Home Blog Page 243

ອາຊຽນ ແລະ 5 ປະເທດຄູ່ຮ່ວມມື ລົງນາມສັນຍາການຮ່ວມມືເສດຖະກິດພາກພື້ນແບບຮອບດ້ານໃຫຍ່ທີ່ສຸດໃນໂລກ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງແບບທາງໄກ ອັດລົງດ້ວຍຜົນສຳເລັດອັນຈົບງາມໃນຕອນບ່າຍ ວັນທີ 15 ພະຈິກ 2020 ນີ້ ພາຍຫລັງດຳເນີນມາເປັນເວລາ 4 ວັນ ໂດຍການເປັນປະທານຂອງທ່ານ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີຫວຽດນາມ ໃນຖານະປະທານອາຊຽນ 2020 ຊື່ງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມ.

ຜູ້ນໍາປະເທດສະມາຊິກອາຊຽນກໍ່ຄືຄູ່ເຈລະຈາໄດ້ຮັບຮອງເອົາເອກະສານສໍາຄັນຫລາຍກວ່າ 80 ສະບັບ ຖືເປັນການຮັບຮອງເອົາເອກະສານຫລາຍທີ່ສຸດນັບແຕ່ມີກອງປະຊຸມສຸດຍອດອາຊຽນເປັນຕົ້ນມາ ໂດຍມີ 16 ກອງປະຊຸມລະດັບສຸດຍອດ ໃນນັ້ນມີກອງປະຊຸມລະດັບສຸດຍອດໃນຂອບອາຊຽນ 14 ກອງປະຊຸມ ແລະ ໃນຂອບແມ່ນ້ຳຂອງ 2 ກອງປະຊຸມ.

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຈ້ງໃຫ້ຮູ້ໃນໂອກາດຖະແຫລງຂ່າວກ່ຽວກັບຜົນສຳເລັດຂອງກອງປະຊຸມຄັ້ງນີ້ວ່າ:

“ຕະຫລອດໄລຍະການດຳເນີນກອງປະຊຸມຜູ້ນໍາປະເທດ ສະມາຊິກອາຊຽນ ໄດ້ປຶກສາຫາລືຫລາຍບັນຫາສຳຄັນ ເປັນຕົ້ນການຈັດຕັ້ງປະຕິບັດແຜນແມ່ບົດການສ້າງປະຊາຄົມອາຊຽນ ໂດຍສະເພາະຄວາມຄືບໜ້າການຈັດຕັ້ງປະຕິບັດໄລຍະ 1 ປີຜ່ານມາ ພາຍໃຕ້ການເປັນປະທານອາຊຽນຂອງຫວຽດນາມ ນອກນີ້ຜູ້ນໍາອາຊຽນ ແລະປະເທດຄູ່ເຈລະຈາຍັງໄດ້ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ, ລວມເຖິງທິດທາງການເຄື່ອນໄຫວວຽກງານໃນຕໍ່ໜ້າ ໂດຍລວມແລ້ວບັນຫາທີ່ພົ້ນເດັ່ນແລະຍົກຂຶ້ນມາປຶກສາຫາລືແມ່ນ: ການຮັບມືກັບພະຍາດໂຄວິດ19 ,ການຟື້ນຟູເສດຖະກິດຫຼັງຈາກໂຄວິດ19 ຊື່ງອາຊຽນໄດ້ສ້າງຕັ້ງກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະ ຍາດໂຄວິດ19, ຜູ້ນໍາອາຊຽນໄດ້ຕົກລົງ ແລະເປັນເອກະພາບກັນສ້າງຕັ້ງຄັງແຮຢາປົວພະຍາດ ແລະອຸປະກອນການແພດຕ່າງໆ, ສ້າງຕັ້ງສູນສາທາລະນະສຸກ ສຸກເສີນ ແລະຕ້ານພະຍາດລະບາດຂອງພາກພື້ນອາຊຽນ.”

ມາຮອດປະຈຸບັນມີປະເທດຄູ່ຮ່ວມເຈລະຈາໄດ້ສະໜອງທືນຈໍານວນໜື່ງ ເພື່ອເຮັດໃຫ້ສູນດັ່ງກ່າວສາມາດຈັດຕັ້ງປະຕິບັດວຽກງານໄດ້ ນອກຈາກນີ້ຍັງໄດ້ຕົກລົງ ແລະຮັບຮອງເອົາຫລາຍບັນຫາສຳຄັນຕື່ມອີກ.

ລັດຖະມົນຕີກະຊວງການຕ່າງປະເທດ ຊີ້ໃຫ້ເຫັນຕື່ມວ່າ: ໃນກອງປະຊຸມຄັ້ງນີ້ຜູ້ນໍາ 10 ປະເທດສະມາຊິກອາຊຽນ ແລະ 5 ປະເທດຄູ່ຮ່ວມມືຄື: ຈີນ, ຍີ່ປຸ່ນ, ສ.ເກົາຫລີ, ອົດສຕາລີ ແລະນູແວນເຊລັງ ໄດ້ລົງນາມໃນສັນຍາການຮ່ວມມືເສດຖະກິດພາກພື້ນແບບຮອບດ້ານຫຼືອາເຊັບ ຊື່ງເປັນຂອບສັນຍາເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກກວມເອົາເກືອບ 1ສ່ວນ3 ຂອງຍອດຜະລິກຕະພັນພາຍໃນຫລື GDP ໂລກ, ສັນຍາອາເຊັບຈະມີຜົນສັກ ສິດເມື່ອ 6 ປະເທດສະມາຊິກອາຊຽນ ແລະ 3 ປະເທດຄູ່ເຈ ລະຈາ ໄດ້ໃຫ້ສັດຕະຍາບັນແກ່ສັນຍາດັ່ງກ່າວ.

ໃນພິທີອັດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຢ່າງເປັນທາງການຍັງໄດ້ມີພິທີມອບ-ຮັບການເປັນປະທານອາຊຽນໃຫ້ບຣູໄນດາລູຊາລຳສຳລັບປີ 2021 ພາຍໃຕ້ຄຳຂັວນ ພວກເຮົາຫວ່ງໄຍ ພວກເຮົາກຽມ ພ້ອມ ພວກເຮົາພ້ອມກັນຈະເລີນ.

ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້່າ ໃຫ້ສໍາພາດຕໍ່ສື່ມວນຊົນ ພາຍຫລັງເຂົ້າຮ່ວມກອງປະຊຸມວ່າ:

“ຈາກການລົງນາມເອກສານຮ່ວມກັນ ໃນຄັ້ງນີ້ ຈະເຮັດໃຫ້ເສດຖະກິດຂອງລາວ ກໍຄືຂອງປະເທດໃນພາກພື້ນ ແລະໃນໂລກທີ່ຖືກຜົນກະທົບຢ່າງຮ້າຍແຮງຈາກການລະບາດຂອງພະຍາດໂຄວິດ19, ຈະໄດ້ຮ່ວມກັນສືບຕໍ່ການຄ້າ ແລະການລົງທຶນ ້ ເຊິ່ງຈະເຮັດໃຫ້ພວກເຮົາສາມາດຊຸກຍູ້ການຄ້າ ແລະການລົງທຶນເພີ່ມຂຶ້ນ ທັງຮ່ວມກັນແກ້ໄຂ ຜົນສະທ້ອນຂອງພະຍາດໂຄວິດ19, ໂດຍສຸມໃສ່ການອໍານວຍຄວາມສະດວກດ້ານການຄ້າ ໂດຍສະເພາະ ການສົ່ງອອກ ແລະການນໍາເຂົ້າຕາມດ່ານຕ່າງໆ ບໍ່ເກືອດຫ້າມການເຄື່ອນຍ້າຍສິນຄ້າທີ່ມີຄວາມຈໍາເປັນຕໍ່ການດໍາລົງຊີວິດຂອງປະຊາຊົນ ໃນໄລຍະທີ່ມີຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ19.”

