Home Blog Page 20

3 ສິນຄ້າກະສິກຳ ທີ່ສົ່ງອອກຫຼາຍກວ່າໝູ່ ມີມູນຄ່າສູງເຖິງ 522 ລ້ານໂດລາ

ໃນໄລຍະ 6 ເດືອນ ຕົ້ນປີ 2022 ມີ 3 ປະເພດ ສິນຄ້າກະສິກໍາ ທີ່ ສປປ ລາວ ສົ່ງອອກຫຼາຍກວ່າໝູ່, ມີມູນຄ່າສູງເຖິງ 522 ລ້ານໂດລາສະຫະລັດ. ໃນນັ້ນ, ອັນດັບທີ 1 ແມ່ນ ມັນຕົ້ນ, ຮອງລົງມາແມ່ນ ໝາກກ້ວຍ ແລະ ຢາງພາລາ.

ສູນຂ່າວສານທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2022 ຜ່ານມາ, ສິນຄ້າກະສິກໍາ ຖືໄດ້ວ່າເປັນອີກໜຶ່ງສິນຄ້າສໍາຄັນ ທີ່ສ້າງລາຍຮັບຈາກການສົ່ງອອກຂອງ ສປປ ລາວ ກວມເອົາ 20% ຂອງຈໍານວນສິນຄ້າສົ່ງອອກທັງໝົດ ແລະ ຍັງຕິດອັນດັບຕົ້ນໆຂອງມູນຄ່າການສົ່ງອອກທັງໝົດ ເມື່ອທຽບໃສ່ການສົ່ງອອກສິນຄ້າ ປະເພດໄຟຟ້າ ແລະ ຄໍາ. ໃນນີ້, 3 ລາຍການສິນຄ້າກະສິກໍາທີ່ສົ່ງອອກຫຼາຍທີ່ສຸດແມ່ນ: ມັນຕົ້ນ, ໝາກກ້ວຍ ແລະ ຢາງພາລາ.

ມັນຕົ້ນ ຖືໄດ້ວ່າເປັນສິນຄ້າທີ່ສ້າງລາຍຮັບສູງທີ່ສຸດໃນໝວດສິນຄ້າກະສິກໍາ ຊຶ່ງມີມູນຄ່າ 249 ລ້ານໂດລາສະລັດ ແລະ ມີທ່າອ່ຽງຂະຫຍາຍໂຕສູງຂຶ້ນ ເມື່ອທຽບໃສ່ໃນໄລຍະດຽວກັນຂອງ 6 ເດືອນຕົ້ນປີ 2021 ທີ່ມີມູນຄ່າ 196 ລ້ານໂດລາສະລັດ ສະເລ່ຍເພີ່ມຂຶ້ນ 27% ແລະ ປະເທດທີ່ ສປປ ລາວ ສົ່ງອອກໄປຫຼາຍທີ່ສຸດ ແມ່ນ: ໄທ, ສສ ຫວຽດນາມ ແລະ ສປ ຈີນ.

ໝາກກ້ວຍ ມີມູນຄ່າສົ່ງອອກເປັນອັນດັບທີ 2 ມີມູນຄ່າ 141 ລ້ານໂດລາສະຫະລັດ ແລະ ປະເທດທີ່ ສປປ ລາວ ສົ່ງອອກໄປຫຼາຍທີ່ສຸດ ແມ່ນ: ສປ ຈີນ, ໄທ ແລະ ສສ ຫວຽດນາມ.

ຢາງພາລາ ມີມູນຄ່າສົ່ງອອກເປັນອັນດັບທີ 3 ມີມູນຄ່າ 132 ລ້ານໂດລາສະຫະລັດ ແລະ ປະເທດທີ່ ສປປ ລາວ ສົ່ງອອກໄປຫຼາຍທີ່ສຸດ ແມ່ນ: ສປ ຈີນ, ຫວຽດນາມ ແລະ ມາເລເຊຍ.

ຈາກຂໍ້ມູນຂ້າງເທິງເຫັນໄດ້ວ່າ ປະເທດຄູ່ຄ້າທີ່ ສປປ ລາວ ສົ່ງອອກຫຼາຍແມ່ນ ໄທ, ສສ ຫວຽດນາມ ແລະ ສປ ຈີນ, ຊຶ່ງປະເທດດັ່ງກ່າວແມ່ນປະເທດພາຄີຂອງ ສປປ ລາວ ທີ່ນອນໃນສັນຍາການຄ້າເສລີ ແລະ ສັນຍາການຄ້າສອງຝ່າຍ. ສະນັ້ນ, ການສົ່ງອອກສິນຄ້າດັ່ງກ່າວ ຈຶ່ງໄດ້ຮັບຜົນປະໂຫຍດຈາກສິດທິພິເສດທາງການຄ້າ ໃນການຫຼຸດຜ່ອນອັດຕາພາສີຂາເຂົ້າຂອງປະເທດຜູ້ນໍາເຂົ້າ.

ແຫຼ່ງຂ່າວ: ຂ່າວເສດຖະກິດ-ການຄ້າ Lao Economic Daily

ງານເທດສະການແຫ່ພຣະໄຕປິດົກ ສືບສານວັດທະນະທໍາ ລຳວົງສາລະວັນ

ພິທີ ຖະແຫຼງການງານເທດສະການ ແຫ່ງພະໄຕປິດົກ ສືບສານວັດທະນະທໍາ ລຳວົງສາລະວັນ ໄດ້ຈັດຂື້ນຢ່າງເປັນທາງການ ໃນວັນທີ 29 ຕຸລາ 2022 ທີ່ຜ່ານມາ ຢູ່ທີ່ພັດຕະຄານສິນສະໄໝ ໂດຍເປັນກຽດຖະແຫຼງການຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ປະທານຈັດງານ ເທດສະການແຫ່ພຣະໄຕປິດົກ, ສືບສານວັດທະນະທໍາ, ລຳວົງສາລະວັນ; ມີ ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ; ທ່ານ ສຸວິລັນ ສີອັກຄະສອນ ຮອງປະທານບໍລິສັດມໍເທັນອິນເຕີເນເຊິນນໍ, ມີບັນດາມວນຊົນ ແລະ ສື່ມວນຊົນພາຍໃນແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນແຂວງສາລະວັນວ່າ: ງານເທດສະການແຫ່ພຣະໄຕປີດົກ, ສືບສານວັດທະນະທໍາ, ລຳວົງສາລະວັນ ແມ່ນ ເພື່ອເຫຼີມສະຫຼອງພິທີປະກາດຫໍໄຕຣປີດົກ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂອງແຂວງສາລະວັນ ແລະ ເພື່ອເປັນການອະນຸລັກ, ປົກປັກຮັກສາວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງເຜົ່າ, ພ້ອມທັງເປັນການສົ່ງເສີມການທ່ອງທ່ຽວພາຍໃນປະເທດເວົ້າລວມ, ເວົ້າສະເພາະພາຍໃນແຂວງສາລະວັນກັບມາມີບັນຍາກາດຄຶກຄື້ນ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19, ສປປ ລາວ ເຮົາໄດ້ມີນະໂຍບາຍຜ່ອນຜັນ, ຕາມນະໂຍບາຍຂອງລັດຖະບານໃນການທ່ອງທ່ຽວສີຂຽວ; ໃນນັ້ນພິທີສະເຫຼີມສະຫຼອງຄັ້ງນີ້ຍັງແນໃສ່ເສີມສ້າງສາຍພົວພັນຮ່ວມມືສາມັກຄີມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເພາະແມ່ນປີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 60 ປີ ແລະ ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ວາລະແຫ່ງຊາດ, ໂດຍສະເພາະແມ່ນວາລະ ວ່າດ້ວຍ: ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໃນງານຄັ້ງນີ້ຫວັງວ່າຈະສ້າງລາຍຮັບ, ການຈັບຈ່າຍໃຊ້ສອຍ ເຮັດໃຫ້ເສດຖະກິດຂອງແຂວງມີການຂະຫຍາຍຕົວຢ່າງແຂງແຮງ.ງານເທດສະການແຫ່ພຣະໄຕປິດົກ ສືບສານວັດທະນະທໍາ ລຳວົງສາລະວັນ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-20 ພະຈິກ 2022 ນີ້, ເຊິ່ງພາຍໃນງານຈະໄດ້ມີການຈັດກິດຈະກຳຫຼາຍຢ່າງ ເປັນຕົ້ນ: ພິທີປະກາດຫໍໄຕຣປີດົກ ເປັນມໍລະດົກທາງດ້ານວັດທະນະທໍາແຫ່ງຊາດ ລະດັບທ້ອງຖິ່ນ ເຊິ່ງເປັນມໍລະດົກທາງດ້ານວັດທະນະທຳແຫ່ງຊາດ ແຫ່ງທຳອິດ ຂອງແຂວງສາລະວັນ, ງານປະກວດສະແດງສິລະປະ, ປະກວດນັກຮ້ອງ, ໝໍລໍາ, ນາງສາວບັນດາເຜົ່າ ແລະ ອາຫານພື້ນເມືອງ, ສະແດງກາຍະສິນ ແລະ ອື່ນໆ

