Home Blog Page 40

ເພື່ອສົ່ງເສີມການເດີນທາງ,​ ການບໍລິການດ້ານການທ່ອງທ່ຽວພາຍໃນ

0

ເປີດ​ຄືນ​ ສາຍການບິນ ປາກເຊ​ -​ ໂຮ່ຈິມິນ -​ ປາກເຊ

ວັນທີ 19 ກໍລະກົດ 2022,​ ລັດວິສາຫະກິດການບິນລາວ ສາຂາ​ແຂວງຈໍາປາສັກ​ ໄດ້ຈັດພິທີຕ້ອນຮັບຜູ້ໂດຍສານສາຍຕ່າງປະເທດ ເສັ້ນທາງ ປາກເຊ​ -​ ໂຮ່ຈິມິນ​ – ປາກເຊ​.​ ​ເຂົ້າຮ່ວມ​ພິທີ ມີ​ ທ່ານ​ ສູນທະລັກ ນາມຜົນ ຫົວໜ້າ​ລັດວິສາຫະກິດການບິນລາວ ສາຂາແຂວງຈໍາປາສັກ,​ ທ່ານ​ ສົມພະໄທ ເກດມາລາ ຫົວໜ້າ​ຂະແໜງ​ທ່ອງທ່ຽວ​ ພະແນກ​ຖະແຫຼ່ງຂ່າວ,​ ວັດທະນະທຳ​ ແລະ​ ທ່ອງທ່ຽວ​ ແຂວງ​ ພ້ອມດ້ວຍພະນັກງານວິຊາການ ພ້ອມດ້ວຍເຈົ້າໜ້າທີ່ລັດວິສາຫະກິດການບິນລາວ​ ແລະ​ ໜ່ວຍງານທີ່ກ່ຽວຂ້ອງ​ ເຂົ້າຮ່ວມ.​

ລັດວິສາຫະກິດ ການບິນລາວ ໄດ້ເລີ່ມເປີດຄືນ ສາຍຕ່າງປະເທດ ທີ່ເດີນທາງເຂົ້າ​ – ອອກ ສະໜາມບິນສາກົນ ປາກເຊ ໂດຍສະເພາະ ເສັ້ນທາງ ປາກເຊ​ – ນະຄອນຫຼວງໂຮ່ຈິມິນ​ ສສ​ ຫວຽດນາມ​ – ປາກເຊ ເຊິ່ງຈະເປີດບໍລິການທຸກໆວັນຄານ ແລະ ວັນເສົາ,​ ລາຄາ ເລີ່ມຕົ້ນ​ ຢູ່ທີ່ 117 ໂດລາສະຫະລັດ/ຄົນ.​ ພ້ອມນີ້​ລັດວິສາຫະກິດການບິນລາວ ຍັງໄດ້ເປີດບໍລິການເດີນທາງ ເຂົ້າ​ – ອອກ​ ພາຍໃນປະເທດ ຄື: ເສັ້ນທາງ ປາກເຊ – ວຽງຈັນ – ປາກເຊ ເຊິ່ງບິນທຸກວັນ ອອກເວລາ 9:50 ໂມງ,​ ດ້ວຍເຮືອບິນ ແອຣ໌ບັດ.​

ທັງນີ້​ ​ກໍເພື່ອເປັນການໂຄສະນາ ແລະ​ ສົ່ງເສີມການເດີນທາງ,​ ການບໍລິການດ້ານການທ່ອງທ່ຽວພາຍໃນແຂວງຈໍາປາສັກໃຫ້ມີບັນຍາກາດ ແລະ​ ສີສັນ ພາຍຫຼັງທີ່ຜ່ານສະພາບການແຜ່ລະບາດ ຂອງພະຍາດໂຄວິດ​ 19. ຈອງປີ້ໄດ້ແລ້ວມື້ນີ້​ ທີ່ www.laoairlines.com ແລະ ແອັບ Lao Airlines, ຫ້ອງຂາຍປີ້ເຮືອບິນການບິນລາວ ແລະ ຕົວແທນຈໍາໜ່າຍປີ້ເຮືອບິນ.​

ສອບຖາມຂໍ້ມູນເພີ່ມເຕີມໂທ 031 212 252,​ 031 251 921, ວອສແອັບ +856 20 59 642 555

ແຫຼ່ງຂ່າວ: ໜັງສືພິມຈຳປາໃໝ່ 𝐂𝐡𝐚𝐦𝐩𝐚𝐦𝐚𝐢 𝐍𝐞𝐰𝐬𝐩𝐚𝐩𝐞𝐫

ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນຮຽບຮ້ອຍແລ້ວ!

0

ພິທີຕ້ອນຮັບໜ່ວຍແພດ “ຂະບວນລົດໄຟສັນຕິພາບ” ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຈັດຂຶ້ນໃນວັນທີວັນທີ 19 ກໍລະກົດ 2022 ທີ່ສະຖານີລົດໄຟວຽງຈັນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ພົວ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການ, ຮອງຜູ້ຮັບຜິດຊອບຂະບວນລົດໄຟສັນຕິພາບ 2022, ທ່ານ ພົວ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ພ້ອມດ້ວຍນາຍທະຫານເຂົ້າຮ່ວມ.

