Home Blog Page 15

ຄະດີຄາດຕະກຳ ປະຈຳປີ 2022

ອີງຕາມການລາຍງານຈາກ ຄວາມສະຫງົບ Lao Security News ໃຫ້ຮູ້ວ່າ: ໃນປີ 2022 ນີ້, ໃນທົ່ວປະເທດໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ 6.982 ເລື່ອງ ເຊິ່ງໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ. ໃນນີ້, ໄດ້ມີເຫດການຄາດຕະກຳເກີດຂຶ້ນຫຼາຍສົມຄວນ, ມີບາງຄະດີກໍເກີດຈາກຂໍ້ຂັດແຍ່ງຕ່າງໆ, ເກີດຈາກຄວາມຜິດຖຽງກັນ, ເກີດຈາກການຫຼິ້ນຊູ້, ເກີດຈາກການເສບຢາເສບຕິດ ແລະ ອື່ນໆ; ເຊິ່ງໃນປີນີ້, ໜັງສືພິມຄວາມສະຫງົບ ກໍໄດ້ຄັດຈ້ອນເລືອກເຟັ້ນເອົາ 10 ອັນດັບຄະດີຄາດຕະກຳ ມີດັ່ງນີ້:

ອັນດັບ10: ຄະດີຄາດຕະກຳລູກເກີດໃໝ່: ຄະດີນີ້ເກີດຂຶ້ນໃນວັນທີ 8 ກໍລະກົດ 2022 ຢູ່ເຂດບ້ານນາເຕີຍ ເມືອງ ແລະ ແຂວງຫຼວງນໍ້າທາ. ຜູ້ກໍ່ເຫດຄາດຕະກຳລູກ ຊື່ ນາງ ຈັນ ອາຍຸ 22 ປີ ຢູ່ບ້ານໃໝ່ ເມືອງນໍ້າບາກ ແຂວງຫຼວງພະບາງ.

ໃນມື້ເກີດເຫດ, ຜູ້ກ່ຽວໄດ້ເກີດລູກ ເປັນເພດຍິງ ແລະ ຄິດວ່າບໍ່ມີໃຜລ້ຽງຊ່ວຍ ແລະ ບໍ່ມີໃຜຮັບເປັນພໍ່ ຈຶ່ງໄດ້ຕັດສິນໃຈໃຊ້ມືບີບຄໍລູກນ້ອຍ ແລ້ວໂຍນຖິ້ມໃນສວນຢາງພາລາ ເຂດຫຼັງຫ້ອງນໍ້າບ່ອນຜູ້ກ່ຽວພັກເຊົາ, ມື້ຕໍ່ມາມີຄົນໄປພົບເຫັນສົບເດັກນ້ອຍ ແລ້ວຜູ້ກ່ຽວກໍຖືກຈັບໄປດຳເນີນຄະດີ.

ອັນດັບ 9: ຄະດີຄາດຕະກຳ ທ້າວ ດວງ ອາຍຸ 28 ປີ: ເຫດເກີດຂຶ້ນຢູ່ທີ່ບ້ານນາແຫກ ນະຄອນປາກເຊ ແຂວງຈຳປາສັກ ໃນຄັ້ງວັນທີ 29 ເມສາ 2022; ເຊິ່ງຄາດຕະກອນຄະດີນີ້ ຊື່ ທ້າວ ກິກ ອາຍຸ 25 ປີ ຢູ່ບ້ານໜອງນໍ້າຂາວ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ, ຜູ້ກ່ຽວໄດ້ໃຊ້ປືນແກັບຍິງຜູ້ເຄາະຮ້າຍ ຖືກບໍລິເວນຫົວ ເບື້ອງຫຼັງ ຈົນເສຍຊີວິດ.

ສ່ວນສາເຫດຂອງການຄາດຕະກຳໃນຄັ້ງນີ້ ຍ້ອນຜູ້ຖືກຫາມີອາການປະສາດຫຼອນຈາກການເສບຢາບ້າ ຈຳນວນ 10 ເມັດ.

ອັນດັບ 8: ຄະດີຄາດຕະກຳໃຊ້ປືນແກັບຍິງຄົນຢູ່ຂ້າງເຮືອນ: ເຫດການນີ້ເກີດຂຶ້ນໃນວັນທີ 3 ກັນຍາ 2022 ຢູ່ບ້ານສົບໜ້າວ ເມືອງໃໝ່ ແຂວງຜົ້ງສາລີ, ຜູ້ຖືກຫາລາຍນີ້ ຊື່ ທ້າວ ຕຸ້ຍ ອາຍຸ 30 ປີ, ສ່ວນຜູ້ເສຍຊີວິດ ຊື່ ທ້າວ ນິ່ງ ອາຍຸ 32 ປີ. ສໍາລັບສາເຫດມາຈາກການຜິດຖຽງກັນ ເລື່ອງໃຊ້ສຽງດັງລົບກວນກັນ.

ອັນດັບ 7: ຄະດີຄາດຕະກຳ ນາງ ຄໍາມະນີ ອາຍຸ 44 ປີ: ເຫດເກີດຂຶ້ນຢູ່ບ້ານໜອງຫອຍ ເມືອງຊະນະສົມບູນ ແຂວງຈຳປາສັກ ໃນຄັ້ງວັນທີ 28 ກຸມພາ 2022, ຜູ້ຖືກຫາ ຊື່ ທ້າວ ເພັດສະໝອນ ຫຼື ເຟມ ອາຍຸ 23 ປີ ຢູ່ບ້ານາຊອນ ເມືອງຊະນະສົມບູນ ໄດ້ເອົາໄມ້ຄ້ອນທຸບຕີບໍລິເວນຫົວ ແລະ ໃບໜ້າຂອງຜູ້ເຄາະຮ້າຍຈຳນວນຫຼາຍຄັ້ງຈົນເສຍຊີວິດ ເພື່ອປຸ້ນເອົາສາຍແຂນຄຳ 1 ເສັ້ນ ນໍ້າໜັກ 1 ບາດ ຂອງຜູ້ເສຍຊີວິດ ໄປຂາຍໃຊ້ໜີ້ການພະນັນ ຈຳນວນ 16 ລ້ານກວ່າກີບ.

ອັນດັບ 6: ຄະດີຄາດຕະກຳເມຍ: ເຫດເກີດຂຶ້ນໃນວັນທີ 11 ກັນຍາ 2022 ຢູ່ທີ່ຖຽງນາຂອງຜູ້ເສຍຊີວິດ ເຂດບ້ານນາເກືອ ເມືອງຊໍາໃຕ້ ແຂວງຫົວພັນ; ຜູ້ກໍ່ເຫດ ຊື່ ທ້າວ ໄຊເກີ ອາຍຸ 40 ປີ (ຜົວ) ໄດ້ໃຊ້ຈົກທຸບຫົວເມຍ ຊື່ ນາງ ມີ້ ອາຍຸ 36 ປີ ຈໍານວນ 3 ບາດ ເສຍຊີວິດຄາທີ່, ສ່ວນສາເຫດແມ່ນຜົວເມົາຢາບ້າ.

ອັນດັບ 5: ຄະດີຄາດຕະກຳໂດຍໃຊ້ແກ້ວເບຍທີ່ແຕກແທງຄໍ ທ້າວ ຈັນ ອາຍຸ 50 ປີ ເສຍຊີວິດ: ເຫດການສະເທືອນຂວັນນີ້ເກີດຂຶ້ນໃນຄັ້ງວັນທີ 16 ກໍລະກົດ 2022 ຢູ່ແຄມທາງເຂດບ້ານຫ້ວຍເພັກ ເມືອງໂພນທອງ ແຂວງຈຳປາສັກ, ຄາດຕະກອນ ຊື່ ທ້າວ ມົນຕີ ອາຍຸ 38 ປີ, ໃນມື້ເກີດເຫດ ໄດ້ມີໝູ່ຄົນບ້ານດຽວກັນ (ບ້ານຫ້ວຍເພັກ) ມາຮັບພາກັນໄປກິນເບຍ ໝົດເບຍ 4 ແກ້ວ ແລະ ເສບຢາບ້ານຳກັນໝົດ 2 ເມັດ.

ຫຼັງຈາກນັ້ນ, ກໍໄປສົ່ງຜູ້ກ່ຽວຢູ່ເຮືອນ ແຕ່ຜູ້ກ່ຽວໄດ້ອອກໄປຊອກກີນເບຍຕື່ມອີກ, ແລ້ວພົບເຫັນຜູ້ເຄາະຮ້າຍສອງຄົນ ເປັນຍິງໜຶ່ງຊາຍໜຶ່ງນັ່ງກິນເບຍຢູ່ແຄມທາງ, ຜູ້ກ່ຽວກໍເຂົ້າໄປຫາເລື່ອງ ແລະ ຈັບເອົາແກ້ວເບຍທຸບຕີຫົວ ເຮັດໃຫ້ແກ້ວເບຍແຕກ ແລ້ວແທງຄໍ ທ້າວ ຈັນ ຈົນເສຍຊີວິດ.

ຜ່ານມາຜູ້ຖືກຫາລາຍນີ້ ແມ່ນເຄີຍຕ້ອງໂທດມາແລ້ວໃນຂໍ້ຫາທໍາຮ້າຍຮ່າງກາຍ 1 ຄັ້ງ ແລະ ຄະດີຢາເສບຕິດ 3 ຄັ້ງ ແລະ ຖືກດັດສ້າງຢາເສບຕິດ 1 ຄັ້ງ.

ອັນດັບ 4: ຄະດີຂົ່ມຂືນແລ້ວຄາດ ຕະກຳ ເດັກຍິງອາຍຸ 14 ປີ: ເຫດການນີ້ເກີດຂຶ້ນໃນວັນທີ 16 ເມາສາ 2022 ຢູ່ຫ້ວຍນໍ້າສານ ເຂດບ້ານພູນສານ ເມືອງວຽງໄຊ ແຂວງຫົວພັນ. ຜູ້ກໍ່ເຫດ ຊື່ ທ້າວ ແສງແກ້ວ ອາຍຸ 34 ປີ ຢູ່ບ້ານພູນສານ ເມືອງວຽງໄຊ (ບ້ານດຽວກັນກັບຜູ້ເສຍຊີວິດ).

ໃນມື້ເກີດເຫດ ຜູ້ກ່ຽວໄດ້ຂົ່ມຂືນ ນາງ ນ້ອຍ (ນາມສົມມຸດ) ຢູ່ແຄມຫ້ວຍນໍ້າສານ ຈົນສໍາເລັດ ແລ້ວໃຊ້ມືບີບຄໍ ນາງ ນ້ອຍ ຢ່າງແຮງປະມານ 5 ນາທີ. ຫຼັງຈາກນັ້ນ, ກໍໃຊ້ຕີນເບື້ອງຂວາຢັນໃສ່ຄໍ, ບ່າໄຫຼ່ທັງສອງເບື້ອງ, ປາກ ແລະ ຄາງກະໄຕຂອງ ນາງ ນ້ອຍ ຈໍານວນ 3 ຄັ້ງ ຈົນເສຍຊີວິດຄາທີ່.

ອັນດັບ 3: ຄະດີຄາດຕະກໍາຜົວ ໂດຍເມຍຮ່ວມກັບຊາຍຊູ້ ໃຊ້ປືນແກັບຍິງຜົວ: ຄະດີນີ້ເກີດຂຶ້ນຢູ່ບ້ານນໍ້າມະອຸ່ນ ເມືອງສິງ ແຂວງຫຼວງນໍ້າທາ ໃນວັນທີ 24 ມິຖຸນາ 2022. ຜູ້ກໍ່ເຫດທັງສອງ ຊື່ ທ້າວ ແຊຈ່າ ອາຍຸ 28 ປີ (ຊາຍຊູ້) ແລະ ນາງ ສໍຈົມ ອາຍຸ 33 ປີ (ເມຍຜູ້ເສຍຊີວິດ), ສ່ວນຜູ້ເສຍຊີວິດ ຊື່ ທ້າວ ຕໍພຽວ.

ໃນປີ 2021 ນາງ ສໍຈົມ ຮ່ວມກັບຊາຍຊູ້ ວາງແຜນຄາດຕະກໍາ ດ້ວຍການເອົານໍ້າກົດກ້ອນປະສົມກັບອາຫານໃຫ້ຜົວກິນ ແຕ່ບໍ່ເສຍຊີວິດ.

ມາວັນທີ 24 ມິຖຸນາ 2022, ຈຶ່ງໄດ້ວາງແຜນຄາດຕະກຳໃໝ່ ໂດຍໃຫ້ ທ້າວ ແຊຈ່າ ເອົາປືນແກັບໄປຍິງ ທ້າວ ຕໍພຽວ (ຜົວ) ໃນຂະນະທີ່ຜູ້ກ່ຽວກຳລັງໄຖນາ ຢູ່ເຂດຫ້ວຍນໍ້າມະອຸ່ນ ແຕ່ຜູ່ກ່ຽວກໍບໍ່ຕາຍ ແລະ ຕໍ່ມາເຈົ້າໜ້າທີ່ ຈຶ່ງຈັບພວກກ່ຽວທັງສອງໄປດຳເນີນຄະດີ.

ອັນດັບ 2: ຄະດີຄາດຕະກຳອ້າຍ: ຄະດີສະເທືອນຂວັນນີ້ ເກີດຂຶ້ນວັນທີ 20 ເມສາ 2022 ຢູ່ບ້ານກາດ ເມືອງຍອດອູ ແຂວງຜົ້ງສາລີ. ຜູ້ເສຍຊີວິດ ຊື່ ທ້າວ ແສງຄໍາ ອາຍຸ 37 ປີ (ອ້າຍ). ສ່ວນຜູ້ກໍ່ເຫດ ເປັນນ້ອງຊາຍຄີງ ຊື່ ທ້າວກອງແກ້ວ ໄດ້ໃຊ້ມິດແທ່ງອ້າຍ ຖືກບໍລິເວນທ້ອງ 1 ບາດ ແລະ ຟັນໃສ່ຫຼັງ 3 ບາດ ເຮັດໃຫ້ເສຍຊີວິດຄາທີ່.

ອັນດັບ 1: ຄະດີຄາດຕະກໍາ 2 ສົບ: ຄະດີນີ້ ເກີດຂຶ້ນໃນວັນທີ 18 ມີນາ 2022, ຜູ້ເສຍຊີວິດ ຊື່ ທ້າວ ບຸນທ່ຽງ ອາຍຸ 53 ປີ ນັກທຸລະກິດ ຢູ່ບ້ານດົງນາໂຊກເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ທ້າວ ເຊິນຫາຍເຜິ້ງ ອາຍຸ 49 ປີ ພັກເຊົາຢູ່ບ້ານດົງນາໂຊກເໜືອ.

ພວກກ່ຽວຖືກລັກພາໂຕໄປຮຽກຄ່າໄຖ່ ແຕ່ວັນທີ 18 ມີນາ ແລະ ຖືກພົບເຫັນເປັນສົບຝັງດິນຢູ່ປ່າ ເຂດບ້ານໃໝ່ ເມືອງສີໂຄດຕະບອງ ໃນວັນທີ 26 ມີນາ.

ຜ່ານການລົງແກ້ໄຂຄະດີດັ່ງກ່າວ, ເຈົ້າໜ້າທີ່ ສາມາດຕິດຕາມຈັບຜູ້ຖືກຫາໄດ້ຈໍານວນ 13 ຄົນ ຍິງ 1 ຄົນ; ໃນນີ້, ເປັນຄົນລາວ 8 ຄົນ ຍິງ 1 ຄົນ, ຄົນສັນຊາດຈີນ 4 ຄົນ, ພາຫະນະຮັບໃຊ້ເຂົ້າໃນການກະທຳຜິດ ລົດໃຫຍ່ 2 ຄັນ.

ປະກອບຄຳເຫັນໃສ່ບາງເນື້ອໃນ, ບາງມາດຕາຂອງຮ່າງກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 21 ທັນວາ ນີ້ໂດຍການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນໃສ່ບາງເນື້ອໃນ, ບາງມາດຕາຂອງຮ່າງກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ຮັດກຸມສອດຄ່ອງກັບແນວທາງນະໂຍບາຍຂອງພັກໃນໄລຍະໃໝ່ ປະກອບສ່ວນຊຸກຍູ້ສົ່ງເສີມການຜະລິດ, ທຸລະກິດ, ການບໍລິການເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດມີການເຕີບໃຫຍ່ເຂັ້ມແຂງ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.

ທ່ານ ສີເຮັ່ງ ຫອມສົມບັດ ສສຊ ເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ປະກອບຄຳເຫັນຕໍ່ກົດ ໝາຍດັ່ງກ່າວ ໂດຍສະເພາະຢາກໃຫ້ເບິ່ງຄືນນະໂຍບາຍການສ້າງຕັ້ງວິສາຫະກິດໃນມາດຕາ 4 ແລະ ມາດຕາ 7 ສະເໜີໃຫ້ຄະນະຮັບຜິດຊອບປັບປຸງ ຫຼື ຍ້າຍໄດ້ບໍເພື່ອໃຫ້ສອດຄ່ອງ, ມາດຕາ 10 ຫົວຂໍ້ຂອງວິສາຫະກິດຕ່າງໆເປັນໄປໄດ້ບໍຂໍໃຫ້ເອົາວິສາຫະກິດຂອງລັດຂຶ້ນກ່ອນ, ມາດຕາ 12 ຮູບແບບວິສາຫະກິດຮຸ່ນສ່ວນ ແລະ ບໍລິສັດ ຊຶ່ງມີ 3 ຮູບແບບ ໃນນີ້ຢາກໃຫ້ກຳນົດແຈ້ງມັນພົວພັນກັບມາດຕາ 90 ການສ້າງຕັ້ງບໍລິສັດຈຳກັດ ຢາກໃຫ້ມີມາດຖານກຳນົດຈະແຈ້ງຮັດກຸມແທ້ໆໃນການສ້າງຕັ້ງບໍລິສັດຈຳກັດຜູ້ດຽວຢ່າງໜ້ອຍຕ້ອງມີ 3 ຄົນຂຶ້ນໄປ ຖ້າມີແຕ່ 2 ຄົນເຫັນວ່າບໍ່ເປັນໝູ່ຄະນະ.

