວງສະຫວັນນະເຂດ, ທ່ານ ຄໍາພອງ ໄຊທິບຸດ ຮອງເຈົ້າເມືອງເຊໂປນ, ເຂົ້າຮ່ວມມີບັນດາທ່ານໃນຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຄະນະຫ້ອງການອອ້ມຂ້າງ, ຄູອາຈານ ພ້ອມດ້ວຍນັກຮຽນນັກສຶກສາວິທະຍາໄລເຕັກນິກ-ວີຊາຊີບເມືອງເຊໂປນເຂົ້າຮ່ວມຢ່າງພ້ອມພຽງ,

ໃນພິທີຫລັງໄດ້ຜ່ານຂໍ້ຕົກລົງການຮຽນການສອນຂອງວິທະຍາໄລເຕັກນິກ-ວີຊາຊີບແຂວງສະຫວັນນະເຂດແລ້ວ ອາຈານ ສີວອນ ແກ້ວດວງດີ ໄດ້ຂື້ນຜ່ານບົດສະຫລຸບການເຄືອນໄຫວວຽກງານການຮຽນແລະການສິດສອນສົກປີ 2019-2020 ພ້ອມທິດທາງແຜນການສົກປີ200-2021, ອີງໃສ່ຜົນສໍາເລັດການສຶກສາຂອງນັກຮຽນສົກປີ 2019-2020 ທີ່ວິທະຍາເຂດເຊໂປນຈໍານວນ 81 ຄົນ, ຍີງ 26 ຄົນໃນ 5 ສາຂາວີຊາຄື:ສາຂາວີຊາ:ຕັດຫຍິບຈໍານວນ 11ຄົນ, ຍິງ9, ສາຂາວີຝິຊາໄຟຟ້າຈໍານວນ 31 ຄົນ,ຍີງ 3 ຄົນ, ສາຂາວີຊາລົດຍົນຈໍານວນ 22 ຄົນ,ປູກຝັງ 8 ຄົນ ຍິງ 6 ຄົນ,ລ້ຽງສັດ 9ຄົນ,ຍິງ7 ຄົນ

ຕອນທ້າຍກໍ່ໄດ້ຮັບຟັງການໂອ້ລົມຈາກທ່ານ ບຸນເກື້ອ ໂຄດສົມບັດ,ຜູ້ອໍານວຍການວິທະຍາໄລເຕັກນິກ-ວີຊາຊີບແຂວງສະຫວັນນະເຂດພ້ອມທັງມອບໃບປະກາສະນີຍະບັດໃຫ້ແກ່ນັກຮຽນນັກສຶກສາຊັ້ນກາງ (9+3) ຈໍານວນ 81 ຄົນ, ຍິງ 26 ໃນ 5 ສາຂາຢ່າງສົມກຽດ.

.

.

ລາວ-ຫວຽດນາມ ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຈາກ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໄດ້ນໍາພາຄະນະຜູ້ແທນກະຊວງ ການຕ່າງປະເທດຫວຽດນາມ ຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາ ລືດ້ານການເມືອງຂັ້ນລັດຖະມົນຕີຄັ້ງທີ 7 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ໃນລະຫວ່າງວັນທີ 29-30 ພະຈິກ 2020 ທີ່ ນະຄອນຫຼວງວຽງຈັນ.

ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີຄັ້ງທີ 7 ໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 29 ພະຈິກ 2020 ທີ່ສູນຮ່ວມມືສາກົນ ICTC, ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ມີຜູ້ເຂົ້າຮ່ວມຈາກ ບັນດາ ກົມກ່ຽວຂ້ອງຂອງສອງປະເທດ ຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປ ດ້ວຍບັນຍາກາດ ອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ໂດຍທັງສອງຝ່າຍໄດ້ທົບທວນຕີລາຄາຄືນ ການຮ່ວມມື ສອງຝ່າຍໃນໄລຍະຜ່ານມາ ກໍ່ຄື ລະຫວ່າງສອງກະຊວງການຕ່າງປະເທດ ແລະ ວາງແຜນການຮ່ວມມື ໃນຕໍ່ໜ້າ. ນອກນີ້, ຍັງໄດ້ແລກປ່ຽນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈ.

