Home Blog Page 22

ເປີດຮັບກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ສົກປີ 2022 ທີ່ແຂວງບໍ່ແກ້ວ

ແຈ້ງການ ເຖິງ: ພະນັກງານທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ ບັນດາເຜົ່າທົ່ວ ແຂວງບໍ່ແກ້ວຊາບ. ເລື່ອງ: ເປີດຮັບກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ສົກປີ 2022. – ອີງຕາມ: ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1121/ປກສ, ລົງ

ວັນທີ 09 ກັນຍາ 2009 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພະນັກງານ.

– ອິງຕາມ: ແຈ້ງການຂອງກົມພະນັກງານ ສະບັບເລກທີ 310/ກພງ, ລົງວັນທີ 04 ຕຸລາ 2022ວ່າດ້ວຍ ການຮັບກໍາລັງໃຫມ່ເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບ ປະຈໍາປີ 2022.

– ອີງຕາມ: ການຄົ້ນຄ້ວາ ຕົກລົງເຫັນດີ ເປັນເອກະພາບ ຂອງຄະນະພັກ – ຄະນະກອງບັນຊາການ ປກສ ແຂວງບໍ່ແກ້ວ ຄັ້ງວັນທີ 11 ຕຸລາ 2022.

ເພື່ອເຮັດໃຫ້ການເປີດຮັບກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ແຂວງບໍ່ແກ້ວ ສົກປີ 2022 ໄດ້ຮັບ ການຈັດຕັ້ງປະຕິບັດ ຖຶກຕ້ອງຕາມລະບຽບຫຼັກການ, ມີປະສິດທິພາບ ແລະ ສາມາດບັນລຸໄດ້ຕາມຈຸດປະສົງ, ຄາດຫມາຍທີ່ກໍານົດໄວ້.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຂໍຖືເປັນກຽດແຈ້ງການມາຍັງ ພະນັກງານ ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ ບັນດາເຜົ່າ ທົ່ວແຂວງບໍ່ແກ້ວ ໃຫ້ນໍາເອົາລູກຫຼານ ຜູ້ທີ່ມີຄວາມສະຫມັກໃຈ ເຂົ້າເປັນກໍາລັງປ້ອງກັນຄວາມສະຫງ ປະຊາຊົນ ແຂວງບໍ່ແກ້ວ ສົກປີ 2022 ໃນຄັ້ງນີ້:

ມາດຕະຖານ-ເງື່ອນໄຂ ຂອງຜູ້ທີ່ຈະສະມັກເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ປະຈໍາປີ 2022 ມີດັ່ງນີ້:

1. ເພດຊາຍ: ມີສຸຂະພາບແຂງແຮງດີ, ບໍ່ສັກມຶກສັກລາຍ, ບໍ່ບ່ອງຫູ, ລວງສູງບໍ່ໃຫ້ຫຼຸດ 1,60 ຊັງຕີແມັດ, ນ້ໍາຫນັກບໍ່ໃຫ້ຫຼຸດ 50 ກກ ແລະ ບໍ່ເກີນ 85 ກກ (ຕ້ອງເປັນຄົນໂສດ).

2. ເພດຍິງ: ມີສຸຂະພາບແຂງແຮງດີ, ບໍ່ສັກມຶກສັກລາຍ, ບໍ່ບ່ອງຫູຫຼາຍຮູ, ບໍ່ໃຫ້ດັດແຂ້ວ, ບໍ່ໃຫ້ສັນຍາ ກໍາຮ່າງກາຍ ທຸກພາກສ່ວນຂອງຮ່າງກາຍ, ລວງສູງບໍ່ໃຫ້ຫຼຸດ 1,55 ຊັງຕີແມັດ, ນ້ໍາຫນັກບໍ່ໃຫ້ຫຼຸດ 45 ກກ ແລະ ບໍ່ເກີນ 65 ກກ (ຕ້ອງເປັນຄົນໂສດ)

1. ຜູ້ທີ່ຈົບມໍ 7 ແມ່ນອາຍຸ 18-22ປີ.

2. ຜູ້ທີ່ຈົບວິຊາສະເພາະຕ່າງໆ ເພດຊາຍອາຍຸບໍ່ໃຫ້ເກີນ 30 ປີ, ເພດຍິງບໍ່ເກີນ 28 ປີ (ຕ້ອງເປັນຄົນໂສດ).

ເອກະສານທີ່ຈະປະກອບສະຫມັກເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ມີດັ່ງນີ້:

  • ຊີວະປະຫວັດຈົບມໍ 7, 01 ສະບັບ (ກ່ອບປີ້)
  • ໃບປະກາດພ້ອມໃບຄະແນນຈົບຊັ້ນມໍ 7 ແລະ ວິຊາສະເພາະ ຖ້າມີ, ຢ່າງລະ 01 ສະບັບ. (ກ໊ອບປີ້)
  • 3. ໃບຢັ້ງຢືນທີ່ຢູ່ (ບໍ່ເກີນ 03 ເດືອນ).

ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ໃຫ້ສໍາພາດຕໍ່ສຳນັກຂ່າວ

(ສພຊ) ໃນວັນທີ 10 ຕຸລາ 2022 ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ໃຫ້ສໍາພາດຕໍ່ສຳນັກຂ່າວ ITAR TASS ຂອງສະຫະພັນຣັດເຊຍ ວ່າ: ລາວ-ຣັດເຊຍ ໄດ້ມີມູນເຊື້ອພົວພັນ ແລະ ຮ່ວມມືມາແຕ່ດົນນານ, ຣັດເຊຍ ເປັນເພື່ອນເກົ່າແກ່ຜູ້ສະໜິດສະໜົມ ແລະ ໄວ້ເນື້ອເຊື່ອໃຈ ຂອງປະຊາຊົນລາວບັນດາເຜົ່າ.

ຍັງຈົດຈໍາບຸນຄຸນຂອງປະຊາຊົນໂຊວຽດໃນສະໄໝຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ, ໃນເມື່ອກ່ອນໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫຼືອຢ່າງໃຫຍ່ຫຼວງຮອບດ້ານໃຫ້ແກ່ປະຊາຊົນລາວ ເຊິ່ງເປັນການປະ ກອບສ່ວນສຳຄັນໃນໄຊຊະນະປົດປ່ອຍປະເທດຊາດຢ່າງສົມບູນ ໃນປີ 1975.

ໃນເວລາດຽວກັນນັ້ນ, ສະຫະພາບໂຊວຽດ ຍັງໄດ້ໃຫ້ການຊ່ວຍເຫຼືອດ້ານການກໍ່ສ້າງຊັບພະຍາກອນມະນຸດດ້ວຍການຮັບເອົານັກສຶກສາລາວຫຼາຍພັນຄົນໄປສຶກສາໃນສາຂາອາຊີບຕ່າງໆ ເຊິ່ງປັດຈຸບັນ ພວມເປັນກໍາລັງແຮງເຂັ້ມແຂງໃນກົງຈັກພັກ-ລັດ ສປປລາວ ເຊິ່ງຫຼາຍທ່ານໄດ້ເປັນການນຳຂັ້ນສູງທີ່ສຳຄັນໃນ ສປປລາວ ປັດຈຸບັນ.

ສະຫະພາບໂຊຫວຽດ ໃນເມື່ອກ່ອນໄດ້ຊ່ວຍເຫຼືອພັດທະນາພື້ນຖານໂຄງລ່າງ ອັນສຳຄັນຫຼາຍຢ່າງ ອັນເປັນການປະກອບສ່ວນເຮັດໃຫ້ເສດຖະກິດ-ສັງຄົມຂອງ ສປປລາວ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ: ການກໍ່ສ້າງຂົວທາງ, ໂຮງງານ, ໂຮງໝໍ ແລະ ອື່ນໆ. ມາໃນໄລຍະປັດຈຸບັນ, ສະຫະພັນຣັດເຊຍ ຍັງສືບຕໍ່ໃຫ້ການຊ່ວຍເຫຼືອລາວຢ່າງຮອບດ້ານ: ດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດການລົງທຶນ, ສຶກສາ, ວັດທະນະທຳ ແລະ ອື່ນໆ.

ພາຍຫຼັງໄດ້ສ້າງສາຍພົວພັນກັບອາຊຽນ ໃນປີ 1991 ເປັນຕົ້ນມາ, ການຮ່ວມມືອາຊຽນ-ຣັດເຊຍ ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ ແລະ ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຂອງອາຊຽນໃນປີ 2018.

ການຮ່ວມມື ລະຫວ່າງ ອາຊຽນ-ຣັດເຊຍ ໄດ້ກວມເອົາຫຼາຍຂະແໜງການ ພາຍໃຕ້ການຮ່ວມມື 3 ເສົ້າຄໍ້າອາຊຽນຄື: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ.

ສຳລັບວຽກງານການສຶກສາ ປັດຈຸບັນ. ມາໄລຍະໃໝ່ນີ້, ມີນັກສຶກສາລາວ ໄປຮຽນຢູ່ຣັດເຊຍ ມີຈໍານວນເພີ່ມຂຶ້ນ ໂດຍໄດ້ຮັບທຶນການສຶກສາຈາກລັດຖະບານຣັດເຊຍ ເຊິ່ງປັດຈຸບັນ ລັດຖະບານຣັດເຊຍໄດ້ໃຫ້ທຶນຈໍານວນ 90 ກວ່າຄົນ ໃນແຕ່ລະປີ. ຈໍານວນນັກສຶກສາລາວ ທີ່ກໍາລັງສຶກສາຮໍ່າຮຽນ ຢູ່ຣັດເຊຍ ມີເຖິງ 699 ຄົນ ໂດຍຮຽນຫຼາຍວິຊາຊີບ ເປັນຕົ້ນແມ່ນການພົວພັນການຕ່າງປະເທດ, ກົດໝາຍ, ເສດຖະກິດ-ການຄ້າ, ວິສະວະກຳສາດ, ແພດສາດ ແລະ ອື່ນໆ ເຊິ່ງລ້ວນແຕ່ເປັນວິຊາສຳຄັນໃນການພັດທະນາສ້າງສາປະເທດ. ສປປລາວ ໃນປັດຈຸບັນ ໃນຖານະທີ່ເປັນອະດີດນັກສຶກສາລາວຄົນໜຶ່ງ ທີ່ຮຽນຈົບຈາກມະຫາວິທະຍາໄລໂລໂມໂນຊົບ, ສະຫະພາບໂຊວຽດ, ໃນເວລາເປັນນັກສຶກສາຢູ່ຣັດເຊຍ ໄດ້ຮຽນຮູ້ເຖິງວັດທະນະທຳ-ຮີດຄອງປະເພນີ, ດົນຕີ ແລະ ອາຫານຣັດເຊຍ ຮຽນຮູ້ໄດ້ນ້ຳໃຈເອື້ອເຟື້ອເພື່ອແຜ່, ຄວາມຈິງໃຈ ແລະ ຮັກໄຄ້, ເສຍສະຫຼະຂອງຄົນຣັດເຊຍ. ໃນເວລາຮ່ຳຮຽນຢູ່ມະຫາວິທະຍາໄລໂຣໂມໂນຊົບ ພາສາຣັດເຊຍ ເປັນພາສາທີ່ຍາກ, ວິຊາທີ່ເລືອກຮຽນກໍຍາກ ເພາະຕ້ອງອ່ານຫຼາຍ, ຄົ້ນຄວ້າຫຼາຍ, ແຕ່ກໍມີບັນດາຄູອາຈານ, ເພື່ອນນັກສຶກສາຮຽນຫ້ອງດຽວກັນຊ່ວຍເຫຼືອ ແລະ ບວກກັບຄວາມຕັ້ງໃຈຂອງຕົນ ຈຶ່ງສາມາດຜ່ານຜ່າໄດ້ຄວາມຫຍຸ້ງຍາກຊົ່ວຄາວດັ່ງກ່າວ.