ຜ່ານມາສະມາຊິກສະພາເຫັນວ່າຫຼາຍບໍລິສັດໄປຈົດທະບຽນພໍຄືໆແຕ່ເຄື່ອນໄຫວຕົວຈິງບໍ່ມີໃຜຮູ້, ຕໍ່ມາດຕາ 188 ວິສາຫະກິດຂອງລັດ ເຫັນວ່າສໍາຄັນຫຼາຍຢາກໃຫ້ຍ້າຍມາເປັນໝວດ ຫຼື ມາດຕາຕົ້ນໆຂອງໂຄງສ້າງກົດໝາຍສະບັບນີ້, ຜ່ານການຄົ້ນຄວ້າຢາກໃຫ້ປັບປຸງໂຄງສ້າງຂອງມາດຕານີ້ໄປເຊື່ອມໂຍງກັບມາດຕາທີ 190 ຫຼັກການພື້ນຖານໃນການເຄື່ອນໄຫວທຸລະກິດຂອງລັດວິສາຫະກິດ ຊຶ່ງມີທັງໝົດ 4 ຫຼັກການຢາກໃຫ້ເພີ່ມເປັນ 5 ຫຼັກການໄດ້ບໍ ເພື່ອໃຫ້ມັນເປັນຫຼັກການໄດ້ໂລດວ່າວິສາຫະກິດຂອງລັດຕ້ອງດຳລົງບົດບາດເປັນເຈົ້າພາທາງ ແລະ ຮັບຜິດຊອບຕໍ່ຜົນປະໂຫຍດລວມຂອງຊາດຢາກໃຫ້ຂຽນແຈ້ງແນວນັ້ນ.

ທ່ານ ສົມສັກ ແສງສັກດາ ສສຊ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ມີຄຳເຫັນຕໍ່ບົດບັນຍັດທົ່ວໄປໂດຍລວມໂຄງສ້າງຂອງກົດໝາຍຂຽນໄວ້ຢູ່ 7 ມາດຕາ ແຕ່ສັງເກດເຫັນວ່າໃນຮ່າງກົດໝາຍສະບັບນີ້ບໍ່ທັນກຳນົດຫຼັກການກ່ຽວກັບວິສາຫະກິດ. ດັ່ງນັ້ນຂໍສະເໜີແລກປ່ຽນນໍາຄະນະຮັບຜິດຊອບຕໍ່ພາກທີ 1 ບົດບັນຍັດທົ່ວໄປຢາກໃຫ້ຕັດອອກ 3 ມາດຕາ ແລະ ເພີ່ມໃໝ່ 1 ມາດຕາໄດ້ບໍ, ໃນມາດຕາ 1,2,3 ເຫັນດີຮັກສາໄວ້ຕາມເດີມ, ສ່ວນມາດຕາ 4,5,6 ສະເໜີຕັດອອກ ຫຼື ຍ້າຍໄປໃສ່ພາກທີ 11 ແລະ ປັບປຸງຊື່ພາກຄືນໃໝ່, ສຳລັບມາດຕາທີ 4 ເຫັນດີໃຫ້ຍົກເອົາມາດຕາທີ 7 ຍ້າຍມາເປັນມາດຕາທີ 4 ເພື່ອປ່ຽນຊື່ຂອງມາດຕາ 4 ຕື່ມຈາກນະໂຍບາຍຂອງລັດກ່ຽວກັບວິສາຫະກິດປ່ຽນມາເປັນນະໂຍບາຍຂອງລັດຕໍ່ວິສາຫະກິດ, ມາດຕາ 5 ສະ ເໜີເພີ່ມໃໝ່ໃສ່ຊື່ມາດຕາວ່າຫຼັກການກ່ຽວກັບວິສາຫະກິດ ເພາະວ່າໃນກົດໝາຍສະບັບນີ້ບໍ່ທັນເຫັນຫຼັກການກ່ຽວກັບວິສາຫະກິດ ສ່ວນທາງດ້ານເນື້ອໃນສະເໜີຕື່ມຊື່ຂອງມາດຕາ 6 ນີ້ຈາກຂອບເຂດການນຳໃຊ້ເປັນຂອບເຂດການນຳໃຊ້ກົດໝາຍ ຢາກໃຫ້ຂຽນເນື້ອໃນໃຫ້ມັນເຕັມ.

ແຫຼ່ງຂ່າວ: ປະເທດລາວ

ກອງປະຊຸມສຸດຍອດສະຫຼອງການພົວພັນ ອາຊຽນ-ອີຢູ ຄົບຮອບ 45 ປີ

ໃນວັນທີ 14 ທັນວາ 2022, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫລີມສະຫລອງການພົວພັນ ອາຊຽນ-ສະຫະພາບ ເອີຣົບ(ອາຊຽນ-ອີຢູ) ຄົບຮອບ 45 ປີ ທີ່ບຣຸກແຊນ, ປະເທດແບນຊິກ, ພາຍໃຕ້ການເປັນປະທານຮ່ວມຂອງ ກໍາປູເຈຍ ແລະ ອີຢູ.

ບັນດາຜູ້ນໍາອາຊຽນ ແລະ ອີຢູ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືອາຊຽນ-ອີຢູ ຕະຫລອດໄລຍະ 45 ປີທີ່ຜ່ານມາ, ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ຈາກການຮ່ວມມືແບບປົກກະຕິ ກ້າວເຂົ້າສູ່ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ໃນປີ 2020. ປັດຈຸບັນ, ອີຢູ ເປັນຄູ່ຄ້າໃຫຍ່ອັນດັບ 3 ຂອງອາຊຽນ ແລະ ອາຊຽນກໍເປັນຄູ່ຄ້າໃຫຍ່ອັນດັບ 3 ຂອງ ອີຢູ, ມູນຄ່າການຄ້າສອງຝ່າຍບັນລຸໄດ້ 268.92 ຕື້ໂດລາສະຫະລັດ ໃນປີ 2021. ພ້ອມກັນນີ້, ອີຢູ ກໍເປັນຜູ້ລົງທຶນໂດຍກົງລາຍໃຫຍ່ຂອງອາຊຽນ, ຊຶ່ງມີມູນຄ່າ 26.534 ຕື້ໂດລາສະຫະລັດ ໃນປີ 2021.

ບັນດາຜູ້ນໍາອາຊຽນ ແລະ ອີຢູ ຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາໂຄງການ ການຮ່ວມມື ພາຍໃຕ້ແຜນປະຕິບັດງານອາຊຽນ-ອີຢູ (2018-2022), ຊຶ່ງເຫັນວ່າໄດ້ຮັບຜົນສໍາເລັດ ຫລາຍດ້ານ ເປັນຕົ້ນ ດ້ານການຄ້າ, ການລົງທຶນ, ການສຶກສາ, ການແລກປ່ຽນຂໍ້ມູນຂ່າວສານ, ວິທະຍາສາດ-ເຕັກໂນໂລຊີ, ການເຊື່ອມຈອດ ແລະ ອື່ນໆ. ບັນດາຜູ້ນໍາອາຊຽນ-ອີຢູ ໄດ້ຊຸກຍູ້ໃຫ້ເພີ່ມທະວີການຮ່ວມມືກັນຫລາຍຂຶ້ນ ໂດຍຜ່ານການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອີຢູ ສະບັບໃໝ່ (2023-2027) ທີ່ໄດ້ຮັບຮອງເອົາໃນໂອກາດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ໃນເດືອນສິງຫາ 2022 ໂດຍເນັ້ນໃສ່ການຮ່ວມມືດ້ານສາທາລະນະສຸກ, ການໄປມາຫາ ສູ່ກັນຂອງປະຊາຊົນສອງພາກພື້ນ, ການຂົນສົ່ງທາງອາກາດ, ການຄ້າ, ການລົງທຶນ, ການຮັບມືກັບໄພພິບັດທາງທໍາມະຊາດ, ການຕ້ານການກໍ່ການຮ້າຍ ແລະ ອື່ນໆ. ບັນດາຜູ້ນໍາອາຊຽນໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນຂອງອີຢູ ເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ກໍຄື ການເຊື່ອມໂຍງ-ເຊື່ອມຈອດອາຊຽນ ແລະ ໄດ້ສະແດງຄວາມຍິນດີຕໍ່ຄວາມໝາຍໝັ້ນຂອງອີຢູ ທີ່ຈະສືບຕໍ່ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດແຜນວຽກສະບັບທີ 4 ຂອງ ຂໍ້ລິເລີ່ມວ່າດ້ວຍການເຊື່ອມໂຍງອາຊຽນ (IAI) ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025(MPAC 2025). ພ້ອມກັນນີ້, ບັນດາຜູ້ນໍາອາຊຽນ ແລະ ອີຢູ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຊຸກຍູ້ໃຫ້ ອາຊຽນ-ອີຢູ ສືບຕໍ່ເພີ່ມທະວີການຮ່ວມມື ເພື່ອຟື້ນຟູເສດຖະກິດຫລັງພະຍາດໂຄວິດ-19 ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດພາກພື້ນ ໂດຍການເສີມຂະຫຍາຍການຮ່ວມມືດ້ານການເຊື່ອມຈອດຕ່ອງໂສ້ການຜະລິດພາກພື້ນ ແລະ ລະຫວ່າງພາກພື້ນ, ການຫັນເປັນເສດຖະກິດດີຈິຕອນ, ການສົ່ງເສີມການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ການພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການພັດທະນາສີຂຽວ, ການປ່ຽນແປ່ງດິນຟ້າອາກາດ ແລະ ອື່ນໆ.

ໃນຕອນທ້າຍ, ກອງປະຊຸມໄດ້ຮັບຮອງເອົາຖະແຫລງການຮ່ວມ ຂອງກອງປະຊຸມສຸດຍອດສະເຫລີມສະຫລອງການພົວພັນ ອາຊຽນ-ອີຢູ ເພື່ອເປັນທິດທາງໃຫ້ແກ່ການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງອາຊຽນ ແລະ ອີຢູ ໃນອະນາຄົດ.

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດການພົວພັນ ອາຊຽນ-ອີຢູ, ທ່ານ ນາຍົກລັດຖະ ມົນຕີ ພັນຄຳ ວິພາວັນ ຍັງໄດ້ມີໂອກາດພົບປະສອງຝ່າຍກັບ ທ່ານ ຟາມ ມິງ ຈິ່ງ ນາຍົກລັດຖະມົນ ຕີ ແຫ່ງ ສສ ຫວຽດນາມ ໂດຍໄດ້ປຶກສາຫາລືກ່ຽວກັບ ການກະກຽມໃຫ້ແກ່ການພົບປະຂອງສອງກົມການເມືອງ, ການມາຢ້ຽມຢາມສປປລາວ ແລະ ການເຂົ້າຮ່ວມສະຫລຸບປີມິດຕະພາບຂອງນາຍົກລັດຖະມົນຕີຫວຽດນາມໃນທ້າຍປີນີ້. ນອກນັ້ນ, ກໍໄດ້ເຂົ້າຮ່ວມພົບປະສາມນາຍົກ ຊຶ່ງໄດ້ຖືໂອກາດແລກປ່ຽນຄໍາເຫັນກັບ ນາຍົກຮຸນເຊນ ໃນການຊຸກຍູ້ໃຫ້ມີການລົງນາມແຜນດໍາເນີນງານກ່ຽວກັບການເປັນຄູ່ຮ່ວມມືຍຸດທະສາດ ໝັ້ນຄົງ ຍາວນານ ແລະ ສົນທິສັນຍາວ່າດ້ວຍການປັກຫລັກໝາຍຊາຍແດນ 86%. ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ພົບປະກັບ ທ່ານ ຊາກ ມິແຊນ ປະທານສະພາອີຢູ ໂດຍສອງຝ່າຍຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງອາຊຽນ-ອີຢູ ກໍຄື ສປປ ລາວ-ອີຢູ ແລະ ຝ່າຍອີຢູໄດ້ແຈ້ງໃຫ້ຊາບກ່ຽວກັບ ທຶນການຊ່ວຍເຫລືອ ຈາກ ອີຢູ ດ້ານງົບ ປະມານຈໍານວນ 550 ລ້ານ ເອີໂລ ສໍາລັບສົກປີ 2021-2024 ຕໍ່ໂຄງການບຸລິມະສິດຕ່າງໆຂອງ ສປປ ລາວ ແລະ ຍັງໄດ້ພົບປະກັບ ທ່ານ ວິກຕໍ ອໍບານ ນາຍົກລັດຖະມົນຕີຮົງກາຣີ ຊຶ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຮົງກາຣີ ໂດຍສະເພາະແມ່ນຂົງເຂດການສຶກສາ ທີ່ ຮົງກາໄດ້ ໃຫ້ທຶນການສຶກສາ ແກ່ ສປປ ລາວ ປີລະ 150 ທຶນ.

ນອກຈາກນີ້, ທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຍັງໄດ້ສືບຕໍ່ ພົບປະສອງຝ່າຍ ກັບທ່ານ ໂອລາຟ ໂຊນ ນາຍົກລັດຖະມົນຕີເຢຍລະມັນ ໂດຍໄດ້ມີການປຶກສາຫາລື, ພ້ອມທັງຕີລາຄາການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ກໍຄື ການທິດທາງຂອງການຮ່ວມມືໃນອະນາຄົດ ແລະ ທ່ານ ນາຍົກລັດຖະມົນຕີ ກໍໄດ້ມີການພົບປະສອງຝ່າຍ ກັບ ທ່ານ ມາກ ຣຸດທ໌ ນາຍົກລັດຖະ ມົນຕີ ໂຮນລັງ ໂດຍທັງສອງໄດ້ພ້ອມກັນຕີລາຄາການພົວພັນຮ່ວມມືໃນໄລຍະຜ່ານມາ ກໍຄືແຜນການຮ່ວມມືໃນອະນາຄົດຮ່ວມກັນ.

ແຫຼ່ງຂ່າວ: ປະເທດລາວ

ເອັດສຊີຈີ ມອບທຶນການສຶກສາ “SCG Sharing the Dream” ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 11

ເອັດສຊີຈີ ໄດ້ຮ່ວມມືກັບ ກະຊວງສຶກສາທິການ ແລະ ກິລາ ແລະ ສະມາຄົມຮ່ວມນ້ຳໃຈກັບເດັກນ້ອຍລາວ (ALC) ຈັດງານມອບທຶນການສຶກສາ ໃນໂຄງການ “SCG Sharing the Dream” ໃນ ສປປ ລາວ ເປັນປີທີ 11, ເຊິ່ງໃນປີນີ້ ມີການມອບທຶນໃຫ້ນັກຮຽນຊັ້ນມັດທະຍົມຕອນປາຍ ໃນນະຄອນຫຼວງວຽງຈັນ ແລະ ແຂວງ ຄຳມ່ວນ, ແຂວງລະ 110 ທຶນ ແລະ ໄດ້ມອບທຶນການສຶກສາ ໃຫ້ນັກສຶກສາລະດັບມະຫາວິທະຍາໄລ ອີກ 10 ທຶນ, ລວມທັງໝົດ 230 ທຶນ, ເພື່ອເປັນການສະໜັບສະໜູນ ຊາວໜຸ່ມທີ່ເປັນຄົນດີ, ມີຄວາມກະຕັນຍູຮູ້ບຸນຄຸນ, ເອົາໃຈໃສ່ຕໍ່ສິ່ງແວດລ້ອມ ແລະ ມຸ່ງໝັ້ນທີ່ຈະສ້າງສັງຄົມທີ່ດີ, ໃຫ້ພວກເຂົາໄດ້ມີໂອກາດສຶກສາຮ່ຳຮຽນຕໍ່ ແລະ ນຳເອົາຄວາມຮູ້ມາພັດທະນາປະເທດຊາດ ເພື່ອຂັບເຄື່ອນສັງຄົມ ໄປສູ່ອະນາຄົດທີ່ຍືນຍົງ. ນອກຈາກນີ້ ຍັງເປັນການຫຼຸດຜ່ອນຄວາມບໍ່ສະເໝີພາບທາງດ້ານການສຶກສາ ຕາມເປົ້າໝາຍ ESG 4 Plus ຂອງ ເອັດສຊີຈີ.

ພາຍໃນພິທີດັ່ງກ່າວ, ທ່ານ ປອ ສຸລິອຸດົງ ສຸນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ກ່າວຕື່ມວ່າ “ຂໍໃຫ້ນ້ອງນັກຮຽນທັງໝົດທີ່ໄດ້ຮັບທຶນສືບຕໍ່ເປັນຄົນດີ, ມີຄວາມດຸໝັ່ນ ພາກພຽນ ຕັ້ງໜ້າໃສ່ການຮໍ່າຮຽນ ແລະ ຊ່ວຍເຫຼືອວຽກງານຄອບຄົວ, ສັງຄົມ ສືບຕໍ່ຮຽນໃຫ້ເກັ່ງ ເສັງຈົບຊັ້ນໃຫ້ໄດ້ຄະແນນດີ, ສົມກັບຄວາມຕັ້ງໃຈທີ່ເພີ່ນໄດ້ຊຸກຍູ້ຊ່ວຍເຫຼືອ ນອກຈາກນີ້ຍັງໄດ້ສະແດງຄວາມຂອບໃຈຕໍ່ກັບໂຄງການ ໂດຍສະເພາະ ກຸ່ມບໍລິສັດ SCG ປະເທດໄທ ທີ່ໃຫ້ການສະໜັບສະໜູນ ຊຸກຍູ້ຊ່ວຍເຫຼືອນ້ອງນັກຮຽນຂອງພວກເຮົາໃນຫຼາຍປີຜ່ານມາ ແລະ ຫວັງວ່າໂຄງການຈະສືບຕໍ່ໄປ ພ້ອມທັງຂະຫຍາຍກວ້າງຂວາງອອກໄປໃນຂອບເຂດທົ່ວປະເທດຕື່ມອີກ”

“SCG Sharing the Dream” ແມ່ນໜຶ່ງໃນໂຄງການຂອງ ເອັດສຊີຈີ ເພື່ອພັດທະນາທ່າແຮງຂອງຊາວໜຸ່ມ ໃນບັນດາປະເທດອາຊຽນ, ເຊິ່ງ ເອັດສຊີຈີ ຖືວ່າເປັນວິທີໃນການດຳເນີນທຸລະກິດທີ່ພວກເຂົາໄດ້ປະຕິບັດມາຕະຫຼອດ 110 ປີ ນັບຕັ້ງແຕ່ກໍ່ຕັ້ງບໍລິສັດ, ຈຸດປະສົງແມ່ນເພື່ອຊຸກຍູ້ນັກຮຽນ, ນັກສຶກສາ ໃຫ້ມີທຶນຮອນໃຊ້ຈ່າຍສະໜັບສະໜູນການສຶກສາຂອງຕົນເອງ ຕາມຄວາມຝັນທີ່ໄດ້ຕັ້ງໃຈໄວ້ ພ້ອມກັບການຊຸກຍູ້ໃຫ້ພວກເຂົາຄິດດີ, ເຮັດດີ, ມີຄວາມກະຕັນຍູຮູ້ບຸນຄຸນຕໍ່ຄອບຄົວ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ແລະ ຫຼຸດຜ່ອນຄວາມບໍ່ສະເໝີພາບໃນໂອກາດດ້ານການສຶກສາຕາມແນວທາງ ESG 4Plus ຂອງ ເອັດສຊີຈີ, ກໍຄື: 1. ເປົ້າໝາຍ Net Zero, 2. GO Green, 3. Lean ຄວາມບໍ່ສະເໝີພາບ, 4. ເນັ້ນໃສ່ການຮ່ວມມືບົນພື້ນຖານຄວາມຍຸຕິທໍາ ແລະ ຄວາມໂປ່ງໃສ. ເຊິ່ງເປັນໝາກຫົວໃຈໃນການດຳເນີນທຸລະກິດຂອງ ເອັດສຊີຈີ ເພື່ອມອບໂລກທີ່ໜ້າຢູ່ອາໄສ ແລະ ຍືນຍົງສໍາລັບຄົນລຸ້ນຕໍ່ໄປ ເຊິ່ງຈະກາຍເປັນກຳລັງທີ່ສຳຄັນໃນການພັດທະນາປະເທດ.” ທ່ານ ທີລະວັດ ພູນການຈະນະໂຣດ, Country Director Laos, SCG Cement-Build Material Co., Ltd ໄດ້ກ່າວ.