ທ່ານ ພົວບົວສິງ ອິນທະວົງ ໄດ້ກ່າວວ່າ: ຕາງໜ້າກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ພະລາທິການກອງ ທັບປະຊາຊົນລາວ ສະແດງຄວາມຍິນດີ, ຊົມເຊີຍ ແລະຕ້ອນ ຮັບ “ຂະບວນລົດໄຟສັນຕິພາບ 2022” ທີ່ໄດ້ເດີນທາງຕາມເສັ້ນທາງລົດໄຟລາວ-ຈີນ ມາຮອດນະຄອນຫລວງວຽງຈັນ ດ້ວຍຄວາມສະຫວັດດີພາບ ແລະ ປອດໄພ.

ຂະບວນລົດໄຟສັນຕິພາບ ມີຄວາມສໍາຄັນໃນການເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບ ລະຫວ່າງສອງຊາດ, ສອງກອງທັບ ໃຫ້ມີຄວາມໜັກແໜ້ນ ແລະ ເຂົ້າສູ່ລວງເລິກເທື່ອລະກ້າວ.ທ່ານ ພັນເອກພິເສດ ເສິນ ຊຸນມີງ ຮອງຫົວໜ້າເສນາຮັກ ກົມຮັບປະກັນພະລາທິ ການຂອງຄະນະກໍາມະການທະຫານສູນກາງ, ຫົວໜ້າຄະນະຂະບວນລົດໄຟສັນຕິພາບ 2022 ຂອງກອງທັບປົດປ່ອຍປະຊາຊົນຈີນ ກໍໄດ້ກ່າວວ່າ: ການເຂົ້າຮ່ວມຝຶກຊ້ອມຄັ້ງນີ້ແມ່ນມີຄວາມໝາຍສໍາຄັນ ມິດຕະພາບລະຫວ່າງສອງກອງທັບ ລາວ-ຈີນ. ໃນການເດີນ ທາງຄັ້ງນີ້ ສະມາຊິກຄະນະເສນາຮັກຂອງພວກຂ້າພະເຈົ້າ ມີຄວາມກຽມພ້ອມທຸກຢ່າງໃນການຊ້ອມຮົບ ແລະ ຂ້າພະເຈົ້າກໍໄດ້ຮັບຮູ້ວ່າ, ຄະນະກົມເສນາຮັກຝ່າຍລາວ ກໍໄດ້ກຽມ ພ້ອມທຸກຢ່າງໃຫ້ແກ່ການຊ້ອມຮົບຄັ້ງນີ້.

ຂ້າພະເຈົ້າຫວັງວ່າການຊ້ອມຮົບ ຂອງສອງກອງທັບ ລາວ-ຈີນ ພວກເຮົາຈະໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ສຳລັບ ພິທີທາງການຈະຈັດຂຶ້ນໃນວັນທີ 25 ກໍລະກົດ 2022, ທີ່ສະໂມສອນໃຫຍ່ພະລາທິການກອງທັບນະຄອນຫລວງວຽງຈັນ, ໃນຕອນບ່າຍມື້ດຽວກັນ ຈະມີການຫັດແອບຝຶກຊ້ອມຕົວຈິງລະຫວ່າງ ໜ່ວຍເສນາຮັກ ແລະ ໜ່ວຍພາລາທິການ“ຂະບວນລົດໄຟສັນຕິພາບ 2022” ແລະ ກອງທັບປະຊາຊົນລາວ ທີ່ສະໜາມຈໍາລອງເມືອງໂພນໂຮງ ແຂວງວຽງຈັນ.

ແຫຼ່ງຂ່າວ: ປະເທດລາວ Pathedlao

ສປ ຈີນ ເປັນອັນດັບໜຶ່ງການລົງທຶນຢູ່ ສປປ ລາວ

0

ສປ ຈີນ ເປັນອັນດັບໜຶ່ງການລົງທຶນຢູ່ສປປລາວ, ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນໄດ້ກ່າວໃນກອງປະຊຸມພົບປະແລກປ່ຽນລະຫວ່າງພາກລັດຖະບານລາວ ແລະນັກທຸລະກິດຈີນຄັ້ງທີ 6 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ,ເມື່ອ15 ກໍລະກົດ 2022ວ່າ:ສໍາລັບການລົງທຶນ ຂອງ ສປ ຈີນ ແມ່ນຍັງສືບຕໍ່ຢູ່ໃນລໍາດັບຫນຶ່ງໃນສປປ ລາວ ເຊິ່ງການລົງທຶນສະສົມແມ່ນມີເຖິງ 933 ໂຄງການ,

ໂດຍມີມູນຄ່າການລົງທຶນທັງຫມົດປະມານ 16,4 ຕື້ ໂດລາ, ອັນພົ້ນເດັ່ນແມ່ນບັນດາໂຄງການຮ່ວມມືຍຸດທະສາດ ແລະໂຄງການຂະໜາດໃຫ່ຍເຊັ່ນ: ໂຄງການທາງລົດໄຟລາວ-ຈີນ, ໂຄງການທາງດ່ວນວຽງຈັນ-ວັງວຽງ, ເຂດເສດຖະກິດພິເສດກວມລວມໄຊເສດຖາ ແລະເຂດເສດຖະກິດບໍ່ເຕ່ນ-ບໍ່ຫານ, ໂຄງການສາຍສົ່ງ, ເຂື່ອນໄຟຟ້າແລະອື່ນໆ ເຊິ່ງໄດ້ຮັບການພັດທະນາ ແລະນໍາເອົາໝາກຜົນຕົວຈິງມາສູ່ສອງຝ່າຍ.

