Home Blog Page 21

ການແຂ່ງຂັນຢູໂດ ທົ່ວປະເທດ ຊີງຂັນລັດຖະມົນຕີ ສສກ 2022

ສະໂມສອນ ຢູໂດ ວຽງຈັນ ສາມາດຍາດມາໄດ້ເຖິງ 6 ຫຼຽນຄຳ, 11 ຫຼຽນເງິນ ແລະ 3 ຫຼຽນທອງ ເປັນອັນດັບໜຶ່ງ ຄອງເຈົ້າຫຼຽນຄຳ ໃນການແຂ່ງຂັນຢູໂດ ຊີງແຊ໋ມທົ່ວປະເທດ ຄັ້ງທີ 11 ປະຈຳປີ 2022 ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄປຄອງ ຂະນະທີ່ຮອງເຈົ້າຫຼຽນຄຳ ຕົກເປັນຂອງສະໂມສອນ ຢູໂດ ສະຫວັນນະເຂດ ແລະ ອັນດັບທີ 3 ສະຖາບັນກິລາ-ກາຍະກຳ.

ສະຫະພັນກິລາຢູໂດແຫ່ງຊາດ ຈັດການແຂ່ງຂັນຢູໂດ ຊີງແຊ໋ມທົ່ວປະເທດ ຄັ້ງທີ 11 ປະຈຳປີ 2022 ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໃນລະຫວ່າງວັນທີ 15-16 ຕຸລາ ຜ່ານມາ ທີ່ສູນໂບໂດເຊັນເຕີ (ຂ້າງສະໜາມກິລາເຈົ້າອານຸວົງ), ໃຫ້ກຽດເຂົ້າຮ່ວມມອບລາງວັນຂອງ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມພູ ພົງສາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງ ສສກ ແລະ ທ່ານ ເຂັມຊາດ ພິລາພັນເດຊ ປະທານສະຫະພັນຢູໂດແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ, ຜູ້ອຳນວຍການສະຖາບັນກິລາ-ກາຍະກຳ, ຕາງໜ້າສະຖານທູດຍີ່ປຸ່ນ, ບັນດາຜູ້ໃຫ້ການສະໜັບສະໜູນ, ຄະນະນຳ, ຄູຝຶກ ແລະ ນັກກິລາ ແຕ່ລະສະໂມສອນພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດກອງເຊຍ ແລະ ສື່ມວນຊົນ.
ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນກໍເພື່ອເປັນການສ້າງໂອກາດໃຫ້ນັກກິລາຮຸ່ນສືບທອດມີຄວາມສາມາດກ້າສະແດງອອກໃນເວທີການແຂ່ງຂັນ ແນໃສ່ສ້າງນັກກິລາກຽມເຂົ້າຮ່ວມການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ທ້າຍປີນີ້ ພ້ອມທັງເປັນການຄັດເລືອກນັກກິລາດີເດັ່ນກຽມຕາງໜ້າທີມຊາດລາວ ຮ່ວມງານກິລາຊີເກມ ຄັ້ງທີ 31 ທີ່ປະເທດກຳປູເຈຍ ປີ 2023 ແລະ ການແຂ່ງຂັນກິລາເອຊຽນເກມ ທີ່ຫາງໂຈວ ສປ ຈີນ ໃນປີ 2023 ອີກດ້ວຍ.

ລາຍການນີ້ ມີນັກກິລາຢູໂດເຂົ້າຮ່ວມ 121 ຄົນ, ຍິງ 33 ຄົນ ຈາກ 16 ສະໂມສອນ ແບ່ງເປັນ 30 ຮຸ່ນ ປະກອບມີ ປະເພດຮຸ່ນອະນຸຊົນ ຕໍ່າກວ່າ 12 ປີ ມີ 6 ຮຸ່ນນ້ຳໜັກ, ປະເພດເຍົາວະຊົນ ຮຸ່ນອາຍຸ 13-15 ປີ 10 ຮຸ່ນນໍ້າໜັກ, ປະເພດເຍົາວະຊົນ ອາຍຸ 16-20 ປີ 12 ຮຸ່ນນໍ້າໜັກ ແລະ ປະເພດທົ່ວໄປ ອາຍຸ 21 ປີ ຂຶ້ນໄປ 13 ຮຸ່ນນໍ້າໜັກ. ນອກຈາກນັ້ນ, ຍັງມີການຊີງຂັນຊະນະເລີດ ໃນປະເພດຕ່າງໆ ເປັນຕົ້ນແມ່ນຂັນປະເພດທີມຄະແນນລວມດີເດັ່ນ 1 ຂັນ ຂອງທ່ານ ລັດຖະມົນຕີ ສສກ ແລະ ຂັນປະເພດທີມຊະນະເລີດ 1 ຂັນ ຂອງທ່ານປະທານສະຫະພັນກິລາຢູໂດແຫ່ງຊາດ ພ້ອມທັງຂັນລາງວັນປະເພດນັກກິລາດີເດັ່ນ, ຂັນລາງວັນນັກກິລາດີເດັ່ນຊາຍ ປະເພດອາຍຸ -12 ປີ, ຂັນລາງວັນນັກກິລາດີເດັ່ນຍິງ ປະເພດ ອາຍຸ -12 ປີ, ຂັນລາງວັນນັກກິລາດີເດັ່ນຊາຍ ປະເພດ ອາຍຸ 13-15 ປີ, ຂັນລາງວັນນັກກິລາດີເດັ່ນຍິງ ປະເພດ ອາຍຸ 13-15 ປີ, ຂັນລາງວັນນັກກິລາດີເດັ່ນຊາຍ ປະເພດ ອາຍຸ 16-20 ປີ, ຂັນລາງວັນນັກກິລາດີເດັ່ນຍິງ ປະເພດ ອາຍຸ 16-20 ປີ, ຂັນລາງວັນນັກກິລາດີເດັ່ນຊາຍ ປະເພດ ອາຍຸ 21 ປີຂຶ້ນໄປ ແລະ ຂັນລາງວັນນັກກິລາດີເດັ່ນຊາຍ ປະເພດ ອາຍຸ 21 ປີຂຶ້ນໄປ.
ຜ່ານການແຂ່ງຂັນປະກົດວ່າ: ສະໂມສອນ ວຽງຈັນ ສາມາດຄອງເຈົ້າຫຼຽນຄຳ ດ້ວຍການກວາດທັງໝົດ 6 ຫຼຽນຄຳ, 11 ຫຼຽນເງິນ ແລະ 3 ຫຼຽນທອງ ຂະນະທີ່ຮອງເຈົ້າຫຼຽນຄຳ ຕົກເປັນຂອງສະໂມສອນ ຢູໂດ ສະຫວັນນະເຂດ ຍາດໄດ້ 6 ຫຼຽນຄຳ, 6 ຫຼຽນເງິນ ແລະ 4 ຫຼຽນທອງ, ອັນດັບທີ 3 ສະຖາບັນກິລາ-ກາຍະກຳ ຍາດໄດ້ 5 ຫຼຽນຄຳ, 2 ຫຼຽນເງິນ ແລະ 8 ຫຼຽນທອງ, ອັນດັບທີ 4 ສະໂມສອນ Ippon Judo Club ຈາກປະເທດໄທ ຍາດໄດ້ 5 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງ, ອັນດັບທີ 5 ສະໂມສອນ Blue Tree Phuket ຈາກປະເທດໄທ ຍາດໄດ້ 5 ຫຼຽນຄຳ, 1 ຫຼຽນເງິນ ແລະ ອັນດັບທີ 6 ສະໂມສອນ ກະຊວງປ້ອງກັນປະເທດ ຍາດໄດ້ 2 ຫຼຽນຄຳ ແລະ 1 ຫຼຽນເງິນ ພິເສດນອກຈາກນີ້ ກໍຍັງມີການແຂ່ງຂັນຢູໂດປະເພດຕໍ່ສູ້ທີມ ຜົນປະກົດວ່າ ຊະນະເລີດ ຕົກເປັນຂອງ ສະໂມສອນ Ippon Judo Club, ອັນດັບທີ 2 ສະໂມສອນ ວຽງຈັນ ແລະ ອັນດັບທີ 3 ສະໂມສອນ Blue Tree Phuket.
ລາຍການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ເຄພີ ຈຳກັດ, ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈຳກັດ, ບໍລິສັດ ເຄພີ 3G ໂນມຸນ, ບໍລິສັດ ຄຣູສະປອດ ຈຳກັດ, ບໍລິສັດ ເຄພີ ບິວ ຈຳກັດ (ສະຫວັນນະເຂດ), ພະແນກຂາຍນ້ຳມັນເຄື່ອງແຊວ ເຄພີ, ພະແນກຢາງ ບຣີດສະໂຕນ ເຄພີ, ບໍລິສັດ ທິບພະຍະປະກັນໄພ ຈຳກັດ, ບໍລິສັດ ຄູໂບຕ້າ ລາວໂຊນ ຈຳກັດ, ບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ, ບໍລິສັດ ເທບຈະເລີນ ຊະມຸນຕີ, KSP, ບໍລິສັດ ອີຊູຊຸ ລາວ, KP Logistic, ບໍລິສັດ ອີໂນະຈິໂອະ ເຄພີ ລາວ ຈຳກັດ, ບໍລິສັດ ຟ້າໃຫຍ່ ມີເດຍ ຈຳກັດ.

