Home Blog Page 39

ບັນຫາການຂາຍເຄື່ອງໃສ່ບາດໃຫ້ນັກທ່ອງທ່ຽວຢູ່ຫຼວງພະບາງ

0

ອີງຕາມການລາຍງານຂອງ Lao National Radio ໃຫ້ຮູ້ວ່າ: ການຂາຍເຄື່ອງໃສ່ບາດໃຫ້ກັບນັກທ່ອງ ທ່ຽວຢູ່ ນະຄອນ ຫຼວງພະບາງ ໄລຍະຜ່ານມາຍັງມີຜູ້ປະກອບການສວຍໂອກາດລະເມີດລະບຽບ ເວລາທີ່ບໍ່ມີເຈົ້າໜ້າທີ່ໄປຕິດຕາມກວດກາ ເພື່ອເຮັດໃຫ້ການຂາຍເຄື່ອງໃສ່ບາດໃຫ້ກັບນັກທ່ອງທ່ຽວຢູ່ ນະຄອນ ຫຼວງພະບາງ ມີຄວາມເປັນລະບຽບ-ຮຽບຮ້ອຍ ໃນໄລຍະຜ່ານມາອົງການປົກຄອງນະຄອນ ຫຼວງພະບາງ ໄດ້ອອກລະບຽບການຄຸ້ມຄອງຢ່າງຫັດກຸມ ທັງໄດ້ແຕ່ງຕັ້ງຄະນະກຳມະການແຕ່ລະພາກສ່ວນ ຮັບຜິດຊອບຢ່າງລະອຽດ ຮັບປະກັນບໍ່ໃຫ້ເກີຫາສຽງທີ່ບໍ່ດີຕາມມາ ທັງສ້າງສີ່ງຈູງໃຈໃຫ້ກັບນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວຫຼວງພະບາງນັບມື້ນັບຫຼາຍຂື້ນ. ທ່ານ ວິໄລທອງ ມະນີວອນ ຮອງເຈົ້ານະຄອນ ຫຼວງພະບາງ ໄດ້ໃຫ້ສຳພາດວ່າ:

ການໃສ່ບາດຍາມເຊົ້າ ເປັນປະເພນີທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກສືບທອດກັນມາຫຼາຍເຊັ່ນຄົນ ແລະພາຍຫຼັງ ຫຼວງພະບາງ ໄດ້ຮັບການຮັບຮອງໃຫ້ເປັນເມືອງມໍລະດົກຂອງໂລກ ກິດຈະກຳການໃສ່ບາດຍາມເຊົ້າ ໄດ້ກາຍເປັນສີ່ງດືງດູດເອົານັກທ່ອງ ທ່ຽວ ເຂົ້າມາທ່ອງທ່ຽວ ແລະຮ່ວມກິດ ຈະກຳການໃສ່ບາດ ທີ່ນະຄອນ ຫຼວງພະບາງ ໄດ້ເປັນຢ່າງດີ ສະເພາະໄລຍະລັດ ຖະບານ ໄດ້ເປີດຕ້ອນຮັບນັກທ່ອງທ່ຽວເຕັມຮູບແບບ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ ສັງເກດເຫັນວ່ານັກທ່ອງທ່ຽວຈາກປະເທດເພື່ອບ້ານ ໂດຍສະເພາະປະເທດໄທ ໄດ້ເຂົ້າມາທ່ອງທ່ຽວຫຼາຍຂື້ນ ແລະໄດ້ມີຫາງສຽງຈົ່ມວ່າ ກ່ຽວກັບປະກົດການຫຍໍ້ທໍ້ ເວລາທີ່ໄດ້ຮ່ວມກິດຈະກຳເຮັດບຸນໃສ່ບາດ, ຕໍ່ກັບບັນຫາທີ່ເກີດຂື້ນ ຮອງເຈົ້ານະຄອນ ຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ບັນຫາຫາງສຽງຈົ່ມວ່າ ກ່ຽວກັບການເຮັດບຸນໃສ່ບາດຂອງນັກທ່ອງທ່ຽວ ແມ່ນເປັນປະກົດການທີ່ເກີດຂື້ນ ໃນໄລຍະທີ່ຄະນະຮັບຜິດຊອບມີການລະເຫຼີງ ຕໍ່ການລົງຕິດຕາມກວດກາ ຈື່ງເຮັດໃຫ້ຜູ້ປະກອບການ ຫຼື ແມ່ຄ້າຜູ້ຂາຍເຂົ້າໃສ່ບາດ ສວຍໂອກາດລະເມີດລະບຽບການທີ່ວາງໄວ້, ເຊີ່ງບັນຫານີ້ ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂບັນຫາໂດຍດ່ວນ ທັງໄດ້ອອກລະບຽບການຄືນໃໝ່ ເພື່ອໃຫ້ຫັດກຸມຂື້ນກວ່າເກົ່າ.

ໂອກາດນີ້ ທ່ານ ວິໄລທອງ ມະນີວອນ ໄດ້ຮຽກຮ້ອງໃຫ້ຜູ້ປະກອບການຂາຍເຂົ້າໃສ່ບາດ ຈົ່ງເອົາໃຈໃສ່ປະຕິບັດລະບຽບການໃຫ້ເຂັ້ມງວດ ສຳລັບພະນັກງານນຳທ່ຽວ ຕ້ອງເປັນເຈົ້າການແນະນຳ ແລະອຳນວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວ ເພື່ອບໍ່ໃຫ້ເກີດບັນຫາປະກາດການຫຍໍ້ທໍ້ ກ່ຽວກັບການຂາຍເຂົ້າໃສ່ບາດຂື້ນອີກຄັ້ງໃໝ່.

ທ່ານ ວິໄລທອງ ມະນີວອນ ໃຫ້ຮູ້ອີກວ່າ: ສຳລັບກົດລະບຽບ ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ໃນການຂາຍເຄື່ອງໃສ່ບາດ ທີ່ໄດ້ປັບປຸງໃໝ່ ແມ່ນປ່ຽນແທນສະບັບທີ່ໄດ້ອອກໃນປີ 2019 ໂດຍລະບຸແຈ້ງຂື້ນຕື່ມກ່ຽວກັບການບໍລິ ການ ແລະການໃຫ້ບໍລິການ ການຂາຍເຄື່ອງໃສ່ບາດ, ການສັນຈອນຕາມເສັ້ນ ທາງ ໄລຍະການໃສ່ບາດ ທັງໄດ້ລະບຸແຈ້ງກ່ຽວກັບຂໍ້ຫ້າມ ແລະມາດຕະການຕໍ່ຜູ້ລະເມີດ ເພື່ອເຮັດໃຫ້ການບໍລິການຂາຍເຄື່ອງໃສ່ບາດ ແລະການເຮັດບຸນໃສ່ບາດ ຢູ່ນະຄອນຫຼວງພະບາງ ມີຄວາມເປັນລະບຽບຮຽບຮ້ອຍຫຼາຍຂື້ນ.