ນອກນີ້ ພາຍໃນງານຍັງມີການວາງສະແດງຜະລິດຕະພັນສິນຄ້າ 2 ປະເທດ ລາວ-ຫວຽດນາມ ຈາກບັນດາເມືອງຕ່າງໆຂອງແຂວງສາລະວັນ ແລະ ບັນແຂວງພາກກາງ ຂອງ ສສ ຫວຽດນາມ, ຈັດງານສຳມະນາກ່ຽວກັບການຈັບຄູ່ທຸລະກິດດ້ານການທ່ອງທ່ຽວ, ຈັດງານກິລາແຂ່ງຂັນປະເພດຕ່າງໆ ທີ່ຈະໄປຊຽງຂວາງເກມ ແລະ ກິລາພື້ນເມືອງ. ນອກຈາກນີ້ພິທີແຫ່ພຣະໄຕປີດົກ ຈະມີການແຫ່ 15 ກ້ອນກໍາລັງ ຈາກບັນດາເມືອງຕ່າງໆ ແລະ ແຂວງ ເຊີ່ງໃນນັ້ນແຕ່ລະກ້ອນກໍາລັງແມ່ນໄດ້ແຕ່ງກາຍທີ່ເປັນເອກະລັກສະເພາະປະຈໍາທ້ອງຖິ່ນ ທີ່ເຮັດໃຫ້ແຂກເຂົ້າຮ່ວມງານໄດ້ເບີ່ງຄາດວ່າຈະມີມວນຊົນເຂົ້າຮ່ວມປະມານ 3 ພັນກວ່າຄົນ ພ້ອມນັ້ນຍັງມີພິທີທາງສາສະໜາ ໂດຍສະເພາະແຫ່ຜ້າປ່າສາມັກຄີ, ສົມໂພດພຣະພຸດທະຮູບ ແລະ ຕັກບາດຖວາຍສັງຄະທານ ຈັດຂຶ້ນທີ່ວັດກາງ (ວັດສີມຸງຄຸນ) ເມືອງ ແລະ ແຂວງສາລະວັນ.ໂອກາດດັ່ງກ່າວທ່ານ ກໍ່ໄດ້ເຊີນນຊວນມວນຊົນທັງພາຍໃນ, ຕ່າງແຂວງ ແລະ ຕ່າງປະເທດ ເຂົ້າຮ່ວມງານເທດສະການແຫ່ພຣະໄຕປີດົກ ສືບສານວັດທະນະທຳ ລຳວົງສາລະວັນ .

ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສປປ ລາວ ເຂົ້າຢ້ຽມພົບປະ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

(ສພຊ) ໃນວັນທີ 31 ຕຸລາ 2022, ທີ່ທຳນຽບລັດຖະບານ, ກຸງເທບມະຫານະຄອນ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສປປລາວ ນໍາໂດຍ ພະນະທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ເຂົ້າຢ້ຽມພົບປະ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 30 ແລະ ສືບຕໍ່ຢ້ຽມຢາມຣາຊະອານາຈັກໄທ ຢ່າງເປັນທາງການ.

ໃນການຢ້ຽມພົບປະຄັ້ງນີ້, ພະນະທ່ານປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມພາກພູມໃຈ ທີ່ໄດ້ພົບປະ ແລະ ປຶກສາຫາລື ກັບພະນະທ່ານນາຍົກລັດຖະມົນຕີໄທ ເພື່ອຊຸກຍູ້ການຮ່ວມມື ລະຫວ່າງສອງປະເທດລາວ ແລະ ໄທ ແນໃສ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ມີແຕ່ດົນນານ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ໄທ ກໍຄື ລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ນັບມື້ນັບຈະເລີນງອກງາມຂຶ້ນ.

ໃນໂອກາດນີ້, ພະນະທ່ານປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດການເປັນເຈົ້າພາບຈັດກອງປະຊຸມ APPF ຄັ້ງທີ 30 ແລະ ຜົນສໍາເລັດເຂົ້າຮ່ວມພິທີວາງສີລາລືກກໍ່ສ້າງຂົວ ມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງແຂວງ ບໍລິຄໍາໄຊ-ບຶງການ ແລະ ໄດ້ແຈ້ງໃຫ້ຊາບຜົນການພົບປະກັບ ພະນະທ່ານ ຊວນ ຫຼີກໄພ ປະທານລັດຖະສະພາໄທ ແລະ ພະນະທ່ານ ພອນເພັດ ວິຊິດຊົນໄຊ ປະທານວຸດທິສະພາ ເຊິ່ງໄດ້ຮ່ວມກັນທົບທວນຄືນການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ ໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ. ພ້ອມນີ້, ກໍໄດ້ແຈ້ງໃຫ້ຊາບກ່ຽວກັບການລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ/ສະພາຜູ້ແທນຣາຊະດອນ ເຊິ່ງເປັນພື້ນຖານສໍາຄັນ ໃຫ້ແກ່ການພົວພັນຮ່ວມມື ຂອງສອງອົງການນິຕິບັນຍັດ.

ໃນຕອນທ້າຍ, ພະນະທ່ານນາຍົກລັດຖະມົນຕີໄທ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງສອງອົງການນິຕິບັນຍັດ ແລະ ສອງຝ່າຍ ໄດ້ປຶກສາຫາລືການຊຸກຍູ້ການຮ່ວມມືໃນຫຼາຍດ້ານ ໂດຍສະເພາະແມ່ນການຮ່ວມມື ດ້ານຄວາມໝັ້ນຄົງ, ວຽກງານຊາຍແດນ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມໂຍງເຊື່ອມຈອດ, ດ້ານພະລັງງານ, ວຽກງານແຮງງານ ແລະ ບັນຫາ ອື່ນໆ.