Lao National Radio

ສ້າງຄວາມເຂັ້ມແຂງວຽກງານສືບທາວຫາຍາດພີ່ນ້ອງໃຫ້ພະນັກງານກາແດງ

ໃນລະຫວ່າງວັນທີ 11-13 ພະຈິກ 2020 ນີ້ ອົງການກາແດງລາວໄດ້ເຝິກອົບຮົມວຽກງານສືບທາວຫາຍາດພີ່ນ້ອງທົ່ວປະເທດ ຂຶ້ນທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ,ມີຫົວໜ້າກອງ, ແລະ ພະນັກງານຈາກກອງໂຄສະນາ ແລະ ຂົນຂວາຍການກຸສົນ ຜູ້ຕາງໜ້າຈາກຄະນະກຳມະການກາແດງສາກົນປະຈຳນະຄອນຫຼວງວຽງຈັນ, ຄະນະນຳກາແດງແຂວງ ແລະ ພະນັກງານສືບທາວຫາຍາດພີ່ນ້ອງກາແດງແຂວງ ໃນທົ່ວປະເທດເຂົ້າຮ່ວມ ທັງໝົດ 47 ຄົນ, ຍິງ11ຄົນ.

ວຽກງານສືບທາວຫາຍາດພີ່ນ້ອງເປັນວຽກງານຫນຶ່ງທີ່ສຳຄັນໃນການຊ່ວຍເຫລືອຍາດພີ່ນ້ອງທີ່ພັດພາກຈາກກັນ ແລະ ທັງເປັນການຫຼຸດຜ່ອນຄວາມກັງວົນໃຫ້ພີ່ນ້ອງ, ເປັນສື່ກາງໃນການສົ່ງຂ່າວໃຫ້ຄອບຄົວ ແລະ ຊ່ວຍໃຫ້ຄອບຄົວກັບມາຕິດຕໍ່ກັນໄດ້.

ຈຸດປະສົງຂອງການຈັດເຝິກອົບຮົມໃນຄັ້ງນີ້ກໍເພື່ອຮ່ວມກັນຖອດຖອນບົດຮຽນ, ຕີລາຄາດ້ານດີ, ດ້ານດີອ່ອນ ໃນໄລຍະຜ່ານມາ ແລະ ທິດທາງໃນການປັບປຸງ ແລະ ພັດທະນາວຽກງານສືບທາວຫາຍາດພີ່ນ້ອງໃນອະນາຄົດ; ເພື່ອແລກປ່ຽນປະສົບການປະຕິບັດງານຕົວຈິງຊຶ່ງກັນ ແລະ ກັນ, ແນໃສ່ສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານຮັບຜິດຊອບ ແລະ ຜູ້ຊີ້ນຳວຽກງານສືບທາວໃນຂັ້ນແຂວງ ແລະ ເປັນການເສີມສ້າງທັກສະດ້ານການລົງໂຄສະນາວຽກງານສືບທາວຫາຍາດຢູ່ທ້ອງຖິ່ນ.

ໃນໄລຍະຜ່ານມາອົງການກາແດງລາວໄດ້ ເປີດຄຳຮ້ອງສືບທາວຫາຍາດພີ່ນ້ອງໄດ້ ແລະ ສາມາດສືບທາວ ເຮັດໃຫ້ສະມາຊິກຄອບຄົວໄດ້ຮັບຮູ້ຂ່າວ ແລະ ກັບມາຢູ່ຮ່ວມກັນອີກຄັ້ງ. ນອກນັ້ນຍັງໄດ້ຊ່ວຍສົ່ງຈົດໝາຍກາແດງໃຫ້ພີ່ນ້ອງທີ່ພັດພາກກັນຢູ່ຕ່າງປະເທດໄດ້ຫຼາຍສະບັບ; ສ້າງພະນັກງານສືບທາວໃນທົ່ວປະເທດ; ຂະຫຍາຍການຊ່ວຍເຫຼືອຜ່ານການກະຈາຍຂໍ້ມູນໃຫ້ສັງຄົມທາງ ສື່ໂຄສະນາທາງວິທະຍຸ, ວີດີໂອ, ແຜ່ນໂຄສະນາ, ໃບໂຄສະນາ ແລະ ລົງໂຄສະນາໃຫ້ປະຊາຊົນໃນຂັ້ນບ້ານ ແລະໄດ້ພ້ອມກັນຜ່ານຮ່າງປື້ມຄູ່ມືວຽກງານນີ້ການເຝິກອົບຮົມໄດ້ຮັບການສະໜັບສະໜູນຈາກຄະນະກຳມະການກາແດງສາກົນ.

ບ້ານແຊລະບຳ ເມືອງຊະນະສົມບູນ ໄດ້ຮັບໂຮງຮຽນປະຖົມສົມບູນຫຼັງໃໝ່

ອາຄານຮຽນ ປະຖົມສົມບູນຫຼັງໃໝ່ ບ້ານແຊລະບຳ ເມືອງຊະນະສົມບູນ ແຂວງຈຳປາສັກ ທີ່ໄດ້ຮັບທຶນກໍ ສ້າງຈາກບໍລິສັດໄຟຟ້າລາວມະຫາຊົນ 1 ຕື້ກ່ວາກີບເຊິ່ງໄດ້ລົງມືກໍ່ສ້າງ 5 ເດືອນ ປັດຈຸບັນນີ້ສ້າງສຳເລັດແລ້ວ100%

ວັນນທີ 11 ພະຈິກ 2020 ຢູ່ທີ່ ໂຮງຮຽນ ປະຖົມສົມບູນຫຼັງໃໝ່ #ບ້ານແຊລະບຳ #ເມືອງຊະນະສົມບູນ #ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບອາຄານຮຽນປະຖົມສົມບູນຫຼັງໃໝ່ ບ້ານແຊລະບຳ ເມືອງຊະນະສົມບູນ ໂດຍເປັນກຽດກ່າວມອບຂອງທ່ານ ທອງເພັດ ດ້ວງເງິນ ຮອງຜູ້ອຳນວຍການໃຫຍ່ບໍລິສັດຜະລິດໄຟຟ້າລາວມະຫາຊົນ ກ່າວຮັບ ໂດຍ ທ່ານ ພູວົງ ອະໄພ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ມອບຕໍ່ໃຫ້ໄປຍັງຫ້ອງການສຶກສາທິການ ແລະ ກິລາເມືອງຊະນະສົມບູນ ແລະ ຜູ້ອຳນວຍການໂຮງຮຽນ,ບ້ານເປັນຜູ້ນຳໃຊ້ ຄຸ້ມຄອງ,ປົກປັກຮັກສາ ນຳໃຊ້ໃຫ້ໄດ້ດົນ ສ້າງໃຫ້ເກີດປະໂຫຍດແກ່ລູກຫຼານ ໂດຍໃຫ້ກຽດ ເຂົ້າຮ່ວມຂອງທ່ານ ຂາວພອນ ສີຍາທະຈັນ ຮອງເລຂາພັກເມືອງຊະນະສົມບູນ ແຂວງຈຳປາສັກ ທ່ານ ເສີມສິດທິ ສຸມົນທາ ຮອງຫົວໜ້າກົມທຸລະກິດພະລັງງານ ກະຊວງພະລັງງານບໍແຮ່ ມີອຳນາດການປົກຄອງບ້ານເຖົ້າແກ່ແນວໂຮມພະນັກງານຄູ-ອາຈານ ແລະ ແຂກຖືກເຊີນ ເຂົ້າຮ່ວມເປັນສັກຂີພິຍານ.