ໃຊ້ຫີນຫຸບຫົວພົນລະເມືອງແລ້ວກໍເຫດລັກຊັບ

0

ຕາມການລາຍງານຂອງຄວາມສະຫງົບ ໃຫ້ຮູ້ວ່າ: ທ້າວ ເຕ້ຍ ອາຍຸ 24 ປີ ບ້ານໜອງມ່ວງ, ເມືອງສະຫນາມໄຊ, ແຂວງອັດຕະປື ໄດ້ເຂົ້າແຈ້ງຄວາມຕໍ່ ເຈົ້າຫນ້າທີ່ ປກສ ເມືອງປາກຊ່ອງ ແຂວງຈໍາປາສັກ ວ່າ: ໃນຄັ້ງວັນທີ 25 ເມສາ 2022 ໃນເວລາປະມານ 21:10 ໂມງ ມີຄົນໄດ້ປຸ້ນເອົາຊັບຂອງຜູ້ກ່ຽວ ໂດຍໃຊ້ກ້ອນຫີນທຸບຫົວຈົນໝົດສະຕິ ເພື່ອປຸ້ນເອົາເງິນ ແລະ ລົດຈັກຫຼົບໜີ.

ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງຄວາມ ກໍໄດ້ລົງຈຸດເກີດເຫດທີ່ອານຸສາວະລີ ທ່ານ ສີທົນ ກົມມະດໍາ ບ້ານບັງລຽງ ເມືອງປາກຊ່ອງ ແຂວງຈໍາປາສັກ ພ້ອມທັງປະຕິບັດຕາມຫຼັກການວິຊາສະເພາະ, ມາຮອດວັນທີ 6 ມິຖຸນາ 2022, ສາມາດກັກຕົວຜູ້ກໍ່ເຫດ ຊື່ ທ້າວ ໂຫຼຍ ອາຍຸ 31 ປີ ບ້ານແກ ເມືອງໂພນທອງ ແຂວງຈໍາປາສັກ; ຜູ້ກ່ຽວສາລະພາບວ່າ: ໃນວັນທີ 25 ເມສາ 2022 ເວລາປະມານ 19:00 ໂມງ, ໄດ້ຍ່າງມາແຕ່ຫຼິ້ນແຕ່ພໍຍ່າງໄປຮອດທະນາຄານການຄ້າຕ່າງປະເທດສາຂາເມືອງປາກຊ່ອງ ພົບເຫັນ ທ້າວ ເຕ້ຍ (ຜູ້ຖືກເສຍຫາຍ) ນັ່ງຄາບລົດຈັກຢູ່ ແລະ ຜູ້ກ່ຽວຈຶ່ງເຂົ້າໄປຖາມວ່າ ເຈົ້າຊິໄປໃສ, ທ້າວ ເຕ້ຍ ຕອບວ່າຈະໄປທະນາຄານ.

ຈາກນັ້ນ, ທັງສອງກໍ່ໄດ້ໄປກິນຢູ່ໃນຮ້ານອາຫານ ຢູ່ຈຸດດັ່ງກ່າວໂດຍແມ່ນ ທ້າວ ເຕ້ຍ ເປັນຜູ້ຈ່າຍເງິນ; ເວລານັ້ນ, ສັງເກດເຫັນເງິນ ທ້າວ ເຕ້ຍ ຈຶ່ງເກີດມີແນວຄິດຢາກໄດ້ ພ້ອມທັງວາງແຜນຊັກ ຊວນ ທ້າວ ເຕ້ຍ ໃຫ້ຂັບລົດຈັກໄປສົ່ງຢູ່ຮ້ານຜູ້ສາວຢູ່ເຂດບ້ານບັງລຽງ ແຕ່ບໍ່ໄດ້ເຂົ້າຮ້ານຜູ້ສາວ. ຈາກນັ້ນ, ໄດ້ ຊວນທ້າວ ເຕ້ຍ ຂັບຂີ່ລົດໄປຫຼິ້ນຢູ່ອານຸສາວະລີ, ພໍ່ໄປຮອດຜູ້ກ່ຽວ ແມ່ນນັ່ງຢູ່ຂອບອ່າງນ້ໍາພຸ, ສ່ວນ ທ້າວ ເຕ້ຍ ແມ່ນນັ່ງຄາບລົດຈັກ ໄດ້ປະມານ 10 ນາທີ ສັງເກດເຫັນ ກ້ອນຫີນປະມານສ່ໍາຄ້ໍາປັ້ນ ຈຶ່ງຈັບເອົາກ້ອນຫີນມາຕີໃສ່ຫົວຂອງ ທ້າວ ເຕ້ຍ 1 ບາດ.

ເວລານັ້ນ, ທ້າວ ເຕ້ຍ ໄດ້ແລ່ນໜີຂຶ້ນເທິງລະບຽງອ່າງນໍ້າພຸອານຸ ສາວະລີ, ເມື່ອເປັນແນວນັ້ນ, ຜູ້ກ່ຽວຈຶ່ງເອົາກ້ອນຫີນໄລ່ຕີປະມານ 2-3 ບາດ ເຮັດໃຫ້ທ້າວ ເຕ້ຍ ສະຫຼົບ. ຈາກນັ້ນ, ກໍຈົກເອົາເງິນໃນຖົງໂສ້ງ ແລະ ເອົາລົດຈັກເວັບຈີນ ຂັບຂີ່ຫຼົບໜີໄປຫາພີ່ນ້ອງຢູ່ບ້ານນໍ້າປົດ, ເມືອງປາກຊ່ອງ, ແຂວງຈໍາປາສັກ ແລະ ໄດ້ນອນຢູ່ເຮືອນພີ່ນ້ອງ 1 ຄືນ.

ມື້ຕໍ່ມາ, ຈຶ່ງໄດ້ຂັບລົດຈັກຂອງ ທ້າວ ເຕ້ຍ ກັບມາບ້ານຂອງຜູ້ກ່ຽວ ແລະ ໄດ້ຂີ່ລົດໂດຍສານໄປຫາຫມູ່ ຢູ່ບ້ານພຽງດີ ເມືອງໂຂງ ແຂວງຈໍາປາສັກ. ຈົນຮອດທີ 4 ມິຖຸນາ 2022, ໄດ້ກັບມາພັກຢູ່ບ້ານພັກແຫ່ງຫນຶ່ງ ເຂດຫຼັກ 4 ນະຄອນປາກເຊ ແລະ ພັກຢູ່ບ້ານພັກ 2 ຄືນ.

ຮອດຕອນເຊົ້າຂອງວັນທີ 6 ມິຖຸນາ 2022, ໄດ້ຈ້າງຄົນຂັບລົດຈັກໃຫ້ໄປສົ່ງຢູ່ບ້ານແກ ເມືອງໂພນທອງ ແຂວງຈໍາປາສັກ ກ່ອນຖືກເຈົ້າຫນ້າທີ່ ປກສ ເມືອງ ໂພນທອງ ຈັບຕົວສົ່ງ ໃຫ້ເຈົ້າຫນ້າທີ່ ປກສ ເມືອງປາກຊ່ອງ ດໍາເນີນຄະດີຕາມຂັ້ນຕອນຂອງກົດຫມາຍ.