ແຫຼ່ງຂ່າວ: ຂ່າວ “ຜູ້ແທນປະຊາຊົນ” Phouthen Pasaxon News

ຮັບປະກັນຄວາມປອດ100%

ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ (ນວ) ໄດ້ກ່າວໃນພິທີຖະແຫຼງຂ່າວກ່ຽວກັບການກະກຽມປາງບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2022 ເມື່ອບໍ່ດົນມານີ້ວ່າ: ກ່ຽວກັບການກະກຽມປ້ອງກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນງານບຸນນະມັດສະການພະທາດຫຼວງປະຈໍາປີ 2022 ນີ້ ແມ່ນຈະໄດ້ຈັດທັງໝົດ 5 ວັນ, ພາຍຫຼັງໄດ້ຮັບການຕົກລົງເປັນເອກະພາບ, ທາງຄະນະປ້ອງກັນຄວາມສະຫງົບ ນວ ໄດ້ສະເໜີຂໍທິດຊີ້ນຳກັບກະຊວງປ້ອງກັນຄວາມສະຫງົບ ແລະ ພ້ອມທັງໄດ້ປະສານກັບກອງບັນຊາການປ້ອງກັນຊາດນະຄອນຫຼວງວຽງຈັນ ໂດຍໄດ້ຂຶ້ນແຜນການຈັດວາງກຳລັງເຂົ້າໃສ່ໃນການກະກຽມໃນການປ້ອງກັນຄວາມສະຫງົບໃຫ້ເປັນລະບຽບຮຽບຮ້ອຍ ແລະ ໄດ້ຂຶ້ນແຜນບັນຈຸກຳລັງທັງໝົດ 1.700.00 ກວ່າຄົນ, ເພື່ອກຽມຄວາມພ້ອມ ແລະ ໄດ້ກຳນົດບັນດາຈຸດທີ່ຈະຈັດວາງກຳລັງປ້ອງກັນຈຸດຕ່າງໆທີ່ຈະລະບາຍລົດທາງເຂົ້າ-ອອກ, ພ້ອມມວນຊົນທີ່ຈະມາທ່ຽວໃນງານບຸນ ແລະ ງານວາງສະແດງ, ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຮັກສາຄວາມປອດໄພໃຫ້ໄດ້ 100%.

ທ່ານຍັງກ່າວຕື່ມວ່າ: ຮຽກຮ້ອງມາຍັງປະຊາຊົນທັງຊາວລາວ ແລະ ຊາວຕ່່າງປະເທດທີ່ອາໄສຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງພາຍໃນປະເທດທີ່ຈະມາເຂົ້າຮ່ວມງານບຸນນະມັດສະການພະທາດຫຼວງປີນີ້ເພື່ອຮັບປະກັນໃນການມາຫຼິ້ນມາທ່ຽວໃຫ້ມີຄວາມມ່ວນຊື່ນຕ້ອງມີສະຕິລະວັງຕົວ, ກ່ອນອອກຈາກເຮືອນຕ້ອງມີການຮັບປະກັນຄວາມປອດໄພ ແລະ ຖ້າເຂົ້າມາຮ່ວມໃນງານຕ້ອງມີສະຕິລະວັງຕົນເອງ, ການຖືສິ່ງຂອງທີ່ມີຄຸນຄ່າເປັນຕົ້ນວັດຖຸເງິນ – ຄໍາ, ກໍຕ້ອງຮັກສາດ້ວຍຕົນເອງເພື່ອຮັບປະກັນຄວາມປອດໄພ, ສຳລັບລູກຫຼານທີ່ເຂົ້າມາທ່ຽວບຸນໃຫ້ບັນດາຜູ້ປົກຄອງມີສະຕິໃຫ້ຂຽນເບີໂທລະສັບ, ຊື່ພໍ່, ແມ່ ໃສ່ຖົງໂສ້ງ ແລະ ເສື້ອ.

ແຫຼ່ງຂ່າວ: VTE9

ໂຄງການອະນຸລັກ ຮູບແຕ້ມຝາຜະໜັງບັນດາວັດເກົ່າ ແກ່ ທີ່ສ້າງຂຶ້ນໃນ ສະຕະວັດທີ XIX ຢູ່ແຂວງສະຫວັນນະເຂດ

ພິທີລົງນາມໃນການໃຫ້ທຶນ ສະໜັບສະໜູນ ໂຄງການອະນຸລັກ ຮູບແຕ້ມຝາຜະໜັງບັນດາວັດເກົ່າ ແກ່ ທີ່ສ້າງຂຶ້ນໃນ ສະຕະວັດທີ XIX ຢູ່ແຂວງສະຫວັນນະເຂດ ຈຳນວນ 3 ວັດຄື: ວັດບ້ານຕາແຫຼວເກົ່າ, ວັດບ້ານທວດເມືອງຈຳພອນ ແລະ ວັດບ້ານໜອງບົວທ່າເມືອງສອງ ຄອນ ແຂວງສະຫວັນນະເຂດ, ເຊິ່ງພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນ ທີ 26 ຕຸລາ 2022 ທີ່ເດີ່ນວັດ ບ້ານຕາແຫຼວເກົ່າເມືອງຈຳພອນ, ໂດຍການເຂົ້າຮ່ວມເປັນປະ ທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະ ຫວັນນະເຂດ, ທ່ານ ປອ ປີເຕີ ແຮມມອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ, ມີບັນດາພາກສ່ວນທີ່ກ່ຽວ ຂ້ອງຈາກແຂວງ, ເມືອງຈຳພອນ ແລະເມືອງສອງຄອນ, ເຖົ້າແກ່ ແນວໂຮມບ້ານເຂົ້າຮ່ວມ. ທ່ານ ນາງ ສຸນັນທາ ກັນ ລະຍາ ປະທານສະມາຄົມສົ່ງເສີມ ການອະນຸລັກສິລະປະວັນນະຄະດີ (ສອສວ) ໄດ້ລາຍງານໃຫ້ຮູ້ ວ່າ:

ໂຄງການອະນຸລັກຮູບແຕ້ມຝາ ຜະໜັງ ບັນດາວັດໃນ ສັດຕະວັດທີ 19 ຢູ່ແຂວງສະຫວັນນະເຂດໄດ້ ຮັບທຶນພາຍໃຕ້ໂຄງການ: ທຶນ ທ່ານ ເອກອັກຄະລັດຖະທູດສະຫະ ລັດອາເມຣິກາ ເພື່ອອະນຸລັກວັດ ທະນະທຳປີ 2022, ເຊິ່ງຢູ່ແຂວງ ສະຫວັນນະເຂດ ປະກອບມີ 3 ວັດ ຄື: ວັດບ້ານຕາແຫຼວເກົ່າ, ວັດ ບ້ານທວດ ເມືອງຈຳພອນ ແລະ ວັດບ້ານໜອງບົວທ່າ ເມືອງສອງ ຄອນ, ໃນມູນຄ່າ 49.800ໂດລາ ສະຫະລັດ, ປະກອບມີ: ໃຫ້ພະແນກ ຖະແຫຼງຂ່າວ-ວັດທະນະທຳແລະ ທ່ອງທ່ຽວແຂວງສະຫວັນນະ ເຂດ, ຫ້ອງການຖະແຫຼງຂ່າວ-ວັດ ທະນະທຳເມືອງທັງສອງເມືອງ, ສະຖາບັນວິຈິດສິນແຫ່ງຊາດ, ວິ ທະຍາໄລສິລະປະສຶກສາ ແລະ ໂຮງຮຽນວິຈິດສິນແຂວງສະຫວັນ ນະເຂດ ເປັນຄູ່ຮ່ວມງານຫຼັກໃນ ໂຄງການ.

ເຊິ່ງໃນນັ້ນກິດຈະກຳ ຂອງໂຄງການປະກອບດ້ວຍ: ການລົງສຳຫຼວດພື້ນທີ່ ແລະຄັດ ລອກຮູບແຕ້ມຝາຜະໜັງ, ຈາກນັ້ນ ກໍ່ຈະມີການຝຶກອົບຮົມນັກສິລະປະ ພ້ອມດ້ວຍການສ້າງກິດຈະກຳ ປູກຈິດສຳນຶກ ໃຫ້ກັບຊາວບ້ານ ແລະນ້ອງນັກຮຽນ, ຈາກນັ້ນ ກໍ່ຈະ ໄດ້ເກັບກຳຂໍ້ມູນເພື່ອຈັດພິມປື້ມ ແລະປື້ມເອເລັກໂຕຼນິກບັນດາກິດ ຈະກຳຂອງໂຄງການ ແລະຮູບ ແຕ້ມຝາຜະໜັງ, ພ້ອມນັ້ນກໍ່ຈະມີ ການຈັດງານວາງສະແດງຜົນ ງານ ແລະສິ່ງສຳຄັນແມ່ນການກະ ກຽມຂຶ້ນແຜນ ເພື່ອຂໍທຶນສະໜັບ ສະໜູນວຽກງານບູລະນະຝາຜະ ໜັງກໍ່ຄືຕົວອາຄານສະ ຖານບູຮານ ວັດທັງ 3 ແຫ່ງ.