ອາຄານຮຽນດັ່ງກ່າວມີຂະໜາດ 7×8 ເປັນອາຄານຮຽນຊັ້ນດຽວມີທັງໝົດ 05 ຫ້ອງຮຽນ 1 ຫ້ອງການຄູ ອາຄານມີລະບຽງບ່ອນນັ່ງຫຼີ້ນ, ປູພື້ນເບຕົງເສີມເຫຼັກ,ຝາກໍ່ດ້ວຍດິນຈີ່ ໂຄງຫຼັງຄາເຮັດດ້ວຍເຫຼັກ,ມຸ້ງດ້ວຍກະເບື້ອງ ສີແດງ,ຕົວອາຄານທາສີງາຊ້າງ,ອ້ອມຮອບອາຄານຮຽນເທເບຕົງກັນເປື້ອນ ພາຍໃນໂຮງຮຽນໄດ້ປະກອບເຄື່ອງເຝີນີເຈີ ແລະ ເຄື່ອງໄຟຟ້າເຊັ່ນ: ໂຕະ,ຕັ່ງ,ກະດານດຳຄົບຊຸດ,ພັດລົມ,ດອກໄຟ ແລະ ດືງໄຟຟ້າເຂົ້າໂຮງຮຽນ ແລະ ສ້າງຫ້ອງນ້ຳ(ຊາຍ-ຍິງ)ໜຶ່ງຫຼັງ 3 ຫ້ອງ,ໄດ້ສ້າງແທ່ນຕິດຕັ້ງເສົາທຸງ,ພ້ອມຕິດທຸງຊາດ,ເຈາະນໍ້າບາດານປະກອບແທ້ງໃສ່ນໍ້າ ເຊິ່ງເລີ່ມຕົ້ນກໍ່ສ້າງແຕ່ ວັນທີ 26 ພືດສະພາ 2020 ແລະ ສຳເລັດ ວັນທີ 20 ຕຸລາ 2020 ລວມມູນຄ່າການກໍ່ສ້າງ 1.129 717 997 ກີບ (ໜຶ່ງຕື້ຮ້ອຍຊາວເກົ້າລ້ານກ່ວາກີບ) ໂດຍບໍລິສັດເຮັ່ງພູວັນກໍ່ສ້າງຈຳກັດເປັນຜູ້ຮັບເໝົາ.

ໃນໂອກາດດັ່ງກ່າວທ່ານຮອງເລຂາພັກເມືອງຊະນະສົມບູນ ກໍ່ໄດ້ມອບໃບກຽດຕິຄຸນ ໃຫ້ແກ່ບໍລິສັດຜະລິດໄຟຟ້າລາວມະຫາຊົນ ເພື່ອເປັນການຍ້ອງຍໍຊົມເຊີຍໃນການປະກອບສ່ວນຊ່ວຍສ້າງອາຄານຮຽນຫຼັງໃໝ່ໃຫ້ແກ່ລູກຫຼານ ໄດ້ມີອາຄານຮຽນທີ່ຖາວອນ ແລະ ສວຍງາມ.

ສື່ມວນຊົນແຂວງຈຳປາສັກ: ພອນ ມ້າວຄຳຜິວ

ອາຊຽນ ທົບທວນການຮ່ວມມື ແລະ ກະກຽມເນື້ອໃນໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37

ຕອນເຊົ້າຂອງວັນທີ 10 ພະຈິກ 2020 ທີ່ນະຄອນ ຫລວງວຽງຈັນ, ທ່ານສະເຫລີມໄຊ ກົມມະສິດ ລັດຖະ ມົນຕີຕ່າງປະເທດ, ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 22 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 28 ແບບທາງໄກ. ຈຸດປະສົງລະດັບຄາດໝາຍຂອງທັງ 3 ກອງປະຊຸມນີ້ ແມ່ນເພື່ອ ທົບທວນຄືນ ການຈັດຕັ້ງປະ ຕິບັດການຮ່ວມມືຜ່ານມາ ແລະ ກະກຽມດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະມີຂຶ້ນໃນໄລຍະວັນທີ 12-15 ພະຈິກ 2020 ພາຍໃຕ້ການເປັນປະທານຂອງຫວຽດນາມ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ໄດ້ຕີ ລາຄາສູງຕໍ່ຄວາມຄືບໜ້າໃນການສືບຕໍ່ສ້າງປະ ຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະການຈັດຕັ້ງປະຕິ ບັດບັນດາບູລິມະສິດ ຂອງການເປັນປະທານ ອາຊຽນຂອງ ສ.ສ.ຫວຽດນາມ ປີ 2020 ພາຍໃຕ້ຄໍາຂວັນ: “ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງ ຕໍ່ສະພາບການ” ທີ່ເນັ້ນໃສ່ການຕອບໂຕ້ການແຜ່ລະບາດຂອງພະຍາດ ໂຄວິດ-19. ກອງປະຊຸມ ຍັງໄດ້ຢ້ຳຄືນບົດ ບາດຄວາມເປັນແກນກາງ, ຄວາມເປັນເອກະສັນ ແລະ ຄວາມສາມັກຄີຂອງອາຊຽນ ໃນການພົວພັນກັບພາຍນອກ ພາຍໃຕ້ກົນໄກທີ່ອາຊຽນເປັນຜູ້ນຳພາ. ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບບັນຫາເດັ່ນຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.

ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ເປັນເອກະພາບກັນຕໍ່ການກະກຽມທັງທາງດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນ ທີ່ກ່ຽວຂ້ອງ ລວມທັງໄດ້ຮັບຊາບຄວາມຄືບໜ້າຫລ້າສຸດຂອງການ ຮ່າງບັນດາເອກະສານຜົນຂອງກອງປະຊຸມ ທີ່ ຈະນຳສະເໜີຕໍ່ກອງປະຊຸມສຸດຍອດ ທີ່ຈະມາເຖິງ ພິຈາລະນາຮັບຮອງເອົາ. ນອກນັ້ນ, ກອງປະຊຸມໄດ້ຮັບຊາບ ກ່ຽວກັບບັນຊີການລົງສະໝັກຂອງບັນດາປະເທດ ສະມາຊິກອາຊຽນໃນຕໍາແໜ່ງຕ່າງໆ ປະຈຳບັນດາອົງການ ສະຫະປະຊາຊາດ (ສປຊ) ແລະ ອົງການຈັດຕັ້ງສາກົນອື່ນໆ. ໃນນີ້, ສປປ ລາວ ກໍໄດ້ແຈ້ງໃຫ້ກອງປະຊຸມ ຊາບວ່າ: ສປປ ລາວ ຈະສະໝັກເຂົ້າເປັນສະມາຊິກສະພາເສດຖະກິດ-ສັງຄົມ ສປຊ ຫລື ECOSOC ໃນສົກ ປີ 2023-2025.

