Home Blog Page 41

ຮອງນາຍົກລັດຖະມົນຕີ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ຣາຊະອານາຈັກ ກໍາປູເຈຍ

0

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃນໂອກາດທີ່ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ (JC) ຄັ້ງທີ 14, ໃນລະຫວ່າງວັນທີ 06-08 ກໍລະກົດ 2022, ທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ.

ໃນຕອນເຊົ້າຂອງວັນທີ 07 ກໍລະກົດ 2022, ທ່ານ ຮອງນາຍົກລັດມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ມາຍັງ ສົມເດັດ ນາຍົກລັດຖະມົນຕີ ເຕໂຈ ຮຸນແຊນ ທີ່ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການເລືອກຕັ້ງສະມາຊິກສະພາທ້ອງຖິ່ນ (ສະພາຕາແສງ) ຊຸດທີ 5, ຊຶ່ງໄດ້ຈັດຂຶ້ນໃນວັນທີ 7 ມິຖຸນາ 2022 ຜ່ານມາ ແລະ ຊົມເຊີຍພັກປະຊາຊົນກໍາປູເຈຍ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງນີ້.

ພ້ອມນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ມາຍັງລັດຖະບານ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະໃນວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

ພ້ອມນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຖິງ ສົມເດັດ ນາຍົກລັດຖະມົນຕີ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ພ້ອມດ້ວຍພັນລະຍາ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດທີ່ເໝາະສົມ.

ໃນໂອກາດດຽວກັນນີ້, ສົມເດັດ ນາຍົກລັດຖະມົນຕີ ເຕໂຈ ຮຸນແຊນ ກໍສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ (JC) ຄັ້ງທີ 14 ຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນ ທີ່ເປັນມູນເຊື້ອອັນດີງາມທີ່ມີຮ່ວມກັນມາ ແຕ່ດົນນານ ລະຫວ່າງ ຣາຊະອານາຈັກ ກຳປູເຈຍ ແລະ ສປປ ລາວ ໂດຍສະເພາະ ໃນຊຸມທີ່ຜ່ານມາ ການຮ່ວມມືສອງຝ່າຍ ໄດ້ມີການເພີ່ມຂຶ້ນຫຼາຍກວ່າເກົ່າ ແລະ ໄດ້ຮັບໝາກຜົນຢ່າງເປັນຮູບປະທຳ ອັນໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງປະເທດ ລາວ ແລະ ກຳປູເຈຍ.

ນອກຈາກນັ້ນ ສົມເດັດ ນາຍົກລັດຖະມົນຕີ ເຕໂຈ ຮຸນແຊນ ຍັງໄດ້ຝາກຄໍາຂອບໃຈ ແລະ ຄໍາຢື້ຢາມຖາມຂ່າວ ເຖິງ ພະນະທ່ານ ນາຍົກລັດຖະມົນຕີ ພົນຄໍາ ວິພາວັນ ແລະ ຍິນດີຕອບຮັບຄໍາເຊື້ອເຊີນ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ພະນະທ່ານ ພົນຄໍາ ວິພາວັນ.

ຂ່າວຈາກ: Lao national Radio

ສະພາແຫ່ງຊາດ ຮັບຮອງເອົາກົດໝາຍສະບັບປັບປຸງ ແລະ ສ້າງໃໝ່ 9 ສະບັບ

0

ສະພາແຫ່ງຊາດ ປະກາດຮັບຮອງກົດໝາຍ ສະບັບປັບປຸງ ແລະ ສ້າງ ໃໝ່ ທັງໝົດ 9 ສະບັບ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ກໍລະກົດ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທາສະພາແຫ່ງຊາດ ພາຍຫລັງທີ່ບັນດາກົດໝາຍດັ່ງກ່າວ ໄດ້ຖືກສະເໝີຕໍ່ກອງປະຊຸມ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ຄົ້ນຄວ້າປະກອບຄຳຄິດເຫັນໃນແຕ່ລະໝວດ, ແຕ່ລະມາດຕາ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດກັບຂະແໜງການທີ່ກ່ຽວຂ້ອງ ໄດ້ຢ່າງມີປະສິດພາບ ແລະ ປະສິດທິຜົນໃນຕໍ່ໜ້າ.

ກົດໝາຍ ທີ່ສະພາແຫ່ງຊາດ ປະກາດຮັບຮອງ 9 ສິບັບນີ້, ມີກົດໝາຍສ້າງໃໝ່ 3 ສະບັບ ແລະ ກົດໝາຍ ປັບປຸງ 6 ສະບັບຄື: ກົດໝາຍວ່າດ້ວຍອາວຸດ ແລະ ວັດຖຸລະເບີດ (ສ້າງໃໝ່); ກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍແລະກາງ(ສະບັບປັບປຸງ); ກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະ ເທດ(ສະບັບປັບປຸງ); ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ(ສະບັບປັບປຸງ); ກົດໝາຍວ່າດ້ວຍຊັບສິນຂອງລັດ(ສະບັບປັບປຸງ); ກົດໝາຍວ່າດ້ວຍວິຈິດສິນ(ສ້າງໃໝ່); ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ(ສ້າງໃໝ່); ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ(ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ(ສະບັບປັບປຸງ).

ການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ຈຳນວນ 9 ສະບັບດັ່ງກ່າວ ເຖິງວ່າເວລາສັ້ນ, ເນື້ອໃນຂອງກົດໝາຍແມ່ນກວ້າງຂວາງ, ເລິກເຊິ່ງ ແລະ ມີການພົວພັນກັບຫລາຍບັນຫາສຳຄັນອື່ນໆ. ນອກຈາກນີ້, ຍັງຢູ່ໃນທ່າມກາງທີ່ສະພາບການຢູ່ພາຍໃນ ແລະ ຕ່າງປະເທດ ມີຄວາມເຄັ່ງຮ້ອນເຄັ່ງຕຶງຫລາຍປະການ, ແຕ່ດ້ວຍຄວາມຮັບຜິດ ຊອບສູງຂອງບັນດາສະມາຊິກສະພາແຫ່ງຊາດ ໃນຖານະເປັນຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ແລະ ດ້ວຍຄວາມເປັນເຈົ້າການຂອງຄະນະຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ ກໍຄື ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາບັນດາກົດໝາຍເຫລົ່ານັ້ນ ສຳເລັດຜົນຢ່າງຈົບ ງາມຕາມແຜນການທີ່ໄດ້ກຳນົດໄວ້, ທັງຮັບປະກັນປະສິດທິພາບ ແລະ ປະສິດທິຜົນເປັນຢ່າງດີ.

ແຫຼ່ງຂ່າວ: ຂປລ

ກັກໂຕຜູ້ຂົນກັນຊາ100 ກວ່າກິໂລ ຍ້ອນໄດ້ຂີ່ລົດຕຳຄົນເສຍຊີວິດ

0

ໃນວັນທີ 27 ມິຖຸນາ 2022 ຜ່ານມາ, ໄດ້ເກີດອຸບັດຕິເຫດຢູ່ເສັ້ນທາງ 13 ໃຕ້ ສາມແຍກເຂດບ້ານລໍາມະລາດ ເມືອງທ່າແຂກ ແຂວງຄໍາມ່ວນ, ຈາກນັ້ນ, ເຈົ້າຫນ້າທີ່ ໄດ້ລົງສະຖານທີ່ ແລະ ພົບວ່າມີລົດຕູ້ຕໍາ ລົດຈັກ ເຮັດໃຫ້ມີຄົນເສຍຊິວິດຄາທີ່ 1 ຄົນ.

ດັ່ງນັ້ນ, ຈຶ່ງໄດ້ກັກຕົວ ທ້າວ ເຄນຫມັ້ນ ອາຍຸ 27 ປີ ຢູ່ບ້ານໂພນແພງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ຜູ້ຂັບຂີ່ລົດຕູ້ຫມາຍເລກທະບຽນ ກບ 5912 ກໍາແພງນະຄອນ ພ້ອມທັງກວດລົດພົບກັນຊາ 100 ກວ່າກິໂລກຼາມ.

ເຈົ້າຫນ້າທີ່ ປກສ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ກ່ອນເກີດເຫດ ທ້າວ ເຄນຫມັ້ນ ໄດ້ຂັບລົດຕູ້ອອກຈາກ ບ້ານທົ່ງຈະເລີນ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ຈະມຸ່ງຫນ້າໄປທາງເຊໂນ ແຂວງສະຫວັນນະເຂດ ໂດຍໃຊ້ ຄວາມໄວປະມານ 80-90 ກິໂລແມັດຕໍ່ຊົ່ວໂມງ, ພໍຮອດຈຸດເກີດເຫດ ໄດ້ຕໍາກັບລົດຈັກທີ່ກໍາລັງຈະຂ້າມ ທາງ ເຮັດໃຫ້ ທ້າວ ສາລີ ອາຍຸ 32 ປີ ບ້ານນ້ໍາສ້າງ ເມືອງວິລບູລີ ແຂວງສະຫວັນນະເຂດ ເສຍຊີວິດຄາທີ່.

ພາຍຫຼັງເກີດເຫດ ເຈົ້າາທີ່ຕໍາຫຼວດຈະລາຈອນ ໄດ້ກັກຕົວຜູ້ຂັບຂີ່ລົດໃຫຍ່ ພ້ອມທັງກວດຄົ້ນລົດຕູ້ ໄດ້ ພົບເຫັນກັນຊາອັດແທ່ງ ຈໍານວນ 5 ເປົ້າ, ນ້ໍາຫນັກ 101 ກິໂລກຼາມ.

