Home Blog Page 27

ນັກພັດທະນາດີເດັ່ນແຫ່ງຊາດ

ໂຄງການ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ບ້ານຄໍາປ່າແໜ, ເມືອງຊົນນະບູລີ, ບ້ານປ່າກ້ວຍເມືອງຈໍາພອນ ແລະ ໂຄງການຮ່ວມໃຈສາຍໄຍໂລມາຄຳ ເພື່ອສ້າງພື້ນຖານໂຄງລ່າງທີ່ຈຳເປັນໃຫ້ກັບປະຊາຊົນ, ຈັດຫາແຫຼ່ງນໍ້າກິນ-ນໍ້າໃຊ້ ແລະ ສົ່ງເສີມການສ້າງເສດຖະກິດຄອບຄົວ ຂອງປະຊາຊົນຢູ່ ບ້ານຕະຍົງ ແລະ ບ້ານປະແນະ ເຂດຈຸດສຸມຕັງອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ ປະກອບສ່ວນເຮັດໃຫ້ ປະຊາຊົນບ້ານເປົ້າໝາຍ ມີຊີວິດການເປັນຢູ່ດີຂຶ້ນ.

ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນໍ້າດື່ມ ແລະ ນ້ຳກ້ອນໂລມາຄຳ (ນັກພັດທະນາດີເດັ່ນແຫ່ງຊາດ) ໄດ້ມີຄຳເຫັນຕໍ່ກອງປະຊຸມສະຫຼຸບຕີລາຄາ ຂະບວນການຮັກຊາດ ແລະ ພັດທະນາທົ່ວປະເທດ ໃນວັນທີ 15 ກັນຍາຜ່ານມາ ໂດຍທ່ານໄດ້ໃຫ້ຮູ້ວ່າ:

ໂຄງການລຶບລ້າງຄວາມທຸກຍາກຢູ່ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເປັນໂຄງການທີ່ມີສ່ວນຮ່ວມລະຫວ່າງພາກລັດ ແລະ ພາກທຸລະກິດ, ເປົ້າໝາຍເພື່ອເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ຕາມແນວທາງຂອງພັກ ແລະ ລັດຖະບານທີ່ວາງອອກ ດ້ວຍການຈັດຕັ້ງຜັນຂະຫຍາຍວຽກງານສາມສ້າງ ເຂົ້າສູ່ລວງເລິກຕິດພັນກັບການຊຸກຍູ້ແຮງຂະ ບວນການແຂ່ງຂັນຮັກຊາດ ແລະ ສ້າງບ້ານພັດທະນາ; ເປັນໂຄງການຕົວແບບທີ່ພາກສ່ວນທຸລະກິດ ເຂົ້າໄປມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ, ໃນເບື້ອງຕົ້ນໂຄງການໄດ້ຕົກລົງເຊັນບົດບັນທຶກກັບເມືອງ ໃຫ້ການຊ່ວຍເຫຼືອປະຊາຊົນຈຳນວນ 27 ຄອບຄົວທີ່ທຸກຍາກທີ່ສຸດກ່ອນ, ເປົ້າໝາຍຫຼັກຂອງໂຄງການ ເພື່ອຫັນປ່ຽນການດຳລົງຊີວິດຂອງປະຊາຊົນຄອບຄົວເປົ້າໝາຍທີ່ເລື່ອນລອຍ ‘ຂໍທານ’ ເປັນອາຊີບຫາກິນ ໃຫ້ຫັນປ່ຽນມາເປັນການອອກແຮງງານເຮັດກິນຢູ່ກັບທີ່ ໂດຍສ້າງພື້ນຖານການຜະລິດໃຫ້ແກ່ປະຊາຊົນ, ນຳພາປະຊາຊົນເປົ້າໝາຍອອກແຮງງານໃຫ້ເຮັດກິນຢູ່ກັບທີ່, ຮູ້ທຳການຜະລິດທີ່ຖືກວິທີ, ຖືກຫລັກວິຊາການ ເພື່ອໃຫ້ກຸ້ມຢູ່ກຸ້ມກິນ ແລະ ຍືນຍົງໃນຕໍ່ໜ້າ.ທ່ານ ເກຍ ອູ໊ສິດທິເດດ ໄດ້ໃຫ້ຮູ້ຕື່ມວ່າ: ຜ່ານການປະເມີນຈາກຄະນະກຳມະການເຫັນວ່າ: ຊີວິດການເປັນຢູ່ ຂອງປະຊາຊົນຈຳນວນ 27 ຄອບຄົວທີ່ທຸກຍາກໄດ້ຮັບການປັບປຸງດີຂຶ້ນ, ຢຸດຕິການໄປຂໍທານຮ້ອຍສ່ວນຮ້ອຍ ແລະ ມີປະສິດທິຜົນ.

ສະນັ້ນ, ທ່ານເຈົ້າແຂວງຈຶ່ງໄດ້ອອກຂໍ້ຕົກລົງໃຫ້ສືບຕໍ່ໂຄງການຕື່ມອີກ 2 ປີ (2017-2018) ໂດຍມອບໃຫ້ຂ້າພະເຈົ້າສົມທົບກັບພາກລັດຂັ້ນແຂວງ ແລະ ອໍານາດການປົກຄອງເມືອງຈຳພອນ ຈັດຕັ້ງປະຕິບັດຕາມແຜນການທີ່ໄດ້ລະບຸໄວ້ໃນບົດສະຫຼຸບໂຄງການໄລຍະທີ 1 ຈາກເປົ້າໝາຍເກົ່າ 27 ຄອບຄົວ ເພີ່ມຂຶ້ນອີກ 50 ຄອບຄົວ, ລວມທັງໝົດເປັນ 77 ຄອບຄົວ, 482 ຄົນ. ການຈັດຕັ້ງປະຕິບັດສອງໂຄງການ ລວມໄລຍະເວລາທັງໝົດ 3 ປີກວ່າ (01 ມັງກອນ 2016 ເຖິງ 30 ກຸມພາ 2019)