ກອງປະຊຸມ ສະພາປະຊາຄົມການເມືອງ-ຄວາມໝັ້ນຄົງ ອາຊຽນ ຄັ້ງທີ 22 ໄດ້ຕີລາຄາສູງຕໍ່ຜົນການ ຈັດຕັ້ງປະຕິ ບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງ ອາຊຽນ 2025 ໃນ 1 ປີຜ່ານມາ ແລະ ເຫັນ ດີເປັນເອກະພາບຕໍ່ຮ່າງບົດລາຍງານການທົບທວນຄືນກາງສະໄໝ ແຜນແມ່ບົດດັ່ງກ່າວ ເພື່ອນຳສະເໜີຕໍ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ໃນວັນທີ 12 ພະຈິກ 2020 ພິຈາລະນາຮັບຮອງເອົາ. ພ້ອມນີ້, ໄດ້ຊຸກຍູ້ຂະ ແໜງການທີ່ກ່ຽວຂ້ອງພາຍໃຕ້ເສົາຄໍ້າປະຊາຄົມການເມືອງ ໃຫ້ເພີ່ມຄວາມເປັນເຈົ້າການ ແລະ ນຳພາການຈັດ ຕັ້ງປະຕິບັດບັນດາກິດຈະກຳທີ່ຍັງຄົງຄ້າງ ໃຫ້ສຳເລັດຕາມຄາດໝາຍ. ກອງປະຊຸມ ສະພາປະສານງານອາຊຽນ ຄັ້ງທີ 28 ໄດ້ສະແດງຄວາມເພິ່ງພໍໃຈຕໍ່ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາບູລິມະສິດ ການເປັນປະ ທານອາຊຽນປີ 2020 ຂອງ ສ.ສ ຫວຽດນາມ ລວມທັງການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະ ບາດ ຂອງພະຍາດໂຄວິດ-19 ເຊິ່ງສະແດງອອກຢູ່ໃນບັນດາບົດລາຍງານ ທີ່ໄດ້ຮັບຮອງເອົາເປັນຕົ້ນ: ບົດລາຍ ງານ ປະທານກອງປະຊຸມສະພາປະສານງານອາຊຽນ ກ່ຽວກັບ ບັນດາກິດຈະກຳ ແລະ ຂໍ້ລິເລີ່ມໃນການຮັບມື ແລະ ແກ້ໄຂພະຍາດໂຄວິດ-19; ບົດລາຍງານຂອງທ່ານເລຂາທິການໃຫຍ່ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານ ອາຊຽນ; ບົດລາຍງານຂອງປະທານຄະນະກຳມະການຜູ້ຕາງໜ້າຖາວອນ ປະຈຳອາຊຽນ; ບົດລາຍງານຂອງ ປະ ທານຄະນະໜ່ວຍງານສະເພາະກິດຂໍ້ລິເລີ່ມ ວ່າດ້ວຍການເຊື່ອມໂຍງອາຊຽນ ຫລື ໄອເອໄອ; ບົດລາຍງານຂອງ ຄະນະກຳມະການປະສານງານ ວ່າດ້ວຍການເຊື່ອມຈອດອາຊຽນ; ບົດລາຍງານປະຈຳປີ ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ ແລະ ບົດລາຍງານຄວາມຄືບໜ້າຂອງໜ່ວຍ ງານວິຊາການສະພາປະສານງານອາຊຽນ ກ່ຽວກັບການພິ ຈາລະນາປະເທດ ຕີມໍເລສເຕ ເຂົ້າເປັນສະມາຊິກອາຊຽນ.

ພາຍຫລັງສຳເລັດກອງປະຊຸມ ສະພາປະສານງານອາຊຽນ ຄັ້ງທີ 28 ແລ້ວ, ທ່ານ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສືບຕໍ່ຮ່ວມພິທີລົງນາມສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ ຫລື (TAC) ເພື່ອຮັບເອົາ ໂກໂລມບີ, ກູບາ ແລະ ອາຟຣິກາໃຕ້ ເຂົ້າເປັນພາຄີຂອງສົນທິສັນຍາດັ່ງກ່າວ ຕາມລໍາດັບ.

Lao National Radio

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົນທະນາທາງໂທລະສັບ ກັບ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົນທະນາທາງໂທລະສັບ ກັບທ່ານ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ຕອນບ່າຍ, ວັນທີ 10 ພະຈິກ 2020, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອເປັນການສະຫນັບສະຫນູນ ແລະ ຊົມເຊີຍ ການເປັນປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຂອງ ສສ ຫວຽດນາມ ກໍຄື ສືບຕໍ່ສົ່ງເສີມ ແລະ ຮັດແຫນ້ນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ໃຫ້ເຂົ້າສູ່ລວງເລິກ.

ໃນໂອກາດນີ້, ສະຫາຍນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ ສະແດງຄວາມເຫັນໃຈ ແລະ ຝາກຄວາມຢ້ຽມຢາມຖາມຂ່າວມາຍັງການນຳ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດເກີດຂຶ້ນຢູ່ບັນດາແຂວງພາກກາງຂອງ ສສ ຫວຽດນາມ ໃນເດືອນກັນຍາ 2020 ເປັນຕົ້ນມາ. ພ້ອມທັງ, ສະແດງຄວາມຊົມເຊີຍ ຫວຽດນາມ ທີ່ສາມາດຮັບມືກັບ ໂຄວິດ-19 ໄດ້ເປັນຢ່າງດີ ແລະ ຮັກສາຈັງຫວະການເຕີບໂຕທາງເສດຖະກິດເປັນຜົນບວກ ໃນປີ 2020. ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈຝ່າຍຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວເປັນຢ່າງດີໃນໄລຍະຜ່ານມາ.

ໃນໂອກາດດຽວກັນ, ສະຫາຍນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ກໍ່ໄດ້ສະແດງຄວາມຊົມເຊີຍ ສປປ ລາວ ທີ່ສາມາດຄວບຄຸມພະຍາດ ໂຄວິດ-19 ໄດ້ດີເຊັ່ນກັນ ແລະ ສະແດງຄວາມຂອບໃຈຕໍ່ ສະຫາຍ ການນຳພັກ-ລັດ ກໍຄື ປະຊາຊົນລາວ ທີ່ໄດ້ສົ່ງສານສະແດງຄວາມເຫັນໃຈໄປຍັງການນຳ ພັກ-ລັດ ກໍຄືປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດດັ່ງກ່າວ.

ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃນໄລຍະຜ່ານມາ ເຖິງວ່າມີສະພາບການລະບາດຂອງພະຍາດ ໂຄວິດ-19 ກໍ່ຕາມ, ເຊິ່ງສະແດງອອກຄື: ການນຳຂັ້ນສູງຂອງສອງປະເທດຍັງມີການໄປມາຫາສູ່ກັນແລະ ພົບປະແລກປ່ຽນໃນຮູບແບບທາງໄກ ຮ່ວມກັນຢ່າງເປັນປົກກະຕິ. ສອງຝ່າຍ ຍັງໄດ້ຊຸກຍູ້ການຈັດຕັ້ງໂຄງການຮ່ວມມືສອງຝ່າຍ ໃຫ້ສຳເລັດຕາມແຜນການ ແລະ ຮ່ວມມືກັນເພື່ອຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19, ເປັນຕົ້ນແມ່ນການເພີ້ມທະວີການຄ້າ ແລະ ການລົງທຶນຮ່ວມກັນ, ການພິຈາລະນາເປີດສາຍການບິນຄືນໃໝ່ ກໍຄືການອໍານວຍຄວາມສະດວກໃນການໄປມາຫາສູ່ລະຫວ່າງພົນລະເມືອງຂອງສອງປະເທດຮ່ວມກັນໃນອະນາຄົດ.

ຝ່າຍລາວຍັງໄດ້ຕີລາຄາສູງຕໍ່ບົດບາດການນຳພາຂອງຫວຽດນາມ ໃນຖານະປະທານອາຊຽນ 2020 ເພື່ອສົ່ງເສີມການຮ່ວມມືອັນດີ ແລະ ຄວາມເຂັ້ມແຂງຂອງອາຊຽນ. ພ້ອມທັງຢືນຢັນ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ໃຫ້ການຊ່ວຍເຫຼືອຫວຽດນາມ ເພື່ອເຮັດສຳເລັດໜ້າທີ່ປະທານອາຊຽນ 2020 ແລະ ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ໄລຍະ 2020-2021.

