Home Blog Page 6

ກອງປະຊຸມລັດຖະມົນຕີສາທາລະນະສຸກອາຊຽນຄັ້ງທີ 16 ເພື່ອຮັບມືກັບພະຍາດລະບາດແລະປ້ອງກັນພະຍາດຊຶມເຊື້ອ

ການເປີດໂຕວຽກງານປ້ອງກັນພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດ (AIDP) ໃນກອງປະຊຸມລັດຖະມົນຕີສາທາລະນະສຸກອາຊຽນຄັ້ງທີ 16 ເພື່ອສ້າງຄວາມເຂັ້ມແຂງໃນການກຽມພ້ອມຮັບມືກັບພະຍາດລະບາດແລະປ້ອງກັນພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດຂອງປະຊາຄົມອາຊຽນ

ວຽງຈັນ, ສປປ ລາວ, 8 ສິງຫາ 2024 – ວຽກງານປ້ອງກັນພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດ (AIDP) ໄດ້ມີການເປີດໂຕຢ່າງເປັນທາງການໃນມື້ນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາປະເທດອາຊຽນ ໃນການຕອບໂຕ້ກັບພະຍາດວັນນະໂລກ, ລະບົບສຸຂະພາບ ແລະ ການກຽມຄວາມພ້ອມໃນການຮັບມືກັບພະຍາດລະບາດ ເພື່ອແກ້ໄຂບັນຫາພະຍາດຊຶມເຊື້ອໃນທາງເດີນຫາຍໃຈທີ່ເກີດຂຶ້ນທາງອາກາດຢ່າງຂະຫຍາຍຕົວ.

ໂຄງການດັ່ງກ່າວ ເລີ່ມຕົ້ນເປີດໂຕໂຄງການຄຽງຄູ່ກັບ ກອງປະຊຸມລັດຖະມົນຕີ ສາທະລະນະສຸກອາຊຽນ, ໂດຍມີຜູ້ນຳລັດຖະບານ ຈາກບັນດາປະເທດສະມາຊິກອາຊຽນ ໄດ້ມາລວມກັນ. ກ່າວເປີດພິທີ ໂດຍ ພະນະທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ, ເປັນກຽດເຂົ້າຮ່ວມ ມີ ທ່ານ ດຣ ວຽງສະຫວັນ ກິດຕິພົງ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ, ບັນດາຄະນະຜູ້ແທນຈາກປະເທດອາຊຽນ, ພ້ອມດ້ວຍບັນດາການນຳ ອົງການຄູ່ຮ່ວມມື ຕໍ່ຕ້ານພະຍາດວັນນະໂລກ (Stop TB Partnership) ໃນການເຂົ້າຮ່ວມຢ່າງພ້ອມພຽງກັນເພື່ອປັບປຸງຄວາມເຂົ້າໃຈຕໍ່ກັບພະຍາດວັນນະໂລກ ແລະ ການກຽມຄວາມພ້ອມໃນການຮັບມືກັບພະຍາດລະບາດໃນຂົງເຂດອາຊຽນ, ເສີມສ້າງການຮ່ວມມືກັບຄູ່ຮ່ວມພັດທະນາ ແລະ ສ້າງຂີດຄວາມສາມາດຢ່າງເຂັ້ມແຂງໃນການຈັດການກັບພະຍາດຊຶມເຊື້ອໃນທາງເດີນຫາຍໃຈທີ່ເກີດຂຶ້ນທາງອາກາດ.

AIDP ໄດ້ຮັບການສະຫນັບສະຫນູນໂດຍອົງການພັດທະນາສາກົນ ປະເທດອາເມລິກາ (USAID) ແລະ ຈັດຕັ້ງປະຕິບັດໂດຍອົງການຄູ່ຮ່ວມມື ຕໍ່ຕ້ານພະຍາດວັນນະໂລກ (Stop TB Partnership) ແລະ ອົງການຄູ່ຮ່ວມມື ຕໍ່ຕ້ານພະຍາດວັນນະໂລກ ອິນໂດເນເຊຍ (STPI), ເປັນອົງການທີ່ບໍ່ຂຶ້ນກັບລັດຖະບານ ເຊິ່ງເຮັດໜ້າທີ່ໃນການລົບລ້າງພະຍາດວັນນະໂລກ. ຮູບແບບດັ່ງກ່າວໄດ້ຮັບການຮັບຮອງໂດຍບັນດາປະເທດອາຊຽນ.

ອີງຕາມບົດລາຍງານ ພະຍາດວັນນະໂລກທົ່ວໂລກ 2023, ຄາດຄະເນວ່າມີປະຊາກອນຈຳນວນຫລາຍກວ່າ 2.4 ລ້ານຄົນທົ່ວປະເທດອາຊຽນ ໄດ້ຮັບຜົນກະທົບຈາກວັນນະໂລກ. 5ປະເທດອາຊຽນ (ອິນໂດເນເຊຍ, ມຽນມາ, ຟິລິບປິນ, ໄທ ແລະ ຫວຽດນາມ) ແມ່ນຢູ່ໃນລາຍຊື່ທີ່ມີພາລະສູງຕໍ່ພະຍາດວັນນະໂລກ ຂອງອົງການອະນາໄມໂລກ. ຍິ່ງໄປກວ່ານັ້ນ, ການລະບາດຂອງພະຍາດໂຄວິດ-19 ໄດ້ທຳລາຍໂຄງການປ້ອງກັນ ແລະ ຮັກສາພະຍາດວັນນະໂລກແຫ່ງຊາດ ເຊິ່ງມີບຸກຄະລາກອນ ແລະ ຊັບພະຍາກອນທີ່ຖືກໃຫ້ປ່ຽນແນວທາງ ຈາກພະຍາດວັນນະໂລກ ໄປເປັນພະຍາດໂຄວິດ-19, ເຊິ່ງສົ່ງຜົນໃຫ້ມີຜູ້ເສຍຊີວິດຈາກວັນນະໂລກເພີ່ມຂຶ້ນເກືອບເຄິ່ງລ້ານຄົນຈາກປີ 2020 ເຖິງ 2022

ອີງຕາມອົງການອະນາໄມໂລກ, ຢູ່ປະເທດລາວ ມີ 5 ປັດໃຈຫຼັກທີ່ສ່ຽງຕໍ່ການເປັນພະຍາດວັນນະໂລກຄື: ການສູບຢາ, ການດື່ມສິ່ງມຶນເມົາ, ການຂາດສານອາຫານ, ໂລກເອດ ແລະ ພະຍາດເບົາຫວານ. ການຂາດສານອາຫານເປັນເລື່ອງປົກກະຕິຂອງຜູ້ເປັນວັນນະໂລກ ຊຶ່ງອາດເພີ່ມຄວາມສ່ຽງໃນການຕິດເຊື້ອວັນນະໂລກ ຫຼື ເຮັດໃຫ້ເຊື້ອທີ່ແຝງຢູ່ອອກອາການ. ການຄົ້ນຄວ້າໃນປີ 2022 ພົບວ່າມີ 41% ຂອງຜູ້ເຂົ້າຮ່ວມ ແມ່ນຂາດສານອາຫານ ໃນນັ້ນດັດສະນີມວນສານຂອງຮ່າງກາຍ ມີຕໍ່າກວ່າ 18.5. ໃນປີ 2022, ມີປະມານ 10,000 ຄົນໄດ້ຖືກກວດພົບວ່າເປັນພະຍາດວັນນະໂລກ (TB), ໃນອັດຕາ 138 ຄົນຕໍ່ 100,000 ຄົນ. ມີເຖິງ 1,000 ຄົນທີ່ເສຍຊີວິດ, ອີງຕາມອົງການອະນາໄມໂລກ.

ໃນບົດກ່າວເປີດກອງປະະຊຸມ ຂອງ ພະນະທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໄດ້ກ່າວວ່າ: “ການ​ລະບາດຂອງພະຍາດ​ໂຄ​ວິດ-19 ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດ​ມະນຸດ​ເກືອບ​ທຸກ​ດ້ານ. ພວກເຮົາຕ້ອງຮຽນຮູ້ຈາກປະສົບການ ຂອງພວກເຮົາ ແລະ ກຽມພ້ອມໃຫ້ດີກວ່າເກົ່າ ສໍາລັບສະຖານະການທີ່ຄ້າຍຄືກັນໃນອະນາຄົດ. ລະບົບສາທາລະນະສຸກ ໃນພາກພື້ນຂອງພວກເຮົາ ກໍາລັງພັດທະນາ ແລະ ພວກເຮົາຈໍາເປັນຕ້ອງສ້າງລະບົບທີ່ເຂັ້ມແຂງ ແລະ ຍືນຍົງ ກວ່າເກົ່າ. ໂຄງການພະຍາດວັນນະໂລກ ມີການຄຸ້ມຄອງຫຼາຍຫຼັກການ ທີ່ສາມາດນໍາໃຊ້ສໍາຫຼັບພະຍາດຕ່າງໆທີ່ມາທາງອາກາດ ເຊັ່ນ: ເຄື່ອງມືກວດແບບວ່ອງໄວ, ການຕິດຕາມການສໍາພັດ, ລະບົບດິຈິຕອນ ແລະ ຊຸມຊົນ ແລະ ລະບົບເຕືອນໄພລ່ວງໜ້າ. ພວກເຮົາ ຕ້ອງລົງທຶນໃນຮູບແບບເຕັກໂນໂລຊີ ແລະ ສ້າງພື້ນຖານໂຄງລ່າງ ທີ່ສາມາດນຳໃຊ້ໄດ້ສຳລັບພະຍາດລະບາດທາງອາກາດໃນອະນາຄົດ.”

ໃນລະຫວ່າງການໂອ້ລົມຂອງຜູ້ນໍາໃນງານ, ທ່ານ ດຣ. ວຽງສະຫວັນ ກິດຕິພົງ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໄດ້ກ່າວວ່າ: “ພະຍາດວັນນະໂລກ ເປັນພະຍາດອັນດັບຕົ້ນໆ ໃນຂົງເຂດສາທາລະນະສຸກ ຂອງປະເທດເຮົາ. ພວກເຮົາໄດ້ນຳໃຊ້ ເຕັກໂນໂລຊີໃໝ່ໆ ເຊັ່ນ: ການກວດຫາພະຍາດແບບ GeneExpert ເພື່ອກວດຫາພະຍາດວັນນະໂລກ, ການເອັກຊເລ໌ ແບບດິຈິຕອນ, ແລະ ເຄື່ອງມືບົ່ງມະຕິເບື້ອງຕົ້ນ. ພ້ອມດຽວກັນ, ພວກເຮົາຍັງມີການແບ່ງປັນຂໍ້ມູນກັບປະເທດສະມາຊິກອາຊຽນອື່ນໆ ເພື່ອສ້າງຄວາມອາດສາມາດ ໃນຫ້ອງທົດລອງ, ການສະໜັບສະໜຸນ ການກວດ ແລະ ບົ່ງມະຕິພະຍາດເບື້ອງຕົ້ນ ແລະ ສ້າງຄວາມເຂັ້ມແຂງ ໃນການເບິ່ງແຍງສຸຂະພາບຂັ້ນພື້ນຖານ”  

ໃນການສົ່ງເສີມການຮ່ວມມືຕໍ່ສູ້ກັບພະຍາດຊຶມເຊື້ອໃນທາງເດີນຫາຍໃຈທີ່ເກີດຂຶ້ນທາງອາກາດ, AIDP ຈະເຮັດວຽກຮ່ວມກັບປະເທດອາຊຽນ ແລະ ອົງກອນທີ່ສຳຄັນລະດັບໂລກເພື່ອຕົກລົງກັນກ່ຽວກັບ ນະໂຍບາຍ ແລະ ວິທີການຕ່າງໆ ຕະຫຼອດຮອດການແລກປ່ຽນບົດຮຽນ, ການນຳໃຊ້ພື້ນຖານໂຄງລ່າງ, ຮູບແບບເຕັກໂນໂລຊີ ແລະ ກຳລັງແຮງງານ ໃນການສ້າງຂີດຄວາມສາມາດໃຫ້ເພີ່ມຂຶ້ນ ເພື່ອຄົນເຈັບພະຍາດວັນນະໂລກ ແລະ ຍົກລະດັບການກຽມຄວາມພ້ອມຮັບມືກັບພະຍາດລະບາດ.