  • ໂດຍໄດ້ຄົ້ນຄວ້າ, ຊົດເຊີຍເອົາດິນຈາກປະຊາຊົນ 48ເຮັກຕາກວ່າ ມາເປັນກໍາມະສິດຂອງລັດ, ມອບໃຫ້ປະຊາຊົນໃນເປົ້າໝາຍ ນຳໃຊ້ສືບທອດໄດ້ (ແຕ່ຫ້າມຊື້ຂາຍ)
  • ໄດ້ຄົ້ນຄວ້າຫາດິນປຸກສ້າງ 40 ຕອນໃນເນື້ອທີ່ 5 ເຮັກຕາກວ່າ, ຈັດສັນໃຫ້ 36 ຄອບຄົວເປົ້າໝາຍທີ່ຢູ່ກະແຈກກະຈາຍເຂົ້າມາໂຮມຢູ່ບ້ານໃຫຍ່ໄດ້ທັງໝົດ
  • ພ້ອມປຸກເຮືອນເຄິ່ງຖາວອນໃຫ້ 36 ຫຼັງ, ສ້ອມແປງ ແລະ ຕໍ່ເຕີມເຮືອນໃຫ້ປະຊາຊົນທັງສອງບ້ານ 82 ຫຼັງ
  • ສ້ອມແປງຫ້ອງການສູນຈັດສັນອາຊີບຄົງທີ່, ຕິດຕັ້ງໄຟຟ້າ, ອຸປະກອນຮັບໃຊ້ໃນສູນ,
  • ປຸກສ້າງຫ້ອງການ, ສະໂມສອນບ້ານໃຫ້ 1 ຫຼັງ ແລະ ໃຫ້ເຄື່ອງກະ ຈາຍສຽງ 2 ຊຸດ ໃຫ້ 2 ບ້ານ; ປຸກສ້າງສາງເກັບມ້ຽນເຂົ້າ 1 ຫຼັງ, ປຸກສ້າງຕະຫຼາດນ້ອຍ 1 ຫຼັງ ,
  • ສ້າງບ່ອນຮຽນຮູ້ຖ່າຍທອດກິດຈະກຳຕ່າງໆ 1 ແຫ່ງ, ຈັດສັນດິນບຸກເບີກເຮັດນາໃໝ່ໄດ້ 200,3 ເຮັກຕາໃຫ້ 115 ຄອບຄົວໃນ ແລະ ນອກເປົ້າໝາຍ- ປັບປຸງນາເກົ່າຄືນ 24,2 ເຮັກຕາ ໃຫ້ປະຊາຊົນໃນ ແລະ ນອກເປົ້າໝາຍ- ຕັດທາງຕາຜ້າບ້ານ, ສ້າງທາງດິນແດງໃໝ່ລວມຄວາມຍາວ 8,7 ກິໄລແມັດ,
  • ເຮັດສວນປູກຜັກໃຫ້ 108 ຕອນ ໃນເນື້ອທີ່ 8 ເຮັກຕາກວ່າ ໃຫ້ 108 ຄອບຄົວ
  • ໃຫ້ແນວພັນຜັກ 28 ຊະນິດ, ຈົກໜອງສະໃຫຍ່ 117 ໜອງໃນເນື້ອທີ່ 21 ເຮັກຕາກວ່າ ໃຫ້ 85 ຄອບ ຄົວໃນ ແລະ ນອກເປົ້າໝາຍ ແລະ 4 ໜອງໃຫ້ເປັນໜອງລວມຂອງບ້ານ
  • ເຮັດໜອງນ້ອຍປູຜ້າຢາງ 94 ໜອງໃຫ້ 47 ຄອບຄົວ ທົດລອງລ້ຽງປາດຸກ, ລ້ຽງກົບ, ໃຫ້ແນວພັນສັດລ້ຽງເປັນຕົ້ນ ແບ້, ໝູ,ເປັດ, ໄກ່, ຫອຍ ແລະ ປາຫລາຍຊະນິດ
  • ໄດ້ຕິດຕັ້ງແອ່ງໃສ່ນ້ຳ, ຕິດຕັ້ງໂຮງສີເຂົ້ານ້ອຍ-ກາງ,
  • ຊື້ລົດໄຖນາເດີນຕາມ, ເຄື່ອງຢອດເຂົ້າ, ຈັກຟາດເຂົ້າ, ໄດ້ຊຸກຍູ້ສົ່ງເສີມຮ້ານສ້ອມ ແປງລົດຈັກ, ລົດຖີບ, ລົດໄຖ, ຕົ້ມເຫລົ້າໝໍ້ນ້ອຍ
  • ເປີດຮ້ານຂາຍເຄື່ອງຍ່ອຍ ແລະ ຮ້ານຂາຍເຝີ- ໄດ້ເກັບຊື້ຜົນຜະລິດຂອງປະຊາຊົນໃນ 2 ບ້ານ ທີ່ເກັບກູ້ໄດ້ ແລະ ຫາມາໄດ້ໃຫ້ທັງໝົດ.

ພ້ອມນີ້, ຍັງໄດ້ຊ່ວຍປັບປຸງ ດ້ານວຽກງານການສຶກສາ, ສາທາລະນະສຸກ, ວຽກສະຫວັດດີການສັງຄົມ ແລະ ສາສະໜາ ຕື່ມອີກ.ໃນກອງປະຊຸມສະຫລຸບຕີລາໃນໄລຍະ 3 ປີ ການມີສ່ວນຮ່ວມຂອງໂຮງງານຜະລິດ ນໍ້າດື່ມ ແລະ ນ້ຳກ້ອນໂລມາຄຳ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ໃນວັນທີ 29 ເມສາ 2019 ໄດ້ຕີລາຄາວ່າ: ເປັນໂຄງການທີ່ມີປະສິດທິຜົນ, ໃຫ້ການຊ່ວຍເຫຼືອຫຼາກຫຼາຍ ສອດຄ່ອງກັບຄວາມຕ້ອງການ, ການຜະລິດມີລັກສະນະຄົບວົງຈອນ, ການຖ່າຍທອດທາງດ້ານເຕັກນິກມີລັກສະນະງ່າຍດາຍ, ການດຳເນີນກິດຈະກຳຕ່າງໆມີຄວາມວ່ອງໄວ, ທັນກັບສະພາບ, ທັນລະດູການຖືກໃຈປະຊາຊົນ, ຄ່າໃຊ້ຈ່າຍຕ່ຳ, ເວລາສັ້ນ, ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການຫັນປ່ຽນວິຖີໃນການດຳລົງຊີວິດແບບໃໝ່, ກອງປະຊຸມໄດ້ຢັ້ງຢືນເຖິງຜົນສຳເລັດທີ່ໜ້າຊື່ນຊົມ ແລະ ໄດ້ປິດໂຄງການ ນັບແຕ່ມື້ສະຫຼຸບຕີລາຕາເປັນຕົ້ນມາ

ແຫຼ່ງຂ່າວ: ຂປລ

ໂຄງການລຶບລ້າງພະຍາດແກ່ນຕາຂຸ້ນໃນ ສປປ ລາວ

ເປີດໂຄງການລຶບລ້າງພະຍາດແກ່ນຕາຂຸ້ນໃນ ສປປ ລາວ

ໃນວັນທີ 16 ກັນຍາ 2022 ນີ້, ຢູ່ນະຄອນຫລວງວຽງຈັນ ໄດ້ມີພິທີເປີດໂຄງການລຶບລ້າງພະຍາດແກ່ນຕາຂຸ້ນໃນ ສປປ ລາວ ໂດຍການຊ່ວຍເຫຼືອ ຈາກມູນນິທິກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ (GX FOUNDATION) ຂອງລັດຖະບານ ສປ ຈີນ ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫລຽງ ເຈິນ ຢິ່ງ (Leung Chun-ying) ຮອງປະທານສະພາທີ່ປຶກສາການເມືອງ ແຫ່ງ ສປ ຈີນ ປະທານ GX FOUNDATION, ທ່ານ ຈ່ຽງ ຈ່າຍຕົ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີພາກສ່ວນກ່ຽວຂ້ອງ ຝ່າຍຈີນ ແລະ ລາວ ເຂົ້າຮ່ວມ. ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ:

ໂຄງການລຶບລ້າງພະຍາດແກ່ນຕາຂຸ້ນ ໃນ ສປປ ລາວ ໂດຍການຊ່ວຍເຫຼືອຈາກ ມູນນິທິຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຊ່ວຍປະຊາຊົນລາວ ຜູ້ທີ່ເປັນພະຍາດແກ່ນຕາຂຸ້ນໃຫ້ໝົດໄປຈາກ ສປປ ລາວ ດ້ວຍທີມຊ່ວຍແພດຜູ້ຊ່ຽວຊານຈາກ ສປ ຈີນ, ພ້ອມດ້ວຍເຄື່ອງມື, ລົດຜ່າຕັດເຄື່ອນທີ່ ທີ່ທັນສະໄໝ ຊຶ່ງເປັນການຊ່ວຍເຫຼືອອັນລໍ້າຄ່າ ແລະ ຖືໄດ້ວ່າເປັນການໃຫ້ໂອກາດ ແລະ ອະນາຄົດອັນສົດໃສໃໝ່ ໃນການເບິ່ງເຫັນຂອງຜູ້ທີ່ມີບັນຫາດ້ານສາຍຕາ.

