Home Blog Page 96

ປກສ ເມືອງນາຊາຍທອງ ຈັບກຸ່ມຄ້າຂາຍຢາເສບຕິດລາຍໃຫຍ່ ພ້ອມຂອງກາງ

ຕາມການລາຍງານຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ກອງບັນຊາການ ປກສ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ແກ້ໄຂກຸ່ມ ຄ້າຂາຍຢາບ້າ ຢູ່ພື້ນທີ່ເມືອງນາຊາຍທອງ ໃນວັນທີ 17 ແລະ 18 ມີນາ 2022 ກັກເປົ້າໝາຍ 4 ຄົນ ພ້ອມຂອງກາງຢາບ້າ 12.065 ເມັດ ມາດໍາເນີນຄະດີ.

ພັທ ບຸນມີ ກັນຕີຍະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຈາກປະຊາຊົນວ່າ ມີກຸ່ມໄວລຸ້ນມົ້ວສຸມ ແລະ ຄ້າຂາຍຢາເສບຕິດ ຈິ່ງລົງກວດກາ, ຕິດຕາມ ຮອດວັນທີ 17 ມີນາ 2022, ເຂົ້າກັກເປົ້າໝາຍຄ້າຂາຍຢາເສບຕິດໄດ້ 3 ຄົນ ຄື ທ້າວ ວົງພາວັນ ອາຍຸ 38 ປີ ກຳມະກອນ ຢູ່ບ້ານຖ້ຳ ເມືອງນາຊາຍທອງ ພ້ອມຢາເສບຕິດ 65 ເມັດ, ທ້າວ ອ໋ອດ ອາຍຸ 32 ປີ ກຳມະກອນ ບ້ານດອນ ເມືອງຫາດຊາຍຟອງ ນວ ພ້ອມຢາບ້າ 3.000 ເມັດ ແລະ ທ້າວ ເດດນະພາ ອາຍຸ 25 ປີ ກຳມະກອນ ບ້ານດອນຝາຍ ເມືອງຫາດຊາຍຟອງ ພ້ອມຂອງກາງ 3.000 ເມັດ ແລະໄດ້ສອບສວນເບື້ອງຕົ້ນ ເພື່ອຂະຫຍາຍຜົນຊອກຫາກຸ່ມແກ້ງທີ່ຮ່ວມຂະບວນການ ຕົກມາຮອດວັນທີ 18 ມີນາ 2022, ໄດ້ສືບຕໍ່ກັກຕົວ ທ້າວ ໂນ້ ອາຍຸ 40 ບ້ານຫ້ວຍເພັດ ເມືອງປາກກະດິງ ແຂວງບໍລິຄຳໄຊ ມີຢາເສບຕິດ 6.000 ເມັດ.

ຜ່ານມາສອບສວນເບື້ອງຕົ້ນພວກກ່ຽວຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນຂອງພວກກ່ຽວ ຊື້ມາຈາກພັກພວກຮ່ວມຂະບວນການຄ້າຂາຍຢາເສບຕິດ ເພື່ອເອົາມາຂາຍໃຫ້ກັບກຸ່ມໄວລຸ້ນທົ່ວໄປ, ປັດຈຸບັນ ກໍາລັງເລັ່ງຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການ ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ລາຍງານໂຄວິດ-19 ປະຈຳວັນ

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາປະຈຳວັນທີ 22ມີນາ 2022ໃຫ້ຮູ້ວ່າ:

ວັນທີ 21 ມີນາ 2022  ໄດ້ກວດວິເຄາະທັງໝົດ 5,976 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 2,328 ຄົນ (ຕິດເຊື້ອພາຍໃນ 2,306 ຄົນ ແລະ ນໍາເຂົ້າ 22 ຄົນ).

  • ນະຄອນຫຼວງ          1329   ຄົນ
  • ສະຫັວນນະເຂດ 169     ຄົນ
  • ຊຽງຂວາງ          137     ຄົນ
  • ອຸດົມໄຊ            106     ຄົນ
  • ຄໍາມ່ວນ            85      ຄົນ
  • ໄຊຍະບູລີ      84      ຄົນ
  • ວຽງຈັນ            75      ຄົນ
  • ບໍ່ແກ້ວ             65      ຄົນ
  • ສາລະວັນ          63      ຄົນ
  • ບໍລິຄໍາໄຊ      49      ຄົນ
  • ຫົວພັນ            47      ຄົນ
  • ອັດຕະປື           22      ຄົນ
  • ໄຊສົມບູນ          20      ຄົນ
  • ຫຼວງພະບາງ      17      ຄົນ
  • ຫຼວງນໍ້າທາ        14      ຄົນ
  • ຈໍາປາສັກ      9       ຄົນ
  • ເຊກອງ            8       ຄົນ ຜົ້ງສາລີ              7       ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 22 ຄົນ ຈາກ ນະຄອນຫຼວງວຽງຈັນ 2 ຄົນ, ສະຫວັນນະເຂດ 01 ຄົນ, ຈໍາປາສັກ 1 ຄົນ, ຊຽງຂວາງ 07 ຄົນ ແລະ ຫົວພັນ 11ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 154,094 ຄົນ, ອອກໂຮງໝໍວານນີ້ 153 ຄົນ, ກຳລັງປິ່ນປົວ 2,280 ຄົນ ແລະ ເສຍຊີວິດທັງໝົດ 651 ຄົນ (ເສຍຊີວິດໃໝ່ 2 ຄົນ)

ເຊື່ອມໂຍງກັບ 192 ປະເທດໃນທົ່ວໂລກ!