ພະນະທ່ານ ດຣ ທຽນດຣາ ໂຢກະ ອາດິຕະມະ, ທີ່ປຶກສາອາວຸໂສ ອົງການຄູ່ຮ່ວມມື ຕໍ່ຕ້ານວັນນະໂລກ ອິນໂດເນເຊຍ ແລະ ທັງເປັນ ຫົວຫນ້າໂຄງການ ວຽກງານປ້ອງກັນພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດ (AIDP) ກ່າວວ່າ “ຈຳນວນຜູ້ເສຍຊີວິດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສູງນັ້ນ ສະແດງໃຫ້ເຫັນວ່າໂລກເຮົາບໍ່ໄດ້ກຽມພ້ອມທີ່ຈະຕໍ່ສູ້ກັບພະຍາດລະບາດນີ້ເທື່ອ. ນອກຈາກການສູນເສຍຊີວິດຜູ້ຄົນແລ້ວ, ພະຍາດໂຄວິດ-19 ຍັງສົ່ງຜົນກະທົບຢ່າງຮຸນແຮງຕໍ່ກັບໂຄງການ ການປ້ອງກັນ, ການເຂົ້າເຖິງ ແລະ ການຮັກສາພະຍາດວັນນະໂລກອີກດ້ວຍ. ສະຖານະການວັນນະໂລກໃນປະເທດອາຊຽນຂ້ອນຂ້າງຫນ້າເປັນຫ່ວງ, ໂດຍຫລາຍປະເທດໃນພາກພື້ນຍັງປະສົບກັບສິ່ງທ້າທາຍທີ່ສຳຄັນໃນການຄວບຄຸມ ແລະ ຈັດການກັບພະຍາດວັນນະໂລກ. ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມສຳຄັນໃນການເຮັດວຽກຮ່ວມກັນຂອງບັນດາປະເທດອາຊຽນ ເພື່ອສ້າງຄວາມເຂັ້ມແຂງໃນລະບົບການຕອບໂຕ້ກັບພະຍາດວັນນະໂລກ ບໍ່ພຽງແຕ່ການສ້າງຂີດຄວາມສາມາດໃຫ້ເພີ່ມຂຶ້ນ ເພື່ອຊ່ວຍຄົນເຈັບພະຍາດວັນນະໂລກເທົ່ານັ້ນ ແຕ່ຕ້ອງເພີ່ມການກະກຽມຮັບມືກັບພະຍາດລະບາດອີກດ້ວຍ”

ກ່ອນການດຳເນີນໂດຍການປະເມີນທາງດ້ານພູມສັນຖານ, ວຽກງານປ້ອງກັນພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດ ຈະສຸມໃສ່ການສ້າງຄວາມເຂັ້ມແຂງໃນການຕອບໂຕ້ພະຍາດລະບາດ ແລະ ວັນນະໂລກ ໃນແຕ່ລະປະເທດອາຊຽນ, ລວມທັງຂັ້ນຊຸມຊົນ ແລະ ສູຂະພາບຂັ້ນເລີ່ມຕົ້ນ. ສິ່ງດັ່ງກ່າວຈະດຳເນີນໂດຍການເສີມສ້າງໂຄງລ່າງພື້ນຖານດ້ານສາທາລະນະສຸກທີ່ມີຢູ່ແລ້ວ ເພື່ອປັບປຸງ ກວດຫາເຊື້ອ, ປິ່ນປົວ ແລະ ປ້ອງກັນ. ນອກຈາກນີ້ ຍັງລວມມີການໃຊ້ປະໂຫຍດຈາກເຕັກໂນໂລຊີທີ່ຖືກພັດທະນາມາຕັ້ງແຕ່ພະຍາດລະບາດ ໂຄວິດ-19, ລວມທັງເຄື່ອງເອກຊະເລ (X-ray) ແບບເຄື່ອນທີ່ ທີ່ສາມາດນຳໃຊ້ໄດ້ໃນທ້ອງຖິ່ນ ໂດຍປະສາຈາກການເດີນທາງຂອງຜູ້ຄົນໄປເຖິງໂຮງຫມໍ ຫລື ຄລີນິກ, ເຕັກໂນໂລຊີການກວດສອບຫາເຊື້ອແບບວ່ອງໄວ, ແລະ ເຄື່ອງມືການເຝົ້າລະວັງແບບດີຈິຕອນຕາມເວລາໂຕຈິງ. ມາດຕະການການຮັບມືກັບພະຍາດວັນນະໂລກຕ່າງໆນີ້ ຈະເປັນປະໂຫຍດໃນເວລາປະສົບກັບພະຍາດລະບາດໃນອະນາຄົດ ທີ່ອາດຈະກາຍເປັນພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດໄດ້.

ດຣ. ສຸວານັນ ຊາຫຸ, ຮອງອຳນວຍການ ອົງການຄູ່ຮ່ວມມື ຕ້ານພະຍາດວັນນະໂລກ (Stop TB Partnership), ກ່າວວ່າ “ໄລຍະທຳອິດຂອງໂຄງການ ວຽກງານປ້ອງກັນພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດ (AIDP) ຈະປັບປຸງ ຄວາມເຂົ້າໃຈໂດຍການປະເມີນພູມສັນຖານຂອງ 10ປະເທດ ອາຊຽນ. ຂໍ້ມູນນີ້ຈະລະບຸເຖິງ ຂີດຄວາມສາມາດປະຈຸບັນຂອງແຕ່ລະປະເທດທີ່ມີ ໃນການຕອບໂຕ້ຕໍ່ພະຍາດວັນນະໂລກ ແລະ ພະຍາດລະບາດທີ່ເກີດຂຶ້ນທາງອາກາດໃນອະນາຄົດ, ແລະ ຄຳແນະນຳກ່ຽວກັບແຜນການປະຕິບັດເພື່ອໃຫ້ບັນລຸການກຽມພ້ອມກັບພະຍາດລະບາດໃຫ້ດີຂຶ້ນ. ຕໍ່ຈາກຈຸດນີ້, ໄລຍະທີສອງພວກເຮົາຈະສະຫນັບສະໜູນ ກິດຈະກຳ ແລະ ການລິເລີ່ມຕ່າງໆ ຂອງຂັ້ນຊຸມຊົນ ແລະ ສາທາລະນະສຸກຂັ້ນຕົ້ນ ເພື່ອສ້າງຄວາມເຂັ້ມແຂງ ໃນການກຽມພ້ອມຄວາມອາດສາມາດ ເພື່ອຕອບໂຕ້ກັບພະຍາດວັນນະໂລກຢູ່ທົ່ວປະເທດອາຊຽນ ໃຫ້ມີການຈັດການຕໍ່ພະຍາດຊຶມເຊື້ອໃນທາງເດີນຫາຍໃຈ ຫລື ພະຍາດລະບາດທີ່ເກີດຂຶ້ນທາງອາກາດໃຫ້ດີຂຶ້ນ. ດັ່ງນັ້ນ, ພວກເຮົາຂໍສະແດງຄວາມຂອບໃຈຕໍ່ USAID ສຳລັບການສືບຕໍ່ໃຫ້ຄຳຫມັ້ນສັນຍາໃນ ການແກ້ໄຂຮັບມືກັບພະຍາດວັນນະໂລກໃນທົ່ວໂລກ, ໂດຍສະເພາະໃນພາກພື້ນອາຊຽນ, ເຊິ່ງສະໜັບສະໜູນຢ່າງຫຼວງຫຼາຍໃນໂຄງການ ວຽກງານປ້ອງກັນພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດ (AIDP). ພ້ອມດຽວກັນນັ້ນ ພວກເຮົາກໍສະແດງຄວາມຂອບໃຈມາຍັງລັດຖະບານ ສປປ ລາວ ໃນການເປັນຜູ້ນຳຈັດຕັ້ງກອງປະຊຸມ ວຽກງານປ້ອງກັນພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດ (AIDP) ຄັ້ງທຳອິດນີ້ອີກດ້ວຍ.”

ສຸດ​ທ້າຍ, ປະທານ​ຄະນະ​ກຳມະການ​ການ​ຮ່ວມ​ມື​ການຕ້ານ​​ພະຍາດ​ວັນນະ​ໂລກ (Stop TB Partnership), ທ່ານ ​ດຣ. ແທວດໍ ເຮີໂບຊາ ໄດ້ກ່າວວ່າ: “ສິ່ງຫນຶ່ງທີ່ພວກເຮົາໄດ້ຮຽນຮູ້ຈາກການແຜ່ລະບາດຂອງພະຍາດ ແມ່ນລະບົບຕ້ານວັນນະໂລກທີ່ເຂັ້ມແຂງ ທີ່ສາມາດເປັນຊັບສິນອັນສໍາຄັນໃນການຮັບມືກັບພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດອື່ນໆ. ການລົງທຶນຈັດການ ກັບການພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດ ເຊັ່ນ: ພະຍາດວັນນະໂລກ ແມ່ນການລົງທຶນໃນການແກ້ໄຂບັນຫາຂອງທຸກພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດ”

ພະຍາດວັນນະໂລກມີອັດຕາການຕາຍສູງເກືອບ 15%, ຖ້າທຽບໃສ່ພະຍາດໂຄວິດ-19 ທີ່ມີ 3.5%. ບົດຄົ້ນຄວ້າຂອງ ຮໍແກນ ແລະ ຄະນະ (2020) ສະແດງໃຫ້ເຫັນວ່າການປ້ອງກັນ ແລະ ປິ່ນປົວພະຍາດວັນນະໂລກ ສົ່ງຜົນກະທົບອັນສຳຄັນໃນໄລຍະການແຜ່ລະບາດພະຍາດ ໂຄວິດ-19 ເຊິ່ງຜູ້ຕິດເຊື້ອວັນນະໂລກຫລຸດລົງ, ການແຜ່ເຊື້ອວັນນະໂລກຢູ່ໃນຄົວເຮືອນເພີ່ມຂຶ້ນ, ອັດຕາການສີດວັກຊີນ BCG ຫລຸດລົງ, ການເຂົ້າເຖິງຢາ ປົວວັນນະໂລກ ແລະ ການກວດຫາເຊື້ອກໍຫລຸດລົງເຊັ່ນກັນ.

ສຳນັກຂ່າວອອນລາຍ ລາວໂພສ Laopost ຖືກຍອມຮັບຈາກຜູ້ອ່ານໃນລາວ

ສຳນັກຂ່າວອອນລາຍລາວໂພສ ຫຼື ເພຈ ລາວໂພສ Laopost ເປັນຂ່າວດີຈີຕອນໃນລາວ ເຊິ່ງນຳສະເໜີຂ່າວທີ່ມີຄວາມຊັດເຈນ, ລະອຽດ ແລະ ຖືກຕ້ອງ ໂດຍມີທັງພາຍໃນ ແລະ ຕ່າງປະເທດ.

ລາວໂພສຖືກສ້າງຂຶ້ນແຕ່ປີ 2013 ໂດຍໄດ້ນຳສະເໜີເນື້ອໃນຂ່າວສານ ແລະ ການບັນເທີງ. ມາຮອດປີ 2017, ບໍລິສັດ ອາດິເຄ ກຸບ ໄດ້ເຂົ້າມາດູແລ ພ້ອມທັງສືບຕໍ່ການຜະລິດຂ່າວອອກມາເລື້ອຍໆ. ລາວໂພສໄດ້ຂຶ້ນທະບຽນຢ່າງຖືກຕ້ອງກັບກົມສື່ມວນຊົນ ກໍຄືກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ. ປັດຈຸບັນ, ລາວໂພສທີຜູ້ຕິດຕາມ 315,000 ບັນຊີ (ອັບເດດ ວັນທີ 2/2/2024) ແລະ ມີຜູ້ກົດຖືກໃຈ 176,000 ບັນຊີ.

ດ້ານເນື້ອໃນຂ່າວສານ, ລາວໂພສ ເນັ້ນຢໍ້າເຖິງຂ່າວທີ່ເປັນທາງການ ແລະ ມີຄວາມຊັດເຈນໃນການລາຍງານ ເພື່ອໃຫ້ສັງຄົມເຂົ້າໃຈຖືກປະເດັນ. ນອກຈາກຂ່າວພາຍໃນປະເທດ, ລາວໂພສ ຍັງນຳສະເໜີຂ່າວຕ່າງປະເທດທີ່ກໍໃຫ້ເກີດປະໂຫຍດ ແລະ ຄວາມຮູ້ໃໝ່ໆ ເຊັ່ນ: ເຕືອນໄພ, ສຸຂະພາບ, ສິ່ງແວດລ້ອມ, ສະພາບເສດຖະກິດ… ເພື່ອໃຫ້ຄົນອ່ານໄດ້ຄິດໄປນຳ ແລະ ໄດ້ຮັບຮູ້ຂໍ້ມູນຂ່າວສານໃນແຕ່ລະວັນ.

ນອກນີ້, ບັນດານັກຂຽນຂ່າວໃນລາວໂພສ ແມ່ນມີປະສົບການ ແລະ ໄດ້ຮັບການຝຶກອົມຮົມໃນດ້ານຕ່າງໆເພື່ອຈະຮັບປະກັນວ່າ ບົດຂ່າວທີ່ຈະອອກໄປນັ້ນມີຄຸນນະພາບຫຼາຍໜ້ອຍປານໃດ. ເມື່ອຕົ້ນເດືອນກຸມພາ ປີ 2024 ທີ່ຜ່ານມາ, ນັບວ່າເປັນບາດກ້າວສຳຄັນທີ່ສຸດຂອງນັກຂ່າວໃນລາວ ເພາະບັນດານັກຂຽນຂ່າວຂອງລາວໂພສ ໄດ້ຮັບກຽດໃນການເຂົ້າເປັນສະມາຄົມນັກຂ່າວແຫ່ງຊາດ. ດັ່ງນັ້ນ, ຄົນອ່ານສາມາດຮັບປະກັນຄວາມຖືກຕ້ອງ ແລະ ເຊື່ອຖືໄດ້ ໂດຍຜົນງານທີ່ຜ່ານມາ ລາວໂພສກໍໄດ້ລາຍງານຂ່າວໄດ້ທັນເຫດການ ເຊັ່ນ: ຂ່າວສັງຄົມ; ທວງຄືນຄວາມຍຸດຕິທຳໃຫ້ແມ່ຍິງທີ່ຖືກສາມີທຳຮ້າຍຮ່າງກາຍ, ຄວາມຮູ້ຮອບໂຕ; ສາຍດ່ວນຈຳເປັນ, ບັນເທີງ; ການປະກວດນາງງາມ,​ ເທສະການ ແລະ ງານສຳຄັນຕ່າງໆໃນລາວ, ຂ່າວເຫດການ ແລະ ການແຈ້ງເຕືອນໄພຕ່າງໆ…

ສະຫຼຸບລວມແລ້ວ, ລາວໂພສກາຍເປັນທີ່ຮູ້ຈັກ ແລະ ຍອມຮັບຂອງສັງຄົມລາວນັບມື້ນັບຫຼາຍ ກໍຄືພໍແມ່ພີ່ນ້ອງຊາວລາວນັ້ນເອງ.