ແຫຼ່ງຂ່າວ: ຄວາມສະຫງົບ

ຕາມຫາຍາດຜູ້ເສຍຊີວິດ!

0

ຕາມກາານລາຍງານຂອງ ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ Rescue Khammouan ໃຫ້ຮູ້ວ່າ: ຂໍແຈ້ງທຸກໆການຈັດຕັ້ງທຸກໆເຂດແລະຮອດວັດທຸກໆວັດພາຍໃນປະເທດລາວແລະປະເທດໃກ້ຄຽງ.

ປະຈຸບັນນີ້ ມີສົບຄູບາຫຼືຍາຄູ ຫຼື ຈົວໄດ້ເສຍຊີວິດແລ້ວມາຟູນຳ້ບ້ານ ດອນຂຽວໃຕ້ ເມືອງ ໜອງບົກ ແຂວງ ຄຳມ່ວນ – ສູງປະມານ 1,67-1,70 ຊັງຕີແມັດ ອາຍຸປະມານ 35-36 ປີ ມີ ສາຍແອວ 1 ເສັ້ນມັດແອວ.

ສະນັ້ນ ຈຶ່ງແຈ້ງມາຍັງສຳນັກສົງທຸກວັດແລະປະເທດໃກ້ຄຽງໃຫ້ຮັບຊາບ “ ແລະ ລວບລວມຄູບາ ຈົວພາຍໃນວັດດ້ວຍວ່າ ແມ່ນວັດໃດ

ໂທປະສານງານ : 020 23451624 ( ກາຍ 3 ວັນຈະໄດ້ຊາປະນະກິດ ກຸ້ໄພ 1624 ແຂວງຄຳມ່ວນ ຊາປະນະກິດໃຫ້ )

ເສັ້ນທາງຖະໜົນສະໜາມບິນບໍ່ແກ້ວ ສຳເລັດ 100% ແລະ ເປີດນຳໃຊ້ແລ້ວ

0

ການພັດທະນາພື້ນຖານໂຄງລ່າງ ຖືເປັນສິ່ງສໍາຄັນສະເໝີ ຄະນະຮັບຜິດຊອບພັດທະນາໂຄງການເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຍາມໃດກໍຖືເອົາການພັດທະນາພື້ນຖານໂຄງລ່າງເປັນພິເສດ ເພື່ອຮອງຮັບກໍຄືການພັດທະນາເອື້ອອໍານວຍໃຫ້ແກ່ການເດີນທາງໄປມາມີຄວາມສະດວກສະບາຍຂຶ້ນ ເຊິ່ງຕະຫຼອດໄລຍະທີ່ຜ່ານມາກໍໄດ້ພັດທະນາທັງບ່ອນພັກທີ່ຢູ່ອາໄສເປັນຕົ້ນເຮືອນພັກ, ໂຮງແຮມ, ອາພັດເມັນ ແລະ ເສັ້ນທາງເຊື່ອມຕໍ່ຫາເຂດເສດຖະກິດພິເສດຫຼາຍຈຸດ ໂດຍສະເພາະໃນມໍ່ໆມານີ້ ຄະນະຮັບຜິດຊອບໂຄງການໄດ້ພັດທະນາກໍ່ສ້າງເສັ້ນທາງຈາກເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຫາ ສະໜາມບິນສາກົນບໍ່ແກ້ວ ເສັ້ນທາງດັ່ງກ່າວນີ້ໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2020 ເປັນຕົ້ນມາມີຄວາມຍາວທັງໝົດ 5 ກິໂລແມັດ ເປັນທາງ 4 ເລນ ແລະ ມີຄວາມກວ້າງ 18 ແມັດ ລວມທັງຄູຂັ້ນກາງ.

ສໍາລັບມູນຄ່າການກໍ່ສ້າງທັງໝົດ ຫຼາຍກວ່າ 50 ລ້ານໂດລາສະຫະລັດ ມາຮອດປັດຈຸບັນແມ່ນສຳເລັດ 100% ແລະ ໄດ້ເປີດນຳໃຊ້ແລ້ວ.