ພ້ອມນີ້, ທ່ານຍັງໄດ້ ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນ ສປ ຈີນ ໂດຍສະເພາະແມ່ນ ທ່ານປະທານ GX FOUNDATION ພ້ອມດ້ວຍຄະນະ, ທີ່ມີຄວາມເປັນຫ່ວງເປັນໃຍ ແລະ ໃຫ້ການຊ່ວຍເຫຼືອໃນຄັ້ງນີ້, ເປັນການສະແດງເຖິງນໍ້າໃຈເອື້ອເຝື້ອເຜື່ອແຜ່ ຂອງລັດຖະບານ ແລະ ປະຊາຊົນຈີນ ກໍຄື ອຳນາດການປົກຄອງເຂດປົກຄອງພິເສດຮົງກົງ ໂດຍສະເພາະແມ່ນ GX FOUNDATION ແລະ ທັງເປັນການສະແດງເຖິງ ການເປັນເພື່ອນມິດສະຫາຍ ອ້າຍນ້ອງ ທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກ ໂດຍສະເພາະແມ່ນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ເຂດປົກຄອງພິເສດຮົງກົງ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນທຸກໆດ້ານ.

ປະຊາຊົນລາວ ຜູ້ທີ່ມີພະຍາດແກ່ນຕາຂຸ້ນທີ່ໄດ້ຮັບການຜ່າຕັດດີແລ້ວ ຈະມີຊີວິດທີ່ດີຂຶ້ນ, ຈະເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການລຶບລ້າງພະຍາດແກ່ນຕາຂຸ້ນ ກໍຄືວຽກງານສາທາລະນະສຸກຂອງ ສປປ ລາວ ເພື່ອບັນລຸເປົ້າໝາຍໃນການປັບປຸງຄຸນນະພາບຊີວິດຂອງປະຊາຊົນລາວອີກຂັ້ນໜຶ່ງ ແລະ ກໍເປັນເປົ້າໝາຍຂອງ ພັກ, ລັດຖະບານລາວໃນການສ້າງສາພັດທະນາປະເທດຊາດແບບຢືນຍົງ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ, ພະລັງງານ, ສາທາລະນະສຸກ ແລະ ອື່ນໆ

ແຫຼ່ງຂ່າວ: ຂປລ

ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມເຂົ້າຢ້ຽມຢາມ.

ທ່ານ ບຸນຍັງ ວໍລະຈິດ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມເຂົ້າຢ້ຽມຢາມ.

ໃນວັນທີ 15 ກັນຍາ 2022 ນີ້, ທ່ານ ບຸນຍັງ ວໍລະຈິດ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ພົນເອກ ຟານວັນຢາງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ.

ໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງທ່ານ ພົນເອກ ຟານວັນຢາງ ພ້ອມດ້ວຍຄະນະ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະພາບ, ເຊິ່ງໃນພາມກາງທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວມສະເຫຼີມສະຫຼອງ 60 ປີ ແຫ່ງວັນ ສ້າງຕັ້ງການພົວພັນທາງການ ທູດ (5 ກັນຍາ 1962 – 5 ກັນຍາ 2022) ຄົບຮອບ 45 ປີ ວັນສົນ ທິສັນຍາມິດຕະພາບ ແລະ ການ ຮ່ວມມື ລາວ-ຫວຽດນາມ (18 ກໍລະກົດ 1977 – 18 ກໍລະກົດ 2022) ຢ່າງເປັນຂະບວນການພົດຟື້ນ.

ເຊິ່ງການເດີນທາງມາເຮັດໃນຄັ້ງນີ້ມັນໄດ້ສະແດງໃຫ້ເຫັນເຖິງ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນການຮ່ວມຂອງສອງກອງທັບປະຊາຊົນ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນລະກັນໃນອະນາຄົດ ແລະ ຍາວນານ.

ທ່ານ ພົນເອກ ຟານວັນຢາງ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຫາຍ ບຸນຍັງ ວໍລະຈິດ ທີ່ໄດ້ໃຫ້ການຕ້ອນຮັບອັນສະໜິດສະໜົມ, ອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕິຈິດມິດຕະພາບແບບ ດູດດື່ມ ແລະ ມີມູນເຊື້ອແບບພິເສດ ລາວ- ຫວຽດນາມ. ພ້ອມດຽວກັນນີ້ກໍ້ໄດ້ອວຍພອນໄຊອັນປະເສີດໃຫ້ ອະດີດປະທານປະເທດຈົ່ງມີສຸຂະພາບແຂງແຮງ ມີພາລາໄມ້ສົມບູນ ແລະ ຂໍເຊື້ອເຊີນສະຫາຍ ໄປຢ້ຽມຢາມ ແລະ ທ່ຽວຊົມ ຄວາມສວຍງາມທາງດ້ານວັດທະນະທຳ ແລະ ທຳມະຊາດຂອງ ສສ ຫວຽດນາມ.

ຂ່າວຍັງໃຫ້ຮູ້ຕຶ່ມອີກວ່າ: ໂອກາດດຽວກັນນີ້,ສະຫາຍ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມພ້ອມຄະນະ ຍັງໄດ້ເດີນທາງໄປຕິດຕາມກວດກາໂຄງການກໍ່ສ້າງໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບປະຊາຊົນລາວ ທີ່ກະຊວງປ້ອງກັນປະເທດຫວຽດນາມ ໃຫ້ການຊ່ວຍເຫຼືອ,ພ້ອມນີ້ກໍໄດ້ເດີນທາງໄປຢ້ຽມຢາມ ບໍລິສັດລັດວິສາຫະກິດສະຕາໂທລາຄົມຕື່ມອີກ.

ແຫຼ່ງຂ່າວ ແລະ ຮູບພາບ: Lao people’s Army News

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU)

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ ໃນການພັດທະນາໂຄງການໄຟຟ້າພະລັງງງານລົມ ຢູ່ເຂດຈຸດສຸມລາໂກ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ ໂດຍເປັນກຽດເຂົ້າຮ່ວມຕາງໜ້າລັດຖະບານຂອງທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ຕງໜ້າຝ່າຍຜູ້ພັດທະນາ ໂຄງການຂອງທ່ານ ແສງສັກ ໄຊຍະລາດ ຜູ້ອໍານວຍການ ບໍລິສັດສະຫວັນວາຍຸ ພະລັງງານສະອາດ ຈໍາກັດ ຮ່ວມກັບບໍລິສັດ ເອວເອັມທີລາວ ຈໍາກັດ ເຊິ່ງມີເນື້ອທີ່ຂອບເຂດໂຄງການທັງໝົດ 28,513 ເຮັກຕາ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ສປປ ລາວ (ລຽບຕາມຊາຍແດນ ລາວ – ຫວຽດນາມ ແຂວງກວາງຈິ).