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

ແຂວງຈຳປາສັກ ຮັບຮອງບ້ານພັດທະນາ ໄດ້ 576 ບ້ານ

ປັດຈຸບັນ ແຂວງຈຳປາສັກໄດ້ຢັ້ງຢືນ ແລະ ຮັບຮອງບ້ານພັດທະນາ ຈຳນວນ 576 ບ້ານ ກວມ 89,9% ຂອງຈຳນວນບ້ານທັງໝົດທົ່ວແຂວງ, ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍ ໄດ້ 25 ບ້ານ, ໄດ້ກຳນົດເປັນຈຸດສຸມແຜນສ້າງບ້ານພັດທະນາໃຫ້ປະຊາຊົນຢູ່ດີກິນດີ ຈຳນວນ 20 ບ້ານ, ໃນຂະນະດຽວກັນໄດ້ຫັນເອົາ ພະນັກງານລົງກໍ່ສ້າງຮາກຖານການເມືອງ ຈຳນວນ 1.158 ສະຫາຍ ແລະ ສຸມໃສ່ນຳພາຈັດຕັ້ງປະຕິບັດຕາມ 6 ເນື້ອໃນ 9 ມາດຖານ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ຮັບຜົນສຳເລັດຫຼາຍດ້ານ.ສະ​ຫາຍ ວິໄລວົງ ບຸດດາຄຳ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ປະກອບຄຳເຫັນ ໃນຫົວຂໍ້” ການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ຕິດພັນກັບການສ້າງບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຢູ່ແຂວງຈຳປາສັກ” ຕໍ່ກອງປະຊຸມ ສະຫຼຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ ຕິດ​ພັນ​ກັບ​ການພັດທະນາຊົນນະບົດ ​ແລະ ວຽກ​ງານ 3 ສ້າງ ໃຫ້​ຮູ້ວ່າ:

ໃນ​ໄລ​ຍະ​ຜ່ານ​ມາ ແຂວງ​ຈຳ​ປາ​ສັກໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດໃຫ້ແກ່ຄະນະພັກ, ສະມາຊິກພັກ, ອົງການຈັດຕັ້ງຕ່າງໆ ແລະ ປະຊາຊົນດ້ວຍການຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍ, ບັນດາມະຕິ, ຄໍາສັ່ງຕ່າງໆຂອງພັກ-ລັດ ຕິດພັນກັບ ການຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນສໍາຄັນຂອງພັກ-ຂອງຊາດ ຢ່າງເປັນລະບົບຕໍ່ເນື່ອງ, ຄຽງຄູ່ກັນນັ້ນ ກໍໄດ້ຖືເປັນສໍາຄັນຕໍ່ການປັບປຸງຄວາມເຂັ້ມແຂງການຈັດຕັ້ງໃນລະ​ບົບການເມືອງຢູ່ຂັ້ນຮາກຖານ ໂດຍສຸມໃສ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມ 5 ເນື້ອ ໃນເປັນບັນຫາໃຈກາງ.ໃນນັ້ນໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຕໍ່ການກໍ່ສ້າງ ແລະ ປັບປຸງການຈັດຕັ້ງການຜະລິດ ແລະ ການບໍລິການ ໂດຍສຸມໃສ່ຈັດຕັ້ງກຸ່ມການຜະລິດ, ສະຫະກອນການຜະລິດ ແລະ ການບໍລິການຢູ່ຂັ້ນບ້ານ ໄປຄຽງຄູ່ກັບການກໍ່ສ້າງພື້ນຖານໂຄງລ່າງທີ່ຈໍາເປັນຕິດພັນ ກັບການຍູ້ແຮງການຜະລິດເປັນສິນຄ້າ, ການບໍລິການ ດ້ວຍການປຸກລະດົມບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ສົມທົບກັບກໍາລັງແຮງຂອງປະຊາຊົນ ຊຶ່ງເປັນການ ປະກອບສ່ວນເຂົ້າໃນການພັດທະນາບ້ານ,

ໃນນັ້ນ, ໄດ້ສົ່ງເສີມ ແລະ ສ້າງເປັນກຸ່ມການຜະລິດ, ສະຫະກອນ ໄດ້ມີການຂະຫຍາຍຕົວເພີ່ມຂຶ້ນ, ທົ່ວແຂວງມີກຸ່ມການຜະລິດກະສິກໍາ 186 ກຸ່ມ, ມີ 14 ສະຫະກອນ ແລະ ມີ 157 ຟາມ, ອັນທີ່ພົ້ນເດັ່ນແມ່ນ ກຸ່ມຜະລິດເຂົ້າເປັນສິນຄ້າ ບ້ານປາໂມກ, ກຸ່ມຜະລິດກາເຟ ແລະ ພືດຜັກ ບ້ານກອງຕຸ່ນ, ກຸ່ມຜະລິດຕະພັນປາແດກ ບ້ານໂນນສະຫວ່າງ ນະຄອນປາກເຊ, ກຸ່ມການຜະລິດເສັ້ນເຝີບ້ານດອນຂະເໝົາ, ກຸ່ມການຜະລິດຫັດຖະກໍາ ຈັກສານບ້ານໂພນສະອາດ, ສະຫະກອນຜະລິດກາເຟພູພຽງບໍລິເວນ, ສະຫະກອນສິນເຊື່ອເງິນຝາກປະຢັດ ກະດັນ ຮຸ່ງເຮືອງ, ສະຫະກອນສິນເຊື່ອເງິນຝາກປະຢັດ ບ້ານໜອງໄຮໂຄກ ແລະ ສ້າງໄດ້ຜະລິດຕະພັນສິນຄ້າ ໂອດັອບ ຈໍານວນ 32 ຫົວໜ່ວຍ, 96 ຜະລິດຕະພັນ ລວມມູນຄ່າຜະລິດຕະພັນທັງໝົດ 30 ຕື້ກວ່າກີບ, ມູນຄ່າການຈໍາໜ່າຍ 39 ຕື້ກວ່າກີບ; ທົ່ວແຂວງມີກອງທຶນພັດທະນາບ້ານທັງໝົດ 474 ກອງທຶນ, ມີສະມາຊິກທັງໝົດ 48.340 ຄົນ, ມີທຶນໝູນວຽນທັງໝົດ 43 ຕື້ກວ່າກີບ; ໃນນັ້ນ, ໄດ້ຍົກລະດັບ ກອງທຶນທີ່ມີຄວາມເຂັ້ມແຂງເປັນສະຫະກອນສິນເຊື່ອເງິນຝາກປະຢັດ ຈໍານວນ 8 ແຫ່ງ ໃນ 5 ເມືອງ ທີ່ຂຶ້ນກັບການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ປະຈໍາພາກໃຕ້, ໄດ້ເອົາ ໃຈໃສ່ກໍ່ສ້າງ ແລະ ປັບປຸງກໍາລັງການຜະລິດຢູ່ ຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງ ໂດຍສຸມໃສ່ການຈັດຕັ້ງຝຶກອົບຮົມ, ສະໜອງຂໍ້ມູນຂ່າວສານ, ເຕັກນິກວິທະຍາສາດເຂົ້າໃນການຜະລິດ, ການປູກ, ການລ້ຽງ, ການປຸງແຕ່ງເປັນສິນຄ້າ ແລະ ການບໍລິການ.