ສອງຝ່າຍ ຍັງໄດ້ສະແດງຄວາມປິຕິຍິນດີ ທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂະຫຍາຍຕົວ ເປັນຢ່າງດີ ໃນໄລຍະຜ່ານມາ. ນອກນີ້, ຍັງໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນ ຂອງສອງຂະແໜງ ການຕ່າງປະເທດ ທີ່ເປັນຂົວຕໍ່ ລະຫວ່າງ ການພົວພັນສອງປະເທດ, ເປັນເສນາທິການໃຫ້ຂັ້ນເທິງ ໃນວຽກງານການຕ່າງປະເທດ ແລະ ເປັນຜູ້ຊຸກຍູ້ຕິດຕາມການຮ່ວມມືສອງຝ່າຍ ໃນທຸກຂົງເຂດວຽກງານ ບໍ່ວ່າຈະເປັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ດ້ານອື່ນໆ. ສອງຝ່າຍ ຍັງເຫັນດີ ສືບຕໍ່ເພີ່ມທະວີການແລກປ່ຽນການຢ້ຽມຢາມ ແລະ ການພົບປະຂອງການນໍາຂັ້ນສູງ ຂອງສອງ ປະເທດ ດ້ວຍຫລາຍຮູບແບບ ແລະ ປະຕິບັດກົນໄກການຮ່ວມມືທີ່ມີຢູ່ແລ້ວ ລະຫວ່າງສອງປະເທດ ກໍ່ຄືສອງກະຊວງໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ໃນໂອກາດນີ້, ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍ ສສ ຫວຽດນາມ ທີ່ສໍາເລັດການເປັນ ປະທານອາຊຽນ ດ້ວຍຜົນສໍາເລັດຢ່າງຈົບງາມ. ພ້ອມທັງ,ໄດ້ສະແດງຄວາມຂອບໃຈຝ່າຍຫວຽດນາມ ທີ່ໄດ້ໃຫ້ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ບໍ່ວ່າຈະເປັນໄລຍະທີ່ມີການລະບາດ ຂອງພະຍາດໂຄວິດ-19 ຢູ່ລາວ ກໍ່ຄືໃນໄລຍະເວລາ ສປປ ລາວ ປະສົບກັບເຫດໄພພິບັດທາງ ທໍາມະຊາດ ໂດຍສະເພາະ ໄດ້ຂອບໃຈຕໍ່ການມອບເຂົ້າສານ ຈໍານວນ 1000 ໂຕນ ເພື່ອຊ່ວຍເຫຼືອ ປະຊາຊົນແຂວງສະຫວັນນະເຂດ ທີ່ປະສົບກັບອຸທົກກະໄພ ຮ້າຍແຮງ ໃນກາງເດືອນພະຈິກຜ່ານມາ, ເຖິງວ່າ ສະຫາຍ ຫວຽດນາມເອງ ກໍ່ປະເຊີນໜ້າກັບໄພທຳມະຊາດຮ້າຍແຮງເຊັ່ນກັນ ແຕ່ກໍ່ໄດ້ບິແບ່ງ ການຊ່ວຍເຫຼືອໃຫ້ແກ່ ສປປ ລາວ. ພ້ອມນີ້, ຝ່າຍຫວຽດນາມ ກໍ່ໄດ້ຂອບໃຈຝ່າຍລາວທີ່ໄດ້ສົ່ງຄວາມ ເຫັນໃຈ ແກ່ ສສ ຫວຽດນາມ ຕໍ່ເຫດລົມພະຍຸຈໍານວນຫຼາຍລູກ ພັດເຂົ້າພາກາງຂອງຫວຽດນາມ ໃນໄລຍະເດືອນສິງຫາ-ເດືອນພະຈິກ ຜ່ານມານີ້, ທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາ ຊົນ ຫວຽດນາມຢ່າງຫຼວງຫຼາຍ ແລະ ຍັງໄດ້ຂອບໃຈຝ່າຍລາວ ທີ່ໄດ້ໃຫ້ການສະໜັບສະໜູນ ສສ ຫວຽດນາມ ໃນການເປັນປະທານອາຊຽນປີ 2020 ແລະ ເປັນສະມາຊິກບໍ່ຖາວອນຂອງ ສະພາ ຄວາມໝັ້ນຄົງ ສົກປີ 2020-2021 ເປັນຢ່າງດີ.