ໂຄງການຂຸດຄົ້ນ-ປຸງແຕ່ງທອງ-ຄໍາ ພູຄໍາ

ໃນເດືອນນີ້,​ ບໍລິສັດ ພູເບ້ຍ ມາຍນິງ ບັນລຸຂີດໝາຍອັນສໍາຄັນ ຢູ່ໂຄງການຂຸດຄົ້ນ-ປຸງແຕ່ງທອງ-ຄໍາ ພູຄໍາ ເຊິ່ງມີການຜະລິດທອງໃນແຮ່ເຂັ້ມຂຸ້ນໜຶ່ງລ້ານໂຕນ.

ໂຄງການຂຸດຄົ້ນ-ປຸງແຕ່ງທອງ-ຄໍາ ພູຄໍາ ເລີ່ມການຂຸດຄົ້ນທອງ 16 ປີຜ່ານມາ. ທຸກພະແນກການຂອງໂຄງການ ແມ່ນໄດ້ປະຕິບັດຕາມມາດຕະຖານສາກົນ.​ ແຮງງານ, ເຊິ່ງມີພະນັກງານຄົນລາວກວມເອົາ 93 ສ່ວນຮ້ອຍ ໄດ້ປະກອບສ່ວນວຽກງານຢ່າງຫ້າວຫັນ ແລະ ດຸໝັ່ນ ເພື່ອຮັບປະກັນໃຫ້ບໍ່ຂຸດຄົ້ນມີຄວາມປອດໄພ, ມີປະສິດທິຜົນ ແລະ ມີນະວັດຕະກໍາໃໝ່. ເພື່ອໃຫ້ໄດ້ຮັບໝາກຜົນສໍາເລັດຂອງການຜະລິດທອງໜຶ່ງລ້ານໂຕນ, ຕ້ອງມີການຜະລິດຫຼາຍກວ່າ 135,000 ຊົ່ວໂມງຈາກທີມງານຢູ່ພູຄໍາ, ມີການຂຸດຄົ້ນແຮ່ຫຼາຍກວ່າ 800​ ລ້ານໂຕນ ແລະ ປ້ອນສິນແຮ່ເຂົ້າໂຮງງານເພື່ອປຸງແຕ່ງປະມານ 65​ ລ້ານໂຕນ. 

ທອງ ແມ່ນໂລຫະທາດທີ່ນໍາມາແປຮູບໄດ້ຫຼາກຫຼາຍ ໂດຍມີການນໍາໃຊ້ຫຼາຍສ່ວນເຂົ້າໃນການສົ່ງກະແສໄຟຟ້າ ແລະ ຄວາມຮ້ອນທີ່ດີເລີດ, ມີຄວາມທົນທານຕໍ່ການເຂົ້າໝ້ຽງ, ແລະ ມີຄວາມສາມາດເຊື່ອມຈອດກັບໂລຫະທາດອື່ນໆ. ດ້ວຍຜົນປະໂຫຍດຂອງການນໍາໃຊ້ທີ່ຫຼາກຫຼາຍ, ທອງ ຍັງເຕີບໂຕໃນຕະຫຼາດລົດໄຟຟ້າ, ເຊິ່ງຕ້ອງການທອງຈໍານວນມະຫາສານ ເນື່ອງຈາກທອງແມ່ນອົງປະກອບສໍາຄັນໃນພະລັງໄຟຟ້າ. ລົດໄຟຟ້າທີ່ໃຊ້ໝໍ້ໄຟ ໂດຍທົ່ວໄປ ແມ່ນຕ້ອງໃຊ້ທອງຢູ່ 80 ກິໂລກຣາມ. ນີ້ແມ່ນຫຼາຍກວ່າລົດທີ່ໃຊ້ນໍ້າມັນເຊື້ອໄຟທົ່ວໄປ, ເຊິ່ງຈະໃຊ້ທອງໃນໝໍ້ໄຟຢູ່ປະມານ 8 ແລະ 22 ກິໂລກຣາມ. ການນໍາໃຊ້ທອງທີ່ເພີ່ມຂຶ້ນໃນລົດໄຟຟ້າ ແມ່ນສໍາຄັນສໍາລັບເຄື່ອງຈັກ, ໝໍ້ໄຟ, ຕົວແຮງຂັບເຄື່ອນ ແລະ ສາຍໄຟໃນລົດໄຟຟ້າ. ສໍາລັບພາຫະນະຂະໜາດໃຫຍ່ເຊັ່ນ: ລົດເມ ແມ່ນນໍາໃຊ້ທອງຫຼາຍກວ່າ 350 ກິໂລກຣາມ. ການສົ່ງກະແສໄຟຟ້າທີ່ດີ, ລາຄາໃຊ້ຈ່າຍທີ່ມີປະສິດທິຜົນ, ແລະ ຄວາມທົນທານຂອງທອງ ຖືເປັນອົງປະກອບອັນສໍາຄັນໃນພາຫະນະລົດໄຟຟ້າຂາດບໍ່ໄດ້.​ ທອງ ຍັງໄດ້ນໍາໃຊ້ໃນການຜະລິດສາຍໄຟຟ້າ ເພາະມີຄວາມສາມາດສົ່ງກະແສໄຟຟ້າໄດ້ດີ.

ການດໍາເນີນງານຂອງໂຮງງານ ພູຄໍາ ໃນແຂວງ ໄຊສົມບູນ ໄດ້ສ້າງຜົນປະໂຫຍດຍາວນານສໍາລັບ ບັນດາຊຸມຊົນທ້ອງຖິ່ນ, ລັດຖະບານຂັ້ນສູນກາງ ແລະ ຂັ້ນແຂວງ. ການສໍາຫຼວດເສດຖະກິດ-ສັງຄົມໃນຄົວເຮືອນປີ 2022, ທີ່ບໍລິສັດໄດ້ຈັດຈ້າງ່ຽວຊານເອກະລາດມາດຳເນີນການສຳຫລວດ ເຊິ່ງໄດ້ຈັດຕັ້ງຢູ່ບ້ານ ນໍ້າໂມ້, ນໍ້າຍອນ ແລະ ນາໄຊສະຫວ່າງ ພົບວ່າມີການປັບປຸງທີ່ດີ ເຊີ່ງໃນດ້ານການສຶກສາ, ໂຄງລ່າງ, ສາທາລະນະສຸກຊຸມຊົນທ້ອງຖິ່ນ, ກະສິກໍາ ແລະ ການພັດທະນາທຸລະກິດຂະໜາດນ້ອຍ. ອັດຕາການຮູ້ໜັງສືສໍາລັບປະຊາຊົນຢູ່ໃນສາມບ້ານ ໄດ້ເພີ່ມຂຶ້ນ 90 ສ່ວນຮ້ອຍ, ສູງກວ່າອັດຕາການຮູ້ໜັງສືລະດັບຊາດ.​

ນັບຕັ້ງແຕ່ມີໂຮງງານ ພູຄໍາ, ປະຈຸບັນ ເຂດສາມບ້ານ ໄດ້ເຂົ້າເຖີງການບໍລິການຂອງແພດໝໍຢູ່ສຸກສາລາທີ່ບໍລິສັດ ພູເບ້ຍ ມາຍນິງ ໄດ້ໃຫ້ທຶນ. ພະນັກງານຊົນເຜົ່າທ້ອງຖິ່ນຂອງບໍລິສັດ ກວມເອົາຈໍານວນຫຼາຍຂອງພະນັກງານຄົນລາວ 93 ສ່ວນຮ້ອຍ ແລະ ໄດ້ປະກອບສ່ວນລາຍຮັບເຂົ້າໃນບ້ານດັ່ງກ່າວ ສູງເຖີງ 50 ສ່ວນຮ້ອຍ. ທຸລະກິດຂະໜາດນ້ອຍທີ່ຂາຍຜັກ, ໄຂ່, ຖົງໃສ່ເຄື່ອງນຸ່ງ, ໝາກໄມ້ ແລະ ປາໃຫ້ເຂດດໍາເນີນງານຂອງບໍລິສັດ, ໄດ້ສ້າງລາຍຮັບຫຼາຍກວ່າ $4.5 ລ້ານໂດລາສະຫະລັດ ແກ່ປະຊາຊົນໃນທ້ອງຖິ່ນ.​ ການມອບພັນທະຂອງ

ບໍລິສັດແມ່ນຫຼາຍກວ່າ $1 ຕື້ໂດລາສະຫະລັດ ໂດຍມີຄ່າຊັບພະຍາກອນແຮ່ທາດ, ອາກອນກໍາໄລ, ອາກອນເງິນເດືອນ, ອາກອນທາງ, ຄ່າທໍານຽມນໍາເຂົ້າ, ຄ່າຊໍາປະທານ, ການສະໜັບສະໜູນ ແລະ ເງິນປັນຜົນ ໄດ້ຊ່ວຍເຂົ້າໃນການສ້າງສາພັດທະນາແຂວງ ໄຊສົມບູນ ແລະ ເສດຖະກິດຂອງລາວ.​

ທ່ານ ດາລິງ ເຊັງ, ຜູ້ອໍານວຍການໃຫຍ່ ແລະ ປະທານບໍລິຫານຂອງບໍລິສັດ ແພນອອສ໌, ໄດ້ກ່າວຢ່າງພາກພູມໃຈຕໍ່ຂີດໝາຍການຜະລິດຂອງໂຄງການ ພູຄໍາ. ທ່ານ ດາລິງ ກ່າວວ່າ “ໂຄງການ ພູຄໍາ ແມ່ນເຂດດໍາເນີນງານສ້າງລາຍຮັບຫຼັກຂອງບໍລິສັດ ແພນອອສ໌ ແລະ ມີສ່ວນອັນສໍາຄັນຂອງການເຕີບໂຕທຸລະກິດຂອງພວກເຮົາໃນລາວ.

“ເລີ່ມຕົ້ນການຜະລິດໃນປີ 2008, ບໍລິສັດ ແພນອອສ໌ ໂດຍຜ່ານ ບໍລິສັດ ພູເບ້ຍ ມາຍນິງ ໄດ້ດໍາເນີນວຽກງານໂຄງລ່າງຂະໜາດໃຫຍ່ ເພື່ອໃຫ້ສາມາດຂະຫຍາຍບໍ່ຂຸດຄົ້ນ ແລະ ຕໍ່ອາຍຸຂອງບໍ່ພູຄໍາ. ໂຄງການຊີເຈາະ ແລະ ສໍາຫຼວດຂຸດຄົ້ນ ຈະສືບຕໍ່ຊອກຄົ້ນສິນແຮ່ເພີ່ມຕື່ມໃນເຂດສໍາປະທານອ້ອມຂ້າງຂອງບໍລິສັດ. ນີ້ ຈະສະໜອງຜົນປະໂຫຍດທາງກົງ ແລະ ໄລຍະຍາວໃຫ້ປະເທດຊາດ ແລະ ປະຊາຊົນລາວ.”

ທ່ານ ຈັນເພັງ ບຸນນະຜົນ, ປະທານບໍລິສັດ ພູເບ້ຍ ມາຍນິງ, ໃຫ້ຮູ້ຕື່ມອີກວ່າ “ພວກເຮົາ ຕັ້ງເປົ້າປະຈໍາປີຂອງພວກເຮົາເພື່ອຊອກສິນແຮ່ປ້ອນເຂົ້າໂຮງງານປຸງແຕ່ງ ພູຄໍາ. ໃນລາຄາທອງໃນປະຈຸບັນ, ບໍລິສັດ ແມ່ເຊິ່ງບໍລິສັດ ແພນອອສ໌ ແມ່ນມີທຶນພ້ອມ ເພື່ອຂັບເຄື່ອນການລົງທຶນເພີ່ມຂຶ້ນໃນ ພູຄໍາ ແລະ ສົ່ງອອກແຮ່ທອງຫຼາຍຂຶ້ນຈາກລາວ ໄປຕະຫຼາດໂລຫະທາດສາກົນ.”