ພ້ອມນັ້ນ, ໄດ້ຫັນເອົາພະນັກງານວິຊາການລົງຊ່ວຍປະຊາຊົນ ນໍາພາຈັດຕັ້ງປະຕິບັດຕົວຈິງ ໂດຍການນໍາໃຊ້ທ່າແຮງດ້ານຊັບພະຍາກອນທໍາມະຊາດກັບທີ່; ທົ່ວແຂວງມີສູນບໍລິການດ້ານເຕັກນິກ ກະສິກໍາ ຈໍານວນ 8 ສູນ, 2 ສະຖານີ, ໃນປີ 2021 ທີ່ຜ່ານມາ ສາມາດຜະລິດເຂົ້າໄດ້ 444.768 ໂຕນ, ຜະລິດກາເຟໄດ້ 85.878 ໂຕນ, ຜົນຜະລິດຢາງພາລາ 53.901 ໂຕນ, ມັນຕົ້ນ 819.835 ໂຕນ, ໝາກມ່ວງຫິມມະພານ 12.172 ໂຕນ, ໝາກອາໂວກາໂດ 1.911 ໂຕນ, ປູກພືດຜັກຕ່າງໆ ເປັນສິນຄ້າ ຜົນຜະລິດໄດ້ 1,5 ລ້ານໂຕນ, ການສະໜອງຊີ້ນ, ປາ, ອາຫານ ແລະ ອື່ນໆ ສະເລ່ຍໄດ້ 63,54 kg/ຄົນ, ບ້ານໄດ້ນໍາໃຊ້ໄຟຟ້າໃນລະບົບ 641 ບ້ານ ເທົ່າກັບ 100%, ທົ່ວແຂວງມີໄຟຟ້າ ຊົມໃຊ້ 129.099 ຫຼັງຄາເຮືອນ ເທົ່າກັບ 92,92%, ມີເສັ້ນທາງທຽວໄດ້ 2 ລະດູຢ່າງສະດວກ 633 ບ້ານ (98,75%), ສາມາດນໍາໃຊ້ລະບົບສື່ສານໂທລະຄົມມະນາຄົມໃນທົ່ວແຂວງ ກວມ 98%.

ແຫຼ່ງຂ່າວ: ປະຊາຊົນ

ງານມະຫາກຳ ສີມືຫັດຖະກຳລາວ ຄັ້ງທີ 21 ປີ 2022

ງານມະຫາກຳສີມືຫັດຖະກຳລາວ ມີ 230 ຮ້ານເຂົ້າຮ່ວມວາງສະແດງມີຈຳນວນ 230 ຮ້ານ ເຂົ້າຮ່ວມງານມະຫາກຳ ສີມືຫັດຖະກຳລາວ ຄັ້ງທີ 21 ປີ 2022 ພາຍໃຕ້ຄໍາຂວັນ: ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ “ສະເໜຜ້າບ່ຽງລາວ” ປີນີ້ ຄົບຮອບ 25 ປີ ວັນສ້າງຕັ້ງສະມາຄົມຫັດຖະກຳລາວ.

ພິທີເປີດງານມະຫາກຳ ສີມືຫັດຖະກຳລາວ ຄັ້ງທີ 21 ປີ 2022 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມ ຫັດຖະກຳລາວ ຄົບຮອບ 25 ປີ ໄດ້ຈັດຂຶ້ນໃນວັນທີ 17 ຕຸລານີ້ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນນາຍົກລັດຖະມົນຕີ, ທ່ານ ປ້າ ນາລີ ສີສຸລິດ ພັນລະຍາ ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ປະທານຄະນະທີ່ປຶກສາສະມາຄົມຫັດຖະກຳລາວ, ທ່ານ ມະໄລທອງ ກົມມະສິດລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍແຂກຖືກເຊີນ, ບັນດາບໍລິສັດ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.ທ່ານ ພູທອງ ໄຊສະນິດ ຮອງປະທານສະມາຄົມຫັດຖະກຳລາວ ລາຍງານວ່າ: ງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 21, ເປີດຂຶ້ນຂຶ້ນແຕ່ 15-23 ຕຸລາ 2022, ພາຍໃຕ້ຄໍາຂວັນ: ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ “ສະເໜ່ຜ້າບ່ຽງລາວ” ຖືເປັນບຸນປາງໃຫຍ່ສໍາລັບຊາວຊ່າງ ແລະ ຜູ້ປະກອບການດ້ານຫັດຖະກໍາລາວ, ມີຈຸດປະສົງຫຼັກ ເພື່ອສະເຫຼີມສະຫຼອງ “ວັນຫັດຖະກໍາລາວ ວັນທີ 1 ພະຈິກ” ທີ່ຈະມາເຖິງໃນມໍ່ໆນີ້ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມຫັດຖະກໍາລາວ ຄົບຮອບ 25 ປີ, ເພື່ອສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົົມ ສາມາດຊື້, ໄດ້ພົບ-ໄດ້ເຫັນຄວາມຫຼາກຫຼາຍຂອງເຄື່ອງຫັດຖະກໍາລາວ, ສ້າງຄວາມປະທັບໃຈ ແລະ ຄວາມຫຼົງໄຫຼກັບມະຫັດສະຈັນສີໄມ້ລາຍມືຂອງນາຍຊ່າງຫັດຖະກໍາລາວເຮົາ, ເພື່ອເຕົ້າໂຮມຄວາມສາມັກຄີບັນດາຊາວຊ່າງຫັດຖະກຳທຸກໆທ້ອງຖິ່ນ ໃນທົ່ວປະເທດ ພ້ອມກັນອະນຸລັກ ແລະ ສົ່ງເສີມເຄື່ອງຫັດຖະກໍາ ທີ່ມີລັກສະນະເປັນມູນເຊື້ອ, ສົ່ງເສີມພູມປັນຍາ, ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນ ປະກອບສ່ວນເຂົ້າໃນການສ້າງລາຍຮັບ ແລະ ພັດທະນາຊີວິດການເປັນຢູ່ຂອງທ້ອງຖິ່ນ ໃຫ້ນັບມື້ດີຂຶ້ນ, ເພື່ອໃຫ້ບັນດາຊາວຊ່າງ ແລະ ຜູ້ປະກອບການ ດ້ານຫັດຖະກຳ ໄດ້ມີໂອກາດເຂົ້າເຖິງການຕະຫຼາດ (ມີບ່ອນຂາຍ) ຜະລິດຕະພັນຫັດຖະກໍາຂອງຕົນ ພ້ອມທັງໄດ້ມີໂອກາດພົບປະແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດ, ການວາງສະແດງ ແລະ ການຂາຍ, ເພື່ອປະກອບສ່ວນສ້າງເປັນສະຖານທີ່ທ່ອງທ່ຽວດ້ານຫັດຖະກໍາ ດັ່ງຄໍາຂັວນທີ່ວ່າ; “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ”ງານມະຫາກໍາ ສີມືຫັດຖະກໍາລາວ ຄັ້ງນີ້ ຈະດໍາເນີນໄປຈົນເຖິງວັນທີ 23 ຕຸລາ 2022 ຊຶ່ງມີຫຼາຍພາກສ່ວນຫັດຖະກໍາ ທີ່ມາຈາກບັນດາແຂວງທົ່ວປະເທດເຂົ້າຮ່ວມ ປະກອບມີ:

ພາກສ່ວນແຜ່ນແພ ຜ້າ ໄໝ, ຜ້າຝ້າຍພື້ນເມືອງ, ພາກສ່ວນເຄື່ອງປະດັບ, ພາກສ່ວນເຄື່ອງຈັກສານ, ພາກສ່ວນຜະລິດຕະພັນວັດທະນະທໍາ ເຄື່ອງປັ້ນດິນເຜົາ, ພາກສ່ວນໄມ້ແກະສະຫຼັກ, ເຟີນີເຈີ, ພາກສ່ວນອາຫານສໍາເລັດຮູບພື້ນເມືອງ, ກາເຟ, ສະໝູນໄພ ແລະ ອື່ນໆ. ນອກນນັ້ນ, ຍັງມີພາກສ່ວນສາທິດ ຫຼື ສະແດງການຜະລິດຕົວຈິງ ເປັນຕົ້ນແມ່ນ: ສາທິດການແສ່ວຜ້າ, ແກະສະຫຼັກຫີນ, ເຂັນຝ້າຍ, ສາວໄໝ, ປັກດິ້ງ, ຈັກສານ ຈາກຊາວຊ່າງແຂວງຜົ້ງສາລີ, ຫຼວງນໍ້າທາ, ຫຼວງພະບາງ, ຊຽງຂວາງ, ແຂວງວຽງຈັນ, ຈໍາປາສັກ, ສາລະວັນ ແລະ ອັດຕະປື. ຈໍານວນຮ້ານເຂົ້າຮ່ວມວາງສະແດງ ແລະ ຂາຍຄັ້ງນີ້ ມີທັງໝົດ 230 ຮ້ານ (ບຸດ).