ໂດຍ: Lao National Radio

ນໍ້າດື່ມຫົວເສືອ 4000 ແພັກ ນໍ້າໃຈຈາກ ບໍລິສັດ ເບຍລາວ ຈໍາກັດ ສົ່ງຊ່ວຍຜູ່ປະສົບໄພນໍ້າຖ້ວມທີ່ສະຫວັນນະເຂດ

ສະຫວັນນະເຂດ: ໃນວັນທີ 04 ພະຈິກ 2020 ຢູ່ຫ້ອງວ່າການ ແຂວງສະຫວັນນະເຂດ, ບໍລິສັດເບຍລາວຈຳກັດ ໄດ້ມອບນ້ຳດື່ມ ຂະໜາດ 1,5 ລິດ, ຈຳນວນ 4.000 ແພັກ ເຊິ່ງມີມູນຄ່າ 74 ລ້ານກີບ ເພື່ອຊ່ວຍເຫລືອປະຊາຊົນທີ່ປະສົບໄພນ້ຳຖ້ວມໃນແຂວງສະຫວັນນະເຂດ.

ເດືອນຕຸລາ 2020 ເປັນໄລຍະ ທີ່ມີສະພາບນໍ້າຖ້ວມ ໜັກໜ່ວງ ແລະ ຮຸນແຮງ ສໍາຫຼັບແຂວງ ສະຫວັນນະເຂດ ເນື່ອງຈາກມີພາຍຸຫຼາຍລູກ ພັດຜ່ານເຂົ້າເຂດ ພາກກາງ ຂອງ ສປປ ລາວ. ຂໍ້ມູນຈາກ ພະແນກພະລັງງານ ແລະ ສະຫວັດດີການສັງຄົມ ແຂວງສະຫວັນນະເຂດ ຊີ້ໃຫ້ຮູ້ວ່າ ປະຈຸບັນ ປະຊາຊົນ ຢູ່ 8 ເມືອງ ຂອງແຂວງ ປະກອບມີ ເຊໂປນ, ເມືອງນອງ, ວິລະບູລີ, ເມືອງພິນ ແລະ ອີກ 4 ເມືອງຕອນລຸ່ມ ລຽບຕາມລໍານໍ້າ ເຊບັ້ງຫຽງ ເຊັ່ນ ເມືອງຊົນນະບູລີ, ຈໍາພອນ, ສອງຄອນ ແລະ ທ່າປາງທອງ

ແມ່ນໄດ້ຮັບຜົນກະທົບຈາກນໍ້າຖ້ວມໜັກ, ເຮືອນຊານ ແລະ ເສັ້ນທາງ ຫຼາຍຫຼັງເປ່ເພ, ສັດລ້ຽງ ແລະ ຜົນຜະລິດກະສິກໍາ ເສຍຫາຍ ຢ່າງໜັກໜ່ວງ. ເຖິງແມ່ນວ່າ ປະຈຸບັນ ສະພາບນໍ້າຖ້ວມໄດ້ຫຼຸດລົງໄປແລ້ວ, ແຕ່ຄວາມເສຍຫາຍ ແລະ ຄວາມຕ້ອງການ ບັນດາປະຖົມປັດໃຈພື້ນຖານ ເຊັ່ນເຄື່ອງອຸປະໂພກ ບໍລິໂພກ ແມ່ນຍັງມີຄວາມຈໍາເປັນ ຢ່າງຮີບດ່ວນ.

ເພື່ອແບ່ງປັນ ແລະ ບັນເທົາຄວາມລໍາບາກ ໃຫ້ກັບພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ, ທາງບໍລິສັດເບຍລາວ ຈໍາກັດ ໄດ້ປະກອບສ່ວນນໍ້າດື່ມກາຫົວເສືອ ຈຳນວນ 4.000 ແພັກ, ຊຶ່ງກ່າວມອບໂດຍທ່ານ ໃຈເພັດ ບູລົມ ຜູ້ຈັດການຝ່າຍຂາຍປະຈຳພາກກາງ ແລະ ຕາງໜ້າຮັບໂດຍ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ, ຮອງເຈົ້າແຂວງ ແຂວງສະຫວັນນະເຂດ ພ້ອມດ້ວຍ ພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ໃນໂອກາດນີ້, ຕາງຫນ້າໃຫ້ບໍລິສັດເບຍລາວຈຳກັດ ທ່ານ ໃຈເພັດ ບູລົມ ໄດ້ນຳເອົາຄວາມຫວ່ງໃຍ ຂອງບໍລິຫານ, ພະນັກງານ ກໍຄື ຄອບຄົວເບຍລາວ ມາຍັງພໍ່ແມ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມ, ພ້ອມທັງຊົມເຊີຍນໍ້າໃຈສາມັກຄີ ຮັກແພງ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງທຸກພາກສ່ວນ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການ ຊີ້ນຳ-ນຳພາຂອງການຈັດຕັ້ງທຸກຂັ້ນ, ການປະກອບສ່ວນຊ່ວຍເຫລືອ ແລະ ການຮ່ວມມື ຂອງທຸກພາກສ່ວນ ຈະຊ່ວຍເຮັດໃຫ້ການແກ້ໄຂ ແລະ ຟື້ນຟູຜົນກະທົບຄັ້ງນີ້ ຜ່ານໄປໄດ້ໂດຍໄວ.

ຈັບບ່ອນຜະລິດຢາເສບຕິດທີ່ອຸດົມໄຊ

ອຸດົມໄຊ: ໃນວັນທີ 22 ຕຸລາ 2020, ເຈົ້າໜ້າທີ່ວິຊາສະເພາະຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ ສົມທົບອຳນາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນເຮືອນເປົ້າ ໝາຍຢາເສບຕິດ ຢູ່ 3 ຈຸດ ເຂດບ້ານດອນໄຊ ແລະ ບ້ານພູຂຽວ ເມືອງໄຊ ແຂວງອຸດົມໄຊ, ເຊິ່ງສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ພ້ອມຢາເສບຕິດໄດ້ຈໍານວນຫຼາຍ ພ້ອມຫົວຕອກຢາບ້າ 87 ຫົວ.

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ເປີດເຜີຍວ່າ: ຜ່ານການກວດກາເຮືອນຂອງເປົ້າໝາຍ ຊື່ທ້າວ ຈີນູລີ ອາຍຸ 29 ປີ ຢູ່ບ້ານດອນໄຊ, ຜ່ານການກວດຄົ້ນເຮືອນເປົ້າໝາຍ ຈຸດທີ1 ຢູ່ເຂດບ້ານດອນໄຊ ພົບຢາບ້າ 34.000 ເມັດ ໜັກ 3,8 ກິໂລກຼາມ, ເຮໂຣອິນ 1 ຫໍ່ນ້ອຍ ໜັກ 153 ກຼາມ, ແປ້ງຝຸ່ນສີຂາວ ແລະ ສີແດງ ໜັກ 2,5 ກິໂລກຼາມ, ເຄື່ອງອັດ ຢາບ້າ 1 ເຄື່ອງ ແລະ ພົບຢາບ້າ 439.000 ເມັດ ໜັກ 49,5 ກິໂລກຼາມ ໃນລົດເກງສີດຳ ໝາຍເລກທະບຽນ ນມ 9000 ກໍາແພງນະຄອນ, ພ້ອມເຮໂຣອິນ 1 ແທ່ງ ໜັກ 387 ກຼາມ ແລະ

ກວດຄົ້ນຈຸດທີ 2 ພົບຂອງກາງ ປະເພດແປ້ງຝຸ່ນສີຂາວ1 ຖົງ ໜັກ 3,3 ກິໂລກຼາມ, ສໍາລັບກວດຄົ້ນຈຸດທີ 3. ຢູ່ຈຸດບ້ານພູຂຽວ ເມືອງໄຊ ໄດ້ກວດກາພົບເຫັນເຄື່ອງຂອງກາງປະເພດຢາບ້າ 256 ເມັດ ນ້ຳໜັກ 25,7 ກຼາມ, ແປ້ງຝຸ່ນສີຂາວ ໜັກ 210,7 ກຼາມ.