ທ່ານ ສຸລິຍາ ຄຳບູຣາວົງ ຫົວໜ້າກົມໄປສະນີ ໄດ້ລາຍງານໃນພິທີສະເຫລີມສະຫລອງວັນໄປສະນີແຫ່ງຊາດ ຄົບຮອບ 57 ປີ (13/3/1965-13/3/2022) ໃນອາທິດຜ່ານມາວ່າ: ໄລຍະຜ່ານມາ ວຽກງານໄປສະນີຂອງ ສປປ ລາວ ສາມາດເຊື່ອມໂຍງກັບ 192 ປະເທດໃນທົ່ວໂລກ ເຮັດໃຫ້ການຈໍລະຈອນແຈກຢາຍສິ່ງຂອງ ແລະ ສິນຄ້າ ລະຫວ່າງບັນດາປະເທດ ລວມທັງໃນສປປ ລາວ ມີຄວາມສະດວກ ແລະ ຂະຫຍາຍຕົວເພີ່ມຂຶ້ນຢ່າງຫລວງຫລາຍ. ຂະນະທີ່ຜູ້ປະກອບການໄປສະນີໃນຂອບເຂດທົ່ວປະເທດເພີ່ມຂຶ້ນຈາກ 5 ບໍລິສັດ ໃນປີ 2016 ເປັນ 40 ບໍລິສັດ ໃນປີ 2021 ເທົ່າກັບ 800%, ມູນຄ່າການລົງທຶນທີ່ຈົດທະບຽນຮອດປີ 2021 ມີເຖິງ 126,27 ຕື້ກີບ ເພີ່ມຂຶ້ນ 393,75% ທຽບໃສ່ປີ 2019, ບໍລິມາດການຮັບຝາກເພີ່ມຂຶ້ນ 600 ໂຕນ/ປີ ເມື່ອທຽບກັບປີ 2015 ທີ່ມີບໍ່ເຖິງ 100 ໂຕນ/ປີ, ປ່ອງບໍລິການໃນປີ 2021 ມີພຽງ 521 ປ່ອງ ຕົ້ນປີ 2022 ມີເຖິງ 800 ປ່ອງໃນທົ່ວປະເທດ ເພີ່ມຂຶ້ນ 153,5% ກວມເອົາອັດຕາສ່ວນຂອງພົນລະເມືອງ 8.750 ຄົນ/ປ່ອງ ຂອງພົນລະເມືອງ 7 ລ້ານຄົນ ແລະ ອັດຕາສະເລ່ຍ 454,51 ກິໂລຕາແມັດ/ປ່ອງບໍລິການ.

ການຂະຫຍາຍຕົວຂອງວຽກງານໄປສະນີ ໄດ້ສ້າງເງື່ອນໄຂ ແລະ ຂໍ້ສະດວກຫລາຍຂຶ້ນ ໃຫ້ແກ່ສັງຄົມ ໃນການສ້າງວຽກເຮັດງານທຳ ໃຫ້ກັບຊາວໜຸ່ມໄດ້ຢ່າງກວ້າງຂວາງ ເປັນຕົ້ນ ອາຊີບເສີມໃນການ ແຈກຢາຍເຄື່ອງຝາກ ໂດຍສະເພາະ ໃນຍຸກເສດຖະກິດດີຈີຕອນ ສິ່ງທີ່ຂາດບໍ່ໄດ້ກໍຄືເລື່ອງການເຮັດທຸລະກຳ ດ້ານການຄ້າເອເລັກໂຕຣນິກ ເຊິ່ງການຄ້າເອເລັກໂຕຣນິກ ແມ່ນອົງປະກອບໜຶ່ງທີ່ສຳຄັນໃນການສ້າງມູນຄ່າເພີ່ມ ແລະ ຊ່ອງທາງເປີດກວ້າງຕະຫລາດໃຫ້ກັບຜູ້ຜະລິດ ແລະ ຜູ້ຊົມໃຊ້ ເຊື່ອມໂຍງເຖິງກັນໄດ້ງ່າຍຂຶ້ນ.

ສິ່ງສຳຄັນຊ່ວຍໃຫ້ເກີດການແລກປ່ຽນຊື້-ຂາຍກັນໄດ້ຢ່າງກວ້າງຂວາງ ທັງພາຍໃນ ແລະ ຕ່າງ ປະເທດ ໂດຍອາໄສ 3 ປັດໄຈພື້ນຖານ ຄື: ປັດໄຈດ້ານເຕັກໂນໂລຊີສື່ສານຂ່າວສານ, ປັດໄຈດ້ານຊໍາລະສະສາງ ແລະ ປັດໄຈດ້ານຈັດສົ່ງ-ແຈກຢາຍ ຂອງຂະແໜງການໄປສະນີ.