ພ້ອມກັນນີ້ ພາຍໃນງານຍັງມີຫຼາກຫຼາຍກິດຈະກຳຕື່ມອີກ.ໂອກາດດັ່ງກ່າວ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸສາຫະກຳແຫ່ງຊາດລາວ ໄດ້ກ່າວເປີດງານຢ່າງເປັນທາງການວ່າ: ງານມະຫາກຳສີມືຫັດຖະກຳລາວ ກາຍເປັນບຸນປະເພນີປາງໃຫຍ່ ປະຈຳປີຂອງຊາວຊ່າງຫັດຖະກຳລາວ. ສະມາຄົມຫັດຖະກໍາລາວ ເປັນສະມາຄົມໜຶ່ງທີ່ໝັ້ນຄົງ ແລະ ເຄື່ອນໄຫວມາໄດ້ 25 ປີ, ມັນສະແດງເຖິງຄວາມເອົາໃຈໃສ່ຂອງຄະນະບໍລິຫານງານແຕ່ລະຊຸດ, ແຕ່ລະສະໄໝ ທີ່ໄດ້ທຸ່ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການບໍລິຫານວຽກງານຂອງສະມາຄົມ ໃຫ້ສາມາດຍືນຍົງຈົນເຖິງທຸກວັນນີ້. ພ້ອອມກັນນັ້ນ, ສະມາຄົມຫັດຖະກໍາລາວ ຍັງມີຜົນງານອີກຫຼາຍດ້ານທີ່ພົ້ນເດັ່ນເຊັ່ນ: ໃນການອານຸລັກຮັກສາ ແລະ ສົ່ງເສີມພູມປັນຍາທາງດ້ານຫັດຖະກຳ ຊຶ່ງມັນສະແດງເຖິງການມີສ່ວນຮ່ວມໃນການສ້າງວຽກເຮັດງານທຳ ໃນຂົງເຂດຊົນນະບົດ, ການສ້າງລາຍໄດ້ ໃຫ້ກັບຊຸມຊົນ, ສະໜັບສະໜູນນະໂຍບາຍຂອງພັກ ແລະ ລັດຖະບານໃນການແກ້ໄຂຄວາມທຸກຈົນ.ໃນພິທີດັ່ງກ່າວ ທ່ານ ພັນຄຳ ວິພາວັນ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເປີດງານມະຫາກຳ ສີມືຫັດຖະກຳລາວ ຄັ້ງທີ 21 ປີ 2022 ຢ່າງເປັນທາງການ ແລະ ຢ້ຽມຊົມການວາງສະແດງສີມືຫັດຖະກຳລາວ.

ແຫຼ່ງຂ່າວ: ປະຊາຊົນ

ກະຊວງການເງິນ ນໍາໃຊ້ລະບົບຊິງຊັ່ງທັນສະໄໝຢູ່ 4 ດ່ານພາສີສາກົນ ທົ່ວປະເທດ

ການຫັນວຽກງານເປັນສະໄໝ ເປັນໜຶ່ງໃນແຜນດໍາເນີນງານຂອງ ກະຊວງການເງິນ ແລະ ຍຸດທະສາດຂອງ ລັດຖະບານ ໂດຍສະເພາະແມ່ນຂະແໜງພາສີເປັນດີຈີຕອນ. ໃນນັ້ນ, ມີໂຄງ ການຕິດຕັ້ງ ແລະ ບໍລິການ ລະບົບຊິງຊັ່ງທັນສະໄໝ ເຊິ່ງຕິດຕັ້ງຢູ່ 4 ດ່ານພາສີສາກົນ ຄື: ດ່ານພາສີສາກົນ ບໍ່ເຕ່ນ, ດ່ານພາສີສາກົນ ນໍ້າກັ່ນ, ດ່ານພາສີສາກົນ ນໍ້າພາວ ແລະ ດ່ານພາສີສາກົນ ນາເພົ້າ.

ໂຄງການຕິດຕັ້ງ ແລະ ບໍລິການລະບົບຊິງຊັ່ງທັນສະໄໝ ແມ່ນໜຶ່ງໃນການຫັນເປັນທັນສະໄໝຂອງຂະແໜງພາສີ ແນໃສ່ການຈັດເກັບຄ່າບໍລິການຂອງພາຫະນະຂົນສົ່ງສິນຄ້າ ນໍາເຂົ້າ-ສົ່ງອອກ ບາງປະເພດ ເປັນຕົ້ນ: ແຮ່ທາດຕ່າງໆ, ໄມ້ທ່ອນ(ໄມ້ປູກ), ໄມ້ແປຮູບ ແລະ ນໍາມັນເຊື້ອໄຟ ເພື່ອເຮັດໃຫ້ຂະແໜງການລັດ ສາມາດຄຸ້ມຄອງ, ຕິດຕາມການນໍາເຂົ້າ-ສົ່ງອອກ ສິນຄ້າປະເພດດັ່ງກ່າວ ໃຫ້ມີຄວາມຖືກຕ້ອງຊັດເຈນ, ໂປງໃສ, ອັດຊ່ອງຫວ່າງ ການຮົ່ວໄຫລຂອງລາຍຮັບ ແລະ ສາມາດກວດສອບໄດ້.ສຳລັບ ໂຄງການລະບົບຊິງຊັ່ງທັນສະໄໝ ໄດ້ດຳເນີນການຕິດຕັ້ງ, ພັດທະນາລະບົບໂປແກຣມ, ການເຊື່ອມຕໍ່ກັບລະບົບການແຈ້ງພາສີ ASYCUDA ຊຶ່ງມາຮອດປັດຈຸບັນ ໄດ້ສຳເລັດຮ້ອຍສ່ວນຮ້ອຍ ແລະ ໄດ້ເປີດທົດລອງນໍາໃຊ້ ເຂົ້າໃນການກວດກາສິນຄ້າເປົ້າໝາຍ ຂອງລັດຖະບານກຳນົດໄວ້ເປັນທີ່ຮຽບຮ້ອຍ, ຕາມຄໍາແນະນໍາ ສະບັບເລກທີ 2600/ກງ, ຂໍ້ຕົກລົກລົງ 2601/ກງ, ແຈ້ງການກົມພາສີ ສະບັບເລກທີ 06383/ກພສ, ນັບແຕ່ວັນທີ 28 ກັນຍາ 2022 ເປັນຕົ້ນມາ.

ລະບົບຊິງຊັ່ງທັນສະໄໝ ຂອງຂະແໜງພາສີ ຕິດຕັ້ງດ້ວຍລະບົບຄອມພິວເຕີ ແລະ ເຊື່ອມຕໍ່ຈຸດຄຸ້ມຄອງສາງ-ກວດກາສິນຄ້າ ແລະ ຈຸດຂໍ້ມູນ ການແຈ້ງພາສີເປັນລາຍລະອຽດ, ປັດຈຸບັນ ແມ່ນສາ ມາດຕິດຕາມຂໍ້ມູນ, ຕິດ ຕາມລົດຂຶ້ນຊິງຊັ່ງ ແລະ ຮູ້ປະເພດສິນຄ້ານ້ຳໜັກ, ລວມນ້ຳໜັກສິນຄ້າຕົວຈິງ,ສາມາດຮູ້ຊື່ບໍລິສັດທີ່ນໍາເຂົ້າ-ສົ່ງອອກສິນຄ້າ; ພ້ອມທັງ ການຄຸ້ມຄອງນໍາໃຊ້ ແລະ ການຕິດຕາມຂໍ້ມູນດ້ານນໍ້າໜັກ.ການຕິດຕັ້ງ ແລະ ບໍລິການລະບົບຊິງຊັ່ງທັນສະໄໝ ຊຶ່ງເປັນເຄື່ອງມືທັນສະໄໝແບບລວມສູນ,ເປັນເຄື່ອງມືວັດແທກນໍ້າໜັກລະບົບ Digital ທີ່ມີຄວາມຊັດເຈນສູງ, ສາມາດນັບກວດບໍລິມາດ ຫລື ນໍ້າໜັກໂຕຈິງສິນຄ້າໃຫ້ຖືກຕ້ອງຊັດເຈນ, ເປັນເຄື່ອງມືໜຶ່ງທີ່ຊ່ວຍຕິດຕາມ, ຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າ ໃຫ້ຖືກຕ້ອງຕາມເປົ້າໝາຍສອດຄ່ອງກັບລະບຽບ ແລະ ກົດໝາຍ ເພີ່ມທະວີການຈັດເກັບລາຍຮັບ ໃຫ້ໄດ້ຄົບຖ້ວນທັນເວລາ ແລະ ໂປ່ງໃສ. ລະບົບຊິງຊັ່ງທັນສະໄໝ ປະກອບດ້ວຍ 6 ອົງປະກອບ ເປັນຕົ້ນ: ເຄື່ອງຊິງຊັ່ງລົດແບບລວມສູນ (VSMSSystem); ລະບົບໂປແກຣມຄວບຄຸມ (Quick Weight Enterpise);