ແຜນການຕິດຕັ້ງການຜະລິດໄຟຟ້າພະລັງງານລົມ ຢູ່ທີ 1,200 MW ແລະ ຄາດຄະເນມູນຄ່າການກໍ່ສ້າງໂຄງການ 2,159 ລ້ານໂດລາສະຫະລັດ, ຈະສໍາເລັດການກໍ່ສ້າງ ແລະ ດໍາເນີນການຜະລິດໃນທ້າຍປີ 2025 ໂດຍມີຈຸດປະສົງ ເພື່ອ ນໍາໃຊ້ຢູ່ພາຍໃນປະເທດ ແລະ ສົ່ງອອກໄປຕ່າງປະເທດ ໂດຍສະເພາະແມ່ນ ສສ.ຫວຽດນາມ. ສໍາລັບຄວາມເປັນມາຂອງໂຄງການດັ່ງກ່າວ ແມ່ນອີງຕາມການຈັດຕັ້ງປະຕິບັດ MOU ການຮ່ວມມືໃນຂະແໜງພະລັງງານ ກັບ ສສ ຫວຽດນາມ ທີ່ເຊັນໃນ ວັນທີ 5/10/2016 ວ່າດ້ວຍການຮ່ວມມືພັດທະນາໂຄງການໄຟຟ້າ ຢູ່ ສປປ ລາວ, ການເຊື່ອມຕໍ່ລະບົບສາຍສົ່ງ ແລະ ການຊື້ຂາຍພະລັງງານ ລະຫວ່າງສອງປະເທດ ນັບຕັ້ງແຕ່ປີ 2020 – 2030 ໂດຍຜູ້ພັດທະນາໂຄງການ ໄດ້ເລີ່ມສຶກສາຂໍ້ມູນເບື້ອງຕົ້ນກ່ຽວກັບໂຄງການໄຟຟ້າພະລັງງານລົມ ນັບຕັ້ງແຕ່ກາງປີ 2021 ເປັນຕົ້ນມາ ເຫັນວ່າມີທ່າແຮງສູງ ໃນການພັດທະນາທຸລະກິດພະລັງງານດັ່ງກ່າວ.

ສະນັ້ນ, ຈຶ່ງໄດ້ສະ ເໜີລັດຖະບານແຫ່ງ ສປປ ລາວ ເພື່ອດໍາເນີນການສຶກສາ, ສໍາຫຼວດຄວາມເປັນໄປໄດ້ ໃນການພັດທະນາໂຄງການ ໂດຍໄດ້ຄົ້ນຄວ້າແລະ ປຶກສາຫາລື ກັບກະຊວງທີ່ກ່ຽວຂ້ອງ ເລີ່ມຕັ້ງແຕ່ປີ 2022 ເປັນຕົ້ນມາ ພາຍຫລັງໄດ້ປຶກສາຫາລື ກັບພາກສ່ວນທີ່ກ່ຽວຂ້ອງແລ້ວ ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງເຫັນດີ ແລະ ອະນຸມັດ ໃຫ້ເຊັນບົດບັນທຶກຄວາມເຂົ້າໃນ (MOU) ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ ໃນຄັ້ງນີ້.

ແຫຼ່ງຂ່າວ: Media Laos

ນາຍົກລັດຖະມົນຕີ ຕ້ອນຮັບຮອງປະທານສະພາ ທີ່ປຶກສາການເມືອງ ສປ ຈີນ

ໃນວັນທີ 15 ກັນຍາ 2022 ນີ້ ທີ່ນະຄອນຫຼວງວຽງຈັນ, ທ່ານ ພັນຄໍາ ວິພາວັນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫຼຽງ ເຈິນ ຢິ່ງ (Leung Chun-ying) ຮອງປະທານສະພາທີ່ປຶກສາການເມືອງແຫ່ງ ສປ ຈີນ ປະທານມູນນິທິ GX FOUNDA TION ຮົງກົງ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາ ເປີດພິທີໂຄງການຊ່ວຍເຫລືອຜ່າຕັດແກ່ນຕາຂຸ້ນ ຢູ່ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ພັນຄໍາ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຄື່ອນໄຫວວຽກງານຂອງ ທ່ານ ຫຼຽງ ເຈິນ ຢິ່ງ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສໍາຄັນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ລາວ-ຈີນ ເວົ້າລວມ ເວົ້າສະ ເພາະແມ່ນ ສປປ ລາວ ກັບ ຮົງກົງ ໃຫ້ມີບາດກ້າວໃໝ່ທີ່ເລິກເຊິ່ງ ແລະ ກວ້າງຂວາງຍິ່ງຂຶ້ນ.

ພ້ອມດຽວກັນນີ້, ທ່ານ ພັນຄໍາ ວິພາວັນ ໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະ ແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ ລັດຖະບານ ແລະ ປະຊາຊົນ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການຮັບມື ແລະ ຕໍ່ສູ້ຕ້ານກັບເຊື້ອພະຍາດໂຄວິດ-19 ຕະຫລອດມາ, ລວມທັງການຊ່ວຍເຫລືອຂອງມູນນິທິ GX FOUNDATION ຮົງກົງ ໃນຄັ້ງກ່ອນ ແລະ ການເດີນທາງມາຊ່ວຍເຫລືອ ສປປ ລາວ ເພື່ອຜ່າຕັດແກ່ນຕາຂຸ້ນໃນຄັ້ງນີ້ ຊຶ່ງເປັນການຊ່ວຍເຫລືອອັນລໍ້າຄ່າ ແລະ ເປັນການໃຫ້ໂອກາດ ແລະ ອະນາຄົດອັນສົດໃສໃໝ່ ໃນການເບິ່ງເຫັນຂອງຜູ້ທີ່ມີບັນຫາດ້ານສາຍຕາ ຊຶ່ງການຊ່ວຍເຫລືອດັ່ງກ່າວຍິ່ງເປັນການສະແດງໃຫ້ເຫັນເຖິງ ຄວາມເປັນເພື່ອນມິດສະຫາຍທີ່ເປັນມູນເຊື້ອ, ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ແທ້ຈິງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາ.

ທ່ານ ຫຼຽງ ເຈິນ ຢິ່ງ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ພັນຄໍາ ວິພາວັນ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນຄັ້ງນີ້, ພ້ອມທັງ ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ສັນຍາວ່າ ຈະສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນຮ່ວມມື, ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ຕໍ່ໄປ.

ພ້ອມດຽວກັນນີ້, ສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບຜົນສໍາເລັດຂອງໂຄງການທາງລົດໄຟ ລາວ-ຈີນ ຖືເປັນໂຄງການສັນຍາລັກແຫ່ງການພົວພັນ ລາວ-ຈີນ ຊຶ່ງຈະອໍານວຍຄວາມສະດວກໃນການໄປມາຫາສູ່ກັນ ລະຫວ່າງສອງປະເທດ ລາວ-ຈີນ ກໍຄື ລະຫວ່າງ ລາວ-ຮົງກົງ ບໍ່ວ່າຈະເປັນດ້ານຄົມມະນາຄົມ-ຂົນ ສົ່ງ, ດ້ານການທ່ອງທ່ຽວ ແລະ ອື່ນໆ ຊຶ່ງຈະນໍາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ຈີນ.