ການເຊື່ອມໂຍງ-ເຊື່ອມຈອດທາງບົກຂອງລາວ

ການເຊື່ອມໂຍງ-ເຊື່ອມຈອດທີ່ເພີ່ມຂຶ້ນ ຖືເປັນເປົ້າໝາຍຂອງ ສປປ ລາວ ລວມທັງເປົ້າໝາຍຂອງ ອາຊຽນ. ນີ້ແມ່ນເຫດຜົນທີ່ທະນາຄານໂລກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການມູນຄ່າ 200 ລ້ານໂດລາສະຫະລັດ ຮ່ວມກັບຄູ່ຮ່ວມງານຈາກຫຼາຍພາກສ່ວນຢູ່ພາກເໜືອຂອງລາວ: ໂຄງການແລວທາງເສດຖະກິດ ແລະ ການເຊື່ອມຈອດພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ເພື່ອຮັບປະກັນໃຫ້ສອດຄ່ອງກັບແຜນແມ່ບົດການເຊື່ອມຈອດອາຊຽນ, ໂຄງການຈະດໍາເນີນການຍົກລະດັບເສັ້ນທາງຫຼວງແຫ່ງຊາດ ເລກທີ 2 ຂອງລາວ ແລະ ຫວຽດນາມ ເພື່ອສ້າງ​ແລວເສດ​ຖະ​ກິດ​ຕ​າ​ເວັນ​ອອກ​ຕາ​ເວັນ​ຕົກໃໝ່. ນອກຈາກນີ້, ຍັງຈະເຊື່ອມຕໍ່ໃສ່ເສັ້ນທາງທ້ອງຖິ່ນໃນແຂວງຫຼວງນໍ້າທາ, ຫຼວງພະບາງ, ອຸດົມໄຊ, ຜົ້ງສາລີ ແລະ ໄຊຍະບູລີ.

ໂຄງການດັ່ງກ່າວກໍາລັງຈັດຕັ້ງປະຕິບັດໃນ 5 ແຂວງພາກເໜືອ ເພື່ອປັບປຸງການຄົມມະນາຄົມຂົນສົ່ງ, ອໍານວຍຄວາມສະດວກດ້ານການຄ້າ ແລະ ເລັ່ງລັດການເຄື່ອນຍ້າຍສິນຄ້າ ແລະ ປະຊາຊົນ.

ດ້ວຍ​ການ​ເພີ່ມ​ທະວີ​ການ​ເຊື່ອມໂຍງ-ເຊື່ອມ​ຈອດ​ທາງ​ບົກ, ​ໂຄງການ​ດັ່ງກ່າວ​ຈະ​ອໍານວຍ​ຄວາມ​ສະດວກໃນ​ການ​ເຂົ້າ​ເຖິງ​ການ​ບໍລິການ​ທີ່​ສໍາຄັນໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ ລວມທັງ​ການ​ສຶກສາ ​ແລະ ສາທາລະນະ​ສຸກ, ​ໂດຍ​ສະ​ເພາະ ​ໃນເຂດ​ຊົນນະບົດ. ແນວທາງຂອງໂຄງການແມ່ນລວມເອົາການສຸມໃສ່ ດ້ານບົດບາດ ຍິງ-ຊາຍ ແລະ ການປົກປັກຮັກສາສິ່ງແວດລ້ອມ.

ໂຄງການດັ່ງກ່າວ ປະກອບມີຄູ່ຮ່ວມງານຫຼາຍຝ່າຍ, ເຊິ່ງ ອົດສະຕຣາລີ ເອງກໍ່ໄດ້ປະກອບສ່ວນສູງເຖິງ 12 ລ້ານກວ່າໂດລາອົດສະຕຣາລີ ຜ່ານໂຄງການຮ່ວມມືດ້ານໂຄງລ່າງພື້ນຖານລະດັບພາກພື້ນ.

ອົດສະຕຣາລີກໍາລັງສຸມໃສ່ບັນດາອົງປະກອບສໍາຄັນຂອງໂຄງການ ລວມທັງການປັບປຸງສິ່ງອໍານວຍຄວາມສະດວກຕາມຊາຍແດນ ແລະ ການເສີມສ້າງຄວາມອາດສາມາດໃນອົງກອນ ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ.

ທ່ານ ສົມບັດ ສຸດທິວົງ, ຫົວໜ້າທີມໂຄງການຈາກທະນາຄານໂລກປະຈໍາ ສປປ ລາວ ກ່າວວ່າ: “ໂຄງການໄດ້ໃຫ້ການສະໜັບສະໜູນບູລິມະສິດທາງດ້ານເສດຖະກິດຂອງ ສປປ ລາວ ແລະ ວິໄສທັດສໍາລັບການຫັນປ່ຽນປະເທດລາວ ຈາກການເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ (landlocked) ກາຍມາເປັນປະເທດເຊື່ອມໂຍງ-ເຊື່ອມຈອດທາງບົກ (land-linked).”

ທ່ານ ນາງ ເອເລນາ ໂຣສ, ຜູ້ອໍານວຍການໂຄງການຮ່ວມມືດ້ານໂຄງລ່າງພື້ນຖານ, ກ່າວວ່າ “ອົດສະຕຣາລີ ພວມພະຍາຍາມສ້າງຄວາມຮັບຮູ້ເຖິງຄວາມສໍາຄັນຂອງໂຄງລ່າງພື້ນຖານທີ່ມີຄຸນນະພາບ ແລະ ເສີມສ້າງຄວາມອາດສາມາດຂອງຄູ່ຮ່ວມງານຂອງລັດຖະບານ ເພື່ອຮັບປະກັນວ່າ ໂຄງລ່າງພື້ນຖານໄດ້ຂັບເຄື່ອນການເຕີບໂຕທີ່ຍືນຍົງ, ທັງກວມລວມ, ແລະ ສາມາດປັບຕົວໄດ້”.

Australia joins the World Bank to support Laos’ land-linked agenda

Greater connectivity is a goal for the Lao PDR and a goal for ASEAN. This is why the World Bank and the Government of the Lao PDR have commenced a $200 million project with multiple partners in northern Laos: the Southeast Asia Regional Economic Corridor and Connectivity project.

Aligning with the ASEAN Master Plan on Connectivity, the project will upgrade Laos’ National Road 2 which connects Thailand, Laos, and Vietnam to create a new East-West corridor. It will also connect local roads in Luang Namtha, Luang Prabang, Oudomxay, Phongsaly, and Xayaboury.

The project is working across five northern provinces to improve transportation, facilitate trade, and expedite the movement of goods and people.

By enhancing transport connectivity, the project will facilitate better access to vital services including education and healthcare, especially in rural areas. The project approach is inclusive with a strong focus on gender equality and environmental protection.

The project has different partners, with Australia contributing more than $12 million Australian dollars through the Partnerships for Infrastructure regional program.

Australia is focusing on key components of the project, including improving border crossing facilities and strengthening the institutional capacity of the Ministry of Public Works and Transport.

Mr Sombath Southivong, the World Bank Team Lead, said “The project supports Lao PDR’s economic priorities and the vision for Laos to develop from being a landlocked country to a land-linked country.” Ms Elena Rose, the Executive Director for Partnerships for Infrastructure, said “Australia is trying to build awareness of the importance of quality infrastructure and to strengthen the capabilities of government partners to ensure that infrastructure drives sustainable, inclusive, and resilient growth”.

ສປປ ລາວ ເປັນສູນກາງໃນການພັດທະນາທາງດ້ານເສດຖະກິດຂອງອະນຸພາກພື້ນແມ່ນໍ້າຂອງ

ການຈັດຕັ້ງຜັນຂະຫຍາຍໂຄງລ່າງພື້ນຖານຢ່າງຕໍ່ເນື່ອງໃນ ສປປ ລາວ ຖືເປັນບຸລິມະສິດທີ່ສໍາຄັນລະດັບຊາດ. ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນເຫດຜົນທີ່ ອົດສະຕຣາລີ ໄດ້ທຸ້ມເທເພື່ອໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດວຽກງານບຸລິມະສິດຂອງ ສປປ ລາວ ທາງດ້ານໂຄງລ່າງພື້ນຖານ, ການບໍາລຸງຮັກສາຖະໜົນຫົນທາງ ແລະ ການເຊື່ອມໂຍງ-ເຊື່ອມຈອດທາງບົກກັບບັນດາປະເທດເພື່ອນບ້ານເປັນເວລາຍາວນານກວ່າ 30 ປີ.

ເຖິງແມ່ນວ່າຫຼາຍຄົນຈະຮູ້ຈັກເປັນຢ່າງດີກ່ຽວກັບຂົວມິດຕະພາບແຫ່ງທໍາອິດ ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ອົດສະຕຣາລີໃນຊ່ວງຕົ້ນຊຸມປີ 1990, ແຕ່ກໍມີໜ້ອຍຄົນທີ່ຈະຮັບຮູ້ກ່ຽວກັບການມີສ່ວນຮ່ວມທີ່ສໍາຄັນຂອງອົດສະຕຣາລີໃນການເຊື່ອມໂຍງ-ເຊື່ອມຈອດກັບ ອະນຸພາກພື້ນແມ່ນໍ້າຂອງ. ນັບແຕ່ປີ 2007 ຫາ 2014, ອົດສະຕຣາລີ ມີບົດບາດສໍາຄັນໃນໂຄງການປັບປຸງເຄືອຂ່າຍຄົມມະນາຄົມຂົນສົ່ງໃນ ອະນຸພາກພື້ນແມ່ນໍ້າຂອງ ຕອນເໜືອ ເພື່ອປັບປຸງປະສິດຕິພາບຂອງການຂົນສົ່ງ ແລະ ເພີ່ມກິດຈະກໍາທາງດ້ານເສດຖະກິດໃນອະນຸພາກພື້ນແມ່ນໍ້າຂອງ.

ອົດສະຕຣາລີ ໄດ້ຮ່ວມມືກັບລັດຖະບານ ແຫ່ງ ສປປ ລາວ, ທະນາຄານພັດທະນາອາຊີ (ADB), ສ. ເກົາຫຼີ ແລະ ກອງທຶນ OPEC ໃນການປະກອບສ່ວນສະໜັບສະໜູນໂຄງການມູນຄ່າ 117 ລ້ານໂດລາສະຫະລັດ ໂດຍສຸມໃສ່ ການຍົກລະດັບເສັ້ນທາງຫຼວງແຫ່ງຊາດ ເລກທີ 4 ເຊິ່ງເປັນເສັ້ນທາງສາຍສໍາຄັນທີ່ມີຄວາມຍາວ 367 ກິໂລແມັດ ໂດຍເຊື່ອມຕໍ່ຈາກ ແຂວງຫຼວງພະບາງ ໄປຫາ ແຂວງໄຊຍະບູລີ. ໂຄງການດັ່ງກ່າວບໍ່ພຽງແຕ່ໄດ້ດໍາເນີນການກໍ່ສ້າງ ແລະ ສ້ອມແປງຂົວຂະໜາດນ້ອຍຫຼາຍແຫ່ງ ລວມທັງທໍ່ລະບາຍນໍ້າ ແລະ ເສັ້ນທາງຕ່າງໆເທົ່ານັ້ນ, ແຕ່ຍັງໄດ້ຂະຫຍາຍບັນດາສິ່ງອໍານວຍຄວາມສະດວກເຫຼົ່ານີ້ໄປສູ່ພື້ນທີ່ຊົນນະບົດນໍາອີກ, ເພື່ອຮັບປະກັນການເຂົ້າເຖິງ ແລະ ການເຊື່ອມຈອດໄດ້ກວ້າງຂວາງຂຶ້ນກວ່າເກົ່າ.

ທ່ານ ວັນທອງ ອິນທະວົງ, ພະນັກງານໂຄງການ ທະນາຄານພັດທະນາອາຊີ ປະຈໍາ ສປປ ລາວ ໄດ້ເວົ້າເຖິງຜົນໄດ້ຮັບຂອງໂຄງການວ່າ: “ປັດຈຸບັນ, ການເດີນທາງຈາກຫຼວງພະບາງ ໄປຫາຊາຍແດນລາວ-ໄທ ຢູ່ແຂວງໄຊຍະບູລີ ຜ່ານເສັ້ນທາງຫຼວງແຫ່ງຊາດ ເລກທີ 4 ແມ່ນສາມາດເດີນທາງຜ່ານໄດ້ໃນທຸກສະພາບອາກາດ, ໂດຍຫຼຸດຜ່ອນເວລາຂອງການເດີນທາງເຫຼືອປະມານ 4-5 ຊົ່ວໂມງ ຈາກເມື່ອກ່ອນທີ່ຕ້ອງໃຊ້ເວລາເຖິງ 9-10 ຊົ່ວໂມງ.”
ດ້ວຍການປັບປຸງເສັ້ນທາງຫຼວງສາຍສໍາຄັນ ທີ່ເຊື່ອມຈອດແຂວງຫຼວງພະບາງ ກັບ ຊາຍແດນລາວ-ໄທ ຢູ່ແຂວງໄຊຍະບູລີ, ໂຄງການນີ້ມີຈຸດປະສົງເພື່ອຍົກລະດັບມາດຕະຖານການດໍາລົງຊີວິດຂອງປະຊາຊົນລາວ, ຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍໃນການເດີນທາງ ແລະ ສົ່ງເສີມການສົ່ງອອກສິນຄ້າ. ພາຍຫຼັງໂຄງການສໍາເລັດແລ້ວ, ທ່ານ ອິນທະວົງ ໄດ້ສັງເກດເຫັນວ່າ: “ມູນຄ່າທີ່ດິນກະສິກໍາໄດ້ເພີ່ມຂຶ້ນເປັນສອງເທົ່າ ແລະ ຂະນະນີ້ ພວກເຮົາກໍໄດ້ເຫັນການເຕີບໃຫຍ່ຢ່າງວ່ອງໄວໃນດ້ານການທ່ອງທ່ຽວ ແລະ ກິດຈະກໍາການບໍລິການອື່ນໆຕາມເສັ້ນທາງເລກທີ 4.”