ລະບົບກ້ອງບັນທຶກພາບ(CCTV);ລະບົບເຄືອຂ່າຍ (Internet NetWork); ລະບົບໂປແກຣມຄວບຄຸມ Softwara ຢູ່ແຕ່ລະດ່ານ; ລະບົບໂປແກຣມຄວບຄຸມ Softwara ຢູ່ສູນກາງ. ທັງ 6 ອົງປະກອບ ເປັນເຄື່ອງມືຊ່ວຍໃຫ້ພະນັກງານຂອງລັດ ທີ່ເຮັດວຽກງານຕິດຕາມການນໍາເຂົ້າ-ສົ່ງອອກ ສິນຄ້າຕ່າງໆ ໄດ້ຢ່າງມີປະສິດທິຜົນ, ຮັບປະກັນຄວາມຖືກຕ້ອງຊັດເຈນ, ສອດຄ່ອງກັບເປົ້າໝາຍ ແລະ ລະບຽບການທີ່ກຳນົດໄວ້.ໂດຍລວມແລ້ວ ລະບົບຊິງຊັ່ງທັນສະໄໝ ເປັນລະບົບທັນສະໄໝ, ສ້າງສິ່ງອຳນວຍຄວາມສະ ດວກແກ່ຜູ້ປະກອບການ, ສະດວກ, ວ່ອງໄວ, ການກວດລາຍງານຂໍ້ມູນແບບທັນທີ (Real time), ການເກັບຄ່າບໍລິການຜ່ານ ລະບົບ TaxRIS ປອດໄພ, ໂປ່ງໃສ ແລະ ສາມາດກວດສອບໄດ້.

ແຫຼ່ງຂ່າວ: ຂປລ

ກຽມເກັບກໍາຂໍ້ມູນຂອບເຂດເນື້ອທີ່ເພື່ອສຶກສາຄວາມເປັນໄປໄດ້ໃນໂຄງການພັດທະນາພະລັງງານສະອາດ

ໃນວັນທີ 17 ຕຸລາ 2022 ກະຊວງແຜນການ ການລົງທຶນ ແລະ ບໍລິສັດ CGN Energy Technology (Laos) co.,Ltd ລົງນາມໃນ ບົດບັນ ທຶກຄວາມເຂົ້າໃຈເພື່ອເກັບກໍາຂອບເຂດເນື້ອທີ່ເພື່ອສຶກສາຄວາມເປັນໄປໄດ້ໃນໂຄງການພັດທະນາພະລັງງານ ສະອາດ ຄົບວົງຈອນ ຢູ່ແຂວງຜົ້ງສາລີ ຫຼວງນໍ້າທາ ແລະ ອຸດົມໄຊ ຄາດວ່າການໄລຍະການສຶກສາຄວາມເປັນໄປໄດ້ຄັ້ງນີ້ຈະໃຊ້ເວລາ 6 ເດືອນ.ທ່ານ ຫຼີ ອີ້ ຫຼຸນ ອຳນວຍການ CGN Energy International Holdings Co., Limited (ສປ ຈີນ) ກ່າວວ່າ:

ປັດຈຸບັນ, ບໍລິສັດພວກເຮົາໄດ້ພັດທະນາໂຄງການພັດທະນາພະລັງງານສະ ອາດ ມີສາຂາ 5 ແຫ່ງ ມູນຄ່າການລົງ ທຶນທັງໝົດ 900 ຕື້ ຢວນ ກໍາລັງການຜະລິດ 72 ລ້ານກິ ໂລວັດ ໃນ ສປ ຈີນ ມີກໍາລັງຕິດຕັ້ງ 30 ບ້ານກວ່າກິໂລ ວັດ ນອກນັ້ນແມ່ນຢູ່ຕ່າງປະເທດ ບ້ານກວ່າກິໂລວັດ ປະ ເທດໃນອາຊີຕາເວັນອອກສຽງໃຕ້ ອີຢິບ ຝຣັ່ງ ບຣາຊິນ ແລະ ອື່ນໆ.ສໍາລັບການລົງນາມເທື່ອນີ້ແມ່ນປະຕິບັດຕາມຍຸດ ທະ ສາດພາຍໃຕ້ຄູ່ຮ່ວມຊາຕາກໍາດຽວກັບຂອງສອງປະເທດລາວ-ຈີນ ໃຫ້ປະສົບຜົນເປັນຈິງ ໂດຍສະ ເພາະແມ່ນ ການເຊື່ອມໂຍງຕາຂ່າວໄຟຟ້າລະຫວ່າງສອງປະເທດແມ່ນມີຄວາມສໍາຄັນຫຼາຍ ເຊິ່ງຈະຊ່ວຍປ່ຽນແຜນການ ໃຫ້ເປັນຈັດຕັ່ງປະຕິບັດ ແລະ ປ່ຽນແນວຄິດ ໃຫ້ເປັນຮູບປະທໍາ.

ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ-ການລົງທຶນ ກ່າວວ່າ: ສຳລັບການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ ແມ່ນບາດກ້າວສຳຄັນ ເພື່ອໃຫ້ບໍລິສັດໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງສູນກາງ ແລະ ທ້ອງຖິ່ນ ຮ່ວມ ກັນກຳນົດຂອບເຂດພື້ນທີ່ ທີ່ມີຄວາມເປັນໄປໄດ້ ເພື່ອຈະນຳໃຊ້ເຂົ້າໃນ ໃນໄລຍະ 6 ເດືອນ ເພື່ອຈະກ້າວເຂົ້າສູ່ບົດບັນທຶກຄວາມເຂົ້າໃຈ (MOU) ສະບັບສົມບູນ ໃນສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການດັ່ງກ່າວ ຢູ່ແຂວງຜົ້ງສາ ລີ ແຂວງຫຼວງນໍ້າ ແລະ ແຂວງອຸດົມໄຊ ຫວັງຢ່າງຍິ່ງວ່າ ໂຄງການດັ່ງກ່າວ ຈະສາມາດຈັດຕັ້ງປະຕິບັດເປັນຮູບປະທຳໃນຂັ້ນຕອນຕໍ່ໄປໂດຍໄວ້ນີ້.

ພິທີລົງນາມຄັ້ງນີ້ຈັດຂຶ້ນໃນວັນທີ 17 ຕຸລາ 2022 ທີ່ໂຮງແຮມແລນມາກ ໂດຍການລົງນາມຂອງ ທ່ານ ນາງ ພອນວັນ ອຸທະວົງ ແລະ ທ່ານ ຄ້າຍ ຫົວຫ່າງ ປະທານ ບໍລິສັດ Edra Power Holding/SDN Bhd ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ-ການລົງທຶນ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີວ່າການກະຊວງພະລັງງານ-ບໍ່ແຮ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ນ້ອງນັ້ນຍັງມີແຂກຖືກເຊີນທາງວີດີໂດເຊັ່ນ ຈາກນະຄອນຫຼວງປັກກິ່ງ ເສິນເຈິ້ນ ກວາງໂຈ ຄຸນໝິງ ສປ ຈີນ ກົວລາລໍາເປີ ມາເລເຊຍ.

ແຫຼ່ງຂ່າວ ແລະ ຮູບ: Vientiane Mai

ເສັ້ນທາງກາສີ-ວັງວຽງ ປັດຈຸບັນ

ມາເບິ່ງຄວາມຄືບໜ້າຂອງການສ້ອມແປງເສັ້ນທາງ ກາສີ – ວັງວຽງ ແຂວງວຽງຈັນ

.

;

.