ແຫຼ່ງຂ່າວ: ຄວາມສະຫງົບ

ລັດຖະມົນຕີກະຊວງການເງິນ ສໍາເລັດການເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ

0

ໃນທ້າຍເດືອນກໍລະກົດ ຜ່ານມານີ້, ຄະນະນໍາຂັ້ນສູງຂອງກະຊວງການເງິນ ຊຶ່ງນໍາໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກທາງການ ທີ່ ສສ ຫວຽດນາມ, ຕາມຄໍາເຊີນຂອງ ທ່ານ ໂຮດຶກເຝີກ ລັດຖະມົນຕີກະຊວງການເງິນ ແຫ່ງ ສສ ຫວຽດນາມ, ເພື່ອສືບຕໍ່ປະຕິບັດພາລະກິດຕາມແຜນຍຸດທະສາດການຮ່ວມມື 5 ປີ (2021-2025) ແລະ ແຜນການຮ່ວມມືປີ 2022 ຂອງສອງກະຊວງການເງິນ ສປປ ລາວ ແລະ ສສ ຫວຽດນາມ.ການເດີນທາງເຄື່ອນໄຫວເຮັດວຽກ ທີ່ ສສ ຫວຽດນາມ ຄັ້ງນີ້, ຄະນະຜູ້ແທນກະຊວງການເງິນໄດ້ພົບປະແຜນການຮ່ວມມືຂອງສອງຝ່າຍ, ເພື່ອເສີມສ້າງສາຍພົວພັນສາມັກຄີມິດຕະພາບພິເສດຮ່ວມມືຮອບດ້ານ ທີ່ມີມາ ເປັນປະຫວັດສາດອັນຍາວນານ.

ສໍາລັບປີນີ້, ເປັນປີພິເສດທີ່ມີການສະເຫຼີມສະຫຼອງປີສາມັກຄີສາຍພົວພັນຄົບຮອບ 45 ປີ, ສາຍພົວພັນທາງການທູດ ຄົບຮອບ 60 ປີ ແລະ ການຮ່ວມມືຂອງສອງກະຊວງການເງິນຄົບຮອບ 18 ປີ. ໃນໄລຍະຢູ່ຢ້ຽມຢາມໄດ້ມີການຈັດພິທີສະຫຼອງຮ່ວມກັນດ້ວຍການແລກປ່ຽນມອບໃບຍ້ອງຍໍ ແລະ ປະດັບຫຼຽນໄຊແຮງງານຂອງສອງພັກ-ສອງລັດ ໃຫ້ແກ່ພະນັກງານກະຊວງການເງິນ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາເຂົ້າໃນການພັດທະນາຂົງເຂດການເງິນຕ່າງໆ.ໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງການເງິນ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ເລມິງ ຄ໋າຍ ເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຜູ້ຊີ້ນໍາເສດຖະກິດເພື່ອຂໍທິດຊີ້ນຳ, ແລກປ່ຽນທັດສະນະ ແລະ ລາຍງານສະພາບແຜນພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂບັນຫາຫຍຸ້ງຍາກດ້ານການເງິນ-ງົບປະມານ, ການປະຕິບັດວາລະແຫ່ງຊາດ ແລະ ມາດຕະການກະຕຸ້ນເສດຖະກິດ ແລະ ອື່ນໆ ໂດຍມີ ທ່ານຮອງເອກອັກຄະລັດຖະທູດ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຮ່ວມ.ພ້ອມນັ້ນ, ກໍໄດ້ດໍາເນີນການພົບປະສອງຝ່າຍນໍາໂດຍທ່ານລັດຖະມົນຕີກະຊວງການເງິນ ຂອງສອງປະເທດພ້ອມດ້ວຍກົມວິຊາການເງິນທີ່ກ່ຽວຂ້ອງເຂົ້າຮ່ວມ, ເພື່ອແລກປ່ຽນບົດຮຽນການຄຸ້ມຄອງການເງິນມະຫາພາກ ແລະ ການແກ້ໄຂບັນຫາຫຍຸ້ງຍາກທາງດ້ານການເງິນ-ງົບປະມານ.

ຈາກນັ້ນ, ກໍໄດ້ຖອດຖອນບົດຮຽນວິທີປະຕິບັດຕົວຈິງກັບວິຊາການຕາມແຜນເປັນຕົ້ນ: ວຽກງານຂອງຂະແໜງຊັບສິນແຫ່ງລັດການສ້າງນະໂຍບາຍຄຸ້ມຄອງເກັບລາຍຮັບຈາກຊັບສິນ, ການຂຸດຄົ້ນແຮ່ທາດ, ຊັບພະຍາກອນທໍາມະຊາດ, ການວິໄຈ, ກົນໄກການກໍານົດລາຄາ, ການແບ່ງຂັ້ນຄຸ້ມຄອງ ແລະ ການເກັບລາຍຮັບລວມສູນດ້ວຍລະບົບທັນສະໄໝ; ການລະດົມທຶນ, ການປຶກສາກັບທະນາຄານ BIDV ການກູ້ຢືມ ຫຼື ຊ່ວຍເຫຼືອ, ການທາບທາມຈໍາໜ່າຍພັນທະບັດ ແລະ ບັນຫາການຮ່ວມມືດ້ານການເງິນ ແລະ ວຽກງານອື່ນໆ.ນອກນັ້ນ, ຄະນະດັ່ງກ່າວໄດ້ລົງຢ້ຽມຢາມນະຄອນຮາຍຟອງ ພົບປະກັບເຈົ້າຄອງ, ຮອງເຈົ້າຄອງ ແລະ ຂະແໜງການເງິນເພື່ອແລກປ່ຽນບົດຮຽນການປະຕິບັດວຽກງານຕົວຈິງຢູ່ຂັ້ນທ້ອງຖິ່ນ, ການແບ່ງຂັ້ນຄຸ້ມຄອງປະຕິບັດລາຍຮັບ-ລາຍຈ່າຍ, ການເກັບອາກອນພາຍໃນ, ການເກັບພາສີທີ່ດິນ, ຊັບສິນຂອງລັດ, ການແຈ້ງພາສີ-ອາກອນສົ່ງອອກ-ນໍາເຂົ້າຂອງດ່ານທ່າເຮືອຮາຍຟອງ, ການບໍລິການລະບົບສາງສິນຄ້າ, ການໃຫ້ບຸລິມະສິດບໍລິສັດທີ່ໄດ້ຮັບມາດຕະຖານ ແລະ ການນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການບໍລິການຂອງດ່ານພາສີ.