ນອກນັ້ນ, ທ່ານ ພັນຄໍາ ວິພາວັນ ຍັງຫວັງວ່າສອງຝ່າຍຈະຮ່ວມມືກັນ ຊຸກຍູ້ສົ່ງເສີມການພົວພັນຮ່ວມມື, ການໄປມາຫາສູ່ກັນໃຫ້ຫຼາຍຂຶ້ນ ໂດຍສະເພາະການຊຸກຍູ້ໃຫ້ບັນດາບໍລິສັດ, ນັກລົງທຶນຈາກຮົງກົງ ທີ່ມີຄວາມສົນໃຈ ມາສຶກສາຄວາມເປັນໄປໄດ້ໃນການລົງທຶນ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ.

ແຫຼ່ງຂ່າວ: ຫສນຍ, ປະເທດລາວ

ຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດແລະ ພັດທະນາ ມີຜົນສຳເລັດຫລາຍດ້ານ

ຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດແລະ ພັດທະນາ ມີຜົນສຳເລັດຫລາຍດ້ານ.

ກອງປະຊຸມສະຫລຸບ, ຕີລາຄາ, ປະເມີນຜົນຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄດ້ໄຂຂຶ້ນໃນວັນທີ 15 ກັນຍາ 2022 ໂດຍການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ມີການນຳພັກ, ລັດຂັ້ນສູງ, ບັນດາລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ພັນຄຳ ວິພາວັນ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດ ທະນາ ຕາມ 4 ເນື້ອໃນຂອງພັກ, ລັດຖະບານຜ່ານມາ ທ່າມກາງສະພາບສາກົນ ແລະ ພາກພື້ນມີການຜັນແປ, ຄາດຄະເນໄດ້ຍາກ ແລະ ການແຜ່ລະບາດພະຍາດໂຄວິດ-19.

ແຕ່ເຖິງຢ່າງໃດກໍຕາມ ຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄດ້ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ ແລະ ມີຜົນສໍາເລັດໃນຫລາຍດ້ານ ຮັບປະກັນໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ ແລະ ເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ ເຖິງວ່າປະເທດເຮົາຈະມີຄວາມຫຍຸ້ງຍາກທາງດ້ານການເງິນ-ເງິນຕາ, ບັນຫາໜີ້ສິນ ແລະ ໄດ້ຮັບຜົນກະທົບຂອງພະຍາດໂຄວິດ-19, ແຕ່ບໍ່ໃຫ້ເກີດເຫດການທົດຖອຍ ຮ້າຍແຮງຕໍ່ເສດ ຖະກິດ-ສັງຄົມ, ລະບົບການເມືອງຢູ່ຮາກຖານບ້ານ ໄດ້ຮັບປັບປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງຂຶ້ນ; ຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງ ແລະ ຍົກລະດັບຂຶ້ນເປັນກ້າວໆ; ຊົນນະ ບົດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍມີສ່ວນຮ່ວມຢ່າງຕັ້ງໜ້າ, ຄອບຄົວທຸກຍາກ, ບ້ານທຸກຍາກ ໄດ້ຮັບການແກ້ໄຂ ເປັນກ້າວໆມາ; ກຳລັງປະກອບອາວຸດ ໄດ້ຮັບການປັບປຸງກໍ່ສ້າງກາຍເປັນກຳລັງທີ່ໜັກ ແໜ້ນ ທາງດ້ານການເມືອງ-ແນວຄິດ ແລະ ມີແບບແຜນທັນສະໄໝ.

ຕະຫລອດໄລຍະ 5 ປີຜ່ານມາ ພັກ, ລັດຖະບານ ໄດ້ສຸມໃສ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະ ນາ ດ້ວຍການບຸກບືນ ແຕ່ກໍຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕໍ່ບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ. ທັງໝົດນັ້ນ ລ້ວນແຕ່ຊີ້ເຖິງສະພາວະຄວາມເປັນຈິງທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ຮຽກຮ້ອງໃຫ້ຕ້ອງກຳແໜ້ນ ແລະ ພິຈາ ລະນາຢ່າງພາວະວິໄສ ເພື່ອເປັນພື້ນຖານໃນການວາງທິດທາງໜ້າທີ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນຊຸມປີຕໍ່ໜ້າໃຫ້ມີການຫັນປ່ຽນ ໄປສູ່ລວງເລິກໄດ້ຢ່າງແທ້ຈິງ. ໃນໂອກາດດຽວກັນ ທ່ານ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ໄດ້ສະຫລຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ(2016-2020) ແລະ ທິດທາງແຜນ ການຮອດປີ 2025 ໂດຍໄດ້ຍົກໃຫ້ເຫັນວ່າ:

ລັດຖະບານໄດ້ເປີດຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກ, ຕິດພັນກັບການພັດທະນາຊົນນະ ບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃນຂອບເຂດທົ່ວປະເທດ ໃນປີ 2015 ແລະ ກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນປີ 2019 ເປັນຕົ້ນມາ, ຄະນະພັກ-ຄະນະນໍາແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖີ່ນ ໄດ້ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ເປັນລະບົບຕາມ 5 ຂັ້ນຕອນຂອງການແຂ່ງຂັນ ເປັນຕົ້ນ ວາງແຜນການ, ແຕ່ງຕັ້ງຄະນະຊີ້ນໍາ, ເປີດຂະບວນການແຂ່ງຂັນ, ປຸກລະດົມ, ຊຸກຍູ້, ຕິດຕາມກວດກາ ແລະ ສະຫລຸບລາຍງານຂະບວນແຂ່ງຂັນເປັນແຕ່ລະໄລຍະ ເຊິ່ງສາມາດສັງລວມການຍ້ອງຍໍຜົນງານ 5 ປີ ໃຫ້ບຸກຄົນ ແລະ ກົມກອງຈາກບັນດາກະຊວງ, ອົງການທຽບເທົ່າ, ບັນດາແຂວງ ແລະ ນະຄອນ ຫລວງວຽງຈັນ ທົ່ວປະເທດ ໄດ້ຈຳນວນ 40 ພາກສ່ວນ, ສະເໜີຍ້ອງຍໍແຕ່ລະປະເພດ ລວມທັງໝົດ 92.250 ພາກສ່ວນ, ມີບຸກຄົນ 86.327 ທ່ານ ແລະ ກົມກອງ 5.923 ກົມກອງ. ໃນນີ້ກະຊວງ-ອົງການທຽບເທົ່າ ລວມມີ 23 ພາກສ່ວນ ສະເໜີຍ້ອງຍໍແຕ່ລະປະເພດລວມທັງໝົດ 19.449 ພາກສ່ວນ, ມີບຸກ ຄົນ 19.008 ທ່ານ ແລະ ກົມກອງ 441 ກົມກອງ; ແຂວງ 16 ແຂວງ ແລະ 1 ນະຄອນຫລວງວຽງຈັນ ລວມມີ 17 ພາກສ່ວນ; ສະເໜີຍ້ອງຍໍແຕ່ລະປະເພດ ລວມທັງໝົດ 72.801 ໃນນີ້ມີບຸກຄົນ 69.364 ທ່ານ ແລະ 3.437 ກົມກອງ. ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການບົດປະກອບຄຳເຫັນຂອງ ບັນດາຕົວແບບດີເດັ່ນ ແລະ ນັກພັດທະນາດີເດັ່ນ ກ່ຽວກັບການລ້ຽງສັດ, ຫັດຖະກຳຕໍ່າຫູກ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ອີກດ້ວຍ.