ທ້າວ ພູລິດ ແສນກາງ, ເປັນໜຶ່ງໃນນັກຮຽນທີ່ໄດ້ຮັບທຶນການສຶກສາຈາກ ໂຄງການ “SCG Sharing the Dream” ຕັ້ງແຕ່ຮຽນມັດທະຍົມປີທີ 6 ແລະ ໄດ້ຮັບທຶນມາຢ່າງຕໍ່ເນື່ອງໃນລະດັບມະຫາວິທະຍາໄລ, ຈົນຈົບປະລິນຍາຕີ ສາຂາວິສະວະກໍາບໍ່ແຮ່ ຈາກ ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ ໂດຍໄດ້ກ່າວເຖິງຄວາມປະທັບໃຈຂອງລາວ ຕໍ່ໂຄງການນີ້ວ່າ “ທີ່ຜ່ານມາ ນ້ອງໄດ້ພົບກັບອຸປະສັກຫຼາຍຢ່າງໃນຊີວິດ ແຕ່ກໍຍັງພະຍາຍາມສຸມໃສ່ການຮຽນຢູ່ສະເໝີ ຫຼັງຈາກໄດ້ຮັບທຶນຈາກ ເອັດສຊີຈີ ນ້ອງໄດ້ໃຊ້ທຶນການສຶກສາເພື່ອສະໜັບສະໜູນການຮຽນ ແລະ ການໃຊ້ຊີວິດປະຈໍາວັນຂອງນ້ອງຈົນຮຽນຈົບ. ປັດຈຸບັນ, ນ້ອງກໍາລັງສຶກສາໃນລະດັບປະລິນຍາໂທ, ສາຂາວິສະວະກໍາທໍລະນີ, ທີ່ ມະຫາວິທະຍາໄລ ກາດຈາ ມາດາ (Gadjah Mada University), ສາທາລະນະລັດ ອິນໂດເນເຊຍ. ທີ່ນ້ອງສາມາດມາຮອດມື້ນີ້ໄດ້, ນ້ອງຢາກຂໍຂອບໃຈ ໂຄງການ SCG Sharing the Dream ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການສະໜັບສະໜູນນ້ອງ ຈົນເຖິງປັດຈຸບັນ”.

ໃນແຕ່ລະປີ, ໂຄງການ “SCG Sharing the Dream” ໄດ້ໃຫ້ທຶນການສຶກສາແກ່ນັກຮຽນຢ່າງໜ້ອຍ 5,000 ຄົນໃນທົ່ວອາຊຽນ ເປັນຕົ້ນແມ່ນ ປະເທດຟີລິບປິນ, ອິນໂດເນເຊຍ, ກຳປູເຈຍ, ຫວຽດນາມ ແລະ ສປປ ລາວ, ເພື່ອຮ່ວມເປັນສ່ວນໜຶ່ງຂອງການພັດທະນາປະເທດທີ່ ເອັດສຊີຈີ ໄດ້ເຂົ້າໄປດຳເນີນທຸລະກິດ, ໂດຍໂຄງການນີ້ ໄດ້ຈັດຕັ້ງປະຕິບັດຢູ່ໃນ ສປປ ລາວ ຕັ້ງແຕ່ປີ 2011 ດ້ວຍຄວາມຕັ້ງໃຈ ແລະ ເອົາໃຈໃສ່, ເພື່ອສົ່ງເສີມ ແລະ ຊຸກຍູ້ໃຫ້ຊາວໜຸ່ມທີ່ເປັນຄົນດີ, ມີຄວາມກະຕັນຍູຕໍ່ຄອບຄົວ ແລະ ຊຸມຊົນ ແຕ່ຂາດທຶນຮອນໃນການຮໍ່າຮຽນ ໃຫ້ມີໂອກາດໃນການສຶກສາຈົນຈົບ, ນອກຈາກການສະໜັບສະໜູນທາງດ້ານການເງິນ ແລະ ອຸປະກອນການຮຽນແລ້ວ, ເອັດສຊີຈີ ຍັງມີການເຄື່ອນໄຫວເພື່ອພັດທະນາທ່າແຮງ ແລະ ເສີມຂະຫຍາຍຄຸນສົມບັດສິນລະທຳໃຫ້ແກ່ຊາວໜຸ່ມ ຕະຫຼອດໂຄງການອີກດ້ວຍ

ຊຸກຍູ້ການຫັນ​ກະ​ສິ​ກຳໄປສູ່ທັນສະໄໝ​ ແລະ ​​ພັດ​ທະ​ນາຢ່າງກົມກຽວ ເພື່ອເສີມສ້າງ “ຄູ່ຮ່ວມຊະຕາກໍາ”

​ພໍມາຮອດລະ​ດູ​ເກັບ​ກ່ຽວ ​ໃນນາກໍເຕັມໄປດ້ວຍຮວງ​ເຂົ້າ​, ເພື່ອ​ຕອບ​ສະໜອງ​ຄວາມ​ຫວັງຂອງ​ພະນັກງານ​​ລາວທີ່“ບໍ່ຢາກໃຫ້ແກ່ຍາວເວລາຂອງຊາວນາ ໃນການເອົາ​ເຂົ້າຂຶ້ນ​ເລົ້າ”ໂດຍປະຕິບັດ “ແຜນການບ້ານສວນພະ ນັກງານ” ທີ່ໃຫ້ພະນັກງານຖືວ່າໂຮງງານຄືກັບເຮືອນຂອງຕົນ, ກັງວົນໃນສິ່ງທີ່ພະນັກງານກັງວົນ​, ຄິດໃນສິ່ງທີ່ພະນັກ ງານຄິດ, ຍົກ​ລະດັບຄວາມ​ຮັບ​ຜິດ​ຊອບ ​ແລະ ​ຄວາມ​ສຸກ​ຂອງ​ພະ​ນັກ​ງານ​ທັງ​ໝົດ, ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ກ່ອນລະ​ດູ​ການ​ເກັບ​ກ່ຽວມາເຖິງ ກໍໄດ້ວາງ​ແຜນ​ການ​ຊ່ວຍ​ເຫລືອເກັບກ່ຽວທີ່​ສົມ​ບູນ​ແບບ​, ໄດ້ຈັດຊື້​ເຄື່ອງ ກົນຈັກ​ກະ​ສິ​ກໍາ​ທີ່​ທັນ​ສະ​ໄໝຫລາຍຄັນ ເພື່ອບໍລິການເກັບກ່ຽວ ແລະ ຈັດສົ່ງເຖິງທີ່ໃຫ້ແກ່ພະນັກງານບໍລິສັດ ແລະ ປະຊາຊົນທີ່ຢູ່ເຂດອ້ອມຂ້າງໂຮງງານໂດຍບໍ່ເສຍຄ່າໃຊ້ຈ່າຍ ເພື່ອ​ໃຫ້​ພະນັກງານ​ລາວ​ທຸກ​ຄົນ ​ແລະ ປະຊາຊົນ​ເຂດ ອ້ອມ​ຂ້າງ​ທີ່​​ຕ້ອງການຄວາມຊ່ວຍເຫລືອ ຕ່າງກໍຮູ້ສຶກໄດ້ເຖິງຄວາມຫວ່ງໄຍຂອງບໍລິສັດ, ໄດ້ຊົມໃຊ້ຜົນ​ປະ​ໂຫຍດ ທີ່ແທ້ຈິງ​, ເອົາພຶດຕິກໍາຕົວຈິງ ເປັນການຕອບຮັບຕໍ່​ຂໍ້​ລິ​ເລີ່​ມເປັນ “ຄູ່ຮ່ວມຊະຕາກໍາ​ຈີນ-ລາວ​”, ເອົາການ​ບໍລິການທີ່​ມີ​ປະສິດທິ​ຜົນສູງ ມາ​ເພີ່ມຜົນ​ເກັບກ່ຽວຈາກການຜະລິດທີ່ອຸດົມສົມບູນຂອງທ້ອງ​ຖິ່ນ​.

ຮູບຖ່າຍລະດັບສາກົນດ້ວຍຄວາມຄິດໃໝ່

ການຊ່ວຍເກັບກ່ຽວເຂົ້າ ແລະ ການ​ຜະລິດໃນໂຮງງານ ໄດ້ຮັບການສົ່ງເສີມ, ການນໍາໃຊ້​ກົນ​ຈັກເປັນການນຳໄປສູ່ການ​ຫັນ​​ກະສິກຳ​ເປັນທັນ​ສະ​ໄໝຂອງ​ລາວ

ປັດຈຸບັນ, ພະນັກງານທີ່ເຂົ້າຮ່ວມວຽກງານການຜະລິດ ແລະ ກໍ່ສ້າງຂອງ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາ ກັດ ມີປະມານ 8.000 ຄົນ, ໃນນັ້ນມີພະນັກງານລາວ 5.000 ກວ່າຄົນ, ເຊິ່ງກວມອັດຕາສ່ວນຫລາຍກວ່າ 60%. ເຂົາເຈົ້າເປັນກໍາລັງແຮງ, ເປັນກະດຸກສັນຫລັງທີ່ຂາດບໍ່ໄດ້ສໍາລັບການຜະລິດ ແລະ ການກໍ່ສ້າງທີ່ໝັ້ນຄົງຂອງໂຮງງານ. ທຸກຄັ້ງທີ່ເຖິງລະດູການເກັບກ່ຽວ, ການ​ເກັບ​ກ່ຽວເຂົ້າ​ຂອງຄອບຄົວ ​ແລະ ​ການ​ຜະ​ລິດ​ຂອງ​ບໍ​ລິ​ສັດ ລ້ວນແຕ່ເປັນ​ວຽກງານໃຫຍ່ ແລະ ​ສໍາ​ຄັນ​ສໍາ​ລັບ​ພະ​ນັກ​ງານ​ລາວ​ທຸກ​ຄົນ ເພື່ອແກ້ໄຂຄວາມກັງວົນຂອງພະນັກງານ, ເພື່ອ​ໃຫ້​ພະນັກງານ​ຮູ້​ສຶກ​ເຖິງ​ຄວາມຫວ່ງໃຍຂອງບໍລິສັດຢ່າງ​ແທ້​ຈິງ, ຫລຸດຜ່ອນພາລະດ້ານແຮງ​ງານທີ່ໜັກໜ່ວງ ​ແລະ ດ້ານ​ເສດຖະກິດ​ຂອງ​ພະນັກງານ ແລະ ຄອບຄົວ, ນັບ​ແຕ່​ປີ 2021 ​ເປັນ​ຕົ້ນ​ມາ, ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ເລີ່ມປະຕິບັດ​ແຜນ​ການ​ຊ່ວຍ​ເຫລືອເກັບກ່ຽວເຂົ້າ, ໄດ້ຈັດຊື້​ເຄື່ອງ​ກົນຈັກກະ​ສິ​ກຳ​​ທັນ​ສະ​ໄໝ, ໃຫ້ບໍລິການເກັບ ກ່ຽວເຂົ້າ ແລະ ຂົນສົ່ງໃຫ້ແກ່ພະນັກງານ ແລະ ປະຊາຊົນຢູ່ບ້ານອ້ອມຂ້າງໂດຍບໍ່ເສຍຄ່າໃຊ້ຈ່າຍ, ຮັບປະກັນໃຫ້ສະ ບຽງອາຫານທັງໝົດໄດ້ຖືກເກັບກ່ຽວ ແລະ ສົ່ງຂຶ້ນເລົ້າໄດ້ທັນເວລາ. ເອົາພຶດຕິກໍາຕົວຈິງ ມາປະກັນວ່າພະນັກງານ ລາວຍັງ ເຮັດວຽກຕໍ່ໃນໂຮງງານດ້ວຍຄວາມສະບາຍໃຈ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ລະບົບການຜະລິດ ດໍາເນີນໄປ ຢ່າງໝັ້ນທ່ຽງ.

​ໃນ​ປີ​ນີ້​, ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ເກັບ​ກ່ຽວ​ເຂົ້າ​ໃຫ້​ດີຍິ່ງຂຶ້ນ ​ແລະ ຂະຫຍາຍ​ຂອບ​ເຂດ​ການ​ຊ່ວຍ​ເຫລືອ, ບໍລິສັດ​ໄດ້​ເພີ່ມ​​ການ​ລົງທຶນ​ດ້ານ​ເຄື່ອງກົນ​ຈັກ, ​ເພີ່ມ​ລົດເກັບກ່ຽວ ແລະ ລົດ​ຂົນ​ສົ່ງ​ຂະ​ຫນາດ​ໃຫຍ່ທີ່ທັນສະ ໄໝ ໂດຍໄດ້ບໍລິການ​ເກັບກ່ຽວ ​ແລະ ​ການ​ຂົນ​ສົ່ງຢ່າງຄົບຂະບວນການ​, ໄດ້ທະລຸການສົ່ງສະບຽງອາຫານຈາກ ທົ່ງ ນາໄປເຖິງເຮືອນທີ່ຖືວ່າເປັນ “ໜຶ່ງກິໂລແມັດສຸດທ້າຍ” ເຊິ່ງເປັນການຍົກລະດັບເກັບກ່ຽວ​ເຂົ້າດ້ວຍເຄື່ອງກົນຈັກ ພາຍໃນທ້ອງຖິ່ນຂຶ້ນສູ່ລະດັບແນ່ນອນໜຶ່ງ, ​ໃຫ້​ປະຊາຊົນ​ອ້ອມ​ຂ້າງ​ຮູ້ສຶກໄດ້ລ່ວງໜ້າ​ເຖິງ​ຜົນ​ປະ​ໂຫຍ​ດທີ່ແທ້ຈິງ ຂອງການ​ຫັນ​​​ກະສິກຳໄປສູ່ທັນ​ສະ​ໄໝ. ອີກດ້ານໜຶ່ງ, ໄດ້ລົງ​ເລິກ​ການ​ສຳ​ຫລວດ​ພາກ​ສະໜາມ, ອີງ​ຕາມ​ແນວ​ພັນ ​ແລະ ການ​ສຸກງອມຂອງ​ເຂົ້າ ເພື່ອແບ່ງເຂດແບ່ງຕອນກຳນົດ​ແຜນການ​ເກັບ​ກ່ຽວ ຍາດແຍ່ງເວລາ​ເກັບ​ກ່ຽວທີ່ມີຄ່າໃຫ້​ມີ​ປະສິດທິ​ຜົນ​ສູງ, ຍົກສູງຄຸນ​ນະພາ​ບການ​ເກັບ​ກ່ຽວ, ​ເລັ່ງຄວາມ​ຄືບ​ໜ້າ​ຂອງ​ການ​ເກັບ​ກ່ຽວ, ຮັບປະກັນ​ໃຫ້ເຂົ້າທຸກ ເມັດໄດ້ຂຶ້ນເລົ້າ.

ອີງຕາມສະຖິຕິ, ການ​ດໍາ​ເນີນ​ງານ​ຊ່ວຍ​ເຫລືອ​ເກັບກ່ຽວເຂົ້າ​​ປີ​ນີ້​ໃຊ້​ເວ​ລາ 40 ກວ່າ​ມື້, ກວມເອົາບັນດາບ້ານ ເຂດອ້ອມຂ້າງເກືອບ 30 ບ້ານ, ໄລຍະທາງເກືອບ 1.000 ກິໂລແມັດ, ເນື້ອທີ່ເກັບກ່ຽວເຂົ້າໄດ້ 76 ເຮັກຕາ; ເກັບກ່ຽວເຂົ້າເປືອກໄດ້ 154 ໂຕນ, ເຊິ່ງປະຢັດຄ່າໃຊ້ຈ່າຍໃນການເກັບກ່ຽວໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ໄດ້ຫລາຍ ຮ້ອຍລ້ານກີບ.

ພັດ​ທະ​ນາຢ່າງກົມກຽວໂດຍຊ່ວຍກະສິກອນເກັບກ່ຽວ ເພື່ອເສີມສ້າງ “ຄູ່ຮ່ວມຊະຕາກໍາ”

ໃນ​ໄລ​ຍະ​ເກັບ​ກ່ຽວ, ສິ່ງ​ທີ່ປະທັບໃຈ ແລະ ລືມ​ບໍ່​ໄດ້​ແມ່ນ​ສະ​ພາບ​ທີ່​ພະ​ນັກ​ງານຂອງ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ, ຄອບ​ຄົວພະນັກງານ, ນາຍ​ບ້ານ, ​ຜູ້​ຕາງ​ໜ້າຫ້ອງການປ້ອງກັນຄວາມສະຫງົບທ້ອງຖິ່ນ ທີ່ໄດ້ສະ ແດງອອກດ້ວຍຄໍາເວົ້າ​ທີ່​ຮຽບງ່າຍ​ ແລະ ການໂອບກອດຂອບໃຈຢ່າງຈິງໃຈ​ຂອງ​ເຂົາ​ເຈົ້າ.