ຂໍຂອບໃຈຂໍ້ມູນ ແລະ ຮູບພາບຈາກ: Phouvone Tanmaithong

ທະນະບັດປັບປຸງ ປະເພດໃບ 10000 ກີບ ແລະ 20000 ກີບ ໃໝ່

ທະນາຄານແຫ່ງ ສປປ ລາວ ແຈ້ງຂ່າວກ່ຽວກັບການນໍາເອົາທະນະບັດປັບປຸງ ປະເພດໃບ 10000 ກີບ ແລະ 20000 ກີບ (ລຸ້ນປີ 2020) ອອກສູ່ສັງຄົມເພື່ອນໍາໃຊ້ໃນວັນທີ 14 ຕຸລາ 2022 ທີ່ທະນາຄານແຫ່ງ ສປປ ລາວ, ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວຫນ້າ ຫ້ອງການ ທຫລ ແລະ ທ່ານ ບຸນທະວີ ສຸກດາວົງ ຫົວຫນ້າກົມພິມຈໍາຫນ່າຍ ໄດ້ແຈ້ງຂ່າວໃຫ້ບັນດາສື່ມວນຊົນໄດ້ຮັບ ຊາບວ່າ:

ໃນເດືອນຕຸລາ 2012 ທະນາຄານແຫ່ງ ສປປ ລາວ ໄດ້ນໍາເອົາທະນະບັດປະເພດໃບ 10000 ກີບ ແລະ 20000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃຫມ່) ອອກສູ່ຂອດຈໍລະຈອນໃຫ້ສັງຄົມໄດ້ນໍາໃຊ້, ດັ່ງມີລາຍລະອຽດລຸ່ມ ນັບແຕ່ປີ 2003 ເປັນຕົ້ນມາ ທະນາຄານແຫ່ງ ສປປ ລາວ ໄດ້ນໍາເອົາທະນະບັດ ປະເພດໃບ 10000 ກີບ ແລະ ໃບ 20000 ກີບ ລຸ້ນປີ 2003 ອອກສູ່ຂອດຈໍລະຈອນ ໃຫ້ສັງຄົມໄດ້ນໍາໃຊ້ ຊຶ່ງເປັນໂຄງປະກອບປະເພດ ໃບທະນະບັດທີ່ມີ ມູນຄ່າສູງທີ່ສຸດໃນເວລານັ້ນ, ມາຮອດປະຈຸບັນ ຖືກນໍາໃຊ້ຫມູນວຽນໃນຂອດຈໍລະຈອນເປັນເວລາ 19 ປີ, ບວກກັບການ ຂະຫຍາຍຕົວທາງດ້ານນະວັດຕະກໍາເທັກນິກໂລຊີໃນໄລຍະໃຫມ່, ບັນດາປະເທດໃນພາກພື້ນ ແລະ ສາກົນ ກໍ່ໄດ້ມີການ ພັດທະນາປັບປຸງທະນະບັດຂອງຕົນໃຫ້ມີຄຸນນະພາບ ແລະ ຕ້ານການປອມແປງ ໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ;

– ສະນັ້ນ, ມາຮອດປີ 2018 ທະນາຄານແຫ່ງ ສປປ ລາວ ໄດ້ຄົ້ນຄ້ວາປັບປຸງທະນະບັດປະເພດໃບ 10000 ກີບ ແລະ ໃບ 20000 ກີບ ຈາກລຸ້ນປີ 2003 ມາເປັນລຸ້ນປີ 2020 (ຮູບແບບປັບປຸງໃຫມ່) ເພື່ອສະເຫນີລັດຖະບານຮັບຮອງ ແລະ ເຫັນດີອະນຸຍາດໃຫ້ ທຫລ ຈັດພິມໃນປີ 2020, ຈຸດປະສົງຂອງການນໍາເອົາທະນະບັດໃບ 10000 ກີບ ແລະ 20000 ກີບ ອອກໃຫ້ສັງຄົມໄດ້ນໍາໃຊ້ໃນຄັ້ງນີ້ແມ່ນເພື່ອຍົກສູງຄຸນນະພາບ ແລະ ມາດຕະຖານຂອງໃບທະນະບັດໃຫ້ສູງຂຶ້ນ.

ທະຫານ ແລະ ຕໍາຫຼວດໃນຂອບເຂດທົ່ວປະເທດ, ຈົ່ງມີຄວາມເຊື່ອຫມັ້ນຕໍ່ກັບການນໍາເອົາທະນະບັດ ປະເພດໃບ 10000 ກີບ ແລະ 20000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃຫມ່) ອອກສູ່ຂອດຈໍລະຈອນ ກໍ່ຄືສັງຄົມໃຫ້ໄດ້ນໍາໃຊ້ ໃນຄັ້ງນີ້, ພ້ອມນີ້ກໍ່ໃຫ້ມີສະຕິລະວັງຕົວບໍ່ໃຫ້ຫຼົງເຊື່ອການໂຄສະນາໃນຮູບແບບຕ່າງໆ ຂອງກຸ່ມຄົນທີ່ບໍ່ຫວັງດີສວຍ ໂອກາດສ້າງຄວາມປັ່ນປ່ວນ ແລະ ຄວາມບໍ່ສະຫງົບໃນສັງຄົມ.

ພ້ອມດຽວກັນນີ້, ທະນາຄານແຫ່ງ ສປປ ລາວ ຂໍຮຽກຮ້ອງໃຫ້ທຸກຄົນທົ່ວສັງຄົມ ໄດ້ເສີມຂະຫຍາຍສິດເປັນ ເຈົ້າຂອງປະເທດຊາດດ້ວຍການປົກປ້ອງ ແລະ ນໍາໃຊ້ເງິນຕາຂອງຊາດຢ່າງຖືກຕ້ອງ ປະກອບສ່ວນສົ່ງເສີມການນໍາໃຊ້ ເງິນກີບ, ເສີມສ້າງຄຸນຄ່າຂອງເງິນກີບ ແລະ ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ຫມັ້ນຄົງຍາວນານ.

ທຽບເທົ່າກັບທະນະບັດຂອງບັນດາປະເທດອ້ອມຂ້າງໃນພາກພື້ນ ພ້ອມທັງຍົກລະດັບເຕັກນິກ ຕ້ານການປອມແປງໃຫ້ ທັນສະໄຫມຫຼາຍຂຶ້ນກວ່າເກົ່າ, ມີຄວາມໂດດເດັ່ນສວຍງາມ ສາມາດຈໍາແນກປະເພດໃບທະນະບັດໄດ້ງ່າຍ, ສ້າງຄວາມເຊື່ອ ຫມັ້ນໃຫ້ສັງຄົມ ໃນການພົກພາ ແລະ ຖືຄອງເງິນກີບ ຊຶ່ງເປັນສະກຸນເງິນຕາຂອງຊາດ ໃຫ້ຫຼາຍຂຶ້ນ;

ທະນະບັດທັງ 02 ປະເພດດັ່ງກ່າວ ມີລັກສະນະໂດຍລວມດັ່ງນີ້:

ທະນະບັດປະເພດໃບ 10000 ກີບ ແລະ ໃບ 20000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃຫມ່) ທີ່ນໍາອອກສູ່ ຂອດຈໍລະຈອນຄັ້ງນີ້ ແມ່ນສາມາດນໍາໃຊ້ຖືກຕ້ອງຕາມກົດຫມາຍ, ໂດຍນໍາໃຊ້ຄຽງຄູ່ກັບທະນະບັດປະເພດໃບ 10000 ກີບ ແລະ ໃບ 20000 ກີບ ລຸ້ນປີ 2003 ທີ່ຈໍລະຈອນໃນປະຈຸບັນແລະ ຈະບໍ່ມີຜົນກະທົບຕໍ່ສະຖຽນລະພາບ ເງິນຕາແຫ່ງຊາດ ເພາະເປັນການສະຫນອງທະນະບັດຮູບແບບປັບປຸງໃຫມ່ ທີ່ມີຄຸນນະພາບສູງ ເຂົ້າສູ່ລະບົບເສດຖະກິດ;

– ສໍາລັບທະນະບັດປະເພດໃບ10000ກີບແລະໃບ20000ກີບລຸ້ນປີ2003ທີ່ນໍາໃຊ້ໃນຂອດຈໍລະຈອນ ປະຈຸບັນ ຍັງສາມາດນໍາໃຊ້ຫມູນວຽນເຂົ້າໃນການຊໍາລະສະສາງ ຊື້ສິນຄ້າ ແລະ ບໍລິການ ໄດ້ຕາມປົກກະຕິ ຈະບໍ່ມີການຍົກເລິກ ການນໍາໃຊ້ ແຕ່ຢ່າງໃດ;ທະນາຄານແຫ່ງ ສປປ ລາວ ໃນນາມທີ່ມີພາລະບົດບາດໃນການຄຸ້ມຄອງ ມະຫາພາກທາງດ້ານເງິນຕາ, ຂໍ ຮຽກຮ້ອງໃຫ້ສື່ມວນຊົນ ເປັນກະບອກສຽງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດຖະກອນ,

ທະຫານ ແລະ ຕໍາຫຼວດໃນຂອບເຂດທົ່ວປະເທດ, ຈົ່ງມີຄວາມເຊື່ອຫມັ້ນຕໍ່ກັບການນໍາເອົາທະນະບັດ ປະເພດໃບ 10000 ກີບ ແລະ 20000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃຫມ່) ອອກສູ່ຂອດຈໍລະຈອນ ກໍ່ຄືສັງຄົມໃຫ້ໄດ້ນໍາໃຊ້ ໃນຄັ້ງນີ້, ພ້ອມນີ້ກໍ່ໃຫ້ມີສະຕິລະວັງຕົວບໍ່ໃຫ້ຫຼົງເຊື່ອການໂຄສະນາໃນຮູບແບບຕ່າງໆ ຂອງກຸ່ມຄົນທີ່ບໍ່ຫວັງດີສວຍ ໂອກາດສ້າງຄວາມປັ່ນປ່ວນ ແລະ ຄວາມບໍ່ສະຫງົບໃນສັງຄົມ.