ແຫຼ່ງຂ່າວ, ຮູບພາບ: ຂ່າວ “ຜູ້ແທນປະຊາຊົນ” Phouthen Pasaxon News

ການຈັດຕັ້ງປະຕິບັດການຖອນຄືນ ການຈັດຕັ້ງປະຕິບັດການຖອນຄືນ

ຄົ້ນຄວ້າຮ່າງນິຕິກໍາແນະນໍາການຈັດຕັ້ງປະຕິບັດການຖອນຄືນ ຊໍາລະຊະສາງລົດຂອງລັດ

ກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລືຄົ້ນຄວ້າຮ່າງນິຕິກໍາ ແນະນໍາການຈັດຕັ້ງປະຕິບັດການຖອນຄືນ ຊໍາລະຊະສາງລົດຂອງລັດ ທີ່ນາຍ ແລະ ພົນທະຫານ ນາຍ ແລະ ພົນຕໍາຫຼວດ ພະນັກງານບໍານານ ທີ່ໄດ້ນໍາເອົາໄປໃຊ້ໃນໄລຍະຜ່ານມາ ຂຶ້ນໃນວັນທີ 10 ຕຸລາ 2022 ທີ່ກະຊວງການເງິນ, ເປັນປະທານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ສົມກຽດ ພາສີ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີຄະນະຮັບຜິດຊອບຄົ້ນຄວ້າຮ່າງນິຕິກໍາແນະນໍາຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເພື່ອປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ທີ່ໄດ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າຮ່າງນິຕິກໍາແນະນໍາການຈັດຕັ້ງປະຕິບັດການຖອນຄືນ ຊໍາລະຊະສາງລົດຂອງລັດ ທີ່ນາຍ ແລະ ພົນທະຫານ ນາຍ ແລະ ພົນຕໍາຫຼວດ ພະນັກງານບໍານານ ທີ່ໄດ້ນໍາເອົາໄປໃຊ້ໃນໄລຍະຜ່ານມາ ຄະນະຮັບຜິດຊອບວຽກງານດັ່ງກ່າວ ຈຶ່ງໄດ້ພ້ອມກັນປຶກສາຫາລືຫຼາຍບັນຫາ ໃນການກໍານົດໂຄງສ້າງ ເນື້ອໃນ ແລະ ບັນດາຄໍາສັບຕ່າງໆທີ່ໃຊ້ໃນການສ້າງນິຕິກໍາດັ່ງກ່າວ ເພື່ອໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ນໍາໃຊ້ຖືກຕ້ອງຕາມຈຸດປະສົງເປົ້າໝາຍ ພ້ອມທັງໃຫ້ມີຄວາມເປັນເອກະພາບກັບຂະແໜງ ການທີ່ກ່ຽວຂ້ອງ ເພື່ອບໍ່ໃຫ້ຂັດກັບນະໂຍບາຍຕ່າງໆໃນການນໍາໃຊ້ລົດຂອງລັດ.

ແຫຼ່ງຂ່າວ ແລະ ຮູບພາບ: Vientiane Mai

ວິສາຫະກິດຫວຽດນາມ ທີ່ມາລົງທຶນຢູ່ ສປປ ລາວ

ຫວຽດນາມ ຈັດຢູ່ໃນອັນດັບ 3 ທີ່ມີການລົງທຶນຢູ່ລາວ

ປັດຈຸບັນ, ວິສາຫະກິດຫວຽດນາມ ທີ່ມາລົງທຶນຢູ່ ສປປ ລາວ ມີທັງໝົດ 417 ໂຄງການ, ມູນຄ່າການລົງທຶນທັງໝົດ 4,3 ຕື້ໂດລາສະຫະລັດ ແລະ ຖືກຈັດຢູ່ໃນອັນດັບ 3 ໃນຈໍານວນ 54 ປະເທດ ແລະ ເຂດແຄ້ວນທີ່ມີການລົງທຶນຢູ່ລາວ.