ທ້າວ ອັອດ ພະນັກງານລາວ ໄດ້ກ່າວເຖິງຄວາມຮູ້ສຶກໃນໃຈຂອງທຸກຄົນວ່າ: ບໍລິສັດປະຕິບັດກັບພະນັກງານ ເໝືອນສະມາຊິກໃນຄອບຄົວດຽວ ແລະ ໃຊ້ພຶດຕິກໍາຕົວຈິງ ເພື່ອຊ່ວຍເຫລືອຊີວິດການເປັນຢູ່ຂອງພວກເຮົາ. ໃນ ການເຮັດວຽກຂອງພວກເຮົາ ແລະ ບໍລິສັດ ໄດ້ຮ່ວມລົມຫາຍໃຈນໍາກັນ, ມີຊະຕາກໍາດຽວກັນ, ມີຄວາມກົມກຽວ ຢ່າງບໍ່ຂາດ ແລະ ໄດ້ກາຍເປັນ “ຄູ່ຮ່ວມຊະຕາກໍາ”.​ ແຕ່ກ່ອນ​ຄອບ​ຄົວ​ຂອງ​ພວກ​ເຮົາ​ ກ່ຽວ​ເຂົ້າ​ດ້ວຍ​ມື, ເຮັດວຽກ ໜັກບໍ່ວ່າ ຍັງເສຍເວລາໃນການເຮັດວຽກຫາເງິນອີກ. ທ້າວ ອັອດ ໄດ້ກ່າວອີກວ່າ: ນັບ​ຕັ້ງ​ແຕ່ໄດ້ເຂົ້າເຮັດວຽກຢູ່ ຊີໂນ-ອາກຣີ​ ໂປຕາສ ມານີ້, ຂ້າພະເຈົ້າກໍບໍ່ເປັນຫ່ວງເລື່ອງກ່ຽວເຂົ້າແລ້ວ ແລະ ສາມາດເຮັດວຽກດ້ວຍຄວາມສະ ບາຍໃຈ”.

ທ່ານ ວົງ ຈັນທະລາ ນາຍບ້ານ​ບ້ານ​ດົງ​ໃຕ້ ໄດ້ກ່າວ​ດ້ວຍຄວາມພູມໃຈວ່າ: “​ເນື້ອ​ທີ່​ປູກ​ເຂົ້າ​ຂອງ​ແຕ່​ລະ​ຄອບ​ຄົວ​ແມ່ນ​ກວ້າງ​ຂວາງ, ​ໃຊ້​ເວລາໃນການ​ເກັບ​ກ່ຽວ 7-8 ວັນຈຶ່ງສໍາເລັດ. ຊີໂນ-ອາກຣີ ໂປຕາສ ໄດ້ມາຊ່ວຍພວກເຮົາ ເກັບກ່ຽວເຂົ້າໂດຍບໍ່ເສຍຄ່າ ແລະ ໃຊ້ເວລາພຽງແຕ່ມື້ດຽວກໍສໍາເລັດ, ປະຢັດເວລາ ແລະ ແຮງງານ, ວ່ອງໄວ ແລະ ມີປະສິດທິພາບ, ຂ້າພະເຈົ້າຂໍຂອບໃຈທີ່ສຸດ”.

ພ້ອມກັນນີ້, ທ່ານ​ຫົວໜ້າ​ຫ້ອງການ​ຕຳຫລວດ​ບ້ານ​ດົງ​ໃຕ້ ກໍໄດ້​ກ່າວ​ວ່າ:  ຊີໂນ-ອາກຣີ ໂປຕາສ ​ໄດ້​ປັກຫລັກ ຕັ້ງຖານ​ຢູ່ນີ້ມາໄດ້​ຫລາຍ​ປີ​ແລ້ວ, ມີການພົວພັນດີກັບ​​ບ້ານ​ທີ່ຢູ່​ອ້ອມ​ຂ້າງ​ ແລະ ເປັນທີ່ຮູ້ຈັກຂອງຊາວບ້ານ​ດີ. ນີ້ ແມ່ນບໍລິສັດໃຫຍ່ ທີ່ເຮັດແທ້ທໍາຈິງ, ເອົາໃຈໃສ່ພະນັກງານ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ໄດ້ສະແດງຄວາມຂອບໃຈ ເຊິ່ງເໜືອກວ່າຄໍາບັນຍາຍ.

ສົ່ງ​ເສີມ​ຄວາມກົມກຽວ, ວັດທະນະທໍາ ທີ່ມີຜົນປະໂຫຍດ

ຮ່ວມກັນ, ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​ ແລະ ຄ່ານິຍົມແຫ່ງສັດຈະທໍາ

ແຜນການ​ຊ່ວຍ​ເຫລືອ​ການເກັບກ່ຽວ​ຂອງ​ປີ​ນີ້​ ໄດ້​ສຳ​ເລັດ​ຢ່າງ​ຈົບງາມ, ພະນັກງານລາວທັງໝົດຂອງບໍລິສັດໄດ້ ຊື່ນຊົມກັບຜົນການເກັບກ່ຽວ, ສິ່ງຕອບແທນທີ່ເຂົາ​ເຈົ້າໄດ້ມາ ແມ່ນການ​ເຮັດ​ວຽກ​ຢູ່​ໃນ​ໂຮງ​ງານດ້ວຍຄວາມສະບາຍ ໃຈ, ​ລະ​ບົບ​ການ​ຜະ​ລິດໃນໂຮງງານ​ກໍດໍາ​ເນີນໄປຢ່າງໝັ້ນທ່ຽງ. ພ້ອມກັນນັ້ນ, ກໍໄດ້ສ້າງຜົນປະໂຫຍດແກ່ປະຊາຊົນບ້ານອ້ອມຂ້າງ, ຫລຸດຜ່ອນຄວາມໜັກໜ່ວງຂອງແຮງງານໃນການເກັບກ່ຽວເຂົ້າ, ລົບລ້າງຕົ້ນທຶນການເກັບກ່ຽວ, ຍົກສູງປະສິດທິພາບການເກັບກ່ຽວ, ສະທ້ອນໃຫ້ເຫັນຢ່າງເຕັມສ່ວນເຖິງຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຄວາມ ຫ່ວງໄຍຕໍ່ປະຊາຊົນຂອງບໍລິສັດ.

“ເຄົາລົບນັບຖື, ປະສານກົມກຽວ, ປະຕິບັດຕົວຈິງ ແລະ ພ້ອມກັນຊະນະ”ແມ່ນວັດທະນະທໍາວິສາ ຫະກິດ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ, “ຄວາມຮັບຜິດຊອບ, ສັດຈະທໍາ, ສູ້ຊົນ, ການປະດິດສ້າງ ແລະ ຄວາມອົດທົນ” ແມ່ນຄ່ານິຍົມຫລັກຂອງບໍລິສັດ. ຜ່ານ​ການຈັດຕັ້ງປະຕິບັດແຜນການ​ຊ່ວຍ​ເຫລືອ​ເກັບກ່ຽວ ເຂົ້າແຕ່ລະປີ, ການສ້ອມ​ແປງ​ພື້ນຖານ​ໂຄງ​ລ່າງ, ການຊ່ວຍກໍ່ສ້າງ​ໂຮງຮຽນ, ການ​ບໍລິຈາກຝຸ່ນໂປ​ຕາ​ສ ແລະ ການ ເຄື່ອນໄຫວສັງຄົມດ້ານອື່ນໆ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ບໍລິສັດ ຊີໂນ-ອາກຣີ​ ໂປຕາສ ຈໍາກັດ ເປັນວິສາຫະກິດທີ່​ມີ​ຄວາມ​ຮັບຜິດຊອບ ແລະ ຮັບແບກພາລະກິດ, ຄຽງຄູ່ກັບການແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ພະນັກງານ ​ແລະ ​ປະຊາຊົນບ້ານ​ອ້ອມ​ຂ້າງ ຍັງໄດ້​ເພີ່ມ​ຄວາມຜາສຸກ ​ແລະ ຄວາມ​ເປັນເຈົ້າຂອງໃຫ້ແກ່​ເຂົາ​ເຈົ້າ​. ການ​ກໍ່ສ້າງ​ກ້ອນ ກໍາລັງພະນັກງານ​ທີ່​ສາມັກຄີກົມກຽວ ​ແລະ ໝັ້ນທ່ຽງ ຍັງເປັນການ​ຮັບ​ປະກັນ​ທີ່ແຂງແຮງໃຫ້ແກ່​ວຽກງານການ​ຜະ​ລິດ​ ແລະ ​ການ​ກໍ່​ສ້າງ​ຂອງ​ບໍ​ລິ​ສັດ​, ບັນລຸສະຖານະການທີ່ທຸກຝ່າຍຕ່າງໄດ້ຮັບຜົນປະໂຫຍດ ລະຫວ່າງ  ​ພະນັກງານ ແລະ ຄອບຄົວ, ວິ​ສາ​ຫະກິດ ​ແລະ ສັງຄົມ.

ພິທີແລ່ນທວນໄຟໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ

ພິທີແລ່ນທວນໄຟໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນຕອນເຊົ້າວັນທີ 12 ທັນວານີ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນຈັນ ສີວົົງພັນ, ເຈົ້າແຂວງຊຽງຂວາງ, ພ້ອມດ້ວຍຕາງໜ້າຄະນະນໍາ, ຄູຝຶກ ແລະ ນັກນັກລາຈາກແຕ່ລະພາກສ່ວນທີ່ເຂົ້າຮ່ວມແຂ່ງຂັນກິລາຄັ້ງນີ້ເຂົ້າຮ່ວມ.

ການແລ່ນທວນໄຟໃນຄັ້ງນີ້ ເລີ່ມຈາກການຂໍໄຟສັກສິດຢູ່ວັດສັນຕິພາບ, ເມືອງ ແປກ ຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລ້ວສົ່ງຕໍ່ໃຫ້ເຈົ້າແຂວງຊຽງຂວາງ, ເຊີ່ງວັດດັ່ງກ່າວເປັນສະຖານສັກສິດ, ເປັນປູສະນິຍະສະຖານມໍລະດົກວັດທະນາທຳອັນລໍ້າຄ່າ, ເປັນສູນລວມນໍ້າໃຈຂອງຊາວຊຽງຂວາງບັນດາເຜົ່າ, ໂດຍສະເພາະຂອງຊາວເມືອງແປກມາແຕ່ບູຮານນະການ. ທວນໄຟສັກສິດ ຈາກວັດສັນຕິພາບທີ່ສັກສິດແຫ່ງນີ້ຈະກາຍເປັນສັນຍາລັກແຫ່ງຄວາມສາມັກຄີ-ມິດຕະພາບ ແລະ ຄວາມເປັນຈິດໜຶ່ງໃຈດຽວຂອງຄະນະນຳນັກກິລາທີ່ມາຈາກບັນດາແຂວງໃນທົ່ວປະເທດ, ພ້ອມກັນສ້າງໃຫ້ໄດ້ນັກກິລາທີ່ດີເດັ່ນໃນວົງການກິລາລາວ ແລະ ເຮັດໃຫ້ການແຂ່ງຂັນໃນຄັ້ງນີ້ ບັນລຸຜົນ ສຳເລັດຕາມຄາດໝາຍທີ່ວາງໄວ້. ຈາກນັ້ນ ທ່ານເຈົ້າແຂວງຊຽງຂວາງ ໄດ້ມອບທວນໄຟຕໍ່ໃຫ້ນັກກິລາແລ່ນທວນໄຟແລ່ນຜ່ານຈຸດຕ່າງໆ ພາຍໃນເທດສະບານແຂວງໄລຍະທາງຫລາຍກວ່າ 10 ກິໂລແມັດ ເຊີ່ງໄດ້ຮັບການຕ້ອນຮັບຈາກມວນຊົນຊາວແຂວງຊຽງຂວາງເປັນຢ່າງດີ, ແລ້ວໄປສິ້ນສຸດຢູ່ສະໜາມໄຫຫີນ ຫລື ສະໜາມກິລາຂອງແຂວງຊຽງຂວາງແຫ່ງໃໝ່ ເພື່ອກຽມພ້ອມໃຫ້ແກ່ພິທີເປີດການແຂ່ງຂັນຢ່າງເປັນທາງການທີ່ຈະຈັດຂຶ້ນໃນວັນທີ 13 ທັນວານີ້.

ສໍາລັບງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 13-22 ທັນວານີ້ ໂດຍມີແຂ່ງຂັນ 25 ປະເພດກິລາ ຄື: ຍິງປືນ, ລອຍນໍ້າ, ບານບ້ວງ, ເທຄວັນໂດ, ໝາກແລ້, ຍິງທະນູ, ໜ້າເກັກ, ແລ່ນ-ລານ, ມວຍສາກົນ, ໝາກເສິກ, ປັນຈັກສີລັດ, ມວຍປໍ້າ, ຄາຣາເຕໂດ, ກະຕໍ້-ຊິນລອນ, ບານເຕະ, ໝາກຂ່າງ, ເປຕັງ, ກ໊ອຟ, ດອກປີກໄກ່, ເຕັນນິສ, ລົດຖີບ, ປິງປ໋ອງ, ມວຍລາວ, ຢູໂດ ແລະ ວູຊູ ໂດຍມີ 4 ກະຊວງ, 17 ແຂວງ ແລະ 1 ນະຄອນຫຼວງ ເຂົ້າຮ່ວມ. ໃນນີ້ 4 ກະຊວງ ລວມມີ: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງສາທາລະນະສຸກ, ຈະມີນັກກິລາເຂົ້າຮ່ວມ 3.000 ກ່ວາຄົນ, ຍີງ 1.029 ຄົນ ໂດຍຈະມີການຊີງຫຼຽນທັງໝົດ 1.311 ຫຼຽນ, ໃນນັ້ນ ມີ 365 ຫຼຽນຄໍາ, 365 ຫຼຽນເງີນ ແລະ 581 ຫຼຽນທອງ.

ແຫຼ່ງຂ່າວ: Lao National Radio

ມອບ-ຮັບ ໂຄງການສົ່ງເສີມຄອບຄົວຕົວແບບລ້ຽງແບ້ລະບົບຟາມ

ມອບ-ຮັບໂຄງການສົ່ງເສີມຄອບຄົວຕົວແບບລ້ຽງແບ້ລະບົບຟາມທີ່ບ້ານແຈ້ງ ເມືອງທຸລະຄົມ

ໃນອາທິດທີ່ຜ່ານມາ, ໄດ້ມີພິທີມອບ-ຮັບໂຄງການສົ່ງເສີມຄອບຄົວຕົວແບບລ້ຽງແບ້ ທີ່ບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ໂດຍໄດ້ຮັບການຊ່ວຍເຫລືອຂອງໂຄງການທີ່ເຫັນຜົນໄວ (Quick Impact Project) ຈາກລັດຖະບານ ແລະ ປະຊາຊົນອິນເດຍ ຜ່ານໂຄງການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳຄົງຄາ ມີມູນຄ່າ 50.000 ໂດລາສະຫະລັດ ໂດຍມີ 3 ຄອບຄົວ ເຂົ້າຮ່ວມກິດຈະກໍາດັ່ງກ່າວ. ນອກຈາກນີ້, ຍັງມີການປະກອບສ່ວນຂອງຄອບຄົວຕົວແບບ ທີ່ສະໝັກໃຈເຂົ້າຮ່ວມຈັດຕັ້ງໂຄງການດັ່ງກ່າວ 400 ກວ່າລ້ານກີບ.

ທ່ານ ທັດສະກາ ສະພັງທອງ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ວ່າ: ໂຄງການສົ່ງເສີມຄອບຄົວຕົວແບບລ້ຽງແບ້ ແມ່ນໂຄງການເປົ້າໝາຍຂອງເມືອງທຸລະຄົມ ທີ່ຈະສ້າງເປັນຕົວແບບ ໃນການພັດທະນາການກະເສດຄົບວົງຈອນໃນພື້ນທີ່ ເຂດຊົນລະປະ ທານບ້ານແຈ້ງ ແລະ ຈະກາຍເປັນຕົວແບບສູນການຮຽນຮູ້ ໃນການຈັດຕັ້ງກິດຈະກຳການປູກ-ການລ້ຽງແບບປະສົມປະສານ ເຊິ່ງບັນດາກິດຈະກຳທີ່ບັນດາຄອບຄົວຕົວແບບ ໄດ້ຈັດຕັ້ງປະຕິບັດຢູ່ໃນປັດຈຸບັນ ມີ 5 ກິດຈະກຳຫລັກຄື: ການລ້ຽງແບ້ແບບລະບົບຟາມ, ການລ້ຽງປາໃນນາເຂົ້າ, ການປູກພືດໝູນວຽນ ເພື່ອປັບປຸງດິນ, ການປູກເຂົ້ານາປີ ແລະ ນາແຊງ, ກິດຈະກຳການລ້ຽງສັດປີກ (ເປັດ,ໄກ່) ແລະ ກົບປະສົມປະສານໃນນາເຂົ້າທັງນາປີ ແລະ ນາແຊງ.