ທັງນີ້ກໍ່ເພື່ອເປັນ ການປູກຈິດສຳນຶກ ກ່ຽວກັບການ ອະນຸລັກມໍລະດົກວັດທະນະທຳໃຫ້ ແກ່ປະຊາຊົນໃນທ້ອງຖິ່ນ ໂດຍ ສະເພາະຄົນຮຸ່ນໃໝ່, ອີກຢ່າງກໍ່ ເພື່ອໃຫ້ປະຊາຊົນໃນທ້ອງຖິ່ນໄດ້ ນຳໃຊ້ ແລະອະນຸລັກມໍລະດົກວັດ ທະນະທຳແບບຍືນຍົງ, ພ້ອມນັ້ນ ກໍ່ເພື່ອຝຶກຝົນໃຫ້ນັກສຶກສາໄດ້ ຮຽນຮູ້ສິລະປະການແຕ້ມຮູບຝາ ຜະໜັງແບບດັ້ງເດີມຕື່ມອີກ. ທ່ານ ນາງ ຫຼິງທອງ ແສງ ຕາວັນ ກໍ່ໄດ້ຕາງໜ້າຄະນະນໍາ ຂອງແຂວງ, ກໍ່ຄືພະແນກຖະແຫຼງ ຂ່າວ, ວັດທະນະທໍາ ແລະທ່ອງ ທ່ຽວແຂວງ, ຊາວເມືອງຈໍາພອນ, ເມືອງສອງຄອນ ແລະອໍານາດ ການປົກຄອງບ້ານຕາແຫຼວ, ບ້ານ ທວດ ແລະບ້ານໜອງບົວທ່າ ເຊິ່ງ ເປັນຜູ້ທີ່ໄດ້ຮັບຜົນປະໂຫຍດ ຈາກ ທຶນສະໜັບສະໜູນຈາກກອງທຶນ ທູດສະຫະລັດອາເມຣິກາໃນການ ບູລະນະ ແລະຮັກສາວັດທະນະທໍາ ຮູບແຕ້ມຝາຜະໜັງວັດທັງ 3 ແຫ່ງ, ເຊິ່ງການຊ່ວຍເຫຼືອດ້ວຍທຶນ ສະໜັບສະໜູນຈາກກອງທຶນດັ່ງ ກ່າວນີ້ເປັນເທື່ອທໍາອິດທີ່ແຂວງ ສະຫວັນນະເຂດ ໄດ້ຮັບຂໍສະແດງ ຄວາມຂອບອົກຂອບໃຈທຸກພາກ ສ່ວນ ໃນການສະໜັບສະໜູນໃຫ້ ທຶນໃນຄັ້ງນີ້.

ໃນພິທີຄັ້ງນີ້ກໍ່ໄດ້ມີການລົງ ນາມໃນບົດທຶກລະຫວ່າງທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າ ພະແນກຖະແຫຼງຂ່າວ-ວັດທະ ນະທຳ ແລະທ່ອງທ່ຽວແຂວງສະ ຫວັນນະເຂດ ແລະທ່ານ ເກຼັກອໍຮິທ ເລຂານຸການເອກ ສະຖານເອກ ອັກຄະລັດຖະທູດ ສ.ອາເມຣິກາ ປະຈຳ ສປປ ລາວ, ໂດຍການເປັນ ສັກຂີພະຍານຂອງຄະນະປະທານ ແລະແຂກທີ່ເຂົ້າຮ່ວມ.

ແຫຼ່ງຂ່າວ: ສະຫວັນພັດທະນາ ຂ່າວ / Savanhphathana News

ສາຍການບິນອູຣານລັດເຊຍ Ural Airlines ສູ່ ສປປ ລາວ

ຖືວ່າເປັນຂ່າວດີ ສຳລັບການມີຖ້ໜວບິນຕົງຈາກ ລັດເຊຍ ສູ່ ສປປ ລາວ

ຍົນຖ້ຽວທໍາອິດຂອງສາຍການບິນອູຣານ ບິນຈາກເມືອງ ວະລາດີວົດສະຕົກ ໄດ້ລົງຈອດສະຫນາມບິນສາກົນວັດໄຕ​ ໃນຕອນແລງວັນທີ 29 ຕຸລາ ທີ່ຜ່ານມາ, ໂດຍໃຫ້ການຕ້ອນຮັບຈາກ ທ່ານຮອງລມຕກະຊວງໂຍທາທິການ ແລະ ​ຂົນສົ່ງ​ພ້ອມຄະນະ,​ ຮອງທູດລັດເຊຍພ້ອມຄະນະນີ້ແມ່ນການເປີດຖ້ຽວບິນລະຫວ່າງລັດເຊຍແລະລາວ,ໃນຊ່ວງທຳອິດນີ້ອາດມີອາທິດລະ 1 ຖ້ຽວ( ວັນເສົາ) ຕໍ່ໄປຖ້າມີຄົນໂດຍສານຫຼາຍກໍອາດເພີ່ມຖ້ຽວບິນຂຶ້ນ.

ຖ້ຽວບິນຄັ້ງທໍາອິດລະຫວ່າງ ສປປ ລາວ-ສະຫະພັນຣັດເຊຍ ວລາດີວອດສຕົກ-ວຽງຈັນ, ເລີ່ມແລກຈະໃຫ້ບໍລິການ 1ຖ້ຽວ/ອາທິດ (ທຸກໆວັນເສົາ) ຕາມຂໍ້ມູນຈາກ Flight Rader ໄດ້ບັນທຶກໃນວັນທີ 29/10/2022 ດັ່ງນີ້:

Vladivostok – Vientiane ເວລາອອກ : ວລາດີວອດສຕົກ ເວລາ 16:25 ນາທີ ເຖິງ ນະຄອນຫຼວງວຽງຈັນ 19:45ນາທີ ລະຫັດຖ້ຽວບິນ U67165

Vientiane -Vladivostok ອອກຈາກ ນະຄອນຫຼວງວຽງຈັນ ເວລາ 20:53ນາທີ – ເຖິງ ວລາດີວອດສຕົກ ເວລາ 05:46ນາທີ ລະຫັດຖ້ຽວບິນ U67166 ປະຕິບັດການບິນໂດຍສາຍການບິນ Ural Airlines ເຊິ່ງເປັນສາຍການບິນຊັ້ນນໍາຂອງຣັດເຊຍ ໄດ້ຮັບຄວາມນິຍົມ, ໄລຍະເລີ່ມແລກສໍາລັບເສັ້ນທາງນີ້ ໄດ້ນໍາໃຊ້ເຮືອບິນລຸ້ນໃໝ່ Airbus A320-Neo ປະກອບດ້ວຍຊັ້ນທຸລະກິດ 12ບ່ອນນັ່ງ ແລະ ບ່ອນນັ່ງຊັ້ນທໍາມະດາ 144ບ່ອນນັ່ງ, ບໍ່ມີຂໍ້ມູນຈາກສາຍການບິນຈະໃຫ້ບໍລິການຈັກຖ້ຽວ/ອາທິດ , ຕາມຂໍ້ມູນເບື້ອງຕົ້ນທົດລອງແມ່ນ 1ຖ້ຽວ/ອາທິດ ແມ່ນທຸກໆວັນເສົາ ເຊິ່ງອາດຈະເພີ່ມຄວາມຖີ່ການບິນຂຶ້ນ ຖ້າມີຜູ່ໂດຍສານຫຼາຍ ໃນອານາຄົດ.