ນອກຈາກນີ້, ເຕັກໂນໂລຊີສື່ສານຂ່າວສານ ຍັງຊ່ວຍໃຫ້ການກະຈາຍຂໍ້ມູນຂ່າວສານ ຂອງສິນຄ້າ ແລະ ການບໍລິການຕ່າງໆ ຈາກຜູ້ສະໜອງໄປເຖິງຜູ້ບໍລິໂພກໄດ້ງ່າຍ ຜ່ານທາງ Smart Device ເພື່ອໃຫ້ຮູ້ສິນຄ້າຕ່າງໆມີແຫລ່ງຜະລິດຢູ່ໃສ, ມີຄຸນນະພາບແນວໃດ, ລາຄາເທົ່າໃດ, ສາມາດຊໍາລະເງິນໄດ້ໃນຊ່ອງທາງໃດ ແລະ ຈະສົ່ງໄປເຖິງມືຜູ້ບໍລິໂພກແນວໃດ ກ່ອນການພິຈາລະນາຕັດສິນໃຈສັ່ງຊື້.

ການຊໍາລະສະສາງແບບເອເລັກໂຕຣນິກ ເປັນຊ່ອງທາງທີ່ຊ່ວຍໃຫ້ເກີດຄວາມສະດວກ ໃນການສຳລະສະສາງ ໃນຮູບແບບເອເລັກໂຕຣນິກ ມີຄວາມສະດວກວ່ອງໄວ ແລະ ປອດໄພ ໂດຍນຳໃຊ້ບໍລິການຜ່ານ ແອັບພລີເຄຊັນຕ່າງໆຂອງທະນາຄານ ຫລື ບໍລິການໂອນຜ່ານຊ່ອງທາງອື່ນ ທີ່ທັງສອງຝ່າຍ ຜູ້ສະໜອງ ແລະ ຜູ້ບໍລິ ໂພກໄດ້ຕົກລົງກັນ.

ທ່ານ ສຸລິຍາ ຄຳບູຣາວົງ ກ່າວຕື່ມວ່າ: ປັດໄຈດ້ານການຈັດສົ່ງ ແລະ ແຈກຢາຍຂອງຂະແໜງ ການໄປສະນີ ແມ່ນມີຄວາມສຳຄັນຫລາຍ ເພາະມັນມີຜົນຕໍ່ສິນຄ້າ ແລະ ຄວາມເຊື່ອໝັ້ນ ລະຫວ່າງຜູ້ສະໜອງ ແລະ ຜູ້ບໍລິໂພກ ເນື່ອງຈາກການທີ່ຈະເຮັດໃຫ້ມີການຊື້ຂາຍເກີດຂຶ້ນໄດ້ຈິງ ກໍຕໍ່ເມື່ອທຸກໆການສັ່ງຊື້ທີ່ມີການສຳລະສະສາງໄປແລ້ວ ຜູ້ບໍລິໂພກກໍຕ້ອງມີຄວາມຫວັງ ທີ່ຢາກໄດ້ຮັບສິນຄ້າຕາມເວລາທີ່ຕົນກຳ ນົດ ໃນສະພາບທີ່ສິນຄ້າເທົ່າເດີມ ຕາມຈຳນວນທີ່ສັ່ງຊື້ໄປ.

ປັດໄຈດ້ານນີ້, ມັນຮຽກຮ້ອງຜູ້ໃຫ້ບໍລິການຕ້ອງມີທັງມາດຕະຖານ ແລະ ຄຸນນະພາບທີ່ດີ, ມີລາຄາທີ່ເຂົ້າເຖິງໄດ້ງ່າຍ ແລະ ສາມາດນຳສົ່ງ-ແຈກຢາຍໄປຮອດມືຜູ້ຮັບດ້ວຍຄວາມເພິ່ງພໍໃຈ.

ເພື່ອຕອບສະໜອງກັບຄວາມຕ້ອງການ ຂອງສັງຄົມຍຸກໃໝ່ ກົມໄປສະນີ ກໍຄື ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈະເພີ່ມທະວີນໍາພາ ໃນການພັດທະນາການສື່ສານໄປສະນີໃນທຸກຮູບແບບ ໃຫ້ຂະຫຍາຍທົ່ວເຖິງໃນຂອບເຂດທົ່ວປະເທດ, ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ທັງຮັບປະກັນໃຫ້ປະຊາຊົນ ໄດ້ຊົມໃຊ້ບໍລິການໄປສະນີ ໄດ້ຢ່າງສະດວກສະບາຍ, ມີຄຸນນະພາບ ແລະ ວ່ອງໄວ.