ທ່ານ ທັດສະກາ ສະພັງທອງ ກ່າວຕື່ມວ່າ: ເຖິງຢ່າງໃດກໍຕາມ ພວກເຮົາຍັງມີຂໍ້ຈໍາກັດຫລາຍດ້ານ ໂດຍສະເພາະດ້ານການຕະຫລາດ ແລະ ການສ້າງກຸ່ມການຜະລິດ ແລະ ເຄື່ອຂ່າຍການຂາຍ ປະເພດແບ້ ຍັງບໍ່ທັນກວ້າງຂວາງ ແລະ ເຮັດໄດ້ຢ່າງຕໍ່ເນື່ອງ, ປະລິມານຜົນຜະລິດ ຍັງມີໜ້ອຍໃຫ້ກັບຜູ້ຊື້ ແບບຮວບຮວມຈໍານວນຫລາຍ ເພື່ອໃຫ້ຄ່າຂົນສົ່ງຖືກລົງ; ຕະຫລາດການບໍລິໂພກພາຍໃນ ຍັງຈຳກັດ ແລະ ລາຄາຂາຍແບ້ ທຽບກັບອັດຕາເງິນເຟີ້ຂອງລາວ ແມ່ນເປັນຂໍ້ຈໍາກັດ ສຳລັບຜູ້ລ້ຽງແບ້; ດ້ານຄວາມຮູ້ໃນການຕອບໂຕ້ກັບພະຍາດ ແລະ ການປິ່ນປົວແບ້ ຂອງກະສິກອນ ຍັງບໍ່ທັນໄດ້ດີ ຍ້ອນການວິນິດໄສໂລກ ທີ່ເກີດຂຶ້ນ ຍັງເປັນການຄາດເດົາເອົາ ເຊິ່ງບໍ່ທັນມີຫ້ອງແລບໃນການວິໄຈໂລກ ທີ່ເກີດກັບແບ້ ເຮັດໃຫ້ແບ້ຂອງກະສິກອນ ທີ່ລ້ຽງແບບປ່ອຍປະຕາມທໍາມະຊາດ ຕາຍ ແລະ ແກ້ໄຂບໍ່ທັນ.

ໂອກາດດຽວກັນນີ້, ທ່ານ ດິນກ້າ ອັສທານາ ເອກອັກຄະລັກຖະທູດອິນເດຍ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໂຄງການສົ່ງເສີມຄອບຄົວຕົວແບບລ້ຽງແບ້ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ຕົ້ນປີ 2020 ໂດຍກໍານົດເອົາກິດຈະກໍາທີ່ເປັນພື້ນຖານອັນສຳຄັນ ເພື່ອກ້າວໄປເຖິງລະບົບການລ້ຽງແບ້ ແບບລະບົບຟາມ ເຊິ່ງມີທັງໝົດ 5 ກິດຈະກຳຫລັກ ເຊັ່ນ: ພາກຈັດຕັ້ງກິດຈະກໍາຂອງໂຄງການ, ການສ້າງຄອກແບ້ ເປັນລະບົບຟາມທີ່ໄດ້ມາດຕະຖານ, ການພັດທະນາຮັກສາສຸຂະພາບສັດ, ການຈັດຫາພໍ່-ແມ່ພັນແບ້ ເພື່ອນຳເຂົ້າມາລ້ຽງໃນຟາມ ແລະ ການຄຸ້ມຄອງບໍລິຫານໂຄງການ. ພ້ອມນີ້, ຍັງໄດ້ສະໜອງການປູກຫຍ້າລ້ຽງແບ້, ການປູກຕົ້ນໄມ້ ແລະ ສະໜອງວັດສະດຸ ເພື່ອການກໍ່ສ້າງຮົ້ວລ້ອມຄອກແບ້. ນອກນີ້, ຍັງມີການຝຶກອົບຮົມການລ້ຽງແບ້, ການປິ່ນປົວ ແລະ ການເບິ່ງແຍງສຸຂະພາບແບ້ ນຳອີກ.

ແຫຼ່ງຂ່າວ: ຂປລ

ຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ

(ສພຊ) ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຄາດຄະເນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ທັນວາ 2022 ວ່າ: ຄະນະປະຈໍາສະພາແຫ່ງຊາດ ສະເໜີລັດຖະບານເອົາໃຈໃສ່ແກ້ໄຂບາງຂໍ້ຄົງຄ້າງ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2023 ໃຫ້ບັນລຸໄດ້ຕາມແຜນ ໂດຍສະເພາະ ບັນດາຂໍ້ຄົງຄ້າງ, ອຸປະສັກ ແລະ ຂອດອຸດຕັນ ໃນການຈັດຕັ້ງປະຕິບັດໄລຍະຜ່ານມາດັ່ງນີ້:

1. ເອົາໃຈໃສ່ຕິດຕາມສະພາບເສດຖະກິດໂລກຢ່າງໃກ້ຊິດ, ຫັນເອົາສິ່ງທ້າທາຍເປັນກາລະໂອກາດໃນການພັດທະນາປະເທດ ເພື່ອມີມາດຕະການຮັບມືແຕ່ຫົວທີ ແລະ ທັນການ, ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນວຽກບຸລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ມີຄວາມຄືບໜ້າຫຼາຍຂຶ້ນ;

2. ເພື່ອຮັບປະກັນບໍ່ໃຫ້ປະເທດຂອງພວກເຮົາເຂົ້າສູ່ວິກິດ, ສະເໜີໃຫ້ລັດຖະບານເອົາໃຈໃສ່ສ້າງແຜນ ແລະ ຄົ້ນຄວ້າມາດຕະການໃນການຈັດຫາແຫຼ່ງທຶນກູ້ຢືມຈຳນວນ 41.152 ຕື້ກີບ ດ້ວຍການລະດົມແຫຼ່ງທຶນຈາກພາຍໃນເປັນຕົ້ນຕໍ, ຄົ້ນຄວ້າຂໍ້ສະເໜີຕໍ່ການປະຕິຮູບບັນດາລັດວິສາຫະກິດ ທີ່ຫຼຸບທຶນຢ່າງຈິງຈັງ, ເອົາໃຈໃສ່ແກ້ໄຂຜົນການກວດສອບ ແລະ ກວດກາຢ່າງເຂັ້ມງວດ ແລະ ເດັດຂາດຕາມກົດໝາຍ;

3. ສະເໜີໃຫ້ລັດຖະບານເອົາໃຈໃສ່ ຄຸ້ມຄອງງົບປະມານແຫ່ງລັດ ໂດຍສະເພາະການຈັດເກັບລາຍຮັບຂອງຖານລາຍຮັບທີ່ມີຢູ່ປັດຈຸບັນ ໃຫ້ຄົບຖ້ວນຕາມມະຕິສະພາແຫ່ງຊາດ;

4. ເອົາໃຈໃສ່ຊຸກຍູ້ປຸກລະດົມສ້າງສະຕິໃຫ້ທຸກພາກສ່ວນທົ່ວສັງຄົມລວມທັງພາກລັດ, ເອກະຊົນ, ຜູ້ປະກອບການ, ນັກຮຽນຮູ້ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນລາວບັນດາເຜົ່າ ໃຫ້ປະຕິບັດນະໂຍບາຍການປະຢັດ ມັດຖະຍັດ ດ້ວຍຄວາມຮັບຜິດຊອບ ແລະ ຕື່ນຕົວສູງ, ສ້າງຄວາມເປັນເຈົ້າຕົນເອງ, ຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ຍົກສູງຄວາມຮັກຊາດໃຫ້ສູງຂຶ້ນ;

5. ເອົາໃຈໃສ່ປະຕິບັດຄາດໝາຍດ້ານເງິນຕາ ແນໃສ່ໃຫ້ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ ແລະ ແກ້ໄຂ ບັນຫາທີ່ເຄັ່ງຮ້ອນໃນປັດຈຸບັນໃຫ້ທັນການ;

6. ເອົາໃຈໃສ່ຈັດສັນ ແລະ ຄຸ້ມຄອງແຫຼ່ງທຶນຕ່າງໆ ໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ, ຫຼັກການ ແລະ ເປົ້າໝາຍການພັດທະນາ, ຄົ້ນຄວ້າລະດົມທຶນ ຈາກບັນດາພາກສ່ວນເສດຖະກິດ ພາຍໃນ ແລະ ຕ່າງປະເທດ;

7. ໃຫ້ລັດຖະບານເອົາໃຈໃສ່ ຄຸ້ມຄອງການລົງທຶນຂອງລັດຢ່າງເຂັ້ມງວດ, ລົງທຶນຕາມຄວາມສາມາດໃນການຊຳລະສະສາງເປັນຫຼັກ ເພື່ອແບ່ງປັນແຈກຢາຍ ແລະ ເອົາໃຈໃສ່ເພີ່ມອັດຕາສ່ວນການແກ້ໄຂໜີ້ສິນ ໃຫ້ໂຄງການສຳເລັດ 100%;

8. ເອົາໃຈໃສ່ປະຕິບັດຄາດໝາຍຂະແໜງການເສດຖະກິດ, ເຊິ່ງໃນນີ້, ສືບຕໍ່ເອົາໃຈໃສ່ຄົ້ນຄວ້າມາດຕະການ ນຳໃຊ້ທ່າແຮງໄດ້ປຽບຂອງປະເທດ; ສືບຕໍ່ເອົາໃຈໃສ່ປະຕິບັດຄາດໝາຍ ໃນຂົງວັດທະນະທຳ-ສັງຄົມ, ສິ່ງແວດລ້ອມທີ່ບໍ່ບັນລຸຄາດໝາຍຕາມມະຕິສະພາແຫ່ງຊາດ ແລະ ບັນດາຄາດໝາຍໃໝ່ ທີ່ຈະກຳນົດໃນແຜນປີ 2023 ໃຫ້ບັນລຸຕາມແຜນ;

9. ນອກຈາກນີ້, ໃຫ້ເອົາໃຈໃສ່ປະເມີນຄວາມຄືບໜ້າ ແລະ ສືບຕໍ່ເອົາໃຈໃສ່ປະຕິບັດວຽກງານຈຸດສຸມພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າໃນເຂດຈຸດສຸມ ແລະ ເມືອງເປົ້າໝາຍ ທີ່ໄດ້ກຳນົດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້;

10. ເອົາໃຈໃສ່ຊຸກຍູ້ປະຕິບັດສັນຍາສະໜອງສິນຄ້າ, ພະລັງງານ ທີ່ ສປປລາວ ມີພັນທະກັບຕ່າງປະເທດ, ເປັນເຈົ້າການໃນການຈັດຕັ້ງປະຕິບັດ, ຕິດຕາມ ແລະ ປະເມີນການຊ່ວຍເຫຼືອ ແລະ ໂຄງການລົງທຶນຈາກຕ່າງປະເທດ ເພື່ອປະກອບສ່ວນ ໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທິຜົນສູງສຸດ;

11. ເອົາໃຈໃສ່ການຄຸ້ມຄອງບໍລິຫານລັດ ດ້ວຍກົດໝາຍ ໃຫ້ມີຜົນສັກສິດ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃນທຸກຂົງເຂດຂອງສັງຄົມໃຫ້ໄປຕາມກົດໝາຍ, ຕາມຫຼັກການເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ, ມີປະສິດທິພາບ, ປະສິດທິຜົນສູງ ແລະ ມີຄວາມເຂັ້ມງວດ;

12. ເອົາໃຈໃສ່ປະຕິບັດວຽກງານ 3 ສ້າງ ຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ມີຈຸດສຸມ, ມີການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນຢ່າງຈະແຈ້ງ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ອົງການປົກຄອງຂັ້ນທ້ອງຖິ່ນ ມີຄວາມເປັນເຈົ້າການຫຼາຍຂຶ້ນໃນການພັດທະນາ.

ແຫຼ່ງຂໍ້ມູນ: ຂ່າວ “ຜູ້ແທນປະຊາຊົນ” Phouthen Pasaxon News

ໂຄງການສະໜັບສະໜູນທຶນຊ່ວຍເຫຼືອການສຶກສາສະເພາະຄັ້ງທໍາອິດຢູ່ລາວ

ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ສ້າງຕັ້ງ ໂຄງການສະໜັບສະໜູນທຶນຊ່ວຍເຫຼືອການສຶກສາສະເພາະຄັ້ງທໍາອິດຢູ່ລາວ ສືບຕໍ່ຊ່ວຍແຮງພັດທະນາການສຶກສາຂອງລາວ

ວັນທີ 1 ທັນວາ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ຕໍ່ໄປນີ້ເອີ້ນຫຍໍ້ວ່າ“ກະຊວງສຶກສາ”) ແລະ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ (ຕໍ່ໄປນີ້ເອີ້ນຫຍໍ້ວ່າ“ຊີໂນ-ອາກຣີ ໂປຕາສ”) ໄດ້ຮ່ວມກັນເຊັນ “ບົດບັນທຶກຂໍ້ຕົກລົງໂຄງການສະໜັບສະໜູນທຶນຊ່ວຍເຫຼືອຄູ ແລະ ນັກຮຽນ-ນັກສຶກສາ” ທີ່ຫ້ອງໂຖງຂອງກະຊວງສຶກສາທິການ ສປປ ລາວ (ຕໍ່ໄປນີ້ເອີ້ນວ່າ“ບົດບັນທຶກການສະໜັບສະໜູນທຶນຊ່ວຍເຫຼືອການສຶກສາໃນລາວ”). ທ່ານ ປອ. ສຸລິອຸດົງ ສຸນດາລາ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອາຍ ຢົງຈຸນ ຮອງຜູ້ອໍານວຍການ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ເປັນຜູ້ລົງນາມໃນບົດບັນທຶກດັ່ງກ່າວ. ທ່ານ ສຈ. ປອ. ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ຮສ. ປອ. ພຸດ ສີມມະລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ການນໍາແຕ່ລະກົມຂອງກະຊວງສຶກສາ ແລະ ທ່ານ ຈ້າວ ເຫວິນຍຸຍ ທີີ່ປຶກສາເສດຖະກິດ ແລະ ການຄ້າ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍຕາງໜ້າ ຊີໂນ-ອາກຣີ ໂປຕາສ ທັງໝົດໄດ້ເຂົ້າຮ່ວມພິທີ ແລະ ເປັນສັກຂີພະຍານໃນການເຊັນບົດບັນທຶກດັ່ງກ່າວ.

ໃນ​ພິ­ທີ​ເຊັນ​ບົດ​ບັນ­ທຶກ, ທ່ານ ສຈ. ປອ. ກິ​ແກ້ວ ໄຂ​ຄໍາ​ພິ­ທູນ ເຫັນ​ວ່າ ໂຄງ­ການ​ສະ­ໜັບ­ສະ­  ໜູນ​ທຶນ​ຊ່ວຍ­ເຫຼືອ​ຄູ ແລະ ນັກ​ຮຽນ​-​ນັກ​ສຶກ­ສາ ແມ່ນ​ມີ​ຄວາມ​ໝາຍ​ຄວາມ​ສໍາ​ຄັນ​ຫຼາຍ. ຂໍ​ຂອບ­ໃຈ​ມາ​ຍັງ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ທີ່​ໄດ້​ປະ­ກອບ­ສ່ວນ​ໃນ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ແລະ ເສດ​ຖະ​ກິດ​-​ສັງ­ຄົມ ຂອງ ສປປ ລາວ. ລາວ​ແລະ​ຈີນ ເປັນ​ປະ­ເທດ​ເພື່ອນ​ບ້ານ​ທີ່​ດີ, ໝູ່​ເພື່ອນ​ທີ່​ດີ, ສະ­ຫາຍ​ທີ່​ດີ, ຄູ່​ຮ່ວມ​ມື​ທີ່​ດີ, ລັດຖະບານລາວ ແມ່ນ​ສະ­ໜັບ­ສະ­ໜູນບໍລິສັດຄືດັ່ງ ຊີ​ໂນ-ອາ​ກຣີ ໂປຕາສ ທີ່ສຸດ ເຊິ່ງ​ເປັນ​ວິ​ສາ​ຫະ​ກິດຈີນມາລົງທຶນພັດທະນາຢູ່ລາວທີ່ມີການບໍລິຫານຄຸ້ມຄອງທີ່​ເຂັ້ມແຂງ ແລະ ມີ​ຄວາມ​ຮັບ­ຜິດ­ຊອບ​ຕໍ່​ສັງ­ຄົມ, ສະນັ້ນຂໍ​ໃຫ້​ທາງ​ບໍ­ລິ­ສັດ​ສືບ­ຕໍ່ປະ­ຕິ­ບັດຕາມ​ແນວ­ທາງ “4 ດີ”, ເສີມຂະຫຍາຍສາຍພົວພັນມິດ­ຕະ­ພາບ, ຄູ່​ຮ່ວມ​ມື​ຍຸດ­ທະ­ສາດ​ຮອບ­ດ້ານຍາວນານລະຫວ່າງ ​ສອງ​ພັກ​ສອງ​ລັດ, ສ້າງເປັນຄູ່​ຮ່ວມ​ຊະ​ຕາ​ກໍາ ​ລາວ​-​ຈີນ, ສົ່ງເສີມການພັດທະນາຄຸນນະພາບຂອງປະຊາຊົນສອງຊາດໃຫ້ສູງຂື້ນຢ່າງບໍ່ຂາດ, ເພື່ອ​​ສ້າງ​ຜົນ​ປະ­ໂຫຍດ​ທີ່​ແທ້​ຈິງ​ໃຫ້​ແກ່​ປະ­ຊາ­ຊົນສອງຊາດ​ລາວ-ຈີນ.