ເມືອງວລາດີວອດສຕົກ ເປັນເມືອງທາງພາກຕາເວັນອອກ ແລະ ມີນັກສຶກສາລາວ ແລະ ປະຊາຊົນລາວ ອາໃສຢູ່ ເປັນເມືອງທີ່ມີຄວາມສວຍງາມ ການເປີດຖ້ຽວບິນກົງລະຫວ່າງ ລາວ-ຣັດເຊຍ ຈະມີຄວາມສໍາຄັນຫຼາຍຕໍ່ການໄປມາຫາສູ່ ຂອງປະຊາຊົນ ,ນັກທຸລະກິດ, ຂໍໃຫ້ຖ້ຽວບິນປະຫວັດສາດນີ້ຈົ່ງປະສົບຜົນສໍາເລັດ .

ສຳລັບລາຄາ ເຮືອບິນ Airbus A320neo ຈາກວລາດີວໍສຕ໊ອກ ຈະອອກເດີນທາງເຖິງ ນະຄອນຫຼວງວຽງຈັນ ກໍານົດວັນເສົາ ຂອງທຸກໆອາທິດ, ເວລາບິນແມ່ນ 6 ຊົ່ວໂມງ 25 ນາທີ ຄ່າໃຊ້ຈ່າຍຂອງການເດີນທາງດັ່ງກ່າວ ໄປ-ກັບ ແມ່ນປະມານ 115.000 ຣູເບີລ = 31ລ້ານກ່ວາກີບ, (ອັດຕາແລກປ່ຽນ 100ຣູເບີລ = 270,000ກີບ) ສ່ວນໂດລາ ທຽບເທົ່າ 1,870 USD ທັງຂາໄປ ແລະ ຂາກັບ,

ໃນ​ອະ​ນາ​ຄົດ​ ຢ່າງ​ຫນ້ອຍ​ທີ່ສຸດຈະໃຫ້ມີ 1ຖ້ຽວບິນ/ອາທິດ ແລະ​ ຫຼັງ​ຈາກ​ນັ້ນ​ຈະ​ມີ​ຖ້ຽວ​ບິນ​2ຖ້ຽວ​/ ​ຕໍ່​ອາ​ທິດ​ ແລະ ຖ້າຫາກວ່າຜູ້ທີ່ຕ້ອງການນໍາໃຊ້ມີຈໍານວນຫຼາຍ, ສາຍການບິນຈະພິຈາລະນາຂໍເພີ່ມ ຫຼື ນໍາໃຊ້ເຮືອບິນໃຫ່ຍ.

ແຫຼ່ງຂໍ້ມູນຈາກ: ແອໂຣລາວ AEROLAOS

ມອບ-ຮັບ ຊັບສິນທີ່ສານຕັດສິນຮິບເປັນຂອງລັດ

ໂດຍປະຕິບັດຕາມ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 07/ນຍ, ລົງວັນທີ 05 ເມສາ 2017 ວ່າດ້ວຍການຂຶ້ນບັນຊີເຕົ້າໂຮມຊັບສິນທີ່ສານຕັດສິນຮິບເປັນຂອງລັດ ແລະ ຕາມຂໍ້ຕົກລົງ ສະບັບເລກທີ 0695/ກງ, ລົງວັນທີ 4 ມີນາ 2022 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເຕົ້າໂຮມຊັບສິນທີ່ເຈົ້າໜ້າທີ່ຢຶດ, ອາຍັດ ແລະ ສານຕັດສິນຮິບເປັນຂອງລັດ.

ສະນັ້ນ, ໃນວັນທີ 21 ຕຸລາ 2022 ນີ້ ທີ່ສາງເກັບມ້ຽນຂອງກາງຄະດີ ຂອງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ, ໄດ້ເຊັນບົດບັນທຶກມອບ-ຮັບຊັບສິນທີ່ສານຕັດສິນຮິບເປັນຂອງລັດ (ສະເພາະຢູ່ນະຄອນຫຼວງວຽງຈັນ) ທີ່ຢູ່ໃນການຄຸ້ມຄອງຂອງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ເພື່ອນໍາໄປຂຶ້ນບັນຊີເປັນຂອງລັດ ແລະ ມອບເງິນເຂົ້າງົບປະມານຂອງລັດຕາມກົດໝາຍ ແລະ ລະບຽບການ.

ໂດຍຕາງໜ້າເຊັນບົດບັນທຶກມອບຂອງທ່ານ ພັອ ສາລີ ພຸດທະວົງ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ຕາງໜ້າເຊັນບັດບັນທຶກຮັບຂອງທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໂດຍຊ້ອງໜ້າຄະນະກໍາມະການຕາມຂໍ້ຕົກລົງ ສະບັບເລກທີ 0695/ກງ, ຂະແໜງຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ພະແນກຍຸຕິທໍານະ ຄອນຫຼວງວຽງຈັນ, ພ້ອມດ້ວຍພະນັກວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ສຳລັບຊັບສິນທີ່ສານຕັດສິນຮິບເປັນຂອງລັດມອບ-ຮັບປະກອບມີ: ທີ່ດິນພ້ອມເຮືອນຈໍານວນ 8 ຕອນ, ໄມ້ແປຮູບຈໍານວນ 92 ໂຕ, ລົດໃຫຍ່ຈໍານວນ 12 ຄັນ, ລົດຈັກຈໍານວນ 19 ຄັນ, ວັດຖຸມີຄ່າຈໍານວນ 43 ລາຍການໃນ 17 ຄະດີ; ເງິນສົດ. ໃນນີ້, ເງິນກີບຈຳນວນ 2,103 ຕື້ກີບ, ເງິນບາດໄທຈຳນວນ 698.680 ບາດ, ເງິນໂດລາສະຫະລັດຈຳນວນ 4.202 ໂດລາສະຫະລັດ, ເງິນຢວນຈຳນວນ 50 ຢວນ, ເງິນດົງ ຈຳນວນ 10.000 ດົງ.

ສ່ວນທິດທາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າຄະນະທີ່ຖືກແຕ່ງຕັ້ງຕາມຂໍ້ຕົກລົງ ສະບັບເລກທີ 0695/ກງ,ລົງວັນທີ 4 ມີນາ 2022 ຈະໄດ້ສືບຕໍ່ລົງກວດກາເກັບກໍາຂໍ້ມູນຊັບສິນທີ່ຮິບເປັນຂອງລັດຢູ່ບັນດາແຂວງ, ເພື່ອນໍາເອົາຊັບສິນມາເຕົ້າໂຮມຂຶ້ນບັນຊີເປັນຊັບສິນຂອງລັດຕາມກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ລະບຽບການ.

ແຫຼ່ງຂໍ້ມູນ: ກະຊວງການເງິນ

ບຸກຈັບເຈົ້າຂອງຢາບ້າ ເຂດນະຄອນໄກສອນ

ຕອນເຊົ້າເວລາປະມານ 2:10 ໂມງ ຂອງວັນທີ 20 ຕຸລາ, ເຈົ້າຫນ້າທີ່ທະຫານຊາຍແດນ ກອງຮ້ອຍ 324 ກອງບັນຊາການທະຫານແຂວງສະຫວັນນະເຂດ ປະຕິບັດຫນ້າທີ່ວິຊາສະເພາະອອກເຄື່ອນໄຫວ ລາດຕະເວນ ພົບເຫັນຊາຍ 3 ຄົນ ຢູ່ໃນເຮືອທີ່ສົງໄສກາງນໍ້າຂອງ ເຂດບ້ານໂນນອຸດົມ ນະຄອນໄກ ສອນ ພົມວິຫານ ຈຶ່ງທໍາການເຂົ້າກວດຄົ້ນພົບເຫັນຢາເສບຕິດ ຈໍານວນ 10 ເປົາ ຫຼື ເທົ່າກັບ 1.994. 000 ເມັດ ພ້ອມທັງກັກຕົວເປົ້າຫມາຍໄດ້ 2 ຄົນ ມາສອບສວນຂະຫຍາຍຜົນ.