ໂຄງການໄດ້ປະເຊີນໜ້າກັບຄວາມທ້າທາຍຫຼາຍຢ່າງ ເຊັ່ນດຽວກັບໂຄງການໂຄງລ່າງພື້ນຖານອື່ນໆ, ຢ່າງໃດກໍຕາມ, ໂຄງການດັ່ງກ່າວຈໍາເປັນຕ້ອງໄດ້ດໍາເນີນການຕໍ່ໄປ. ທ່ານ ອິນທະວົງ ໄດ້ກ່າວໃນຕອນທ້າຍວ່າ: “ເສັ້ນທາງ ແລະ ສິ່ງອໍານວຍຄວາມສະດວກຕ່າງໆຈາກໂຄງການນີ້ ຈະໃຫ້ບໍລິການຮັບໃຊ້ປະຊາຊົນ ແລະ ມອບຜົນປະໂຫຍດແກ່ທຸກຄົນ.”

ທ່ານ ນາງ ເມແກນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ອົດສະຕຣາລີໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສະໜັບສະໜູນບັນດາບຸລິມະສິດແຫ່ງຊາດຂອງ ສປປ ລາວ, ລວມທັງວາລະການເຊື່ອມຈອດ-ເຊື່ອມໂຍງຂອງຕົນ.”

ການຈັດຕັ້ງງານວາງສະແດງ ທຸລະກິດພະລັງງານອາຊຽນ ຄັ້ງທີ 24 (AEBF-24)

ການຈັດຕັ້ງ ງານວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24) ໃນການສະໜັບສະໜູນ ປະທານອາຊຽນຂອງ ສປປ ລາວ.

ໃນວັນທີ 12 ກຸມພາ, ທີ່ ນະຄອນຫຼວງພະບາງ – ສູນພະລັງງານອາຊຽນ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ມີຄວາມຍິນດີແຈ້ງເຖິງ ການວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 ທີ່ຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ໃນວັນທີ 25-27 ກັນຍາ 2024. ການວາງສະແດງຈະມີຄວາມສອດຄ່ອງກັບຄຳຂວັນການເປັນປະທານອາຊຽນໃນປີນີ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ເນັ້ນໜັກເຖິງຄວາມສຳຄັນສູງສຸດຂອງການຮ່ວມມືພາກພື້ນໃນການຊຸກຍູ້ການເຊື່ອມຈອດ ແລະ ຄວາມເຂັ້ມແຂງທາງດ້ານພະລັງງານ.

ທ່ານ ດຣ ອາຄົມເດດ ວົງໄຊ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່, ທັງເປັນ ຫົວໜ້າເຈົ້າໜ້າທີ່ອາວຸໂສ ປະຈຳ ສປປ ລາວ ສະແດງຄວາມດີໃຈໃນການເປັນເຈົ້າພາບ ຈັດວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 ໃນ ສປປ ລາວ ພ້ອມທັງເປັນໄລຍະການເປັນປະທານອາຊຽນ. ທ່ານກ່າວວ່າ “ພວກເຮົາຮູ້ສຶກເປັນກຽດ ໃນການວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 ໃນປີນີ້. ເຊິ່ງເປັນການຢັ້ງຢືນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວໃນການພັດທະນາການຮ່ວມມືກັບພາກພື້ນໃນຂົງເຂດພະລັງງານ. ພາຍໃຕ້ຄຳຂວັນ ‘ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ’, ພວກເຮົາມີຈຸດປະສົງໃນການສ້າງຄວາມເຂັ້ມແຂງການເຊື່ອມຈອດໃນອາຊຽນ, ສົ່ງເສີມການຮ່ວມມືເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ເພີ່ມຄວາມເຂັ້ມແຂງທາງດ້ານພະລັງງານໃນພາກພື້ນ”.

ການວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24) ຈະຖືກຈັດຂຶ້ນພ້ອມກັບ ກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 42 (AMEM-42) ແລະ ກອງປະຊຸມສາກົນອາຊຽນທາງດ້ານພະລັງງານ ແລະ ສິ່ງແວດລ້ອມ ຄັ້ງທີ 4 (AICEE). ທີ່ຈະປະກອບດ້ວຍຫຼາຍລາຍການ, ລວມເວທີເສວະນາລະດັບສູງ ແລະ ການສົນທະນາ ລັດຖະມົນຕີ-ປະທານກຳມະການບໍລິຫານ, ເປັນເວທີໃຫ້ແກ່ບັນດາ ຜູ້ນຳດ້ານຄວາມຄິດ, ຜູ້ສ້າງນະໂຍບາຍ ແລະ ຜູ້ຊ່ຽວຊານທາງດ້ານານອຸດສາຫະກຳໃນການປຶກສາຫາລືຕໍ່ສິ່ງທ້າທາຍ ແລະ ໂອກາດສຳຄັນທາງດ້ານພະລັງງານໃນພາກພື້ນອາຊຽນ.

ທ່ານ ດຣ ນູກິ ອັກຍາ ອຸຕະມະ, ປະທານບໍລິຫານ ສູນພະລັງງານອາຊຽນ ໄດ້ເນັ້ນໜັກຕື່ມວ່າ ຄວາມມຸ່ງໝັ້ນຂອງສູນພະລັງງານອາຊຽນໃນການສະໜັບສະໜູນ ການເປັນປະທານອາຊຽນຂອງ ສປປ ລາວຜ່ານ ການຈັດວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24). ທ່ານກ່າວວ່າ “ພວກເຮົາຍຶດໝັ້ນໃນຄວາມຕັ້ງໃຈທີ່ຈະສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ. ບໍ່ພຽງແຕ່ການສະໜັບສະໜູນບູລິມະສິດທາງດ້ານພະລັງງານ, ແຕ່ການຈັດວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24) ແຕ່ຈະຊຸກຍູ້ໃຫ້ເປົ້າໝາຍໃນພາກພື້ນຂອງ ໃນແຜນປະຕິບັດງານອາຊຽນ ວ່າດ້ວຍການຮ່ວມມືທາງດ້ານພະລັງງານ(APAEC) ໄລຍະ II: 2021-2025 ໂດຍຜ່ານການຊຸກຍູ້ການຮ່ວມມື ແລະ ສະແດງສິ່ງປະດິດສ້າງລະຫວ່າງພາກລັດ, ເອກະຊົນ, ວິຊາການ”
ໃນການວາງສະແດງຄັ້ງທີ 24 ທີ່ໃກ້ເຂົ້າມາ, ສູນພະລັງງານອາຊຽນຢືນຢັນ ຕໍ່ຄວາມມຸ່ງໝັ້ນໃນການ ສ້າງພູມສັນຖານພະລັງງານທີ່ກ້າວໜ້າ ແລະ ເຊື່ອມຈອດກັນໃນພາກພື້ນອາຊຽນ. ນອກເໜືອຈາກຮູບແບບການວາງສະແດງແບບດັ້ງເດີມ, ສູນພະລັງງານອາຊຽນຈະເຮັດໃຫ້ ການຈັດວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24) ເປັນຕົວກະຕຸ້ນໃຫ້ເກີດມີການຮ່ວມມື, ນະວັດຕະກຳ ແລະ ຄວາມເຂັ້ມແຂງ.

ກ່ຽວກັບ ສູນພະລັງງານອາຊຽນ: ສູນພະລັງງານອາຊຽນ ສ້າງຕັ້ງຂຶ້ນໃນວັນທີ 1 ມັງກອນ 1999, ເປັນອົງການຈັດຕັ້ງລະຫວ່າງລັດຖະບານຂອງ ປະຊາຄົມ ອາຊີ ຕາເວັນອອກສ່ຽງໃຕ້ (ASEAN) ເຊິ່ງເປັນຕົວແທນຜົນປະໂຫຍດຂອງສະມາຊິກອາຊຽນ 10ປະເທດ (AMS) ໃນຂະແໜງພະລັງງານ, ສູນພະລັງງານອາຊຽນ ສະໜັບສະໜູນການຈັດຕັ້ງປະຕິບັດ ແຜນປະຕິບັດງານອາຊຽນ ວ່າດ້ວຍການຮ່ວມມືທາງດ້ານພະລັງງານ (APAEC), ເປັນກົດບັດໃນການຮ່ວມມືທີ່ດີຂຶ້ໄປສູ່ການຍົກລະດັບພະລັງງານ. ສູນດັ່ງກ່າວໄດ້ຮັບການຊີ້ນຳໂດຍຄະນະບໍລິຫານອາວຸໂສດ້ານພະລັງງານຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ຜູ້ຕາງໜ້າຈາກກອງເລຂາອາຊຽນໃນຖານະທີເປັນອະດີດສະມາຊິກ.

ສາມພາລະບົດບາດທີ່ສຳຄັນຂອງການ ສູນພະລັງງານອາຊຽນ:
● ເປັນຄັງຄວາມຄິດທາງດ້ານພະລັງງານອາຊຽນ ເພື່ອໃຫ້ການຊ່ວຍເຫຼືອ ປະເທດສະມາຊິກອາຊຽນໂດຍການກຳນົດ ແລະ ນຳສະເໜີວິທີແກ້ໄຂທີ່ເປັນນະວັດຕະກຳຕໍ່ກັບສິ່ງທ້າທາຍທາງດ້ານພະລັງງານອາຊຽນໃນດ້ານນະໂຍບາຍ, ຂອບເຂດກົດໝາຍ ແລະ ກົດລະບຽບ ແລະ ເທັກໂນໂລຊີ
● ເປັນຕົວເລັ່ງໃນການຮວບຮວມ ແລະ ເສີມສ້າງຄວາມເຂັ້ມແຂງໃນການຮ່ວມມື ແລະ ຟື້ນຟູດ້ານພະລັງງານອາຊຽນ ໂດຍການຈັດຕັ້ງປະຕິບັດໂຄງການກ່ຽວການສ້າງຄວາມອາດສາມາດ ແລະ ໂຄງການຊ່ວຍເຫຼືອປະເທດສະມາຊິກອາຊຽນໃນການພັດທະນາຂະແໜງພະລັງງານຂອງເຂົາ.
● ເປັນສູນຂໍ້ມູນພະລັງງານ ແລະ ສູນຄວາມຮູ້ຂອງອາຊຽນເພື່ອສະໜອງ ບ່ອນເກັບຂໍ້ມູນຄວາມຮູ້ສຳຄັນປະເທດສະມາຊິກອາຊຽນ

ການຮັກສາການປັບປຸງຂອງພາກພື້ນ ແບບຍືນຍົງ ແລະ ບໍ່ເປັນອັນຕະລາຍຕໍ່ລະບົບນິເວດແມ່ນຂໍ້ຄຳນຶງພື້ນຖານຂອງຂະແໜງພະລັງງານຂອງອາຊຽນ. ເປັນເຈົ້າພາບໂດຍກະຊວງພະລັງງານ ແລະ ບໍ່ແຮ່ຂອງອິນໂດເນເຊຍ, ຫ້ອງການຂອງສູນພະລັງງານອາຊຽນຕັ້ງຢູ່ຈາກາຕາ, ປະເທດອິນໂດເນເຊຍ. ເຂົ້າເບິ່ງເວັບໄຊທ໌ສູນພະລັງງານ: aseanenergy.org

ກ່ຽວກັບຜູ້ຈັດງານ ໄດອັນດຣາ ໂປຣໂມຊິນໂດ: ໄດອັນດຣາ ໂປຣໂມຊິນໂດ (Dyandra Promosindo) ແມ່ນຜູ້ຈັດງານມືອາຊີບ (PEO) ໃນອິນໂດເນເຊຍ, ແລະ ຍັງແມ່ນບໍລິສັດໃນເຄືອຂອງ PT Dyandra Media International, Tbj (DYAN). ຕັ້ງແຕ່ສ້າງຕັ້ງມາໃນປີ 1994, Dyandra Promosindo ໄດ້ສ້າງສັນຜົນງານການຈັດວາງສະແດງອັນເປັນທີ່ປະທັບໃຈໃນທົ່ວອິນໂດເນເຊຍ. Dyandran Promosindo ໄດ້ຈັດງານວາງສະແດງມາຫລາຍກວ່າ 850ງານ ທັງໃນຈາກາຕ້າ, ສຸຣາບາຢາ, ຢົກຢາກາຕ້າ, ມາກັດສາ, ເມດານ ແລະ ຫລາຍໆເມືອງໃຫຍ່ໃນອິນໂດເນເຊຍ.
ຈົນເຖິງປະຈຸບັນ, Dyandra Promosido ກຳລັງດູແລອິກ 11ບໍລິສັດຍ່ອນທີ່ມີສ່ວນຮ່ວມໃນການຈັດງານ/ງານວາງສະແດງ, ໂຄສະນາງານຄອນເສີດ ແລະ ບໍລິສັດດີຈິຕອນ. ສິບເອັດບໍລິສັດຍ່ອຍລວມມີ ບໍລິສັດ PT Dyandra Communication (Dyacomm), ບໍລິສັດ PT Fasen Creative Quality (Quad), ບໍລິສັດ PT Visicita Imaji Semesta (Visicomm), ບໍລິສັດ PT Idea Besar Komunika (Ideacomm), ບໍລິສັດ PT Visi Sarana Media Digital (Underlined), ບໍລິສັດ PT Dyan Mas Entertainment (DME Asia), ແລະ ບໍລິສັດ PT Dyandra Global Edutain.