ຂ່າວ:ກິດຕາພາບ: ອາຍຄຳ

ກອງປະຊຸມຮ່ວມມືສອງຝ່າຍ ກ່ຽວກັບ ວຽກງານຕ້ານ ແລະ ສະກັດກັ້ນ ການລັກລອບ ຄ້າຂາຍສັດປ່າ ທີ່ຜິດກົດຫມາຍ

ກອງປະຊຸມຮ່ວມມືສອງຝ່າຍ ກ່ຽວກັບ ວຽກງານຕ້ານ ແລະ ສະກັດກັ້ນການລັກລອບ ຄ້າຂາຍສັດປ່າ ທີ່ຜິດກົດຫມາຍ ລະຫວ່າງ ສປປ ລາວ ແລະ ຣາຊາອານາຈັກໄທ.

ໃນລະຫວ່າງວັນທີ 14-15 ກັນຍາ 2022 ຈັງຫວັດຊຽງລາຍ ຂອງຣາຊາອານາຈັກໄທ ແລະ ແຂວງບໍ່ແກ້ວ ຂອງ ສປປລາວ ໄດ້ຮ່ວມກັນຈັດກອງປະຊຸມ ປຶກສາຫາລື ແລກປ່ຽນບົດຮຽນ ກ່ຽວກັບ ວຽກງານຕ້ານ ແລະ ສະກັດກັ້ນ ການລັກລອບຄ້າຂາຍສັດປ່າ ລະຫວ່າງຊາດ ໂດຍສະເພາະ ຕາມແນວຊາຍແດນ ຂອງແຂວງ ບໍ່ແກ້ວ ແລະ ຈັງຫວັດຊຽງລາຍ ໂດຍການເປັນປະທານຮ່ວມ ຂອງທ່ານ ສຸນັນທາ ຈຸນລະມະນີ ຮອງຫົວຫນ້າກົມກວດກາປ່າໄມ້, ກະຊວງ ກະສິກຳ ແລະ ປ່າໄມ້, ສປປລາວ ແລະ ທ່ານ ວາຣະດິສອນ ອ່ອນນຸດ ຮອງຜູ້ວ່າລາດຊະການ ຈັງຫວັດຊຽງລາຍ, ຣາຊາອານາຈັກໄທ, ຊຶ່ງກອງປະຊຸມ ໄດ້ຈັດຂື້ນທີ່ ໂຮງແຮມ ຊຽງຂອງ ທີກກາເດັນ ລິເວີຟອນ, ເມືອງຊຽງຂອງ, ຈັງຫວັດຊຽງລາຍ, ໂດຍການສະຫນັບສະຫນູນ ຂອງອົງການ WWF, ຊຶ່ງມີຄະນະຜູ້ແທນຝ່າຍລາວ ຈາກກົມກວດກາປ່າໄມ້, ກົມປ່າໄມ້, ກົມແຜນການ ແລະ ການເງີນ, ອົງການອະນຸລັກທຳມະຊາດ, ພະແນກ ກະສິກຳ ແລະ ໄມ້, ພາສີ, ຕຳຫລວດ, ທະຫານ, ສານ, ໄອຍະການ, ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ, ຄະນະ P-WEN ຂອງ ແຂວງ ບໍ່ແກ້ວ, ຫລວງນ້ຳທາ ແລະ ແຂວງ ອຸດົມໄຊ ລວມທັງບັນດາເຈົ້າທີ່ ແລະ ພາກສ່ວນກ່ຽວຂ້ອງ ຝ່າຍໄທ ເຂົ້າຮ່ວມ ທັງຫມົດ 100 ທ່ານ.

ຈຸດປະສົງ ຂອງກອງປະຊຸມ ແມ່ນເພື່ອຄົ້ນຄວ້າ ປຶກສາຫາລື, ລະດົມແນວຄວາມຄິດ, ແລກປ່ຽນບົດຮຽນ, ແລກປ່ຽນຂໍ້ມູນຂ່າວສານ ແລະ ສ້າງກົນໄກ ການຮ່ວມມື, ການປະສານກັນ ກ່ຽວກັບ ວຽກງານ ຕ້ານ ແລະ ສະກັດກັ້ນ ການລັກລອບຄ້າຂາຍສັດປ່າ ລະຫວ່າງຊາດ ໂດຍສະເພາະ ຕາມຊາຍແດນເມືອງຕໍ່ເມືອງ ແຂວງຕໍ່ແຂວງ ຄື: ເມືອງ ຕົ້ນເຜິ້ງ, ຫ້ວຍຊາຍ ແລະ ເມືອງ ປາກທາ ຂອງແຂວງ ບໍ່ແກ້ວ, ສປປ ລາວ ແລະ ເມືອງ ຊຽງແສນ, ຊຽງຂອງ ແລະ ເມືອງ ວຽງແກ່ນ ຂອງ ຈັງຫວັດ ຊຽງລາຍ, ຣາຊາອານາຈັກໄທ.

ແຫຼ່ງຂ່າວ: ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ

ເຂົ້າກັກພະຫະນະທີ່ລັກລອບເຂົ້າປະເທດ

ຊົມເຊີຍ! ເຈົ້າໜ້າທີ່ພາສີ ປະຈຳແຂວງໄຊຍະບູລີ ໂດຍສະເພາະເຈົ້າໜ້າທີ່ພາສີຂະແໜງ ພສປ ປະຈຳຈຸດແກ້ງສາວ ເມືອງປາກລາຍ ແຂວງໄຊຍະບູລີ, ໄດ້ອອກກວດກາເຄື່ອນໄຫວວຽກງານຕາມພາລະບົດບາດ, ຄວາມຮັບຜິດຊອບ, ພ້ອມທັງຕິດຕາມແຫຼ່ງຂ່າວຕາມເສັ້ນທາງເມືອງປາກລາຍ ຫາ ເມືອງທົ່ງມີໄຊ ແຂວງໄຊຍະບູລີ, ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າຈະມີການລັກລອບນໍາເຂົ້າພາຫະນະ ເຂດຊາຍແດນປະເທດໃກ້ຄຽງ, ພົບເຫັນລົດ TOYOTA FOTUNER ຊຸກເຊື່ອງໄວ້ໃນສາງໂຮງງານໝາກເດືອຍເກົ່າຢູ່ເຂດບ້ານໃໝ່ ເມືອງທົ່ງມີໄຊ ແຂວງໄຊຍະບູລີ.