ແຫຼ່ງຂ່າວ: CRI

ຫຼາຍເຂດມີຝົນ!

0

ພະຍາກອນອາກາດ 7 ວັນຕໍ່ໜ້າ ປະຈຳວັນທີ 20-26 ກໍລະກົດ 2022

.

ລັດຖະບານລາວໄດ້ຮັບລົດທາງການແພດ 3 ຄັນ ຈາກ ສປ ຈີນ

0

ສປປ ລາວ ໄດ້ຮັບ ພາຫະນະ ແລະ ອຸປະກອນການແພດ ຈາກກະຊວງການຕ່າງປະເທດຈີນ ວັນທີ 18 ກໍລະກົດ 2022 ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຕາງໜ້າລັດຖະບານ ສປປ ລາວ ຮັບເຄື່ອງຊວ່ຍເຫຼືອຈາກກະຊວງການຕ່າງປະເທດ ສປ ຈີນ ທີ່ນຳມາມອບ ໂດຍ ທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈໍາ ສປປ ລາວ ພາຫະນະ ແລະ ອຸປກອນການແພດ ທີ່ລັດຖະບານລາວໄດ້ຮັບການຊວ່ຍເຫຼືອຄັ້ງນີ້ປະກອບມີ: ລົດທາງການແພດ 3 ຄັນ ໃນນັ້ນ, ລົດກວດໂຄວິດເຄື່ອນທີ່ 2 ຄັນ ແລະ ລົດປິ່ນປົວເຄື່ອນທີ່ 1 ຄັນ.

ພ້ອມມີອຸປະກອນການແພດປ້ອງກັນໂຄວິດ-19 ແລະ ຢາປິ່ນປົວພະຍາດໂຄວິດ-19 ຈໍານວນໜຶ່ງເຄື່ອງທັງໝົດທີ່ ສປ ຈີນ ມອບໃຫ້ ສປປ ລາວ ໃນຄັ້ງນີ້ ແມ່ນຈະຖືກຮັບໃຊ້ຢູ່ໃນວຽກງານປ້ອງກັນພະຍາດໂຄວິດ-19 ຢູ່ສູນກາງ ແລະ ທ້ອງຖິ່ນ.18 ກໍລະກົດ 2022, ທີ່ກະຊວງສາທາລະນະສຸກ

ແຫຼ່ງຂ່າວ: ສູນຂ່າວສານການແພດສຸຂະສຶກສາ

ນະຄອນຫຼວງວຽງຈັນເປັນນະຄອນສຸຂານາໄມນະຄອນຫຼວງຂອງ ສປປ ລາວ

0

ນະຄອນຫຼວງວຽງຈັນເປັນນະຄອນສຸຂານາໄມນະຄອນຫຼວງຂອງ ສປປ ລາວ ປະກາດເປັນນະຄອນຫຼວງສຸຂານາໄມ ເປັນນະຄອນຫຼວງທຳອິດ ໃນບັນດາປະເທດອາຊຽນ ທີ່ຢຸດຕິການຖ່າຍຊະຊາຍ.ນະຄອນຫຼວງວຽງຈັນ, ວັນທີ 14 ກໍລະກົດ 2022

– ສປປ ລາວ ໄດ້ບຸກທະລຸຢ່າງແຂງແຮງ ຜັກດັນວຽກສຸຂານາໄມໃຫ້ຄືບໜ້າ ດ້ວຍການປະກາດນະຄອນຫຼວງວຽງຈັນເປັນນະຄອນຫຼວງສຸຂານາໄມ ເຊີ່ງເປັນນະຄອນຫຼວງທຳອິດ ໃນພາກພື້ນອາຊຽນທີ່ໄດ້ຮັບການປະກາດເປັນນະຄອນຫຼວງສຸຂານາໄມ ແລະ ເປັນແຂວງທີ່ 2 ທັດຈາກແຂວງບໍລິຄໍາໄຊທີ່ສາມາດບັນລຸຂີດໝາຍອັນສໍາຄັນນີ້ ຫຼັງຈາກແຂວງບໍລິຄໍາໄຊ ໄດ້ຢຸດຕິການຖ່າຍຊະຊາຍໃນປີ 2020.

ພິທີ ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນໂດຍມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້່າຄອງນະຫຼວງວຽງຈັນ ໄດ້ປະກາດນະຄອນຫຼວງເປັນນະຄອນສຸຂານາໄມ.