ທ່ານ ອາຍ ຢົງ​ຈຸນ ຮອງ​ອໍາ​ນວຍ​ການ ບໍ­ລິ­ສັດ ໄດ້​ກ່າວ​ວ່າ ບໍ­ລິ­ສັດ​ໄດ້​ມີ​ການ​ປະ­ສານ​ສົມ­ທົບ​ຢ່າງ​ໃກ້­ຊິດ​ກັບ​ອໍາ​ນາດ​ການ​ປົກ­ຄອງ ແລະ ປະ­ຊາ­ຊົນ​ທ້ອງ­ຖິ່ນ ເປັນ​ເວ­ລາ​ຫຼາຍ​ປີ ແລະ ບໍ­ລິ­ສັດ​ມຸ້ງ​ຫມັ້ນ ທີ່​ຈະ​ສ້າງ​ຜົນ​ປະ­ໂຫຍດ​ຮ່ວມ​ກັນ ລະ­ຫວ່າງ ບໍ­ລິ­ສັດ ກັບ ພາກ​ລັດ ແລະ ປະ­ຊາ­ຊົນ​ທ້ອງ​ຖິ່ນ. ໃນ​ຖາ­ນະ​ເປັນ​ບໍ­ລິ­ສັດ​ທໍາ​ອິດ​ທີ່​ຕັ້ງ​ທຶນ​ການ​ສຶກ­ສາ​ສະ­ເພາະ​ໃນ​ລາວ, ຫວັງ​ວ່າ​ຈະ​ສົ່ງ­ເສີມ​ບົດ­ບາດ​ເປັນ​ຕົວ­ຢ່າງ ຊຸກ­ຍູ້​ໃຫ້​ບໍ­ລິ­ສັດ​ລົງ­ທຶນ​ອື່ນໆ ຫັນ​ມາ​ເອົາ­ໃຈ­ໃສ່​ໃນ​ການ​ພັດ­ທະ­ນາ​ການ​ສຶກ­ສາ​ໃນ​ລາວ​ໃຫ້​ຫຼາຍ​ຂຶ້ນ, ເພື່ອປະ­ຕິ­ບັດ​ໜ້າ­ທີ່​ຮັບ­ຜິດ­ຊອບ​ຂອງວິສາຫະກິດຢ່າງແທ້ຈິງ, ປະ­ກອບ­ສ່ວນ​ເຂົ້າ​ໃນ​ການພັດທະນາເສດຖະກິດຂອງລາວ. ບໍລິສັດ ໂດຍປິ່ນອ້ອມກິດຈະການຫລັກຂອງຕົນ ສືບຕໍ່ຂະຫຍາຍກໍາລັງການຜະລິດຂອງໂຄງການຝຸ່ນໂປຕາສ, ເພື່ອພັດທະນາໃຫ້ກາຍເປັນຜູ້ສະໜອງຝຸ່ນໂປຕາສລະດັບໂລກ; ພ້ອມກັນນັ້ນ, ທາງບໍລິສັດຍັງຈະກໍ່ສ້າງນິຄົມອຸດສາຫະກໍາທີ່ມີເຂດອຸດສາຫະກໍາໂປຕາສ ແລະ ເຂດອຸດສາຫະກໍາອະໂປຕາສ, ເພື່ອພັດທະນານຳໃຊ້ຊັບພະຍາກອນໃຫ້ໄດ້ປະໂຫຍດສູງສຸດ, ເພື່ອສ້າງຜົນປະໂຫຍດທາງດ້ານເສດຖະກິດໃຫ້ໄດ້ຫລາຍກວ່າເກົ່າແກ່ລັດຖະບານແລະປະຊາຊົນລາວ

ການສ້າງ “ບົດບັນທຶກການສະໜັບສະໜູນທຶນຊ່ວຍເຫຼືອການສຶກສາໃນລາວ” ຂອງບໍລິສັດ ແມ່ນໂຄງການຮ່ວມມືໃຫຍ່ອີກອັນໜຶ່ງກັບພາກລັດລາວ ພາຍຫຼັງໄດ້ຮ່ວມກັບກະຊວງແຮງງານແລະສະຫວັດດີການສັງຄົມ ສ້າງ “ບົດບັນທຶກການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ”  ເຊິ່ງແມ່ນມາດຕະການທີ່ສໍາຄັນທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະຮ່ວມກັນພັດທະນາ ລະຫວ່າງລັດແລະວິສາຫະກິດ. ທຶນຊ່ວຍເຫຼືອການສຶກສາດັ່ງກ່າວ ຕົ້ນຕໍແມ່ນນໍາໃຊ້ເພື່ອສະໜັບສະໜູນຜູ້ເຮັດວຽກງານການສຶກສາໃນເຂດທຸກຍາກ, ນັກຮຽນ-ນັກສຶກສາທີ່ຍາກຈົນໃນວິທະຍາໄລ ແລະ ສໍາລັບສະຖາບັນສຶກສາທີ່ກໍ່ສ້າງບຸກຄະລາກອນວິຊາການເຕັກນິກວິຊາສະເພາະ, ທຶນຊ່ວຍຫລືອດັ່ງກ່າວມີມູນຄ່າ 350.000 ໂດລາຕໍ່ປີ, ເຊິ່ງແມ່ນຈໍານວນທຶນສຶກສາທີ່ຫຼາຍທີ່ສຸດໃນລາວ ແລະ ເປັນກໍລະນີທໍາອິດທີ່ຈະສືບຕໍ່ປະຕິບັດໄປທຸກໆປີຢ່າງຕໍ່ເນື່ອງ, ເພື່ອເປັນການຮັບປະກັນດ້ານທຶນຮອນສໍາລັບພັດທະນາການສຶກສາຂອງ ສປປ ລາວ. “ປູກຕົ້ນໄມ້ໃຊ້ເວລາສິບປິ, ສ້າງຄົນໃຊ້ເວລາຮ້ອຍ ປີ”, ສະນັ້ນ ການສຶກສາແມ່ນແຜນການພື້ນຖານ ເພື່ອຄວາມຈະເລີນຮຸ່ງເຮືອງຂອງຊາດ ແລະ ຄວາມເຂັ້ມແຂງຂອງປະຊາຊົນ, ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ພາຍໃຕ້ການສະໜັບສະໜູນຈາກບໍລິສັດແມ່“ອາຊີໂປຕາສສາກົນ”ດ້ວຍວິໄສທັດຍຸດທະສາດຍາວໄກ, ຈະຊ່ວຍແຮງພັດທະນາການສຶກສາຢູ່ລາວ, ທັງເປັັນການປະກອບສ່ວນອັນສໍາຄັນໃນການສ້າງເປັນ “ຄູ່ຮ່ວມຊະຕາກໍາລາວ-ຈີນ”.

ເຊັນສັນຍາວ່າດ້ວຍການສໍາຫຼວດ, ສ້າງເປັນແບບຢ່າງການພັດທະນາບໍ່ແຮ່, ຍູ້ແຮງການພັດທະນາອຸດສາຫະກໍາ

ລັດຖະບານ ແລະ ຊີໂນ-ອາກຣີ ໂປຕາສ ໄດ້ເຊັນສັນຍາວ່າດ້ວຍການສໍາຫຼວດ, ສ້າງເປັນແບບຢ່າງການພັດທະນາບໍ່ແຮ່, ຍູ້ແຮງການພັດທະນາອຸດສາຫະກໍາ

default

ໃນ​ວັນ​ທີ 28 ພະ­ຈິກ 2022 ຢູ່ທີ່​ກະ­ຊວງ​ແຜນ­ການ ແລະ ການ​ລົງ​ທຶນ, ບໍ­ລິ­ສັດ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ຈໍາ​ກັດ (ຕໍ່​ໄປ​ນີ້“ຊີ​ໂນ​-​ອາ​ກຣີ ໂປ​ຕາສ”) ແລະ ລັດ­ຖະ­ບານ ແຫ່ງ ສປປ ລາວ ໄດ້​ມີ​ການ​ລົງ​ນາມໃນ​ສັນ­ຍາ​ວ່າ​ດ້ວຍ​ການ​ສໍາ​ຫຼວດ​ແຮ່​ເກືອ​ໂປ​ຕາສ ຢູ່​ເຂດ​ບ້ານ​ໜອງ​ລົ່ມ ເມືອງ​ໜອງ​ບົກ ແຂວງ​ຄໍາ​ມ່ວນ ເນື້ອ­ທີ່ 48.52 ກິ­ໂລຕາ​ແມັດ, ຕາງໜ້າສໍາ​ນັກ​ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ການ​ນໍາ​ຂອງ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ, ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່, ອໍາ​ນາດ​ການ​ປົກ­ຄອງ ແຂວງ​ຄໍາ​ມ່ວນ ແລະພາກສ່ວນກ່ຽວຂ້ອງອື່ນໆ ແມ່ນ​ໄດ້​ເຂົ້າ​ຮ່ວມ ແລະ  ເປັນ​ສັກ­ຂີ​ພະ­ຍານ​ໃນ​ການ​ເຊັນ​ສັນ­ຍາ​ດັ່ງ­ກ່າວ. ພ້ອມ​ນັ້ນ, ທາງ  ຊີ​ໂນ-ອາ​ກຣີ ໂປຕາສ ຍັງ​ມີ​ການ​ຈັດ​ພິ­ທີ​ເປີດການຊີເຈາະສໍາຫຼວດ​ຢ່າງ​ເປັນ​ທາງ​ການ​ທີ່​ເຂດ​ແຮ່​ໜອງ​ລົ່ມ, ເລ­ຂາຄະນະ​ພັກ​ແຂວງ ເຈົ້າ­ແຂວງໆ ຄໍາມ່ວນ, ຮອງເລຂາ​ຄະ­ນະ​ພັກ​ແຂວງ, ຫົວ­ໜ້າ​ພະ​ແນ​ກ​ພະ­ລັງ­ງານ ແລະ ບໍ່​ແຮ່, ເຈົ້າ­ເມືອງ​ຫີນ​ບູນ ແລະ ການ​ນໍາ​ຄົນ​ອື່ນໆ,  ຕາງ­ໜ້າ​ທີ​ມ​ກໍ່­ສ້າງ​ຂອງ ຊີ​ໂນ​-​ອາ​ກຣີ ໂປ​ຕາສ, ທັງ​ໝົດ 200 ກວ່າ​ຄົນ ໄດ້​ເຂົ້າ​ຮ່ວມ​ແລະ​ເປັນ​ພະ­ຍານ​ໃນ​ພິ­ທີ​ເປີດ​ການ​ຊີ​ເຈາະ​ສໍາ​ຫຼວດ​ດັ່ງ­ກ່າວ​ດ້ວຍ. ສິ່ງ​ດັ່ງ­ກ່າວ​ໄດ້​ເປັນ​ສັນ­ຍາ​ລັກ​ວ່າ​ເຂດ​ເນື້ອ­ທີ່​ແຮ່​ເກືອ​ໂປ​ຕາສ 48.52 ກິ­ໂລ​ຕາ​ແມັດ ຢູ່​ເຂດ​ບ້ານ​ໜອງ​ລົ່ມ ໄດ້​ກ້າວ​ເຂົ້າ​ສູ່​ໄລ­ຍະ​ແຫ່ງ​ຄວາມ​ເປັນ​ຈິງ​ນັ້ນ​ສູງ​ຂຶ້ນ ແລະ ເປັນ​ນິ­ມິດ​ໝາຍ­ວ່າ​ໃນ​ອະ­ນາ­ຄົດ​ປະ­ເທດ​ລາວ ຈະ​ກາຍ­ເປັນ​ຖານ​ການ​ຜະ­ລິດ​ຝູ່ນ​ໂປ​ຕາສ ທີ່​ໃຫຍ່​ອັນ​ດັບ 4 ຂອງ​ໂລກ.

ໃນ 8 ບໍລິສັດ ທີ່ເຂົ້າຮ່ວມປະມູນ ຊີໂນ-ອາກຣີ ໂປຕາສ ແມ່ນໂດດເດັ່ນກວ່າໝູ່

ຕາມ​ທີ່​ຮູ້­ຈັກ, ໃນ​ການ​ແຂ່ງ­ຂັນ​ປະ­ມູນ ສິດ​ສໍາ​ປະ­ທານ ຂຸດ​ຄົ້ນ ບໍ່​ແຮ່ ໂປ​ຕາສ ຢູ່​ບ້ານ ໜອງ​ລົ່ມ​ນັ້ນ,ລັດ­ຖະ­ບານ​ຂອງ​ຈີນ ໄດ້​ສືບ­ຕໍ່​ຮັບ​ການ​ສະ­ເໜີ​ຈາກ 8 ວິ​ສາ​ຫະ​ກິດ, ແຕ່​ໃນ​ທີ່​ສຸດ ບໍ­ລິ­ສັດ  ຊີ​ໂນ-ອາ​ກຣີ ໂປ​ຕາສ ຈໍາ​ກັດ ກໍ​ໄດ້​ຊະ­ນະ​ການ​ປະ­ມູນ, ໄດ້​ຮັບ​ສິດ​ສໍາ​ປະ­ທານ​ບໍ່​ແຮ່​ດັ່ງ­ກ່າວ,   ອັນ​ເປັນ​ບໍ່​ແຮ່​ແຫ່ງ​ຄວາມ​ຫວັງຂອງ​ລັດ​ຖະ​ບານ.

ການ​ນໍາ​ທີ່​ເຂົ້າ​ຮ່ວມ​ພິ­ທີ​ເປີດ​ໄດ້​ເວົ້າ​ວ່າ, ຊັບ­ພະ­ຍາ­ກອນ​ເກືອ​ໂປ​ຕາສ ທີ່​ອຸ­ດົມ­ສົມ­ບູນ​ຂອງ​ລາວ ໄດ້​ດຶງ​ດູດ​ຈາກ​ນັກ​ລົງ­ທຶນ​ໃນ​ທົ່ວ​ໂລກ​ຢ່າງ​ຫຼວງ­ຫຼາຍ ແລະ ລັດ­ຖະ­ບານ ສປປ ລາວ ແມ່ນ​ມີ​ຄວາມ​ລະ­ມັດ­ລະ­ວັງ​ຫຼາຍ​ໃນ​ການ​ເລືອກ​ບໍ­ລິ­ສັດ​ມາ​ພັດ​ທະ​ນາ. ລັດ­ຖະ­ບານ​ຈະ​ໃຫ້​ບູ​ລິ​ມະ​ສິດ ຫຼື ຈະ​ເລືອກ ບໍ­ລິ­ສັດ ທີ່​ມີ​ທຶນ­ຮອນ​ອັນ​ເຂັ້ມ­ແຂງ ແລະ ມີ​ເຕັກ​ໂນ​ໂລ​ຊີ​ຂຸດ​ຄົ້ນ​ບໍ່​ແຮ່​ໂປ​ຕາ​ສ​ທີ່​ສຸກ​ງອມ, ຮັບ­ປະ­ກັນ​ໃຫ້​ບັນ­ດາ​ວິ​ສາ​ຫະ​ກິດ ທີ່​ຊະ­ນະ​ການ​ປະ­ມູນ ມີ​ຄວາມ​ສາ­ມາດ​ດໍາເນີນການ​ສໍາຫຼວດ ແລະ ພັດ­ທະ­ນາ​ບໍ່​ແຮ່ ໂປ​ຕາສ ໂດຍ​ໄວ ແລະ ປົດປ່ອຍໃຫ້ເຫັນຄຸນຄ່າຂອງ​ຊັບ­ພະ­ຍາ­ກອນ​ແຮ່​ທາດ. ພ້ອມ​ກັນ​ນັ້ນ, ແມ່ນ​ໄດ້​ພິ­ຈາ­ລະ­ນາ ເຖິງ​ເປົ້າ​ໝາຍ​ການ​ໄດ້​ຮັບ​ສິດ​ສໍາ​ປະ­ທານ​ຂອງ​ບໍ­ລິ­ສັດ ທີ່​ຊະ­ນະ​ການ​ປະ­ມູນ, ພວກ​ເຮົາ​ຫວັງ​ວ່າ ວິ​ສາ​ຫະ​ກິດ​ທີ່​ຊະ­ນະ​ການ​ປະ­ມູນ ຈະ​ມີ​ຄວາມ​ຮັບ­ຜິດ­ຊອບ, ເຮັດ​ວຽກ​ງານ​ຈິງ​ຈັງ​ໜັກ​ແໜ້ນ, ຂຸດ​ຄົ້ນ​ຊັບ­ພະ­ຍາ­ກອນ​ແຮ່​ທາດ​ໄດ້​ຢ່າງ​ເລິກ­ເຊິ່ງ, ຜ່ານ​ການ​ພັດ­ທະ­ນາ​ບໍ່​ແຮ່​ເຮັດ​ໃຫ້ອຸດ​ສາ​ຫະ​ກໍາ, ກະ​ສິ​ກໍາ​ຂອງ​ປະ­ເທດ​ລາວ   ມີຄວາມທັນສະໄໝ, ເຮັດໃຫ້ເສດຖະກິດຂອງທ້ອງຖິ່ນມີການພັດທະນາ, ຊີວິດການເປັນຢູ່ຂອງ  ປະຊາຊົນດີຂຶ້ນ. ຈາກການປະເມີນ, ກວດກາ, ທາງລັດຖະບານຈິ່ງເຫັນວ່າ ຊີໂນ-ອາກຣີ ໂປຕາສ ແມ່ນມີຄວາມເໝາະສົມທີ່ສຸດ.

ຄວາມ​ໄວ ແລະ ປະ­ສິດ­ທິ­ພາບ​ຂອງ ຊີໂນ-ອາ​ກຣີ ໂປ​ຕາສ ໄດ້​ກາຍເປັນ “​ທີ​ໜຶ່ງ” ໃນຫລາຍດ້າຍຂອງ ສປປ ​ລາວ

ຕາມ​ທີ່​ຮູ້­ຈັກ, ປີ 2009 ເປັນ­ຕົ້ນ​ມາ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ໄດ້​ເຂົ້າ​ມາ​ປະ­ເທດ​ລາວ​ເພື່ອ​ດຳ­ເນີນ​ທຸ­ລະ​ກິດ​ດ້ານ​ການ​ຂຸດ​ຄົ້ນ ແລະ ຈຳ­ໜ່າຍ​ຝຸ່ນ​ໂປ​ຕາສ, ຮອດ​ປະ­ຈຸ​ບັນ​ແມ່ນ​ດໍາ​ເນີນ​ການ​ວຽກ​ງານ​ເກືອ​ໂປ​ຕາ​ສ​ແລ້ວ 13 ປີ, ໄດ້​ຮັບ​ສິດ​ສໍາ​ປະ­ທານ​ເກືອ​ໂປ​ຕາ​ສ​ທັງ​ໝົດ​ໃນ​ແຂວງ​ຄໍາ​ມ່ວນ, ມີ​ຊັບ​ພະ­ຍາ​ກອນ​ສໍາ​ຮອງ ໂປ​ຕາ​ສ​ຊຽມ ຄ​ລໍ​ໄຣ ຫຼາຍ​ຫວ່າ 829 ລ້ານ​ໂຕນ, ເປັນ​ວິ​ສາ​ຫະ​ກິດ​ທີ່​ມີ​ຊັບ­ພະ­ຍາ­ກອນ ເກືອ​ໂປ​ຕາ​ສ​ໃຫຍ່​ທີ່​ສຸດ​ໃນ​ລາວ ແລະ ອາ​ຊີ. ໃນ​ປີ 2011, ບໍ­ລິ­ສັດ ໄດ້​ສໍາ​ເລັດ​ການ​ກໍ່­ສ້າງ​ໂຄງ­ການ​ຝຸ່ນ​ໂປ​ຕາ​ສ​ແບບ​ອຸດ​ສາ​ຫະ​ກໍາ​ທັນ​ສະ­ໄໝ, ຂະ­ໜາດ​ການ​ຜະ­ລິດ​ໃຫຍ່​ອັນ​ດັບ​ທີ​ໜຶ່ງ​ຂອງ​ປະ­ເທດ​ລາວ.  ໃນ​ເດືອນ​ມັງ­ກອນ   2020, ຫຼັງ​ຈາກ​ທີ່ ທີ​ມບໍໍ​ລິ​ຫານ​ໃໝ່​ຂຶ້ນ​ດໍາ​ລົງ​ຕໍາ​ແໜ່ງ, ກໍ​ເຮັດ​ໃຫ້​ການ​ດໍາ​ເນີນ​ງານ​ມີ​ປະ­ສິດ​ທິ​ຜົນ​ສູງ​ຂຶ້ນ, ເຮັດ​ໃຫ້​ຄົນ​ພາຍ​ນອກ​ເຫັນ​ໄດ້​ໃນ​ຄວາມ​ມະ­ຫັດ­ສະ­ຈັນ​ດັ່ງ​ກ່າວ.