ພ້ອມດຽວກັນນີ້, ທະນາຄານແຫ່ງ ສປປ ລາວ ຂໍຮຽກຮ້ອງໃຫ້ທຸກຄົນທົ່ວສັງຄົມ ໄດ້ເສີມຂະຫຍາຍສິດເປັນ ເຈົ້າຂອງປະເທດຊາດດ້ວຍການປົກປ້ອງ ແລະ ນໍາໃຊ້ເງິນຕາຂອງຊາດຢ່າງຖືກຕ້ອງ ປະກອບສ່ວນສົ່ງເສີມການນໍາໃຊ້ ເງິນກີບ, ເສີມສ້າງຄຸນຄ່າຂອງເງິນກີບ ແລະ ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ຫມັ້ນຄົງຍາວນານ.

ປະກາດການຈັດຕັ້ງ ພ້ອມລົງວິໄນ ພະນັກງານ

ໃນຕອນເຊົ້າຂອງວັນທີ 14 ຕຸລາ 2022, ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ມີການປະກາດການຈັດຕັ້ງ ແລະ ໄດ້ປະຕິບັດວິໄນ ຕໍ່ພະນັກງານຂອງອົງການໄອຍະການປະຊາຊົນ ລວມມີ 4 ທ່ານ ທີ່ລະເມີດກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ຂໍ້ຫ້າມ ຂອງພະນັກງານໄອຍະການ ທີ່ໄດ້ກໍານົດໄວ້.

ພ້ອມນັ້ນ, ກໍໄດ້ປະກາດການແຕ່ງຕັ້ງ, ສັບຊ້ອນ, ສັບປ່ຽນບ່ອນປະຈໍາການ ສັບຊ້ອນພະນັກງານນໍາພາ-ຄຸ້ມຄອງ ຢູ່ສູນກາງ ໄປປະຈຳການຢູ່ອົງໄອຍະການປະຊາຊົນ ທ້ອງຖິ່ນຈໍານວນໜຶ່ງທ່ານ ຈັນທະບູນ ເພັງຄໍາໃສ ຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການແຕ່ງຕັ້ງ ທ່ານ ສັນຕິພາບ ທາວົງໄຊ ຮອງຫົວໜ້າກົມກວດກາ ອົງການໄອຍະການປະຊາຊົນສູງສຸດ ໄປເປັນຮອງຫົວໜ້າອົງການໄອຍະການປະຊາຊົນແຂວງວຽງຈັນ; ຍົກຍ້າຍ, ແຕ່ງຕັ້ງ ທ່ານ ຈໍານຽນ ວົງສາຍ ຄໍາ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງວຽງຈັນ; ທ່ານ ຈັນສະໝອນ ວໍລະຈັກ ຮອງຫົວໜ້າອົງການໄອຍະການປະຊາຊົນ ເຂດ 4 ນະຄອນຫລວງວຽງຈັນ ແລະ ທ່ານ ນາງ ບົວລີວັນ ບັນນາວົງ ຫົວໜ້າພະແນກຕິດຕາມກວດກາ ການດໍາເນີນຄະດີຢາເສບຕິດ ກົມຕິດຕາມກວດກາການດໍາເນີນຄະດີອາຍາ ອົງການໄອຍະການປະຊາຊົນສູງສຸດ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນ ນະຄອນ ຫລວງວຽງຈັນ; ທ່ານ ກົງເພັດ ລາດບຸນເຮືອງ ຮອງຫົວໜ້າກົມຕິດຕາມກວດກາການປະຕິບັດກົດໝາຍທົ່ວໄປ ອົງການໄອຍະການປະຊາຊົນສູງສຸດ ໄປເປັນວ່າການຫົວໜ້າອົງການໄອຍະການປະຊາຊົນ ເຂດ 1 ນະຄອນຫລວງວຽງຈັນ; ທ່ານ ບຸນທະວີ ສີແສນດີ ຮອງຫົວໜ້າອົງການໄອຍະການປະຊາຊົນນະຄອນ ຫລວງວຽງຈັນ ໄປເປັນວ່າການຫົວໜ້າ ອົງການໄອຍະການປະຊາຊົນເຂດ 2 ນະ ຄອນຫລວງວຽງຈັນ ແລະ ທ່ານ ດາບສະດາຈັນ ວົງໄຊ ຮອງຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາຊົນສູງສຸດ ເປັນວ່າການຫົວໜ້າອົງການໄອຍະການປະຊາຊົນ ເຂດ 4 ນະຄອນຫລວງວຽງຈັນ.

ນອກຈາກນັ້ນ, ຍັງໄດ້ຍົກຍ້າຍຫົວໜ້າພະແນກ, ຮອງພະແນກຢູ່ສູນກາງ ໄປເປັນຫົວໜ້າຂະແໜງ, ຮອງຂະແໜງ ຢູ່ອົງການໄອຍະການປະຊາຊົນນະຄອນຫລວງວງຈັນ 3 ທ່ານ, ຍົກຍ້າຍພະນັກງານຢູ່ຂັ້ນທ້ອງຖິ່ນຂຶ້ນມາປະຈຳການຢູ່ສູນກາງ ຊຶ່ງທັງໝົດ ແມ່ນຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ ທັງສະເພາະໜ້າ ແລະ ຍາວນານ, ເປັນການກໍ່ສ້າງພະນັກງານ ໄປຕາມທິດນໍາຂອງພັກ, ເປັນການສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ ຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນໃຫ້ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ ມີຄວາມໜັກແໜ້ນ ເຂັ້ມແຂງໃນການຕິດ ຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ.

ໂອກາດດັ່ງກ່າວ, ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ເນັ້ນຫລາຍບັນຫາທີ່ສໍາຄັນ ເປັນຕົ້ນ ຄະນະພັກ-ຄະນະນໍາ ອົງ ການໄອຍະການປະຊາຊົນແຕ່ລະຂັ້ນ ຕ້ອງໄດ້ເພີ່ມທະວີສຶກສາອົບຮົມທາງດ້ານການເມືອງ-ນໍາພາແນວຄິດ ໃຫ້ມີຄວາມໜັກແໜ້ນ, ເອົາໃຈໃສ່ເຊື່ອມຊຶມມະຕິຂອງພັກ ກໍຄືການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າສູ່ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນໃຫ້ເປັນຮູບປະທໍາ, ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຕິດຕາມກວດກາການດໍາເນີນຄະດີຢາເສບຕິດ ຢ່າງເຂັ້ມງວດ, ເດັດຂາດ ບໍ່ໃຫ້ພະນັກງານອົງການໄອຍະການປະຊາຊົນ ສວຍໃຊ້ໜ້າທີ່ເພື່ອຫາຜົນປະໂຫຍດສ່ວນຕົວ, ຖ້າມີປາກົດການຫຍໍ້ທໍ້ດັ່ງກ່າວນີ້ເກີດຂຶ້ນຢູ່ຂັ້ນໃດ ຕ້ອງໄດ້ຮີບຮ້ອນແກ້ໄຂຢ່າງເດັດຂາດ. ຄຽງຄູ່ກັນນັ້ນ ຕ້ອງໄດ້ປັບປຸງແບບແຜນນໍາພາ-ວິທີເຮັດວຽກ, ສ້າງກົນໄກປະສານສົມທົບກັບອົງການສືບສວນ-ສອບສວນ ເພື່ອເຮັດໃຫ້ການດໍາເນີນຄະດີໄປຕາມກົດໝາຍ ແລະ ລະບຽບຫລັກການ ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮັບປະກັນ ໃຫ້ການດໍາເນີນຄະດີໄປຕາມຂະບວນການຍຸຕິທໍາ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ.

ແຫຼ່ງຂ່າວ: ຂປລ

ອະນຸຍາດຈຳໜ່າຍຢາ Metadoxine ໃນ​ການ​ປິ່ນປົວ​ພະຍາດ​ຕັບ​ອັກເສບ

ໃນວັນທີ 7 ຕຸລາ ທີ່ຜ່ານມາ, ໄດ້ມີກອງ​ປະຊຸມ​ກ່ຽວ​ກັບ​ບົດບາດ​ຂອງ​ຢາ Metadoxine ໃນ​ການ​ປິ່ນປົວ​ພະຍາດ​ຕັບ​ອັກ​ເສບ​ໃນ​ລາວ ໃນ​ຫົວ​ຂໍ້​ “ບົດບາດ​ຂອງ​ຢາ Metadoxine ໃນ​ການ​ປິ່ນປົວ​ພະຍາດ​ຕັບ​ອັກເສບ”.