ມີຜູ້ເຂົ້່່າຮ່ວມຫຼາຍກວ່າ 170 ຄົນ ຊຶ່ງລວມມີ ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ເພຍ ເຣເບລໂລ ບຣິດໂຕ, ຫົວໜ້າອົງການຢູນີເຊັບ ປະຈໍາ ສປປ ລາວ ຮ່ວມກັບຕົວແທນຈາກແຂວງ, ກະຊວງ, ຫ້ອງການຕ່າງໆ ແລະ ຄູ່ຮ່ວມພັດທະນາ.“ມື້ນີ້ແມ່ນມື້ສໍາຄັນສໍາລັບທຸກຄົນ ພວກເຮົາກໍາລັງກ້າວໄປສູ່ເປົ້າໝາຍ ເປັນປະເທດທີ່ຢຸດຕິການຖ່າຍຊະຊາຍ ໂດຍໃນປະຈຸບັນນີ້ ມີຫຼາຍຫວ່າ 5,000 ບ້ານ, 37 ເມືອງ ແລະ 2 ແຂວງທີ່ບັນລຸເປົ້າໝາຍໄດ້ແລ້ວ” ກ່າວໂດຍ ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ.

“ຊົມເຊີຍຊາວນະຄອນຫຼວງວຽງຈັນທີ່ຍາດໄຊຊະນະອັນເປັນປະຫວັດສາດນີ້ມາໄດ້”. ນະຄອນຫຼວງວຽງຈັນເປັນໜື່ງໃນແຂວງທີ່ມີປະຊາກອນຫຼາຍຢູ່ໃນປະເທດ. ນາມສະຍົດໃໝ່ທີ່ໄດ້ຮັບນີ້ ແມ່ນຈະເຮັດໃຫ້ປະຊາກອນຫຼາຍກວ່າ 800,000 ຄົນ ໄດ້ດໍາລົງຊີວິດຢູ່ໃນສະພາບແວດລ້ອມທີ່ສະອາດຍ້ອນການປັບປຸງດ້ານສຸຂານາໄມໃຫ້ດີຂຶ້ນ.

“ຕາມແຜນພວກເຮົາຕັ້ງເປົ້າຈະໃຫ້ສໍາເລັດວຽກສຸຂານາໄມໃນປີ 2023 ແຕ່ທາງນະຄອນຫຼວງວຽງຈັນສາມາດຈັດຕັ້ງປະຕິບັດ ແລະ ປະກາດນະຄອນຫຼວງໄດ້ກ່ອນ. ດຽວນີ້ທຸກຄົນບໍພຽງແຕ່ມີວິດຖ່າຍ ແຕ່ນໍາໃຊ້ວິດຖ່າຍ” ກ່າວໂດຍ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ.

“ພວກເຮົາບັນລຸເປົ້າໝາຍໄດ້ກໍແມ່ນຍ້ອນການຈັດຕັ້ງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນໄດ້ເອົາໃຈໃສ່ ປະກອບສ່ວນເຮັດໃຫ້ຊາວນະຄອນຫຼວງວຽງຈັນ ມີສຸຂະພາບແຂງແຮງ”.

ການຂາດສຸຂາພິບານແມ່ນຈະສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ສຸຂະພາບຂອງເດັກ, ເຮັດໃຫ້ເຂົາເຈົ້າເຕັ້ຍຍ້ອນຂາດສານອາຫານຊໍ້າເຮື້ອ ແລະ ເຮັດໃຫ້ມີການແຜ່ລະບາດຂອງພະຍາດຕ່າງໆ ທີ່ສາມາດປ້ອງກັນໄດ້. ການຢຸດຕິການຖ່າຍຊະຊາຍແມ່ນບາດກ້າວທໍາອິດເພື່ອບັນລຸສຸຂານາໄມ ແລະ ຄວບຄຸມພະຍາດ. “ທຸກປີມີເດັກນ້ອຍຫຼາຍກວ່າ 700 ຄົນເສຍຊີວິດຍ້ອນພະຍາດຖອກທ້ອງໃນທົ່ວປະເທດ ແລະ ມີເດັກ 1 ໃນ 3 ຄົນ ເປັນພະຍາດຂາດສານອານແບບຊໍາເຮື້ອ.

ຕົວຊີ້ວັດເຫຼົ່ານີ້ປະກອບແມ່ນຂໍ້ມູນອ້າງອີງໃນການສະໜັບສະໜູນ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດທີ່ດ້ອຍພັດທະນາ. ແຕ່ພວກເຮົາສາມາດປ້ອງກັນໄດ້ ໂດຍການນໍາໃຊ້ສິ່ງອໍານວຍຄວາມສະດວກດ້ານສຸຂາພິບານຂັ້ນພຶ້ນຖານ, ການລ້າງມືໃສ່ສະບູ ແລະ ດື່ມນໍ້າທີ່ສະອາດປອດໄພ” ກ່າວ ໂດຍ ດຣ. ເພຍ ຣີເບລໂລ ບຣີໂຕ.