ແຕ່ລະປີມີຜູ້ມາວາງສະແດງຫລາຍກວ່າ 1000ຫົວຫນ່ວຍ, ລວມທັງຜູ້ວາງສະແດງຈາກຕ່າງປະເທດ, Dyandra Promosido ໄດ້ສະແດງໃຫ້ເຫັນວ່າ ຕົນເອງມີຄວາມໜ້າເຊື່ອຖືຕໍ່ກັບຄູ່ຮ່ວມມືໄດ້ເປັນຢ່າງດີ ໃນຂະນະທີພັດທະນະຕົນເອງໂດຍຄຳນຶງເຖິງວັດທະນະທຳການຈັດງານທີ່ດີຂຶ້ນໃນອິນໂດເນເຊຍ. Dyandra Promosido ໄດ້ຈັດງານວາງສະແດງຫຼາຍປະເພດເຊັ່ນ: ງານວາງສະແດງ B2B, ງານວາງສະແດງ B2C, ຄອນເສີດ ແລະ ເທດສະການດົນຕີ, ກອງປະຊຸມລະດັບໂລກ ແລະ ກອງປະຊຸມສຸດຍອດ.

Dyandra Promosindo ເປັນຜູ້ຈັດງານມືອາຊີບຜູ້ທຳອິດໃນອິນໂດເນເຊຍ ທີ່ໄດ້ຮັບໃບຢັ້ງຢືນມາດຕະຖານສາກົນ ISO 9001:2008 ດ້ານລະບົບຄຸນະພາບການຈັດການ. ການວາງສະແດງທີ່ຈັດໂດຍ Dyandra Promosindo ໃນດ້ານອື່ນໆແມ່ນມີ ການວາງສະແດງລົດຍົນສາກົນອິນໂດເນເຊຍ, ການວາງສະແດງເຟີນິເຈີສາກົນ ອິນໂດເນເຊຍ, ການພົບປະແວດວົງສະມາຄົມນຳມັນເຊື້ອໄຟອິນໂດເນເຊຍ, ກອງປະຊຸມສຸດຍອດ & ວາງສະແດງການຄ້າອີເລກໂຕຣນິກອິນໂດເນເຊຍ, ການວາງສະແດງໂທລະສັບອິນໂດເນເຊຍ, ກອງປະຊຸມ ການວາງສະແດງແຟຣນຊາຍ, ໃບຢັ້ງຢືນດຳເນີນວຽກ ແລະ ຮູບແບບທຸລະກິດສາກົນ, ການວາງສະແດງການທ່ອງທ່ຽວກາຣູດາອິນໂດເນເຊຍ ແລະ ອື່ນໆອີກ.

ການທ່ອງທ່ຽວແຫ່ງປະເທດໄທ ໃນງານ “ASEAN Tourism Forum 2024”

ໃນຕອນເຊົ້າຂອງວັນທີ 24 ມັງກອນ 2024 ທີ່ ສູນການຄ້າ-ລາວໄອເຕັກ ນະຄອນຫຼວງວຽງຈັນ, ການທ່ອງທ່ຽວແຫ່ງປະເທດໄທ ນຳພາຜູ້ປະກອບການດ້ານທຸລະກິດທ່ອງທ່ຽວໄທເຂົ້າຮ່ວມງານ “ASEAN Tourism Forum 2024” (ATF 2024) ພາຍໃຕ້ແນວຄິດ Quality and Responsible Tourism–Sustaining ASEAN Future ໂດຍຫ້ອງວາງສະແດງຂອງປະເທດໄທເນັ້ນນຳສະເໜີເອກະລັກຄວາມເປັນໄທ ແລະ ຕອບສະໜອງນະໂຍບາຍສົ່ງເສີມການທ່ອງທ່ຽວແບບຢືນຍົງ.

ໂອກາດນີ້, ທ່ານນາງ ຖາປານີ ກຽດໄພບູນ ຜູ້ວ່າການ ການທ່ອງທ່ຽວແຫ່ງປະເທດໄທ ໄດ້ເປີດເຜີຍໃຫ້ຮູ້ວ່າ: ນອກຈາກ ການທ່ອງທ່ຽວແຫ່ງປະເທດໄທ ໄດ້ນຳ ພາຜູ້ປະກອບການດ້ານທຸລະກິດທ່ອງທ່ຽວເດີນທາງເຂົ້າຮ່ວມໃນງານຄັ້ງນີ້ແລ້ວ, ຍັງໄດ້ມີການເຈລະຈານັດໝາຍທາງທຸລະກິດ ໃນຮູບແບບທຸລະກິດກັບທຸລະກິດ (B2B) ທີ່ສຳຄັນຂອງພາກພື້ນອາຊຽນ ໂດຍ ການທ່ອງທ່ຽວແຫ່ງປະເທດໄທ ໄດ້ຈັດສັນພື້ນທີ່ຫ້ອງວາງສະແດງໃຫ້ກັບຜູ້ປະກອບການທີ່ເຂົ້າຮ່ວມ ຈຳນວນ 4 ທຸລະກິດ ໄດ້ແກ່ Thailand Privilege Card, ສາຍການບິນໄທ, ສາຍການບິນບາງກອກ ແອເວ ແລະ ສະມາຄົມການຄ້າທ່ອງທ່ຽວອີສານ (ສອທອ) ເພື່ອເຈລະຈາທຸລະກິດການທ່ອງທ່ຽວ ເຊິ່ງງານ ATF 2024 ຖືເປັນໂອກາດທີ່ດີ ສຳລັບ ການທ່ອງທ່ຽວແຫ່ງປະເທດໄທ ແລະ ຕົວແທນທຸລະກິດຈາກປະເທດໄທໄດ້ພົບປະ ແລະ ສ້າງເຄືອຂ່າຍທາງທຸລະກິດ ເພື່ອນຳສະເໜີສິນຄ້າ ແລະ ບໍລິການທ່ອງທ່ຽວທີ່ມີປະສິດທິພາບຂອງປະເທດ ໂດຍສະເພາະການນຳສະເໜີການທ່ອງທ່ຽວແບບຫຼຸດຜ່ອນມົນລະຜິດ (Low Carbon) ຈົນໄປເຖິງການສ້າງສາຍສຳພັນກັບບັນດາປະເທດພັນທະມິດໃນອາຊຽນ ແລະ ປະເທດຕ່າງໆທົ່ວໂລກ.

ກິດຈະກຳພາຍໃນງານ ATF 2024 ປະກອບມີ 3 ກິດຈະກໍາຫຼັກ ໄດ້ແກ່ ກິດຈະກໍາປະຊຸມ ASEAN Minister Meeting ເພື່ອຫາແນວທາງຮ່ວມມືດ້ານນະໂຍບາຍການທ່ອງທ່ຽວຂອງປະເທດສະມາຊິກໃນພູມມິພາກອາຊຽນ, ກິດຈະກຳ Travel Exchange (TRAVEX) ເປັນກິດຈະກຳສົ່ງເສີມການຂາຍດ້ານການທ່ອງທ່ຽວໃນຮູບແບບ B2B ໂດຍນຳຜູ້ປະກອບການຈາກປະເທດໃນອາຊຽນເຂົ້າຮ່ວມເຈລະຈາທາງທຸລະກິດກັບຕົວແທນທຸລະກິດທ່ອງທ່ຽວຈາກນາໆຊາດ (International Travel Agent/Tour Operator)ໂດຍຈັດລະຫວ່າງ 24-26 ມັງກອນ 2024 ແລະ ກິດຈະກຳ NTO Media Briefing ເພື່ອນຳສະເໜີສະຖານະການຫຼ້າສຸດທາງການທ່ອງທ່ຽວຂອງປະເທດໄທໃຫ້ກັບຜູ້ສື່ຂ່າວຕ່າງປະເທດທີ່ເຂົ້າຮ່ວມງານ ATF 2024 ໃຫ້ເກີດການປະຊາສຳພັນ ແລະ ການຮັບຮູ້ທີ່ກວ້າງໄກ.

ສຳລັບຫ້ອງວາງສະແດງປະເທດໄທ ໄດ້ຮັບກຽດຈາກທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະລາຊະທູດໄທ ປະຈຳ ສປປ ລາວ, ທ່ານ ກິດຕິ ເຊົາວະດີ ເລຂານຸການລັດຖະມົນຕີກະຊວງທ່ອງທ່ຽວ ແລະ ກີລາ, ພ້ອມທ່ານນາງ ຖາປານີ ກຽດໄພບູນ ຜູ້ວ່າການ ການທ່ອງທ່ຽວແຫ່ງປະເທດໄທ ເຂົ້າຮ່ວມເປີດຫ້ອງວາງສະແດງ ໃນເວລາ 10:00 ໂມງ ຂອງວັນທີ 24 ມັງກອນ 2024 ໂດຍພາຍໃນຫ້ອງວາງສະແດງໄດ້ມີຜູ້ປະກອບການດ້ານ Health and Wellness ຈັດກິດຈະກຳສາທິດການນວດ ແລະ ສະປາໄທໃຫ້ກັບຜູ້ເຂົ້າຮ່ວມໄດ້ທົດລອງ ເຊິ່ງການນວດ ແລະ ສະປາໄທມີຊື່ສຽງ ແລະ ໄດ້ຮັບການຍອມຮັບຈາກຕ່າງປະເທດເປັນຢ່າງດີ. ນອກຈາກນີ້ ຍັງຈັດບ່ອນໃຫ້ຂໍ້ມູນຂ່າວສານການທ່ອງທ່ຽວ (Information Counter) ເຜີຍແຜ່ ແລະ ປະຊາສຳພັນຂໍ້ມູນສິນຄ້າ ແລະ ບໍລິການທາງການທ່ອງທ່ຽວຂອງໄທບໍລິເວນດ້ານໜ້າຫ້ອງວາງສະແດງປະເທດໄທ ອີກດ້ວຍ.

ສຳລັບປີ 2024 ນີ້, ທາງປະເທດໄທໄດ້ວາງແຜນນະໂຍບາຍເພື່ອດຶງດູດນັກທ່ອງທ່ຽວໃນການເຂົ້າມາທ່ອງທ່ຽວໄທໄດ້ຕະຫຼອດປີ ຫຼື ເອີ້ນວ່າ ທ່ອງທ່ຽວແບບ 365 ວັນ, ໂດຍໃນແຕ່ລະເດືອນຈະມີເທສະການ, ງານບຸນປະເພນີ, ກິດຈະກຳຕ່າງໆ ຂອງແຕ່ລະເຂດ ບໍ່ວ່າຈະຢູ່ໃນຕົວເມືອງຫຼັກ ຈົນໄປເຖິງເຂດທ້ອງຖິ່ນ. ເຊິ່ງໃກ້ຈະຮອດນີ້ກໍແມ່ນ ເທສະການກຸດຈີນ ເຊິ່ງປີນີ້ ຈະໄດ້ຈັດຂື້ນຢ່າງຍິ່ງໃຫຍ່ ແລະ ບຸນປີໃໝ່ໄທ (ສົງການ) ທີ່ຫາກໍຖືກຮັບຮອງຈາກ ອົງການ UNESCO ເປັນມໍລະດົກໂລກທາງດ້ານວັດທະນະທໍາທີ່ຈັບຕ້ອງບໍ່ໄດ້.

ທັງນີ້, ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວລາວ ທາງລັດຖະບານ ມີແນວຄິດຈະຍົກເລີກການຂຽນຟອມເອກະສານ (ຕມ 6) ທີ່ເດີນທາງຜ່ານຂົວມິດຕິພາບ ໄທ-ລາວ (ໜອງຄາຍ-ນະຄອນຫຼວງວຽງຈັນ), ເຊິ່ງຕອນນີ້ແມ່ນຢູ່ໃນລະຫວ່າງການນຳສະເໜີຂໍ້ມູນຈາກໜ່ວຍງານທີ່ກ່ຽວຂ້ອງເພື່ອໃຫ້ລັດຖະບານພິຈາລະນາ.

ພ້ອມເປີດປີ​ທ່ອງ​ທ່ຽວ​ລາວ 2024

ໃນ​ວັນ​ທີ 13 ພະຈິກ 2023, ທ່ານ ນາງ ສວນສະຫວັນ ວິ​ຍະ​ເກດ ລມຕ ​ກະຊວງ ຖວທ ໄດ້ຖະແຫຼງຂ່າວກ່ຽວກັບວຽກງານສຳລັບປີທ່ອງທ່ຽວລາວ 2024 ໂດຍກ່າວ​ວ່າ: ປີທ່ອງທ່ຽວລາວ ຄັ້ງທີ 4 ໄດ້ຈັດຂຶ້ນພາຍໃຕ້ຄຳຂວັນທີ່ວ່າ “ທ່ອງທ່ຽວລາວ ປອດໄພ ຊື່ນໃຈວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ” ແລະ ໄດ້ກຳນົດເອົາຮູບ “ຊ້າງຖືແຄນ” ເປັນສັນຍາລັກນຳໂຊກໃຫ້ແກ່ການທ່ອງທ່ຽວລາວ 2024.