ທ່ານ ຣວ່າງ ວັນ ກວັນ ຮອງປະທານກຸ່ມນັກທຸລະກິດຫວຽດນາມ ປະຈຳນະຄອນ ຫລວງວຽງຈັນ ໄດ້ລາຍງານໃນກອງປະຊຸມຜູ້ແທນທົ່ວປະເທດ ຂອງສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນຢູ່ລາວ ສະໄໝ III (2022-2027) ໃນວັນທີ 12 ຕຸລາ 2022 ນີ້ວ່າ: ສະມາຄົມນັກທຸລະກິດຫວຽດນາມ ຢູ່ ລາວ ແມ່ນອົງການຈັດຕັ້ງສັງຄົມ-ວິຊາຊີບ ຂອງບັນດານິຕິບຸກຄົນວິສາຫະກິດ, ນັກລົງທຶນ, ນັກທຸລະກິດຫວຽດນາມ ທີ່ດຳລົງຊີ ວິດຢູ່ລາວ, ທີ່ກຳລັງເຄື່ອນໄຫວລົງທຶນ ແລະ ເຮັດການຜະລິດ, ດຳເນີນທຸລະກິດໃນບັນດາຂະແໜງການເສດຖະກິດ ຢູ່ ສປປ ລາວ ປະກອບສ່ວນເຂົ້າໃນການຮ່ວມມື ພັດທະນາເສດຖະກິດຂອງສອງປະເທດລາວ-ຫວຽດນາມ.

ການເຄື່ອນໄຫວວຽກງານ ຂອງສະມາຄົມນັກທຸລະກິດຫວຽດນາມຢູ່ລາວ ສະໄໝທີ II (2016-2021) ເຖິງແມ່ນວ່າໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ພັກ, ລັດຖະບານລາວ ກໍໄດ້ສະໜັບສະໜູນ ຊຸກຍູ້ສົ່ງເສີມການລົງທຶນ, ການຜະລິດ, ການດຳເນີນທຸລະກິດຕ່າງໆ ໃຫ້ມີຄວາມສະດວກສະຫລາຍຂຶ້ນ ເປັນຕົ້ນ ຂະແໜງການບໍລິການທະນາຄານ, ປະກັນໄພ, ສາທາລະນະສຸກ, ໂຄງການເຂື່ອນໄຟຟ້າ, ການຂຸດຄົ້ນແຮ່ທາດ, ວິສາຫະກິດ, ການລົງທຶນຕ່າງໆ ເຫັນວ່າມີສະຖຽນລະພາບ ຕາມແຜນການຄາດໝາຍທີ່ວາງໄວ້.

ສຳທິດທາງແຜນການ ສະໄໝທີ III (2022-2027) ຂອງສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນຢູ່ລາວ ສືບຕໍ່ໃຫ້ຄຳປຶກສາ, ການຊ່ວຍເຫລືອດ້ານນິຕິກໍາກົດໝາຍ, ການປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ ແລະ ຖືກຕ້ອງຕາມກົດໝາຍຂອງສະມາຊິກຂອງສະມາຄົມ; ສະໜອງຂໍ້ມູນກ່ຽວກັບກົດໝາຍ, ນະໂຍບາຍ, ວັດທະນະທໍາ ຮີດຄອງປະເພນີ ແລະ ແວດລ້ອມການລົງທຶນ ຢູ່ ສປປ ລາວ ໃຫ້ກັບບັນດານັກລົງທຶນຫວຽດນາມ ເພື່ອສົ່ງເສີມການລົງທຶນ, ດໍາເນີນທຸລະກິດ, ການຜະລິດ ຢູ່ ສປປ ລາວ; ຈັດຕັ້ງຝຶກອົບຮົມ, ກໍ່ສ້າງ, ບຳລຸງວິຊາສະເພາະກ່ຽວກັບບັນດາຂະແໜງການລົງທຶນ, ການຜະ ລິດ, ການດຳເນີນທຸລະກິດ, ການບໍລິການ, ໃຫ້ການສະໜັບສະໜູນຊ່ວຍເຫລືອ ບັນດາສະມາຊິກສະມາຄົມ ໃຫ້ໄດ້ເຂົ້າຮ່ວມບັນດາລາຍການຕະຫລາດນັດ, ແນະນໍາຜະລິດຕະພັນບໍລິການ, ການຕະຫລາດ ແລະ ການພັດທະນາທ້ອງຕະຫລາດ ເພື່ອຈຸດປະສົງໃຫ້ບັນດາສະມາຊິກສະມາຄົມ ມີເງື່ອນໄຂສະດວກໃນການຜະລິດ ການດຳເນີນທຸລະກິດ ແລະ ການໂຄສະນາເຄື່ອງໝາຍການຄ້າ.ໃນໂອກາດດຽວກັນ, ກໍໄດ້ຄັດເລືອກເອົາຄະນະບໍລິຫານ ສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນຢູ່ລາວ ຊຸດໃໝ່ ສະໄໝທີ III(2022-2027) ເຊິ່ງ ທ່ານ ເຍື່ອງດິງບາງ ເປັນປະທານ ສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນຢູ່ລາວ, ທ່ານ ຝາມກວ່າງຝູ ເປັນຮອງປະທານຜູ້ປະຈຳການ, ທ່ານ ໂດ໋ດັ່ງຄ່າງ ຮອງປະທານ ເລຂາທິການ ສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນຢູ່ລາວ.