“ຢູນີເຊັບມີຄວາມມຸ້ງໝັ້ນເຮັດວຽກກັບລັດຖະບານ, ຊຸມຊົນ ແລະ ຄູ່ຮ່ວມງານເພື່ອບັນລຸເປົ້າສຸຂາພິບານທີ່ຕັ້ງໄວ້ເພື່ອໃຫ້ເດັກນ້ອຍທຸກຄົນໄດ້ຮັບຜົນປະໂຫຍດສູງສຸດ”.

ລັດຖະບານ ສປປ ລາວ ໄດ້ເລີ່ມຈັດຕັ້ງປະຕິບັດ ຊຸມຊົນເປັນເຈົ້າການວຽກສຸຂານາໄມໃນປີ 2008 ແລະ ດ້ວຍຄວາມພະຍາຍາມ ແລະ ຄວາມສູ້ຊົນຢ່າງບໍ່ຮຸ້ອິດເມື່ອຍມາຫຼາຍປີ ທາງຊຸມຊົນໂດຍການສະໜັບສະໜູນຈາກພາກລັດ ແລະ ຄູ່ຮ່ວມງານຕ່າງໆ ເຮັດໃຫ້ມີຂະບວນການອັນຂັນແຂງ ແລະ ມີຄວາມຄືບໜ້າໃນທົ່ວປະເທດ. ອີງໃສ່ຄວາມຄືບໜ້າດັ່ງກ່າວນີ້, ລັດຖະບານກຽມສ້າງແຜນການແຫ່ງຊາດເພື່ອຢຸດຕິການຖ່າຍຊະຊາຍໃຫ້ໄດ້ໃນປີ 2025.

ຂ່າວ: Lao National Radio

ເມືອງໄຊສະຖານ ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ

0

ຕາມການລາຍງານຂອງ ກອງເລຂາຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງໃຫ້ຮູ້ວ່າໃນວັນທີ 13-14 ເດືອນກໍລະກົດ ປີ 2022 ນີ້ໄດ້ເກີດມີຝົນຕົກໜັກເຮັດໃຫ້ເກີດໄພນ້ຳຖ້ວມນາຂອງປະຊາຊົນ ຈຳນວນ 2 ບ້ານ ຄື: ບ້ານສາມັກຄີໄຊ ແລະ ບ້ານມີໄຊ, ມີດິນເຊາະເຈື່ອນທັບຖົມເສັ້ນທາງ1 ຈຸດເຮັດໃຫ້ການສັນຈອນໄປມາຕາມເສັ້ນທາງພົບຄວາມຫຍຸ້ງຍາກດັ່ງນັ້ນໃນວັນທີ່ 13 ເດືອນກໍລະກົດ ປີ 2022 ນີ້ທາງອົງການປົກຄອງເມືອງ ກໍ່ຄືທ່ານສີສະໝອນ ນາມວົງ ວ່າການເຈົ້າເມືອງ ແລະ ທ່ານໜູເກນ ພັນລັກ ວ່າການ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງໄຊຍະບູລີ, ມີປະທານຄະນະກຳມະການຮັບຜິດຊອບປ້ອງກັນໄພພິບັດຂັ້ນເມືອງ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງໄດ້ສົມທົບກັນລົງຕິດຕາມເກັບກຳຂໍ້ມູນບ້ານທີ່ຖຶກຜົນກະທົບຈາກໄພນ້ຳຖ້ວມນາ ແລະ ດິນເຊາະເຈື່ອນທັບຖົມເສັ້ນທາງດັ່ງກ່າວຢູ່ເມືອງໄຊສະຖານ,

ເຊີ່ງໃນນັ້ນມີບ້ານສາມັກຄີໄຊຖຶກຜົນກະທົບເສຍຫາຍຈາກນ້ຳຖ້ວມນາຈຳນວນ 30 ຄອບຄົວ, ເນື້ອທີ່ທຳການຜະລິດລວມທັງໝົດ26,99 ເຮັກຕ່າ,ເນື້ອທີ່ຖືກເສຍຫາຍຈາກນໍ້າຖ້ວມນາ 15,63 ເຮັກຕ່າ, ລວມມູນຄ່າເສຍຫາຍທັງໝົດ237,576,000 ກີບ, ບ້ານມີໄຊຖືກເສຍຫາຍຈາກນໍ້າຖ້ວມນາຈຳນວນ16 ຄອບຄົວ,ມີເນື້ອທີ່ທຳການຜະລິດ 10,62ເຮັກຕ່າ,ຖືກເສຍຫາຍຈຳນວນ 0,85 ເຮັກຕ່າ,ລວມມູນຄ່າເສຍຫາຍທັງໝົດ 12.920.000 ກີບ,