ໃນນີ້ ລວມເຄື່ອງຂອງກາງທີ່ກວດກາພົບ ແລະ ຢຶດໄດ້ທັງໝົດມີຢາບ້າ ຈຳນວນ 473.256 ເມັດໜັກ 53,5 ກິໂລກຼາມ, ເຮໂຣອິນໜັກ 540 ກຼາມ,ແປ້ງຝຸ່ນປະສົມສານເສບຕິດໜັກ 6 ກິໂລກຼາມ, ເຄື່ອງອັດຢາບ້າ 1 ເຄື່ອງ ແລະ ຫົວຕອກຢາບ້າ 87 ຫົວ.

ປັດຈຸບັນຄະດີຢາເສບຕິດດັ່ງກ່າວ, ເຈົ້າໜ້າທີ່ວິຊາສະ ເພາະ ປກສ ແຂວງອຸດົມໄຊ ກໍາລັງດໍາເນີນການສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ເພື່ອຕິດຕາມກັກຕົວດຳເນີນຄະດີຕາມກົດໝາຍ.

ປກສ ອຸດົມໄຊ

ສຳເລັດກອງປະຊຸມໃຫຍ່ ອົງຄະນະພັກແຂວງຫົວພັນ ຄັ້ງທີ X

ຫົວພັນ: ກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງຫົວພັນ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫຼັງທີ່ດຳເນີນມາເປັນເວລາ 2 ວັນ (2-3 ພະຈິກ 2020) ຢູ່ສະໂມສອນແຂວງ, ພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫົວພັນ. ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ; ມີບັນດາພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ມີຜູ້ແທນສົມບູນຈຳນວນ 324 ສະຫາຍ, ຍິງ 39 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງທັງໝົດ 18.042 ສະຫາຍ.

ບັນດາສະຫາຍຜູ້ແທນສົມບູນທີເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າ ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສຳເລັດຕາມຈຸດປະສົງທີ່ວາງໄວ້. ໂດຍໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະພັກຊຸດເກົ່າ ແລະ ແຜນພັດທະນາເສດຖະກິດສັງຄົມ, ທິດທາງສູ້ຊົນແຕ່ລະດ້ານກ່ຽວກັບວຽກງານກໍ່ສ້າງພັກ, ພະນັກງານ. ໃນນັ້ນ, ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນໍາ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ໃນ 5 ປີ ຜ່ານມາ.

ພ້ອມນີ້, ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາລາຍງານການເມືອງ, ທິດທາງ, ແຜນການ 5 ປີ ໃນຕໍ່ໜ້າ ( 2021-2025 ) ຊຶ່ງມີເນື້ອໃນຕົ້ນຕໍຄື: ຄະນະພັກແຕ່ລະຂັ້ນຕ້ອງເພີ່ມທະວີການນໍາພາເດັດຂາດ, ໂດຍກົງ ແລະ ຮອບດ້ານຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຖືສໍາຄັນການສຶກສາອົບຮົມພົນລະເມືອງໃຫ້ເຊື່ອມຊຶມຢ່າງເລິກເຊິ່ງ ແລະ ເປັນເຈົ້າການເຂົ້າຮ່ວມປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານ, ປັບປຸງກໍ່ສ້າງກໍາລັງຫຼວງ, ກໍາລັງທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ສືບຕໍ່ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ; ຍົກສູງຄວາມສາມາດນໍາພາຂອງພັກ, ປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນຮັບປະກັນບົດບາດເປັນແກນນຳ ໃນລະບົບການເມືອງ,

ເພີ່ມທະວີຄວາມສາມັກຄີປະຊາຊົນບັນດາເຜົ່າໃຫ້ເປັນປຶກແຜ່ນພາຍໃຕ້ການນຳພາຂອງພັກ, ປັບປຸງການບໍລິຫານລັດໃຫ້ມີຄວາມສັກສິດ, ໂປ່ງໃສ, ວ່ອງໄວ, ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ; ເອົາໃຈໃສ່ສ້າງເງື່ອນໄຂ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນເຂົ້າໃນການພັດທະນາເສດຖະກິດ ໃຫ້ມີການຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6% ຂຶ້ນໄປ, ລວມຍອດຜະລິດຕະພັນພາຍໃນ (GDP) ໃນ 5 ປີ ໃຫ້ບັນລຸ 18.802,97 ຕື້ກີບ, ໃນນີ້ຄາດວ່າໃນປີ 2025 GDP ຈະໃຫ້ບັນລຸ 4.096,99 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 12.792.608 ກີບ/ຄົນ/ປີ (1.505 ໂດລາ/ຄົນ/ປີ), ເຮັດໃຫ້ໂຄງປະກອບເສດຖະກິດ ມີການຫັນປ່ຽນຢ່າງຕັ້ງໜ້າໃນນີ້ຂະແໜງກະສິກໍາ ແລະ ປ່າໄມ້ ກວມເອົາ 53,43% ຂອງ GDP, ຂະແໜງອຸດສະຫະກໍາ ແລະ ການຄ້າ ກວມເອົາ 23,50% ຂອງ GDP, ຂະແໜງການບໍລິການກວມເອົາ 23,07% ຂອງ GDP; ຮອດປີ 2025 ລົບລ້າງຄວາມທຸກຍາກຂອງປະຊາຊົນໃຫ້ຍັງເຫຼືອ 22% ຂອງຈໍານວນຄອບຄົວໃນທົ່ວແຂວງຕາມດໍາລັດ 348/ລບ; ສ້າງບ້ານພັດທະນາໃຫ້ໄດ້ 128 ບ້ານ ແລະ ສຸມໃສ່ສ້າງເມືອງຊ່ອນ, ເມືອງສົບເບົາ, ເມືອງຊຽງຄໍ້ ແລະ ເມືອງວຽງໄຊໃຫ້ເປັນເມືອງພົ້ນທຸກໃນປີ 2025; ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດ ຍົກລະດັບຄຸນນະພາບການສຶກສາໃນທຸກຊັ້ນຮຽນ, ສືບຕໍ່ຈັດຕັ້ງການຮຽນການສອນບໍາລຸງມັດທະຍົມຕອນປາຍ ໃຫ້ກຸ່ມເປົ້າໝາຍທີ່ມີເງື່ອນໄຂ; ປັບປຸງ, ຍົກລະດັບຊັ້ນຮຽນວິຊາຊີບ ແລະ ສົ່ງເສີມການຮຽນວິຊາຊີບພາຍໃນແຂວງໃຫ້ຫຼາຍຂຶ້ນ ເພື່ອສ້າງໃຫ້ຄົນມີຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ, ມີວຽກເຮັດງານທໍາ; ສ້າງເງື່ອນໄຂໃຫ້ທຸກຄົນມີໂອກາດໄດ້ຮັບການປ້ອງກັນ ແລະ ປິ່ນປົວສຸຂະພາບໃຫ້ແຂງແຮງ; ອະນຸຮັກວັດທະນະທຳ, ຮີດຄອງປະເພນີ ແລະ ບູລະນະສະຖານທີ່ປູຊະນີຍະສະຖານຕິດພັນກັບການທ່ອງທ່ຽວ;