ໃນຕອນທ້າຍຂອງກອງປະຊຸມດັ່ງກ່າວ, ສອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮ່ວມກັນລົງນາມຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ໄລຍະ 2021-2025 ແທນສະບັບເກົ່າ ທີ່ໄດ້ໝົດອາຍຸລົງໃນປີ 2020 ນີ້ ເພື່ອເສີມ ຂະຫຍາຍ ການຮ່ວມມື ລະຫວ່າງສອງກະຊວງໃຫ້ຂະຫຍາຍຕົວ ແລະ ສອດຄ່ອງກັບສະພາບການ ໃນໄລຍະໃໝ່.

ບົດບາດຂອງສື່ ໃນການເພີ່ມທະວີການຮ່ວມມື ເພື່ອຕໍ່ສູ້ກັບພະຍາດໂຄວິດ19 ແລະການຟື້ນຟູເສດຖະກິດ

ຄະນະສື່ມວນຊົນລາວນໍາໂດຍທ່ານ ໂພສີ ແກ້ວມະນີວົງ, ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສື່ມວນຊົນຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ 2020 ພາຍໃຕ້ຫົວຂໍ້ ເພີ່ມທະວີການຮ່ວມມື ເພື່ອຕໍ່ສູ້ກັບພະຍາດໂຄວິດ19 ແລະການຟື້ນຟູເສດຖະກິດ ຜ່ານລະບົບວີດີໂອທາງໄກ ໃນວັນທີ 24 ພະຈິກນີ້ ຢູ່ສຳນັກງານໜັງສືພິມພາສາຕ່າງປະເທດ, ນະຄອນຫລວງວຽງຈັນ

ໂດຍມີຄະນະຜູ້ແທນຈາກຈີນ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ຊື່ງເປັນປະເທດສະມາຊິກຂອບຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງເຂົ້າຮ່ວມ ຊື່ງຈັດໂດຍການໜັງສືພິມປະຊາຊົນຈີນ ຫລື People’s Daily ຮ່ວມກັບກະຊວງຖະຫຼງຂ່າວມຽນມາ ແນໃສ່ເພື່ອແລກ ປ່ຽນບົດຮຽນ ແລະປະສົບການຮ່ວມກັນກ່ຽວກັບການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃນການປ້ອງກັນ ຄວບຄຸມ ແລະແກ້ໄຂບັນຫາການລະບາດຂອງພະຍາດໂຄວິດ19.

ໃນກອງປະຊຸມຄັ້ງນີ້ ທ່ານ ໂພສີ ແກ້ວມະນີວົງ, ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຍົກໃຫ້ເຫັນເຖິງສະພາບ ລວມເຖິງມາດຕະການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ19ຢູ່ລາວ ຊື່ງສື່ມວນຊົນລາວ ທັງສື່ຂອງລັດ ແລະເອກະຊົນໄດ້ກາຍເປັນກຳລັງແຮງຂັບເຄື່ອນທີ່ສຳຄັນ ເພື່ອນໍາເອົາແນວທາງນະໂຍບາຍ ແລະບັນດາມາດຕະການຂອງລັດຖະບານ ລວມທັງບົດຮຽນຈາກຕ່າງປະເທດໃນການຮັບມືກັບພະຍາດໂຄວິດ19 ເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຢ່າງກ້ວາງຂວາງ ແລະທັນການ ພ້ອມນີ້ສື່ມວນຊົນໄດ້ເປັນເຈົ້າການແກ້ໄຂຂໍ້ຂ້ອງໃຈ ແລະແກ້ຂ່າວບິດເບືອນຂໍ້ມູນ ຫລືຂ່າວປອມກ່ຽວກັບພະຍາດໂຄວິດ19ຢູ່ລາວໃຫ້ສັງຄົມຮັບຮູ້ຂໍ້ມູນທີ່ຖືກຕ້ອງກັບຄວາມເປັນຈິງ.