ຜ່ານການລົງເກັບກຳຂໍ້ມູນຕົວຈິງຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງໂດຍໄດ້ຮັບການຊີ້ນຳ-ນຳພາຈາກຄະນະພັກຂັ້ນເທິງລົງກວດກາຕົວຈິງຢູ່ນາທີ່ຖືກຜົນກະທົບແຕ່ລະຈຸດເຫັນວ່າອົງການປົກຄອງບ້ານ ແລະ ຄອບຄົວທີ່ຖືກເສຍຫາຍໄດ້ໃຫ້ການຮ່ວມມື ແລະ ລາຍງານຂໍ້ມູນຕາມຕົວຈິງຢ່າງຖຶກຕ້ອງ ແລະ ຍັງມີຂໍ້ຫຍຸ້ງຍາກໃນການລົງເກັບກຳຂໍ້ມູນໄພພິບັດທີ່ເກີດຂື້ນພາຍໃນບ້ານເປັນຕົ້ນແມ່ນຝົນຕົກໜັກບໍ່ເຊົາເຮັດໃຫ້ການເກັບກຳຂໍ້ມູນພົບຄວາມຫຍຸ້ງຍາກ,ແຕ່ເຖິງຢ່າງໃດກໍ່ຕາມທາງພັກລັດກໍ່ຄືອົງການປົກຄອງເມືອງໄຊສະຖານກໍ່ໄດ້ໃຫ້ຄວາມເປັນຫ່ວງເປັນໄຍນຳປະຊາຊົນຢ່າງໃກ້ຊິດຕິດແທດພ້ອມທີ່ຈະໃຫ້ການຊ່ວຍເຫຼືອບັນເທົາທຸກເລົ່ານີ້ເປັນຕົ້ນ.

ຂ່າວ: News.XBL

ລັດຖະບານຫວຽດນາມ ປະດັບຫລຽນໄຊໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ

0

ພິທີປະດັບຫລຽນໄຊ ແຫ່ງ ສສ ຫວຽດນາມ ໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ຈັດຂຶ້ນ ຢ່າງຍິ່ງໃຫຍ່ ແລະ ສົມກຽດ ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2022, ທີ່ ຫໍປະຊຸມແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ຫວໍ ວັນ ເຖື້ອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາລະດັບຊາດສະເຫລີມສະຫລອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022 ພ້ອມດ້ວຍຄະນະ, ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ, ມີບັນດາສະຫາຍການນໍາພັກ-ລັດຖະບານ, ພະນັກງານ, ທະຫານ, ຕຳຫລວດ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍລາວ-ຫວຽດນາມ ເຂົ້າຮ່ວມ.ໃນພິທີ, ສະຫາຍ ຫວໍ ວັນ ເຖື້ອງ ໄດ້ຕາງໜ້າໃຫ້ ພັກ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະດັບຫລຽນໄຊ ໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ທັງໝົດ 11 ສະຫາຍ ຄື:

ຫລຽນໄຊດາວຄໍາ ໃຫ້ສະຫາຍ ພັນຄໍາ ວິພາວັນ ແລະສະຫາຍ ໄຊສົມພອນ ພົມວິຫານ; ປະດັບ ຫລຽນໄຊໂຮ່ຈິມິນໃຫ້ ສະຫາຍ ກິແກ້ວ ໄຂຄໍາພິທູນ, ສະຫາຍ ພົອ. ວິໄລ ຫລ້າຄໍາຟອງ, ສະຫາຍ ນາງ ສີໃສ ລືເດດມູນສອນ ແລະ ສະຫາຍ ສະເຫລີມໄຊ ກົມມະສິດ; ປະດັບຫລຽນໄຊເອກະລາດຊັ້ນ I ໃຫ້ສະຫາຍ ຄໍາພັນ ເຜີຍຍະວົງ, ສະຫາຍ ອານຸພາບ ຕຸນາລົມ, ສະຫາຍ ທອງສະລິດ ມັງໝໍ່ເມກ, ສະຫາຍ ນາງ ສູນທອນ ໄຊຍະຈັກ ແລະ ສະຫາຍ ນາງ ວຽງທອງ ສີພັນດອນ.

ໃນພິທີອັນມີຄວາມໝາຍສໍາຄັນນີ້, ສະຫາຍ ພັນຄໍາ ວິພາວັນ ໄດ້ຕາງໜ້າໃຫ້ບັນດາສະຫາຍທີ່ໄດ້ຮັບການປະດັບຫລຽນ ຂຶ້ນກ່າວຂອບໃຈ ໂດຍໄດ້ສະແດງຄວາມຮູ້ສຶກພາກພູມໃຈ ແລະ ຖືເປັນກຽດຢ່າງສູງທີ່ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ອັນເຕັມໄປດ້ວຍຄວາມໝາຍອັນສູງສົ່ງ, ພິເສດ ແມ່ນການປະດັບຫລຽນໄຊສູງສຸດຂອງ ສສ ຫວຽດນາມ ມອບໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ສປປ ລາວ.ການທີ່ ພັກ-ລັດ ສສ ຫວຽດນາມ ໄດ້ຕົກລົງປະດັບຫລຽນໄຊໃຫ້ແກ່ ການນຳຂັ້ນສູງພັກ-ລັດ ຂອງ ສປປ ລາວ ໃນຄັ້ງນີ້, ຖືເປັນຂອງຂວັນອັນລ້ຳຄ່າ, ເປັນລາງວັນລະດັບສູງສຸດຂອງພັກ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ມອບໃຫ້ ການນໍາພັກ-ລັດ ສປປ ລາວ ບໍ່ສະເພາະແຕ່ສ່ວນຕົວຂອງບັນດາສະຫາຍ ທີ່ໄດ້ຮັບການຍ້ອງຍໍເທົ່ານັ້ນ, ແຕ່ຍັງສະແດງເຖິງການຮັບຮູ້ອັນເລິກເຊິ່ງ ແລະ ຖືເປັນກຽດອັນສູງສົ່ງທີ່ມີຕໍ່ພັກ-ລັດ ແຫ່ງ ສປປ ລາວອີກດ້ວຍ.