ແຫຼ່ງຂ່າວ: ປະເທດລາວ

ເຮືອຣີສອດ ປາກນໍ້າຄານ ຄອງແຊ້ມ ທີ່ທ່າວັດຈັນ ປີ 2022

ເຮືອລີສອດປາກນໍ້າຄານ ຄອງແຊ້ມເຈົ້າທ່າໃນບຸນຊ່ວງເຮືອ ທີ່ທ່າວັດຈັນ ປີ 2022

ເຮືອຣີສອດປາກນໍ້າຄານ ໄດ້ຄອງແຊ້ມເຈົ້າທ່າ ໃນງານແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2022, ໃນວັນທີ 11 ຕຸລາ 2022 ຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທັງເປັນຮອງຫົວໜ້າຄະນະຊີ້ນໍາ ການຈັດງານບຸນອອກພັນສາ ປະວໍລະນາ ແລະ ແຂ່ງຂັນຊ່ວງເຮືອ ປະຈໍາປີ 2022, ມີຄະນະນັກກິລາເຮືອແຕ່ລະພາກສ່ວນ ມວນຊົນຊາງນະຄອນຫຼວງວຽງຈັນ ເຂົ້າຮ່ວມຊົມ ຮ່ວມເຊຍຢ່າງຫຼວງຫຼາຍ ໂດຍມີເຮືອເຂົ້າຮ່ວມທັງໝົດ 33 ລໍາ ໃນນັ້ນ ເຮືອປະເພນີຊາຍ (55 ສີພາຍ) ມີ 7 ລໍາ, ເຮືອປະເພນີຍິງ (55 ສີພາຍ) ມີ 5 ລໍາ ແລະ ເຮືອກິລາ (12 ສີພາຍ) ມີ 21 ລໍາ, ເຊິ່ງໄດ້ຮັບການສະໜັບສະໜູນຈາກ ກຸ່ມບໍລິສັດດາວເຮືອງ, ຮ້ານອາຫານຟູຈິວະລະ, ບໍລິສັດ ເບຍລາວ, ທະນາຄານພັດທະນາລາວ, ທະນາຄານຮ່ວມພັດທະນາລາວ, ສະພາການຄ້າ ແລະ ອຸດສາຫະກຳການຄ້ານະຄອນຫຼວງວຽງຈັນ, ທະນາຄານສົ່ງເສີມກະສິກຳ ແລະ ບໍລິສັດອື່ນໆທີ່ໃຫ້ການອຸປະຖຳເຂົ້າໃນງານບຸນນີ້.

ການແຂ່ງຂັນຊ່ວງເຮືອປະເພນີ ປະເພດ 55 ສີພາຍ ຊາຍ ມີເຮືອ 7 ລໍາ ແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ ກ ມີນະຄອນຫຼວງ ອຸດສາຫະກຳເຫລັກ (ຊຽງຄວນ) ບ້ານຫາດສວນ ຣີສອດປາກນໍ້າຄານ (ບໍລິສັດແສງເພັດ ເກັບກູ້ລະເບີດ) ແຊັມເກົ່າ ແລະ ເມືອງໄຊທານີ (ບ້ານຫາດກ້ຽງ) ກຸ່ມ ຂ ທິດາສາຍແວວ (ທະນາຄານພັດທະນາລາວ) ທິດາສ້ອຍຟ້າ (ບ້ານຫາຍໂສກ ເມືອງສີສັດຕະນາກ) ແລະ ສີຖານໃຕ້ (ພອນພຣະແກ້ວ), ຜ່ານການແຂ່ງຂັນຜົນປາກົດວ່າ: ຊະນະເລີດ ໄດ້ແກ່ເຮືອຣີສອດປາກນໍ້າຄານ ໄດ້ຮັບຂັນໜູນວຽນ, ອັນດັບ 2 ເຮືອນະຄອນຫລວງອຸດສາຫະກໍາ, ອັນດັບ 3 ເຮືອທິດາສາຍແວວ ແລະ ອັນດັບ 4 ເຮືອພອນພະແກ້ວ.

ສ່ວນປະເພດເຮືອ 55 ສີພາຍ ຍິງ, ມີເຮືອ 5 ລໍາ ແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ ກ ມີ ບ້ານຫາດສ້ຽວ (ທິດາສາຍແວວ) ບ້ານຫາດສວນ (ແຂວງວຽງຈັນ) ແລະ ເມືອງໄຊທານີ ກຸ່ມ ຂ ບໍສັດ ດວງຕາ ຫີນ-ຊາຍ (ຊຽງຄວນ) ແລະ ບ້ານທ່າພະ ຜ່ານການແຂ່ງຂັນ, ຊະນະເລີດ ໄດ້ແກ່ເຮືອບໍລິສັດດວງຕາ ຫີນ-ຊາຍ, ອັນດັບ 2 ເຮືອທິດາສາຍແວວ (ບ້ານຫາດສ້ຽວ), ອັນດັບ 3 ເຮືອ 3K ຂຸດຄົ້ນບໍ່ແຮ່ (ບ້ານທ່າພະ) ແລະ ອັນດັບ 4 ເຮືອເມືອງໄຊທານີ. ປະເພດເຮືອປະເພນີຍິງ ແລະ ເຮືອປະເພນີຊາຍ 55 ສີພາຍ ໄດ້ຮັບເທົ່າກັນ ຄື:

ລາງວັນທີ 1 ຂັນເງິນນ້ຳໜັກ 1 ກິໂລ ມູນຄ່າ 19,7 ລ້ານກີບ, ພ້ອມເງິນລາງວັນ 20 ລ້ານກີບ; ລາງວັນທີ 2 ຂັນເງິນນ້ຳໜັກ 0,75 ກຣາມ ມູນຄ່າ 15,25 ລ້ານກີບ, ພ້ອມເງິນລາງວັນ 15 ລ້ານກີບ; ລາງວັນທີ 3 ຂັນເງິນນ້ຳໜັກ 0,5 ກຣາມ ມູນຄ່າ 12 ລ້ານກີບ ພ້ອມເງິນລາງວັນ 10 ລ້ານກີບ ແລະ ລາງວັນທີ 4 ໄດ້ຮັບເງິນລາງວັນ 6 ລ້ານກີບ. ສໍາລັບແຂ່ງຂັນຊ່ວງເຮືອກີລາ 12 ສີພາຍ ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 21 ລໍາ ແບ່ງອອກເປັນ 4 ກຸ່ມ ຜ່ານການແຂ່ງຂັນ ໃນວັນທີ 10 ຕຸລາ 2022 ຊະນະເລີດ ໄດ້ແກ່ເຮືອບໍລິສັດອະພິມາ (ເມືອງວັງວຽງ) ໄດ້ຮັບຂັນໂລ+ເງິນລາງວັນ 10 ລ້ານກີບ, ອັນດັບ 2 ເຮືອສູນຄົ້ນຄວ້າສາຍພັນເຂົ້າ-ບໍລິສັດເດດນະຄອນຂົນສົ່ງ ໄດ້ຮັບຂັນໂລ+ເງິນລາງວັນ 8 ລ້ານກີບ, ອັນດັບ 3 ເຮືອໂຕໂນພາລວຍ ໄດ້ຮັບຂັນໂລ+ເງິນລາງວັນ 6 ລ້ານກີບ ແລະ ອັນດັບ 4 ບ້ານທ່າເດື່ອ ໄດ້ຮັບເງິນລາງວັນຊົມເຊີຍ 4 ລ້ານກີບ.

ຂ່າວ-ພາບ: ສຸກສະຫວັດ

ເປີດນໍາໃຊ້ ອາຄານຫຼັງໃໝ່ດ່ານສາກົນວັງເຕົ່າ

ພິທີເປີດນໍາໃຊ້ ອາຄານຫຼັງໃໝ່ດ່ານສາກົນວັງເຕົ່າ ຊາຍແດນລາວ-ໄທ (ແຂວງຈຳສັກ-ຈັງຫວັດອຸບົນຣາຊະທານີ) ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ດ່ານດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນ​ກາງ​ພັກ ຮອງນາຍົກລັດຖະມົນຕີ ​ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,​ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ​ ເຈົ້າແຂວງຈໍາປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ໃນພິທີ, ທ່ານ ຄໍາຫຼ້າ ລຸນທະປັນຍາ ຮອງອໍານວຍການ ບໍລິສັດ ພົງຊັບທະວີກໍ່ສ້າງ ຈໍາກັດ​ຜູ້ດຽວ​ ໃນນາມຜູ້ຮັບເໝົາໂຄງການ ໄດ້ລາຍງານວ່າ:

ໂຄງການກໍ່ສ້າງອາຄານດັ່ງກ່າວ ຮັບເໝົາໂດຍ ບໍລິສັດ ພົງຊັບທະວີກໍ່ສ້າງ ຈໍາກັດ​ຜູ້ດຽວ ຊຶ່ງປະກອບມີ 7 ໜ້າວຽກໃຫຍ່ຄື: ວຽກກໍ່ສ້າງອາຄານດ່ານ, ວຽກກໍ່ສ້າງອາຄານຫໍພັກ, ວຽກກໍ່ສ້າງທາງເບຕົງ, ວຽກກໍ່ສ້າງຫ້ອງ ນໍ້າ, ວຽກກໍ່ສ້າງອາຄານສີດພົ່ນ-ຂ້າເຊື້ອ, ເຄື່ອງເຟີນີເຈີຄົບຊຸດ, ກ້ອງວົງຈອນ, ລະບົບ IT, ລະບົບດັບເພີງ ແລະ ນໍ້າປະປາຮັບໃຊ້ດ່ານ ລວມມູນຄ່າກໍ່ສ້າງທັງໝົດ 98,3 ຕື້ກີບ, ມີໄລຍະກໍ່ສ້າງ 36 ເດືອນ ແລະ ລັດຈະຊຳລະມູນຄ່າໂຄງການ ພາຍໃນ 5 ປີ. ໂຄງການດັ່ງກ່າວ, ໄດ້ດໍາເນີນການກໍ່ສ້າງໃນຕົ້ນປີ 2013 ແລະ ສ້າງສຳເລັດ 82,96% ເທົ່າກັບມູນຄ່າ 81,5 ຕື້ກີບ, ຈ່າຍເງິນແລ້ວ 56,4 ຕື້ກີບ.