ໂດຍມີ ທ່ານ ດຣ ມະນີ ທຳ​ມະ​ວົງ ຫົວໜ້າ​ສູນ​ສະໜອງຢາ ແລະ ​ອຸປະກອນ​ການ​ແພດ ກະຊວງ​ສາທາລະນະ​ສຸກ ໄດ້​ກ່າວ​ໃນ​ກອງ​ປະຊຸມ​ກ່ຽວ​ກັບ​ບົດບາດ​ຂອງ​ຢາ Metadoxine ໃນ​ການ​ປິ່ນປົວ​ພະຍາດ​ຕັບ​ອັກ​ເສບ​ໃນ​ລາວ ໃນ​ຫົວ​ຂໍ້​ “ບົດບາດ​ຂອງ​ຢາ Metadoxine ໃນ​ການ​ປິ່ນປົວ​ພະຍາດ​ຕັບ​ອັກເສບ”. ທ່ານ ​ໄດ້​ກ່າວ​ວ່າ: ການອະນຸຍາດນໍາເຂົ້າຢາ Metadoxine ມາຈຳໜ່າຍໃຫ້ສັງຄົມລາວ ເພື່ອນໍາໃຊ້ປິ່ນປົວພະຍາດຕັບອັກເສບ ແມ່ນບໍລິສັດ ວຽງທອງການຢາ; ເຊິ່ງເປັນໜຶ່ງໃນເປົ້າໝາຍລວມຂອງລັດຖະບານ ກໍ່ຄື ກະຊວງສາທາລະນະສຸກ ເພື່ອສ້າງຄວາມເຂັ້ມແຂງໃຫ້ການບໍລິການດ້ານສາທາລະນະສຸກໃນລາວ ໂດຍສະເພາະ ແມ່ນໄດ້ສົ່ງເສີມການປິ່ນປົວພະຍາດກ່ຽວຂ້ອງກັບຕັບ.

ນອກຈາກນີ້, ຍັງມີແພດຊ່ຽວຊານດ້ານພະຍາດຕັບ ຈາກໂຮງໝໍມະໂຫສົດ ທ່ານໝໍ ແສງດາວ ວັນນະລາດ ກ່າວວ່າ: ຫຼັງຈາກດື່ມເຫຼົ້າແລ້ວ, ເຫຼົ້າຈະຖືກດູດຊຶມຈາກທໍ່ຍ່ອຍອາຫານ ເຂົ້າສູ່ກະແສເລືອດ ແລະ ເຜົາຜານໃນຕັບ.

ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ກ່ຽວກັບການຄຸ້ມຄອງຄົນເຈັບ ໂດຍຜ່ານການນໍາສະເຫນີ ກໍລະນີທາງດ້ານຄລີນິກ ແລະ ການປະເມີນຕິດຕາມການລະບາດ ແລະ ກົນໄກຂອງພະຍາດຕັບ ທີ່ກ່ຽວຂ້ອງກັບເຫຼົ້າ, ປະລິມານເຫຼົ້າທີ່ເພີ່ມຄວາມສ່ຽງຕໍ່ຕັບ, ການວິເຄາະພະຍາດຕັບທີ່ກ່ຽວຂ້ອງກັບເຫຼົ້າ, ການປະເມີນຄວາມຮຸນແຮງຂອງພະຍາດຕັບ ແລະ ການປິ່ນປົວພະຍາດຕັບ ທີ່ເກີດຈາກເຫຼົ້າ. ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບການຍົກລະດັບຄວາມຮູ້ກ່ຽວກັບພະຍາດຕັບ ແລະ ແລກປ່ຽນປະສົບການຮ່ວມກັບ ບໍລິສັດ Eurodrug ມາເລເຊຍ ກ່ຽວກັບການນຳໃຊ້ ແລະ ຜົນດີຂອງຢາ ເມຕາໂດຊິນ ໃນປະເທດທີ່ກໍາລັງປະສົບບັນຫາ ແລະ ສິ່ງທ້າທາຍ ຂອງພະຍາດດັ່ງກ່າວ.

ທ່ານ ສີຫາມະໂນ ບັນນະວົງ, ຜູ້ບໍລິຫານສູງສຸດຂອງ ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ກ່າວວ່າ: ການຮ່ວມມືລະຫວ່າງ ບໍລິສັດ ວຽງທອງການຢາ ແລະ ບໍລິສັດ Eurodrug ເບວຢຽມ ເພື່ອນໍາເຂົ້າຢາປິ່ນປົວພະຍາດຕັບອັກເສບ ຄື ເມຕາໂດຊີນ (metadoxine) ແມ່ນຫນຶ່ງໃນເປົ້າຫມາຍຫຼັກຂອງບໍລິສັດ; ເພື່ອສືບຕໍ່ພັດທະນາການຮ່ວມມືລະຫວ່າງ ບໍລິສັດ ວຽງທອງການຢາ ແລະ ບໍລິສັດ Eurodrug ເບວຢຽມ ເພື່ອຜັນຂະຫຍາຍການບໍລິການດ້ານສຸຂະພາບໃນ ສປປ ລາວ ຕາມນະໂຍບາຍສຸຂະພາບແຫ່ງຊາດ ເພື່ອສົ່ງເສີມວິທີການປິ່ນປົວ ໂດຍນຳໃຊ້ຢາທີ່ໄດ້ຄຸນະພາບ ແລະ ມີປະສິດທິພາບການປິ່ນປົວສູງ.

ຜູ້ຈັດການຝ່າຍພັດທະນາທຸລະກິດໃນເອເຊຍ ຂອງບໍລິສັດ Eurodrug ມາເລເຊຍ ທ່ານ ນາງ ຕູ່ ຕູ່ (Htoo Htoo Mai) ໄດ້ຍົກໃຫ້ເຫັນຜົນດີຂອງການນຳໃຊ້ຢາ ເມຕາໂດຊິນ ຢູ່ໃນປະເທດມາເລເຊຍ ແລະ ຢູໂຣບ; ເຊິ່ງສ່ວນຫຼາຍຢູ່ໃນຢູໂຣບ ແມ່ນເປັນຢາທີ່ໃຊ້ເພື່ອເລັ່ງການຂັບທາດເຫຼົົ້າ ແລະ ຫຼຸດຜ່ອນຄວາມຢາກເຫຼົ້າ.

ປັດຈຸບັນນີ້, ໄດ້ມີການສຶກສາ ໃນກຸ່ມຄົນເຈັບທີ່ເປັນພະຍາດຕັບຍ້ອນທາດເຫຼົ້າ ໄດ້ທົດລອງກິນຢາ ເມຕາໂດຊີນ ໃນກຸ່ມທີ່ໄດ້ງົດດື່ມເຫຼົ້າ ແລະ ກຸ່ມທີ່ສືບຕໍ່ດື່ມ; From British Medical Journal (2011) the EVIDENCE CENTER.

ເປັນຢາທີ່ຊ່ວຍຊີວິດ “Life-Saving Drug” ຈາກການເປັນພະຍາດຕັບຂັ້ນຮ້າຍແຮງຍ້ອນທາດເຫຼົ້າ, ຫຼຸດຜ່ອນພາວະໄຂມັນຫຸ້ມຕັບ ຈາກການດື່ມທາດເຫຼົ້າ ແລະ ຊ່ວຍຟື້ນຟູໜ້າທີ່ການຂອງຕັບ.

ອີງຕາມຂໍ້ມູນຈາກສູນ Centre Infectiology Lao-Christophe Mérieux ຂອງກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ມີປະມານ 400 ລ້ານຄົນ ໃນທົ່ວໂລກ ແມ່ນເປັນພະຍາດຕັບຊໍາເຮື້ອ. ໃນທຸກໆປີມີ 1 ລ້ານກ່ວາຄົນ ແມ່ນເສຍຊີວິດຈາກອາການສົນ ຂອງໄວຣັສຕັບອັກເສບ.

ໂດຍການເຂົ້າຮ່ວມຂອງຊ່ຽວຊານຫຼາຍໆທ່ານຈາກ ສປປ ລາວ, ໄທ ແລະ ມາເລເຊຍ ໄດ້ມີລະດົມສະໝອງ ແລະ ແລກປ່ຽນຄວາມຄິດເຫັນ ໃນການຈັດການກັບໄວຣັສຕັບ ໃຫ້ໄດ້ຮັບຜົນດີຂຶ້ນ ໂດຍການໃຊ້ຢາ Metadoxine.