ຂ່າວສານຈາກ: ກະຊວງການເງິນ

ຊົມເຊີຍ! ສຳເລັດການຝຶກຊ້ອມວຽກກູ້ຊີບ-ກູ້ໄພ ພິບັດທຳມະຊາດ ປະຈຳປີ 2022

0

ລາວ-ຫວຽດນາມ ສຳເລັດການຝຶກຊ້ອມວຽກກູ້ຊີບ-ກູ້ ໄພພິບັດທຳມະຊາດ ປະຈຳປີ 2022

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ທ້າຍເດືອນກໍລະກົດ ຜ່ານມາ, ສອງກຳລັງປ້ອງກັນຊາດ ລາວ-ຫວຽດນາມ ໄດ້ສຳເລັດບັ້ນອົບຮົມ-ຫັດແອບວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດ ທີ່ສະໜາມຫັດແອບບ້ານໄຊສີ ເມືອງໄຊເສດຖາ ແຂວງອັດຕະປື ໂດຍການເຂົ້າຮ່ວມຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ທ່ານ ເລ່ ງັອກ ປະທານຄະນະກຳມະການປະຊາຊົນແຂວງ, ຮອງຫົວໜ້າຜູ້ປະຈຳການ ຄະນະຊີ້ນຳການຝຶກຊ້ອມແຂວງກອມຕູມ, ມີບັນດາຫົວໜ້າຄະນະຊີ້ນຳພາກສະໜາມ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ບັ້ນອົບຮົມ-ຫັດແອບໃນຄັ້ງນີ້, ໃນເບື້ອງຕົ້ນ ໄດ້ເຕົ້າໂຮມບັນດາກຳລັງທັງສອງຝ່າຍ ເຊິ່ງປະກອບມີປະຊາຊົນ ພາຍໃນບ້ານເຂົ້າຮ່ວມ ເພື່ອທຳຄວາມເຂົ້າໃຈກ່ຽວກັບ ຂັ້ນຕອນການຮັບມື ກັບໄພພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ. ພ້ອມນີ້, ຄະນະຮັບຜິດຊອບທັງສອງຝ່າຍ ຈຶ່ງໄດ້ມີການຈຳລອງສະຖານະການໄພພິບັດ ເຊິ່ງປະກອບມີ: ເຮືອນຈຳລອງ ແລະ ລົມພາຍຸທຽມ, ພ້ອມທັງສະແດງຂັ້ນຕອນ, ວິທີຮັບມື ໂດຍກຳລັງທັງສອງຝ່າຍໄດ້ສາທິດການອົບພະຍົບ-ເຄື່ອນຍ້າຍຊີວິດ ແລະ ຊັບສິນທີ່ມີຄ່າ ຂອງປະຊາຊົນໄປສູ່ເຂດປອດໄພ, ໂດຍປະສານສົມທົບກັບພະນັກງານແພດ-ໝໍພາກສະໜາມ ເພື່ອທໍາການປະຖົມພະຍາບານຜູ້ບາດເຈັບ ໃຫ້ມີຄວາມປອດໄພຈາກສະພາບການດັ່ງກ່າວ.ຜ່ານການຈັດຕັ້ງປະຕິບັດ ພາຍໃຕ້ສະຖານະການອັນຮີບດ່ວນນັ້ນ ເຫັນໄດ້ວ່າ: ແບບແຜນວິທີການເຮັດວຽກ ຂອງສອງກໍາລັງອ້າຍ-ນ້ອງລາວ-ຫວຽດນາມ, ຫວຽດນາມ- ລາວ ໂດຍສະເພາະສອງກອງບັນຊາການທະຫານແຂວງອັດຕະປື ກັບກອງບັນຊາການທະຫານແຂວງກອມຕູມ ສສ ຫວຽດນາມ ໄດ້ດໍາເນີນໄປຢ່າງຟົດຟື້ນ ແລະ ມີຄວາມສາ ມັກຄີຢ່າງເລິກເຊິ່ງ, ປະຕິບັດ ແລະ ຟັງຄຳສັ່ງ ຂອງຜູ້ບັນຊາຢ່າງໜັກແໜ້ນ, ຮັບປະກັນຄວາມປອດໄພຂອງພໍ່ ແມ່ປະຊາຊົນໄດ້ດີຂຶ້ນ ເຊິ່ງໝາກຜົນຈາກການຝຶກອົບຮົມຄັ້ງນີ້ ເຊື່ອໄດ້ວ່າ ຖ້າຫາກເກີດໄພພິບັດ ທີ່ບໍ່ຄາດຫວັງກໍ່ຈະສາມາດຮັບມືໄດ້ຕາມສະພາບເງື່ອນໄຂຕົວຈິງ.ພາຍຫລັງສຳເລັດການຝຶກອົບຮົມ, ບັນດາຄະນະຊີ້ນຳທັງສອງຝ່າຍ, ພ້ອມດ້ວຍຄະ ນະພັກອຳນາດການປົກຄອງບ້ານກໍໄດ້ ພ້ອມກັນປຶກສາຫາລື ແລະ ຖອດຖອນບົດຮຽນ ທີ່ໄດ້ຈາກການຈັດຕັ້ງປະຕິບັດໃນຄັ້ງນີ້.

ພ້ອມນັ້ນ, ຄະນະຊີ້ນຳທັງສອງຝ່າຍ ຍັງໄດ້ຮຽກຮ້ອງໃຫ້ຄະນະບ້ານ ແລະ ປະຊາຊົນ ເປັນເຈົ້າການຍົກສູງໃນການຕິດຕາມກວດກາ ສະພາບພູມີປະເທດຢ່າງຮອບດ້ານ, ຫາກເກີດມີລົມພະຍຸ-ຝົນຕົກໜັກ ກໍໃຫ້ປະເມີນສະພາບຮີບດ່ວນ, ພ້ອມທັງລາຍງານຕໍ່ຂັ້ນເທິງ ເພື່ອຈະໄດ້ພ້ອມກັນຮີບຮ້ອນແກ້ໄຂໃຫ້ທັນກັບສະພາບການ ເຊິ່ງທັງໝົດນີ້ກໍ ຍ້ອນຄວາມຫ່ວງໄຍຂອງພັກ, ລັດຖະບານຂອງສອງປະເທດ ທີ່ມີຕໍ່ປະຊາຊົນ.

ຂ່າວ: ແສງຫລ້າ ກຸວົງສາ

ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ

0

ນະຄອນຫຼວງວຽງ​ຈັນ ເລັ່ງ​ແກ້​ໄຂ​ບັນ​ຫາ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ

ອົງ​ການ​ປົກ​ຄອງ​ນະ​ຄອນຫຼວງວຽງ​ຈັນ ໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອແກ້ໄຂ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ສັງ​ຄົມ ໂດຍ​ສະ​ເພາະ​ແມ່ນບັນຫາບັນຫາຢາເສບຕິດ, ອຸບັດເຫດຕາມທ້ອງຖະໜົນ, ການປຸ້ນຈີ້ ຊິງຊັບ ຊຶ່ງການແກ້ໄຂບັນຫາດັ່ງກ່າວ ​ແມ່ນຫັນເອົານິຕິກໍາຂອງລັດຖະບານ, ຂັ້ນກະຊວງ ມາຈັດຕັ້ງຜັນຂະຫຍາຍຢູ່ທ້ອງຖິ່ນຕາມຈຸດພິເສດຂອງຕົນ ເປັນຕົ້ນແມ່ນປະຕິບັດວຽກງານຈຸດສຸມ 3 ຫຼຸດ 3 ເພີ່ມ.