ການໄດ້ຮັບການປະດັບຫລຽນໄຊສູງສຸດ, ເຊິ່ງເປັນຂອງຂວັນອັນລ້ຳຄ່າຂອງສະຫາຍຫວຽດນາມ ມອບໃຫ້ໃນຄັ້ງນີ້, ນອກຈາກເປັນກຽດສັກສີແລ້ວຍັງເປັນກຳລັງໃຈອັນໃຫຍ່ຫລວງ, ທັງຖືເປັນພັນທະຂອງຕົນຕໍ່ການສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ເສີມຂະຫຍາຍມິດຕະພາບອັນມີມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໄດ້ຮັບການຖະນຸຖະໜອມ, ປົກປັກຮັກສາ ແລະ ເສີມຂະຫຍາຍ ຈະເລີນງອກງາມຕະຫລອດໄປ.

ປັດຈຸບັນ,ໃນຍຸກແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ, ມິດຕະພາບທີ່ມີມູນເຊື້ອ, ຄວາມສາມັກຄີພິເສດຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ກາຍເປັນກົດເກນພາວະວິໄສ ແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາດ ໂດຍປະລິຍາຍໄປແລ້ວ, ພວກເຮົາມີແຕ່ຈະພ້ອມກັນຖະນຸຖະໜອມ, ບໍ່ໃຫ້ຈືດຈາງລົງຕາມການເວລາ, ແຕ່ຍິ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງທັງລວງກວ້າງ ແລະ ລວງເລິກ ໄວ້ໃຫ້ເຊັ່ນລູກ, ຫລານ, ເຫລັນ, ຫລ້ອນຂອງພວກເຮົາ ໄດ້ສືບຕໍ່ປົກປັກຮັກສາໄປຈົນເທົ້າກາລະນານ ແລະ ຈະບໍ່ໃຫ້ສັດຕູໂຕໃດມາມ້າງເພທໍາລາຍໄດ້.

ພ້ອມນີ້, ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອຢ່າງໃຫຍ່ຫລວງ, ລ້ຳຄ່າ, ມີປະສິດທິຜົນ ແລະ ທັນການໃຫ້ແກ່ພາລະກິດປະຕິວັດຂອງ ປະຊາຊົນລາວຕະຫລອດມາ, ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ພ້ອມທັງ, ໄດ້ອວຍພອນໃຫ້ປະຊາຊົນຫວຽດນາມອ້າຍນ້ອງ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ຜູ້ມີກຽດສະຫງ່າ ຈົ່ງປະສົບຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ໃນການປະຕິບັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ຫັນປະເທດເປັນປະເທດອຸດສາຫະກຳຕາມທິດທັນສະໄໝ ແລະ ໄດ້ອວຍພອນໄຊອັນປະເສີດ ໃຫ້ແກ່ ສະຫາຍ ຫວໍ ວັນ ເຖື້ອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາລະດັບຊາດສະເຫລີມສະຫລອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022 ພ້ອມດ້ວຍຄະນະ ແລະ ໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນອັນປະເສີດ ໄປຍັງບັນດາສະຫາຍ ການນໍາ ຂອງ ພັກ ແລະ ລັດ ແຫ່ງ ສສ ຫວຽດນາມ.

ພ້ອມນີ້, ກໍໄດ້ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ຕໍ່ການໃຫ້ກຽດເຂົ້າຮ່ວມພິທີສໍາຄັນນີ້ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ອວຍພອນໃຫ້ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຈົ່ງໝັ້ນຄົງຄະນົງແກ່ນຕະຫລອດກາລະນານ. ພິທີປະດັບຫລຽນໄຊ ແຫ່ງ ສສ ຫວຽດນາມ ໃຫ້ແກ່ ການນໍາຂັ້ນສູງ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໃນຄັ້ງນີ້, ໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ ຢ່າງຍິງໃຫຍ່ສົມກຽດ ແລະ ມີຄວາມໝາຍລໍ້າຄ່າ, ໃນທ່າມກາງບັນຍາກາດທີ່ປະຊາຊົນສອງຊາດລາວ-ຫວຽດນາມກໍາລັງສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ຢ່າງເປັນຂະບວນຟົດຟື້ນ ເພື່ອລະນຶກເຖິງສອງວັນສໍາຄັນປະຫວັດສາດ ແຫ່ງການພົວພັນຮ່ວມມື ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລາວ-ຫວຽດນາມຄົບຮອບ 45 ປີ.