ໃນນັ້ນ, ບ້ວງເງິນສະພາອະນຸມັດ 10 ຕື້ກີບ ແລະ ຢືມຈາກຄັງເງິນແຫ່ງຊາດ 46,4 ຕື້ກີບ, ຍັງຄ້າງຕາມການກວດກາ 25,1 ຕື້ກີບ, ຄ້າງຕາມສັນຍາ 16,8 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆໄດ້ມີຜົນສຳເລັດດັ່ງນີ້:

ວຽກປັບປຸງ-ສ້ອມແປງພາຍໃນອາຄານດ່ານ, ວຽກໄຟຟ້າ, ວຽກຈັດຫາວັດຖຸອຸປະກອນກ່ຽວກັບການຮັບໃຊ້ຫ້ອງການ, ຫ້ອງປະຊຸມ, ປ່ອງບໍລິການ ແລະ ສຳລັບດ້ານນອກອາຄານ ແມ່ນໄດ້ສຳເລັດວຽກອະນາໄມ ແລະ ປະດັບປະດາ-ປູກຫຍ້າ, ແຕ້ມເສັ້ນ ຈໍລະຈອນ ແລະ ເຫັນວ່າສາມາດ ນຳໃຊ້ອາຄານໄດ້ໂດຍພື້ນຖານ, ສຳລັບວຽກທີ່ຍັງຄ້າງເຊັ່ນ: ວຽກກໍ່ສ້າງວົງວຽນນໍ້າພຸ, ຫຼັກທຸງ, ປ້າຍບອກຊື່ດ່ານ, ວຽກຕົບແຕ່ງສັນຍາລັກວັດພູ, ວຽກທັບມ້າງອາຄານດ່ານຫຼັງເກົ່າ, ວຽກກໍ່ສ້າງເສັ້ນທາງຂາອອກ ແລະ ເດີ່ນເບຕົງ ບໍລິສັດຮັບເໝົາຈະສືບຕໍ່ ສູ້ຊົນປະຕິບັດໃຫ້ສຳເລັດໃນທ້າຍປີ 2022 ທີ່ຈະມາເຖິງນີ້. ໃນພິທີ,​ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ລັ່ນ​ຄ້ອງ​ 9​ ບາດ ແລະ ຮ່ວມກັນຕັດແຖບຜ້າ ເປີດການນໍາໃຊ້ອາຄານຢ່າງ​ເປັນທາງການ.(ຂ່າວ-ພາບ: ເກດສະໜາ ແກ້ວສຸວັນນະແສງ)

ກອງບັນຊາການ ປກສ ແຂວງອຸດົມໄຊມອບເງິນຊ່ວຍເຫຼືອໃຫ້ຄອບຄົວພະນັກງານ ທີ່ຖືກນໍ້າຖ້ວມ

ກອງບັນຊາການ ປກສ ແຂວງອຸດົມໄຊມອບເງິນຊ່ວຍເຫຼືອໃຫ້ຄອບຄົວພະນັກງານ-ນັກຮົບທີ່ໄດ້ຮັບຜົນເສຍຫາຍຈາກໄພພິບັດນໍ້າຖ້ວມ

ດ້ວຍຄວາມເປັນຫ່ວງເປັນໄຍຂອງຄະນະພັກ-ຄະ ນະກອງບັນຊາການ ປກສ ແຂວງອຸດົມໄຊ ຕໍ່ຄອບ ຄົວພະນັກງານ-ນັກຮົບໃນກຳລັງປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ທີ່ໄດ້ຮັບຜົນເສຍຫາຍຈາກໄພພິບັດນໍ້າຖ້ວມໃນເດືອນສິງຫາ ຜ່ານມາ;

ເຊິ່ງໃນນີ້ມີສອງຄອບຄົວໄດ້ຮັບຜົນກະທົບເສຍ ຫາຍຢ່າງໜ່ວງ ເປັນຕົ້ນແມ່ນເຮືອນຢູ່ອາໃສຖືກນໍ້າພັດໄຫຼໄປ ເຮັດໃຫ້ສອງຄອບຄົວຂາດທີ່ຢູ່ອາໃສ ໃນວັນທີ 29 ກັນຍາ 2022, ກອງບັນຊາການ ປກສ ແຂວງນຳໂດຍ ສະຫາຍ ພັທ ນາງ ວຽນໄຊ ຮົງດາລາ ຮອງຫ້ອງການເມືອງ ປກສ ແຂວງພ້ອມດ້ວຍຄະນະຮັບຜິດຊອບວຽກງານນະໂຍບາຍ ໄດ້ນຳເອົາເງິນຊ່ວຍເຫຼືອເປັນຈຳນວນ 10.000.000 ກີບ ໂດຍມອບໃຫ້ຄອບຄົວລະ 5.000.000 ກີບ.