ປີທ່ອງທ່ຽວລາວ 2024 ແນໃສ່ຊຸກຍູ້ການພັດທະນາຜະລິດຕະພັນ ແລະ ການບໍລິການໃໝ່ໃນອຸດສາຫະກຳການທ່ອງທ່ຽວຂອງປະເທດ ພ້ອມ​ທັງ​ຈະ​ສຸມ​ໃສ່​ປັບປຸງ​ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ, ຄຸນະພາບການບໍລິການໃນຂະແໜງການທ່ອງທ່ຽວ ແລະ ຮັບປະກັນຄາມປອດໄພ ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ກຸ່ມ​ເປົ້າ​ໝາຍ. ໃນຂະບວນການໂຄສະນາການທ່ອງທ່ຽວ ໄດ້ກຳນົດເອົາ 79 ກິດຈະກໍາ ໃນນັ້ນ 14 ກິດຈະກໍາ ເປັນກິດຈະກໍາລະດັບຊາດ ແລະ 65 ກິດຈະກໍາລະດັບແຂວງ ທີ່ໄດ້ຈັດເຂົ້າໃນປະຕິທີນການທ່ອງທ່ຽວ.

ນອກນັ້ນ, ທ່ານຍັງກ່າວເຕີມວ່າ: ໃນ​ປີ 2024 ຄາດຄະເນວ່າຈະ​ມີ​ນັກ​ທ່ອງ​ທ່ຽວສາກົນຈະເດີນທາງເຂົ້າມາທ່ຽວ ສປປ ລາວ ປະມານ 2,7 ລ້ານເທື່ອຄົນ ແລະ ໃນປີ 2025 ນັກທ່ອງທ່ຽວສາກົນຈະບັນລຸເຖິງ 2,9 ລ້ານເທື່ອຄົນ.

ໃນລະຫວ່າງ ປີທ່ອງທ່ຽວລາວ 2024 ນັກທ່ອງທ່ຽວສາມາດເພີດເພີນກັບປະສົບການທີ່ຫຼາກຫຼາຍຕັ້ງແຕ່ການຢ້ຽມຊົມວັດວາອາຮາມບູຮານ ແລະ ວັດວາອາຮາມຂອງພຸດທະສາສະນິກະຊົນ ຈົນເຖິງການຍ່າງປ່າ ແລະ ຂີ່ເຮືອຄາຍັກໃນແມ່ນ້ຳ. ພ້ອມຍັງຈະມີໂອກາດໄດ້ສຳຜັດກັບວັດທະນະທຳລາວຫຼາຍຢ່າງ ລວມທັງງານບຸນປະເພນີ ດົນຕີ ແລະ ການສະແດງຟ້ອນລຳຕ່າງໆອີກດ້ວຍ.

ເຊິ່ງໃນ 6 ເດືອນ​ຕົ້ນ​ປີ 2023, ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ​ທ່ຽວ​ລາວ ​ເກືອບ 1,7 ລ້ານ​ເທື່ອ​ຄົນ, ໃນນີ້, ນັກທ່ອງທ່ຽວ 5 ອັນດັບຕົ້ນທີ່ເຂົ້າມາທ່ຽວລາວຫຼາຍທີ່ສຸດ ອັນດັບໜຶ່ງແມ່ນ ນັກທ່ອງທ່ຽວຈາກ ປະເທດໄທ, ຮອງລົງມາແມ່ນປະເທດຫວຽດນາມ, ຈີນ, ສ. ເກົາຫຼີ ແລະ ອາເມລິກາ ຕາມລຳດັບ.

ທັງນີ້, ສປປ ລາວ ເຄີຍເປີດປີທ່ອງທ່ຽວມາແລ້ວ 3 ຄັ້ງ ​ເຊິ່ງ​ຄັ້ງ​ທຳ​ອິດ​ຈັດໃນ​ປີ 1999-2000, ຖັດ​ມາ​ແມ່ນ​ປີ 2012 ແລະ 2018.

ສໍາລັບພິທີເປີດພິທີປີ​ທ່ອງ​ທ່ຽວ​ລາວ 2024 ແມ່ນເປີດຢ່າງເປັນທາງການ ໃນວັນ​ທີ 23 ພະ​ຈິກ ທີ່ຜ່ານມາ ເຊິ່ງຈັດຂຶ້ນທີ່ງານ​ບຸນ​ນະມັດສະການພະທາດ​ຫຼວງວຽງຈັນ ປະຈຳປີ 2023.

ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ຈະ​ມອບ​ທຶນ​ຊ່ວຍເຫຼືອຊ່ວຍວຽກງານປ້ອງ​ກັນ​ຄວາມ​ສະຫງົບ 300.000 ໂດ​ລາຕໍ່ປີ

ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສປປ ລາວ ຮ່ວມ​ກັບວິ​ສາ​ຫະ​ກິດ​ລົງທຶນ​ຂອງ​ຈີນ ອາ​ຊີ​-​ໂປ​ຕາສ ສາກົນ ສ້າງຕັ້ງ​ທຶນ​ອຸດ​ໜູນ​ຊ່ວຍເຫຼືອ​ນາຍແລະພົນຕໍາຫຼວດໃນວຽກງານປ້ອງ​ກັນ​ຄວາມ​ສະຫງົບແຕ່​ລະ​ປີ​ຊ່ວຍ​ເງິນ​ອຸດ​ໜູນ​ຈໍາ​ນວນ 300.000 ໂດ​ລາ.

ໃນ​ວັນ​ທີ 9 ພະຈິກ 2023 ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສປປ ລາວ  ແລະ ບໍລິສັດ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ຈຳກັດ ເຊິ່ງ​ເປັນ​ບໍລິສັດ​ໃນ​ເຄືອ​ຂອງ ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ກ່ຽວ​ກັບ “ໂຄງການ​ທຶນ​ອຸດ​ໜູນ​ຊ່ວຍນາຍແລະພົນຕໍາຫຼວດໃນ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ​” ຢ່າງ​ເປັນ​ທາງ​ການ ຢູ່​ນະຄອນຫຼວງ​ວຽງ​ຈັນ. ແຕ່​ລະ​ປີ​ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ຈະ​ມອບ​ທຶນ​ຊ່ວຍເຫຼືອ ຈໍາ​ນວນ 300.000 ໂດ​ລາ​ ເພື່ອ​ປະຕິບັດນະໂຍບາຍຕໍ່ນາຍ ແລະ ພົນຕຳຫຼວດ, ນັກປະຕິວັດອາວຸໂສ, ພະນັກງານບຳນານ, ຜູ້ໄດ້ຮັບບາດ¬ເຈັບ, ເສຍອົງຄະ ແລະ ຄອບຄົວຜູ້ເສຍຊີວິດໃນການປະຕິບັດໜ້າທີ່ ແລະ ມີຜົນງານຕໍ່ປະເທດຊາດ​. ທ່ານ ພົນ​ເອກ ວິໄລ ຫຼ້າ​ຄໍາ​ຟອງ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ທ່ານ ພົນ​ຕີ ສົມ​ວັນ ສາຍ​ລ້ອງ​ພາຫົວໜ້າ​ຫ້ອງ​ວ່າການ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ທ່ານ ພົນ​ຕີ ທອງ​ສຸກ ຍ່າ​ເອີ​ລາວ​ລີຫົວໜ້າ​ກົມ​ໃຫຍ່​ພະລາທິການ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ການ​ນໍາ​ຂອງ​ກະຊວງ ພ້ອມ​ດ້ວຍ​ຜູ້ຕາງໜ້າຝ່າຍ​ໃຫ້​ທຶນ​ຊ່ວຍເຫຼືອ ທ່ານ ຖຸງ ຢຸ້ງ​ເຫິງ ຮອງ​ຜູ້ອຳນວຍການ​ໃຫຍ່ ​ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ, ຜູ້ອໍານວຍການໃຫຍ່ ຊີໂນ-ອາກຣີ ໂປຕາສ, ຜູ້ຮັບຜິດຊອບຖານການຜະລິດຝຸ່ນໂປຕາສ ຢູ່ ສປປ ລາວ  ແລະບັນດາທ່ານການ​ນໍາ​ທີ່​ກ່ຽວຂ້ອງ ກໍໄດ້​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ.

ກອງ​ທຶນ​ອຸດໜູນຊ່່ວຍເຫຼືອ​ນີ້​ແມ່ນ​ການ​ຮ່ວມ​ມື​ທີ່​ສໍາ​ຄັນ ລະຫວ່າງ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ເພື່ອ​ສະໜັບສະໜູນ ແລະ ສົ່ງເສີມ​ການ​ປົກປັກຮັກສາ​ຄວາມ​ສະຫງົບ, ​ຈຸດປະສົງແມ່ນ​ເພື່ອຊ່ວຍເສີມ ແລະ ປັບປຸງ​ລະ​ບົ​ບນະໂຍບາຍອຸດໜູນຕໍ່​ນາຍ ແລະ ພົນ​ຕໍາ​ຫຼວດ​ໃນ​ການ​ປະຕິບັດ​ໜ້າທີ່ປ້ອງກັນ​ຄວາມ​ສະຫງົບ​, ​ບົນ​ພື້ນຖານ​ລະບຽບ, ກົດໝາຍ ແລະ ນະໂຍບາຍ​ກ່ຽວການດູແລເບິ່ງແຍງ​ນາຍ ແລະ ພົນ​ຕໍາ​ຫຼວດ ແລະ​ຄອບຄົວ​ພວກເພິ່ນ ທີ່​ໄດ້​ປະກອບສ່ວນໃນການ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ຂອງ​ຊາດ, ເຊິ່ງ​ແມ່ນ​ມາດ​ຕະການ​ເຂັ້ມແຂງ ລະຫວ່າງ​ລັດ ແລະ ວິ​ສາ​ຫະ​ກິດ ​ທີ່ຮ່ວມກັນສ້າງຕ້ັງໃນສາຍ​ສະຫວັດດີ​ການ​ສັງຄົມ ແລະ ການຮັບປະກັນ ແບບ​ຫລາຍລະດ​ຂອງລາວ.

ດັ່ງ​ທີ່​ຮູ້​ກັນ​ວ່າບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ເປັນ​ວິ​ສາ​ຫະ​ກິດ​ລະດັບ​ສາກົນ ທີ່​ສຸ່ມ​ໃສ່​ການ​ຂຸດ​ຄົ້ນ​ແຮ່​ເກືອ​ໂປ​ຕາສ, ຜະລິດ​ແລະຈໍາໜ່າຍຝຸ່ນ​ໂປ​ຕາສ, ບໍລິສັດ ໄດ້​ນຳ​ໃຊ້ທຶນ, ຂໍ້ພົ້ນເດັ່ນ​ດ້ານ​ເຕັກນິກ ແລະ ຄວາມ​ສາມາດ​ໃນ​ການ​ບໍລິຫານຄຸ້ມຄອງ, ໄດ້ພັດທະນາກາຍເປັນ​ຖານ​ການ​ຜະລິດ​ຝຸ່ນໂປຕາສ ທີ່​ໃຫຍ່​ທີ່​ສຸດ​ໃນ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້ ເຊິ່ງ​ໄດ້​ສ້າງ​ຊື່​ສຽງລະດັບໂລກສໍາລັບຝຸ່ນ​ໂປ​ຕາ​ສຂອງລາວ. ໃນ​ຖານະ​ວິ​ສະຫະ​ກິດ ທີ່​ມີ​ຄວາມ​ເຂັ້ມແຂງ ແລະ ມີ​ຄວາມ​ຮັບຜິດຊອບ​ສູງ, ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ໄດ້​ປະຕິບັດ​ຕາມ​ຄວາມ​ຮັບຜິດ​ຊອບ​ຕໍ່​ສັງຄົມຢ່າງ​ຕັ້ງໜ້າມາໂດຍຕະຫຼອດ, ເອົາໃຈໃສ່ ແລະ ສະໜັບສະໜູນ​ການ​ພັດທະນາ​ເສດ​ຖະກິດ​-​ສັງຄົມຂອງ​ລາວ​ໃນ​ຂົງເຂດ​ຕ່າງໆ, ສະໜອງ​ທຶນ​ຊ່ວຍເຫຼືອຢ່າງກວ້າງຂວາງ ລວມທັງ ວຽກງານປ້ອງກັນ​ຄວາມ​ສະຫງົບ​, ​ປ້ອງ​ກັນ​ຊາດ, ການ​ສຶກສາ, ກິລາ, ກະສິກຳ ແລະ ຂົງເຂດ​ອື່ນໆ, ເຊິ່ງເປັນ​ວິ​ສາ​ຫະ​ກິດ​ທີ່​ມີ​ຊື່​ສຽງ​ທາງ​ສັງຄົມ​​. ບົດ​ບັນທຶກ​ຄວາມ​ເຂົ້າໃຈກ່ຽວກັບທຶນອຸດໜູນຊ່ວຍເຫຼືອວຽກງານປ້ອງກັນ​ຄວາມ​ສະຫງົບ​ ທີ່​ໄດ້​ລົງ​ນາມ​ຮ່ວມ​ກັບ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບໃນຄັ້ງນີ້ ​ແມ່ນບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ​ປະຕິບັດຕົວຈິງໃນການສະໜັບສະໜູນ​ພາລະກິດ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ​ຫຼຸດຜ່ອນ​ພາລະ​ດ້ານ​ການ​ເງິນຂອງກໍາລັງປ້ອງກັນຄວາມສະຫງົບຂອງ ສປປ ລາວ.