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2022 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນເປີດເຜີຍຕໍ່ສື່ມວນຊົນໃນວັນທີ 21 ກໍລະກົດ ນີ້ວ່າ: ໃນໄລຍະ 6 ເດືອນຜ່ານມາ ນະ​ຄອນຫຼວງວຽງ​ຈັນ ໄດ້ປະສານກັບກະຊວງກ່ຽວຂ້ອງ, ​ພ້ອມ​ທັງ​ຊີ້ນໍາອົງການປົກຄອງເມືອງ, ບ້ານ ໃຫ້ການຮ່ວມມື ອໍານວຍຄວາມສະດວກໃຫ້ພະນັກງານຮາກຖານ, ກຳລັງວິຊາສະເພາະ ລົງໂຄສະນາເຜີຍແຜ່ ສຶກສາອົບຮົມ ສ້າງຄວາມຮັບຮູ້ ເຂົ້າໃຈຕໍ່ກົດໝາຍ, ລະບຽບການຢູ່ແຕ່ລະຮາກຖານບ້ານ, ໂດຍກໍາລັງປ້ອງກັນຄວາມສະຫງົບລົງເຮັດໂດຍກົງໃນການເຜີຍແຜ່, ເຮັດໄປຄູ່ກັນ ກັບການອອກຂ່າວໂຄສະນາຜ່ານສື່ຕ່າງໆ ໃຫ້ສັງຄົມເຫັນໄດ້ຜົນກະທົບດ້ານຫຍໍ້ທໍ້ທີ່ເກີດຈາກການລະເມີດລະບຽບກົດໝາຍຕ່າງໆ, ຜົນຮ້າຍຂອງຢາເສບຕິດ, ເຮັດວຽກງານສຶກສາອົບຮົມທາງລວງກວ້າງ ແລະ ລວງເລິກເປັນແຕ່ລະເປົ້າໝາຍ ເຊັ່ນ:

ເປົ້າໝາຍຜູ້ມີປະຫວັດກະທໍາຜິດ, ເປົ້າໝາຍ ຜູ້ພົວພັນສິ່ງເສບຕິດ ແລະ ເປົ້າໝາຍອື່ນໆຕາມຫຼັກວິຊາສະເພາະຂອງ ປກສ, ທັງໝົດແມ່ນ ເພື່ອສ້າງສະຕິເປັນເຈົ້າການຂອງສັງຄົມ ໃນການເຂົ້າຮ່ວມແກ້ໄຂ ຢ່າງເປັນຂະບວນ. ນອກ​ຈາກ​ນີ້ ຍັງກວດກາຕິດຕາມ ດໍາເນີນມາດຕະການຕໍ່ຜູ້ລະເມີດ ເຂັ້ມງວດຂຶ້ນ, ມີການປັບໃໝ, ດໍາເນີນຄະດີ ຕໍ່ແຕ່ລະເປົ້າໝາຍ ຊຶ່ງເຫັນວ່າມີຫຼາຍສົມຄວນ ເຊັ່ນ: ສະເພາະບັນຫາຢາເສບຕິດ ໃນ 6 ເດືອນຕົ້ນປີ ແກ້ໄຂໄດ້ 364 ເລື່ອງ, ກັກຕົວ 560 ຄົນ, ຍິງ 83 ຄົນ, ສາມາດຢຶດຂອງກາງໄດ້ ປະ​ເພດຢາບ້າ 3.768.696 ເມັດ, ຢາໄອສ 37 ກິໂລ ກັບ 215,7 ກຣາມ ແລະ 72 ຖົງນ້ອຍ, ລົດຈັກ 26 ຄັນ, ລົດໃຫຍ່ 7 ຄັນ, ປືນສັ້ນ 13 ກະບອກ, ພ້ອມລູກປືນ 139 ລູກ, ປືນແກັບ 2 ກະບອກ; ຄະດີພວມດໍາເນີນຢູ່ຂັ້ນເຈົ້າໜ້າທີ່ ມີທັງໝົດ 846 ເລື່ອງ, ສົ່ງໄອຍະການ 400 ເລື່ອງ ຍັງສືບຕໍ່ດໍາເນີນ 446 ເລື່ອງ ມີຜູ້ຖືກຫາ 641ຄົນ ຍິງ 91 ຄົນ.

ການແກ້ໄຂສະພາບຄວາມແອອັດ, ບັນຫາອຸບັດເຫດຕາມທ້ອງຖະໜົນ ແມ່ນໄດ້ດໍາເນີນ 3 ວຽກງານຄຽງຄູ່ກັນ,

ໜຶ່ງ: ແກ້ໄຂ ດ້ານເຕັກນິກເສັ້ນທາງແມ່ນໄດ້ມີການຈັດສັນກໍານົດເສັ້ນທາງຂຶ້ນທາງລ່ອງຄືນໃໝ່, ການຈັດສັນກໍານົດສະຖານທີ່ຈອດລົດ, ການປັບປຸງທາງຮ່ອມທາງຊອຍທີ່ຊ່ວຍລະບາຍລົດ;

ສອງ: ດໍາເນີນມາດຕະການກວດກາ ປົກກະຕິ ແລະ ສຸມໃສ່ກວດກາ ການລະເມີດກົດຈໍລະຈອນ ເຊັ່ນ: ກໍລະນີຈອດລົດ ບໍ່ຖືກກັບເສັ້ນ, ປ້າຍກໍານົດ, ກວດກາປະລິມານທາດເຫຼົ້າໃນຜູ້ຂັບຂີ່ພາຫະນະ, ສ້າງສະຕິເຄົາລົບກົດຈໍລະຈອນ, ເພີ່ມກໍາລັງເຈົ້າໜ້າທີ່ ເຂົ້າປະຈໍາການ ແລະ ແນະນໍາຕາມຈຸດທາງຄົບທາງແຍກໃນເວລາຊົ່ວໂມງເລັ່ງດ່ວນ;

ສາມ: ແມ່ນການເຜີຍແຜ່ ໂຄສະນາໃຫ້ຄວາມຮູ້ ກົດໝາຍທາງຫຼວງ, ກົດຈໍລະຈອນ ສ້າງສະຕິຕື່ນຕົວເຂົ້າຮ່ວມຂອງສັງຄົມ. ທ່ານໃຫ້ຮູ້ຕື່ມວ່າ: ກ່ຽວກັບວຽກງານປ້ອງກັນສະກັດກັ້ນ ແລະ ແກ້ໄຂອາຊະຍາກໍາປຸ້ນຊັບ, ຊີງຊັບ ໃນຄວາມຮັບຜິດຊອບຂອງອົງການປົກຄອງທ້ອງຖິ່ນ ອັນຫຼັກໆ ກໍແມ່ນໄດ້ເອົາໃຈໃສ່ເຮັດວຽກງານໂຄສະນາຕ້ານອາຊະຍາກໍາໃນສັງຄົມຜ່ານສື່ຕ່າງໆ ແລະ ລົງ​ເຜີຍ​ແຜ່​ຢູ່ຮາກຖານບ້ານເພື່ອໂຄສະນາຍົກສູງສະຕິລະວັງຕົວໃຫ້ແກ່ພົນລະເມືອງຢູ່ຮາກຖານຢ່າງກວ້າງຂວາງ.