ຕໍ່ກັບຄະດີດັ່ງກ່າວ, ເຈົ້າຫນ້າທີ່ ວິຊາສະເພາະລາຍງານໃຫ້ຮູ້ວ່າ: ໃນເວລາປະມານ 2:10 ໂມງ ຂອງ ວັນທີ 20 ຕຸລາ 2022, ເຈົ້າຫນ້າທີ່ທະຫານຊາຍ ແດນ 324 ທີ່ກໍາລັງປະຕິບັດຫນ້າທີ່ອອກກວດກາເຄື່ອນ ໄຫວຕະເວນຢູ່ໃນເຂດຄວາມຮັບຜິດຊອບຂອງຕົນໄດ້ພົບເຫັນເຮືອ ແລະ ຊາຍ 3 ຄົນ ຢູ່ໃນເຮືອທີ່ຕ້ອງ ສົງໄສຢູ່ກາງລໍາແມ່ນໍ້າຂອງ ຈຸດບ້ານໂນນອຸດົມ ນະຄອນໄກສອນ ພົມວິຫານ ເຫນືອປາກຫ້ວຍຄໍາກ້ານ, ເຊິ່ງ

ຫນ້າກັບບ້ານທ່າໄຄ້ ແຂວງມຸກດາຫານ (ປະເທດໄທ). ຈາກນັ້ນ, ເຈົ້າຫນ້າທີ່ 324 ຈຶ່ງໄດ້ຕິດຕາມ ແລະ ກັກ ເຮືອຄັນດັ່ງກ່າວ ພ້ອມເຂົ້າຈັບກຸມພວກຖືກຫາໄດ້ 2 ຄົນ ຄື: ທ້າວ ກິໂຫຼນ ອາຍຸ 53 ປີ ຢູ່ບ້ານຜັກຂະ ແລະ ທ້າວ ສຸວັນ ອາຍຸ 38 ປີ ຢູ່ບ້ານນາໂພ ທັງສອງຄົນຢູ່ນະຄອນໄກສອນພົມວິຫານ, ສ່ວນ ອີກຄົນຫນຶ່ງແມ່ນ ໄດ້ເອົາຕົວຫຼົບຫນີ, ໃນນັ້ນ, ກວດພົບເຫັນຂອງກາງຢາເສບຕິດ ຈໍານວນ 10 ເປົາ ມີ 997 ມັດ ຫຼື ເທົ່າກັບ 1.994.000 ເມັດ, ພາຫະນະເຮືອຫາງຍາວ 1 ລໍາ ແລະ ຈັກຍີ່ຫໍ້ຮອນດ້າ 13 ແຮງມ້າ.

– ຜ່ານການສືບສວນ-ສອບສວນເບື້ອງຕົ້ນ, ຜູ້ຖືກຫາທັງສອງຄົນໄດ້ໃຫ້ຂໍ້ມູນວ່າ: ຢາເສບຕິດປະເພດຢາບ້າ ທີ່ເຈົ້າໜ້າທີ່ຢຶດໄດ້ໃນຄັ້ງນີ້ ແມ່ນພວກກ່ຽວເປັນຄົນຮັບມາຂາຍຕໍ່ ໂດຍຂາຍຂ້າມໄປປະເທດໄທ ສ່ວນເຈົ້າຂອງຢາບ້າແມ່ນບໍ່ຮູ້ ແລະ ທີ່ຢູ່.

ໃນວັນດຽວກັນເຈົ້າຫນ້າທີ່ກອງບັນຊາການທະຫານ ແຂວງສະຫວັນນະເຂດ ຍັງໄດ້ນໍາຢາເສບຕິດຈໍາ ນວນດັ່ງກ່າວມາມອບໃຫ້ ເຈົ້າຫນ້າທີ່ກອງບັນ ຊາການ ປກສ ແຂວງສະຫວັນນະເຂດ ສືບຕໍ່ດໍາເນີນການ ສອບສວນຂະຫຍາຍຜົນ, ເຊິ່ງກ່າວມອບໂດຍ ພັທ ແກ້ວ ຄໍາ ບຸນເລີຍ ຮອງຫົວຫນ້າກອງບັນຊາ ການ ທະຫານແຂວງ ແລະ ກ່າວຮັບໂດຍ ນັທ ວົງຄໍາ ອິນທະບານ ຮອງຫົວຫນ້າກອງບັນຊາການ ປກສ ແຂວງ, ມີ ຄະນະຫ້ອງ ປກຊ-ປກສ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ແຫຼ່ງຂ່າວ ແລະ ພາບ ຄວາມສະຫງົບ

ວັນອາຫານໂລກ, ວັນ​ສາກົນ ​ແລະ ສັບປະດາ​ແຫ່ງ​ຊາດ

ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ອົງການອາຫານ ແລະ ການກະເສດ ຈະຈັດງານສະເຫຼີມສະຫຼອງ ວັນອາຫານ​ໂລກ ຄົບຮອບ 42 ປີ ແລະ ການລະນຶກ ວັນ​ສາກົນ ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ຄົບຮອບ 30 ພາຍໃຕ້ຄໍາຂວັນ “ພວກເຮົາພ້ອມກັນກ້າວໄປ ເພື່ອສົ່ງເສີມການຜະລິດ, ໂພຊະນາການ, ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ທີ່ດີກວ່າເກົ່າ ສໍາລັບທຸກຄົນ” ແລະ ຄໍາຂວັນທີ່ວ່າ: “ກຽດສັກສີເພື່ອທຸກຄົນ ໃນການປະຕິບັດຕົວຈິງ: ຄວາມໝາຍໝັ້ນທີ່ພວກເຮົາໃຫ້ຮ່ວມກັນ ເພື່ອຄວາມຍຸຕິທໍາທາງສັງຄົມ, ສັນຕິພາບ ແລະ ໂລກຂອງພວກເຮົາ” ດ້ວຍຫຼາຍກິດຈະກຳ ເຊັ່ນ: ຕອນບ່າຍໃນວັນ​ທີ 24 ຕຸລາ ຈະມີປາຖະກະຖາ ແລະ ໃນວັນທີ 25 ຈະມີການຈັດສຳມະນາ ກ່ຽວກັບ 2 ວັນດັ່ງກ່າວ,ງານວາງສະແດງສິນຄ້າ ແລະ ຈຳໜ່າຍສິນຄ້າກະສິກຳ ແຕ່ວັນທີ 24 -28 ຕຸລາ 2022 ທີ່ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ເຂດດົງໂດກ).

ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວໃນກ່າວໃນງານຖະແຫລງຂ່າວ ເນື່ອງໃນໂອກາດວັນອາຫານໂລກ, ວັນ​ສາກົນ ​ແລະ ສັບປະດາ​ແຫ່ງ​ຊາດ ເພື່ອ​ລຶບ​ລ້າງ​ຄວາມທຸກ​ຍາກ ໃນວັນທີ 21 ຕຸລາ 2022 ວ່າ: ຄວາ​ມທຸກ​ຍາກ ​ແລະ ​ໄພ​ອຶດ​ຫິວ ​ໄດ້​ເປັນ​ບັນຫາ​ໃຫຍ່​ຂອງ​ໂລກ​ມາ​ເປັນ​ເວລາ​ຫລາຍ​ສະຕະວັດ​ແລ້ວ.

ຕະຫຼອດ​ໄລຍະ​ຜ່ານ​ມາ​ ໂລກ​ຂອງ​ພວກ​ເຮົາ ​ຍັງ​ໄດ້​ພົບ​ກັບຫລາຍໆບັນຫາຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຊັ່ນ: ການປ່ຽນແປງທາງດ້ານດິນຟ້າອາກາດຂອງໂລກ, ​ໄພພິບັດທາງທໍາມະຊາດ, ການລະບາດ​ຂອງ​ພະຍາດ, ຄວາມ​ວຸ້ນວາຍ​ທາງ​ສັງ​ຄົມ, ​ບັນຫາຄວາມຂັດແຍ່ງ, ການລະບາດພະຍາດໂຄວິດ-19, ການເພີ່ມຂຶ້ນຂອງລາຄາສິນຄ້າ, ນໍ້າມັນ ໄດ້ສືບຕໍ່ສົ່ງຜົນກະທົບໃຫ້ແກ່ປະຊາກອນໂລກເກືອບ 828 ລ້ານຄົນຂາດສານອາຫານ ແລະ ປະສົບກັບຄວາມອຶດຫິວ ຊຶ່ງມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ. ປະກົດ​ການ​ດັ່ງກ່າວ​ນັ້ນ ​ໄດ້​ເປັນ​ການ​ເພີ່ມ​ທະວີ​ໃຫ້​ມີ​ຄວາມທຸກ​ຍາກ ​ແລະ ​ໄພ​ອຶດ​ຫິວ​ຫຼາຍ​ຂຶ້ນ.