ເພີ່ມທະວີຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານກັບບັນດາແຂວງແຮກສ່ຽວ ສສ.ຫວຽດນາມ ແລະ ບັນດາປະເທດເພື່ອນມິດສາກົນບົນພື້ນຖານແນວທາງການຕ່າງປະເທດຂອງພັກ ເພື່ອດຶງດູດເອົາບົດຮຽນດ້ານຕ່າງໆ ແລະ ທຶນຮອນເຂົ້າໃນການພັດທະນາແຂວງຫົວພັນ ໃຫ້ຫຼາຍຂຶ້ນ; ສຸມໃສ່ສ້າງ ແລະ ຂະຫຍາຍຈຸດສຸມ, ຕົວແບບໃນດ້ານຕ່າງໆ ໃຫ້ມີຄຸນນະພາບຕິດພັນກັບການຄ້າຊາຍແດນໄປພ້ອມກັບການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຄວບຄູ່ກັບການສ້າງພະນັກງານສືບທອດທົດແທນ ໃນຂະບວນການຕົວຈິງທີ່ເປັນປັດໄຈສ້າງຄວາມເປັນເຈົ້າໃຫ້ແກ່ປະຊາຊົນບັນດາເຜົ່າ.

ກອງປະຊຸມໃຫຍ່ໄດ້ຮັບຟັງການລາຍງານ ແລະ ການປະກອບຄໍາເຫັນຈາກຜູ້ຕາງໜ້າຫຼາຍພາກສ່ວນ ຊຶ່ງແຕ່ລະພາກສ່ວນລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງ, ທິດທາງແຜນການ ແລະ ວຽກງານຮອບດ້ານຕໍ່ກອງປະຊຸມ; ການລາຍງານ ແລະ ການປະກອບຄໍາເຫັນສ່ວນຫຼາຍໄດ້ລົງເລິກລາຍງານຜົນສຳເລັດ ແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ເຂົ້າໃນຂົງເຂດກົມກອງ, ຂະແໜງການຂອງຕົນ ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂຶ້ນ.

ພ້ອມນີ້, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດ ແລະ ໄດ້ຕາມຄາດໝາຍທີ່ວາງໄວ້ ຊຶ່ງມີຜູ້ຮັບສະໝັກເລືອກຕັ້ງ 40 ສະຫາຍ, ຍິງ 5 ສະຫາຍ. ຜ່ານການປ່ອນບັດເລືອກຕັ້ງໄດ້ຄະນະບໍລິຫານງານພັກແຂວງຊຸດໃໝ່ຈຳນວນ 35 ສະຫາຍ, ຍິງ 4 ສະຫາຍ; ໄດ້ເລືອກຕັ້ງເອົາຜູ້ແທນສົມບູນຈຳນວນ 35 ສະຫາຍ, ຍິງ 4 ສະຫາຍ ແລະ ສໍາຮອງຈຳນວນ 3 ສະຫາຍ, ຍິງ 1 ສະຫາຍໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກໄດ້ຕາມຄາດໝາຍ.

ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກແຂວງຫົວພັນໄດ້ເລືອກຕັ້ງເອົາຄະນະປະຈໍາພັກແຂວງຈຳນວນ 11 ສະຫາຍ, ຍິງ 2 ສະຫາຍ. ໃນນີ້, ໄດ້ເປັນເອກະສັນເລືອກຕັ້ງສະຫາຍ ວັນໄຊ ແພງຊຸມມາ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ເພີດ ມາປັນຍາ ແລະ ສະຫາຍ ນ. ອຳໄຟວອນ ລ້ອມບຸນແພງ ເປັນຮອງເລຂາ; ເລືອກຕັ້ງເອົາສະຫາຍ ຮິນທອງ ດວງຈັນສຸກ ເປັນປະທານກວດກາ, ສະຫາຍ ຄຳແພງ ຈັນທະວີ, ສະຫາຍ ວົງເພັດ ຈັນທະມອນ ແລະ ສະຫາຍ ປອ ຄອນເສີດ ເປັນຮອງປະທານກວດກາ.

ກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຈາກສະຫາຍ ປອ ໄຊສົມພອນ ພົມວິຫານ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນຳ-ນໍາພາພະນັກງານ, ສະມາຊິກພັກ ແລະ ປະຊາຊົນປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດຫຼາຍດ້ານ. ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ຊຶ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ. ຈາກນັ້ນ, ສະຫາຍໄດ້ໃຫ້ທິດຊີ້ນໍາວຽກງານແຕ່ລະດ້ານ ແລະ ສະຫາຍມີຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ຊີ້ນຳ-ນໍາພາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຫົວພັນຄັ້ງທີ X ໃຫ້ຍາດໄດ້ຜົນງານ ແລະ ມີຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ.

ກອງປະຊຸມໃຫຍ່ອົງຄະນະພັກແຂວງຫົວພັນຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງຫົວພັນ ຈົ່ງພ້ອມກັນເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ສຸມທຸກສະຕິປັນຍາ, ຄວາມອາດສາມາດ, ຫົວຄິດປະດິດສ້າງປະກອບສ່ວນເຂົ້າໃນການປະຕິບັດເນື້ອໃນຂອງກອງປະຊຸມໃຫຍ່ ທີ່ຮັບຮອງເອົາແລ້ວນັ້ນໃຫ້ປະກົດເປັນຈິງ, ສູ້ຊົນແກ້ໄຂ 3 ກະແສແນວຄິດ, ຈຳກັດ ແລະ ແກ້ໄຂຈຸດອ່ອນຄົງຄ້າງໃນໄລຍະຜ່ານມາ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫົວພັນ ໃຫ້ນັບມື້ກ້າວໜ້າ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ປະຊາຊົນແຂວງຫົວພັນ ພົ້ນຈາກຄວາມທຸກຍາກ ແລະ ນັບມື້ຢູ່ດີກິນດີ ເພື່ອປະກອບສ່ວນອັນສຳຄັນເຂົ້າໃນພາລະກິດລວມທົ່ວປະເທດ ພ້ອມກັນເຊີດຊູສະຕິ ແລະ ຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ຂ່າວ-ພາບ: ໄອແກ້ວ