ໃນນີ້, ໄດ້ແກ່ຄອບຄົວສະຫາຍ ວທ ຄອນ ຄຳມະນີ ຢູ່ບ້ານໂຮມສຸກ ເມືອງໄຊ ແລະ ວທເສົາ ເພັດສາຄອນ ຢູ່ບ້ານສາມະຄີໄຊ ເມືອງຫຼາ ແຂວງອຸດົມໄຊ ທັງສອງແມ່ນສັງກັດຢູ່ກອງຮ້ອຍປ້ອງກັນທີ່ຕັ້ງ ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊ.ໂອກາດມອບເງິນຊ່ວຍເຫຼືອດັ່ງກ່າວ, ທ່ານ ພັທ ນາງ ວຽນໄຊ ຮົງດາລາ ຍັງໄດ້ໂອ້ລົມຊຸກຍູ້ໃຫ້ຂັວນກຳລັງໃຈແກ່ ສອງຄອບຄົວທີ່ໄດ້ຮົບຜົນເສຍຫາຍໃນຄັ້ງນີ້ໃຫ້ພ້ອມກັນສູ້ຊົນບຸກບືນນຳພາຄອບຄົວສ້າງສາພັດທະນາທາງດ້ານຊີວິດການເປັນຢູ່ໃຫ້ຄ່ອຍໆດີຂຶ້ນເທື່ອລະກ້າວ.

ເຕືອນໄພ! ໂຫດຫຼາຍດຽວນີ້

ເກີດຫຍັງຂຶ້ນດຽວນີ້ ຄຶວ່າອັນຕະລາຍແທ້ໆ

ຫຼ້າສຸດເກີດເຫດກຸ່ມຄົນບໍ່ດີ ລັດຕິປຸ້ນເອົາລົດຈັກ ພ້ອມທຳຮ້າຍຮ່າງກາຍເຈົ້າຂອງລົດ ເສັ້ນທາງສາຍນ້ຳເງິນ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນເຊົ້າມືດວັນທີ 02:00 ໂມງ ວັນທີ 7 ຕຸລາ 2022 ເຊິ່ງຜູ້ໃຊ້ເໂສບຸກໄດ້ໂພສເຕືອນໄພ ເຊິ່ງມີດັ່ງນີ້:

ເຕືອນໄພ ໄປເດິກມາດື່ນລະວັງເດີ້ທຸກຄົນ ເລື່ອງນີ້ເກີດກັບຄົນຮັກແພງ ເຫດເກີດ 02:00 ກາງຄືນ ທີ່ເສັ້ນທາງສາຍນ້ຳເງີນ ທາງຊອດມາຫ້ວຍຫົງຮ່ອມ9 ມີກຸ່ມຊາຍບໍ່ດີຂີ່ລົດຈັກມາ2ຄັນ 4ຄົນ ໄດ້ໃຊ້ໄມ້ແລະຂອງມີຄົມມາຕີເອົາລົດຈັກHonda wave100 ສີ່ງທີ່ໂຈນໄດ້ໄປຄືໂທລະສັບແລະລົດ ເງິນຈຳນວນຫນື່ງໃນກະເປົາ ສ່ວນເຈົ້າຂອງລົດເຈັບໜັກມີບາດແຜຢູ່ຫນ້າຜາກຈີກ ແລະ ກວ້າງ, ມີບາດແຜຖືກກີດທີ່ຂໍ້ມື ບາດແຜຕາມຕົນໂຕອີກ.

ຈາກເຫດການເອື້ອຍລາວເລົ່າ ຫຼັງຈາກເກີດເລື່ອງແລ້ວມີພົນລະເມືອງດີໄດ້ຂີ່ລົດຈັກພາລາວໄປຫ້ອງການບ້ານສາຍນ້ຳເງີນແຕ່ປິດ ແລະບໍ່ມີໃຜຍາມໃຜຢູ່ເລີຍ ລາວເລີຍໃຫ້ມາສົ່ງຢູ່ຮ່ອມບ້ານ ຍ່າງມາທັງຮ້ອງທັງໄຫ້ ມາຮອດໜ້າບ້ານຂ້ອຍ ເລີຍເອີ້ນຖາມ ດ້ວຍເຫັນອາການລາວຍ່າງເຊ ເຫັນທ່າບໍ່ດີຈົນແລ່ນໄປໄຂຕູບ້ານແລ້ວເຫັນສະພາບເອື້ອຍເພີ່ນເລີຍພາລາວມາຫາໝໍ ຂ້ອຍຜູ້ທີ່ເຫັນອາການລາວທັງໃຈຮ້າຍໃຫ້ໂຈນທັງອີ່ຕົນລາວມາລັກມາຈີ້ເອົາໄປລະຍັງມາທຳຮ້າຍລາວປານນີ້.

ລາວທັງໄຫ້ທັງວ່າ ບໍ່ເຫຼືອຫຍັງແລ້ວ ເງີນຫາມາທັງຊີວິດ ທັງໂທສັບທັງລົດໂອ່ຍເອື້ອຍເອີ້ຍຂ້ອຍອີ່ຕົນເຈົ້າເດ ເຮົາກະຊ່ວຍທີ່ຊ່ວຍເຈົ້າໄດ້ເດີ້ເອື້ອຍ.

ຂໍປັນກຳລັງໃຈໃຫ້ຜູ້ໂຊກຮ້າຍຄັ້ງນີ້ ຂໍໃຫ້ຈັບຄົນຮ້າຍໄດ້ໄວໆ

ດຳລັດ ວ່າດ້ວຍຊັບສິນທີ່ຖືກຍຶດ

ດຳລັດ ວ່າດ້ວຍຊັບສິນທີ່ຖືກຍຶດ, ອາຍັດ ແລະ ຮີບເປັນຄວາມໝາຍ

.

.

.

.

.

.

.

.

.

.

;

;

;

;