ນອກຈາກນັ້ນ, ເສັ້ນທາງແຫ່ງນີ້ໄດ້ຕັ້ງຊື່ວ່າ: ‘ຖະໜົນສະໜາມບິນ’ ເປັນເສັ້ນທາງທີ່ຕ້ອງໄດ້ຕັດຜ່ານສາຍພູກິ່ວລົມ ເປັນໜ່ວຍພູທີ່ມີຫີນຫຼາຍພໍສົມຄວນ ຈຶ່ງເຮັດໃຫ້ການກໍ່ສ້າງຕ້ອງໃຊ້ເວລາກໍຄືລ້າຊ້າກ່ອນແຜນກໍານົດໜ້ອຍໜຶ່ງຍ້ອນໄດ້ເຈາະເອົາຫີນອອກ. ພ້ອມດຽວກັນ, ເສັ້ນທາງສາຍນີ້ຍັງໄດ້ຕິດຕັ້ງໄຟເຍືອງທາງ, ປູກຕົ້ນໄມ້ ແລະ ດອກໄມ້ປະດັບ ຕະຫຼອດທາງຢ່າງຫຼວງຫຼາຍ ຈົນກາຍເປັນເສັ້ນທາງສັນຈອນທີີ່ສວຍງາມອີກເສັ້ນໜຶ່ງໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ອີກດ້ວຍ.

ຂໍ້ມູນຂ່າວ ແລະ ຮູບພາບ: ຫ້ອງການຄຸ້ມຄອງໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.

ກະທ່ອມຍັງເປັນພືດທີ່ກົດໝາຍຂອງລາວ ເກືອດຫ້າມ ບໍ່ອະນຸຍາດໃຫ້ປູກ, ປຸງແຕ່ງ, ຄອບຄອງ

0

ອິງຕາມ ກົດຫມາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ສະບັບເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011;

ອີງຕາມ ຂໍ້ຕົກລົງຂອງກະຊວງສາທາລະນະສຸກ ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດປະສາດ ແລະ ສານເຄມີຕົ້ນ ເລກທີ 456/ກຊສ, ລົງວັນທີ 19 ເມສາ 2006; ອີງຕາມ ຂໍ້ຕົກລົງຂອງກະຊວງສາທາລະນະສຸກ ວ່າດ້ວຍບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 08/ກຊສ, ລົງວັນທີ 04 ມັງກອນ 2005;

ອີງຕາມ ຫນັງສືສະເຫນີຈາກສໍານັກງານສົ່ງເສີມການຄ້າໃນຕ່າງປະເທດ, ສະຖານເອກອັກຄະຣາດຊະທູດໄທ ປະຈໍານະຄອນຫຼວງວຽງຈັນ, ລົງວັນທີ 6 ມິຖຸນາ 2022.

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ໄດ້ຄົ້ນຄວ້າ ແລະ ຂໍແຈ້ງມາຍັງທ່ານໄດ້ຮັບຊາບວ່າ: ການນໍາພືດກະທ່ອມ (ໃບສົດ), ເຄື່ອງດື່ມ ແລະ ຜະລິດຕະພັນອາຫານທີ່ມີການປຸງແຕ່ງຈາກພຶດກະທ່ອມເຂົ້າມາ ຈໍາຫນ່າຍໃນ ສປປ ລາວ ແມ່ນຍັງບໍ່ສອດຄ່ອງກັບກົດໝາຍທີ່ໄດ້ກໍານົດອອກ, ເນື່ອງຈາກວ່າຜະລິດຕະພັນທີ່ໄດ້ ມາຈາກການປຸງແຕ່ງ ແລະ ມີສ່ວນປະສົມຈາກພືດດັ່ງກ່າວ ຍັງເປັນພືດທີ່ກົດຫມາຍຂອງ ສປປ ລາວ ເກືອດຫ້າມ ບໍ່ອະນຸຍາດໃຫ້ປູກ, ປຸງແຕ່ງ, ຜະລິດ, ຊື້-ຂາຍ, ຈໍາຫນ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ແລະ ສົ່ງຜ່ານ ສປປ ລາວ.

ນອກຈາກນັ້ນທາງ Royal Thai Embassy, Vientiane ກໍໄດ້ໂພຈຜ່ານເພຈເຊັ່ນດຽວກັນ.

ຍາດມໍລະດົກ ເຖີງຂັ້ນຄາດຕະກຳອ້າຍຕົນເອງ

0

ຕາມການລາຍງານ ຂອງ ໂຄສະນາອົບຮົມ-ຂ່າວສານ ປກສ ແຂວງຜົ້ງສາລີ, ໃຫ້ຮູ້ວ່າ: ໃນວັນທີ 1 ກໍລະກົດ 2022 ເຈົ້າໜ້າທີ່ ປກສ ເມືອງຍອດອູ ແຂວງຜົ້ງສາລີ ໄດ້ນໍາຕົວ ຜູ້ກໍ່ເຫດຄາດຕະກຳມາເຮັດແຜ່ນປະກອບຄຳຮັບສາລະພາບ.