ດັ່ງນັ້ນ, ​ອົງການ​ອາຫານ ​ແລະ ການ​ກະ​ເສດຂອງ​ສະຫະ​ປະຊາ​ຊາດ ​ໄດ້​ກຳນົດ​ເອົາ ວັນ​ທີ 16 ຕຸລາ ຂອງ​ທຸກ​ປີ ​ເປັນ​ວັນ​ອາຫານ​ໂລກ ຊຶ່ງ​ເລີ່​ມ​ແຕ່ ປີ 1980 ເປັນຕົ້ນມາ ແລະ ໄລຍະຕໍ່​ມາ ສະຫະ​ປະຊາ​ຊາດ ​ກໍໄດ້​ກຳນົດ​ເອົາວັນ​ທີ 17 ຕຸລາ ​ເປັນ​ວັນ​ສາກົນ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ໂດຍ​ເລີ່​ມ​ແຕ່ ປີ 1992​ ເປັນ​ຕົ້ນ​ມາ, ມາ​ຮອດ​ ປີ 2003 ລັດຖະບານ ​ແຫ່ງ​ ສປປ ລາວ ກໍໄດ້​ກຳນົດ​ເອົາ ວັນ​ທີ 17-24 ຕຸລາ ​ເປັນ​ສັບປະດາ​ແຫ່ງ​ຊາດ ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ.

ດັ່ງ​ນັ້ນ, ການ​ໂຮມຊຸມນຸມ 2 ​ວັນດັ່ງກ່າວ ແມ່ນມີຄວາມໝາຍສໍາຄັນຫລາຍ, ບໍ່ສະເພາະແຕ່​ແນ​ໃສ່ປູກ​ຈິດ​ສຳນຶກ ​ແລະ ສ້າງ​ຄວາມ​ຮັບ​ຮູ້ ໃຫ້ປະຊາຊົນໃນທົ່ວໂລກ ໄດ້ເຂົ້າໃຈເຖິງ ຄວາມທຸກ​ຍາກ ​ແລະ ​ໄພ​ອຶດຫິວ ເຊິ່ງບໍ່​ແມ່ນ​ບາບກຳ​ທີ່​ເທວະ​ດາ​ຟ້າ​ແຖນເປັນ​ຜູ້​ກຳນົດ​ໃຫ້ ​ແຕ່​ມັນ​ແມ່ນ​ປະກົດ​ການ​ທາງ​ສັງຄົມ​ທີ່​ສາມາດ​ລຶບລ້າງ​​ໃຫ້​ໝົດ​ໄປ​ໄດ້ ​ແລະ ປຸກລະດົມ​​ປະຊາ​ຊາດ​​ ໂດຍສະເພາະຜູ້ທຸກຍາກ ອຶດຫິວ ໃຫ້ຮູ້ສຶກວ່າຕົນເອງມີກຽດສັກສີ ຂອງຄວາມເປັນມະນຸດ, ມີເຫື່ອແຮງສະຕິປັນຍາຄືຄົນທົ່ວໄປ ເທົ່ານັ້ນ ແຕ່ຍັງເປັນການເຮັດໃຫ້ເຂົາເຈົ້າມີກໍາລັງໃຈ, ມີຄວາມກ້າຫານ ແລະ ມີຄວາມສາມາດບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫິວໄດ້. ພ້ອມນັ້ນ ກໍຖືໂອກາດນີ້ ເປັນການສ້າງຄວາມຮັບຮູ້ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງມີສ່ວນຮ່ວມ ໃນການຜະລິດສະບຽງອາຫານ ໃຫ້ມີປະສິດທິພາບ ແລະ ຍືນຍົງ.

ແຫຼ່ງຂ່າວ: ຂປລ

ບໍລິສັດ ຊີໂນ-ອາກຣີ ໂປຕາສ ເຂົ້າຮ່ວມມະຫາກໍາສີມືຫັດຖະກໍາລາວ

ວັນທີ 17 ຕຸລາ ຜ່ານ​ມາ, ທ່ານ ທົງ ຢົງເຮີງ ປະທານ ແລະ ອໍານວຍການບໍລິສັດ ຊີໂນ-ອາກຣີ ໂປຕາສຈໍາກັດ (ຊີໂນ-ອາກຣີ ໂປຕາສ) ໂດຍໄດ້ຮັບການເຊື້ອເຊີນຈາກ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເຂົ້າຮ່ວມພິທີເປີດມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 21 (ຕໍ່ໄປນີ້ເອີ້ນຫຍໍ້ວ່າ “ງານວາງສະແດງ”) ທີ່ໄດ້ຈັດຂຶ້ນທີ່ສູນການ​ຄ້າ ລາວ-ໄອເຕັກ, ພ້ອມທັງໄດ້ໃຫ້ການສະໜັບສະໜູນດ້ານງົບປະມານແກ່ສະມາຄົມຫັດຖະກໍາລາວ, ທີ່ເປັນເຈົ້າພາບຈັດງານເປັນຈໍານວ 20.000.000 ກີບ. ງານດັ່ງກ່າວ, ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມ ຫັດຖະກໍາລາວ ແລະ ຍັງມີບັນດາທູຕານຸທູດ ແລະ ເພື່ອນມິດຈາກພາກທຸລະກິດ ອຸດສາຫະກໍາ-ການຄ້າ ກໍໄດ້ເຂົ້າຮ່ວມ.

ງານມະຫາກໍາຄັ້ງນີ້, ຈັດໂດຍ ສະມາຄົມ ຫັດຖະກໍາລາວ ​ໂດຍຈະຈັດຂຶ້ນປີລະຄັ້ງ, ເປັນການຮວບຮວມສິນຄ້າຫັດຖະກໍາຜ້າ​ໄໝລາວ, ຜະລິດຕະພັນເຮັດດ້ວຍໄມ້, ເຄື່ອງປະດັບ, ຜະລິດ ຕະພັນກະສິກໍາ ແລະ ອື່ນໆ, ຕາມທິດທາງນະໂຍບາຍຂອງລັດຖະບານລາວ “ໜຶ່ງເມືອງໜຶ່ງຜະລິດ ຕະພັນ” ເພື່ອເປັນການຊຸກຍູ ​ແລະ ຍົກລະດັບສີມືຫັດຖະກໍາລາວ ໃຫ້ມີຄຸນນະພາບຂຶ້ນເລື້ອຍໆ, ເຊິ່ງເປັນບາດກ້າວລິເລີ່ມທີ່ສໍາຄັນຂອງການພັດທະນາ. ​ໃນປີນີ້ ຄາດວ່າມີບັນດາໜ່ວຍງານຕ່າງໆເຂົ້າຮ່ວມງານວາງສະແດງຫລາຍກ່ວາ 230 ຮ້ານ, ຊຶ່ງມີຈໍານວນຫລາຍກວ່າປີຜ່ານມາ, ພ້ອມນັ້ນ ຄຸນນະພາບຂອງຜະລິດຕະພັນ ຖ້າທຽບໃສ່ປີທີ່ຜ່ານມາຖືວ່າມີການຍົກລະດັບຂຶ້ນຫລາຍ, ງານວາງສະ ແດງ ຈະສົ່ງເສີມການສົ່ງອອກຜະລິດຕະພັນ ສີມືຫັດຖະກໍາລາວ ທີ່ມີຄຸນນະພາບ, ເປັນການຂັບເຄື່ອນການພັດທະນາເສດຖະກິດພາຍໃນທ້ອງຖິ່ນ ແລະ ສົ່ງເສີມເສດຖະກິດຂອງ ສປປ ລາວ.