ແຫຼ່ງຂ່າວ: ຂປລ

ເຫດລົດຈັກ+ລົດໃຫຍ່ ເສຍຊີວິດຄາທີ່ 01 ຄົນ

ໃນວັນທີ່​ 21​ ມີນາ​ 2022​ ເວລາ​ 19:04​ ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າ​ມີ​ອຸບັດຕິເຫດ​ຂັບຂີ່ລົດ​ຈັກ+ລົດໃຫຍ່ ຢູ່ທີ່​ເສັ້ນທາງບ້ານຜາໂຄມ ນະຄອນຫລວງ​ພະບາງ​ ເມື່ອໜ່ວຍກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດຄາທີ່ 01 ຄົນ ຊື່ທ້າວ​ ຕຸ້ຍ​ ອາຍຸ ​35 ປີ ບ້ານຢູ່ປັດຈຸບັນບ້ານມ່ວງຄຳ​ ເມືອງຈອມເພັດ​ ແຂວງຫລວງພະບາງ.

ດັ່ງນັ້ນ​ຫນ່ວຍ​ກູ້​ຊີບ​ອົງການ​ກາແດງລາວ​ຫຼວງ​ພະ​ບາງ​ໄດ້ທຳການຫໍ່ສົບແລ້ວນຳສົ່ງວັດປ່າຫຍ້າທຶບ.

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດມານະທີ່ນີ້ດ້ວຍ.

ຂໍ້ມູນຈາກ: ໜ່ວຍກູ້ຊີບອົງການກາແດງລາວຫຼວງພະບາງ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2022

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2022 ໄດ້ໄຂຂຶ້ນຢ່າງທາງການ ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21 ມີນາ 2022 ທີ່ສໍານັກງານນາຍົກລັດ ຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດ ຖະມົນຕີ, ສະມາຊິກລັດຖະບານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.ກອງປະຊຸມຄັ້ງນີ້ ໄດ້ດຳເນີນໃນທ່າມກາງບັນຍາກາດ ທີ່ ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນ ພວມສຸມໃສ່ປະຕິບັດ 2 ວາລະແຫ່ງ ຊາດ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ.

ໃນຂະນະດຽວກັນ ສະພາບການຂອງໂລກ ຍັງສືບຕໍ່ຜັນແປຢ່າງສັບສົນ ແລະ ເຄັ່ງຮ້ອນ. ສຳລັບຢູ່ປະເທດເຮົາ ຍັງປະເຊີນກັບສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19, ໄພເງິນເຟີ້, ລາຄານໍ້າມັນເຊື້ອໄຟ ທີ່ມີການເໜັງຕີງ ແລະ ມີທ່າອ່ຽງນັບມື້ເພີ່ມຂຶ້ນ ຍ້ອນໄດ້ຮັບຜົນກະທົບຈາກປັດໄຈພາຍນອກ ໄດ້ກາຍເປັນສິ່ງທ້າທາຍ ຕໍ່ການພັດ ທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ.

ດັ່ງນັ້ນ, ສິ່ງສໍາຄັນ, ຈໍາເປັນ ແລະ ຮີບດ່ວນທີ່ສຸດ ຂອງລັດຖະບານ ໃນໄລຍະນີ້ ແມ່ນ ສືບຕໍ່ສຸມທຸກກໍາລັງແຮງ ຂອງທຸກພາກສ່ວນໃນສັງຄົມ ເພື່ອເລັ່ງຟື້ນຟູເສດຖະກິດ ຂອງປະເທດເຮົາ ໃຫ້ຄືນສູ່ສະພາບປົກກະຕິໂດຍໄວ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ ໃນເງື່ອນໄຂຂອງການແຜ່ລະບາດຂອງພະຍາດໂຄວິດ-19 ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳ ແລະ ປະສົບຜົນສຳເລັດ ຕາມແຜນທີ່ກຳນົດໄວ້.ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2022 ຈະໄດ້ດຳເນີນເປັນເວລາ 2 ວັນ ຄື: ວັນທີ 21-22 ມີນາ ຊຶ່ງເນື້ອໃນຂອງກອງປະຊຸມ ຈະໄດ້ປຶກສາຫາລື, ຄົົ້ນຄວ້າ ແລະ ເປັນເອກະ ພາບກັນ ຕໍ່ 9 ຫົວຂໍ້ ທີ່ສໍາຄັນ ແລະ ຈໍາເປັນ ໃນການແກ້ໄຂບັນຫາລວມຂອງຊາດ ຄື:

1. ສະຫຼຸບວຽກງານພົົ້ນເດັ່ນ ປະຈໍາເດືອນມີນາ ແລະ ທິດທາງແຜນການ ປະຈໍາເດືອນເມສາ 2022 ຂອງລັດຖະບານ.

2. ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ (ສ້າງໃໝ່).

3. ຮ່າງກົດໝາຍ ວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ (ປັບປຸງບາງມາດຕາ).

4. ຮ່າງລັດຖະບັນຍັດ ວ່າດ້ວຍລາຍການສິນຄ້າ ແລະ ອັດຕາພາສີຂາອອກ (ສະບັບປັບປຸງ).