ໃນ​ເດືອນ​ກັນ­ຍາ 2021, ບໍ­ລິ­ສັດ​ໄດ້​ສໍາ​ເລັດ​ໃນ​ການ​ກໍ່­ສ້າງ​ໂຄງ­ການ​ຝຸ່ນ​ໂປ​ຕາ​ສ​ຂະ­ໜາດ 1 ລ້ານ​ໂຕນ​ແຫ່ງ​ທໍາ​ອິດ 1 ປະ­ເທດ​ລາວ, ເຊິ່ງ​ໃຊ້​ເວ­ລາ​ພຽງ​ແຕ່ 17 ເດືອນ, ມີ​ຄວາມ​ໄວ​ໃນ​ການ​ກໍ່­ສ້າງ​ທີ່​ກາຍ​ລະ­ດັບ​ສາ­ກົນ, ອັນ​ເປັນ​ການ​ສ້າງ “ຄວາມ​ໄວ​ຂອງ​ປະ­ເທດ​ລາວ” ແລະ “ສິ່ງ​ມະ­ຫັດ­ສະ­ຈັນ​ຂອງຂະ­ແໜງ­ການ”, ສຸດ​ທ້າຍ​ກາຍ­ເປັນ ໂຄງ­ການ​ຝຸ່ນ​ໂປ​ຕາ​ສ​ທີ່​ໃຫຍ່​ທີ່​ສຸດ  ໃນ​ອາ­ຊີ​ຕາ­ເວັນ​ອອກ​ສ່ຽງ​ໃຕ້,  ສະ­ແດງ​ໃຫ້​ເຫັນ​ຄວາມ​ເຂັ້ມ­ແຂງ​ທາງ​ດ້ານ​ການ​ເງິນ, ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ­ຫນ້າ ແລະ ຄວາມ​ສາ­ມາດ​ໃນ​ການ​ຄຸ້ມ​ຄອງ​ແບບ​ມື​ອາ­ຊີບ​ຂອງ​ທີ​ມ​ງານ​ບໍລິຫານຄຸ້ມ​ຄອງ,   ກາຍ­ເປັນ​ການ​ດໍາ​ເນີນ​ງານ​ດ້ານ​ແຮ່​ເກືອ​ໂປ​ຕາ​ສ​ອັນ​ດັບ​ໜຶ່ງ​ຂອງ​ປະ­ເທດ​ລາວ.

ໂຄງ­ການ​ຜະ­ລິດ​ຝຸ່ນ​ໂປ​ຕາສ ຂະ­ໜາດ 1  ລ້ານ​ໂຕນ​ຕໍ່​ປີ​ແຫ່ງ​ທີ 2 ຄາດ​ວ່າ​ຈະ​ເລີ່ມ​ດຳ­ເນີນ​ການ​ທົດ​ລອງ​ໃນ​ທ້າຍ​ປີ​ນີ້, ໄລ­ຍະ​ເວ­ລາ​ການ​ກໍ່­ສ້າງ​ຂອງ​ໂຮງ­ງານ​ແມ່ນ​ໃຊ້​ເວ­ລາ​ພຽງ​ແຕ່ 10 ເດືອນ, ເປັນ​ສະ­ຖິ­ຕິ​ຄວາມ​ໄວ​ທີ່​ລື່ນ​ກາຍ​ສາ​ກົນ. ໂຄງ­ການ​ຜະ­ລິດ​ຝຸ່ນ​ໂປ​ຕາ​ສ​ແຫ່ງ​ທີ​ສາມ​ທີ່​ມີ​ກຳ­ລັງ​ການ​ຜະ­ລິດ 1 ລ້ານ​ໂຕນ​ຕໍ່​ປີ ໄດ້​ເລີ່ມ​ກໍ່­ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ, ຄາດ​ວ່າ​ທ້າຍ​ປີ​ໜ້າ​ກໍ​ສາ­ມາດ​ທົດ​ລອງ​ຜະ​ລິດ.

ໃນ​ຂະ­ນະ​ການ​ໄດ້​ຮັບ​ສິດ​ສໍາ​ປະ­ທານ​ແຮ່​ເກືອ​ໂປ​ຕາສ, ທາງ ຊີໂນ-ອາ​ກຣີ ໂປ​ຕາສ ໄດ້ຖື​ເອົາ​ໂອ­ກາດທີ່​ຕົນ​ເອງ​ມີ​ກໍາ​ລັງ​ແຮງ ເພື່ອ​ສ້າງ​ປະ­ສິດ​ຕິ​ພາບການ​ຜະ­ລິດ​ທີ່​ໄວ​ໃນ​ລາວ, ສ້າງ​ສະ­ຕິ​ຖິ​ຕິ​ໃໝ່​ດ້ານ​ການ​ພັດ­ທະ­ນາ​ບໍ່​ແຮ່​ໃນ​ລາວ, ບັນ­ລຸ​ການ​ດໍາ​ເນີນ​ງານ​ທີ່​ວ່ອງ­ໄວ ແລະ ໄດ້​ຮັບຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ­ດັບ​ສູງ​ຈາກ​ລັດ­ຖະ­ບານ ສປປ ລາວ.

​ຮັບ­ຜິດ­ຊອບ​ຂອງ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ໄດ້​ເວົ້າ​ວ່າ ໃນ​ເດືອນ​ເມ­ສາ​ຂອງ​ປີ​ນີ້ ບໍ­ລິ­ສັດ ໄດ້​ເລີ່ມ​ສະ­ເໜີຂໍ​ສໍາ​ປະ­ທານ​ບໍ່​ແຮ່ ເກືອ​ໂປ​ຕາ​ສ​ບ້ານ​ໜອງ​ລົ່ມ ເນື້ອ­ທີ່ 48.52km2,  ໃນ​ວັນ​ທີ 27 ຕຸ­ລາ​ ໄດ້​ຮັບແຈ້ງ​ການກ່ຽວ​ກັບ​ການ​ເຈ­ລະ­ຈາ​ສັນ​ຍາ​ສໍາ​ຫຼວດ​ຈາກ​ກະ­ຊວງ​ແຜນ­ການ ແລະ ການ​ລົງທຶນ, ໃນ​ວັນ​ທີ 4 ພະ­ຈິກ​ ໄດ້​ສໍາ​ເລັດ​ການ​ເຈ­ລະ­ຈາກັບອໍາ​ນາດ​ການ​ປົກ­ຄອງ​ແຂວງ​ຄໍາ​ມ່ວນ. ວັນ​ທີ 25 ເດືອນ​ພະ­ຈິກ ຫຼັງ​ຈາກ​ທີ່ນາ­ຍົກ­ລັດ­ຖະ­ມົນ­ຕີ​ມອບ​ສິດ​ໃຫ້​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ  ເຊັນ​ສັນ​ຍາ​ສໍາ​ຫຼວດ  ກັບ​ບໍ­ລິ­ສັດ, ໃນ​ວັນ​ທີ 27 ພະ­ຈິກ ບໍ­ລິ­ສັດ ກໍ​ສໍາ​ເລັດ​ການ​ຊໍາ​ລະ​ຄ່າ​ສໍາ​ປະ­ທານ 10 ລ້ານ​ໂດ​ລາ, ໄດ້​ຈ່າຍ​ອາ­ກອນ​ຊັບ­ພະ­ຍາ­ກອນ ແລະ ໄດ້​ຈັດ​ຕັ້ງ​ການ​ເຊັນ​ສັນ​ຍາ​ສໍາ​ຫຼວ​ດສໍາ​ເລັດ ແລະ ເລີ່ມ​ການ​ສໍາ​ຫຼວດ​ໃນ​ວັນ​ທີ 28 ພະ​ຈິກ.

ໃນ​ລະ­ຫວ່າງ​ນັ້ນ, ທາງ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ໄດ້​ກໍາ​ນົດ​ແຜນ​ການ​ສໍາ​ຫຼວດ​ທີ່​ລະ­ອຽດ, ທາງ ຊີ​ໂນ-ອາ​ກຣີ ໂປຕາສ ໄດ້​ເພີ່ມຈໍາ​ນວນ​ຂຸມ​ເຈາະ​ສໍາ​ຫຼວດ​ທີ່​ໄດ້​ມາດ­ຕະ­ຖານຕາມ​ຂັ້ນ​ຕອນ​ການ​ຂຸດ​ຄົ້ນ ໂດຍເພີ່ມ​ຂຶ້ນ​ຈາກ 37 ເປັນ 46, ເກີນ​ມາດ­ຕະ­ຖານ​ການ​ຂຸດ​ເຈາະ ໃນ​ພື້ນ​ທີ່​ຂຸດ​ຄົ້ນ​ບໍ່​ແຮ່​ເບື້ອງ​ຕົ້ນ​ໃນ​ໄລ­ຍະ​ການ​ຂຸດ​ຄົ້ນ​ບໍ່​ແຮ່.  ພ້ອມ​ນັ້ນ​ຍັງ​ໄດ້​ມີ​ການ​ກໍາ​ນົດ​ເຈດ​ຈໍາ​ນົງ​ການ​ສໍາ​ຫຼວດ​ກັບ 2 ບໍ­ລິ­ສັດ,  ສາ­ມາດ​ຮວບ­ຮວມ​ເຄື່ອງ​ຂຸດ​ເຈາະ​ໄດ້ 23 ເຄື່ອງ, ຮອດ​ປະ­ຈຸ​ບັນ​ແມ່ນ​ມີ 10 ກວ່າ​ເຄື່ອງ ທີ່​ມາ​ຮອດ​ສະ­ໜາມ ແລະ ສາ​ມາດ​ນໍາ​ໃຊ້​ໄດ້​ແລ້ວ, ສ່ວນ​ທີ່​ເຫຼືອ​ແມ່ນ​ກໍາ​ລັງ​ທະ­ຍອຍ​ມາ.

​ຮັບ­ຜິດ­ຊອບ​ໄດ້​ເວົ້າ​ວ່າ, ແຜນ​ການ​ສໍາ​ຫຼວດ ຂອງ​ບໍ­ລິ­ສັດ ໄດ້​ຍົກ​ສູງປະ­ສິດ­ທິ­ພາບ ແລະ ຄວາມ​ໄວ​ໃນ​ການ​ສຳ­ຫຼວດ ແລະ ຜະ­ລິດ​ເກືອ​ໂປ​ຕາສ ໃນ​ບ້ານ​ໜອງ​ລົ່ມ. ປັບ​ໄລ­ຍະ​ເວ­ລາ​ການ​ສໍາ​ຫຼວດ​ເດີມ 2 ປີ,  ການ​ສຶກ­ສາ​ຄວາມ​ເປັນ​ໄປ​ໄດ້ 1 ປີ ແລະ ການ​ປະ​ເມີນ​ສິ່ງ­ແວດ­ລ້ອມ 1 ປີ ມາ​ເປັນ 2 ຂັ້ນ​ຕອນ  ແຕ່​ລະຂັ້ນ​ຕອນ 1 ປີ ແລະ ພະ­ຍາ­ຍາມ​ໃຫ້​ສຳ­ເລັດ​ການ​ສຳ­ຫຼວດພາຍໃນ​ເຄິ່ງ​ປີ, ສຳ­ເລັດ​ການ​ສຶກ­ສາ​ຄວາມ​ເປັນ​ໄປ​ໄດ້ ແລະ ການ​ປະ​ເມີນ​ຜົນ​ກະ­ທົບ​ຕໍ່​ສິ່ງ­ແວດ­ລ້ອມ​ໃນອີກ​ເຄິ່ງ​ປີ. ຫຼັງ​ຈາກ​ດໍາ​ເນີນ​ການ​ຜະ­ລິດ​ເກືອ​ໂປ​ຕາສ,  ນອກ­ຈາກ​ຜົນ​ປະ­ໂຫຍດ​ທີ່​ໄດ້​ມາ​ຈາກ​ການ​ລົງ­ທຶນ​ໃນ​ຊັບ​ສິນ​ຄົງ​ທີ່​ໃນ​ໄລ­ຍະ​ການ​ກໍ່­ສ້າງ, ທຸກໆ​ການ​ຜະ­ລິດ ເກືອ​ໂປ​ຕາສ 1 ລ້ານ​ໂຕນ ຊຸກ­ຍູ້​ໃຫ້​ເກີດ​ການ​ຈ້າງ​ງານ​ແກ່ 3000 ຄົນ ແລະ ຍັງ​ສາ​ມາດ​ນໍາ​ມາ​ເຊິ່ງ​ການ​ເສຍ​ພາ­ສີ​ອາ­ກອນ​ປະ​ຈໍາ​ປີ​ໃຫ້​ແກ່​ລັດ­ຖະ­ບານເປັນ​ເງິນ 30 ລ້ານ​ໂດ​ລາ​ສະ­ຫະ​ລັດ. ຜົນ​ປະ­ໂຫຍດ​ທາງ​ດ້ານ​ເສດ­ຖະ­ກິດ​ໃນ​ອະ­ນາ­ຄົດ​ຂອງ​ໂຄງ­ການ ຂຸດ​ຄົ້ນ​ເກືອ​ໂປ​ຕາສ ຢູ່​ບ້ານ​ໜອງ​ລົ່ມ ຄາດ​ວ່າ​ຈະ​ສູງ​ກວ່າ​ຄວາມ​ຄາດ​ຫວັງ​ຂອງ​ລັດ­ຖະ­ບານ​ລາວ.

ໃນ​ໄລ­ຍະ​ທີ່​ສຳ­ຄັນ​ຂອງ​ການ​ຫັນ­ປ່ຽນ ແລະ​ພັດ­ທະ­ນາ​ເສດ­ຖະ­ກິດ, ປະ­ສິດ​ຕິ​ພາບ ແລະ ຄວາມ​ໄວ​ໃນ​ການ​ດໍາ​ເນີນ​ງານ​ຂອງ​ບໍ­ລິ­ສັດ ແມ່ນ​ເປັນ​ແບບ­ຢ່າງ​ທີ່​ໃຫ້​ກັບ​ຂະ­ແໜງ­ການ​ອື່ນໆ​ໃນ​ລາວ.

ຮູບ​ແບບ​ການ​ພັດ­ທະ­ນາ​ເຂດ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​​ໂປ​ຕາ​ສ​ຂອງ ບໍ­ລິ­ສັດ ຊີ​ໂນ​-​ອາ​ກຣີ ​ໂປ​ຕາສ ຈໍາ​ກັດ ທີ່ໜ້າສຶກສາແລະຮຽນຮູ້

ເນັ້ນ​ໃສ່​ການ​ພັດ­ທະ­ນາ​ກໍ່­ສ້າງ​ເຂດ​ບໍ່​ແຮ່​ດັ່ງ­ກ່າວ, ບໍ­ລິ­ສັດ ຊີ​ໂນ​-​ອາ​ກຣິ ​ໂປ​ຕາສ ຈໍາ​ກັດ  ກໍ​ມີ​ການ​ວາງ​ແຜນ​ຢ່າງ​ລະ­ອຽດ, ການ​ວາງ​ແຜນ​ດັ່ງ­ກ່າວ​ເປັນ​ນະ​ວັດ​ຕະ​ກໍາ​ໃໝ່​ຂອງ​ຮູບ​ແບບ​ການ​ພັດ­ທະ­ນາ​ບໍ່ແຮ່ ຫລື ຈະ​ເປັນ​ການ​ຫັນ­ປ່ຽນ​ມູນ​ຄ່າ​ຊັບ­ພະ­ຍາ­ກອນ​ບໍ່​ແຮ່​ຂອງ​ປະ­ເທດ​ລາວ​ກາຍ­ເປັນ​ມູນ​ຄ່າ​ເສດ­ຖະ­ກິດ, ຊຸກ­ຍູ້​ການ​ພັດ­ທະ­ນາ​ເສດ­ຖະ­ກິດ ແລະ ສັງ­ຄົມ​ປະ­ເທດ​ລາວ​ຢ່າງ​ແທ້​ຈິງ.