ຕາມການລາຍງານເບື້ອງຕົ້ນຂອງພາສີ ປະຈຳແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາ 2022 ຜ່ານມານີ້, ເວລາ 20:30 ໂມງ, ພາສີ ປະຈໍາແຂວງໄຊຍະບູລີ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າຈະມີການລັກລອບນໍາເຂົ້າພາຫະນະ ເຂດຊາຍແດນປະເທດໃກ້ຄຽງບໍລິເວນເມືອງທົ່ງມີໄຊ ແຂວງໄຊຍະບູລີ.

ດັ່ງນັ້ນ, ຈຶ່ງໄດ້ອອກສົມທົບກັບເຈົ້າໜ້າທີ່ພາສີຂະແໜງ ພສປ ປະຈຳຈຸດແກ້ງສາວ ເມືອງປາກລາຍ ແຂວງໄຊຍະບູລີ, ໄດ້ອອກກວດກາເຄື່ອນໄຫວວຽກງານຕາມພາລະບົດບາດ, ຄວາມຮັບຜິດຊອບ, ພ້ອມທັງຕິດຕາມແຫຼ່ງຂ່າວຕາມ ເສັ້ນທາງເມືອງ ປາກລາຍ ຫາ ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ, ໄດ້ພົບເຫັນພາຫະນະ 1 ຄັນ (ປະເພດລົດຈິບ, ຫຍີ່ຫໍ້ TOYO TA FOTUNER, ສີຂາວ, ປີຜະລິດ 2020, ຄວາມແຮງ 2400cc, ເລກຈັກ 2GDC791120, ເລກຖັງ MROAB3GS30558681) ຊຶ່ງກໍາລັງມີການປ່ຽນພວງມະໄລຈາກຂວາ ຫາ ຊ້າຍ.

ໃນການປະຕິບັດໜ້າທີ່ວິຊາສະເພາະຄັ້ງນີ້, ເຈົ້າໜ້າທີ່ພາສີໄດ້ສົມທົບກັບກອງຮ້ອຍທະຫານຊາຍແດນ 156 ແລະ ອຳນາດການປົກຄອງເມືອງທົ່ງມີໄຊ, ເຂົ້າທຳການກວດກາ, ພົບເຫັນພາຫະນະດັ່ງກ່າວ, ຈຶ່ງໄດ້ຂໍອະນຸຍາດກວດກາເອກະ ສານຂອງພາຫະນະບໍ່ພົບເອກະສານຫຼັກຖານອ້າງອີງ. ດັ່ງນັ້ນ,ຈຶ່ງໄດ້ຢຶດພາຫະນະຄັນດັ່ງກ່າວໄວ້ເປັນຂອງກາງ, ເພື່ອດຳເນີນການສືບສວນ-ສອບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ. ສ່ວນລາຍລະອຽດກ່ຽວກັບການຢຶດພາຫະນະດັ່ງກ່າວທາງທີມຂ່າວສານການເງິນຈະໄດ້ລາຍງານນໍາສະເໜີເພີ່ມເຕີມຕາມພາຍຫຼັງ.

ແຫຼ່ງຂ່າວ: ກະຊວງການເງິນ

ເປົ້າຫມາຍຢາເສບຕິດໃຊ້ປືນແກັບຍິງເຈົ້າໜ້າທີ່ຕຳຫຼວດເສຍຊີວິດ 1 ສະຫາຍ

ຄົນຮ້າຍໃຊ້ອາວຸດປືນຍິງເຈົ້າໜ້າທີ່ເສຍຊີວິດ 1 ສະຫາຍ.

ໃນຄັ້ງວັນທີ 14 ກັນຍາ 2022, ເປົ້າຫມາຍຢາເສບຕິດໃຊ້ປືນແກັບຍິງເຈົ້າໜ້າທີ່ຕຳຫຼວດເສຍຊີວິດ 1 ສະຫາຍໃນຂະນະປະຕິບັດໜ້າທີ່, ເຊິ່ງເຫດການດັ່ງກ່າວ ເກີດຂຶ້ນທີ່ບ້ານນາຄາ ເມືງຊຳເຫນືອ ແຂວງຫົວພັນ. ເຈົ້າຫນ້າທີ່ ປກສ ເມືອງຊຳເຫນືອ ໃຫ້ຂໍ້ມູນວ່າ : ໃນວັນທີ 12 ກັນຍາ 2022 ກອງບັນຊາການ ປກສ ເມືອງຊຳເໜືອ ໄດ້ແຕ່ງຕັ້ງກຳລັງວິຊາສະເພາະ ພະແນກສັນຕິບານ, ພະແນກ 504 ລົງສົມທົບເຮັດວຽກກັບ ປກສ ກຸ່ມບ້ານຂາງຄໍາ ລົງເກັບກຳຂໍ້ມູນ ເພື່ອແນໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ຢູ່ໃນກຸ່ມບ້ານຊາງຄຳ ໂດຍສະແມ່ນແກ້ໄຂບັນຫາຢາເສບຕິດ ແລະ ສະພາບການອື່ນໆ ທີ່ກ່ຽວພັນເຖິງຄວາມບໍ່ສະຫງົບ ທາງດ້ານການເມືອງ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ.

ຕົກມາຮອດເວລາ 4:00 ເຊົ້າຂອງວັນທີ 14 ກັນຍາ 2022 ທີມງານ ປກສ ເມືອງຊຳເໜືອ ໄດ້ສົມທົບກັບ ປກສ ກຸ່ມບ້ານຊາງຄຳ ອອກກວດກາພິສູດເເຫຼ່ງຂ່າວ ຕາມພົນລະເມືອງດີລາຍງານ ວ່າມີບຸກຄົນ ມີການເຄື່ອນໄຫວກ່ຽວກັບບັນຫາຢາເສບຕິດ ແລະ ມີອາວຸດລ່າເນື້ອໄວ້ໃນຄອບຄອງ ເມື່ອທີມງານເດີນທາງໄປໃກ້ຊິຮອດຄຸ້ມພູປຽດປະມານ 900 ແມັດ, ໄດ້ເຫັນຊາຍຄົນໜຶ່ງບໍ່ຮູ້ຊື່ ຖືອາວຸດລ່າເນື້ອປະເພດປືນແກັບ ຍ່າງປົນກັບນັກຮຽນກຳລັງຍ່າງໄປເຂົ້າໂຮງຮຽນ. ຈາກນັ້ນເຈົ້າໜ້າທີ່ ປກສ ກຸ່ມບ້ານ ໄດ້ສະແດງໂຕ ຈະກວດກາຊາຍທີ່ຖືອາວຸດລ່າເນື້ອນັ້ນ ພໍຍ່າງໄປຮອດຫ່າງຈາກຊາຍຄົນນັ້ນປະມານ 3 ແມັດ, ຊາຍຄົນດັ່ງກ່າວໄດ້ໃຊ້ປືນແກັບທີ່ຜູ້ກ່ຽວຖືຢູ່ຍິງໃສ່ ຮອ ຊອມ ສີສົມທອງ ໄດ້ຮັບບາດເຈັບສາຫັດ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ໄດ້ເອົາຕົວເຈົ້າໜ້າທີ່ ທີ່ຖືກຍິງສົ່ງໂຮງໝໍແຂວງຫົວພັນ ແລະ ຜູ້ກ່ຽວໄດ້ເສຍຊີວິດໃນເວລາຕໍ່ມາ.