ໃນ​ພິທີ​ລົງ​ນາມ ທ່ານ ຖຸງ ຢຸ້ງ​ເຫິງ,ຮອງ​ຜູ້ອຳນວຍການ​ໃຫຍ່​ ​ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ໄດ້ກ່າວ​​ວ່າ: ກໍາລັງປ້ອງກັນຄວາມສະຫງົບໄດ້ປະກອບສ່ວນອັນໃຫຍ່ຫຼວງ. ໃນດ້ານຮັບປະກັນໃຫ້ວິສາຫະກິດສາມາດທໍາການຜະລິດ ແລະ ດຳເນີນທຸລະກິດຢ່າງປົກກະຕິ ແລະ ໄດ້ສ້າງສະພາບແວດລ້ອມທາງທຸລະກິດທີ່ປອດໄພໃຫ້ແກ່ນັກລົງທຶນ, ເຊິ່ງເປັນຜົນງານທີ່ຍິ່ງໃຫຍ່. ອາຊີ-ໂປຕາສ ສາກົນ ສາມາດດຳເນີນການຜະລິດແລະການກໍ່ສ້າງທີ່ປອດໄພໃນເຂດນິຄົມອຸດສາຫະກຳໂປຕາສ ແລະ ອະໂປຕາສຢ່າງເປັນລະບຽບກໍຍ້ອນຜົນປະໂຫຍດຈາກສະພາບແວດລ້ອມທີ່ດີໃນການດຳເນີນທຸລະກິດຂອງ ສປປ ລາວ, ແລະ ນາຍ ແລະ ພົນ​ຕໍາ​ຫຼວດຮັບຜິດຊອບປ້ອງກັນຄວາມສະຫງົບ ແລະ ຄວາມສະຖຽນລະພາບຂອງສັງຄົມຂອງ ສປປ ລາວ. ຈຸດປະສົງຂອງທຶນດັ່ງກ່າວແມ່ນເພື່ອສະໜັບສະໜູນການພັດທະນາຂອງສັງຄົມລາວໃຫ້ໝັ້ນຄົງ ແລະ ເປັນ​ລະບຽບ​ຮຽບຮ້ອຍ, ຫວັງ​ວ່າ​ຜ່ານ​​ທຶນ​ດັ່ງກ່າວ ​ຈະເປັນການປະກອບສ່ວນ​ສະໜັບສະໜູນ​ທາງ​ດ້ານເສດຖະກິດ,​ຊ່ວຍເຫຼືອ​ທາງ​ດ້ານ​ວັດຖຸ ແລະ ການ​ເບີ່ງ​ແຍງ​ທາງ​ດ້ານ​ຈິດໃຈ ໃຫ້​ແກ່​ນາຍ ແລະ ພົນ​ຕໍາ​ຫຼວດ​ ແລະ ຄອບຄົວ​​ ທີ່ມີ​ຜົນງານໃນ​ການ​ປົກ​ປັກ​ຮັກສາ​ສັງຄົມ​ໃຫ້​ມີ​ສະຖຽນ​ລະ​ພາບ, ພ້ອມ​ທັງ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮູ້​ບຸນຄຸນ ແລະ ການ​ເອົາໃຈໃສ່ຕໍ່​ສັງຄົມ​ຂອງ​ບໍລິສັດ ພ້ອມນັ້ນ ບໍລິສັດສະແດງຄວາມຂອບໃຈຕໍ່ເຈົ້າຫນ້າທີ່ປະຕິບັດວຽກງານຄວາມປອດໄພໍ່ສາທາລະນະສ້າງສະພາບແວດລ້ອມທີ່ດີໃນການດຳເນີນທຸລະກິດ.

ຄວາມ​ຈະເລີນ​ຮຸ່ງເຮືອງ​ແລະເຂັ້ມແຂງຂອງຊາດ ແມ່ນປາສຈາກ​ບໍ່ໄດ້ ສັງຄົມທີ່ມີ​ຄວາມສະຫງົບສຸກ ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຍາວ​ນານ. ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ຄັ້ງ​ນີ້ ເຊິ່ງມີ​ຄວາມ​ໝາຍ​ສໍາຄັນຍິ່ງ ຕໍ່​ການ​ຊຸກຍູ້​ການ​ພັດທະນາພາລະກິດປ້ອງ​ກັນ​ຄວາມ​ສະຫງົບ​, ປົກປັກຮັກສາ​ຄວາມ​ໝັ້ນຄົງ ແລະ ຄວາມ​ສາມັກຄີ​ພາຍ​ໃນ​ສັງ​ຄົມຂອງ ສປປ ລາວ. ບໍ​ລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ໃນ​ຖານະ​​ວິ​ສາ​ຫະ​ກິດ​ທີ່​ເປັນຕົ້ນ​ແບບ  ໄດ້​ສ້າງ​ຮູບ​ແບບ​ການ​ຮ່ວມ​ມື ລະຫວ່າງ​ລັດ ແລະ ວິ​ສາ​ຫະ​ກິດ ເພື່ອພ້ອມກັນ​ສ້າງ​ສັງຄົມ​ທີ່​ຈະເລີນ​ຮຸ່ງເຮືອງ ແລະ ເປັນ​ກໍາລັງແຮງທາງບວກເພື່ອການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ຂອງ​ ສປປ ​ລາວ.

ICBC ທະນາຄານ ຊຳລະສະສາງເງິນຢວນ ແຫ່ງ ສປປ ລາວ

ໃນຕອນບ່າຍຂອງວັນທີ 23 ຕຸລາ 2023 ທີ່ຜ່ານມາ, ພິທີເປີດ ICBC ທະນາຄານຊຳລະສະສາງເງິນຢວນ ແຫ່ງ ສປປ ລາວ  ໄດ້ຈັດຂຶ້ນຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໂດຍ  ພະນະທ່ານ ສອນໄຊ ສີພັນດອນ  ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ​ທ່ານ ບຸນເຫຼືອ ສິນ ໄຊວໍຣະວົງ  ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ທ່ານ ຫວາງຊ່າງ ອຸປະທູດສະຖານທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ທ່ານ ຈ່າງ ເວີຍຫວູ ຮອງຜູ້ອຳນວຍການໃຫຍ່  ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ກໍໄດ້ໃຫ້ກຽດເຂົ້າຮ່ວມ ແລະ ທ່ານ ລີປິນ ຫົວໜ້າກົມເສດຖະກິດມະຫາພາກ ທະນາຄານ ປະຊາຊົນຈີນ ກໍໄດ້ໃຫ້ກຽດເຂົ້າຮ່ວມຜ່ານທາງວີດີໂອ.

ທ່ານ ຈ່າງ ເວີຍຫວູ ໄດ້ກ່າວສະແດງໃຫ້ເຫັນວ່າ: ການສ້າງຕັ້ງທະນາຄານ ຊຳລະສະສາງເງິນຢວນ ແຫ່ງ ສປປ ລາວ ແມ່ນຈຸດນິມິດໝາຍອັນສໍາຄັນດ້ານການຮ່ວມມືການເງິນ ຂອງ ສອງປະເທດລາວ-ຈີນ, ເຊິ່ງຈະກາຍເປັນ ສິ່ງອໍານວຍຄວາມສະດວກຕື່ມ ໃຫ້ແກ່ການຄ້າຂອງສອງປະເທດໃນການຊໍາລະສະສາງໂດຍ ສະກຸນເງິນທ້ອງຖິ່ນ, ຊ່ວຍຍົກລະດັບຄຸນນະພາບການໝູນວຽນຂອງເງິນທຶນ, ຊ່ວຍຊຸກຍູ້ການແລກປ່ຽນດ້ານເຕັກນິກ ແລະ ບຸກຄະລາກອນ ໃຫ້ມີປະສິດຕິພາບສູງຂຶ້ນກວ່າເກົ່າ, ຜັກດັນ ການຮ່ວມມືດ້ານການເງິນແບບລົງເລິກ ລະຫວ່າງສະຖາບັນການເງິນຂອງສອງປະເທດ ເປັນຕົ້ນເຊັ່ນ: ການລະດົມທຶນ, ການອອກພັນທະບັດ, ການກູ້ຢືມ ແລະ ການດໍາເນີນທຸລະກໍາໃນຕະຫຼາດເງິນ ແລະ ຂົງເຂດອື່ນໆ , ເພື່ອບັນລຸຜົນປະໂຫຍດຮ່ວມກັນຢ່າງແທ້ຈິງ. ທະນາຄານ ICBC ຈະນໍາໃຊ້ສັກກະຍະພາບທີ່ໂດດເດັ່ນຂອງຕົນ, ເພື່ອສະໜອງບໍລິການດ້ານການເງິນຢ່າງມີຄຸນນະພາບສູງ, ປະກອບສ່ວນເຂົ້າໃນວຽກງານການຮ່ວມສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ການຮ່ວມມືໃນກອບແລວທາງເສດຖະກິດ ລາວ-ຈີນ, ຊຸກຍູ້ການຮ່ວມມືທາງດ້ານການຄ້າການລົງທຶນຂອງສອງປະເທດ ລາວ-ຈີນ ໃຫ້ກ້າວໄປສູ່ອີກບາດກ້າວໃໝ່ອັນສໍາຄັນ, ພ້ອມທັງສືບຕໍ່ປະກອບສ່ວນເຂົ້າໃນການກໍ່ສ້າງປະຊາຄົມຄູ່ຮ່ວມຊະຕາກໍາຂອງສອງຊາດ ລາວ-ຈີນ.

ທະນາຄານ ICBC ສາຂານະຄອນຫຼວງວຽງຈັນ ສ້າງຕັ້ງຂຶ້ນໃນປີ 2011, ເຊິ່ງເປັນທະນາຄານທຸລະກິດ ຈີນແຫ່ງທໍາອິດທີ່ເຂົ້າມາສ້າງຕັ້ງໃນ ສປປ ລາວ, ແລະ ໄດ້ກາຍເປັນທະນາຄານທີ່ສໍາຄັນໃນການຮັບໃຊ້ ການຄ້າລະຫວ່າງສອງປະເທດ ລາວ-ຈີນ. ໃນວັນທີ 30 ກັນຍາ 2022, ທະນາຄານ ປະຊາຊົນຈີນ ໄດ້ອອກໜັງສືແຈ້ງການ, ໂດຍແຕ່ງຕັ້ງໃຫ້ທະນາຄານ  ICBC ສາຂານະຄອນຫຼວງວຽງຈັນ ເປັນທະນາຄານ ຊໍາລະສະສາງເງິນຢວນ ແຫ່ງ ສປປ ລາວ. ໃນພິທີຄັ້ງນີ້,​ ໄດ້ມີ 7 ທະນາຄານທຸລະກິດຄື: ທະນາຄານ ການຄ້າ ຕ່າງປະເທດລາວ ມະຫາຊົນ, ທະນາຄານ ພັດທະນາລາວ, ທະນາຄານ ຮ່ວມພັດທະນາ, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ, ທະນາຄານ ພົງສະຫວັນ, ທະນາຄານ ລາວ-ຈີນ ແລະ ທະນາຄານ BIC ຮ່ວມລົງນາມໃນສັນຍາວ່າດ້ວຍການຊໍາລະສະສາງ ກັບທະນາຄານ ICBC ສາຂານະຄອນຫຼວງວຽງຈັນ, ເຊິ່ງໄດ້ກາຍເປັນ ທະນາຄານ ສະມາຊິກຊຸດທໍາອິດຂອງ ທະນາຄານ ຊຳລະສະສາງເງິນຢວນ ແຫ່ງ ສປປ ລາວ.

ໃນຖານະທີ່ເປັນທະນາຄານອັນດັບໜຶ່ງຂອງໂລກໃນດ້ານທຸລະກໍາເງິນຢວນ, ທະນາຄານ  ICBC ໄດ້ສ້າງລະບົບການຊໍາລະສະສາງເງິນທຶນທີ່ທັນສະໄໝທີ່ສຸດ ໃນຂະແໜງການເງິນ, ເຊິ່ງເປັນທະນາຄານແຫ່ງທຳອິດທີ່ສະໜອງບໍລິການຊໍາລະສະສາງເງິນຢວນຕະຫຼອດ 7×24 ຊົ່ວໂມງ.  ມາຮອດປັດຈຸບັນ, ທະນາຄານ ICBC ໄດ້ຮັບໜ້າທີ່ເປັນທະນາຄານ ຊຳລະສະສາງເງິນຢວນ ຢູ່ 11 ປະເທດ, ການບໍລິການກວມເອົາການຊໍາລະສະສາງ, ການໂອນເງິນ, ການປ່ອຍກູ້, ການຄໍ້າປະກັນ, ການຊື້ຂາຍເງິນຕາຕ່າງປະເທດ, ການຊື້ຂາຍຕາສານອະນຸພັນ ແລະ ອື່ນໆ, ເຊິ່ງການດໍາເນີນທຸລະກໍາເງິນຢວນລະຫວ່າງປະເທດ  ແລະ ທຸລະກໍາເງິນຢວນນອກ ສປ ຈີນ ຂອງກຸ່ມທະນາຄານ ICBC ລວມມູນຄ່າຫຼາຍກວ່າ 100,000 ຕື້ຢວນຕໍ່ປີ.