ໃນກອງປະຊຸມສຸດຍອດສື່ມວນຊົນຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ 2020 ພາຍໃຕ້ຫົວຂໍ້ ເພີ່ມທະວີການຮ່ວມມື ເພື່ອຕໍ່ສູ້ກັບພະຍາດໂຄວິດ19 ແລະການຟື້ນຟູເສດຖະກິດຄັ້ງນີ້ ສື່ມວນຊົນລາວ ສະເໜີໃຫ້ 6 ປະເທດສະມາຊິກຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ ສືບຕໍ່ແລກ ປ່ຽນຂໍ້ມູນຂ່າວສານ, ບົດຮຽນ ແລະປະສົບການຕ່າງໆຮ່ວມກັນໃຫ້ຫລາຍຂື້ນກວ່າເກົ່າ ເພື່ອປະກອບ ສ່ວນສໍາຄັນ ເຮັດໃຫ້ 6 ປະເທດສາມາດຜ່ານຜ່າວິກິດທີ່ເກີດຂື້ນຈາກການລະບາດຂອງພະຍາດໂຄວິດ19ໃນຄັ້ງນີ້ໄປໄດ້ດ້ວຍດີ.

ຈັດກອງປະຊຸມຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງ ຕໍ່ການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ

ນະຄອນຫຼວງວຽງຈັນ: ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກຮ່ວມກັບອົງການຢູນິເຊັບປະຈໍາລາວ ຈັດກອງປະຊຸມຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງຕໍ່ການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ໃນຕອນເຊົ້າ ວັນທີ 23 ພະຈິກ 2020 ທີ່ຫໍປະຊຸມແຫ່ງຊາດ ຫຼັກ6 ນະຄອນຫຼວງວຽງຈັນ.

ໂດຍການເປັນປະທານຂອງທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ, ຮອງປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະເດັກ, ທ່ານ ນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນິເຊັບປະຈໍາລາວ ມີບັນດາທ່ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າສະຫະພັນແມ່ຍິງແຂວງທັງເປັນຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະເດັກຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືການຈັດຕັ້ງປະຕິບັດຄວາມໝາຍໝັ້ນເພື່ອພັດທະນາເດັກນ້ອຍລາວບັນດາເຜົ່ານັບແຕ່ນີ້ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ໂອກາດນີ້, ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ, ຮອງປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ກ່າວເຖິງຂະບວນການສະເຫຼີມສະຫຼອງວັນສົນທິສັນຍາວ່າດ້ວຍສິດທິເດັກຄົບຮອບ 30 ປີໃນປີຜ່ານມາ ເຊິ່ງເປັນຂະບວນການໜຶ່ງທີ່ມີຄວາມສໍາຄັນ ໂດຍສະເພາະ ການນໍາຂັ້ນສູງຂອງລາວ, ຄະນະນໍາຂັ້ນກະຊວງ, ຂັ້ນແຂວງ, ຜູ້ວາງນະໂຍບາຍ, ພາກສ່ວນທຸລະກິດເອກະຊົນ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ໄດ້ເຂົ້າຮ່ວມປະກອບສ່ວນ ແລະ ສະແດງຄວາມຮັບຜິດຊອບປົກປ້ອງສິດ, ຜົນປະໂຫຍດຂອງເດັກ ແລະ ກໍານົດທິດທາງການພັດທະນາເດັກລາວບັນດາເຜົ່າ ກໍຄື ການຫຼຸດຜ່ອນຄວາມທຸກຍາກຂອງເດັກໃນມິຕິຕ່າງໆໃຫ້ລຸດລົງໃນຂອບເຂດທົ່ວປະເທດ ດ້ວຍການໃຫ້ຄວາມໝາຍໝັ້ນ ແລະ ສ້າງເປັນແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະເດັກ ແລະ ການຈັດຕັ້ງປະຕິບັດບັນດາຄວາມໝາຍໝັ້ນຂອງສົນທິສັນຍາວ່າດ້ວຍສິດທິເດັກ ໂດຍການນຳໃຊ້ກາລະໂອກາດພັດທະນາທ່າແຮງເດັກນ້ອຍລາວບັນດາເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ໃຫ້ປະກົດຜົນເປັນຈິງ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນສົນທະນາ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມທັງໄດ້ທົບທວນ ແລະ ປະເມີນຜົນຮ່ວມກັນກັບບັນດາແຂວງໃນຂອບເຂດທົ່ວປະເທດ ພ້ອມກັນນັ້ນຍັງໄດ້ປຶກສາຫາລືກັນຈັດຕັ້ງຜັນຂະຫຍາຍເນື້ອໃນຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ເພື່ອນຳໃຊ້ກາລະໂອກາດພັດທະນາທ່າແຮງຂອງເດັກນ້ອຍລາວບັນດາເຜົ່າ ຮອດປີ 2030 ການບັນລຸເປົ້າຫມາຍການພັດທະນາແບບຍືນຍົງ 1.2 ທີ່ໄດ້ລົງນາມ ແລະ ຮັບຮອງເອົາໃນປີຜ່ານມາ, ທົບທວນຜົນການວິໄຈຄວາມຂາດເຂີນແບບທັບຊ້ອນຫຼາຍມິຕິ ສໍາລັບເດັກຢູ່ ສປປ ລາວ ໂດຍສະເພາະ ບັນດາຕົວຊີ້ວັດ, ຄາດໝາຍ ແລະ ແຜນວຽກຈຸດສຸມ ເພື່ອແກ້ໄຂຄວາມທຸກຍາກຂອງເດັກໃນຫຼາຍມິຕິຢູ່ ໃນລາວ ຕິດພັນກັບການສ້າງແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ ໄລຍະ 2021 ຫາ 2025 ໂດຍສະເພາະ ແຜນງານແກ້ໄຂສະພາບຄວາມທຸກຍາກຂອງເດັກນ້ອຍລາວ ທີ່ກ່ຽວຂ້ອງກັບດ້ານໂພຊະນາການ, ສຸຂະພາບ, ການປົກປ້ອງເດັກ, ນໍ້າສະອາດ, ສຸຂະອານາໄມ, ການສຶກສາ, ການພັດທະນາເດັກກ່ອນໄວຮຽນ, ຂໍ້ມູນຂ່າວສານ ແລະ ທີ່ຢູ່ອາໃສ.

6 ແຂວງພາກເຫນືອ ທາບທາມເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ວັນທີ 19 ພະຈິກນີ້ ຢູ່ທີ່ສະໂມສອນແຂວງອຸດົມໄຊ 6ແຂວງພາກເຫນືອ ປະຊຸມທາບທາມເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍການເປັນປະທານຂອງ ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວຫນ້າອົງການ ຕ້ານການ ສໍ້ລາດບັງຫລວງຂັ້ນສູນກາງ. ມີບັນດາສະຫາຍກຳມະການສູນກາງພັກ, ເລຂາ, ຮອງເລຂາພັກແຂວງ, ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ 6ແຂວງ ພາກເໜືອຄື: ແຂວງ ຜົ້ງສາລີ, ບໍ່ແກ້ວ, ຫລວງນ້ຳທາ, ໄຊຍະບູລີ, ຫລວງພະບາງ ແລະ ແຂວງອຸດົມໄຊ ເຂົ້າຮ່ວມ.

ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ ກ່າວໃນກອງປະຊຸມວ່າ: ຈຸດປະສົງ ໃນການທາບທາມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຄັ້ງນີ້ ດ້ານຫນຶ່ງແມ່ນເຜີຍແຜ່, ເຊື່ອມຊຶມ ແລະ ສ້າງຄວາມເປັນເອກະພາບກັບທາງດ້ານທັດສະນະ, ທິດນໍາ, ແຜນນະໂຍບາຍໃຫຍ່ ທີ່ຈະກໍານົດອອກ ໃນແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກເຮົາໃນຊຸມປີຕໍ່ໜ້າ ເຊິ່ງຈິດໃຈກວມລວມ ແມ່ນສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອນໍາພາຊີ້ນໍາແກ້ໄຂບັນຫາຕ່າງໆ ໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນ. ສ່ວນອີກດ້ານໜຶ່ງ ແມ່ນເພື່ອຮັບຟັງຄໍາຄິດຄໍາເຫັນຂອງບັນດາ, ພະນັກງານ ຫຼັກແຫຼ່ງຂອງກະຊວງແລະອົງການ ໄປຄຽງຄູ່ກັບບັນດາຄະນະພັກ ທ້ອງຖິ່ນເພື່ອເປັນພື້ນຖານສໍາຄັນໃຫ້ແກ່ ການສືບຕໍ່ປັບປຸງຮ່າງເອກະສານຂອງກອງປະຊຸມໃຫ້ມີເນື້ອໃນ ເລິກເຊິ່ງ, ຄົບຖ້ວນ, ແທດເຫມາະກັບຕົວຈິງ ແລະ ມີຄວາມອາດສາມາດຈັດຕັ້ງປະຕິບັດໃຫ້ເປັນຈິງ.

ກອງປະຊຸມ ຜູ້ແທນເຂົ້າຮ່ວມໄດ້ຮັບຟັງຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ- ສັງຄົມ, ກົດລະບຽບພັກແລະອື່ນໆ. ຈາກນັ້ນ ຈະໄດ້ພ້ອມກັນຄົ້ນຄ້ວາ, ປະກອບຄຳຄິດຄຳເຫັນຕໍ່ເນື້ອໃນ ຮ່າງເອກະສານດັ່ງກ່າວ ກໍ່ຄືບັນດາບັນຫາທີ່ຕັ້ງຂຶ້ນ ແນໃສ່ປະກອບສ່ວນສໍາຄັນເຮັດໃຫ້ກອງປະຊຸມ ໃຫຍ່ຄັ້ງທີ XI ຂອງພັກທີ່ຈະດໍາເນີນໃນຕໍ່ໜ້າ ໃຫ້ກາຍເປັນກອງປະຊຸມແຫ່ງການສັງລວມໝາກຜົນ ດ້ານທິດສະດີ ແລະ ພຶດຕິກໍາຂອງພັກເຮົາແລະໄດ້ຮັບຜົນສໍາເລັດຢ່າງຈົບງາມ ກອງປະຊຸມຈະດຳເນີນເປັນເວລາ 2ວັນ ຈິ່ງສຳເລັດ.

ຂ່າວ:ໄມພອນ, ກວດແກ້ໂດຍ: ອ່ຽງຄຳ ວິລະສັກ

ແຂວງເຊກອງ ເກັບລາຍຮັບພູດທ້ອງຖິ່ນບໍ່ໄດ້ຕາມແຜນ ໃນໄລຍະ 10 ເດືອນ ຜ່ານມາ

ສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຢູ່ແຂວງເຊກອງໃນໄລຍະ 10 ເດືອນຜ່ານມາ ເຫັນວ່າຍັງມີຫຼາຍດ້ານພົບຄວາມຫຍຸ້ງຍາກ ແລະທ້າທາຍສູງເປັນຕົ້ນແມ່ນບັນຫາສະພາບຟືດເຄືອງທາງດ້ານການເງິນງົບປະມານ, ໄພພິບັດຈາກທໍາມະຊາດ ແລະບັນຫາການລະບາດຂອງພະຍາດໂຄວິດ-19.