ລະດົມໃຫ້ອໍານາດການປົກຄອງບ້ານ, ອົງການຈັດຕັ້ງມະຫາຊົນຂັ້ນບ້ານ, ໃຫ້ຂໍ້ມູນຂຶ້ນບັນຊີເປົ້າ ໝາຍປຸ້ນ, ຊີງຊັບ ຢູ່ແຕ່ລະພື້ນທີ່, ໃຫ້ຂໍ້ມູນແກ່ເຈົ້າໜ້າທີ່ ທີ່ເຮັດວຽກງານສືບຂ່າວອາຍາ-ຕິດຕາມ, ພ້ອມທັງ ໃຫ້ແຕ່ລະຄົວເຮືອນໄດ້ມີສ່ວນຮ່ວມ ບົນພື້ນຖານການປະສານສົມທົບຢ່າງກົມກຽວກັບ ວິຊາສະເພາະ ຂອງກະຊວງປ້ອງກັນຄວາມສະຫງົບ; ​ປກ​ສ ນະ​ຄອນຫຼວງ, ປກສ ເມືອງ, ປກສ ກຸ່ມ ແລະ ອໍານາດການປົກຄອງບ້ານ.

(ຂ່າວ-ພາບ:ສຳນານ)

ດ່ວນ! ກັກໂຕເຈ້ທິບໄດ້ແລ້ວ

0

ຂ່າວດ່ວນ! ຕຳຫຼວດ ຕມ. ບຸກກັກໂຕ ເຈ້ທິບ ຫຼື ນາງພອນທິບ ໄຊປັນຍາ ແລະ ສາມີ ທີ່ໄດ້ໜີຂ້າມປະເທດມາໄທໄດ້ແລ້ວ ທີ່ໂຮງແຮມ ເຂດລັງສິດຄອງ 5.

ຂະນະນີ້ຢູ່ໃນລະຫວ່າງເຂົ້າກວດຄົ້ນຕາມຈຸດຕ່າງເພື່ອຫາລັກຖານເພີ່ມເຕີມ.

ຕິດຕາມລາຍລະອຽດເພີ່ີມເຕີມພາຍຫຼັງ.

ອ້າງອີງ:

https://www.facebook.com/photo/?fbid=3199980690320033&set=pcb.3199973186987450

ສານປະຊາຊົນແຂວງວຽງຈັນຕັດສິນຈຳເລີຍ 3 ຄົນ

0

ສານປະຊາຊົນແຂວງວຽງຈັນຕັດສິນຈຳເລີຍ 3 ຄົນ

ໃນວັນທີ 21 ກໍລະກົດ 2022 ຜ່ານມານີ້ ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີຈຳເລີຍຈຳນວນ 3 ຄົນຄື: ນາງ ພອນ, ອາຍຸ 49 ປີ, ອາຊີບ ຄ້າ-ຂາຍ, ທ້າວ ຄໍາ ອາຍຸ 46 ປີ, ອາຊີບ ຊາວນາ, ທ້າວ ແດັດ ອາຍຸ 24 ປີ, ອາຊີບ ກຳມະກອນ ທັງສາມແມ່ນຄອບຄົວດຽວກັນອາໃສຢູ່ບ້ານ ຫຼັກ 52 ເມືອງໂພນໂຮງ ແຂວງວຽງຈັນ ພວກກ່ຽວທັງ 3 ຄົນ ຖືກກັກຕົວໃນວັນທີ 25 ພະຈິກ 2019 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ປະເພດຢາບ້າ ຈຳນວນ 30.000 ເມັດ ດັ່ງນັ້ນ, ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ, ນາງ ພອນ ອາຍຸ 49 ປີ, ທ້າວ ຄໍາ ອາຍຸ 46 ປີ, ປະຫານຊີວິດ ພ້ອມປັບໄໝ 500.000.000 ກີບ ແລະ ທ້າວ ແດັດ ອາຍຸ 24 ປີ ສານຕັດສິນລົງໂທດ 2 ປີ 7 ເດືອນ 6 ວັນ ປັບໄໝ 10.000.000 ກີບ ສ່ວນຂອງກາງແມ່ນໄດ້ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງຈູດທຳລາຍຖິ້ມ.

.

.

ແຫຼ່ງຂໍ້ມູນ: Viengchan Police news

ເປີດການນໍາໃຊ້ລະບົບຖານຂໍ້ມູນຂ່າວສານຄຸ້ມຄອງການສຶກສາ ແລະ ກິລາ

0

ໃນວັນທີ 25 ກໍລະກົດ ຜ່ານມານີ້ທີ່ ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດການນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງການສຶກສາ ແລະ ກິລາ ຂອງ ສປປ ລາວ (LESMIS) ຢ່າງເປັນທາງການ ຊຶ່ງເປັນລະບົບດີຈີຕອນ ທີ່ຈະຊ່ວຍອຳນວຍຄວາມສະດວກໃນການເຂົ້າເຖິງຂໍ້ມູນດ້ານການສຶກສາ, ວິທະຍາສາດ ແລະ ກິລາ ໃນ ສປປ ລາວ ຢ່າງວ່ອງໄວ ເພື່ອຊ່ວຍສະໜັບສະໜູນການຕິດຕາມ, ປະເມີນຜົນ ແລະ ກຳນົດນະໂຍບາຍຕ່າງໆຂອງຂະແໜງການ. ໃຫ້ກຽດເປັນປະທານໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານນາງ ອີນາ ມາກຊີອູລີໂອເນເຕ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ, ແລະ ທ່ານນາງ ປີອາ ເຣເບລໂລ ບີຣໂຕ ຜູ້ຕາງໜ້າອົງການອຸຍນີເຊບ ປະຈຳ ສປປ ລາວ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ແລະ ຄູ່ຮ່ວມພັດທະນາ.ທ່ານ ພຸດ ສິມມາລາວົງ ຍັງໄດ້ສະແດງຄວາມຂອບໃຈຕໍ່ ສະຫະພາບເອີຣົບ ແລະ ອົງການອຸຍນີເຊັບ ທີ່ໄດ້ໃຫ້ການສະໜັບສະໜູນໃນການພັດທະນາລະບົບ LESMIS ພາຍໃຕ້ແຜນງານການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສາໃນ ສປປ ລາວ (PSES) ອີກດ້ວຍ.

ຂໍ້ມູນທີ່ມີຄຸນນະພາບນັ້ນມີຄວາມສຳຄັນຫຼາຍ ເເລະ ຈະຊ່ວຍໃຫ້ເຂົ້າໃຈເຖິງຄວາມຕ້ອງການດ້ານການຮຽນຂອງເດັກນ້ອຍຫຼາຍຂຶ້ນ. ລະບົບ LESMIS ຈະເຮັດໜ້າທີ່ເປັນລະບົບຄຸ້ມຄອງຂໍ້ມູນສູນກາງທີ່ຈະຊ່ວຍສະໜອງການເຂົ້າເຖິງຂໍ້ມູນການສຶກສາທັງໝົດໃນ ສປປ ລາວ ຊຶ່ງຂໍ້ມູນເຫຼົ່ານີ້ ເເມ່ນມີຄວາມສໍາຄັນເປັນພິເສດໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ກ່ອນການພັດທະນາລະບົບ LESMIS, ກະຊວງສຶກສາທິການ ແລະ ກິລາ ໄດ້ນຳໃຊ້ລະບົບຄຸ້ມຄອງຂໍ້ມູນຫຼາຍໆແບບ ຊຶ່ງແຕ່ລະລະບົບເເມ່ນມີຂໍ້ມູນສຳຄັນກ່ຽວກັບການສຶກສາໃນ ສປປ ລາວ ເເລະ ຄຸ້ມຄອງໂດຍພາກສ່ວນຕ່າງໆ.