ຈາກການເປີດເຜີຍຂອງຫົວໜ້າວິສະວະກອນ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ: ບໍລິສັດ  ກໍາລັງກໍ່ສ້າງເຂດນິຄົມອຸດສາຫະກໍາລະດັບປະເທດຢູ່ແຂວງຄໍາມ່ວນ. ອີງໃສ່ຊັບພະຍາກອນບໍ່ແຮ່ທີ່ມີໃນ ປັດຈຸບັນ, 1. ເລັ່ງຂະຫຍາຍກໍາລັງການຜະລິດຂອງຝຸ່ນໂປຕາສ, ສ້າງເຂດນິຄົມອຸດສາຫະກໍາຝຸ່ນໂປຕາສ. ປັດຈຸບັນ,  ໂຄງການທີສອງ ແລະ ໂຄງການທີສາມ ໂຄງການຜະລິດຝຸ່ນໂປຕາສ 1 ລ້ານໂຕນ/ປີ  ແມ່ນກໍາລັງດໍາເນີນການກໍ່ສ້າງຢ່າງເຕັມທີ່, ສ່ວນໂຄງການທີສີ່ ແລະ ໂຄງການທີຫ້າ ໂຄງການຜະລິດຝຸ່ນໂປຕາສ 1 ລ້ານໂຕນ/ປີ ແມ່ນໄດ້ປະກອບເອກະສານ ແລະ ສະເໜີໄປຫາພາກສ່ວນທີ່ກ່ຽວຂ້ອງຂອງພາກລັດລາວແລ້ວ. ຄາດຄະເນ ປີ 2023 ບັນລຸກໍາລັງການຜະລິດປຸ໋ຍໂປຕາສ 3 ລ້ານໂຕນ, ປີ 2025 ບັນລຸກໍາລັງການຜະລິດ 5 ລ້ານໂຕນ, ພະຍາຍາມສູ້ຊົນເພື່ອໃຫ້ບັນລຸຂະໜາດກໍາລັງການຜະລິດລະດັບ 10 ລ້ານໂຕນໃນໄລຍະກາງ ແລະ ໄລຍະຫຼັງ, ກາຍເປັນຖານຜະລິດຝຸ່ນໂປຕາສໃຫຍ່ທີ່ສຸດໃນອັນດັບທີ 4 ຂອງໂລກ; 2. ສົມ­ທົບ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ທີ່​ບໍ່​ແມ່ນ​ໂປ​ຕາສ, ສ້າງ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອະໂປຕາສ (​ບໍ່​ມີ​ໂປ​ຕາ​ສ),  ນໍາ​ໃຊ້​ຊັບ­ພະ­ຍາ­ກອນ​ແຮ່​ຕິດ​ພັນ​ຂອງບໍ່ແຮ່​ເກືອ​ໂປ​ຕາສ (ໂບຣ​ມິນ, ເກືອນາຕີ ແລະ ອື່ນໆ), ພັດ­ທະ­ນາ​ໂຄງ­ການ​ສານ​ໂບຣ​ມິນ, ອຸດ​ສາ​ຫະ​ກໍາ​ເຄ​ມີ​ ຄລໍ-ອານຄາໄລ (chlor-alkali), ເກືອ​ບໍລິໂພກ ແລະ ອື່ນໆ, ນໍາ​ໃຊ້​ຊັບ­ພະ­ຍາ­ກອນ​ບໍ່​ແຮ່​ແບບກວມລວມໃນ​ວົງ​ປິດ, ລົງເລິກການເພີ່ມ​ມູນ​ຄ່າ​ເສດ­ຖະ­ກິດ​, ຜ່ານ​ການ​ວາງ​ແຜນ​ຜະ­ລິດ​ຕະ​ພັນ​ຫຼາຍ​ຮູບ​ແບບ,   ສ້າງ​ເປັນ​ຮູບ​ແບບ​ອຸດ​ສາ​ຫະ​ກໍາ​ໃໝ່​ທີ່​ທົດ​ແທນ​ການ​ນໍາ​ເຂົ້າ ແລະ ສ້າງ​ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​ຂອງ​ປະ­ເທດ​ລາວ; 3. ສ້າງ​ຕົວ​ເມືອງ ອາຊີ​-​ໂປ​ຕາ​ສ​ຂະ­ໜາດ​ນ້ອຍ, ຊຸກ­ຍູ້​ການ​ພັດ­ທະ­ນາ​ແບບ​ຕົວ​ເມືອງ. ຜ່ານ​ການ​ສ້າງ​ຕົວ​ເມືອງ​ຂະ­ໜາດ​ນ້ອຍ, ປັບ­ປຸງ​ສະ­ພາບ​ແວດ​ລ້ອມ​ດໍາ​ລົງ​ຊີ­ວິດ​ຂອງ​ປະ­ຊາ­ຊົນ​ໃນ​ບໍ­ລິ­ເວນ​ອ້ອມ​ຂ້າງ,   ດໍາ​ເນີນ​ການ­ເຄື່ອນ­ໄຫວ​ຊ່ວຍ­ເຫຼືອ​ຄວາມ­ທຸກ​ຍາກ​ດ້ວຍ​ກະ​ສິ​ກໍາ ແລະ ສ້າງ​ກອງ​ທຶນ​ການ​ສຶກ­ສາ, ເຮັດ​ໃຫ້­ການ​ພັດ­ທະ­ນາ​ສົ່ງ​ຜົນ​ປະ­ໂຫຍດ​ຕົວ​ຈິງ​ຕໍ່​ປະ­ຊາ­ຊົນ​ໃນ​ບໍ­ລິ­ເວນ​ອ້ອມ​ຂ້າງ, ຊຸກ­ຍູ້​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ທ້ອງ­ຖິ່ນ   ແລະ ການ​ກໍ່­ສ້າງ​ຊີ­ວິດ​ສັງ​ຄົມ. ໃນ​ອະ­ນາ­ຄົດ,  ບໍ­ລິ­ສັດ​ວາງ​ແຜນ​ຈະ​ນໍາ​ເອົາ​ຮູບ​ແບບ​ການ​ພັດ­ທະ­ນາ​ດັ່ງ­ກ່າວ​ໄປ​ນໍາ​ໃຊ້​ໃນ​ເຂດ​ບໍ່​ເກືອ​ໂປ​ຕາສ ເນື້ອ­ທີ່ 48.52 ກິ­ໂລ​ຕາ​ແມັດ ຢູ່​ບ້ານ​ໜອງລົ່ມ ແລະ ເຮັດ​ໃຫ້​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ມີ​ການ​ເຊື່ອມ​ໂຍງ​ກັນ, ສ້າງ​ມູນ​ຄ່າ​ສູງ​ກວ່າ​ເກົ່າ ແລະ ສົ່ງ​ຜົນ​ປະ­ໂຫຍດ​ຕໍ່​ປະ­ຊາ­ຊົນ​ຫຼາຍ​ກວ່າ​ເກົ່າ.

ບໍ­ລິ­ສັດ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ຈໍາ​ກັດ ໄດ້​ຖື​ເອົາ​ອຸດ​ສາ​ຫະ​ກໍາ​ຝຸ່ນ​ໂປ​ຕາ​ສ​ເປັນ​ແກ່ນ​ສານ, ດໍາ​ເນີນ​ການ​ຂະ­ຫຍາຍ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ​ແບບ​ແນວ​ຕັ້​ງ-​ແນວ​ນອນ,  ສ້າງ​ຮູບ​ແບບ​ການ​ພັດ­ທະ­ນາ​ຂອງ​ເຂດ​ນິ­ຄົມ​ອຸດ​ສາ​ຫະ​ກໍາ, ບໍ່​ພຽງ​ແຕ່​ຈະ​ຊ່ວຍ​ສະ­ໜອງ​ແນວ​ຄິດ​ໃໝ່  ແລະ  ການ​ສາ­ທິດ​ໃໝ່​ໃຫ້​ແກ່​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ບໍ່​ແຮ່​ຂອງ​ປະ­ເທດ​ລາວ,  ມີ​ຜົນ​ດີ​ຕໍ່​ການ​ຊຸກ­ຍູ້​ການ​ພັດ­ທະ­ນາ​ອຸດ​ສາ​ຫະ​ກໍາ ແລະ ຕົວ​ເມືອງ​ຂອງ​ປະ­ເທດ​ລາວ.

ປຽບ​ເໝືອນ​ຟ້າ​ກັບ​ດິນ, ການ​ສົມ​ທຽບ​ຢ່າງ​ຮຸນ​ແຮງ​ເຮັດ​ໃຫ້​ມີ​ການ​ໄຕ່­ຕອງ

ໃນ​ເຂດ​ບໍ່​ເກືອ​ໂປ​ຕາສ ບ້ານ​ໜອງ​ລົ່ມ, ບໍ­ລິ­ສັດ ໄດ້​ຈັດ​ສັນ​ເຄື່ອງ​ຈັກ​ຊີ​ເຈາະ 10 ກວ່າ​ເຄື່ອງ ເຂົ້າ​ໃນ​ວຽກ​ງານ​ການ​ເຈາະ​ສໍາ​ຫຼວດ​ໃນ​ອາ­ກາດ​ທີ່​ຮ້ອນ​ຫຼາຍ,  ບັນ­ຍາ­ກາດ​ອັນ​ຟົດ­ຟື້ນ​ໃນ​ພິ​ທິ​ເປີດ   ໂຄງ­ການ​ກໍ່​ເຮັດ​ໃຫ້​ເຮົາ​ເຫັນ​ຄວາມ​ຈະ­ເລີນ​ຮຸ່ງ­ເຮືອງ​ໃນ​ອະ​ນາ​ຄົດ. ແຕ່​ວ່າ,  ນັກ​ຂ່າວ​ກໍ່​ໄດ້​ສັງ­ເກດ​ເຫັນ​ເຂດ​ບໍ່​ແຮ່​ອີກ​ເຂດ​ໜຶ່ງ​ທີ່​ຕິດ​ກັບ​ເຂດ​ບໍ່​ເກືອ​ໂປ​ຕາສ ບ້ານ​ໜອງ​ລົ່ມ ແມ່ນ​ງຽບ​ເຫງົາ​ຫຼາຍ. ພາຍ​ຫຼັງ​ທໍາ​ຄວາມ​ເຂົ້າ­ໃຈ​ແລ້ວ,ນັກ​ຂ່າວ​ຈຶ່ງ​ຮູ້​ວ່າ ນີ້​ກໍ່​ເປັນ​ເຂດ​ບໍ່​ເກືອ​ໂປ​ຕາ​ສ​ອີກ​ເຂດ​ໜຶ່ງ​ທີ່​ຕິດ​ກັບ​ເຂດ​ບໍ່​ເກືອ​ໂປ​ຕາສ ບ້ານ​ໜອງ​ລົ່ມ,    ເຊິ່ງ​ໄດ້​ເຊັນ​ສັນ­ຍາ​ສຶກ­ສາ​ສໍາ​ຫຼວດ​ໃນ​ເດືອນ 3 ປີ 2022, ແຕ່​ວ່າ ການ​ວາງ­ເງິນ​ຂອງ​ບໍ­ລິ­ສັດ​ແມ່ນ​ມີ​ຄວາມ​ຊັກ​ຊ້າ, ປະ­ສິດ­ທິ­ພາບ​ການ​ສໍາ​ຫຼວດ​ກໍ່​ຕໍ່າ​ຫຼາຍ, ປັດ​ຈຸ​ບັນ​ສໍາ​ເລັດ​ການ​ຊີ​ເຈາະ​ພຽງ 2 ຮູ​ເທົ່າ​ນັ້ນ ແລະ ວຽກ​ງານ​ການ​ສໍາ​ຫຼວດ​ຢູ່​ໃນ​ສະ­ພາບ​ຢຸດ​ເຊົາ.

ຈາກ​ທີ່​ຮັບ​ຮູ້​ແລ້ວ, ຊັບ­ພະ­ຍາ­ກອນ​ບໍ່​ແຮ່​ຂອງ​ປະ­ເທດ​ລາວ​ມີ​ຄວາມ​ອຸ­ດົມ­ສົມ­ບູນ, ລວມ​ທັງ​ບໍ່​ເກືອ​ໂປ​ຕາສ, ບໍ່​ຖ່ານ​ຫີນ, ບໍ່​ບົກ​ຊິດ ແລະ ບໍ່​ແຮ່​ອື່ນໆ, ລະ­ດັບ​ການ​ພັດ­ທະ­ນາ​ຂ້ອນ​ຂ້າງ​ຕໍ່າ, ພື້ນ​ທີ່​ການ​ພັດ­ທະ­ນາ​ກວ້າງ, ກາຍ­ເປັນ “ສະ­ຫວັນ​ແຫ່ງ​ການ​ຂຸດ​ຄົ້ນ​ບໍ່​ຄໍາ” ຂອງ​ນັກ​ລົງ­ທຶນ, ໄດ້​ດຶງ​ດູດ​ນັກ​ລົງ­ທຶນ​ເປັນ​ຈໍາ​ນວນ​ຫຼາຍ. ພ້ອມ​ນີ້, ກໍ່​ໄດ້​ດຶງ​ດູດ​ນັກ​ສວຍ­ໂອ­ກາດ ແລະ ນັກ​ລົງ­ທຶນ​ທີ່​ມີ​ຄວາມ​ສາ​ມາດ​ຕໍ່າ. ວິ​ສາ​ຫະ​ກິດ​ລັກ­ສະ­ນະ​ສວຍ­ໂອ­ກາດ​ເຫຼົ່າ​ນີ້ ມັກ​ຈະ​ກັກ​ຕຸນ ແລະ ຄອບ­ຄອງ​ສິດ, ເມື່ອ​ໄດ້​ຮັບ​ສິດ­ທິ​ບໍ່​ແຮ່​ແລ້ວ  ບໍ່​ດໍາ​ເນີນ​ການ​ພັດ­ທະ­ນາ, ລໍ­ຖ້າ​ໂອ­ກາດ​ແລ້ວ​ໂອນ​ຂາຍ​ດ້ວຍ​ລາ­ຄາ​ສູງ; ວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ສາ​ມາດ​ຕໍ່າ, ໃນ​ເມື່ອ​ໄດ້​ຮັບ​ສິດ­ທິ​ບໍ່​ແຮ່​ແລ້ວ, ເນື່ອງ​ຈາກ​ມີ​ຂໍ້​ຈໍາ​ກັດ​ດ້ານ​ຄວາມ​ສາ­ມາດ, ພຽງ​ແຕ່​ສາ​ມາດ​ດໍາ​ເນີນ​ການ​ປຸງ​ແຕ່ງ​ຊັບ­ພະ­ຍາ­ກອນ​ບໍ່​ແຮ່​ໃນ​ຂັ້​ນທໍາ​ອິດ ຫລື ພັດ­ທະ­ນາ​ພາກ­ສ່ວນ​ໜຶ່ງ​ເທົ່າ​ນັ້ນ, ຜົນ​ປະ­ໂຫຍດ​ໃນ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ບໍ່​ແຮ່​ໄດ້​ຫຼຸດ​ລົງ​ຫຼາຍ. ບໍ່​ວ່າ​ຈະ​ເປັນ​ການ​ສວຍ­ໂອ­ກາດ​ກັກ​ຕຸນ ຫລື ຄອບ­ຄອງ​ສິດ,ການ​ປຸງ​ແຕ່ງ​ຂັ້​ນທໍາ​ອິດ ແລະ ການ​ພັດ­ທະ­ນາ​ພາກ­ສ່ວນ​ໜຶ່ງ​ທີ່​ໄດ້​ຮັບ​ການ​ຈໍາ​ກັດ​ດ້ານ​ຄວາມ​ສາ­ມາດ, ທັງ​ເປັນ​ການ​ລະ­ເມີດ​ສັນ­ຍາ​ທີ່​ເຊັນ​ກັບ​ລັດ­ຖະ­ບານ ແລະ  ສົ່ງ​ຜົນ​ກະ­ທົບ​ຕໍ່​ການ­ສະ­ແດງ​ທ່າ­ແຮງ​ດ້ານ​ຊັບ­ພະ­ຍາ­ກອນ​ແຮ່​ທາດ​ຂອງ​ປະ­ເທດ​ລາວ, ສົ່ງ​ຜົນ​ກະ­ທົບ​ຕໍ່​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ແບບ​ຄຸນ​ນະ​ພາບ ແລະ ວ່ອງ­ໄວ​ຂອງ​ປະ­ເທດ​ລາວ.

ຕໍ່​ເຫດ­ການ​ເຫຼົ່າ​ນີ້, ທາງ​ພາກ­ສ່ວນ​ກ່ຽວ­ຂ້ອງ​ຂອງ​ລັດ­ຖະ­ບານ​ຈະ​ຕ້ອງ​ໃຫ້​ຄວາມ​ເອົາ­ໃຈ­ໃສ່​ທີ່​ສຸດ, ສໍາ​ລັບ​ວິ​ສາ​ຫະ​ກິດ​ທີ່​ມີ​ສິດ­ທິ​ບໍ່​ແຮ່​ແຕ່​ບໍ່​ດໍາ​ເນີນ​ການ​ພັດ­ທະ­ນາ, ຈະ​ຕ້ອງ​ກໍາ​ນົດ​ເວ­ລາ​ເກັບ​ຄືນ​ສິດ­ທິ​ບໍ່​ແຮ່, ແລ້ວ​ນໍາ​ເອົາ​ຊັບ­ພະ­ຍາ­ກອນ​ເຂົ້າ​ໃນ​ຕະ­ຫຼາດ​ຄືນ­ໃໝ່, ເພື່ອ​ເລືອກ​ເອົາ​ວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ສາ­ມາດ ແລະ ເຮັດ​ແທ້​ທໍາ​ຈິງ​ນັ້ນ​ເຂົ້າ​ໄປ​ດໍາ​ເນີນ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ແບບ​ລົງ​ເລິກ, ສ້າງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ​ປຸງ​ແຕ່ງ​ຊັບ­ພະ­ຍາ­ກອນ​ບໍ່​ແຮ່​ທັງ​ໝົດ; ໝູນ​ໃຊ້​ຕົ້ນ​ທຶນ​ພະ­ລັງ­ງານ​ໄຟ​ຟ້າ​ຕໍ່າ ແລະ ຄ່າ​ແຮງ​ງານ​ຕໍ່າ​ຂອງ​ປະ­ເທດ​ລາວ, ດໍາ​ເນີນ​ການ​ລວບ​ລວມ​ອຸດ​ສາ​ຫະ​ກໍາ, ສ້າງ​ເປັນ​ກຸ່ມ​ອຸດ​ສາ​ຫະ​ກໍາ, ເພື່ອ​ຊຸກ­ຍູ້​ການ​ພັດ­ທະ­ນາ​ອຸດ​ສາ​ຫະ​ກໍາ​ຂອງ​ປະ­ເທດ​ລາວ, ເພີ່ມ​ລະ­ດັບ​ຄວາມ​ສາ­ມາດ​ດ້ານ​ການ​ສະ­ໜອງ​ຜະ­ລິດ​ຕະ​ພັນ ແລະ ຄວາມ​ສາ­ມາດ​ດ້ານ​ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​ຂອງ​ປະ­ເທດ​ລາວ, ເຮັດ​ໃຫ້​ມູນ​ຄ່າ​ເງິນ­ຕາ​ຂອງ​ປະ­ເທດ​ລາວ​ມີ​ຄວາມ​ໝັ້ນ­ຄົງ,   ຊຸກ­ຍູ້​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ແບບ​ແຂງ­ແຮງ ແລະ ວ່ອງ­ໄວ​ຂອງ​ປະ­ເທດ​ລາວ.