ຕໍ່ກັບສະພາບດັ່ງກ່າວ ຄະນະພັກ-ການນໍາຂອງແຂວງ ກໍຄື #ພະແນກການເງິນແຂວງເຊກອງໄດ້ເອົາໃຈໃສ່ຊຸກຍູ້ຢ່າງໃກ້ຊິດຕິດແທດ,ຈັດຕັ້ງຜັນຂະຫຍາຍບັນດານິຕິກໍາ, ຂໍ້ກໍານົດ ແລະລະບຽບການຕ່າງໆ, ພ້ອມທັງ ກໍານົດລະບຽບຫຼັກການ, ມາດຕະການກ່ຽວກັບການຕິດຕາມກວດກາການຈັດເກັບລາຍຮັບ ແລະຄຸ້ມຄອງລາຍຈ່າຍໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ຮັດກຸ່ມ, ມີປະສິດທິພາບ ແລະປະສິດທິຜົນ ເພື່ອແນໃສ່ຮັບປະກັນຄວາມໝັ້ນທ່ຽງທາງດ້ານການເງິນງົບປະມານໄດ້ຢ່າງຖ່ວງທັນ ແລະທົ່ວເຖິງ.

ທ່ານ ວົງມະນີ ແກ້ວນະຄອນ ຮອງຫົວໜ້າພະແນກການເງິນແຂວງເຊກອງໃຫ້ຮູ້ວ່າ:ຜ່ານໄປ 10 ເດືອນປີ 2020 ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໂດຍສະເພາະການຈັດເກັບລາຍຮັບ (ພູດຂອງແຂວງ) ປະຕິບັດໄດ້ພຽງ 36,47 ຕື້ກີບເທົ່າກັບ 54% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວຂອງປີຜ່ານມາຫຼຸດລົງ 30% ໃນນັ້ນມີລາຍຮັບຈາກສ່ວຍສາອາກອນ 31,25 ຕື້ກີບເທົ່າກັບ 53% ແລະລາຍຮັບຈາກຊັບສິນ 5,21 ຕື້ກີບເທົ່າກັບ 64% ຂອງແຜນດັດແກ້.

ຂະນະທີ່ດ້ານລາຍຈ່າຍ 10 ເດືອນປະຕິບັດໄດ້ 231,62 ຕື້ກີບເທົ່າກັບ 75% ຂອງແຜນດັດແກ້ ໃນນີ້ຂັ້ນແຂວງປະຕິບັດໄດ້ 141,29 ຕື້ກີບເທົ່າກັບ 72% ແລະເມືອງ 4 ຕົວເມືອງ 90,06 ຕື້ກີບເທົ່າກັບ 70% ປະກອບມີການຈ່າຍເງິນເດືອນ-ເງິນອຸດໜູນ, ເງິນນະໂຍບາຍ, ເງິນບໍລິຫານ-ວິຊາການ, ເງິນດັດສົມ,ເງິນແຮແຂວງ ແລະຈ່າຍເງິນຊື້ຊັບສົມບັດຄົງທີ່ຮັບໃຊ້ບໍລິຫານ.

ໂດຍລວມ ຄາດຄະເນການເກັບລາຍຮັບເຂົ້າງົບປະມານຢູ່ແຂວງເຊກອງໃນປີ 2020 ຈະປະຕິບັດໄດ້ພຽງແຕ່ 90% ຂອງແຜນດັດແກ້, ທັງນີ້ ກໍເນື່ອງຈາກຜ່ານມາສະພາບການເງິນງົບປະມານຂອງປະເທດເຮົາບໍ່ຄ່ອຍ້ອື້ອຍອໍານວຍເທົ່າທີ່ຄວນ,ສະເພາະພາຍໃນແຂວງເຊກອງ ຍັງພົບຂໍ້ຫຍຸ້ງຍາກຫຼາຍປະການເປັນຕົ້ນສະພາບໄພພິບັດຈາກທໍາມະຊາດ ແລະການລະບາດຂອງພະຍາດໂຄວິດ-19 ທີ່ມີຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ກໍຄືຜູ້ປະກອບການທຸລະກິດ ເຮັດໃຫ້ການເກັບພາສີ-ອາກອນ ແລະລາຍຮັບອື່ນໆພົບຄວາມຫຍຸ້ງຍາກ. ທ່ານ ວົງມະນີ ແກ້ວນະຄອນ ກ່າວ.

ຂ່າວ : ສັນຍາ Medialaos ຂ່າວເຊກອງ