ແຕ່ຍ້ອນການນຳໃຊ້ລະບົບຄຸ້ມຄອງຂໍ້ມູນຫຼາຍໆອັນ ຈຶ່ງເຮັດໃຫ້ເກີດມີຄວາມຫຍຸ້ງຍາກໃນການນໍາໃຊ້ຂໍ້ມູນເຫຼົ່ານີ້ຢ່າງເຕັມປະສິດຕິພາບ ແລະ ບາງຄັ້ງກໍເຮັດໃຫ້ເກີດມີຄວາມຊໍ້າຊ້ອນໃນການເກັບກໍາຂໍ້ມູນນັບຕັ້ງແຕ່ຂັ້ນເມືອງຈົນເຖິງຂັ້ນໂຮງຮຽນ. ດັ່ງນັ້ນ, LESMIS ຈະຊ່ວຍແກ້ໄຂສິ່ງທ້າທາຍໃນດ້ານນີ້ ແລະ ຍັງຈະເປັນລະບົບທີ່ສາມາດເຂົ້າເຖິງໄດ້ຜ່ານທາງອອນລາຍ ແລະ ໃນຮູບເເບບ ແອັບ, ໂດຍຂັ້ນສູນກາງ ຫຼື ຂັ້ນທ້ອງຖິ່ນ ແລະ ໂຮງຮຽນ.ທ່ານນາງ ອີນາ ມາກຊີອູລີໂອເນເຕ ກ່າວວ່າ: ລະບົບ LESMIS ຖືກອອກແບບມາເພື່ອເປັນລະບົບຄຸ້ມຄອງຂໍ້ມູນສູນກາງສໍາລັບຂະແໜງການ ແລະ ຈະປັບປຸງການຄຸ້ມຄອງຂໍ້ມູນການສຶກສາໂດຍລວມໃນ ສປປ ລາວ ທ່ານຍັງໄດ້ກ່າວອີກວ່າ:

ສະຫະພາບເອີຣົບ ແລະ ອົງການອຸຍນີເຊັບ ມຸ່ງໝັ້ນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນເເກ່ ກະຊວງສຶກສາທິການ ແລະ ກິລາ ໃນການບັນລຸເປົ້າໝາຍທີ່ກໍານົດໄວ້ໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ (ESSDP) ເຊັ່ນດຽວກັນ. ທ່ານ ປີອາ ເຣເບລໂລ ບີຣໂຕ ກ່າວວ່າ: ລະບົບ LESMIS ຍັງຈະສືບຕໍ່ຜັນຂະຫຍາຍ ນັບຈາກນີ້ເປັນຕົ້ນໄປ ເເລະ ຍັງຈະມີລະບົບຂໍ້ມູນຂ່າວສານການສຶກສາອື່ນໆເພີ່ມຕື່ມ ທີ່ຈະຖືກປະກອບເຂົ້າໃນລະບົບ LESMIS ພາຍໃຕ້ການຊີ້ນໍາຂອງ ກະຊວງສຶກສາທິການ ແລະ ກິລາ. ຄຽງຄູ່ກັນນີ້, ອົງການອຸຍນີເຊັບ ຍັງຄົງໃຫ້ຄໍາໝັ້ນສັນຍາທີ່ຈະສືບຕໍ່ສະໜັບສະໜູນ ພ້ອມກັບຄູ່ຮ່ວມງານຂອງພວກເຮົາ, ອົງການອຸຍນີເຊັບ ຈະສືບຕໍ່ສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການດຳເນີນວຽກງານຂອງ LESMIS ແລະ ການສ້າງຄວາມສາມາດຂອງພະນັກງານເພື່ອໃຫ້ສາມາດ ນຳໃຊ້ລະບົບດັ່ງກ່າວໄດ້ຢ່າງເຕັມທີ່.ເພື່ອສະໜັບສະໜູນການເປີດການນຳໃຊ້ລະບົບ LESMIS ແລະ ວຽກງານອື່ນໆ, ສະຫະພາບເອີຣົບ ແລະ ອົງການອຸຍນີເຊັບ ຍັງໄດ້ມອບອຸປະກອນ ICT ໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ ຊຶ່ງອຸປະກອນເຫຼົ່ານີ້ແມ່ນໄດ້ຖືກຈັດຊື້ພາຍໃຕ້ ແຜນງານການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສາໃນ ສປປ ລາວ (PSES).

ອຸປະກອນດັ່ງກ່າວປະກອບມີ ຄອມພີວເຕີໂນດບຸກ 333 ເຄື່ອງ, ແທັບເລັດ 1.668 ໜ່ວຍ ແລະ ໂທລະທັດພ້ອມຊຸດຈານຮັບສັນຍານ 456 ຊຸດ. ອຸປະກອນດັ່ງກ່າວຍັງຈະຊ່ວຍສະໜັບສະໜູນ ກະຊວງ ໃນການຍົກລະດັບທັກສະດ້ານດີຈີຕອນ ໃນຂົງເຂດວຽກງານທີ່ສຳຄັນອື່ນໆ ພາຍໃຕ້ PSES, ລວມເຖິງວຽກງານປະກັນຄຸນນະພາບການສຶກສາ ແລະ ການເຜີຍແຜ່ ຖານຂໍ້ມູນການຮຽນ-ການສອນອອນລາຍຂອງ ກະຊວງສຶກສາທິການ ແລະ ກິລາ ຄັງປັນຍາລາວ ລວມມູນຄ່າ 899.000 ໂດລາ.ນອກຈາກນັ້ນ, ຍັງໄດ້ມີການມອບຊຸດອຸປະກອນ ICT ອີກຈຳນວນໜຶ່ງເພີ່ມຕື່ມໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ ຊຶ່ງສະໜອງໃຫ້ໂດຍຜ່ານການສະໜັບສະໜູນຂອງ ກອງທຶນຮ່ວມມືສາກົນເພື່ອການສຶກສາ (GPE), ເພື່ອປະກອບສ່ວນເຂົ້າໃນວຽກງານການຕອບໂຕ້ ພະຍາດໂຄວິດ-19 ຂອງຂະແໜງການສຶກສາ. ອຸປະກອນຊຸດນີ້ປະກອບມີ ຄອມພີວເຕີໂນດບຸກ 200 ເຄື່ອງ, ໂປເຈັກເຕີເຄື່ອນທີ່ 200 ເຄື່ອງ, ແທັບເລັດ 450 ໜ່ວຍ ແລະ ໂທລະທັດ 300 ຊຸດ. ລວມມູນຄ່າ 364.724 ໂດລາ.ຂໍ້ມູນຈາກ: ອົງການອຸຍນີເຊັບ