5. ຮ່າງດໍາລັດ ວ່າດ້ວຍໃບເກັບເງິນ (ສະບັບປັບປຸງ).

6. ຮ່າງດໍາລັດ ວ່າດ້ວຍພົນລະ ເມືອງກິດຕິມະສັກ.

7. ຮ່າງດໍາລັດ ວ່າດ້ວຍຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດ ຖະກິດເອກະຊົນ. 8. ຮ່າງດໍາລັດ ວ່າດ້ວຍຄ່າແຮງ ງານຂອງຜູ້ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.9. ຮ່າງຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີີ່ຕົກຄ້າງ ຢູ່ ສປປ ລາວ.ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາທ່ານ ສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນ ຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

ການນໍາຄໍາມ່ວນ ຮ່ວມຈາລຶກຄຸນງາມຄວາມດີ ຂອງນັກຮົບປະຕິວັດ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ

ຕາມຫານລາຍງານຂອງ ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ວັນທີ 20 ມີນາ 2022 ຄະນະການນໍາແຂວງຄໍາມ່ວນ ນໍາໂດຍ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຄໍາມ່ວນ ໄດ້ພ້ອມກັນເຂົ້າຮ່ວມຈາລຶກຄຸນງາມຄວາມດີຂອງທ່ານຜູ້ນໍາ ແລະ ນັກຮົບປະຕິວັດທີ່ໄດ້ເສຍສະຫລະຊີວິດໃນພາລະກິດປົດປ່ອຍປະເທດຊາດ ໂດຍສະເພາະ ເປັນການລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງນັກຮົບປະຕິວັດຜູ້ເສຍສະຫຼະລະຊີວິດໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ເຊິ່ງປີນີ້ ຄົບຮອບ 76 ປີ ໂດຍໄດ້ເຂົ້າວາງດອກໄມ້ ຢູ່ 4 ຈຸດຄື: ອານຸສາວະລີນັກຮົບນິລະນາມ, ອານຸສາວະລີ ປະທານ ໄກສອນ ພົມວິ ຫານ, ອານຸສອນສະຖານປະທານ ສຸພານຸວົງ ແລະ ຫໍໄຫວ້ຈາລຶກເຫດການປະຫວັດ ສາດບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946.

ວັນທີ 21 ມີນາ 1946 ທີ່ເມືອງທ່າແຂກ ແຂວງຄໍາມ່ວນ, ສະເດັດເຈົ້າ ສຸພານຸວົງ ຜູ້ບັນຊາການສູງສຸດຂອງກໍາລັງປະກອບອາວຸດຂອງລັດຖະບານລາວ ເອກະລາດໄດ້ບັນຊາກອງທະຫານຮ່ວມສໍາພັນລາວ-ຫວຽດນາມ ແລະ ປະຊາຊົນໂດຍກົງສູ້ຮົບຢ່າງພິລະອາດຫານເພື່ອປ້ອງກັນເມືອງທ່າແຂກ ທ່າມກາງການບຸກໂຈມຕີຢ່າງປ່າເຖື່ອນຂອງທະຫານພວກລ່າເມືອງ.

ມູນເຊື້ອ 21 ມີນາ 1946 ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ໂດຍສະເພາະ ແມ່ນການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຂອງໜ່ວຍພັກເມືອງທ່າແຂກ, ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ແລະ ຄວາມໝາຍຄວາມສຳຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ. ເຊິ່ງບັ້ນຮົບດັ່ງກ່າວແມ່ນໜຶ່ງໃນບັ້ນຮົບການຕໍ່ສູ້ທີ່ມີຄວາມສໍາຄັນໃນລາວ, ມັນບໍ່ແມ່ນພຽງແຕ່ເປັນວັນຄຽດແຄ້ນຂອງປະຊາຊົນລາວຕໍ່ພວກລ່າເມືອງຂຶ້ນຜູ້ຮຸກຮານເທົ່ານັ້ນ, ມັນຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍນຳກັນລະຫວ່າງ 2 ຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ເປັນແວ່ນແຍ່ງອັນເຫລື້ອມໃສຂອງນໍ້າໃຈສູ້ຮົບພິລະອາດຫານ ບໍ່ຍອມຈຳນົນຂອງກອງທັບ ແລະ ປະຊາຊົນເມືອງທ່າແຂກ ແຂວງຄຳມ່ວນ ກໍຄື ການບັນຊາເດັດດ່ຽວໜຽວແໜ້ນຂອງ ຄະນະກອງບັນຊາການກຳລັງປະກອບອາວຸດພວກເຮົາໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ນຳໜ້າ, ມັນໄດ້ຝັງເລິກໃນດວງໃຈຂອງປະຊາຊົນລາວ ແລະ ຫວຽດນາມຕ່າງດ້າວຈົນຊົ່ວກາລະນານ.