ລັດຖະມົນຕີຕ່າງປະເທດ ຕ້ອນຮັບຜູ້ອໍານວຍການຫ້ອງການ (ADB) ຄົນໃໝ່ ປະຈຳລາວ

ນະຄອນຫຼວງວຽງຈັນ: ໃນຕອນເຊົ້າວັນທີ 03 ພະຈິກ 2020, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ໂຊໂນະມິ ທານາກະ (Sonomi Tanaka), ຜູ້ອໍານວຍການ ຫ້ອງການທະນາຄານພັດທະນາອາຊີ (ADB) ຜູ້ໃໝ່ ປະຈຳ ສປປ ລາວ.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ທ່ານ ນາງ ໂຊໂນະມິ ທານາກະ (Sonomi Tanaka) ທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ອໍານວຍການຫ້ອງການທະນາຄານພັດທະນາອາຊີ (ADB) ຜູ້ໃໝ່ ປະຈໍາ ສປປ ລາວ ພ້ອມທັງໄດ້ສະແດງຄວາມຂອບໃຈ ຕໍ່ ADB ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການຊ່ວຍເຫລືອພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຫລາຍຂະແໜງການ ຕະຫລອດໄລຍະ 50 ກວ່າປີຜ່ານມາ ໂດຍສະເພາະ ການອະນຸມັດເງິນກູ້, ທຶນຊ່ວຍເຫລືອລ້າ ແລະ ການຊ່ວຍເຫລືອທາງດ້ານວິຊາການ ສໍາລັບພາກລັດ ໃນໄລຍະປີ 2019-2020 ຈໍານວນ 27 ໂຄງການ ລວມມີມູນຄ່າທັງໝົດປະມານ 900 ລ້ານໂດລາສະຫະລັດ ແລະ ເຊື່ອໝັ້ນວ່າ ADB ຍັງຈະສືບຕໍ່ປະກອບສ່ວນຊ່ວຍເຫລືອ ສປປ ລາວ ເພື່ອໃຫ້ສາມາດບັນລຸເປົ້າໝາຍທີ່ວາງໄວ້ ໃນແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ທ້າຍສະໄໝ ແລະ ຍຸດທະສາດການເປັນຄູ່ຮ່ວມມືໃໝ່ ລະຫວ່າງ ສປປ ລາວ ແລະ ADB, ລວມທັງການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ ຮອດປີ 2030.

ໃນໂອກາດດຽວກັນນີ້, ທ່ານ ນາງ ໂຊໂນະມິ ທານາກະ (Sonomi Tanaka) ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຢືນຢັນວ່າ ADB ຈະສືບຕໍ່ໃຫ້ການຮ່ວມມື ກັບ ລັດຖະບານ ສປປ ລາວ ເພື່ອຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ADB ແລະ ລັດຖະບານ ສປປ ລາວ, ໂດຍສະເພາະ ໃນໄລຍະທີ່ ທ່ານ ນາງ Sonomi ປະຕິບັດໜ້າທີ່ ຢູ່ ສປປ ລາວ ຈະໃຫ້ການຮ່ວມມືຢ່າງໃກ້ຊິດ ແລະ ສືບຕໍ່ໃຫ້ການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄືການຟື້ນຟູເສດຖະກິດໃນໄລຍະ ແລະ ຫລັງການແພ່ລະບາດຂອງພະຍາດ COVID-19 ໃຫ້ມີປະສິດ ທິຜົນຕົວຈິງ.

ພາບ: ເກດສະໜາ

ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ 2 ເມືອງຂອງ ແຂວງສະຫວັນນະເຂດ.

ພິທີຖ່າຍຮູບລວມ 

ໃນວັນທີ 31 ຕຸລາ 2020 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ 2 ຈຸດຄື: ບ້ານທ່າຂາມລຽນ, ບ້ານລະຫານໍ້າ ເມືອງສອງຄອນ ແລະ ບ້ານກອງປະທຸມວັນ ເມືອງຊົນນະບູລີ ໃຫ້ກຽດເຂົ້າຮ່ວມທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ຈິນດາສັກ ຍົດຫມັ້ນຄົງ ຜູ້ອໍານວຍການໃຫຍ່ ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ ລວມມູນຄ່າທັງໝົດ 100 ລ້ານກີບ. 

ທ່ານ ນາງ ປານີ ໂອ້ລົມພໍ່ແມ່ປະຊາຊົນຢູ່ບ້ານກອງປະທຸມວັນ ເມືອງຊົນນະບູລີ.

ທ່ານ ພັອ. ລໍາຄູນ ວໍລະວົງ ເຈົ້າເມືອງສອງຄອນ ໄດ້ລາຍງານສະພາບນ້ຳຖ້ວມຢູ່ເຂດເມືອງສອງຄອນ ໃຫ້ຮູ້ວ່າ: ເຮືອນຊານຂອງປະຊາຊົນໄດ້ຮັບຜົນເສຍຫາຍ 23 ບ້ານ, 2.628 ຄອບຄົວ, 15.493 ຄົນ, ຜົນກະທົບຕໍ່ເນື້ອທີ່ທຳການຜະລິດນໍ້າຖ້ວມ 5.416,25 ເຮັກຕາ, ໜອງປາ 340 ໜອງ, ເນື້ອທີ່ສວນປູກພືດ 96,58 ເຮັກຕາ, ອ່າງເກັບນ້ຳ 1 ແຫ່ງ, ລະບົບຊົນລະປະທານ 9 ແຫ່ງ, ສະຖານີຈັກສູບ ນ້ຳ 9 ແຫ່ງ, ສັດລ້ຽງຕາຍ ແລະ ສູນຫາຍ 17 ໂຕ. ນອກຈາກນັ້ນ, ກໍຍັງມີຜົນກະທົບຕໍ່ພື້ນຖານໂຄງລ່າງຄື: ເສັ້ນທາງເສຍຫາຍຫຼາຍກວ່າ 10 ເສັ້ນ, ໂຮງຮຽນຢຸດການຮຽນການສອນຊົ່ວຄາວ 12 ແຫ່ງ, ສຸກສາລາ 2 ແຫ່ງ ແລະ ນໍ້າສ້າງ-ນໍ້າບາດານ 401 ໜ່ວຍ.

ທ່ານ ນາງ ປານີ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ຫຼານນ້ອຍ.

ທ່ານ ສຸວິໄລ ຫຼວງຊະລາດ ເຈົ້າເມືອງຊົນນະບູລີ ໄດ້ລາຍງານໃຫ້ຮູ້ວ່າ: ເມືອງຊົນນະບູລີ ໄດ້ຮັບຜົນເສຍຫາຍນໍ້າຖ້ວມ 15 ບ້ານ, 4.436 ຫຼັງຄາເຮືອນ, ເນື້ອທີ່ຖືກຖ້ວມ 7.288 ເຮັກຕາ, ເນື້ອທີ່ສວນປູກພືດ 176 ເຮັກຕາ, ໜອງປາ 369 ໜອງ, ລະບົບຊົນລະປະທານ 9 ແຫ່ງ, ປະຕູນໍ້າ 3 ແຫ່ງ, ສັດລ້ຽງຕາຍ ແລະ ສູນຫາຍ 128 ໂຕ, ໂຮງຮຽນຖືກຖ້ວມ 27 ແຫ່ງ, ສຸກສາລາ 8 ເຂດ, ວັດ 13 ວັດ,  ນໍ້າສ້າງ-ນໍ້າບາດານ 402 ໜ່ວຍ ແລະ ເສັ້ນທາງເສຍຫາຍ 12 ເສັ້ນ.

ທ່ານ ຈິນດາສັກ ຍົດຫມັ້ນຄົງ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ພໍ່ແມ່ປະຊາຊົນ.

ໂອກາດທີ່ມາຢ້ຽມຢາມຄັ້ງນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມດ້ວຍທ່ານເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ທ່ານ ຈິນດາສັກ ຍົດຫມັ້ນຄົງຜູ້ອໍານວຍການໃຫຍ່ ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ໄດ້ມອບເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ປະຊາຊົນທີ່ຖືກຜົນກະທົບເມືອງສອງຄອນ ແລະ ເມືອງຊົນນະບູລີ ປະກອບມີ: ເຂົ້າສານ, ອາຫານແຫ້ງ, ນ້ຳດື່ມ, ຫມີ່ໄວໆ, ປາກະປ໋ອງ, ເຂົ້າໜົມ ແລະ ອື່ນໆ. 

ທ່ານ ນາງ ປານີ ໂອ້ລົມພໍ່ແມ່ປະຊາຊົນຢູ່ບ້ານທ່າຂາມລຽນ ເມືອງສອງຄອນ.