ສະຫະລັດອາເມລິກາໃຫ້ທຶນສະໜັບສະໜູນ ຈໍານວນ 8.5 ລ້ານໂດລາສະຫາລັດ ສໍາລັບການປະຕິບັດວຽກງານກວດກູ້ລະເບີດບໍ່ທັນແຕກ

0

ລັດຖະບານ ສະຫະລັດອາເມລິກາ ໄດ້ໃຫ້ທຶນສະໜັບສະໜູນເພິ່ມເຕີມ ແກ່ອົງການເກັບກູ້ລະເບີດ ແມັກ ຈໍານວນທັງໝົດ 8.500.000 ໂດລາສະຫະລັດ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານການສໍາຫຼວດ, ກວດກູ້ ລະເບີດບໍ່ທັນແຕກ ແລະ ການໂຄສະນາສຶກສາຄວາມສ່ຽງ ຕໍ່ກັບ ລບຕ ຢູ່ໃນແຂວງ ຊຽງຂວາງ, ສໍາລັບໄລຍະເວລາ 12 ເດືອນ.

ລູກລະເບີດ ທີ່ບໍ່ທັນແຕກ (ລບຕ) ທີ່ຕົກຄ້າງ ຢູ່ໃນ ສປປ ລາວ ຍັງຄົງສືບຕໍ່ເປັນໄພຄຸກຄາມຫຼັກ ຕໍ່ກັບດ້ານມະນຸດສະທໍາ – ໂດຍສະເພາະກຸ່ມຄົນທີ່ມີຄວາມສ່ຽງ ທີ່ອາໄສຢູ່ບັນດາບ້ານ ແລະ ຕົວເມືອງ ໃນເຂດຊົນນະບົດ. ວຽກງານຂອງອົງການເກັບກູ້ລະເບີດ ແມັກ (MAG) ກໍ່ຄືການກວດກູ້ພື້ນທີ່ດິນ ແລະ ໃຫ້ການໂຄສະນາສຶກສາຄວາມສ່ຽງ ຕໍ່ກັບ ລບຕ ເພື່ອຫຼຸດຜ່ອນອຸປະຕິເຫດທີ່້ເກີດຈາກ ລບຕ, ສະໜອງພື້ນທີ່ດິນທີ່ມີຄວາມປອດໄພ ເຂົ້າໃນບັນດາກິດຈະກໍາ ດ້ານກະສິກໍາ, ການພັດທະນາພື້ນຖານໂຄງຮ່າງ, ແລະ ຊ່ວຍໃນການພັດທະນາ ເສດຖະກິດ-ສັງຄົມ ໂດຍລວມ ຂອງ ສປປ ລາວ.

ແຫຼ່ງຂ່າວຈາກ: ສະຖານທູດອາເມລິກາປະຈຳລາວ

ໂຮງຮຽນໃນເມືອງປາກລາຍເສຍຫາຍຈາກນໍ້າຖ້ວມ ມູນຄ່າ 250 ລ້ານກວ່າກີບ

0

ຕາມແຫລ່ງຂ່າວຈາກ ເມືອງປາກລາຍ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ວັນທີ 26ກໍລະກົດ 2022 ນີ້, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ທ່ານ ກອງສີ ວົງສີ ເຈົ້າເມືອງປາກລາຍ ພ້ອມຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ຂະໜງການກ່ຽວຂ້ອງ ລົງຕິດຕາມກວດກາເບິ່ງຜົນເສຍຫາຍຈາກໄພນໍ້າຖ້ວມ ໂຮງຮຽນປະຖົມບ້ານຫ້ວຍຕ່າງ ເມືອງປາກລາຍ.

ອີງຕາມບົດລາຍງານ ການເກັບກໍາຂໍ້ມູນຜົນເສຍຫາຍຈາກ ຫ້ອງການສຶກສາທິການ ແລະ ກິລາເມືອງປາກລາຍ ໃຫ້ຮູ້ວ່າ: ຕອນເຊົ້າວັນທີ 21 ກໍລະກົດ ຜ່ານມາ ເກີດມີຝົນ ຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງ ເຮັດໃຫ້ລະດັບນໍ້າຫວ້ຍແລງ ທີ່ຕິດກັບໂຮງຮຽນປະຖົມບ້ານຫວ້ຍຕ່າງ ຍຶ່ງຂຶ້ນສູງ ໄຫລຖ້ວມໂຮງຮຽນດັ່ງກ່າວຢ່າງກະທັນຫັນ ແລະ ຖືກກະແສນໍ້າພັດໄປ ເຮັດໃຫ້ມີຜົນເສຍຫາຍປະກອບມີ: ອາຄານຮຽນ 1 ຫລັງ, ຝາໂຮງຮຽນທະລຸ 4 ດ້ານ, ກະດານ 4 ແຜ່ນ, ໂຕະຄູ ແລະ ນັກຮຽນ 34 ຊຸດ, ຕູ້ເອກະສານ 1 ໜວ່ຍ, ອຸປະກອນການຮຽນ-ການສອນ ແລະ ເຄື່ອງໃຊ້ພາຍໃນໂຮງຮຽນຈໍານວນໜຶ່ງ, ລວມມູນຄ່າເສຍຫາຍທັງໝົດ 250 ລ້ານກວ່າກີບ.

ຕໍ່ກັບເຫດການ ແລະ ຜົນເສຍຫາຍດັ່ງກ່າວ, ທ່ານຮອງເຈົ້າແຂວງໄຊຍະບູລີ ກໍໄດ້ຮຽກຮ້ອງມາຍັງ ຄະນະກໍາມະການຄຸ້ມຄອງໄພພິບັດແຕ່ລະຂັ້ນ, ອົງການປົກຄອງເມືອງປາກລາຍ, ຂະແໜງການກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານ ຈະໄດ້ພ້ອມກັນສຸມໃສຄົ້ນຄວ້າ ປຶກສາຫາລືກັນຢ່າງຮີບດ່ວນ ເພື່ອຫາແຫລ່ງທຶນປະກອບສ່ວນເຂົ້າໃນການ ສ້ອມແປງ ແລະ ປຸກສ້າງໂຮງຮຽນດັ່ງກ່າວ ເພື່ອໃຫ້ລູກຫລານ ໄດ້ເຂົ້າໂຮງຮຽນເປັນປົກກະຕິ ໃນມື້ໄຂສົກຮຽນໃໝ່ທີ່ຈະມາເຖິງນີ້.ນອກຈາກໂຮງຮຽນ ໄດ້ຮັບຜົນເສຍຫາຍແລ້ວ, ຍັງມີເຮືອນ, ເຂົ້ານາທີ່ກໍາລັງປັກດໍາ ແລະ ຜົນຜະລິດກະສິກໍາ ຂອງພໍ່ແມ່ປະຊາຊົນຈໍນວນໜຶ່ງ ກໍຖືກກະແສນໍ້າພັດໄປ ເຊັ່ນດຽວກັນ.

ແຫຼ່ງຂ່າວ: ຂປລ