ແຫຼ່ງຂ່າວ: ຂປລ

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຢ້ຽມຢາມໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ

ເນື່ອງໃນໂອກາດ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມດ້ວຍຄະນະການນຳຂັ້ນສູນກາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ, ໃນວັນທີ 12 ມີນາ 2022 ໄດ້ຢ້ຽມຢາມໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ຈຳກັດ ເຊິ່ງໃຫ້ການຕອນຮັບໂດຍ ທ່ານ ສົມຫວັງ ຄຸຣຸລັດ ປະທານໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ ພ້ອມດ້ວຍພະນັກງານບໍລິສັດ.

ທ່ານ ອຸທັນ ໄຕລິດທິ ຮອງປະທານໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ ກໍໄດ້ລາຍງານການຈັດຕັ້ງປະຕິບັດການກໍສ້າງໂຮງງານຕໍ່ ທ່ານລັດຖະມົນຕີວ່າ: ໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ ໄດ້ກໍ່ສ້າງໂຮງງານມາແຕ່ເດືອນກັນຍາ 2021 ມາເຖິງປັດຈຸບັນສຳເລັດແລ້ວ 100% ແລະ ຈະເປີດນຳໃຊ້ຢ່າງເປັນທາງການໃນມໍ່ໆນີ້ ມູນຄ່າການກໍ່ສ້າງ 30 ຕື້ກວ່າກີບ.

ໂຮງງານສາມາດບັນຈຸນ້ຳມັນໄດ້ 2.400.000 ລິດ, ສາມາດປຸງແຕ່ງນ້ຳມັນໄດ້ 100 ລ້ານລິດຕໍ່ປີ ໂດຍມີສ່ວນປະສົມນ້ຳມັນກາຊວນສຳເລັດຮູບ 60%, ນໍ້າມັນເຄິ່ງສຳເລັດຮູບດີໄລ້ອອຍ (Dei light oil) 39% ແລະ ເຄມີປຸງແຕ່ງ1% ຈາກປະເທດ ສສ ຫວຽດນາມ ແລະ ປະເທດໄທ ຜະລິດ-ປຸງແຕ່ງ ເປັນນ້ຳມັນກາຊວນ ແລະ ນຳເຂົ້ານ້ຳມັນແອັດຊັງ ເພື່ອຈຳໜ່າຍຢູ່ພາຍໃນ ແລະ ສົ່ງອອກບັນດາແຂວງອ້ອມຂ້າງ ຄາດວ່າຈະສົ່ງອອກຜ່ານລັດວິສາຫະກິດນ້ຳມັນເຊື້ອໄຟລາວ.

ໂອກາດດັ່ງກ່າວ,ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ໄດ້ກ່າວສະແດງຄວາມຊົມເຊີຍ ໃນການລົງທຶນຂອງບໍລິສັດ ເພື່ອສ້າງສາພັດທະນາປະເທດຊາດ, ເປັນການພັດທະນາທີ່ດີ ເຊິ່ງການປຸງແຕ່ງນ້ຳມັນເຊື້ອໄຟເພື່ອຈຳໜ່າຍພາຍໃນ ຈະເປັນການປະຢັດເງິນກີບ ບໍ່ໃຫ້ຮົ່ວໄຫຼອອກປະເທດ ແລະ ເນັ້ນໃຫ້ເກັບລາຍຮັບຜ່ານປະຕູດຽວ, ຜະລິດເນໍ້າມັນສະອາດ, ຕ້ອງປະຕິບັດຕາມຫຼັກການ, ເຕັກນິກຢ່າງເຄັ່ງຄັດ, ກວດກາເປັນປະຈຳ, ຮີບຮ້ອນແລ່ນເອກະສານທີ່ຍັງບໍ່ທັນໄດ້, ພົວພັນ ແລະ ປະສານງານນຳພະແນກ ອຄ ແຂວງ ເພື່ອໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນສູງ.

ແຫຼ່ງຂ່າວ: ເສດຖະກິດການຄ້າ

ປກສ ແຂວງສະຫວັນນະເຂດຈັບກຸ່ມເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 6 ຄົນພ້ອມຂອງກາງ 10 ມັດ

ຕາມການງາຍງານຂອງ ຂ່າວ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 15 ມີນາ 2022ນີ້, ເຈົ້າໜ້າທີ່ ປກສ ເມືອງ ຈໍາພອນ ແຂວງ ສະຫວັນນະເຂດ, ໄດ້ກັກຕົວເປົ້າໝາຍຄ້າ-ຂາຍຢາເສບຕິດ (ຢາບ້າ)ໄດ້ 1 ຄົນ ຄື: ທ້າວ ແຍ້ມ ອາຍຸ 46ປີ, ອາຊີບ ເຮັດນາ ບ້ານ ກະຫຼາງເໜືອ ເມືອງ ຈໍາພອນ ແຂວງ ສະຫວັນນະເຂດ, ພ້ອມຂອງກາງຢາເສບຕິດ(ຢາບ້າ) ຈໍານວນ 10ມັດ ເທົ່າກັບ 20.000 ເມັດ, ລົດຈັກຮອນດ້າ ເວັບ 01 ຄັນ, ຜ່ານການສືບສວນ-ສອບສວນເບື້ອງຕົ້ນ ທ້າວແຍ້ມ ໃຫ້ການຊັດທອດວ່າ ຊື້ຢາບ້າ ມາຈາກ ທ້າວ ໜຸກ ກົງມະນີວັນ ອາຍຸ 35 ປີ, ຢູ່ ບ້ານ ນາຟອງທ່າ ເມືອງ ສອງຄອນ.