ພິທີເປີດໄດ້ເລີ່ມຕົ້ນ ດ້ວຍການສະແດງຂອງກອງດຸລິຍາງ ຈາກຄະນະຊາວໜຸ່ມ ແລະ ການ ສະແດງສິນລະປະຈາກສະມາຄົມ ຫັດຖະກຳລາວ, ບັນດາແຂກທີ່ມີກຽດໄດ້ເຂົ້າຮ່ວມກັນຕັດແຖບຜ້າ ແລະ ທ່ານນາຍົກ ພັນຄໍາ ວິພາວັນ ໄດ້ລັ່ນຄ້ອງ 9 ບາດ ເພື່ອເປັັນສີລິມຸງຄຸນ​ໃນການປະກາດເປີດງານມະຫາກໍາສີມືຫັດຖະກຳລາວ ຄັ້ງທີ 21 ຢ່າງເປັນທາງການ.

ໂອກາດ​ນີ້, ທ່ານພັນຄໍາ ວິພາວັນ ກໍ​ໄດ້ຢ້ຽມຊົມສະຖານທີ່ວາງສະແດງຕ່າງໆ, ໃນແຕ່ລະຫ້ອງວາງສະແດງ ທີ່ທ່ານ ນາຍົກ ໄດ້ເຂົ້າຢ້ຽມຊົມ ທ່ານກໍໄດ້ໃຫ້ຄວາມສົນໃຈລາຍລະອຽດກ່ຽວກັບຜະລິດຕະພັນ, ທັງໄດ້ສຳພັດ ແລະ ກວດເບິ່ງຄຸນນະພາບຂອງຜະລິດຕະພັນ, ໄດ້ສອບຖາມກ່ຽວກັບຂັ້ນຕອນການຜະລິດແປຮູບ ແລະ ການຈຳໜ່າຍ, ຊຶ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະສະໜັບສະໜູນຂອງທ່ານນາຍົກລັດຖະມົນຕີ ທີ່ມີຕໍ່ການພັດທະນາຫັດຖະກຳລາວ.

ໃນລະຫວ່າງການຢ້ຽມຊົມງານວາງສະແດງຂອງທ່ານນາຍົກລັດຖະມົນຕີ, ທ່ານ ທົງຢົງເຮີງ ກໍໄດ້ລາຍງານໂດຍຫຍໍ້ສະພາບຄວາມຄືບໜ້າຂອງໂຄງການຂອງ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຕໍ່ທ່ານນາຍົກ, ເມື່ອທ່ານນາຍົກໄດ້ຮັບຊາບວ່າບໍລິສັດ ຊີໂນ-ອາກຣີ ໂປຕາສ ໄດ້ເຕີບໂຕກາຍເປັນວິສາຫະກິດຜະລິດຝຸ່ນໂປຕາສ ທີ່ໃຫຍ່ທີ່ສຸດຢູ່ ສປປ ລາວ ແລະ ໃນພາກພື້ນອາຊີຕາເວັນ ອອກສ່ຽງໃຕ້, ທ່ານ ກໍໄດ້ງຶກຫົວສະແດງຄວາມພາກພູມໃຈເປັນຢ່າງຍິ່ງ, ພ້ອມທັງເນັ້ນໜັກວ່າ ບໍລິສັດ ຕ້ອງສືບຕໍ່ຮັກສາຄວາມໄວຂອງການພັດທະນາ ແລະ ເຮັດການພັດທະນາໂຄງການເກືອໂປຕາສຂອງລາວໃຫ້ດີຂຶ້ນຕື່ມອີກກ້າວໜຶ່ງ. ທ່ານ ທົງ ຢົງເຮີງ ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກ ທີ່ໄດ້ໃຫ້ການເອົາໃຈໃສ່ ແລະ ສະໜັບສະໜູນໂຄງການຝຸ່ນໂປຕາສຂອງ ບໍລິສັດ ຊີໂນ-ອາກຣີ ແລະ ໄດ້ກ່າວວ່າຊີໂນ-ອາກຣີ ໂປຕາສ ຈະໃຊ້ທຸກຄວາມພະຍາຍາມ ເພື່ອສ້າງໃຫ້ກາຍເປັນວິສາຫະກິດຜະລິດຝຸ່ນໂປຕາສ ທີ່ໃຫຍ່ທີ່ສຸດໃນອາຊີ.

ຫລັງຈາກນັ້ນ, ທ່ານ ທົງຢົງເຮີງ ຍັງໄດ້ໂອ້ລົມຮ່ວມກັບລັດຖະມົນຕີ, ຮອງລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ທ່ານປະທານ ແລະ ຮອງປະທານສະມາຄົມຫັດຖະກຳ ຢ່າງໄມຕີຈິດມິດຕະພາບ. ທ່ານ ມະໄລທອງ ກົມມະສິດ ໄດ້ສະແດງຄວາມຂອບໃຈບໍລິສັດ ຊີໂນ-ອາກຣີ ທີ່ເຂົ້າຮ່ວມໃນພິທີເປີດມະຫາກໍາສີມືຫັດຖະກໍາລາວຄັ້ງນີ້. ນອກນີ້, ທ່ານ ທົງ ຢົງເຮີງ ໄດ້ກ່າວຕື່ມອີກວ່າບໍລິສັດ ຕັ້ງໝັ້ນທີ່ຈະພັດທະນາເປັນເວລາຍາວນານຢູ່ລາວ ກໍຕ້ອງປະຕິບັດໜ້າທີ່ຮັບ ຜິດຊອບທາງສັງຄົມ. ບໍລິສັດ ຊີໂນ-ອາກຣີ ບໍ່ພຽງແຕ່ຈະຊຸກຍູ້ການພັດທະນາເສດຖະກິດພາຍໃນທ້ອງຖິ່ນຂອງແຂວງຄຳມ່ວນ ເທົ່ານັ້ນ, ແຕ່ຍັງຫວັງທີ່ຈະປະກອບສ່ວນກຳລັງແຮງເຂົ້າໃນການພັດທະນາຂະແໜງອຸດສາຫະກໍາຕ່າງໆ ເຊິ່ງລວມທັງ ຂະແໜງຫັດຖະກຳ; ບໍລິສັດຈະປະຕິບັດຕາມທິດຊີ້ນຳຂອງລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ປະສານສົມທົບກັບ ສະມາຄົມ ຫັດຖະກຳລາວ ເພື່ອພະຍາຍາມຊ່ວຍກັນໃຫ້ຜະລິດຕະພັນຫັດຖະກຳ ທີ່ມີຄຸນນະພາບຂອງລາວໄດ້ໄປຈຳໜ່າຍຢູ່ ສປ ຈີນ, ບັນດາປະເທດ ອາຊີອາຄະເນ ແລະ ປະເທດອື່ນໆໃນຂອບເຂດທົ່ວໂລກ, ເພື່ອໃຫ້ຫລາຍໆຄົນ ແລະ ຫລາຍໆປະເທດ ໄດ້ເຂົ້າໃຈ ແລະ ຮູ້ຈັກປະເທດລາວຫລາຍຂຶ້ນໂ ດຍຜ່ານສີນຄ້າຫັດຖະກຳ, ຈາກສິ່ງດັ່ງກ່າວ ກໍຈະດຶງດູດນັກລົງທຶນເຂົ້າມາລົງທຶນ ແລະ ພັດທະນາໃນຂະແໜງການຕ່າງໆຢູ່ລາວໄດ້ຫລາຍຍິ່ງຂຶ້ນ ​ເຊິ່ງຈະຊ່ວຍຂັບເຄື່ອນການພັດທະນາເສດຖະກິດຂອງ ສປປ ລາວ.