ເຈົ້າໜ້າເມືອງຍອດອູ້ ໄດ້ເປີດເຜີຍໃຫ້ຮູ້ວ່າ: ໄດ້ຄາດຕະກຳຂຶ້ນ ໃນວັນທີ 20 ເມສາ 2022 ທີ່ຜ່ານມາ, ຫຼັງຮັບແຈ້ງເຈົ້າໜ້າທີ່ກໍໄດ້ລົງກວດກາສະຖານທີ່ເກີດເຫດ ພົບ ທ້າວຄຳແສງ ພົມມະລັງສີ ອາຍຸ 37 ປີ ອາຊີບ ຄ້າຂາຍ, ບ້ານກາດ, ເມືອງຍອດອູ່ ເສຍຊີວິດຢູ່ຂ້າງເຮືອນ.

ເຈົ້າໜ້າທີ່ໄດ້ສອບຖາມຜູ້ເຫັນເຫດການຢ່າງລະອຽດວ່າ ໄດ້ມີສອງອ້າຍນ້ອງມີດໄລ່ແທງກັນຢູ່ຂ້າງເຮືອນ. ດັ່ງນັ້ນ, ເຈົ້າໜ້າທີ່ຈິ່ງນຳໂຕຜູ້ຖືກຫາ ຊື່ ທ້າວ ກອງແກ້ວ ພົມມະລັງສີ ອາຍຸ 34 ປີ (ຜູ້ເປັນນ້ອງຜູ້ເສຍຊີວິດ), ຜູ້ກ່ຽວໃຫ້ສາລະພາບວ່າ ຕົນໄດ້ລົງມືຄາດຕະກຳ ຜູ້ເປັນອ້າຍແທ້ ໂດຍເອົາມີດແທງໃສ່ທ້ອງ 1 ບາດ ແລະ ຟັນໃສ່ຫຼັງ 3 ບາດ, ຍ້ອນທີ່ຜ່າມາເຄີຍມີຂໍ້າຂັດແຍງກັນມາກ່ອນເລື່ອງແບ່ງດິນໄຮ້ດິນນາຂອງພໍ່ແມ່.

ຫຼັງຈາກກໍ່ເຫດຖືກຄວບຄຸມຕົວທັນທີ ແລະ ນຳໄປສອບສວນ ໂດຍຜູ້ກ່ຽວສາລະພາບວ່າ: ບໍ່ພໍໃຈໃຫ້ຜູ້ເປັນອ້າຍ ຍ້ອນການແບ່ງປັນມູນມໍລະດົກຂອງພໍ່ແມ່ບໍ່ລົງຕົວ ຈິ່ງເກີດຜິດຖຽງກັນຂັ້ນຮຸນແຮງ ເປັນສາເຫດລົງມືກໍ່ເຫດຄາດຕະກຳ.

ກຳປູເຈຍ ໃຊ້ເງິນກວ່າ100 ລ້ານໂດລາສະຫະລັດ ຮັກສາລາຄາໄຟຟ້າປີນີ້

0

ອີງຕາມສຳນັກ​ຂ່າວ​ ຊິນ​ຮວາ ໃຫ້ຮູ້ວ່າ: ທ່ານ ຮຸນເຊັນ, ນາຍົກ ລັດຖະມົນຕີ ກຳປູ​ເຈຍ ຈັດ​ສັນ​ເງິນ ​ອຸດ​ໜູນ​ ຫຼາຍ​ກວ່າ 100 ລ້ານ​ໂດ​ລາ​ ສະຫະລັດ ​ໃຫ້ການໄຟຟ້າ ກຳປູ​ເຈຍ ​ເພື່ອ​ຮັກສາ ລາຄາໄຟຟ້າ​ ​ໃຫ້​ຄົງ​ທີ ​ໃນ​ປີ​ນີ້ ​ເນື່ອງ​ຈາກ ລາຄາ​ໄຟຟ້າອາດ​ເພີ່ມ​ຂຶ້ນ 2​ເທົ່າ ຖ້າ​ບໍ່​ມີ​ເງິນ​ອຸດ​ໜູນຈາກ​ລັດຖະບານ ​ໂດຍ​ບາງ​ປະ​ເທດປັບ​ເພີ່ມ ອັດຕາ​ຄ່າ​ໄຟຟ້າ​ແລ້ວ ​ແຕ່​ລາຄາ​ໄຟຟ້າ​ ໃນ​ກຳປູ​ເຈຍ ຍັງ​ຄົງຢູ່​ຄື​ເກົ່າ ພ້ອມ​ທັງ​ຮຽກຮ້ອງໃຫ້​ປະຊາຊົນປະຢັດໄຟຟ້າ ​ແລະ ຫັນ​ມາ ​ໃຊ້​ພາຫະນະໄຟຟ້າ ​ເພື່ອ​ຫຼຸດ​ການ​ໃຊ້​ນ້ຳມັນ​ ເຊື້ອ​ໄຟ​ ​ແລະ ການ​ປ່ອຍ​ ມົນ​ລະ​ພິດ.