ພາບ:ເກດສະໜາ ແລະ ຂ່າວ: ຂປລ

ຊົມເຊີຍ! ພະນະທ່ານ ຮສ. ດຣ. ບຸນກອງ ສີຫາວົງ ໄດ້ຮັບຫຼຽນກຽດຕິຄຸນ

0

ພະນະທ່ານ ຮສ. ດຣ. ບຸນກອງ ສີຫາວົງ, ອະດີດລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໄດ້ຮັບການປະດັບຫຼຽນກຽດຕິຄຸນ The Order of the Rising Sun, Gold and Silver Star, ເຊິ່ງເປັນໜຶ່ງໃນຫຼຽນກຽດຕິຄຸນອັນຊົງກຽດທີ່ສຸດຂອງພົນລະເມືອງຍີ່ປຸ່ນ.

ຫຼຽນກຽດຕິຄຸນອັນຊົງກຽດທີ່ມອບໃຫ້ໂດຍລັດຖະບານຍີ່ປຸ່ນນີ້ ແມ່ນທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ຕາງໜ້າປະດັບໃຫ້ຢ່າງເປັນທາງການ ໃນພິທີປະດັບຫຼຽນກຽດຕິຄຸນທີ່ຖືກຈັດຂຶ້ນໃນວັນທີ 15 ກໍລະກົດ 2022 ຢູ່ທີ່ບ້ານຂອງເອກອັກຄະຣາຊະທູດຍີ່ປຸ່ນ ໃນນະຄອນຫຼວງວຽງຈັນ.

ໃນພິທີດັ່ງກ່າວ, ທ່ານທູດ ໂຄບະຢະຊິ ໄດ້ສະແດງຄວາມຍິນດີກັບພະນະທ່ານ ດຣ. ບຸນກອງ ແລະ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ກັບການປະກອບສ່ວນທີ່ສໍາຄັນຂອງທ່ານ ໃນການສົ່ງເສີມສາຍພົວພັນມິດຕະພາບລະຫວ່າງຍີ່ປຸ່ນ ແລະ ສປປ ລາວ ໃນຂະແໜງການສາທາລະນະສຸກ ເປັນເວລາຍາວນານຫຼາຍປີ.

ຂ່າວ: ສະຖານທູດຍີ່ປຸ່ນປະຈຳລາວ

ຢັ້ງຢືນການຮົ່ວຊຶມດັ່ງກ່າວບໍ່ມີຜົນກະທົບຕໍ່ຕົວເຂື່ອນ!

0

ຈາກກໍລະນີໄດ້ມີບຸກຄົນ ຫຼື ຫຼາຍແຫຼ່ງຂ່າວທີ່ໄດ້ນຳເອົາຂໍ້ມູນທີ່ບໍ່ໄດ້ເປັນທາງການອອກມາສະເໜີກ່ຽວກັບຄວາມປອດໄພຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໄປໃນທາງລົບ ເຮັດໃຫ້ສັງຄວາມເກີດຄວາມເຂົ້າໃຈຜິດ.

ອີງຕາມການລາຍງານຂອງໂທລະພາບແຫ່ງຊາດລາວໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 1 ເມສາ 2021 ຈົນເຖິງການເດືອນມີນາ 2022 ໄດ້ປາກົດເຫັນມີນໍ້າຮົ່ວຊຶມ ທາງດ້ານຂົວຂອງເຂື່ອນ ທີ່ປຶກສາໄດ້ວິເຄາະການຮົ່ວຊຶມຂອງນໍ້າ ແລະ ຢັ້ງຢືນວ່າ ການຮົ່ວຊຶມດັ່ງກ່າວບໍ່ມີຜົນກະທົບຕໍ່ຕົວເຂື່ອນ ພ້ອມທັງແນະນຳວິທີແກ້ໄຂຕໍ່ບໍລິສັດໃກການແກ້ໄຂບັນຫາການຮົ່ວຊຶມ ແລະ ຢັ້ງຢືນຈຸດຮົ່ວຊຶມໃຫ້ຊັດເຈນ.

ຕໍ່ກັບເຫດການດັ່ງກ່າວ, ທ່ານ ບຸນຍັງ ເພັງສຸວັນ ທີ່ປຶກສາໃນການພົວພັນກັບລັດຖະບານ ແລະ ຄະນະຮັບຜິດຊອບໄດ້ອອກມາແຈ້ງໃຫ້ຮູ້ວ່າ: ທີມງານໄດ້ລົງກວດກາພາກສະໜາມຮຽບຮ້ອຍແລ້ວ ແລະ ໜັ້ນໃຈວ່າເຂື່ອນໄຟຟ້າຈະດຳເນີນພັດທະນາໄປສູ່ຄວາມສຳເລັດ ບົນພື້ນຖານຄວາມປອດໄພ ແລະ ຄວາມຖືກຕ້ອງ 100%