ປັດຈຸບັນ ກອງບັນຊາການ ປກສ ແຂວງຫົວພັນໄດ້ແຕ່ງຕັ້ງອົງການວິຊາສະເພາະລົງກວດກາລົງສະຖານທີ່ເກີດເຫດລົງເກັບກຳຂໍ້ມູນ ສືບສວນ – ສອບສວນຊອກຄົ້ນຫາຜູ້ກະທໍາຜິດມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ສຳລັບການປະຕິບັດນະໂຍບາຍຕໍ່ສະຫາຍນາຍຕຳຫຼວດທີ່ເສຍຊີວິດ, ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະກະຊວງ ປກສ ແມ່ນກຳລັງເລັ່ງໃຫ້ການຊ່ວຍເຫຼືອ ແລະ ປະຕິບັດນະໂຍບາຍຕໍ່ຄອບຄົວຢ່າງເຕັມທີ່.

ແຫຼ່ງຂ່າວ: ໜັງສືພິມຄວາມສະຫງົບ

ຄະນະຜູ້ແທນສະພາແຫ່ງຊາດ ຣາຊະອານາຈັກກຳປູເຈຍ ເດີນທາງມາຮອດ ສປປ ລາວ ຮຽບຮ້ອຍແລ້ວ.

ຄະນະຜູ້ແທນສະພາແຫ່ງຊາດ ຣາຊະອານາຈັກກຳປູເຈຍ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດອັກຄະມະຫາໂປເຢຍ ຈັກກຣີເຮັງຊໍາຣິນ ປະທານສະພາແຫ່ງຊາດ ແຫ່ງຣາຊະອານາຈັກກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ມາຢ້ຽມຢາມ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 14-16 ກັນຍາ 2022.

ໃນຕອນເຊົ້າວັນທີ 14 ກັນຍາ 2022, ພາຍຫລັງທີ່ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ຢູ່ຕໍ່ໜ້າຫໍສະພາແຫ່ງຊາດລາວ ຢ່າງສົມກຽດ, ຈາກທ່ານ ໄຊສົມພອນ ພົມ ວິຫານ ພ້ອມດ້ວຍຮອງປະທານສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ, ປະ ທານ-ຮອງປະທານກໍາມາທິການ, ຄະນະເລຂາທິການ ແລະ ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງເຂົ້າຮ່ວມພິທີຕ້ອນຮັບຢ່າງພ້ອມພຽງ ແລະ ສົມກຽດແລ້ວ, ຄະນະຜູ້ແທນຂັ້ນສູງ ຂອງສະພາແຫ່ງຊາດລາວ ແລະ ກຳປູເຈຍ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ ໂດຍສອງຝ່າຍ ໄດ້ພ້ອມກັນປຶກສາຫາລືຫລາຍບັນຫາສໍາຄັນ ເປັນຕົ້ນ ຮ່ວມກັນຕີລາຄາຄືນກ່ຽວກັບສະພາບ ການພົວພັນຮ່ວມມື ລະຫວ່າງ ສອງປະເທດລາວ-ກຳປູເຈຍ ກໍຄື ການພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ໃນໄລຍະຜ່ານມາ ແລະ ເປັນເອກະພາບກັນ ຕໍ່ກັບທິດທາງແຜນການໃນຕໍ່ໜ້າ, ຊຶ່ງສອງຝ່າຍ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ທີ່ສອງປະທານສະພາແຫ່ງຊາດ ໄດ້ລົງນາມຮ່ວມກັນ ໃນປີ 2019 ໃຫ້ມີປະສິດທິຜົນຍິ່ງກວ່າເກົ່າ, ສືບຕໍ່ການແລກປ່ຽນຄະນະຜູ້ແທນນຳກັນໃນທຸກລະດັບ, ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບການ ຈັດຕັ້ງປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດ, ການສະໜັບສະໜູນກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ໃນເວລາພົບປະ, ສອງຝ່າຍ ໄດ້ເປັນເອກະພາບທີ່ຈະຮ່ວມມືກັນຊຸກຍູ້ ແລະ ສົ່ງເສີມ ໃຫ້ຂະແໜງການທີ່ກ່ຽວຂ້ອງຂອງລັດຖະບານ ຂອງສອງປະເທດ ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ໄດ້ລົງນາມຮ່ວມກັນ ໃຫ້ໄດ້ຮັບປະສິດຜົນສູງ ໂດຍສະເພາະ ແມ່ນການຊຸກຍູ້ລັດຖະ ບານ ທັງສອງປະເທດ ມີການບັນລຸການເຊັນສົນທິສັນຍາ ວ່າດ້ວຍເສັ້ນຊາຍແດນທີ່ໄດ້ປັກຫລັກໝາຍສຳເລັດ 86% ແລະ ສືບຕໍ່ເຮັດໃຫ້ເສັ້ນຊາຍແດນ ສອງປະເທດ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາຢ່າງຍືນຍົງ, ຕອບສະໜອງຜົນປະໂຫຍດທີ່ແທ້ຈິງຂອງປະຊາຊົນສອງຊາດ.

ໂອກາດນີ້, ທ່ານປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມເຊື້ອໝັ້ນວ່າ ດ້ວຍບົດຮຽນອັນອຸດົມສົມບູນ ຂອງປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ, ຝ່າຍກຳປູເຈຍ ຈະແລກປ່ຽນບົດຮຽນໃນການເປັນປະທານໄອປາ (AIPA) ຄັ້ງທີ 43 ຊຶ່ງຈະຈັດຂຶ້ນ ຢູ່ນະຄອນຫລວງພະນົມເປັນ ໃນເດືອນພະຈິກ 2022. ພ້ອມກັນນີ້, ສະພາແຫ່ງຊາດລາວ ມີຄວາມຍິນດີທີ່ຈະເຂົ້າຮ່ວມ ແລະ ສະໜັບສະໜູນ ສະ ພາແຫ່ງຊາດກໍາປູເຈຍ ເປັນເຈົ້າພາບກອງປະຊຸມ AIPA ຄັ້ງທີ 43 ແລະ ກອງປະຊຸມປິ່ນອ້ອມອື່ນໆ.ຫລັງຈາກພົບປະສອງຝ່າຍສຳເລັດແລ້ວ, ສອງປະທານສະພາແຫ່ງຊາດ ລາວ ແລະ ກຳປູເຈຍ ໄດ້ຮ່ວມກັນປູກຕົ້ນໄມ້ທີ່ລະນຶກ ຢູ່ສວນຂ້າງຫໍສະພາແຫ່ງຊາດ.ໃນໂອກາດດຽວກັນນີ້, ທ່ານປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດລາວ ກໍໄດ້ພົບປະກັນຄູ່ຮ່ວມຕໍາແໜ່ງ ຂອງສະພາແຫ່ງຊາດກຳປູເຈຍ ແລະ ສອງປະທານຄະນະມິດຕະພາບລັດຖະສະພາ ລາວ-ກໍາປູເຈຍ ແລະ ກຳປູເຈຍ-ລາວ ກໍໄດ້ພົບປະສອງຝ່າຍນຳກັນ ເພື່ອເສີມຂະຫຍາຍການຮ່ວມມືກັນ ໃຫ້ມີຄວາມເລິກເຊິ່ງກວ່າເກົ່າ.

ຂ່າວ-ພາບ: ຂັນໄຊ, ຂປລ