ຂະນະ​ທີ່ ລາຄາ​ ນ້ຳມັນ​ ແອັດ​ຊັງ​ທຳ​ມະ​ດາ ​ໃນ​ວັນ​ພຸດ​ທີ 6 ກໍລະກົດ​ນີ້ ​ຢູ່​ທີ່ 5.800 ຣຽວ(riel)ຕໍ່​ລິດ, ສ່ວນ​ລາຄາ​ ນ້ຳມັນ ​ກາ​ຊວນ​ ຢູ່​ທີ່ 6.200 ​ຣຽວ(riel)ຕໍ່​ລິດ ເພີ່ມ​ຂຶ້ນ 22% ​ແລະ 39% ​ ​ຕາມ​ລຳດັບ ເມື່ອ​ທຽບ​ໃສ່​​ ໄລຍະ​ ກາງ​ເດືອນ​ ກຸມ​ພາ​ ຜ່ານ​ມາ. ຂະນະ​ດຽວ​ກັນ ທ່ານHun Sen ​ໄດ້​ເນັ້ນ ຄວາມ​ສຳຄັນ​ ຂອງ​ເຂື່ອນ ​ໄຟຟ້າ ​ນ້ຳຕົກ ​ແລະ ​ໂຮງ​ໄຟຟ້າ ພະລັງງານ ​ແສງຕາ​ເວັນ ​ເພື່ອ​ຊ່ວຍ ​ຈັດ​ສົ່ງ ​ໄຟຟ້າ ທີ່​ມີ​ສະຖຽນ ​ລະ​ພາບ ​ແລະ ຮັກສາ ​ຄ່າ​ໄຟຟ້າ​ ໃຫ້​ຄົງ​ທີ ທ່າມກາງ ​ວິ​ກິດ ພະລັງງານ​ໂລກ ​ໂດຍ​ຈີນ ​ເປັນ​ຜູ້​ ພັດທະນາ ​ເຂື່ອນ​ໄຟຟ້າ ​ນ້ຳຕົກ ຂະໜາດ​ໃຫຍ່ ​ໃນ​ກຳປູ​ເຈຍ ລວມທັງ ​ໂຮງ​ໄຟຟ້າ ​ຖ່ານ​ຫີນ ​ແລະ ​ໂຮງ​ໄຟຟ້າ​ ພະລັງງານ ​ແສງຕາ​ເວັນ ກວມ​ເອົາ ​ອັດຕາ​ສ່ວນ 65,7% ຂອງ​ພະລັງງານ ທັງ​ໝົດ​ ທີ່​ຜະລິດ ​ໃນ​ກຳປູ​ເຈຍ.

ແຫຼ່ງຂ່າວ ແລະ ຮຽບຮຽງໂດຍ: ປະເທດລາວ

ເຂົ້າຍື່ນສານຕາຕັ້ງຕໍ່ຜູ້ສຳເລັດຣາຊະການ ນິວຊີແລນ

0

ໃນວັນທີ 30 ມິຖຸນາ 2022, ທີ່ ນະຄອນຫຼວງເວວລິງຕັນ, ທ່ານ ສິນໃຈ ມະນີວັນ ໄດ້ສໍາເລັດການຍື່ນສານຕາຕັ້ງຕໍ່ພະນະທ່ານ ນາງ ແດມ ຊິນດີ ຄິໂຣ (Dame Cindy Kiro), ຜູ້ສຳເລັດຣາຊະການ ນິວຊີແລນ ເພື່ອດໍາເນີນລົງຕໍາ ແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ປະຈໍາ ປະເທດ ນິວຊີແລນ ໂດຍມີສໍານັກງານສະຖານທູດຕັ້ງຢູ່ນະຄອນຫຼວງແຄນເບີຣາ, ປະເທດ ອົດສະຕຣາລີ.

ໃນໂອກາດນີ້, ພະນະທ່ານ ນາງ ແດມ ຊິນດີ ຄິໂຣ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ທ່ານ ສິນໃຈ ມະນີວັນ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ປະເທດ ນິວຊີແລນ. ທ່ານທູດ ສິນໃຈ ມະນີວັນ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊ ອັນປະເສີດຈາກ ພະນະ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງຜູ້ສຳເລັດຣາຊະການ ນິວຊີແລນ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນແສນອົບອຸ່ນ ແລະ ການອໍານວຍຄວາມສະດວກຕ່າງໆ ໃນການຈັດພິທີຍື່ນສານຕາຕັ້ງໃຫ້ແກ່ທູດລາວໃນຄັ້ງນີ້.