ຈາກນັ້ນທາງເຈົ້າໜ້າທີ່ ປກສ ເມືອງ ຈໍາພອນ ຈຶ່ງໄດ້ປະສານສົມທົບກັບເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ – ຕ້ານຢາເສບຕິດ ປກສ ແຂວງ ແລະ ເຈົ້າໜ້າທີ່ ປກສ ເມືອງ ສອງຄອນ ລົງຕິດຕາມຈັບຕົວເປົ້າໝາຍຊັດທອດດັ່ງກ່າວ ຈົນຮອດເວລາປະມານ 10 ໂມງ ວັນດຽວກັນ, ສາມາດກັກຕົວຜູ້ຮ່ວມຂະບວນການໄດ້ອີກ 05 ຄົນ, ຄື:

ທ້າວ ໜຸກ ກົງມະນີວັນ ອາຍຸ 33ປີ, ອາຊີບ ເຮັດນາ, ບ້ານ ນາຟອງທ່າ ເມືອງ ສອງຄອນ ແຂວງ ສະຫວັນນະເຂດ, ທ້າວ ແສງສຸລິນ ຫຼື ຫວານ ອາຍຸ 22 ປີ, ອາຊີບ ເຮັດນາ, ບ້ານ ກະຫຼາງເໜືອ, ທ້າວ ຈ່ອຍ ອາຍຸ 35 ປີ, ອາຊີບ ເຮັດນາ, ບ້ານ ນາກະທ້າງ ທັງສອງຢູ່ເມືອງ ຈໍາພອນ ແຂວງ ສະຫວັນນະເຂດ, ທ້າວ ແກ່ນຈັນ ອາຍຸ 46 ປີ, ອາຊີບ ກໍາມະກອນ ແລະ ທ້າວ ຈັນທະຈອນ ຫຼື ຫວຽດ ອາຍຸ 35 ປີ, ອາຊີບກໍາມະກອນ, ທັງສອງຢູ່ບ້ານ ໜອງພະຍາ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ພ້ອມເຄື່ອງຂອງກາງ ຢາບ້າທີ່ຢຶດໄດ້ນຳພວກກ່ຽວນຳພວກກ່ຽວທີ່ຊັດທອດກັນ ຈໍານວນ 10 ມັດ, ລົດຈິບ ໂຕໂຢຕ້າ ຟໍຈູນເນີ້ ອໍນິວ ສີດໍາ ປ້າຍທະບຽນ ຫບ 2999 ກໍາແພງນະຄອນ, ລົດກະບະ ໂຕໂຢຕ້າ ລີໂວ ສີ ປອນເງິນ ປ້າຍທະບຽນ ກມ 1582 ກໍາແພງນະຄອນ, ລົດຈັກ 04 ຄັນ ບໍ່ມີປ້າຍທະບຽນ, ໂທລະສັບ ມືຖື 09 ໜ່ວຍ, ເງິນກີບ ຈໍານວນ 1.130.000 ກີບ ( ຫນຶ່ງລ້ານຫນຶ່ງແສນສາມສິບພັນກີບ ), ເງິນບາດ 224.000 ບາດ (ສອງແສນຊາວສີພັນບາດ), ແລ້ວນຳເອົາຕົວທັງ 06 ຄົນ,ພ້ອມຂອງກາງທັງໝົດ ຂຶ້ນມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ, ສວນຄະດີດັ່ງກ່າວ ເຈົ້າໜ້າທີ່ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ຍັງດໍາເນີນການ ສືບສວນ – ສອບສວນ ເພື່ອສືບຕໍ່ຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການ ມາລົງໂທດ ຕາມລະບຽບກົດຫມາຍຕໍ່ໄປ.

ແຈ້ງການຈາກກະຊວງອຸດສາຫະກໍາ ແລະ ການຄ້າ

ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0634/ອຄ.ກຈພງ, ລົງວັນທີ 01 ກໍລະກົດ 2020;

ອີງຕາມສະພາບການແຜ່ລະບາດຂອງພະຍາດໂຄວິດ ຮອບໃຫມ່, ຄັ້ງວັນທີ 15 ມີນາ 2022;

ອີງຕາມ ທິດຊີ້ນໍາຂອງຄະນະນໍາກະຊວງ ອຄ, ຄັ້ງວັນທີ 16 ມີນາ 2022.

ຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບ ຕາມການ ລາຍງານສະພາບການແຜ່ລະບາດປະຈໍາວັນ ຂອງຄະນະສະເພາະກິດ ວ່າດ້ວຍການຕ້ານ ແລະ ສະກັດກັ້ນການແຜ່ ລະບາດ ຂອງພະຍາດໂຄວິດ-19 ມີຜູ້ຕິດເຊື້ອເພີ່ມຂຶ້ນຈໍານວນຫຼາຍ. ຄຽງຄູ່ກັນນີ້, ລາຄານ້ໍາມັນກໍເພີ້ມສູງຂື້ນ ເປັນຫວັດການໃນຮອບ 10 ປີຜ່ານມາ ເນື່ອງຈາກມີຫຼາຍປັດໃຈກະທົບໃສ່ທັງສະພາບເສດຖະກິດ ແລະ ຄວາມບໍ່ ສະຫງົບທີ່ເກີດຂື້ນ.

ເຫັນໄດ້ສະພາບຄວາມຫຍຸ້ງຍາກຄືແນວນັ້ນ, ຄະນະນໍາກະຊວງ ຈຶ່ງເປັນເອກະພາບ ເລີ່ມແຕ່ວັນທີ 21 ມີນາ ຫາ ວັນທີ 01 ເມສາ 2022, ໃຫ້ບັນດາກົມ, ຫ້ອງການ ແລະ ສະຖາບັນອຸດສາຫະກໍາ ແລະ ການຄ້າ ອ້ອມຂ້າງ ກະຊວງ ອຄ ພິຈາລະນາໃຫ້ພະນັກງານ-ລັດຖະກອນ ຂອງຕົນສາມາດຜັດປ່ຽນກັນປະຈໍາການເຮັດວຽກ, ເຮັດວຽກ ອອນລາຍ. ສໍາລັບຜູ້ຍິງຖືພາ ແລະ ແມ່ລູກອ່ອນ ແມ່ນນະໂຍບາຍເຮັດວຽກຢູ່ເຮືອນ, ຮັບປະກັນໃຫ້ວຽກງານໄດ້ຮັບ ການຈັດຕັ້ງປະຕິບັດປົກກະຕິ. ຜູ້ມີອາການໄຂ້ ຫຼື ເປັນຫວັດ ໃຫ້ນໍາໃຊ້ຊຸດເຄື່ອງກວດ ATK, ຕິດຕາມອາການ ແລະ ກວດ PCR ເພື່ອຢັ້ງຢືນ.

ລາຍງານໂຄວິດ-19 ມື້ນີ້ ຜູ້ຕິດເຊື້ອໃໝ່ຍັງຢູ່ຫຼັກພັນ

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາປະຈຳວັນທີ 21 ມີນາ 2022 ໃຫ້ຮູ້ວ່າ:

ສະພາບການການຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ, ໃນມື້ວານ ວັນທີ 20 ມີນາ 2022, ທົ່ວປະເທດ ພົບຜູ້ຕິດເຊື້ອໃໝ່ທັງໝົດ 1,137 ຄົນ (ຕິດເຊື້ອພາຍໃນ 1,100 ຄົນ ແລະ ຕິດເຊື້ອນໍາເຂົ້າ 37 ຄົນ) ມີຜູ້ຕິດເຊຶ້ອສະສົມ ຮອດປະຈຸບັນ ແມ່ນ 154,094 ຄົນ,  ເສຍຊີວິດສະສົມ 649 ຄົນ (ໃນນີ້ເສຍຊີວິດ ໃໝ່ 4 ຄົນ) ເສຍຊີວິດໃໝ່ຈາກ ນະຄອນຫຼວງ, ສາລະວັນ, ອັດຕະປື ແລະ ບໍລິຄຳໄຊ, ປິ່ນປົວຫາຍດີ 153 ຄົນ ແລະ ກຳລັງປິ່ນປົວ 2,280 ຄົນ.

  • ນະຄອນຫຼວງວຽງຈັນ 521
  • ສະຫັວນນະເຂດ 248
  • ຊຽງຂວາງ 45
  • ຄໍາມ່ວນ 37
  • ອຸດົມໄຊ 37
  • ບໍລິຄໍາໄຊ 33
  • ໄຊຍະບູລີ 31
  • ວຽງຈັນ 27
  • ຫົວພັນ 25
  • ຫຼວງນໍ້າທາ 25
  • ສາລະວັນ 23
  • ບໍ່ແກ້ວ 18
  • ອັດຕະປື 12
  • ຫຼວງພະບາງ 8
  • ຈໍາປາສັກ 4
  • ຜົ້ງສາລີ 3
  • ເຊກອງ 3
  • ໄຊສົມບູນ 0

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ມີ 37 ຄົນ ຈາກ ນະຄອນຫຼວງວຽງຈັນ 10 ຄົນ, ສະຫວັນນະເຂດ 03, ຈໍາປາສັກ 12 ຄົນ, ຊຽງຂວາງ 05 ຄົນ, ອັດຕະປື 05 ຄົນ  ແລະ ຄຳມ່ວນ 02 ຄົນ. ທຸກຄົນໄດ້ເກັບຕົວຢ່າງ ແລະ ເຂົ້າຈຳກັດບໍລິເວນໃນສະຖານທີ່ຄະນະສະເພາະກິດກຳນົດໄວ້ກ່ອນຈະກວດພົບເຊື້ອ.