ພ້ອມນີ້, ທ່ານທູດ ສິນໃຈ ມະນີວັນ ກໍ່ໄດ້ຕາງໜ້າໃຫ້ ລັດຖະ ບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄືປະຊາຊົນນິວຊີແລນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ຂົງ ເຂດ ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ກະສິກໍາປ່າໄມ້, ການທ່ອງທ່ຽວ, ການຄຸ້ມຄອງຊັບພະ ຍາກອນນໍ້າ ແລະ ນໍາໃຊ້ພະລັງງານທົດແທນ, ການເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາປະເທດ ແລະ ຫວັງວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອໃນຊຸມປີຕໍ່ໜ້າ. ພະນະທ່ານ ຜູ້ສຳເລັດຣາຊະການ ໄດ້ສະແດງຄວາມຂອບໃຈ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນນິວຊີແລນ ໃນເວທີພາກພື້ນ ແລະ ສາກົນ ພ້ອມທັງກ່າວວ່າ ນິວຊີແລນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືທີ່ເໝາະສົມ ກັບ ສປປ ລາວ.

ພິທີຍື່ນສານຕາຕັ້ງຄັ້ງນີ້ ໄດ້ຈັດຂຶ້ນ ແລະ ດຳເນີນໄປດ້ວຍບັນຍາກາດທີ່ດີ ແລະ ສົມກຽດ. ສປປ ລາວ ແລະ ນິວຊີແລນ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ນັບແຕ່ວັນທີ 07 ກຸມພາ 1963 ເປັນຕົ້ນມາ.

ແຫຼ່ງຂ່າວ: Lao National Radio

ຕົ້ນປີ 2022 ແຂວງໄຊສົມບູນຈັດເກັບລາຍຮັບໄດ້ 214 ຕື້ກີບ

0

ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX, ທ່ານ ທັນຕາ ກອງຜາລີ ສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ, ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 6 ກໍລະກົດ 2022 ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ ຊຶ່ງຍັງມີຄວາມຫຍຸ້ງຍາກ, ແລະ ເປັນແຂວງທຸກຍາກ, ທັງມີຄວາມຕ້ອງການທຶນຮອນໃນການພັດທະນາ ແລະ ການສະໜັບສະໜູນຈາກທຸກພາກສ່ວນ.

ທ່ານ ທັນຕາ ກອງຜາລີ ໄດ້ກ່າວວ່າ: ຜ່ານການຕິດຕາມກວດກາ 6 ເດືອນຕົ້ນປີ 2022 ເຫັນໄດ້ວ່າອົງການປົກຄອງແຂວງ ໄດ້ເອົາ ໃຈໃສ່ໃນການປະຕິບັດວຽກງານຮອບດ້ານ ຕາມພາລະບົດບາດ ສິດ-ໜ້າທີ່ ໂດຍສະເພາະການຄຸ້ມຄອງບໍ ລິຫານລັດ ທາງດ້ານການເມືອງ-ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ເຊິ່ງຢູ່ໃນທ່າມກາງຄວາມຫຍຸ້ງຍາກຫລາຍດ້ານ ກໍຄືຜົນກະທົບຈາກສະພາບການຂອງໂລກ ແລະ ສະພາບການພາຍໃນຂອງປະເທດເຮົາ ເປັນຕົ້ນ:

ບັນຫາອັດຕາເງິນເຟີ້, ອັດຕາແລກປ່ຽນ, ນ້ຳມັນແພງ, ລາຄາສິນຄ້າ-ການບໍລິການ ເພີ່ມຂື້ນສູງແບບກ້າວກະໂດດ ແລະ ຕໍ່ເນື່ອງ. ເຖິງຢ່າງໃດກໍຕາມ ອົງການປົກຄອງແຂວງ ໄດ້ມີຄວາມພະຍາຍາມຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2022 ຕິດພັນກັບດໍາລັດ 414/ລບ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ຂອງແຂວງ ເຫັນໄດ້ອັນພົ້ນເດັ່ນ ເປັນຕົ້ນ ໂຄງການທົດລອງຂຸດຄົ້ນແຮ່ເຫລັກເພື່ອສົ່ງອອກ, ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ SMEs. ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ 2022 ແຂວງໄຊສົມບູນ ສາມາດຈັດເກັບລາຍຮັບເຂົ້າງົບປະມານ ໄດ້ 214,22 ຕື້ກີບ, ເທົ່າກັບ 38,39% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 27,40%, ລາຍຈ່າຍ ປະຕິ ບັດໄດ້ 105.91 ຕື້ກີບ, ເທົ່າກັບ 29,31% ຂອງແຜນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫລຸດລົງ 20,74%; ສ່ວນບ້ວງລົງທຶນຂອງລັດໄດ້ຮັບອະນຸມັດທຶນ ທັງໝົດ 162.615 ຕື້ກີບ, ໃນນີ້: ສູນກາງອະນຸ ມັດ 46 ໂຄງການ, ມູນຄ່າ 151.162 ຕື້ກີບ (ສະພາແຫ່ງຊາດຮັບຮອງແລ້ວ); ແຂວງອະນຸມັດ 137 ໂຄງການ, ມູນຄ່າ 11.452 ຕື້ກີບ (ກຳລັງກະກຽມສະເໜີສະພາປະຊາຊົນແຂວງຮັບຮອງ).ໃນນາມ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ແຂວງ ໄຊສົມບູນ ຍັງມີບາງຂໍ້ສະເໜີໃຫ້ລັດຖະບານຊ່ວຍປັບປຸງແກ້ໄຂ ຄື:

ຊຸກຍູ້ຂະແໜງການກ່ຽວຂ້ອງ ໃຫ້ການຮ່ວມມືຈັດຕັ້ງປະຕິບັດ ດຳລັດ 414/ລບ ວ່າດ້ວຍນະໂຍບາຍການພັດທະນາເສດຖະກິດ ແຂວງໄຊສົມບູນ; ຊຸກຍູ້, ສົ່ງເສີມການຜະລິດເພື່ອສົ່ງອອກ ເປັນຕົ້ນ ການຜະລິດສິນຄ້າກະສິກຳ-ຫັດຖະກຳ ປະຈຳທ້ອງຖິ່ນ, ການທ່ອງທ່ຽວທຳມະຊາດ ແລະ ວັດທະນາທຳ ໃນຂອບເຂດທົ່ວແຂວງ; ຊຸກຍູ້ການຜະລິດສິນຄ້າທົດແທນການນໍາເຂົ້າ ທີ່ແຂວງມີທ່າແຮງ ແລະ ມີໜໍ່ແໜງ ເປັນຕົ້ນ ການປຸງແຕ່ງກະສິກຳ, ການຜະລິດເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ເພື່ອຮັບໃຊ້ການຜະລິດ ແລະ ການດໍາລົງຊີວິດປະຈໍາວັນ; ຊຸກຍູ້ການ ພັດທະນາແຫລ່ງທ່ອງທ່ຽວ ຕາມທິດສີຂຽວ ແລະ ຍືນຍົງ ຕາມແຜນພັດທະນາຂອງແຂວງ; ຊຸກຍູ້ໂຄງການກໍ່ສ້າງພື້ນຖານໂຄງລ່າງ ຈຳນວນໜຶ່ງ ເປັນຕົ້ນ ໂຄງການປັບປຸງຍົກລະດັບທາງປູຢາງສອງຊັ້ນ ເສັ້ນທາງຫລວງແຫ່ງຊາດ 5B ແຕ່ຂົວນໍ້າຍອນ ຫາ ບ້ານນາໄຊສະຫວ່າງ ເຂດແດນແຂວງວຽງຈັນ, ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ແຕ່ສາມແຍກພູຄຳ-ລ້ອງແຈ້ງ-ຊຳທອງ-ຊາຍແດນແຂວງຊຽງຂວາງ, ໂຄງການກໍ່ສ້າງເສັ້ນທາງ ແຕ່ບ້ານຜາລະແວກ-ນໍ້າປຸ່ງ-ບ້ານພູກະທະ, ເສັ້ນທາງທະລຸໄປຫາເຂດຈຸມສຸມພັດທະນາ ແລະ ເຂດການຜະລິດພາຍໃນແຂວງ, ເສັ້ນທາງປູຢາງ ແຕ່ເມືອງທ່າບົກ ໄປຫາ ເມືອງລ້ອງຊານ ແລະ ໂຄງການກໍ່ສ້າງລະບົບນໍ້າປະປາ ຢູ່ ເມືອງທ່າໂທມ ແລະ ເມືອງລ້ອງແຈ້ງ; ຊຸກຍູ້ການພັດທະນາດ້ານການສຶກສາ, ສາ ທາລະນະສຸກ, ພັດທະນາສີມືແຮງງານ ໃນສາຂາວິຊາຊີບຕ່າງໆໃຫ້ຊາວໜຸ່ມມີວຽກເຮັດງານທຳ, ສ້າງລາຍໄດ້ແກ້ໄຂຄວາມທຸກຍາກ; ຕິດຕາມແກ້ໄຂຜົນກະທົບດ້ານທຳມະຊາດ ແລະ ສັງຄົມ ຈາກໂຄງການຂຸດຄົ້ນແຮ່ທາດ ຈຳນວນໜຶ່ງ ທີ່ບໍ່ທັນປະຕິບັດຕາມມາດຕະຖານເຕັກນິກ, ຂັ້ນຕອນຂອງກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ແຫຼ່ງຂ່າວ: ຂປລ